5562

xtgmf]k; 6 24/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d vq 'dkod;fdkdkory ,9e|j kp -u ;y f{;a fmtotme ໂດຍ: ໄໝຄຳຍ້ອມສິນ dko8q [rtmkf-kp .o[5 oxu .\j ]k; xtgrou mu j ln [mvfda o,kc8j fq ooko ແລະ ສິດ ດັ່ງນີ້: ກວດກາການຈັດ ຕັ້ງປະຕິບັດແຜນການ, ໂຄງການ, ລະບຽບກົດໝາຍກ່ຽວກັບການ ພິມຈໍາໜ່າຍ ລວມທັງສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ໄດ້ເຊັນ ຫລື ເປັນພາຄີ; ກວດກາ ການແກ້ໄຂຄຳສະເໜີຂອງບຸກຄົນ ຫລື ການຈັດຕັ້ງກ່ຽວກັບການພິມ ຈຳໜ່າຍ. ການກວດກາການພິມຈໍາໜ່າຍ ມີເນື້ອໃນຕົ້ນຕໍ ດັ່ງນີ້: ກວດກາການ ສ້າງ ແລະ ປະຕິບັດແຜນການ, ໂຄງການຂອງການພິມຈໍາໜ່າຍ ແຕ່ລະໄລຍະ; ກວດກາເນື້ອໃນ, ການສົ່ງອອກ, ນຳເຂົ້າຂອງປຶ້ມ, ສິ່ງ ພິມອື່ນ; ກວດກາການສ້າງ, ບໍາ ລຸງ,ນຳໃຊ້ແລະປະຕິບັດນະໂຍບາຍ ຕໍ່ບຸກຄະລາກອນຂອງການພິມຈໍາ ໜ່າຍ; ກວດກາການປະກອບ ແລະ ນຳໃຊ້ພື້ນຖານວັດຖຸ, ພາຫະນະ, ອຸປະກອນ ແລະ ງົບປະມານ ຂອງ ການພິມຈຳໜ່າຍ; ກວດກາການປະ ຕິບັດລະບຽບກົດໝາຍກ່ຽວກັບ ການພິມຈຳໜ່າຍ. ການກວດກາການພິມຈໍາໜ່າຍ ມີສາມຮູບການ ຄື: ການກວດກາ ຕາມລະບົບປົກກະຕິ; ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິ ແມ່ນການກວດກາທີ່ດຳເນີນໄປ ຕາມແຜນການຢ່າງເປັນປະຈຳ ແລະ ມີການກຳນົດເວລາອັນແນ່ ນອນ. ການກວດກາໂດຍມີການ ແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດ ການອກແຜນການ ເມື່ອເຫັນວ່າມີ ຄວາມຈຳເປັນຕ້ອງແຈ້ງໃຫ້ຜູ້ທີ່ ຈະຖືກກວດກາຊາບລ່ວງໜ້າ. ການ ກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບ ລ່ວງໜ້າ. ໃນການດຳເນີນການກວດກາ ວຽກງານການພິມຈໍາໜ່າຍ ອົງ ການກວດກາຕ້ອງປະຕິບັດ ໜ້າທີ່ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ. 75 oxt3spf 0v'oEva f]q , * ນໍ້າອັດລົມ ເປັນເຄື່ອງດື່ມ ທີ່ຫລາຍຄົນຕ້ອງມີໄວ້ໃນຕູ້ເຢັນ ເພາະເມື່ອອາກາດຮ້ອນໆກໍຈະຄິດ ເຫັນນໍ້າອັດລົມຫວານເຢັນໆ ເພື່ອ ດື່ມຫລຸດຜ່ອນຄວາມຮ້ອນ ແລະ ເຮັດໃຫ້ຮ່າງກາຍສົດຊື່ນ, ມີແຮງ ແຕ່ຄວນດື່ມໃນປະລິມານທີ່ພໍດີ ເພາະວ່ານໍ້າອັດລົມ ນອກຈາກຈະ ໃຫ້ຄວາມແຊບສົດຊື່ນແລ້ວ ຍັງມີ ທັງໂທດ ແລະ ປະໂຫຍດໃນເວລາ ດຽວກັນ. ແນວໃດກໍດີ, ມື້ນີ້ຄໍລໍາ ສຶກສາຫາຄວາມຮູ້ໄດ້ນໍາຄວາມຮູ້ ນ້ອຍໆມາບອກປະໂຫຍດດີໆທີ່ໄດ້ ຈາກນໍ້າອັດລົມ. 1. ລ້າງໄຂມັນ, ຮອຍເປື້ອນທີ່ ຕິດບໍວິເວນເສື້ອຜ້າ: ເວລາຊັກເຄື່ອງ ທົດລອງຖອກນ້ຳອັດລົມຈັກ 1 ກະ ປ໋ອງ ລົງໄປກົດຄາບໍນິກ ແລະ ຟົສ ພໍຣິກ ຈະຊ່ວຍຊັກລ້າງຮອຍຕ່າງໆ ອອກໄດ້ດີ. 2. ກຳຈັດຂີ້ໝ້ຽງ: ອາຊິດຟົສ ຟໍຣິກ ໃນນໍ້າອັດລົມຈະເຮັດປະຕິກິ ລິຍາກັບຂີ້ໝ້ຽງ (ເຫລັກອົກຊິດ) ເຮັດໃຫ້ຂີ້ໝ້ຽງຫລຸດອອກໄປແຕ່ປະ ສິດຕິພາບອາດຈະບໍ່ທຽບກັບນ້ຳຢາ ລະລາຍຂີ້ໝ້ຽງແຕ່ວ່າປອດໄພກວ່າ ແນ່ນອນ. 3. ລ້າງຮອຍເປື້ອນກົ້ນໝໍ້, ກົ້ນ ໝໍ້ຂາງ ແລະ ອື່ນໆ ໃນນີ້ພຽງແຕ່ ຖອກນໍ້າອັດລົມໃສ່ຈຸດຮອຍດໍາ ຂອງໝໍ້ ແລ້ວເອົາໄປຕົ້ມໃຫ້ມັນໄໝ້ ພຽງ2-3 ນາທີ ກໍເອົາໄປຂັດອອກ ເທົ່ານີ້ໝໍ້ກໍສະອາດເງົາງາມ. 4. ລ້າງພື້ນກະໂລ້ ແລະ ລ້າງ ຫ້ອງນ້ຳ: ພຽງແຕ່ຖອກນໍ້າອັດລົມ ໃສ່ພື້ນ ປະໄວ້ 5-10 ນາທີ ແລ້ວໃຊ້ ແປງຂັດອອກ ແລ້ວຮີບລ້າງຢ່າ ປ່ອຍໃຫ້ນ້ຳອັດລົມແຫ້ງເພາະມັນ ຈະຕິດພື້ນ. 5. ທຳຄວາມສະອາດເຄື່ອງ ຈັກລົດ: ຜູ້ຈໍາໜ່າຍນໍ້າອັດລົມ ໄດ້ ໃຊ້ນໍ້າອັດລົມທໍາຄວາມສະອາດ ເຄື່ອງຂອງ, ລົດບັນທຸກມາປະມານ 20 ກວ່າປີແລ້ວ. 6. ກຳຈັດຫອຍ ແລະ ທາກທີ່ກັດ ຕົ້ນໄມ້ຢູ່ສວນ: ເທນໍ້າອັດລົມໃສ່ ຖ້ວຍວາງໄວ້ໃນສວນບ່ອນທີ່ມີ ຫອຍ ເຂົ້າມາທໍາລາຍພືດຜັກ ແລະ ຕົ້ນໄມ້. 7. ເຮັດໃຫ້ສີຜົມຈາງລົງ: ໃຊ້ ນໍ້າອັດລົມໝັກຜົມ ແລະ ລ້າງອອກ ຫລັງຈາກສະຜົມແລ້ວປະມານ 2-3 ຄັ້ງສີຜົມກໍຈະເລີ່ມຈາງລົງ. * ອົງການກວດກາການພິມຈໍາ ໜ່າຍ ປະກອບດ້ວຍ: ອົງການກວດ ກາພາຍໃນ ຊຶ່ງແມ່ນອົງການດຽວ ກັນກັບອົງການຄຸ້ມຄອງການພິມ ຈໍາໜ່າຍ ທີ່ໄດ້ກຳນົດໄວ້ໃນມາດ ຕາ 57 ຂອງກົດໝາຍສະບັບນີ້, ອົງ ການກວດກາພາຍນອກ ຊຶ່ງແມ່ນ ເຈົ້າຂອງສຳນັກພິມ, ຄະນະສະ ເພາະກິດ ແລະ ພາກສ່ວນອື່ນທີ່ ກ່ຽວຂ້ອງ. ໜ້າທີ່ ແລະ ສິດ ຂອງອົງການ ກວດກາອົງການກວດກາມີໜ້າທີ່ ພາບປະກອບ * ການຕົບພະທາດຊາຍ ເປັນອີກ ກິດຈະກຳໜຶ່ງ ໃນບຸນປີໃໝ່ລາວ ໂດຍຈະຈັດຂຶ້ນໃນມື້ສັງຂານຂຶ້ນ ຫລື ມື້ສຸດທ້າຍຂອງການສະເຫລີມ ສະຫລອງບຸນປີໃໝ່ລາວ. ໂດຍກິດ ຈະກຳນີ້ສ່ວນຫລາຍມັກຈັດຢູ່ຕາມ ແຄມແມ່ນໍ້າແລະວັດວາອາຮາມຊຶ່ງ ຖືວ່າເປັນກິດຈະກຳທີ່ສຳຄັນໃນປີ ໃໝ່ລາວ ທີ່ສືບທອດກັນມາແຕ່ບູ ຮານນະການ, ໃນເມື່ອກ່ອນການຕົບ ພະທາດຊາຍມັກຈະຕົບຢູ່ແຄມນໍ້າ ແຕ່ປັດຈຸບັນເຫັນວ່າບາງວັດບໍ່ໄດ້ຢູ່ ໃກ້ແຄມນໍ້າ ຈຶ່ງໄດ້ມີການຂົນຊາຍ ເຂົ້າມາກໍ່ ຫລື ຕົບຢູ່ທີ່ເດີນວັດເລີຍ ການຕົບພະທາດຊາຍແມ່ນການ ນຳເອົາກອງຊາຍທີ່ຖືກປັບແຕ່ງ ໃຫ້ ເປັນຮູບຊົງເຈດີ ລັກສະນະຕ່າງໆ ໂດຍມີການປະດັບປະດາດ້ວຍທຸງ ຊໍ່, ທຸງໄຊ, ທຸງຮູບ 12 ລາສີ ແລະ ດອກໄມ້ທູບທຽນຢ່າງງົດງາມ ເອີ້ນ ວ່າພະທາດຊາຍ ຫລື ເຈດີຊາຍ. ການຕົບພະທາດນີ້ ມີຄວາມເຊື່ອ ທີ່ສືບທອດກັນມາແຕ່ສະໄໝບູຮານ ວ່າ: ເປັນການນໍາໃຊ້ຊາຍດັ່ງກ່າວ ຊາຍທີ່ຂາດຫາຍໄປຈາກການທຽວ ເຂົ້າທຽວອອກວັດ. ໃນນັ້ນການຕົບ ພະທາດຊາຍ ຫລື ເຈດີຊາຍເພື່ອ ຖວາຍບູຊາພະລັດຕະນະໄຕອັນ ເປັນຮົ່ມໂພຮົ່ມໄຊແກ່ພຸດທະສາສະ ນິກະຊົນຈະໄດ້ຮັບອານິສົງ ຄືເມື່ອ ສິ້ນຊີວິດໄປຈະເຮັດໃຫ້ຕົນໄດ້ໄປ ເກີດທີ່ດີເຖິງສຸກ(ຕາມຄວາມເຊື່ອ) ຊຶ່ງພະພຸດທະເຈົ້າເທສະໜາໄວ້ວ່າ “ນໍລະຍິງຊາຍເຫລົ່າໃດມີສັດທາ ເຫລື້ອມໃສໄດ້ອຸດສາຫະມາກໍ່ສ້າງ ວະລຸກາເຈດີທາດຊາຍໃຫຍ່ກໍດີ ນ້ອຍກໍດີ ສູງກໍດີ ຕໍ່າກໍດີ ມີຈໍານວນ ມາກມາຍ ເຖິງແປດໝື່ນສີ່ພັນອົງ ກໍດີ ຫລື ວ່າໜ້ອຍກວ່ານີ້ພຽງແຕ່ ອົງດຽວ ກໍດີ ດ້ວຍສັດທາອັນແຮງ ກ້າມີຄວາມປິຕິໂສມະນັດນໍລະຊົນ ຍິງຊາຍເຫລົ່ານັ້ນ ຈະບໍ່ໄດ້ໄປສູ່ອະ ບາຍຍະພູມ ຖ້າເກີດຢູ່ໃນມະນຸດ ໂລກກໍຈະມັ່ງຄັ່ງສົມບູນໄປດ້ວຍຍົດ ສັກບໍລິວານ ເມື່ອຕາຍຈາກໂລກມະ ນຸດນີ້ແລ້ວກໍຈະໄດ້ໄປອຸບັດເກີດໃນ ພູມທີ່ດີ. ກິດຈະກຳຕົບພະທາດຊາຍແມ່ນ ຈັດຂຶ້ນໃນທຸກແຫ່ງທີ່ມີເງື່ອນໄຂ ໃນຂອບເຂດທົ່ວປະເທດ. ໃນນັ້ນຢູ່ ທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ແຂວງພະບາງ ແມ່ນຄວາມເປັນມາ ຂອງການຕົບພະທາດຊາຍ ຊຶ່ງທ່ານ ບຸນມີ ເພັດສະນຸຮັກ ຮອງຫົວໜ້າ ຫ້ອງການຖະແຫລງຂ່າວວັດທະນະ ທຳ ແລະ ທ່ອງທ່ຽວເມືອງຈອມເພັດ ໄດ້ໃຫ້ຮູ້ວ່າ: ການຕົບພະທາດຊາຍ ມີນິທານກ່າວມາຫລາຍເຊັ່ນຄົນ ສືບທອດກັນມາວ່າ ຢູ່ໃນຄັ້ງປະຖົມ ປະການ ດົນນານມາແລ້ວໄດ້ມີພໍ່ຄ້າ ໃບພູ (ໃບພູຄ້ຽວໝາກ) ຊື່ວ່າ: ທ້າວ ຈັນທະພານິດ ລາວໄດ້ເອົາໃບ ພູໃສ່ເຮືອເລາະຂາຍມາຕາມລຳແມ່ ນໍ້າຂອງພໍ່ມາຮອດດອນຊາຍ ແຫ່ງ ນີ້ກໍ່ໄດ້ເຫັນເມັດຊາຍທີ່ມີຄວາມໃສ ສະອາດງາມຕາ ແລະ ກໍ່ພໍດີຕາເວັນ ໃກ້ຈະຕົກດິນຄ້ອຍຄຳລົງແລງລາວ ຈິ່ງຕັດສິນໃຈວ່າ ຈະນອນພັກຢູ່ທີ່ ດອນຊາຍແຫ່ງນີ້ ເພື່ອວ່າມື້ອື່ນ ຕອນເຊົ້າຈະໄດ້ເອົາໃບພູໄປຂາຍ ຢູ່ເມືອງຊຽງດົງ-ຊຽງທອງ, ວ່າ ແລ້ວລາວກໍ່ໄດ້ມ້ຽນມັດ ຈັດແຈງ ເຄື່ອງຂອງທີ່ຢູ່ໃນເຮືອໃຫ້ເປັນລະ ບຽບແລ້ວລາວກໍ່ແຕ່ງກິນ ພາຍ ຫລັງແຕ່ງກິນສຳເລັດລາວກໍ່ກິນ ເຂົ້າແລງແລ້ວພັກຜ່ອນ. ກ່ອນຊິ ນອນ ລາວໄດ້ກົ້ມລົງແລ້ວລາວກໍ່ ອາທິຖານວ່າ: ຂໍໃຫ້ຜູ້ຂ້າໄດ້ມີບູນ ປາລະມີໄດ້ຊ່ວຍເຫລືອຊາວເມືອງ ແຫ່ງນີ້ດ້ວຍເທີ້ນ ແລ້ວລາວກໍ່ນອນ, ພໍຮອດເວລາໃກ້ຈະຮຸ່ງລາວໄດ້ຝັນ ວ່າດອນຊາຍທີ່ຕົນເອງນອນຢູ່ກາຍ ເປັນເງິນເປັນຄຳ ລາວຈຶ່ງຮູ້ເມື່ອພໍດີ ຮຸ່ງແຈ້ງ ລາວໄດ້ຖອດໄມ້ຕໍ່ມັດເຮືອ ຂຶ້ນມາເຫັນເມັດຊາຍ ທີ່ຕິດໄມ້ຂຶ້ນ ມາເປັນເມັດເງິນເມັດຄໍາ ລາວຈຶ່ງ ຕົກໃຈ ພໍຫລຽວຂຶ້ນໄປດອນຊາຍ ຈິ່ງເຫັນວ່າເມັດຊາຍເປັນເມັດເງິນ ເມັດຄໍາໄປໝົດ ລາວຈິ່ງຟ້າວໄປ ກວາດເອົາເມັດຊາຍ ທີ່ເປັນເງິນ ເປັນຄຳມາກອງຂຶ້ນເປັນພະທາດ ຊາຍ ແລະ ລາວກໍ່ໄດ້ບວດພະທາດ ຊາຍນັ້ນ ຕາມພິທີທາງສາສະໜາ. ພາຍຫລັງບວດພະທາດຊາຍ ສຳ ເລັດລາວ ກໍ່ໄດ້ຮ້ອງປ່າວໃຫ້ພໍ່ແມ່ ປະຊາຊົນທີ່ຢູ່ເມືອງຊຽງດົງ, ຊຽງ ທອງ, ຊຽງແມນ ມາເອົາເງິນເອົາ ຄຳ ໄປສ້າງສາບ້ານເມືອງຂອງຕົນ ແລະ ລາວກໍ່ໄດ້ຕັ້ງຊື່ຕອນຊາຍແຫ່ງ ນີ້ວ່າ ຕອນຊາຍມຸງຄຸນມາຮອດເທົ່າ ທຸກວັນນີ້. ຢູ່ໃນໄລຍະປີ 1853 ເຈົ້າ ຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມ ອານາຈັກລາວລ້ານຊ້າງ ເປັນອັນ ໜຶ່ງອັນດຽວກັນ ແລະ ເອົານະຄອນ ຊຽງດົງ, ຊຽງທອງເປັນອານາຈັກ ລາວລ້ານຊ້າງ ຫລວງພະບາງ ເພິ່ນ ໄດ້ຕັດຄວາມວ່າ: ໃຫ້ເອົາພິທີກຳ ການຕົບພະທາດຊາຍທີ່ດອນຊາຍ ມຸງຄຸນນີ້ ຈັດຂຶ້ນໃນຊ່ວງບຸນກຸດສົງ ການບຸນປີໃໝ່ລາວ ເປັນຊ່ວງອາ ກາດຮ້ອນອົບເອົ້າ. ສະນັ້ນ, ຈຶ່ງໃຫ້ ຊາວເມືອງໄດ້ລົງຫລິ້ນນໍ້າສະສາງ ລ້າງຊ່ວຍສິ່ງທີ່ບໍ່ດີໃຫ້ໄປນຳປີເກົ່າ ແລະ ອີກອັນໜຶ່ງ ການຕົບພະທາດ ຊາຍນີ້ ຕາມຄວາມເຊື່ອແລ້ວການ ຕົບພະທາດຊາຍ ຍັງເປັນການສັກ ກະລະບູຊາພະຍານາກ 15 ຕະກູນ ທີ່ອາລັກຂານະຄອນຫລວງພະບາງ ເພື່ອຂໍໃຫ້ພະຍານາກຊ່ວຍດົນບັນ ດານໃຫ້ຝົນຕົກຖືກຕ້ອງຕາມລະດູ ການ ເພື່ອໃຫ້ຊາວກະສິກອນໄດ້ເອົາ ການຜະລິດໃນລະດູຝົນອີກດ້ວຍ. ເຂົ້າໃນການກໍ່ສ້າງວັດວາອາຮາມ ໃຫ້ເກີດປະໂຫຍດ ເພາະຄົນບູຮານ ພິຈາລະນາເຫັນວ່າ ການທຽວເຂົ້າອອກວັດ ເປັນປະຈໍາອາດມີເມັດດິນ ແລະຊາຍຕິດຕີນແລະ ເກີບອອກມາ ນໍາບໍ່ຫລາຍກໍໜ້ອຍ ລັກສະນະດັ່ງ ກ່າວນັ້ນຖືວ່າເປັນກໍາ. ສະນັ້ນ, ເພື່ອ ບໍ່ໃຫ້ຕົນມີບາບກໍາ ຈຶ່ງພ້ອມພາກັນ ຂົນຊາຍເຂົ້າວັດ ເພື່ອທົດແທນເມັດ

RkJQdWJsaXNoZXIy MTc3MTYxMQ==