5562

xtgmf]k; 3 24/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຫົງຄຳ ພວງບຸຜາ ທລຍ ເມືອງຂວາ ບົດສະເໜີ ]h P'wdj lk,lkpra o lh k']kpIa [ s]kp]h kodu [8+ gfn vo lkprq ;ra o,y f8trk[ ]k;{9u o v5 fq ,lq ,[6 o1j k'[+ 15 f1A ' dy f9tdexa [x5 '-u ;y fdkogxa o16j cdh w0 7;k,m5 d0v'xt-k-q o[h kooE[vo.8h * ວັນທີ 25 ເມສາ ປີນີ້ ພໍດີ ຄົບ ຮອບ 62 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດລະຫວ່າງ ລາວ- ຈີນ (25 ເມສາ 1961-25 ເມສາ 2023). ເມື່ອຫວນຄືນປະຫວັດ ສາດກ່ອນປີ 1975 ການພົວພັນ ຮ່ວມມືລາວ-ຈີນ ແມ່ນຢູ່ໃນຮູບແບບ ການສະໜັບສະໜູນຊ່ວຍເຫລືອ ໃຫ້ແກ່ພາລະກິດຕໍ່ສູ້ຂອງປະຊາຊົນ ລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະ ພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນ ປົກຄອງທີ່ກົດຂີ່ຂູດຮີດ ໃນຖານະ ທີ່ສອງປະເທດມີເສັ້ນຊາຍແດນຕິດ ຈອດກັນ ເປັນປະເທດບ້ານໃກ້ເຮືອນ ຄຽງ ສິ່ງສຳຄັນແມ່ນມີພັກກອມມູ ນິດ ນຳພາການປະຕິວັດຄືກັນ. ພັກ-ລັດຖະບານ ແລະ ປະຊາ ຊົນຈີນອ້າຍນ້ອງ ໄດ້ຢູ່ຄຽງຂ້າງ ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ການປະຕິວັດລາວ ທັງດ້ານວັດ ຖຸ, ຈິດໃຈ, ທັງໃນເວທີສາກົນພາກ ພື້ນມີການໄປມາຢ້ຽມຢາມກັນຕະ ຫລອດມາ, ອັນທີ່ພົ້ນເດັ່ນກວ່າໝູ່ ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ ຂອງ ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ) ໄດ້ໄປ ຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ ນຳທ່ານອື່ນໆ ໄປຢ້ຽມຢາມສປຈີນ ຫລາຍຄັ້ງ ເພື່ອແຈ້ງສະພາບການ ຂອງການປະຕິວັດລາວ, ປຶກສາຫາ ລືກ່ຽວກັບບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ການປະຕິວັດ ລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງຊາດ ນຳ ໂດຍສະເດັດເຈົ້າ ສຸວັນນະພູມາ ນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນ ເອກະສານທີ່ສຳຄັນວ່າດ້ວຍການ ສ້າງຕັ້ງສາຍພົວພັນການທູດ ນຳ ກັນ ໃນວັນທີ 25 ເມສາ 1961 ນັ້ນແມ່ນເຫດການທີ່ສຳຄັນໃນປະ ຫວັດສາດຂອງການພົວພັນ ລາວຈີນ. ພິເສດໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດໄດ້ກ້າວຂຶ້ນສູ່ລະດັບສູງສຸດ ຜູ້ນໍາທັງສອງປະເທດໄດ້ມອງກວ້າງ ເຫັນໄກ, ໂດຍໄດ້ຍົກລະດັບການພົວ ພັນ ລະຫວ່າງ ຈີນ ແລະ ລາວ ໃຫ້ ເປັນການພົວພັນແບບຄູ່ຮ່ວມມືຍຸດ ທະສາດຮອບດ້ານ. ອັນໄດ້ເຮັດໃຫ້ ການພົວພັນລະຫວ່າງ 2 ຊາດໄດ້ ກ້າວເຂົ້າສູ່ໄລຍະພັດທະນາອັນໃໝ່, ການຮ່ວມມືລະຫວ່າງ 2 ຝ່າຍກໍ່ ກວ້າງຂວາງກວ່າເກົ່າ ເປັນການສືບ ທອດມິດຕະພາບອັນເປັນມູນເຊື້ອ ລະຫວ່າງລາວ ແລະ ຈີນ, ເສີມຂະ ຫຍາຍມູນເຊື້ອປະຕິວັດອັນດີງາມ ປະກອບສ່ວນອັນໃໝ່ ເພື່ອຊຸກຍູ້ ການຮ່ວມມືກັນຕ່າງຝ່າຍຕ່າງມີ ຜົນປະໂຫຍດ ຮ່ວມກັນໃນທຸກຂົງ ເຂດວຽກງານ ລະຫວ່າງ 2 ປະເທດ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດ ຈີນເປັນເພື່ອນບ້ານທີ່ດີ, ເພື່ອນມິດ ທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມ ມືທີ່ດີຕະຫລອດໄປ. ພາຍຫລັງຍົກ ລະດັບການຮ່ວມມືຂອງສອງປະ ເທດ ລາວ-ຈີນ ມາເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ການພົວພັນລະ ຫວ່າງ 2 ປະເທດລາວ - ຈີນ ກໍໄດ້ ມີບາດກ້າວຂະຫຍາຍຕົວຢ່າງແຂງ ແຮງໂດຍສະເພາະດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກໍນັບມື້ ນັບເພີ່ມຂຶ້ນປະກອບສ່ວນອັນສໍາ ຄັນເຂົ້າການພັດທະນາເສດຖະກິດສັງຄົມຂອງລາວ. ໂດຍປະຕິບັດຕາມຍຸດທະສາດ ການຮ່ວມມືຂອງສອງປະເທດ ໃນ ຫລາຍປີຜ່ານມາ ໄດ້ເຮັດໃຫ້ການ ລົງທຶນຂອງຈີນຢູ່ລາວກໍໄດ້ເພີ່ມ ຂຶ້ນ, ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ, ການເຊື່ອມໂຍງເຂົ້າກັນທາງດ້ານ ຄົມມະນາຄົມ ແລະ ການຄ້າໄດ້ມີ ການພັດທະນາຢ່າງກ້າວກະໂດດ ຊຶ່ງສິ່ງທີ່ເຫັນໄດ້ຢ່າງປະຈັກຕາທີ່ ສຸດແມ່ນຜົນສຳເລັດຂອງໂຄງການ ກໍ່ສ້າງເສັ້ນທາງລົດໄຟຈີນ-ລາວ ໂດຍປັດຈຸບັນໄດ້ມີການເຊື່ອມລະ ຫວ່າງສອງປະເທດແລ້ວ ຊຶ່ງເຮັດ ໃຫ້ການຄົມມະນາຄົມທາງບົກ ຂອງສອງປະເທດ ກໍຄືໃນພາກພື້ນ ສະດວກສະບາຍຍິ່ງຂຶ້ນ, ອຳນວຍ ຄວາມສະດວກໃຫ້ແກ່ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ໃຫ້ນັບມື້ເພີ່ມຂຶ້ນ. ຂະນະທີ່ທາງ ດ່ວນວຽງຈັນ-ວັງວຽງສາຍທຳອິດ ຂອງລາວທີ່ເປີດນໍາໃຊ້ແລ້ວນັ້ນ ໄດ້ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນລາວ ເຮັດໃຫ້ລະບົບການ ຄົມມະນາຂອງລາວມີໂສມໜ້າທີ່ ວ່ອງໄວ ແລະ ທັນສະໄໝຍິ່ງຂຶ້ນ. ພ້ອມນີ້, ສອງຝ່າຍໄດ້ລົງເລິກການ ແລກປ່ຽນ ແລະ ການຮ່ວມມືໃນຂົງ ເຂດວັດທະນະທຳ, ວຽກງານຊາວ ໜຸ່ມ, ການທ່ອງທ່ຽວ ແລະ ອື່ນໆ. ຈີນ ສືບຕໍ່ສະໜັບສະໜູນລາວໃນ ການຕ້ານກັບພະຍາດໂຄວິດ-19 ໂດຍການສົ່ງຜູ້ຊ່ຽວຊານດ້ານການ ແພດ ແລະ ວັກຊິນຕ້ານເຊື້ອພະຍາດ ໂຄວິດ-19 ມາຊ່ວຍເຫລືອລາວ ເປັນແຕ່ລະໄລຍະ. ທັງສອງຝ່າຍໄດ້ ເພີ່ມທະວີການຮ່ວມມືໃນເວທີສາ ກົນ ກໍຄືພາກພື້ນ ເພື່ອຊຸກຍູ້ການພັດ ທະນາແລະຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ. ສັງລວມແລ້ວ, ນັບແຕ່ ພັກ ປປ ລາວແລະພັກກອມມູນິດຈີນໄດ້ສ້າງ ສາຍພົວພັນການທູດຮ່ວມກັບ ການ ພົວພັນຂອງສອງພັກ ແລະ ປະຊາ ຊົນສອງຊາດ ກໍນັບມື້ແໜ້ນແຟ້ນ ຍິ່ງຂຶ້ນ ຍິ່ງໃນສະພາບການໃໝ່ທີ່ ຫຍຸ້ງຍາກສັບສົນ ໂດຍຍຶດໝັ້ນອຸ ດົມການດຽວກັນນັ້ນ ໄດ້ເຮັດໃຫ້ ການພົວພັນຮ່ວມມືລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຈີນຂະຫຍາຍຕົວກວ້າງ ຂວາງ ແລະ ຮອບດ້ານຍິ່ງໆຂຶ້ນ. ພາບປະກອບ * ບ້ານນ້ຳບອນໃຕ້, ຂຶ້ນກັບກຸ່ມ ລະຮ່າງໃຫຍ່ ເປັນບ້ານໜຶ່ງທີ່ນອນ ໃນ 27 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ ກອງທຶນຫລຸດຜ່ອນ ຄວາມທຸກຍາກ (ທລຍ) 3 ໄລຍະ ເພີ່ມທຶນ ຢູ່ເມືອງຂວາ, ແຂວງຜົ້ງ ສາລີ. ບ້ານນໍ້າບອນໃຕ້ ໄດ້ຮັບການ ສະໜັບສະໜູນການຈັດຕັ້ງປະຕິບັດ ກິດຈະກໍາຕ່າງໆ ຈາກ ທລຍ ມາຕັ້ງ ແຕ່ປີທ້າຍປີ 2020 ຊຶ່ງໜຶ່ງໃນນັ້ນ ແມ່ນການສ້າງຕັ້ງກຸ່ມຊ່ວຍເຫລືອ ກັນແກ້ໄຂຄວາມທຸກຍາກ (ກຊກ). ບ້ານດັ່ງກ່າວ ສາມາດສ້າງຕັ້ງໄດ້ * ການລ້ຽງໄກ່ ຫລື ລ້ຽງໝູ ແມ່ນອາຊີບທີ່ປະຊາຊົນລາວເຮົາ ຍຶດຖືກັນມາແຕ່ດົນນານ ແຕ່ເມື່ອ ກ່ອນການລ້ຽງແມ່ນແບບປະຖົມ ປະຖານຢູ່ຕາມເຮືອນຊານ,ຕາມໄຮ່ ຕາມນາ ບໍມີລັກສະນະວິຊາການ ຈຶ່ງບໍ່ເປັນສິນຄ້າເທົ່າທີ່ຄວນ ເພາະ ວ່າລ້ຽງເພື່ອສະໜອງຄວາມຕ້ອງ ການສະບຽງອາຫານພາຍໃນຄອບ ຄົວເທົ່ານັ້ນ ເພາະການຊອກຕະ ຫລາດຈໍາໜ່າຍຍັງມີຄວາມຫຍຸ້ງ ຍາກບໍ່ເປັນລະບົບຕໍ່ເນື່ອງ ຍ້ອນຂາດ ການຊຸກຍູ້ສົ່ງເສີມ ແລະ ການເຂົ້າ ເຖິງແຫລ່ງທຶນນັ້ນເອງ. ແຕ່ແນວ ໃດກໍດີປັດຈຸບັນນີ້ກໍມີຫລາຍໂຄງ ການໜຶ່ງໃນນັ້ນ ກໍແມ່ນ ບໍລິສັດ ຊີພີ ລາວ ທີ່ໄດ້ຫັນມາຊຸກຍູ້ສົ່ງເສີມປະ ຊາຊົນ ທີ່ມີຄວາມສົນໃຈ ແລະ ມີ ເງື່ອນໄຂທາງດ້ານທຶນຮອນ ແລະ ສະຖານທີ່ ໃນການລ້ຽງໄກ່ສາມ ສາຍພັນ ໂດຍທາງບໍລິສັດແມ່ນ ສະໜອງລູກໄກ່ ແລະ ຫົວອາຫານ ໃຫ້ພ້ອມທັງເກັບຊື້. ທ່ານ ຄໍາບູ່ ວໍລະວົງ ປະຊາຊົນ ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ ກ່ຽວກັບການລ້ຽງໄກ່ວ່າ: ການປູກ ຝັງລ້ຽງສັດ ເປັນອາຊີບທີ່ເຮັດມາ ຄະນະກຳມະການບໍລິຫານກອງ ທຶນກຊກຂັ້ນບ້ານຊຶ່ງເອີ້ນວ່າ ຄບກ ໄດ້ຕິດຕາມຢ່າງເປັນປົກກະຕິກ່ຽວ ກັບການຝາກເງິນປະຈໍາເດືອນ ຂອງ ກຊກ ຊຶ່ງໄດ້ກໍານົດເອົາທຸກໆ ວັນທີ 15 ພາຍໃນເດືອນ ເປັນວັນປະຊຸມ ຂອງສະມາຊິກ ກຊກ ລວມທັງ ການຝາກເງິນຂອງສະມາຊິກ ແລະ ໄດ້ກຳນົດເອົາຂະໜາດເງິນຝາກ ຕາມຄວາມສາມາດຂອງຕົນເອງ ຊຶ່ງເລີ່ມຕົ້ນ 5.000-100.000 ກີບ. ມາຮອດປັດຈຸບັນ ມີເງິນຝາກທັງ ໝົດ12.980.000ກີບແລະ ໄດ້ຮັບ ເງິນຕົ້ນທຶນສະໜັບສະໜູນຈາກ ທລຍ ຈຳນວນ 92.320.000 ກີບ. ນອກຈາກເງິນຕົ້ນທຶນແລ້ວ, ບ້ານ ດັ່ງກ່າວ ຍັງໄດ້ຮັບການຊ່ວຍເຫລືອ ໃນການຈັດຊຸດຝຶກອົບຮົມທາງ ດ້ານເຕັກນິກ-ວິຊາການ ໂດຍອີງ ຕາມການສະເໜີຂອງສະມາຊິກ ກຊກ ເປັນຕົ້ນແມ່ນການປູກພືດ ແລະ ການລ້ຽງສັດ ໂດຍຮ່ວມມືກັບຫ້ອງ ການກະສິກໍາແລະປ່າໄມ້ເມືອງຂວາ. ກ່ອນການປ່ອຍກູ້ ສະມາຊິກ ກຊກ ຕ້ອງໄດ້ຂຽນແຜນທຸລະກິດ ຄົວເຮືອນ ແລະ ສະເໜີຕໍ່ ຄບກ ເພື່ອ ອະນຸມັດການກູ້ຢືມເງິນ. ໃນເດືອນ ມິຖຸນາ 2022, ກອງທຶນ ກຊກ ບ້ານນ້ຳບອນໃຕ້ ໄດ້ປ່ອຍກູ້ຈາກ ເງິນຕົ້ນທຶນເພື່ອລົງທຶນໃສ່ກິດຈະ ກໍາສ້າງລາຍຮັບຕ່າງໆ ເປັນຕົ້ນ ແມ່ນຫັດຖະກຳຕ່ຳຫູກ ຈຳນວນ 12.000.000 ກີບ, ປູກຝັງລ້ຽງ ສັດ ຈໍານວນ 51.000.000 ກີບ ແລະ ປ່ອຍກູ້ສຸກເສີນຈາກເງິນຝາກ ກອງທຶນຈໍານວນ4.000.000ກີບ. ພາຍຫລັງສະມາຊິກໄດ້ຮັບເງິນກູ້ ຢືມຈາກກອງທຶນ ມາລົງທຶນໃສ່ກິດ ຈະກໍາສ້າງລາຍຮັບດັ່ງກ່າວແລ້ວ, ພວກເຂົາເຈົ້າ ໄດ້ມີລາຍຮັບເຂົ້າມາ ໃນຄອບຄົວເພີ່ມຂຶ້ນ ໂດຍເຫັນໄດ້ ຈາກການສະຫລຸບພາຍໃນເດືອນ ທັນວາ 2022 ໄດ້ຂາຍໝູ ຈຳນວນ 987 ກິໂລ ເປັນເງິນ 44.415.000 ກີບ, ຂາຍສັດປິກ 460 ກິໂລ ເປັນ ເງິນ 27.000.000 ກີບ. ນີ້ແມ່ນ ຕົວເລກທີ່ຊີ້ບອກເຖິງຜົນໄດ້ຮັບ ແລະ ໝາກຜົນຂອງການຈັດຕັ້ງປະ ຕິບັດໃນໄລຍະຜ່ານມາ, ສະມາຊິກ ກຊກ ສາມາດສ້າງລາຍໄດ້ເຂົ້າ ໃນຄອບຄົວ ໄດ້ເຖິງ 71.415.000 ກີບ ແລະ ສະມາຊິກຜູ້ກູ້ຢືມທຶນສາ ມາດສົ່ງຕົ້ນທຶນ ແລະ ດອກເບ້ຍ ໄດ້ ໃນໄລຍະສັນຍາ ແລະ ຈ່າຍຄືນ ທັງ ໝົດໄດ້ 100%. ນອກຈາກການສະໜອງເງິນ ຕົ້ນທຶນແລ້ວ, ທລຍ ຍັງໄດ້ສົມທົບ ກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຝຶກອົບຮົມເຕັກນິກວິຊາການ ດ້ານການລ້ຽງ ແລະ ການປ້ອງກັນ ພະຍາດສັດ ໃຫ້ກັບສະມາຊິກ ກຊກ ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມ ແລະ ສາມາດເຮັດໃຫ້ສະມາຊິກ ກຊກ ຈໍານວນໜື່ງ ກາຍເປັນຄອບ ຄົວຕົວແບບໃນການລ້ຽງໝູ ແລະ ລ້ຽງສັດປີກ. 3 ກຸ່ມ ກຊກ, ມີສະມາຊິກທັງໝົດ 45 ຄົນ ໃນນີ້ ເປັນເພດຍິງ 44 ຄົນ ແລະ ຄອບຄົວທຸກຍາກ 15 ຄອບ ຄົວ. ຜ່ານການຈັດຕັ້ງປະຕິບັດກິດ ຈະກໍາປັບປຸງຊີວີດການເປັນຢູ່ມາ ໄດ້ໄລຍະ 24 ເດືອນ ເຫັນວ່າມີ ຄວາມຄືບໜ້າຫລາຍຂຶ້ນ ເມື່ອສົມ ທຽບກັບໄລຍະກ່ອນ ທີ່ບໍ່ໄດ້ເຂົ້າ ຮ່ວມກິດຈະກຳກັບໂຄງການ ທລຍ. ແຕ່ດົນນານແລ້ວ ແຕ່ກໍລ້ຽງຕາມ ພາສາຊາວບ້ານລ້ຽງກິນພາຍໃນ ຄອບຄົວ ແລະ ຂາຍເພື່ອເປັນສິນຄ້າ ເລັກໜ້ອຍເທົ່ານັ້ນ ຍັງບໍເປັນລັກສະ ນະວິຊາການ ຈົນຕົກມາປີ 2019 ບໍລິສັດຊີພີລາວ ໄດ້ເຂົ້າມາສົ່ງເສີມ ປະຊາຊົນທີ່ມີຄວາມສົນໃຈ ແລະ ມີ ເງື່ອນໄຂສະດວກສະບາຍ ໃຫ້ເຂົ້າ ຮ່ວມການລ້ຽງໄກ່ສາມສາຍພັນ ໄດ້ລົງທຶນໃນເບື້ອງຕົ້ນແມ່ນ 70 ລ້ານກີບ ໃນການສ້າງຄອກເຮືອນ ໄກ່ນອນ, ເຈາະນໍ້າບາດານ, ດຶງໄຟ ຟ້າເຂົ້າແມ່ນທຶນຂອງຕົນເອງທັງ ໝົດ, ສ່ວນວ່າທາງບໍລິສັດແມ່ນສະ ໜອງລູກໄກ່ ແລະ ຫົວອາຫານໃຫ້ ແລະ ເຕັກນິກວິຊາການ ທີ່ຈະລົງມາ ໃຫ້ຄໍາແນະນໍາການລ້ຽງ, ການບົວ ລະບັດຮັກສາໄກ່ໃນຂັ້ນຕອນຕ່າງໆ ເມື່ອໄກ່ໃຫຍ່ແລ້ວກໍລົງມາເກັບຊື້. ສໍາລັບການລ້ຽງໄກ່ ເລີ່ມຕົ້ນ ແມ່ນ ສ້າງຄອກໄກ່ ຂະໜາດຂອງຄອກ ໄກ່ 60 x 8 ແມັດ , ການລ້ຽງແມ່ນ ຫ່າງໄກຈາກຊຸມຊົນປະມານ 500 ແມັດ, ເພື່ອບໍ່ໃຫ້ມັນສົ່ງກິ່ນເໝັນລົບ ກວນປະຊາຊົນອ້ອມຂ້າງ. ສ່ວນ ຜົນກໍາໄລ ທາງບໍລິສັດ ເພິ່ນຈະ ຄິດໄລ່ໃຫ້ຜູ້ລ້ຽງໄກ່ແມ່ນກິໂລໜຶ່ງ 2.300 ກີບ, ເພາະວ່າໄກ່ທີ່ບໍລິ ສັດເພິ່ນເອົາມາໃຫ້ລ້ຽງງວດໜຶ່ງ 5.000 ໂຕ (ໄກ່ນ້ອຍ) ລ້ຽງໃນໄລ ຍະ 08 ອາທິດ ຫລື ວ່າ 02 ເດືອນ ກວ່າກໍ່ຂາຍໄດ້, ຖ້າລ້ຽງຮອດກໍາ ນົດໄກ່ໂຕໜຶ່ງຈະຕົກຢູ່ປະມານໂລ ເຄິ່ງ, ຈາກການຂາຍງວດໜຶ່ງຈະ ໄດ້ເງິນນໍາບໍລິສັດປະມານ 13 ລ້ານ ກວ່າກີບ ປີໜຶ່ງຈະໄດ້ຂາຍໄກ່ຢູ່ 3 ງວດ ກໍຄິດເປັນເງິນ ເກືອບ 40 ລ້ານກີບ ນອກຈາກຂາຍໄກ່ແລ້ວ ຕົນເອງຍັງມີລາຍຮັບຈາກການ ຂາຍຂີ້ໄກ່ໃຫ້ກັບປະຊາຊົນອ້ອມ ຂ້າງອີກປະມານ 2-3 ລ້ານກີບ ຕໍ່ ສອງເດືອນ. ທ່ານ ຄໍາບູ່ ເວົ້າຕື່ມວ່າ: ພາຍ ຫລັງທີ່ໄດ້ຕັດສິນໃຈລ້ຽງໄກ່ສາມ ສາຍພັນໃຫ້ບໍລິສັດ ຊິພີລາວ ລາຍ ຮັບຂອງຄອບຄົວກໍໝັ້ນຄົງຂຶ້ນຈາກ ເມື່ອກ່ອນຫລາຍ ແລະ ໄດ້ຢ່າງສະ ໝໍ່າສະເໜີ ເຊິ່ງການລ້ຽງກໍບໍ່ໄດ້ ຫຍຸ້ງຍາກເພາະໄດ້ຮັບການຕິດຕາມ ຈາກບໍລິສັດ ໃນທຸກຂັ້ນຕອນການ ລ້ຽງ ແລະ ການເກັບຊື້ ສະນັ້ນ ປະ ຊາຊົນທ່ານໃດທີ່ມີຄວາມສົນໃຈ ກໍຢາກໃຫ້ຕັດສິນໃຈລົງມືເຮັດເພື່ອ ຄວາມສໍາເລັດຂອງທ່ານເອງ.

RkJQdWJsaXNoZXIy MTc3MTYxMQ==