5595

ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນໃຫ້ຮູ້ວ່າ: ຄະນະຜູ້ແທນ ແຂວງ ກາເມົາ ສສ ຫວຽດນາມ ນຳ ໂດຍສະຫາຍ ເຈີ່ນຮຶ້ວເຟືອກ ກໍາ ມະການປະຈໍາພັກແຂວງ, ຫົວໜ້າ ຄະນະພາຍໃນພັກແຂວງ ໄດ້ອວຍ ພອນການນໍາພັກ-ລັດ ແຂວງຄໍາ ມ່ວນ ເນື່ອງໃນໂອກາດປີໃໝ່ລາວ ພສ 2566 ໃນວັນທີ 5 ເມສາ 2023 ໂດຍໄດ້ຮັບການຕ້ອນຮັບ ຈາກ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງ ຄໍາມ່ວນ ພ້ອມ ດ້ວຍຄະນະ. ໂອກາດນີ້, ສະຫາຍ ເຈີ່ນຮຶ້ວ ເຟືອກ ໄດ້ຕາງໜ້າຄະນະພັກ, ອຳ ນາດການປົກຄອງແຂວງກາເມົາ ໄດ້ກ່າວຄຳອວຍພອນອັນປະເສີດ ມາຍັງສະຫາຍເລຂາພັກແຂວງ ແລະ ບັນດາການນຳຂອງແຂວງ, ຕະຫລອດຮອດພະນັກງານ, ທະ ຫານ, ຕຳຫລວດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຄຳມ່ວນ ທຸກຊັ້ນຄົນຈົ່ງມີສຸ ຂະພາບແຂງແຮງ, ມີຄວາມຜາສຸກ ທັງຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານ ມີຄວາມກ້າວໜ້າ ທັງອວຍພອນໃຫ້ມີຄວາມເບີກບານ ມ່ວນຊື່ນໃນການສະເຫລີມສະຫລອງ ປີໃໝ່ລາວ. ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະ ຫາຍ ເຈີ່ນຮື້ວເຟືອກ ພ້ອມດ້ວຍຄະ ນະ ທີ່ໄດ້ສະຫລະເວລາອັນມີຄ່າ ເດີນທາງມາອວຍພອນຄະນະການ ນໍາ ແລະ ປະຊາຊົນບັນດາເຜົ່າພາຍ ໃນແຂວງຄຳມ່ວນ ເນື່ອງໃນໂອ ກາດປີໃໝ່ລາວ ພສ 2566, ພ້ອມ ທັງຝາກຄວາມຢ້ຽມຢາມຖາມຂ່າວ ຜ່ານບັນດາສະຫາຍໄປຍັງ ສະຫາຍ ເລຂາພັກແຂວງ, ຄະນະບໍລິຫານ ງານພັກແຂວງ, ສະມາຊິກພັກ-ພະ ນັກງານ ແລະ ປະຊາຊົນຊົນ ແຂວງ ກາເມົາ ຈົ່ງມີຄວາມສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ, ພ້ອມທັງ ອວຍພອນໃຫ້ແກ່ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ ຂອງສອງຊາດລາວຫວຽດນາມ ເວົ້າສະເພາະແຂວງ ຄຳມ່ວນ-ກາເມົາ ຈົ່ງນັບມື້ນັບໝັ້ນ ຄົງທະນົງແກ່ນ ຕະຫລອດໄປ. ໂອກາດດຽວກັນນີ້, ຄະນະຜູ້ ແທນທັງສອງຝ່າຍ ໄດ້ຈັດກອງ ປະຊຸມພົບປະ ເພື່ອທົບທວນຄືນ ວຽກງານການພົວພັນຮ່ວມມື ຕາມ ເນື້ອໃນບົດບັນທຶກຊ່ວຍຈໍາ ທີ່ໄດ້ ລົງນາມຮ່ວມກັນໃນຊຸມປີຜ່ານມາ ເພື່ອເປັນການເສີມຂະຫຍາຍສາຍ ພົວພັນມິດຕະພາບການຮ່ວມມືໃນ ຕໍ່ໜ້າ ໃຫ້ມີຄວາມໜັກແໜ້ນ ແລະ ເປັນຮູບປະທໍາຫລາຍຂຶ້ນກວ່າເກົ່າ ເພື່ອເປັນການແລກປ່ຽນຄວາມຄິດ ຄວາມເຫັນ ແລະ ທົບທວນຕີລາຄາ ຜົນການຮ່ວມມືໃນໄລຍະຜ່ານມາ, ເພື່ອເປັນການຫ້າງຫາກະກຽມເນື້ອ ໃນ ການພົວພັນຮ່ວມມືໃນຕໍ່ໜ້າ ຂອງບັນດາຂະແໜງການ ເປັນຕົ້ນ ການຮ່ວມມືໃນຂົງເຂດກະສິກໍາ, ຂົງເຂດວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ ໃຫ້ມີຄວາມແທດ ເໝາະຖືກຕ້ອງສອດຄ່ອງ ກັບເງື່ອນ ໄຂທ່າແຮງ ເພື່ອຈະໄດ້ນໍາໄປສະເໜີ ຕໍ່ການນໍາຂອງສອງແຂວງສືບຕໍ່ໃນ ການພົວພັນຮ່ວມມືໃນຕໍ່ໜ້າໃຫ້ມີ ປະສິດທິຜົນ. gsfdko{dkora fmtok xtgmf]k; ( *** ຕໍ່ຈາກໜ້າ 1*** 7totz6h cmo c0;'dkg,q k v;prvo dkooe c0;'7e,j ;o .o3vdkfxu .\j ]k; 07/04/2023 [= ]y la f[q ;]trk dtly de c]t xj kw,h zj kodko8a fc]; c]t deoq frN omu j x6 dw,h ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 04 ເມສາ 2023 ນີ້, ບໍລິສັດ ບົວລະ ພາ ກະສິກຳ ແລະ ປ່າໄມ້ຈຳກັດຈັດ ກອງປະຊຸມຜ່ານຜົນການຕັດແລວ ແລະ ກຳນົດພື້ນທີ່ປູກໄມ້ຕົວຈິງ ຢູ່ເຂດບ້ານນໍ້າເພີນ ເມືອງໝື່ນ ໂດຍ ທ່ານ ເກດສະໜາ ສີສຸພັນທອງ ຫົວ ໜ້າທີມງານສຳຫລວດ ໄດ້ລາຍ ງານ ຜົນການຕັດແລວ ແລະ ກຳນົດ ພື້ນທີ່ປູກໄມ້ຕົວຈິງ ເຊິ່ງໄດ້ອີງຕາມ ບົດບັນທຶກ ຄັ້ງວັນທີ 23 ມີນາ 2023 ໂດຍເປັນເອກະພາບກັບ ອົງການປົກຄອງບ້ານ ວ່າເຂດທີ່ ເໝາະສົມແກ່ການປູກໄມ້ມີທັງໝົດ 986,58 ເຮັກຕາ. ໃນນັ້ນ, ມີທັງປ່າ ເຫລົ່າ ແລະ ໄຮ່. ແຕ່ຜ່ານການສໍາ ຫລວດປັກຫລັກໝາຍຕົວຈິງເຫັນ ວ່າ ເນື້ອທີ່ສາມາດປູກໄມ້ໄດ້ມີພຽງ 951,09 ເຮັກຕາ. ໃນນັ້ນ, ເປັນປ່າ ເຫລົ່າ 890,32 ເຮັກຕາ ແລະ ເປັນ ໄຮ່ 60,76 ເຮັກຕາ ແລະ ເນື້ອທີ່ໆບໍ່ ສາມາດປູກໄມ້ໄດ້ມີ35,49 ເຮັກຕາ. ໂອກາດນີ້, ທ່ານ ມິດສາຄອນ ອິນ ທະປັດຖາ ປະທານແນວລາວສ້າງ ຊາດ ເມືອງໝື່ນ ໄດ້ຍົກໃຫ້ເຫັນເຖິງ ຈຸດດີ ແລະ ຜົນໄດ້ຮັບຈາກການມີ ສ່ວນຮ່ວມ ກັບບໍລິສັດບົວລະພາ, ພ້ອມທັງບອກເຖິງນະໂຍບາຍຂອງ ບໍລິສັດ ບົວລະພາ ແລະ ຜົນປະ ໂຫຍດທີ່ຈະໄດ້ຮັບ ເປັນຕົ້ນແມ່ນ ກະສິກອນຍັງຈະໄດ້ລາຍຮັບຈາກ ການເຮັດວຽກຮ່ວມກັນກັບບໍລິສັດ ແລະ ອົງການປົກຄອງບ້ານ ຍັງຈະ ໄດ້ຮັບກອງທຶນພັດທະນາບ້ານຈາກ ບໍລິສັດຕື່ມອີກ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຕ່າງກໍໄດ້ປະກອບຄໍາເຫັນ, ສະເໜີ ແລກປ່ຽນ ເພື່ອເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດຕໍ່ໜ້າ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ມີຄຳ ເຫັນຕໍ່ຄຳສະເໜີ ແລະ ສ້າງຄວາມ ເປັນເອກະພາບກັນ. sh v';j kdkoc0;'9exkla d v;prvo 7totdv'[a o-kdko xdl c0;' ຂປລ, ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຄະນະນຳຫ້ອງ ວ່າການແຂວງຈຳປາສັກ ນຳໂດຍ ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າ ຫ້ອງວ່າການແຂວງຈຳປາສັກ ໄດ້ ເຂົ້າອວຍພອນທ່ານພັນເອກສຸກພະ ຈັນ ສີລາເພັດ ຫົວໜ້າກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ຈຳປາສັກ ພ້ອມດ້ວຍຄະນະພັກ-ຄະ ນະບັນຊາ ກອງບັນຊາການ ປກສ ແຂວງຈຳປາສັກ ໃນວັນທີ 4 ເມສາ 2023, ທີ່ກອງບັນຊາການ ປກສ ແຂວງ ເນື່ອງໃນໂອກາດວັນສ້າງ ຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມາສາ 19615 ເມສາ 2023). ໂອກາດນີ້, ທ່ານ ວັນນະໄຊ ຊາດ ຕະກຸນ ໄດ້ກ່າວຄຳອວຍພອນໄຊ ອັນປະເສີດມາຍັງ ທ່ານ ພັນເອກ ສຸກພະຈັນ ສີລາເພັດ ຫົວໜ້າກອງ ບັນຊາການປກສແຂວງ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ກອງບັນ ຊາການ ປກສ ແຂວງ, ຕະຫລອດ ຮອດນາຍ ແລະ ພົນຕຳຫລວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ຈົ່ງມີສຸຂະພາບ ແຂງແຮງ ມີພະລານາໄມສົມບູນ ເຮັດສໍາເລັດໜ້າທີ່ການເມືອງຕາມ ຄາດໝາຍທີ່ວາງໄວ. ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ທ່ານຫົວໜ້າກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ຈຳປາສັກ ພ້ອມຄະນະໃນການນຳ ພາ-ຊີ້ນຳ ຂົງເຂດກຳລັງປ້ອງກັນ ຄວາມສະຫງົບໃນການນຳພົວພັນ, ປະສານສົມທົບກັບຫ້ອງວ່າການ ແຂວງ ແລະ ພາກສ່ວນຕ່າງໆ ໃນ ການບໍລິການຮັບໃຊ້ການນຳ ແລະ ປະຊາຊົນ ກໍຄືວຽກງານວິຊາສະ ເພາະ ຄຽງຄູ່ກັບການປ້ອງກັນ ຄວາມສະຫງົບ ຄວາມເປັນລະບຽບ ຮຽບຮ້ອຍ ຢູ່ໃນສັງຄົມຢ່າງແຂງ ແຮງ ແລະ ການອວຍພອນນີ້, ຍັງ ເປັນການສະແດງເຖິງຄວາມຮູ້ ບຸນຄຸນ ຕໍ່ກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ, ມູນເຊື້ອແຫ່ງການ ນຳພາອັນປີຊາສາມາດສະຫລາດ ສ່ອງໃສຂອງພັກເຮົາ ໃນພາລະກິດ ການປະຕິວັດປົດປ່ອຍຊາດໃນເມື່ອ ກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃນປັດຈຸບັນ. ກຽມກໍ່ສ້າງ... ຫລັງສຳເລັດການກໍ່ສ້າງ ແມ່ນ ຈະເປີດໃຫ້ມີການຄ້າຂາຍຢ່າງເປັນ ປົກກະຕິ. ສ່ວນຜູ້ປະກອບການ, ຊາວ ຄ້າຂາຍ ແລະ ປະຊາຊົນທີ່ມີຄວາມ ສົນໃຈຈັບຈອງຮ້ານຄ້າສາມາດປະ ສານນໍາຫ້ອງການຈັດສັນຕະຫລາດ ຂົວດິນ. ທ່ານ ວິລິດ ແສງດາລາ ຜູ້ອຳ ນວຍການ ບໍລິສັດ ລຽງເຮັງ ການ ຄ້າ ບໍລິສັດຈັດສັນຕະຫລາດຈຳກັດ ໄດ້ກ່າວໃນໂອກາດຖະແຫລງຂ່າວ ວັນທີ 6 ເມສາ 2023 ນີ້ວ່າ: ຜ່ານ ການຄົ້ນຄວ້າ ແລະ ສໍາຫລວດເຫັນ ວ່າຕະຫລາດໜອງຈັນໃນປັດຈຸບັນ ມີສະພາບທີ່ເກົ່າ ແລະ ບໍ່ທັນສະໄໝ ເນື່ອງຈາກຖືກນໍາໃຊ້ເປັນເວລາ 40 ປີ; ສະນັ້ນທາງບໍລິສັດ ຈຶ່ງໃຫ້ຄວາມ ສຳຄັນຕໍ່ການພັດທະນາການກໍ່ສ້າງ ໃໝ່ໃຫ້ກາຍເປັນຕະຫລາດແບບຢ່າງ ທີ່ທັນສະໄໝ, ສະດວກ, ສະອາດ, ປອດໄພ, ການບໍລິການທີ່ດີ ແລະ ເປັນຕະຫລາດທາງດ້ານວັດທະນະ ທໍາ, ສົ່ງເສີມເອກະລັກຄວາມເປັນ ລາວ ແຕ່ຍັງຄົງຮັກສາຮູບແບບການ ຄ້າຂາຍຄືເກົ່າຍັງເປັນຕະຫລາດສົດ, ຕະຫລາດຂາຍສົ່ງ-ຂາຍຍ່ອຍ ແລະ ມີສິນຄ້າຫລາຍຮູບແບບ ເພື່ອຕ້ອນ ຮັບນັກທ່ອງທ່ຽວທີ່ຈະເດີນທາງ ເຂົ້າມາເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມສຸດຍອດອາຊຽນ ໃນປີ 2024. ສຳລັບການພັດທະນາ ແລະ ກໍ່ ສ້າງຕະຫລາດໜອງຈັນໃໝ່ນີ້, ບໍລິ ສັດລຽງເຮັງການຄ້າບໍລິການຈັດ ສັນຕະຫລາດ ຈຳກັດ ເປັນຜູ້ລົງທຶນ ທັງໝົດ 100% ບໍ່ໄດ້ຂາຍຮຸ້ນ ຫລື ຮ່ວມທຶນກັບບໍລິສັດຕ່າງປະເທດ. ຂ່າວ: ຈອນນີ ຂັນທະວີວົງ ພາບ: ອ່າຍຄຳ ຂປລ. ສະພາບໄຟໄໜ້ລາມ ປ່າສະຫງວນພູພະນັງ ເຂດເມືອງ ສັງທອງ ນະຄອນຫລວງວຽງຈັນ ເກີດຂຶ້ນອີກເປັນຄັ້ງທີສອງ ຊຶ່ງຄັ້ງ ທຳອິດແມ່ນໄດ້ເກີດຂຶ້ນໃນວັນທີ 20-30 ມີນາ 2023 ຊຶ່ງສາມາດ ດັບມອດໄດ້ແລ້ວ. ຕໍ່ມາໃນວັນທີ 4 ເມສາ 2023 ສະພາບໄຟໄໝ້ ໄດ້ເກີດຂຶ້ນອີກ ແລະ ແພ່ລາມເປັນ ວົງກວ້າງ ຊຶ່ງຮອດປັດຈຸບັນທຸກ ພາກສ່ວນໄດ້ສຸມກຳລັງເຂົ້າໃນການ ດັບມອດ. ກຳລັງຕົ້ນຕໍທີ່ເຂົ້າໄປດັບ ມອດໄຟໄໝ້ລາມປ່າໃນຄັ້ງນີ້ ແມ່ນ ກຳລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ສົມທົບກັບບັນດາອົງການ ຈັດຕັ້ງພາຍໃນເມືອງ ແລະ ບ້ານຕ່າງ ໆທີ່ຢູ່ໃກ້ຄຽງປ່າສະຫງວນແຫ່ງຊາດ ພູພະນັງ ຊຶ່ງໃນການປະຕິບັດໜ້າມີ ຄວາມຫຍຸ້ງຍາກພໍສົມຄວນ ເນື່ອງ ຈາກຈຸດໄຟໄໝ້ເປັນເຂດພູຜາປ່າດົງ ສູງຊັນ, ຫຍຸ້ງຍາກໃນການເດີນທາງ ແລະ ນຳເອົາອຸປະກອນດັບມອດໄຟ ເຂົ້າໄປ, ອຸປະກອນດັບມອດໄຟກໍມີ ຈຳກັດ ແລະ ປະຖົມປະຖານ ຈຶ່ງເຮັດ ໃຫ້ການປະຕິບັດໜ້າທີ່ມີຄວາມຫຍຸ້ງ ຍາກພໍສົມຄວນ. ດັ່ງທີ່, ທ່ານ ພົງສະຫວັນ ສີລິ ພັນ ເຈົ້າເມືອງສັງທອງ ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້ ສະພາບໄຟໄໝ້ ລາມປ່າສະຫງວນແຫ່ງຊາດພູພະ ນັງໄດ້ແພ່ລາມໄປຫລາຍຈຸດ ແລະ ເກີດຂຶ້ນເປັນຄັ້ງທີສອງ. ພາຍຫລັງ ເກີດເຫດການໃນຄັ້ງທຳອິດທຸກ ພາກສ່ວນພາຍໃນເມືອງ ກໍໄດ້ສຸມ ກຳລັງໃນການປ້ອງກັນ ແຕ່ເຫດການ ດັ່ງກ່າວກໍຍັງເກີດຂຶ້ນ ຊຶ່ງສາເຫດ ຕົ້ນຕໍຍ້ອນການທຳມາຫາກິນຂອງ ປະຊາຊົນແລ້ວຂາດສະຕິໃນການ ດັບມອດ ຈຶ່ງກໍ່ໃຫ້ເກີດໄຟໄໝ້ລາມ ຕື່ມອີກ ໂດຍພາຍຫລັງໄດ້ສຳຫລວດ ເຫັນວ່າ ຈະແກ້ໄຂໃນມື້ໜຶ່ງໃຫ້ໄດ້ ແມ່ນຫຍຸ້ງຍາກ. ດັ່ງນັ້ນ, ຕ້ອງໄດ້ ປະສານທາງເມືອງນາຊາຍທອງ *** ຕໍ່ຈາກໜ້າ 1*** ທຸກພາກສ່ວນ.... ນະຄອນຫລວງວຽງຈັນ ແລະ ເມືອງ ໂພນໂຮງ ແຂວງວຽງຈັນ ເພື່ອໃຫ້ມີ ວິທີຮ່ວມກັນ ຈຶ່ງສາມາດແກ້ໄຂໄດ້. ສຳລັບກຳລັງຫລັກທີ່ສຸມໃສ່ການ ດັບມອດໄຟຄັງນີ້ແມ່ນກຳລັງ ປກສ, ປກຊ ພະນັກງານລັດຖະກອນພາຍໃນ ຂອງເມືອງ ລວມທັງອຳນາດການ ປົກຄອງ, ພໍ່ແມ່ປະຊາຊົນບັນດາບ້ານ ພາຍໃນເມືອງ ຊຶ່ງມື້ໜຶ່ງນຳໃຊ້ກຳລັງ ພົນບໍ່ຫລຸດ 200 ກວ່າຄົນ. ການເຂົ້າ ໄປດັບມອດຄັ້ງນີ້ແມ່ນໃຊ້ການຍ່າງ ເປັນຕົ້ນຕໍ ເນື່ອງເປັນຈຸດເກີດເຫດ ເປັນຜາສູງຊັນ, ມີຄວາມອັນຕະລາຍ ແລະ ຫຍຸ້ງຍາກພໍສົມຄວນໃນການ ເດີນທາງ, ອຸປະກອນທີ່ນຳໃຊ້ເຂົ້າ ໃນການດັບມອດໄຟກໍແບບປະຖົມ ປະຖານ ຈຶ່ງມີຄວາມຫຍຸ້ງຍາກພໍສົມ ຄວນໃນການປະຕິບັດໜ້າທີ່. ສຳລັບມາດຕະການໃນການສະ ກັດກັ້ນໄຟໄໝ້ລາມປ່ານັ້ນ ທ່ານເຈົ້າ ເມືອງສັງທອງ ໃຫ້ວ່າ: ໄດ້ເລີ່ມຈັດຕັ້ງ ປະຕິບັດແຕ່ເດືອນມັງກອນ ໂດຍທາງ ເມືອງໄດ້ມີແຈ້ງການກ່ຽວກັບການ ຕ້ານໄຟໄໝ້ລາມປ່າ ທັງແຕ່ງຕັ້ງຄະ ນະຮັບຜິດຊອບ, ຄະນະກຳການ, ມີ ຄະນະຮັບຜິດຊອບແຕ່ລະບ່ອນ. ພ້ອມ ທັງນຳເອົາແຈ້ງການໄປໂຄສະນາ ເຜີຍແຜ່ ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນ ເຮັດທຸກຮູບແບບ, ທຸກລະດັບ, ທຸກ ເປົ້າໝາຍ ໂດຍສະເພາະເປົ້າໝາຍ ທີ່ມີຄວາມສ່ຽງ ເພື່ອເຕືອນພໍ່ແມ່ ປະຊາຊົນໃຫ້ມີສະຕິລະວັງຕົວໃນ ການຊົມໃຊ້ໄຟເຂົ້າໃນການຜະລິດ ກະສິກຳ. ແຕ່ເຫດການໄຟໄຟລາມ ປ່າກໍຍັງເກີດຂຶ້ນ ຊຶ່ງພາຍຫລັງມີເຫດ ການເກີດຂຶ້ນ ພວກເຮົາກໍມີຄຳສັ່ງ ຂອງເມືອງ ໂດຍຫ້າມເດັດຂາດພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານຕຳຫລວດ, ນິຕິບຸກຄົນໄປທຳມາຫາ ກິນໄປເຄື່ອນໄຫວຢູ່ເຂດປ່າປ້ອງກັນ, ປ່າສະຫງວນ, ປ່າຕົ້ນນ້ຳເດັດຂາດ. ອະນຍາດໃຫ້ມີແຕ່ເຈົ້າໜ້າທີ່ມອດ ໄຟເທົ່ານັ້ນທີ່ສາມາດເຂົ້າໄປໄດ້, ຖ້າ ຫາກພົບເຫັນການເຄື່ອນໄຫວບຸກລຸກ ຫລື ຈູດວັດສະພືດ, ຈູດໄຮ່, ຈູດ ສວນ ຈະດຳເນີນຄະດີຕາມລະບຽບ ກົດໝາຍຢ່າງເຂັ້ມງວດ.

RkJQdWJsaXNoZXIy MTc3MTYxMQ==