xtgmf]k; 6 07/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຂ່າວ: ມາລິດາ ໂດຍ: ເກີດຂວັນໃຈ ມາລີຈັນສີ dkoxj Pocx' c]t dkolh k'8A 'leoa dry , ຂ້ອງ. ອົງການຄຸ້ມຄອງການພິມ ຈໍາໜ່າຍຕ້ອງພິຈາລະນາພາຍ ໃນກໍານົດເວລາ ສິບຫ້າວັນລັດຖະ ການນັບແຕ່ວັນໄດ້ຮັບຄໍາຮ້ອງ ດັ່ງກ່າວ ເປັນຕົ້ນໄປ, ໃນກໍລະນີທີ່ ບໍ່ສາມາດອະນຸຍາດໄດ້ກໍຕ້ອງ ແຈ້ງຄືນໃຫ້ຜູ້ຮ້ອງຂໍນັ້ນຊາບຢ່າງ ເປັນລາຍລັກອັກສອນ. ການສ້າງຕັ້ງໂຮງພິມ, ຮ້ານ ພິມ ແລະ ຮ້ານອອກແບບພິມຕ້ອງ ມີເງື່ອນໄຂ ດັ່ງນີ້: ຊື່, ຈຸດປະສົງ, ເປົ້າໝາຍຮັບໃຊ້ຂອງຕົນ, ບົດວິ ພາກເສດຖະກິດເຕັກນິກ ແລະ ຜົນ ກະທົບຕໍ່ສິ່ງແວດລ້ອມ; ສະຖານ ທີ່, ພາຫະນະ, ອຸປະກອນເຕັກນິກ, ທຶນ ເພື່ອຮັບປະກັນໃຫ້ແກ່ການ ເຄື່ອນໄຫວວຽກງານຂອງຕົນ; ບຸກຄະລາກອນທີ່ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດດ້ານການ ພິມ; ໄດ້ຮັບອະນຸມັດຈາກຂະແໜງ ການທີ່ກ່ຽວຂ້ອງ. * ເມື່ອເຈົ້າຂອງສໍານັກພິມ ມີ ຈຸດປະສົງປ່ຽນຊື່ສໍານັກພິມ, ເປົ້າ ໝາຍຮັບໃຊ້ຂອງສໍານັກພິມຕ້ອງ ໄດ້ຂໍອະນຸຍາດ ຈາກອົງການຄຸ້ມ ຄອງການພິມຈໍາໝ່າຍທີ່ກ່ຽວ ຂ້ອງຕາມການສະເໜີຂອງເຈົ້າ ຂອງສໍານັກພິມນັ້ນ. ໃນກໍລະນີ ທີ່ມີການຍົກຍ້າຍສະຖານທີ່ສໍາ ນັກພິມ ຫລື ການຍຸບເລີກສຳນັກ ພິມ ກໍຕ້ອງລາຍງານເປັນລາຍລັກ ອັກສອນ ໃຫ້ອົງການຄຸ້ມຄອງ ການພິມຈໍາໜ່າຍ ຢ່າງຊ້າພາຍ ໃນ ກໍານົດເວລາສິບຫ້າວັນລັດຖະ ການນັບແຕ່ວັນ ໄດ້ຍົກຍ້າຍໄປຢູ່ ສະຖານທີ່ໃໝ່ຫລື ໄດ້ຍຸບເລີກເປັນ ຕົ້ນໄປ. ສຳລັບບຸກຄົນແລະການຈັດຕັ້ງ ທີ່ມີຈຸດປະສົງສ້າງຕັ້ງໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ ຕ້ອງຍື່ນຄາໍຮ້ອງ ຕໍ່ອົງການຄຸ້ມ ຄອງການພິມຈໍາໜ່າຍທີ່ກ່ຽວ ພາະກອ xtgmflt,k-y dc,j oE0v' rh v,da o-5 dp6h dkora fmtokglf4tdy f{la '7q , c[[pn opq ' * ແມ່ນໍ້າຂອງປຽບດັ່ງສາຍ ເລືອດເສັ້ນໃຫຍ່ທີ່ຫລໍ່ລ້ຽງຄົນໃນ ຂົງເຂດອາຊີຕາເວັນອອກສຽງໃຕ້ ເຊິ່ງເປັນແຫລ່ງຊັບພະຍາກອນ ນໍ້າ ເພື່ອອຸປະໂພກ-ບໍລິໂພກສໍາລັບ ການຜະລິດກະສິກໍາ, ອຸດສາຫະກໍາ ແລະ ການປະມົງໃຫ້ແກ່ປະຊາຊົນ ໃນ 6 ປະເທດທີ່ມີແມ່ນໍ້າຂອງໄຫລ ຜ່ານເຊັ່ນ:ສປຈີນ,ສປປລາວ,ມຽນ ມາ, ໄທ, ກໍາປູເຈຍ ແລະ ຫວຽດ ນາມ. ນອກຈາກມີຄວາມສໍາຄັນທີ່ ເປັນແຫລ່ງຊັບພະຍາກອນນໍ້າ ແລະ ເສັ້ນທາງຄົມມະນາຄົມແລ້ວແມ່ ນໍ້າຂອງຍັງມີຄວາມສໍາຄັນໃນຖານະ ເຊື່ອມໂຍງຄວາມສໍາພັນລະຫວ່າງ ປະເທດໃນອະນຸພາກພື້ນກຸ່ມແມ່ນໍ້າ ຂອງ, ຄູ່ຮ່ວມມືສາກົນ, ເພື່ອນມິດ ສາກົນ ແລະ ປະເທດອື່ນໆໃນໂລກ. ຮ່ວມກັນປຶກສາຫາລື ແລະ ແລກ ປ່ຽນຄວາມຄິດຄວາມເຫັນຢ່າງກົງ ໄປກົງໃນການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ, ຄວາມໝັ້ນຄົງຂອງນໍ້າ, ການ ຮັບມືກັບສະພາບການປ່ຽນແປ່ງ ດິນຟ້າອາກາດ, ການຈັດການບໍລິ ຫານນໍ້າ, ການພັດທະນາແບບຍືນ ຍົງ, ການຄົມມະນາຄົມ ແລະ ອື່ນໆ. ໃນໂອກາດເປີດກອງປະຊຸມລັດ ຖະມົນຕີ ເພື່ອກະກຽມກອງປະຊຸມ ສຸດຍອດຄະນະກໍາມາທິການແມ່ນໍ້າ ຂອງສາກົນຄັ້ງທີ 4, ທ່ານນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະທານຄະນະ ກໍາມະການແມ່ນໍ້າຂອງແຫ່ງຊາດ ສະມາຊິກສະພາມົນຕີ ຄະນະກໍາມາ ທິການແມ່ນໍ້າຂອງສາກົນໄດ້ກ່າວ ວ່າ: ໃນໄລຍະ 28 ປີຜ່ານມາ, ຄະ ນະກໍາມາທິການແມ່ນໍ້າຂອງສາ ກົນ ສາມາດບັນລຸໄດ້ບັນດາໝາກ ຜົນອັນສໍາຄັນຫລາຍດ້ານເປັນຕົ້ນ ແລະ ທົນທານຕໍ່ສະພາບການປ່ຽນ ແປງຂອງດິນຟ້າອາກາດໃນອ່າງ ແມ່ນໍ້າຂອງ. ຜົນສໍາເລັດດັ່ງກ່າວ, ແມ່ນໝາກຜົນຂອງຄວາມພະຍາ ຍາມຮ່ວມກັນ ແລະ ການຮ່ວມມືໄວ້ ເນື້ອເຊື່ອໃຈກັນຂອງທຸກປະເທດສະ ມາຊິກ, ຄະນະກໍາມາທິການແມ່ນໍ້າ ຂອງສາກົນ ພາຍໃຕ້ສັນຍາແມ່ນໍ້າ ຂອງປີ 1995. ເຖິງຢ່າງໃດກໍຕາມ, ຄໍາໝັ້ນສັນຍາທາງດ້ານການເມືອງ ສູງສຸດ ແມ່ນໄດ້ຮັບການຜັນຂະ ຫຍາຍ ໃນປີ1995 ພວກເຮົາໄດ້ຮັດ ແໜ້ນການຮ່ວມມືເປັນອັນໜຶ່ງອັນ ດຽວກັນ ໂດຍຜ່ານສົນທິສັນຍາ ສາກົນ-ສັນຍາແມ່ນໍ້າຂອງປີ 1995 ໂດຍ ໄດ້ສ້າງຕັ້ງເວທີໃຫ້ແກ່ຄະນະ ກໍາມາທິການແມ່ນໍ້າຂອງ ສາກົນ- ອົງການຈັດຕັ້ງສໍາລັບອ່າງແມ່ນໍ້າ ຂອງລະຫວ່າງລັດຖະບານທີ່ມີບັນ ດາປະເທດສະມາຊິກເປັນຜູ້ຄຸ້ມ ຄອງຢ່າງແທ້ຈິງ ເຊິ່ງໄດ້ສະແດງ ອອກເຖິງຄວາມພາກພູມໃຈເປັນ ຢ່າງຍິ່ງ, ຄວາມພະຍາຍາມຢ່າງສູງ ແລະ ຄວາມຮັບຜິດຊອບທີ່ພວກ ເຮົາໄດ້ປະຕິບັດຮ່ວມກັນ. ຈາກຂໍ້ມູນຂອງອາຊຽນໄດ້ມີ ການລາຍງານວ່າ: 5 ປະເທດນອນ ໃນບັນດາສະມາຊິກອາຊຽນທີ່ມີ ຊາຍແດນ ແລະ ອາໃສຢູ່ລຽບຕາມ ແມ່ນໍ້າຂອງເຊັ່ນ:ສປປລາວ,ຫວຽດ ນາມ, ກໍາປູເຈຍ, ໄທ, ມຽນໄດ້ປະ ກອບສ່ວນຍູ້ຊຸກຍູ້ ແລະ ສົ່ງເສີມ ເຮັດໃຫ້ເສດຖະກິດໃນຂົງເຂດອາ ຊີຕາເວັນອອກສຽງໃຕ້ເຕີບໃຫຍ່ ຂະຫຍາຍຕົວຢ່າງໜ້າສົນໃຈ. ນອກ ຈາກນັ້ນຍັງເປັນຄັງສະບຽງອາ ຫານໃຫ້ພາກພື້ນ ແລະ ສາກົນອີກ ດ້ວຍ ຕົວຢ່າງ ການພົວພັນການຄ້າ ລະຫວ່າງອາຊຽນ-ຈີນ ເຫັນວ່າເປັນ ຄູ່ຄ້າລາຍໃຫຍ່ສຸດຂອງຈີນ ແລະ ການຄ້າສອງຝ່າຍໄດ້ສືບຕໍ່ເພີ່ມ ຂຶ້ນສະເລ່ຍ 9,6% ຕໍ່ປີ, ສອງເດືອນ ທໍາອິດຂອງປີ 2023 ການພົວພັນ ການ ຄ້າສອງສົ້ນອາຊຽນ-ຈີນ ບັນ ລຸຫລາຍກວ່າ 950 ຕື້ຢວນ ຫລື ປະມານ 137 ຕື້ໂດລາ; ການພົວ ພັນການຄ້າລະຫວ່າງອາຊຽນ-ເອີ ຣົບ ຖືວ່າອາຊຽນເປັນຄູ່ລາຍໃຫຍ່ ອັນດັບທີ 3 ຂອງເອີຣົບ ສ່ວນສະ ຫະລັດ ເປັນຄູ່ຄ້າລາຍໃຫຍ່ອັນດັບ ທີ 2 ຂອງອາຊຽນ. ແມ່ນການສ້າງວິໄສທັດຮ່ວມກັນ ເພື່ອເຮັດໃຫ້ເສດຖະກິດຈະເລີນຮຸ່ງ ເຮືອງ, ສັງຄົມມີຄວາມຍຸຕິທໍາ, ສິ່ງແວດລ້ອມມີ ຄວາມອຸດົມສົມບູນ ດັ່ງທີ່ຮູ້ນໍາກັນສະເພາະປີ 2023 ນີ້ ສປປ ລາວໄດ້ເປັນເຈົ້າພາບຈັດ ກອງປະຊຸມສຸດຍອດຄະນະກໍາມາ ທິການແມ່ນໍ້າຂອງສາກົນຄັ້ງທີ 4 ພາຍໃຕ້ຫົວຂໍ້ທີ່ວ່າ “ນະວັດຕະກໍາ ແລະ ການຮ່ວມມືເພື່ອຄໍ້າປະກັນ ຄວາມຍືນຍົງຂອງແມ່ນໍ້າຂອງ” ໄດ້ ກາຍເປັນຂີດໝາຍສໍາຄັນໃນການ ສົ່ງເສີມການຮັດແໜ້ນຂອບການ ຮ່ວມມືລະຫວ່າງສະມາຊິກດ້ວຍ ກັນ, ຄູ່ຮ່ວມມື, ອົງການຈັດຕັ້ງສາ ກົນ ແລະ ປະເທດອື່ນໆ ພ້ອມນີ້ຍັງ ເປັນການກະກຽມຄວາມພ້ອມຮັບ ມືສິ່ງທ້າທາຍຮອບດ້ານໃນອະນາ ຄົດ. ຕະຫລອດ 4 ວັນຂອງກອງປະ ຊຸມນັ້ນ ຖືວ່າເປັນໂອກາດທີ່ດີສໍາລັບ ບັນດາສະມາຊິກແມ່ນໍ້າຂອງ, ຄູ່ ຮ່ວມມື, ອົງການຈັດຕັ້ງສາກົນ ແລະ ປະເທດອື່ນໆທີ່ກ່ຽວຂ້ອງຈະໄດ້ * ຈົບໄປແລ້ວກັບງານ -Bo 4IorU 'JMm "XBrET ງານປະກວດ ຮູບເງົາສັ້ນທີ່ຍິ່ງໃຫຍ່ຂອງລາວ ທີ່ຈັດ ຂຶ້ນ ຢູ່ວຽງຈັນເຊັນເຕີ ໃນທ້າຍອາທິດ ຜ່ານມາ ເຊິ່ງປີນີ້ ມີແຕ່ທີມຄຸນນະພາບ ເຂົ້າຮ່ວມແຂ່ງຂັນ ແລະ ມີຮູບເງົາສັ້ນ ສົ່ງເຂົ້າຮ່ວມປະກວດຫລາຍເຖິງ 30 ເລື່ອງ ທີ່ມີຄວາມຍາວບໍ່ເກີນ 3 ນາທີ ແລ້ວແຕ່ລະເລື່ອງກໍມີແຕ່ເລື່ອງທີ່ໜ້າ ສົນໃຈ ແລະ ສື່ຄວາມໝາຍໃນຫລາຍ ຮູບ ທີ່ແຕກຕ່າງ ຕາມໄອເດຍຂອງ ແຕ່ລະທີມ ເຊິ່ງບອກເລີຍວ່າປີນີ້ ທີມ ,omoEo QroEVcUJoO ມາແຮງ ສຸດໆສາມາດຍາດໄດ້ເຖິງ 5 ລາງວັນ ຈາກງານໃນຄັ້ງນີ້ ໄດ້ແກ່ລາງວັນ 5Ie #eTU 'JMm, #eTU EEJUJOH , #eTU 4crJQU , #eTU "cUJOH ແລະ 5Ie MoTU 7JeXeE. ພາຍຫລັງທີ່ໄດ້ຮັບລາງວັນ ທີມ ,omoEo QroEVcUJoO ໄດ້ເຜີຍ ຄວາມຮູ້ສຶກເຖິງແຮງບັນດານໃຈວ່າ: ທີມຂອງພວກເຮົາ ມີສະມາຊິກທັງ ໝົດລວມໂຕກັນ ດ້ວຍຄວາມມັກໃນ ການສ້າງຮູບເງົາ ແລະ ຢາກເຫັນ ຮູບເງົາລາວ ກ້າວຂຶ້ນໄປສູ່ລະດັບສາ ກົນເພື່ອໃຫ້ຄົນທົ່ວໂລກຮູ້ວ່າ ຮູບເງົາ ລາວກໍມີດີບໍ່ໄດ້ນ້ອຍໜ້າປະເທດອື່ນ ໂດຍໃນງານຄັ້ງນີ້ ພວກເຮົາໄດ້ສົ່ງໜັງ ເຂົ້າປະກວດ 2 ເລື່ອງ ຄື: ເງົາຂອງ ດວງຈັນ ແລະ ໃບ (ບໍ່) ປະກາດ ໂດຍ ເລື່ອງເງົາຂອງດວງຈັນ: ໄດ້ແຮງບັນ ດານໃຈມາຈາກຄວາມເປັນຈິງຂອງ ສັງຄົມລາວໃນປັດຈຸບັນ ໃນຫລາຍ ເລື່ອງທີ່ເກີດຂຶ້ນ ບ່ໍວ່າຈະເປັນເລື່ອງທີ່ ດີ ແລະ ບໍ່ດີ ທີ່ເກີດຂຶ້ນ ທີ່ເຮັດໃຫ້ເຮົາ ຕ້ອງຮູ້ປັບໂຕເອງເພື່ອການຢູ່ລອດໄດ້ ໃນສັງຄົມ. ສຸດທ້າຍຂໍ ຝາກໃຫ້ທຸກຄົນ ຕິດຕາມ ແລະ ຮັບຊົມຜົນງານຂອງ ພວກເຮົາຕໍ່ໄປແດ່ເດີ້ ພວກເຮົາຈະນໍາ ເອົາຂໍ້ຜິດພາດນໍາໄປປັບປຸງແລ້ວ ຜະ ລິດຜົນງານດີໆ ແລະ ມີຄຸນນະພາບ ແບບນີ້ອອກມາອີກເລື້ອຍໆ ຮັບປະກັນ ວ່າທຸກຄົນຈະບໍ່ຜິດຫວັງແນ່ນອນ. ສາມາດຕິດຕາມການເຄື່ອນໄຫວ ໄດ້ທີ່: PBHe: ,omoEo ProEVcUJoO ,:oV5VCe: ,omoEo QroEVcUJoO ,5JLUoL : LomoEo@QroEVcUJoO. mu ,373f3,t 7;h k 5 ]k';a o dkoc0j '0a olh k'I6 [g'q klA o
RkJQdWJsaXNoZXIy MTc3MTYxMQ==