5595

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 07/04/2023 xtgmf]k; 4 3]d c]t gsfdko ຕໍ່າກໜ້າ ຕໍ່າກໜ້າ [5 ozu 30o xtgrou 8k,7;k,g-n j v0v'-k;g,n v'xkd]kp *ບຸນຜີໂຂນ ເມືອງປາກລາຍ ແຂວງໄຊຍະບູລີ ເປັນປະເພນີທີ່ສືບ ຕໍ່ກັນມາຫລາຍຊົ່ວອາຍຸຄົນຕິດພັນ ກັບບຸນພະເຫວດສັນດອນ ຊຶ່ງຈັດ ຂຶ້ນທຸກໆປີໃນວັນບຸນມາຄະບູຊາຖື ວ່າເປັນບຸນທີ່ໃຫຍ່ອັນດັບສອງຂອງ ເມືອງປາກລາຍ ກໍ່ວ່າໄດ້ (ນອກ ຈາກບຸນຊ່ວງເຮືອຈັດຂຶ້ນເພື່ອເປັນ ການອະນຸລັກຮັກສາເອກະລັກວັດ ທະນະທຳຮີດຄອງປະເພນີອັນດີ ງາມຂອງຊາດ ແລະ ຂອງທ້ອງຖິ່ນ ໃຫ້ເປັນທີ່ເຜີຍແຜ່ກວ້າງຂວາງແລະ ສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ຂອງຊາວເມືອງປາກລາຍ ແຂວງ ໄຊຍະບູລີ. ບຸນຜີໂຂນ ມີທີ່ໄປທີ່ມາຕາມ ຄວາມເຊື່ອຂອງຄົນບູຮານໂດຍສັງ ເຂບດັ່ງນີ້: ຖ້າຈະຫວນຄືນເລື່ອງ ພະເຫວດກໍຄົງຈະເປັນທີ່ເຂົ້າໃຈ ກັນດີ, ພະເຫວດຄືຄົນທີ່ມັກໃຫ້ທານ, ທານໝົດທຸກສິ່ງທຸກຢ່າງແມ່ນແຕ່ ເມຍ ແລະ ລູກກໍບໍ່ເວັ້ນ, ທານຮອດ ຊ້າງຮອດມ້າ ຈຶ່ງຖືກຜູ້ເປັນພໍ່ໄລ່ ອອກຈາກເມືອງ ແລ້ວໄປຢູ່ໃນປ່າ ເປັນເວລາຫລາຍປີ ບັນດາເສນາ ອາມາດ, ທະຫານຜູ້ສະໜິດສະໜົມ ກັບພະເຫວດ ຈຶ່ງໄດ້ຕາມໄປເຝົ້າໄປ ຮັບໃຊ້ໄປປ້ອງກັນເວນຍາມຢູ່ໃນ ປ່າສົມທົບກັບ (ຜີປີສາດຢູ່ໃນປ່າ ດົງວົງກົດ ຫລື ເອີ້ນວ່າຄົນປ່າ). ເມື່ອເຫັນພະເຫວດໄປກໍມາຫຸ້ມ ມາ ຫໍ່ ເພື່ອປ້ອງກັນປົກປັກຮັກສາ. ຫລາຍປີຕໍ່ມາພະບໍລົມສີສັນໄຊ ຜູ້ ເປັນພໍ່ ຈຶ່ງສໍານຶກຜິດດ້ວຍຕົນເອງ ວ່າ: ເປັນຫຍັງຕົນເອງ ຈຶ່ງຂັບໄລ່ ລູກຊາຍອອກຈາກເມືອງໄປຢູ່ປ່າ ທັ້ງໆທີ່ພະເຫວດເປັນຄົນດີມີເມດ ຕາ, ມີຄວາມເສຍສະລະອັນສູງສົ່ງ ຕໍ່ບ່າວໄພ່ຟ້າລາຊະດອນ ເມື່ອເປັນ ແນວນັ້ນ ຈຶ່ງໄດ້ຕີຄ້ອງຮ້ອງປ່າວ ເອົາພໍ່ແມ່ປະຊາຊົນ, ເຈົ້າຂຸນມຸນ ນາຍແຫ່ກັນໄປເຊີນເອົາພະເຫວດ ສັນດອນຢູ່ປ່າດົງວົງກົດ ບ່ອນເພິ່ນ ອາໄສຢູ່ ຊຶ່ງມີບາງຕອນຂອງຄໍາ ປ່າຊ້າງ ເຈົ້າຈົ່ງເມືອສືບສ້າງເມືອງ ກວ້າງເກົ່າຫລັງເທີ້ນ...ເມື່ອເຊີນຢູ່ ຫລາຍເທື່ອຫລາຍທີພະເຫວດສັນ ດອນ ກໍເລີຍຕົກລົງປົງໃຈວ່າຈະກັບ ຄືນເຂົ້າໄປປົກຄອງເມືອງດັ່ງກ່າວ ຕາມທີ່ພໍ່ໄດ້ເຊີນ. ເມື່ອພະເຫວດຕົກ ລົງປົງໃຈຈະກັບຈາກປ່າເຂົ້າມາ ເມືອງ ຈຶ່ງເຮັດໃຫ້ບັນດາອາລັກຂາ ທຸກໝູ່ເລົ່າ ມີຄວາມຕໍ່າຄ້ອຍນ້ອຍ ໃຈຮ້ອງໄຫ້ລໍາພັນແລ້ວ ຕົກລົງກັນ ອາສາມາສົ່ງພະເຫວດໃຫ້ເຖິງປະ ຕູເມືອງ, ເວລານັ້ນຂະບວນຂອງ ຜູ້ເປັນພໍ່ ແລະ ພະເຫວດສັນດອນ ພ້ອມທັງຂະບວນອາລັກຂາພະອົງ ຈຶ່ງໄດ້ແຫ່ກັນມາຢ່າງເປັນຂະບວນ ຈົນເຖິງປະຕູເມືອງ. ສະນັ້ນຢູ່ເມືອງ ປາກລາຍ ບັນດາບັນພະບຸລຸດເມືອງ ປາກລາຍ ໃນອະດີດຈຶ່ງໄດ້ມີຈິນຕະ ນາການວ່າ: ເວລາພະເຫວດສັນ ດອນກັບເຂົ້າສູ່ນະຄອນນັ້ນໄດ້ມີ ພູດຜີປີສາດ (ທະຫານຮັກສາພະ ອົງ) ຕາມມາສົ່ງເຖິງບ່ອນເຖິງທີ່ ຈຶ່ງໄດ້ຄໍາວ່າ: ຜີຕາມຄືນໝາຍວ່າ: ຜີ ໄດ້ແຫ່ມາສົ່ງພະເຫວດເຖິງເມືອງ ເອີ້ນວ່າ: ຜີຕາມຄົນ ຫລື ຜີໂຂນ ໃນ ປັດຈຸບັນ. ແນວໃດກໍດີແຫລ່ງຂໍ້ມູນຈາກ ເມືອງປາກລາຍ ໃຫ້ຮູ້ຕື່ມວ່າ: ການ ຈັດເທສະການບຸນຜີໂຂນຂອງ ເມືອງປາກລາຍ ເນື້ອແທ້ກໍແມ່ນ ການສືບຕໍ່ປົກປັກຮັກສາ ແລະ ເສີມ ຂະຫຍາຍວັດທະນະທໍາ, ຮີດຄອງ ປະເພນີອັນດີງານຂອງຊາດ, ຂອງ ທ້ອງຖິ່ນ, ເປັນການສືບທອດມູນ ເຊື້ອກໍຄືການດໍາລົງຊີວິດທີ່ອຸດົມສົມ ບູນຂອງປະຊາຊົນເມືອງປາກລາຍ ໃຫ້ຍືນຍົງໄປຊົ່ວລູກຊົ່ວຫລານ, ອີກ ອັນໜຶ່ງກໍເພື່ອເປັນການສົ່ງເສີມ ການທ່ອງທ່ຽວທາງດ້ານວັດທະ ນະທໍາ ແລະ ທໍາມະຊາດ ຊຶ່ງເມືອງ ປາກລາຍມີແຫລ່ງທ່ອງທ່ຽວທາງ ປະຫວັດສາດ, ປູຊະນິຍະສະຖານ ເກົ່າແກ່ທີ່ເປັນເອກະລັກຂອງເມືອງ ເຊັ່ນ: ຫໍຄໍາ, ຄ້າຍຄຸກເຮືອນຝຣັ່ງ, ວັດສີສະຫວ່າງວັງ ແລະ ວັດສີສະ ອາດຊັມພູ ແລະ ມີແຫລ່ງທ່ອງທ່ຽວ ທາງທໍາມະຊາດທີ່ສວຍງາມອີກ ຫລາຍແຫ່ງ. ພາຍໃນງານມີຫລາກ ຫລາຍກິດຈະກຳຮອງຮັບຄວາມ ເບີກບານມ່ວນຊື່ນ ແຫ່ງສີສັນວັດ ທະນະທຳເຜົ່າ, ເວທີປະກວດນາງ ງາມແຫ່ງທິດາພະເຫວດສັນດອນ ຊາດົກ, ຮ່ວມເຊຍການຊ່ວງເຮືອ 12 ສີພາຍ ຫລື 20 ສີພາຍ. ນອກນີ້ ຜູ້ເຂົ້າຮ່ວມງານຍັງຈະໄດ້ເພີດເພີນ ໄປກັບດົນຕີມະໂຫລີ ປະສົມປະສານ ນັກສິລະປິນທີ່ມີຊື່ສຽງມາຮ່ວມ ສ້າງສີສັນ ໃຫ້ທຸກທ່ານໄດ້ມ່ວນຊື່ນ ຊຶ່ງປີນີ້ຄະນະປະທານຈັດບຸນ ເມືອງ ປາກລາຍ ແຂວງໄຊຍະບູລີ ໄດ້ຈັດ ເທສະການບຸນຜີໂຂນ ປະຈໍາປີ 2023 ຂຶ້ນໃນວັນທີ 2-6 ມີນາ 2023 ຜ່ານມາ ຊຶ່ງມີຫລາຍກິດຈະ ກຳມ່ວນຊື່ນເຊັ່ນ: ຕະຫລາດນັດ ວາງສະແດງສິນຄ້າກະສິກໍາ, ຫັດ ຖະກໍາຂອງປະຊາຊົນ, ການຂີ່ເຮືອ ຊົມທິວທັດຕາມສອງຝັ່ງແມ່ນໍ້າ ຂອງ, ການຊ່ວງເຮືອ 20 ສີພາຍ, ການປະກວດນາງທິດາພະເຫວດ ແລະ ເດີນແບບເດັກສະຫລາດ-ຄໍາ ຮູ້, ກິດຈະກໍາແຫ່ອຸປະຄຸດ, ພິທີປ່ອຍ ຂະບວນຜີໂຂນ, ການສະແດງສິລະ ປະວັນນະຄະດີ, ການປະກວດນັກ ຮ້ອງສຽງດີ. ພ້ອມນີ້ຍັງມີຂະບວນ ກ້ອນກໍາລັງກິລາເມືອງ, ການແຂ່ງ ຂັນຈູດບັ້ງໄຟດອກຂອງແຕ່ລະບ້ານ ແລະ ຊົມການສະແດງຂອງສີລະປິນ ຊື່ດັງຈາກສູນກາງ. ສ່ວນມື້ສຸດທ້າຍ ຊຶ່ງກົງກັບວັນທີ 6 ມີນາ 2023 ມື້ຂຶ້ນ 15 ຄ່ໍາ ເດືອນ 4 ພິທີຕັກ ບາດຢາດນໍ້າ ແລະ ຖວາຍເຄື່ອງ ສັງຂະທານໃຫ້ແກ່ພະສົງ-ສໍາມະ ເນນ ເປັນອັນຈົບພິທີ. ເຊີນໄດ້ເວົ້າວ່າ: ເມື່ອໄປຮອດແລ້ວ ກໍເຊີນ“ມາພໍ່ເຢີມາເມືອງ ພໍ່ນີ້ເອີຍ ເຈົ້າຢາເນົາຢູ່ສ້າງດົງກວ້າງປ່າ ເສື້ອ ເຈົ້າຢ່າເມົາລີເລື້ອຢູ່ດົງເສື້ອ ນວ ອອກຄຳສັ່ງ... ຮຽບຮຽງເນື້ອໃນ... ສັກກະລະບູຊາຕ່າງໆແລະຢູ່ພາຍໃນ ຄອບຄົວດ້ວຍຈິດໃຈທີ່ປະຢັດມັດ ທະຍັດຕາມນະໂຍບາຍຂອງພັກລັດຖະບານ ເຊິ່ງເລີ່ມ ແຕ່ວັນທີ 14, 15 ແລະ 16 ເມສາ 2023 ແລະ ໃຫ້ຢຸດເຊົາການຫລິ້ນບຸນໃນແຕ່ລະ ວັນບໍ່ໃຫ້ກາຍເວລາ 23:00 ໂມງ ແລະ ໃຫ້ຖືເອົາວັນທີ 17-18 ເມສາ 2023 ເປັນວັນພັກຊົດເຊີຍ; ໃຫ້ຈັດ ຕັ້ງການປະຈຳການປ້ອງກັນເວນ ຍາມ, ກວດກາລາດຕະເວນ ແລະ ເຝົ້າລະວັງ ຢູ່ຕາມເຮືອນຊານບ້ານ ຊ່ອງ, ສຳນັກງານ, ຫ້ອງການຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງທຸກພາກສ່ວນໃນສັງຄົມ ເພື່ອ ປ້ອງກັນ, ສະກັດກັ້ນເຫດຮ້າຍ ຫລື ອຸບັດຕິໄພຕ່າງໆທີ່ອາດຈະເກີດຂຶ້ນ ທັງຮັບປະກັນໃຫ້ມີການປະສານ ງານກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງໃຫ້ມີ ຄວາມສະດວກ, ວ່ອງໄວ ແລະ ແກ້ ໄຂບັນຫາໄດ້ຢ່າງທັນການ. ຂໍ້ຫ້າມ ສໍາລັບການຫລິ້ນບຸນ ປີໃໝ່ຢູ່ນະຄອນຫລວງງວຽງຈັນ ປະກອບມີ: ຫ້າມຫົດສາດນໍ້າເປື້ອນນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫລື ນໍ້າ ກ້ອນໃສ່ຖົງຢາງ ຫລື ພາຊະນະອື່ນໆ ດຶກ-ແກ່ວງໃສ່ກັນ ຫລື ນໍາໃຊ້ພາຫະ ນະ ເລາະຫົດສາດນໍ້າໃສ່ຄົນທີ່ສັນ ຈອນຕາມເສັ້ນທາງ ແລະ ຫ້າມລັດ ທາງ ຫລື ກວມເອົາເສັ້ນທາງເປັນ ບ່ອນຫລິ້ນຕັ້ງຈຸດສີດ ຫລື ຫົດນໍ້າ ກັນ; ຫ້າມນຸ່ງເຄື່ອງໂປ້ເປືອຍຢູ່ບໍລິ ເວນວັດວາອາຮາມ, ສະຖານທີ່ສັກ ກະລະບູຊາ ແລະ ຢູ່ສະຖານທີ່ສະ ທາລະນະ; ຫ້າມຈັດງານສະແດງ ຄອນເສີດ ແລະ ເປີດສຽງເນືອງນັນ ຢູ່ໃກ້ໂຮງໝໍ ຫລື ຊຸມຊົນໜາແໜ້ນ ລົບກວນຜູ້ເຈັບປ່ວຍ, ຜູ້ອາຍຸສູງ ແລະ ເດັກນ້ອຍ ໂດຍສະເພາະຕາມ ຂໍ້ຕົກລົງຂອງເຈົ້າຄອງນະຄອນ ຫລວງວຽງຈັນ ສະບັບເລກທີ 620/ ຈນວລົງວັນທີ29ກັນຍາ2020ວ່າ ດ້ວຍການຄວບຄຸມສຽງເນືອງນັນ; ຫ້າມກໍ່ສຽງແຕກຢ່າງເດັດຂາດ ຕາມຄຳສັ່ງຂອງເຈົ້າຄອງນະຄອນ ຫລວງວຽງຈັນ ສະບັບເລກທີ 01/ ຈນວ, ລົງວັນທີ 16 ມັງກອນ 2023; ຫ້າມຜູ້ຂັບລົດ ດື່ມເຄື່ອງດື່ມ ທີ່ມີທາດເຫລົ້າ ແລະ ເສບສິ່ງມຶນ ເມົາແລ້ວຂັບລົດແລະ ຫ້າມຈຳໜ່າຍ ເຄື່ອງດື່ມທີ່ມີທາດເຫລົ້າ ແລະ ສິ່ງ ມຶນເມົາ ຢູ່ຕາມວັດວາອາຮາມ ແລະ ສະຖານທີ່ສັກກາລະບູຊາ;ຫ້າມ ບຸກຄົນ, ນິຕິບຸກຄົນ ກໍຄື ຮ້ານຄ້າ, ຕະ ຫລາດກັກຕູນສິນຄ້າ, ສວຍໂອກາດ ຂຶ້ນລາຄາສິນຄ້າ, ຈຳໜ່າຍສິນ ຄ້າບໍ່ໄດ້ມາດຕະຖານ, ເສືອມຄຸນ ນະພາບ ຫລື ໝົດອາຍຸເປັນການ ເອົາປຽບ ຫລື ເປັນອັນຕະລາຍຕໍ່ ຜູ້ບໍລິໂພກ. ສຳລັບມາດຕະການຈັດຕັ້ງປະ ຕິບັດ: ໃຫ້ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ເປັນເຈົ້າ ການສົມທົບກັ ບບັນດາເມືອງກຳ ນົດສະຖານທີ່ຈັດງານຫລິ້ນບຸນປີ ໃໝ່ ຢູ່ແຕ່ລະເມືອງ ບົນພື້ນຖານຮັກ ສາໄດ້ຮີດຄອງປະເພນີອັນດີງາມ, ຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ, ພ້ອມກັນນັ້ນ ກໍໂຄສະນາ ແລະ ເຜີຍ ແຜ່ເນື້ອໃນຄໍາສັ່ງສະບັບນີ້ຜ່ານ ສື່ຕ່າງໆ ໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າ ໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງມີສະຕິ ແລະ ມີຄວາມຮັບຜິດ ຊອບສູງ; ໃຫ້ພະແນກອຸດສະຫະ ກຳ ແລະ ການຄ້ານະຄອນຫລວງວຽງ ຈັນ, ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ສົມທົບເຈົ້າໜ້າທີ່ ກ່ຽວຂ້ອງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາ ບໍ່ໃຫ້ມີການສວຍ ໂອກາດຕັກຕູນ, ຂຶ້ນລາຄາສິນຄ້າ, ຄ່າອາຫານແລະຄ່າບໍລິການຕ່າງໆ; ຖ້າພົບເຫັນຜູ້ລະເມີດໃຫ້ດຳເນີນ ມາດຕະການຕາມລະບຽບກົດໝາຍ ກ່ຽວຂ້ອງຢ່າງເຂັ້ມງວດ; ໃຫ້ກອງ ບັນຊາການປ້ອງກັນຄວາມສະຫງົບ ສົມທົບກັບກອງບັນຊາການທະ ຫານນະຄອນຫລວງວຽງຈັນ ເພີ່ມ ທະວີການຈັດວາງກຳລັງເຂົ້າເຮັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຮັບປະກັນຄວາມ ປອດໄພ ໃຫ້ແກ່ການຫລິ້ນບຸນປີໃໝ່ ຢູ່ແຕ່ລະຈຸດ ໂດຍຕິດຕາມເຝົ້າລະ ວັງ, ສະກັດກັ້ນ ແລະ ແກ້ໄຂທຸກ ປາກົດການຫຍໍ້ທໍ້ໃຫ້ທັນການ; ເຄື່ອນໄຫວລາດຕະເວນ, ຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ການສັນຈອນຕາມທ້ອງຖະໜົນ ໃຫ້ມີຄວາມສະດວກ ແລະ ປອດໄພ; ແກ້ໄຂອຸບັດເຫດ ແລະ ເຫດຮ້າຍ ຕ່າງໆທີ່ອາດຈະເກີດຂຶ້ນຕາມລະ ບຽບກົດໝາຍຢ່າງເດັດຂາດ ແລະ ທັນການ. ພ້ອມນີ້,ໃຫ້ບັນດາເມືອງເປັນເຈົ້າ ການ ສົມທົບກັບຂະແໜງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ອະນຸມັດການຈັດກິດຈະກໍາມ່ວນຊື່ນ ຫລິ້ນປີໃໝ່ຢູ່ແຕ່ລະຈຸດ ແລະ ສົມ ທົບກັບພະແນກອຸດສາຫະກຳ ແລະ ການຄ້າອະນຸມັດການຈັດຕະຫລາດ ນັດ ທີ່ບໍ່ຄັດກັບລະບຽບກົດໝາຍ, ພ້ອມນັ້ນ ກໍໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຮັກສາຄວາມສະ ຫງົບ, ຄວາມປອດໄພ ແລະ ເປັນລະ ບຽບຮຽບຮ້ອຍຮອບດ້ານຢູ່ພາຍ ໃນເມືອງຂອງຕົນ, ລາຍງານສະ ພາບພົ້ນເດັ່ນໃນການສະຫລອງບຸນ ປີໃໝ່ ໃຫ້ການນຳນະຄອນຫລວງ ວຽງຈັນ ແລະ ຄະນະຮັບຜິດຊອບທີ່ ຖືກແຕ່ງຕັ້ງຕາມຂໍ້ຕົກລົງເລກທີ 390/ຈນວ ຮັບຊາບໃນແຕ່ລະວັນ; ໃຫ້ບັນດາບ້ານພ້ອມດ້ວຍພະນັກ ງານ, ລັດຖະກອນ, ທະຫານ, ຕຳ ຫລວດ, ນັກທຸລະກິດ, ຜູ້ປະກອບ ການ,ເຈົ້າຂອງຕະຫລາດ,ຫ້າງຮ້ານ ແລະ ພໍ່ແມ່ປະຊາຊົນຈັດຕັ້ງການ ເຝົ້າຍາມ, ເບິ່ງແຍງຮັກສາເຮືອນ ຊານບ້ານຊ່ອງຂອງຕົນດ້ວຍການ ເພີ່ມທະວີການປ້ອງກັນ ແລະ ສະກັດ ກັ້ນອັກຄີໄພ, ຄົນຂີ້ລັກ, ງັດແງະ, ມີສະຕິໃນການຫລິ້ນກິນມ່ວນຊື່ນ ແລະປະຕິບັດ6ຂໍ້ຫ້າມໃນການຫລິ້ນ ບຸນປີໃໝ່ຢ່າງເຂັ້ມງວດ, ປາສະຈາກ ອຸບັດເຫດຕາມທ້ອງຖະໜົນ ແລະ ເຫດຮ້າຍທັງປວງ; ໃຫ້ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງ ວຽງຈັນ ເປັນເຈົ້າການ ໂຄສະນາ, ປຸກລະດົມ ແລະ ຊຸກຍູ້ໃຫ້ບັນດາ ເມືອງ, ບ້ານ, ພະແນກການ,ອົງການ ແລະ ຜູ້ປະກອບການ ກໍຄື ບໍລິສັດ, ຫ້າງຮ້ານ, ຕະຫລາດຕະຫລອດ ຮອດພໍ່ແມ່ປະຊາຊົນ ຈັດຕັ້ງປະຕິບັດ ສັບປະດາວຽງຈັນສະອາດໃນໄລ ຍະວັນທີ1-7 ເມສາໃຫ້ເປັນຂະບວນ ການຟົດຟື້ນທົ່ວນະຄອນຫລວງ ວຽງຈັນ ດ້ວຍການເຮັດອະນາໄມ ປັດກວາດລ້າງສິ່ງທີ່ບໍ່ດີ, ສິ່ງທີ່ສົກ ກະປົກທັງປວງ ໃຫ້ໝົດໄປນໍາປີເກົ່າ ແລະ ນຳເອົາສິ່ງທີ່ດີງາມ, ເປັນສິລິ ມຸງຄຸນ ກ້າວເຂົ້າສູ່ປີໃໝ່ຢ່າງມີໄຊ; ໃຫ້ຄະນະຮັບຜິດຊອບທີ່ຖືກແຕ່ງ ຕັ້ງຕາມຂໍ້ຕົກລົງເລກທີ 390/ຈນວ ໂດຍມີຫ້ອງວ່າການ ແລະ ພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ເປັນໃຈກາງປະສານງານກັບທຸກ ພາກສ່ວນທີ່ກ່ຽວຂ້ອງໃນການຊຸກ ຍູ້, ຕິດຕາມ, ກວດກາ ແລະ ສັງລວມ ລາຍງານສະພາບການພົ້ນເດັ່ນໃນ ການສະຫລອງບຸນປີໃໝ່ ໃຫ້ການ ນຳນະຄອນຫລວງວຽງຈັນ ຮັບ ຊາບ ແລະ ຊີ້ນຳຢ່າງທັນການໃນ ແຕ່ລະວັນ. ຂປລ. ກອງປະຊຸມກວດກາຮຽບ ຮຽງເນື້ອໃນປຶ້ມຄູ່ມື ແລະ ບົດຄົ້ນ ຄວ້າຂອງກຳມາທິການແຜນການ ການເງິນ ແລະ ການກວດສອບສະ ພາແຫ່ງຊາດ ຈັດຂຶ້ນໃນວັນທີ 5-7 ມີນາ 2023 ຢູ່ເມືອງ ແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ ການເງິນ ແລະ ການກວດສອບສະ ພາແຫ່ງຊາດ, ມີຮອງປະທານ, ຄະ ນະກົມ, ຄະນະພະແນກ ແລະ ວິຊາ ການພາຍໃນກຳມາທິການດັ່ງກ່າວ, ພ້ອມດ້ວຍນັກຄົ້ນຄວ້າຜູ້ຊ່ຽວຊານ ແລະ ຄະນະກວດແກ້ຈາກສະຖາບັນ ຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງ ຊາດ, ສະຖາບັນການເງິນຈຸລະພາກ ແລະ ຄະນະເສດຖະເສດຖະສາດ ແລະ ບໍລິຫານທຸລະກິດມະຫາວິທະ ຍາໄລແຫ່ງຊາດ ເຂົ້າຮ່ວມ. ກອງປະຊຸມຈັດຂຶ້ນ ເພື່ອຈັດຕັ້ງ ປະຕິບັດຕາມແຜນການສ້າງຄວາມ ເຂັ້ມແຂງຂອງກຳມາທິການແຜນ ການການເງິນແລະການກວດສອບ ສະພາແຫ່ງຊາດ ໃນການສ້າງປຶ້ມ ຄູ່ມື ແລະ ສະໜອງຜົນການຄົ້ນຄວ້າ ທີ່ກ່ຽວຂ້ອງໃຫ້ກຳມະການ ແລະ ວິຊາການຂອງກຳມາທິການ, ເພື່ອ ກວດກາຜ່ານເນື້ອໃນຮອບດ້ານ ຂອງປຶ້ມຄູ່ມືແລະບົດຄົ້ນຄວ້າໃຫ້ສຳ ເລັດກ່ອນນຳໄປຜ່ານກອງປະຊຸມ ເປີດກວ້າງທາບທາມຄຳເຫັນຈາກ ຫລາຍພາກສ່ວນທີ່ຈະຈັດຂຶ້ນໃນ ທ້າຍເດືອນເມສາ 2023 ແລະ ເພື່ອ ຈັດຕັ້ງປະຕິບັດການຄົ້ນຄວ້າ ແລະ ຂຽນປຶ້ມຄູ່ມືຕົວຈິງໃຫ້ສໍາເລັດຕາມ ຂອບກໍານົດໄລຍະຂອງໂຄງການ ທີ່ໃຫ້ການສະໜັບສະໜູນດ້ານງົບ ປະມານຕາມແຜນທີ່ກຳນົດໄວ້. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານຜົນການຄົ້ນຄວ້າ ແລະປຶກສາຫາລືປະກອບຄຳຄິດຄຳ ເຫັນກ່ຽວກັບ 3 ຫົວຂໍ້ຄື: ປະສິດທິ ພາບການລົງທຶນ ເພື່ອພັດທະນາ ເສດຖະກິດ-ສັງຄົມທາງດ້ານມະ ຫາພາກ; ປະເມີນຜົນການປະຕິບັດ ນະໂຍບາຍການເງິນ-ງົບປະມານຕໍ່ ແຜນງົບປະມານແຫ່ງລັດ; ການ ປະເມີນຜົນນະໂຍບາຍເງິນຕາຕໍ່ ການຮັກສາສະຖຽນລະພາບດ້ານ ເສດຖະກິດ-ສັງຄົມ.ພ້ອມນັ້ນ, ຍັງໄດ້ ຮັບຟັງ ແລະ ປະກອບຄຳເຫັນໃສ່ ເນື້ອໃນປຶ້ມຄູ່ມືກົນໄກ ແລະ ຫລັກ ການພິຈາລະນາຮັບຮອງແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ. ຂ່າວ: ປາກາລັກ ພົມມີໄຊ

RkJQdWJsaXNoZXIy MTc3MTYxMQ==