5562

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 24/04/2023 xtgmf]k; 4 3]d c]t gsfdko *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກໜ້າ 1 *** vvxl /b dvq [Iq ,ra fmtokma dltdkogxa oz6 h oe ]a f4t,q o8u lld -5 dp6 h ;Pdlb dlk ;y mtpklkf c]t dy ]k 16 j Ikd4ko -q ,g-u pzq oleg]a fdv'xt-5 , 2 ltrk 0v' lx 9u o 7A 'mu 1 ltw\mu 14 ຂປລ. ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ຈັດຊຸດຝຶກ ອົບຮົມ ພາຍໃຕ້ຫົວຂໍ້ການພັດທະ ນາທັກສະການເປັນຜູ້ນຳຂຶ້ນໃນວັນ ທີ 21 ເມສາ 2023 ເພື່ອເຮັດໃຫ້ ພະນັກງານ-ລັດຖະກອນພາຍໃນ ອົງການໄອຍະການປະຊາຊົນສາ ມາດຜະເຊີນໜ້າກັບພາວະການ ປ່ຽນແປງ ແລະ ເຂົ້າໃຈເຖິງຄວາມ ສຳຄັນໃນການວາງແຜນໜ້າທີ່ຮັບ ຜິດຊອບ ພ້ອມທັງສ້າງແຮງບັນ ດານໃຈໃຫ້ແກ່ຕົນ ເພື່ອສາມາດ ເອົາຊະນະອຸປະສັກຕ່າງໆ ແລະ ພັດ ທະນາຕົນເອງໃຫ້ກາຍເປັນຜູ້ນຳໃນ ຍຸກ 4.0. ທ່ານນາງ ແສງສຸດາ ສີປະເສີດ ຮອງຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ ໄດ້ກ່າວຈຸດປະສົງ ໃນການຝຶກອົບຮົມ, ພ້ອມທັງລາຍ ງານໂດຍຫຍໍ້ກ່ຽວກັບສະພາບ ຂອງອົງການໄອຍະການປະຊາຊົນ ສູງສຸດ ແລະ ເພື່ອເປັນການຈັດຕັ້ງ ຜັນຂະຫຍາຍພັດທະນາວຽກງານ ໄອຍະການປະຊາຊົນ5ປີ(2021- 2025) ແລະ ການສ້າງຄວາມເຂັ້ມ ແຂງໃຫ້ແກ່ພະນັກງານນໍາພາ-ຄຸ້ມ ຄອງຂອງອົງການໄອຍະການປະ ຂປລ. ເມື່ອບໍ່ດົນມານີ້, ທ່ານ ພຸດ ສິມມາລາວົງ ລັດຖະມັນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) ລົງຊຸກຍູ້ວຽກງານການສຶກສາວິ ທະຍາສາດ ແລະ ກິລາຢູ່ເຂດຈຸດ ສຸມລ່ອງນໍ້າເນີນ ເມືອງຄຳ ແຂວງ ຊຽງຂວາງ ໂດຍມີຄະນະນຳທີ່ ກ່ຽວຂ້ອງ, ຕົວແທນໂຮງຮຽນມັດ ທະຍົມສຶກສາ 3 ແຫ່ງ ແລະ ປະຖົມ ສຶກສາ 17 ແຫ່ງເຂົ້າຮ່ວມ. ທັງນີ້ກໍ ເພື່ອຊຸກຍູ້ພື້ນຖານການສຶກສາວິທະ ຍາສາດ ແລະ ກິລາ ໃນເຂດທີ່ມີ ຄວາມຫຍຸ້ງຍາກທີ່ສຸດຂອງແຂວງ ຊຽງຂວາງ, ເພື່ອຮັບຟັງສະພາບ ແລະ ບັນຫາການຈັດການຮຽນ ການສອນ ແລະ ຊຸກຍູ້ໃຫ້ກໍາລັງໃຈ ຜູ້ບໍລິຫານການສຶກສາ ແລະ ກິລາ ໃນການປະຕິບັດໜ້າທີ່ ເນື່ອງໃນ ໂອກາດສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566. ໂອກາດນີ້, ທ່ານລັດຖະມົນຕີ ສສກ ໄດ້ຮັບການຕ້ອນຮັບຢ່າງອົບ ອຸ່ນຈາກພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກ ສາທິການ ແລະ ກິລາເມືອງ, ຄະນະ ພັກຮາກຖານກຸ່ມບ້ານ, ອົງການປົກ ຄອງບ້ານ, ຜູ້ບໍລິຫານ ແລະ ຄູອາ ຈານໂຮງຮຽນພ້ອມດ້ວຍປະຊາຊົນ ໃນ5ຈຸດທີ່ລົງຢ້ຽມຢາມປະກອບມີ: ປະຖົມສຶກສາສຸມແມນ, ປະຖົມແລະ ມັດທະຍົມສຶກສາຕອນຕົ້ນສັນຄຳ, ໂຮງຮຽນປະຖົມສຶກສາບ້ານວັງ ຊົງ, ໂຮງຮຽນປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນສັນແກ້ວ ແລະ ມັດທະຍົມສົມບູນບຸນຖິ່ນ. ນອກຈາກນີ້, ທ່ານລັດຖະມົນຕີ ສສກ ຍັງໄດ້ຮັບຟັງຂໍ້ສະດວກ, ສິ່ງທ້າທາຍ ແລະ ຂໍ້ສະເໜີຂອງ ທ້ອງຖິ່ນ. ຂະນະດຽວກັນ, ທ່ານລັດ ຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມອບອຸປະກອນການສຶກສາ ແລະ ກິລາ ໃຫ້ແກ່ຕົວແທນໂຮງຮຽນທັງ 20 ແຫ່ງ ອີກດ້ວຍ. ຂປລ. ໃນລະຫວ່າງວັນທີ 0413 ມີນາ 2023 ຜ່ານມາ,ທີ່ນະ ຄອນຫລວງປັກກິ່ງ, ສປ ຈີນ ໄດ້ ເປີດກອງປະຊຸມ 2 ສະພາ (ສະພາ ຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ສະພາປຶກສາການເມືອງປະ ຊາຊົນຈີນ) ຄັ້ງທີ 1 ສະໄໝທີ 14 ຂຶ້ນຢ່າງເປັນທາງການ ເຊິ່ງເປັນ ເຫດການທີ່ສໍາຄັນຂອງ ສປ ຈີນ ທີ່ໄດ້ຈັດຂຶ້ນທ່າມກາງສະພາບຂອງ ໂລກສືບຕໍ່ຜັນແປໄປຢ່າງສັບສົນ, ແຕ່ຍ້ອນຄວາມສາມັກຄີເດັດດ່ຽວ ພາຍໃນແລະຄວາມເປັນເອກະພາບ ທາງດ້ານການເມືອງຂອງສະມາ ຊິກພັກ ກໍຄືປະຊາຊົນຈີນ ທັງພາຍ ໃນ ແລະ ຕ່າງປະເທດ, ເຮັດໃຫ້ກອງ ປະຊຸມຂອງ 2 ສະພາດັ່ງກ່າວສາ ມາດຈັດຕັ້ງປະຕິບັດໄປດ້ວຍບັນຍາ ກາດອັນຟົດຟື້ນ ແລະ ປະສົບຜົນ ສໍາເລັດອັນຍິ່ງໃຫຍ່. ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ເພື່ອເປັນການສະ ຫລຸບຜົນງານໃນໄລຍະຜ່ານມາ ແລະ ວາງແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ (2023-2028) ຂອງ ຄະນະລັດຖະບານ ສປ ຈີນ, ພ້ອມ ທັງເປັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈຂອງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໃນປີ 2022 ແລະ ໄດ້ຮັບຮອງເອົາເອກະສານສໍາ ຄັນຫລາຍສະບັບເຊັ່ນ: ໜຶ່ງ, ຮ່າງ ກົດໝາຍລັດຖະທໍາມະນູນ; ສອງ, ບົົດລາຍງານການປະຕິບັດວຽກ ງານຂອງລັດຖະບານ ປະຈໍາປີ 2022 ແລະ ແຜນຈຸດສຸມຂອງລັດ ຖະບານປະຈໍາປີ2023;ສາມ,ແຜນ ງົບປະມານປະຈໍາປີ; ສີ່, ບົດລາຍ ໂດຍ: ໂຄງການຄົ້ນຄວ້າຮ່ວມມືລາວ-ຈີນ, ສະຖາບັນການຕ່າງປະເທດ ງານການເມືອງຂອງສະຫາຍ ຫລີ ຈານຊູ່ ອະດີດປະທານສະພາຜູ້ແທນ ປະຊາຊົນທົ່ວປະເທດຈີນ; ຫ້າ, ບົດລາຍງານຂອງປະທານສານສູງ ສຸດ ແລະ ຫົກ, ບົດລາຍງານການ ເມືອງຂອງປະທານໄອຍະການສູງ ສຸດ. ນອກນັ້ນ, ຍັງໄດ້ປະກາດຮັບ ຮອງເອົາມະຕິຕົກລົງແຕ່ງຕັ້ງຄະ ນະລັດຖະບານຊຸດໃໝ່ ທີ່ມີປະທານ ສີຈິ້ນຜິງ ເປັນປະທານປະເທດ ແຫ່ງ ສປ ຈີນ ສະໄໝທີ 3, ແຕ່ງຕັ້ງ ທ່ານ ຫານເຈີ້ງ ເປັນຮອງປະທານ ປະເທດ; ທ່ານ ຈ້າວ ເລີ້ ຈີ້ ເປັນປະ ທານສະພາປະຊາຊົນ; ທ່ານ ຫວັງ ຫູ້ໜິງ ເປັນປະທານສະພາປຶກສາ ການເມືອງ; ທ່ານ ຈ່າງຈູ່ນ ເປັນປະ ທານສານສູງສຸດ; ທ່ານອິງຢົ້ງ ເປັນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ; ທ່ານ ຫລິວຈິນກວາ ເປັນປະທານອົງການກວດສອບ ແຫ່ງລັດ. ພ້ອມນັ້ນ, ໄດ້ແຕ່ງຕັ້ງ ທ່ານຫລີ່ສຽງເປັນນາຍົກລັດຖະມົນ ຕີຄົນໃໝ່,ຮອງນາຍົກລັດຖະມົນຕີ 4 ທ່ານ, ເລຂາທິການລັດຖະບານ 1 ທ່ານ, ຄະນະທີ່ປຶກສາແຫ່ງລັດ 5 ທ່ານ ແລະ ມີລັດຖະມົນຕີປະຈໍາຄະ ນະລັດຖະບານຊຸດໃໝ່ ລວມທັງໝົດ 25 ທ່ານ ທີ່ໄດ້ປະກອບເຂົ້າໃນຖັນ ແຖວໂຄງຮ່າງການຈັດຕັ້ງຂອງຄະ ນະພັກແຫ່ງຊາດ. ນອກນັ້ນ, ໃນກອງປະຊຸມສະພາ ຜູ້ແທນປະຊາຊົນແຫ່ງຊາດຈີນ, ທ່ານ ຫລີ ເຄີ້ສຽງ ອະດີດນາຍົກລັດ ຖະມົນຕີຈີນ ໄດ້ສະຫລຸບລາຍງານ ໝາກຜົນຂອງການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ປະຈໍາ ປີ 2022 ແລະ ຜົນງານທີ່ພົ້ນເດັ່ນ ຂອງລັດຖະບານໃນໄລຍະ5ປີຜ່ານ ມາທີ່ໄດ້ຮັບການເສີມຂະຫຍາຍ ຢ່າງກ້າວກະໂດດ ແລະ ມີບົດບາດ ສູງຂຶ້ນທັງໃນພາກພື້ນແລະສາກົນ. ໂດຍສະເພາະແມ່ນວຽກງານການ ພັດທະນາເສດຖະກິດຂອງ ສປ ຈີນ ທີ່ມີຂະໜາດໃຫຍ່ເປັນອັນດັບ ສອງຂອງໂລກ; ມູນຄ່າການຄ້າ ກ້າວຂຶ້ນເປັນອັນດັບໜຶ່ງ; ດຶງດູດ ການລົງທຶນຈາກຕ່າງປະເທດເປັນ ອັນດັບສອງ ແລະ ມີເງິນຕາຕ່າງປະ ເທດສະສົມຫລາຍທີ່ສຸດ ເປັນອັນ ດັບໜຶ່ງຂອງໂລກ. ຄຽງຄູ່ກັນນັ້ນ, ສປ ຈີນ ຍັງປະກອບສ່ວນສົ່ງເສີມ ການຂະຫຍາຍຕົວຂອງເສດຖະກິດ ໂລກຫລາຍກວ່າ 30% ຕໍ່ການພັດ ທະນາເສດຖະກິດ-ສັງຄົມໃນທົ່ວ ໂລກ. ສປ ຈີນ ຍັງບັນລຸໄດ້ເປົ້າໝາຍ 100 ປີ ເຫດການທີ່ໜຶ່ງຢ່າງເຕັມ ສ່ວນໃນການລຶບລ້າງຄວາມທຸກ ຍາກ ແລະ ມີຄວາມອີ່ມໜໍາສໍາລານ ຢ່າງຮອບດ້ານໂດຍພື້ນຖານ ແລະ ກໍາລັງເດີນໜ້າປະຕິບັດເປົ້າໝາຍ ສະຫັດສະຫວັດ 100 ປີ ເຫດການ ທີສອງ ເພື່ອສ້າງປະເທດໃຫ້ມີ ຄວາມທັນສະໄໝຕາມສີສັນພິເສດ ສະເພາະ ຂອງຈີນ, ຟື້ນຟູຄວາມຍິ່ງ ໃຫຍ່ຂອງປະຊາຊາດຈີນ, ສ້າງ ສປ ຈີນ ໃຫ້ກາຍເປັນປະເທດສັງຄົມນິ ຍົມທີ່ເຂັ້ມແຂງທັນສະໄໝ, ປະຊາທິ ປະໄຕ, ຮັ່ງມີສີວິໄລ, ປອງດອງ ແລະ ສະຫງ່າງາມ. ອີກດ້ານໜຶ່ງ, ທ່ານ ຫລີ ເຄີ້ສຽງ ຍັງໄດ້ເນັ້ນຢໍ້າໃຫ້ ສປ ຈີນ ສືບຕໍ່ຍຶດ ໝັ້ນໃນເອກະລາດເປັນເຈົ້າຕົນເອງ, ເດັດດ່ຽວຜັນຂະຫຍາຍວຽກງານ ການພົວພັນຮ່ວມມືສາກົນໃນ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມ ກັນ, ແບກຫາບພາລະບົດບາດໃນ ການເປັນຜູ້ປົກປັກຮັກສາສັນຕິພາບ ແລະ ເສີມສ້າງສັນຕິພາບຂອງພາກ ພື້ນແລະສາກົນກໍຄືຮັກສາກົດໝາຍ ສາກົນ ຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງ ສປ ຈີນ ຍິນດີຮ່ວມກັບວົງຄະ ນະຍາດສາກົນໃນການຈັດຕັ້ງຜັນ ຂະຫຍາຍຂໍ້ລິເລີ່ມ “ການພັດທະນາ ໂລກ”ແລະຂໍ້ລິເລີ່ມ“ຄວາມໝັ້ນຄົງ ຂອງໂລກ” ເພື່ອກ້າວໄປສູ່ການ ສ້າງປະຊາຄົມຮ່ວມຊາຕາກໍາດຽວ ກັນ. ຄຽງຄູ່ກັນນັ້ນ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຫ່ງຊາດໄດ້ສືບຕໍ່ປະຕິບັດຕາມ ຫລັກການ ແລະ ມະຕິຂອງພັກກອມ ມູນິດຈີນ ວາງອອກ, ຖືເອົາແນວຄິດ ຂອງປະທານ ສີ ຈິ້ນຜີງ ໃນການກໍ່ ສ້າງກໍາລັງທະຫານໃຫ້ທັນສະໄໝ ເຂັ້ມແຂງ, ຮັບປະກັນຄວາມປອດ ໃສ-ເຂັ້ມແຂງແຫ່ງຊາດ. ນອກ ຈາກນີ້, ຍັງສາມາດຕອບສະໜອງ ໄດ້ຄວາມໝັ້ນຄົງດ້ານສະບຽງອາ ຫານແຫ່ງຊາດ, ເຮັດໃຫ້ປະຊາຊົນ ຈີນມີອາຫານໃນປະລິມານທີ່ພຽງ ພໍ, ອຸດົມສົມບູນ ແລະ ມີຄຸນນະພາບ ຊີວິດທີ່ດີ ໃນແຕ່ລະໄລຍະ ແລະ ທັນ ກັບສະພາບການຂອງໂລກຢ່າງ ແທ້ຈິງ. ຄ່ຽງຄູ່ກັນນັ້ນ, ຄວາມໝັ້ນ ຄົງພາຍໃນຍັງຖືເປັນບູລິມະສິດ ຫລັກ, ຍົກສູງການປົກຄອງໃນຮູບ ແບບ “ໜຶ່ງປະເທດສອງລະບອບ” ໃນການປົກປັກຮັກສາ ແລະສ້າງສາ ພັດທະນາປະເທດຊາດ ບໍ່ວ່າທັງ ພາຍໃນປະເທດ, ລວມເຖິງເຂດຮົງ ກົງ-ມາກາວ ແລະ ເຂດຊ່ອງແຄບ ໃຕ້ຫວັນ. ເປີດມະໂຫລານ... ຫລາຍດ້ານ ໂດຍສະເພາະດ້ານຮູບ ເງົາ ກໍໄດ້ຮ່ວມກັນຈັດສັບປະດາຮູບ ເງົາຣັດເຊຍ ຢູ່ນະຄອນຫລວງວຽງ ຈັນມາແລ້ວ.ເທສະການຮູບເງົາ ຣັດເຊຍ ຄັ້ງນີ້, ຖືເປັນກນສືບຕໍ່ມູນ ເຊື້ອທີ່ມີມາແລ້ວ, ທັງເປັນຂີດໝາຍ ໃໝ່ທີ່ຈະກ້າວໄປສູ່ການເສີມຂະ ຫຍາຍມູນເຊື້ອ ທີ່ມີມານັ້ນໃຫ້ແຕກ ຊາຊົນມີຄວາມສຳຄັນ ໃນການສືບ ຕໍ່ພັດທະນາບຸກຄະລາກອນ ເພື່ອບັນ ລຸເປົ້າໝາຍກ້າວສູ່ການເປັນຜູ້ນຳ ໃນອະນາຄົດ. ໄລຍະຜ່ານມາທາງ ອົງການໄອຍະການປະຊາຊົນກໍໄດ້ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກ ງານທີ່ເຮັດວຽກງານຂັ້ນສູນກາງ ຮອດທ້ອງຖິ່ນຢ່າງເປັນປົກກະຕິ. ເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ມີ ຄະນະພັກ-ຄະນະນໍາອົງການໄອຍະ ການປະຊາຊົນສູງສຸດ, ຫົວໜ້າຫ້ອງ ການ, ບັນດາກົມ, ສະຖາບັນຄົ້ນ ຄວ້າ ແລະ ຝຶກອົບຮົມໄອຍະການ, ຫົວໜ້າໃຫ້ຄຳປຶກສາທາງດ້ານ ກົດໝາຍ, ຄະນະນຳອົງການໄອຍະ ການທະຫານຂັ້ນສູງ, ອົງການໄອ ຍະການພາກກາງ, ອົງການໄອ ຍະການປະຊາຊົນນະຄອນຫລວງ ວຽງຈັນ, ບັນດາແຂວງແລະພະນັກ ງານຫລັກແຫລ່ງທົ່ວລະບົບອົງ ການໄອຍະການ ເຂົ້າຮ່ວມດ້ວຍ ຮູບແບບເຊິ່ງໜ້າ ແລະ ແບບທາງ ໄກໂດຍການບັນຍາຍຂອງທ່ານ ທອງດີ ພົມມະວົງສາ ຜູ້ອໍານວຍ ການສູນຝຶກທັກສະ, ພ້ອມດ້ວຍທີມ ງານວິທະຍາກອນ ຈໍານວນໜຶ່ງ. ຂ່າວ: ອອປສ ດອກອອກຜົນຂຶ້ນໄປເລື້ອຍໆ ເພື່ອ ໃຫ້ວຽກງານຮູບເງົາເປັນເວທີ ແລະ ຊ່ອງທາງແຫ່ງການແລກປ່ຽນ ວັດທະນະທຳລະຫວ່າງສອງຊາດ. ຮູບເງົາ ຄືພາຫານະແຫ່ງຄວາມ ຮູ້ ແລະ ການບັນເທີງຂອງສັງຄົມ, ຍ້ອນເຫັນໄດ້ເຖິງຄວາມສຳຄັນດັ່ງ ກ່າວ, ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ມີນະໂຍບາຍໃນການຊຸກຍູ້ ສົ່ງເສີມການຜະລິດ, ການເຜີຍແຜ່ ທັງພາຍໃນ ແລະ ຮ່ວມມືກັບຕ່າງ ປະເທດ, ການຈັດເທສະການຮູບ ຣັດເຊຍຄັ້ງນີ້ ຖືເປັນຄວາມກ້າວໜ້າ ດ້ານວຽກງານຮູບເງົາຂອງຣັດ ເຊຍ ຈະເຮັດໃຫ້ຜູ້ຊົມມີຄວາມນິຍົມ ຊົມຊອບ ແລະ ເຊື່ອໝັ້ນຢ່າງຍິ່ງ ວ່າ ເທສະການຮູບເງົາຄັ້ງນີ້, ຈະປະ ກອບສ່ວນ ໃນການພັດທະນາວຽກ ງານຮູບເງົາລາວ ແລະ ປະກອບ ສ່ວນແລກປ່ຽນວັດທະນ ະທຳຂອງ ສອງປະເທດ ໃຫ້ເກີດດອກອອກຜົນ ສູງຂຶ້ນໄປເລື້ອຍໆ. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==