lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/04/2023 xtgmf]k; ຂປລ. ໃນວັນທີ 5 ເມສາ 2023, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ໃນ ໂອກາດເດີນທາງ ມາເຂົ້າຮ່ວມກອງ ປະຊຸມສຸດຍອດຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຄັ້ງທີ 4 ຢູ່ນະ ຄອນຫລວງວຽງຈັນ. ໃນໂອກາດນີ້, ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມດີໃຈທີ່ໄດ້ພົບປະ ກັບສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງ, ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີຫວຽດນາມແລະ ຄະນະ ໃນເດືອນມັງກອນ 2023 ຜ່ານມາ. ສອງຝ່າຍໄດ້ທົບທວນຄືນ ຜົນການຢ້ຽມຢາມໃນເດືອນມັງ ກອນຜ່ານມາ ແລະ ເຫັນດີສືບຕໍ່ຊຸກ ຍູ້ ແລະ ຈັດຕັ້ງຜັນຂະຫຍາຍບັນດາ ສັນຍາ ແລະ ຂໍ້ຕົກລົງຕ່າງໆຂອງ ສອງລັດຖະບານ ລາວ ແລະຫວຽດ ນາມ ທີ່ໄດ້ລົງນາມຮ່ວມກັນໃນກອງ ປະຊຸມ ຄັ້ງທີ 45 ກໍຄືເນື້ອໃນບົດ ບັນທຶກ ແລະ ແຜນການຮ່ວມມືປະ ຈໍາປີ 2023 ໃຫ້ປາກົດຜົນເປັນຈິງ, ພ້ອມທັງສືບຕໍ່ຊຸກຍູ້ບັນດາໂຄງການ ຮ່ວມມືແລະ ໂຄງການລົງທຶນຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ກໍາ ນົດໄວ້. ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ການເປັນເຈົ້າ ພາບຈັດກອງປະຊຸມສຸດຍອດຄະນະ ກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ຂອງ ສປປ ລາວ ທີ່ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ. ໃນຕອນທ້າຍ, ສອງຝ່າຍໄດ້ ອວຍພອນໄຊອັນປະເສີດເຊິ່ງກັນ ແລະກັນເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້, ລວມທັງອວຍພອນ ໃຫ້ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະ ນົງແກ່ນຕະຫລອດກາລະນານ. ພາບ: ຂັນໄຊ ສອງນາຍົກລັດຖະມົນຕີ... ປະທານຄະນະກວດກາ... ຂະແໜງອຸດສາຫະກຳ... ສຳມະນາ... ນາຍົກ... ຊົມເຊີຍ... ຫະກໍາ-ຫັດຖະກຳກວມ 5% ແລະ ການບໍລິການກວມ 21%,ສະເລ່ຍ ລາຍຮັບໃສ່ຫົວຄົນໄດ້ 8.797.000 ກີບ/ຄົນ/ປີ ເທົ່າກັບ 524 ໂດລາ (ອັດຕາແລກປ່ຽນໂດລາເທົ່າກັບ 16.773 ກີບ). ອີງໃສ່ທ່າແຮງບົ່ມ ຊ້ອນຂອງເມືອງ ຈຶ່ງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມການປູກຝັງ ແລະ ລ້ຽງສັດ ເປັນຕົ້ນຕໍ. ນອກຈາກນີ້, ຍັງໄດ້ຊຸກຍູ້ການປູກພືດອຸດສາຫະ ກຳປະເພດຕ່າງໆເປັນສິນຄ້າ ເຊັນ: ສາລີຫວານ, ສາລີແຂງ, ໝາກງາ, ປູກຂ່າ, ໝາກ ແໜ່ງ, ປູກໄມ້ໃຫ້ ໝາກ (ໝາກກ້ຽງ, ໝາກສົ້ມຂຽວ, ໝາກເງາະ), ປູກຫຍ້າອາຫານສັດ 2.844 ເຮັກຕາ ແລະ ການລ້ຽງສັດ ປະເພດຕ່າງໆມີການຂະຫຍາຍຕົວ. ຈາກນັ້ນ,ທ່ານຄໍາພັນພົມມະທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະ ນະພັກ, ຄະນະນຳເມືອງງອຍ ທີ່ໄດ້ ເອົາໃຈໃສ່ນຳພາ-ຊີ້ນຳວຽກງານ ໃນແຕ່ລະດ້ານ ແລະ ມີບາງຄຳເຫັນ ຊີ້ນໍາໃຫ້ຄະນະນໍາຂອງເມືອງເອົາ ໃຈໃສ່ຕື່ມໃນການຊຸກຍູ້ສົ່ງເສີມປະ ຊາຊົນທໍາການຜະລິດກະສິກຳ ເພື່ອ ເຮັດໃຫ້ເຂົາເຈົ້າສາມາດກຸ້ມຕົນເອງ ແລະ ເພິ່ງພາຕົນເອງໄດ້ພ້ອມທັງປຸງ ແຕ່ງຜະລິດຕະພັນກະສິກໍາ ເພື່ອສົ່ງ ອອກຂາຍ, ສົ່ງເສີມການບໍລິການ ທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ, ສົ່ງເສີມການສ້າງສິນຄ້າທີ່ລະນຶກ ເພື່ອຂາຍໃຫ້ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ. ສຳລັບວຽກ ງານກວດກາຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ນຳພາ-ຊີ້ນຳສ້າງ ເງື່ອນໄຂໃຫ້ຄະນະກວດກາແຕ່ລະ ຂັ້ນໄດ້ເຄື່ອນໄຫວວຽກງານຕາມ ພາລະບົດບາດຂອງຕົນ ທັງຮັບ ປະກັນການປະສານສົມທົບຢ່າງ ແໜ້ນແຟ້ນກົມກຽວ ລະຫວ່າງການ ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ແລະ ການນໍາພາ-ຊີ້ນໍາຈາກຄະນະພັກຂັ້ນ ເທິງ ກໍຄື ການຊີ້ນຳດ້ານວິຊາການ ແລະ ໃຊ້ສິດຕາມ ສາຍຕັ້ງຂອງຄະ ນະກວດກາພັກ ຫລື ອົງການກວດ ກາລັດຕາມຄວາມຈໍາເປັນ ແລະ ເໝາະສົມ. ສະໜອງນໍ້າມັນເຊື້ອໄຟ, ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາດ້ວຍຫລາຍ ມາດຕະການຕາມທິດຊີ້ນຳບໍ່ໃຫ້ນໍ້າ ມັນເຊື້ອໄຟຂາດແຄນ ແລະ ໄດ້ປັບປຸງ ການອອກແຈ້ງການປັບລາຄານໍ້າ ມັນເຊື້ອໄຟ ພາຍຫລັງປໍ້ານໍ້າມັນປິດ ເພື່ອແກ້ໄຂບັນຫາການຍາດແຍ່ງໃສ່ ນໍ້າມັນ ກ່ອນມີການປັບລາຄາຂຶ້ນ; ໄດ້ເອົາໃຈໃສ່ກໍານົດໂຄງປະກອບລາ ຄາແລະຄວບຄຸມສິນຄ້າໃນຄັງແຮສໍາ ຮອງເຮັດໃຫ້ບາງລາຍການສິນຄ້າມີ ລາຄາສະທ້ອນເຖິງຕົ້ນທຶນການຜະ ລິດ/ການນຳເຂົ້າຕົວຈິງ, ບາງລາຍ ການສິນຄ້າມີລາຄາຕໍ່າກວ່າປະເທດ ໃກ້ຄຽງຂອງ ສປປ ລາວ; ໄດ້ຮອງ ຮັບເອົາຍຸດທະສາດວຽກຍຸດທະສາດ ການສົ່ງອອກເຂົ້າ ເພື່ອຍົກລະດັບ ຄວາມສາມາດແຂ່ງຂັນ-ສົ່ງເສີມການ ຜະລິດ, ນໍາໃຊ້ຜົນຜະລິດອຸດສາຫະ ກຳພາຍໃນ, ປະຕິບັດເປົ້າໝາຍການ ເຕີບໂຕສີຂຽວແຫ່ງຊາດ, ສົ່ງເສີມ ການພັດທະນາອຸດສາຫະກຳປຸງແຕ່ງ ແບບຍືນຍົງ, ການສ້າງມູນຄ່າເພີ່ມຍົກລະດັບຜະລິດຕະພາບສືບຕໍ່ຄົ້ນ ຄວ້າ ແລະ ສ້າງແຜນວຽກ, ກົນໄກ ການຕິດຕາມກວດກາ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດດໍາລັດວ່າ ດ້ວຍການຄ້າທາງເອເລັກໂຕຣນິກ ອາຊຽນຂອງ ສປປ ລາວ;ໄດ້ແກ້ໄຂ ບັນຫາລົດຂົນສົ່ງສິນຄ້າທີ່ແອອັດ ໃຫ້ ສາມາດສົ່ງອອກໄປ ສປ ຈີນ ຫລາຍ ຂຶ້ນ; ປັບປຸງກົນໄກ, ຫລຸດຜ່ອນຂັ້ນ ຕອນ ແລະ ໄລຍະເວລາການອອກໃບ ອະນຸຍາດດໍາເນີນທຸລະກິດ ແລະ ເລກ ປະຈໍາຕົວຜູ້ເສຍອາກອນເພື່ອຫລຸດ ຂັ້ນຕອນ ແລະໄລຍະເວລາການເລີ່ມ ຕົ້ນທຸລະກິດ; ສົ່ງເສີມຄວາມສາມາດ ໃນການແຂ່ງຂັນທຸລະກິດໃຫ້ແກ່ສະ ມາຄົມສົ່ງເສີມຖິ່ນກໍາເນີດກາເຟບໍ ລະເວນ ແລະ ຊາປາກຊ່ອງຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຂໍອະນຸຍາດນໍາໃຊ້ ກາໝາຍມາດຕະຖານແຫ່ງຊາດ ແລະ ໄດ້ພັດທະນາເວັບໄຊ ເອີ້ນວ່າ: ໂຄງການສົ່ງເສີມ ແລະ ພັດທະນາລະ ບົບການຄ້າຜ່ານທາງເອເລັກໂຕຣນິກ E-commerce ສໍາລັບຜະລິດຕະ ພັນກະສິກໍາ ແລະ ສິນຄ້າ ສປປ ລາວ ເພື່ອສົ່ງອອກໄປຕະຫລາດຕ່າງປະ ເທດ ແລະ ຊື້-ຂາຍພາຍໃນ. ໃນກອງປະຊຸມ, ໄດ້ກຳນົດຕົວເລກ ຄາດໝາຍສູ້ຊົນຕົ້ນຕໍ ປີ 2023 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງປະກອບມີ: ດ້ານອຸດສາ ຫະກຳປຸງແຕ່ງ ແລະ ຫັດຖະກຳ ສູ້ຊົນ ສ້າງມູນຄ່າຜະລິດອຸດສາຫະກຳປຸງ ແຕ່ງ ແລະ ຫັດຖະກຳຄາດຄະເນໃຫ້ ບັນລຸ 14.029,09 ຕື້ກີບ; ດ້ານການ ຄ້າພາຍໃນສູ້ຊົນສ້າງມູນຄ່າຈໍລະ ຈອນສິນຄ້າ (ຂາຍົກ-ຂາຍ່ອຍ ແລະ ຄ່າບໍລິການສ້ອມແປງຄາດຄະເນ ໃຫ້ບັນລຸ 73.541,08 ຕື້ກີບ; ດ້ານ ການຄ້າຕ່າງປະເທດສູ້ຊົນສ້າງມູນ ຄ່າການນຳເຂົ້າ ແລະ ສົ່ງອອກຄາດ ຄະເນໃຫ້ບັນລຸ 15.325 ລ້ານໂດ ລາສາຫະລັດ. ໃນນັ້ນ, ມູນຄ່າການສົ່ງ ອອກ 8. 225 ລ້ານໂດລາສາຫະລັດ ແລະ ມູນຄ່ານຳເຂົ້າ 7.100 ລ້ານ ໂດລາສາຫະລັດ. ຂ່າວ: ໄມເຄິ້ນ ບົວລະພັນ; ພາບ: ອ່າຍຄຳ ໃນໂອກາດເປີດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາ ກົນຄັ້ງທີ 4, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນບາງຕອນວ່າ: ກອງປະຊຸມສຸດຍອດຂອງພວກເຮົາໃນມື້ນີ້ ແມ່ນ ກົງກັບວັນສ້າງຕັ້ງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄົບຮອບ 28 ປີ ເຊິ່ງເປັນຂີດໝາຍສໍາຄັນ ແລະ ເປັນເວທີພົບປະຂອງການນໍາຂັ້ນສູງ ຈາກປະ ເທດສະມາຊິກຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຜູ້ຕາງໜ້າຈາກ ຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານອື່ນໆ ເພື່ອພ້ອມກັນປຶກ ສາຫາລືກ່ຽວກັບສະພາບການພັດທະນາ, ສິ່ງທ້າທາຍ ແລະ ກາລະໂອກາດ ຕ່າງໆໃນອ່າງແມ່ນໍ້າຂອງ, ທັງເປັນການແລກປ່ຽນຄວາມຮູ້ດ້ານນະວັດ ຕະກໍາ ແລະ ເສີມຂະຫຍາຍການຮ່ວມມື ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ. ສປປ ລາວ ໄດ້ປະຕິບັດພັນທະສັນຍາແມ່ນໍ້າຂອງ ຢ່າງຕັ້ງໜ້າ ໂດຍສະເພາະການ ປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງຄະນະກໍາມາທິການແມ່ນໍ້າຂອງ ສາກົນ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ຜົນສຳ ເລັດທີ່ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນພາຍໃຕ້ການບໍລິ ຫານຂອງບັນດາຫົວໜ້າກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ໃນໄລຍະຜ່ານມາ. ພິເສດ ສປປ ລາວ ແມ່ນມີຄວາມພາກພູມໃຈເປັນຢ່າງ ຍິ່ງທີ່ໄດ້ຮັບກຽດເປັນຄັ້ງທໍາອິດ ໃນການປະຕິບັດໜ້າທີ່ເປັນຫົວໜ້າກອງເລ ຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຫວັງເປັນຢ່າງຍິ່ງວ່າບັນ ດາປະເທດສະມາຊິກ ຈະສືບຕໍ່ໃຫ້ການສະໜັບສະໜູນກອງເລຂາຄະນະກຳ ມາທິການແມ່ນ້ຳຂອງສາກົນ ໃນການຈັດຕັ້ງປະຕິບັດຍຸດທະສາດພັດທະນາ ອ່າງແມ່ນໍ້າຂອງ ສົກປີ 2021-2030, ບັນດາລະບຽບການ, ບົດແນະນໍາ ຕ່າງໆທີ່ກ່ຽວຂ້ອງ ແລະ ຖະແຫລງການວຽງຈັນທີ່ຖືກຮັບຮອງໃນກອງປະ ຊຸມຄັ້ງນີ້. ກອງປະຊຸມໃນຄັ້ງນີ້ ເປັນໂອກາດອັນສໍາຄັນ ແລະ ທັນກັບເວລາພໍດີໃນ ການທົບທວນບັນດາວິທີການ ການພັດທະນາເຮັດຫຍັງ, ເຮັດແນວໃດ, ໃຜ ຈະເຮັດ ແລະ ເຮັດເວລາໃດ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດເພື່ອການ ຄຸ້ມຄອງອ່າງແມ່ນໍ້າຂອງແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີ ຄວາມຍືນຍົງ ເພື່ອກ້າວໄປເຖິງວາລະ ແລະ ວິໄສທັດຂອງອ່າງແມ່ນ້ຳຂອງ “ເສດຖະກິດຈະເລີນຮຸ່ງເຮືອງ, ສັງຄົມມີຄວາມຍຸຕິທໍາ ແລະ ສິ່ງແລດລ້ອມ ມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ” ແລະ ວາລະສາກົນປີ 2030 “ເປົ້າໝາຍການພັດທະນາແບບຍືນຍົງ”, ການສ້າງນະໂຍບາຍ, ເຕັກໂນໂລ ຊີ ແລະ ເສັ້ນທາງຂອງການຮ່ວມມືຢ່າງມີນະວັດຕະກຳແມ່ນເປັນສິ່ງທີ່ສຳຄັນ ເພື່ອສ້າງຂະບວນການໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນການແລກ ປ່ຽນຄວາມຮູ້ ແລະ ຂໍ້ມູນ-ຂ່າວສານ ແລະ ການຮ່ວມມືດ້ານການຄຸ້ມຄອງຊັບ ພະຍາກອນນໍ້າໃນອ່າງແມ່ນ້ຳຂອງ. ສປປ ລາວ ມີຄວາມມຸ່ງໝັ້ນຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ, ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ. ລັດຖະບານລາວ ໄດ້ໃຫ້ຄວາມ ສໍາຄັນສູງໃນການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຮ່ວມມື ກັບບັນດາປະເທດແມ່ນ້ຳຂອງ ໂດຍອີງຕາມສັນຍາແມ່ນ້ຳຂອງປີ 1995. ສັນຍາສະບັບດັ່ງກ່າວ ໄດ້ສ້າງພື້ນຖານໃຫ້ແກ່ພວກເຮົາເພື່ອສົ່ງເສີມອຸດົມ ການແຫ່ງການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນ ໃນອ່າງແມ່ນ້ຳຂອງ. ກອງປະຊຸມສຸດຍອດຄັ້ງນີ້ ມີຜູ້ເຂົ້າຮ່ວມຫລາຍກວ່າ 600 ຄົນ ຈາກທົ່ວ ໂລກທີ່ສົນໃຈກ່ຽວກັບແມ່ນໍ້າຂອງ, ອັນເປັນເວທີສຳຄັນທີ່ບັນດາຜູ້ເຂົ້າຮ່ວມ ໄດ້ມີໂອກາດແລກປ່ຽນແນວຄິດ, ຄວາມຮູ້ທາງດ້ານວິຊາການ ແລະປະສົບ ການຕົວຈິງ ກ່ຽວກັບນະວັດຕະກໍາທີ່ກ່ຽວຂ້ອງກັບນໍ້າ ເພື່ອສົ່ງເສີມ ແລະ ຜັນຂະຫຍາຍການຮ່ວມມືໃນຂົງເຂດແມ່ນໍ້າຂອງ. ສິ່ງສຳຄັນໃນຖະແຫລງ ການວຽງຈັນ ໄດ້ສະແດງໃຫ້ເຫັນຜົນສໍາເລັດ ຂອງຄະນະກຳມາທິການ ແມ່ນໍ້າຂອງສາກົນ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫລງການ ສຽມຣຽບ ກໍ່ຄືນັບແຕ່ກອງປະຊຸມສຸດຍອດ ຄັ້ງທີ 3 ຈົນເຖິງປັດຈຸບັນ, ລວມ ທັງການຢືນຢັນເຖິງການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງ ແມ່ນໍ້າຂອງ ທີ່ອີງໃສ່ຫລັກການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ບັນດາຍຸດທະສາດ ກໍຄືບົດແນະນໍາ ແລະ ລະບຽບການຕ່າງໆ ທີ່ຄະນະ ກຳມາທິການແມ່ນ້ຳຂອງສາກົນ ໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ມີໂອກາດປຶກສາຫາລື ແລະ ແລກ ປ່ຽນບົດຮຽນກ່ຽວກັບການນໍາໃຊ້ນໍ້າພາຍໃນອ່າງ. ດັ່ງທີ່ຮູ້ນໍາກັນດີແລ້ວວ່າ ແມ່ນໍ້າຂອງຖືເປັນໜຶ່ງໃນແມ່ນໍ້າຂະໜາດໃຫຍ່ ຂອງໂລກທີ່ມີຄວາມອຸດົມສົມບູນໄປດ້ວຍລະບົບນິເວດ ແລະ ຊີວະນາໆພັນ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຫລາຍກ່ວາ 60 ລ້ານຄົນ ທີ່ອາ ໄສໃນອ່າງແມ່ນໍ້າແຫ່ງນີ້ ແລະ ໄດ້ນໍາໃຊ້ຊັບພະຍາກອນທໍາມະຊາດ ດັ່ງກ່າວ ໃນການດໍາລົງຊີວິດ. ແມ່ນໍ້າຂອງຖືເປັນແມ່ນໍ້າ ແຫ່ງມິດຕະພາບທີ່ເຊື່ອມໂຍງ ການພົວພັນຂອງປະຊາຊົນ ໂດຍສະເພາະການແລກປ່ຽນທາງດ້ານເສດຖະ ກິດ, ສັງຄົມແລະວັດທະນະທໍາຂອງບັນດາປະເທດໃນພາກພື້ນນີ້. ສະນັ້ນ,ພວກ ເຮົາຂໍຮຽກຮ້ອງໃຫ້ບັນດາປະເທດ ໃນອ່າງແມ່ນໍ້າຂອງທັງໝົດຈົ່ງຮ່ວມມື ກັນໃນການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຫລັກການເຄົາລົບອະທິປະໄຕ ຂອງກັນ ແລະ ກັນ ແລະ ເພື່ອຜົນປະໂຫຍດຮ່ວມກັນ ດັ່ງຄຳຂວັນ “ໜຶ່ງແມ່ ນໍ້າຂອງ ໜຶ່ງອຸດົມການ”. ຊົມເຊີຍ ຜົນສໍາເລັດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງ ສາກົນ ຄັ້ງທີ 4 ຢ່າງສຸດໃຈ! ຊຸກຍູ້ເຮັດໃຫ້ເສດຖະກິດມີທ່າອຽງ ຂະຫຍາຍຕົວ ໃນລະດັບສະເລ່ຍ 4,4%ຕໍ່ປີ, ລວມຍອດຜະລິດຕະພັນ ພາຍໃນເມືອງບັນລຸ 276,07 ຕື້ກີບ ເປັນຕົ້ນ ຜະລິດຕະພັນກະສິກໍາ-ປ່າ ໄມ້ກວມ 74%, ຜະລິດຕະພັນອຸດສາ ສາມາດນຳໄປຈັດຕັ້ງປະຕິບັດຢ່າງ ເປັນເອກະພາບກັນໃນຂະແໜງອຸດ ສາຫະກຳ ແລະ ການຄ້າ. ທ່ານມະໄລທອງກົມມະສິດໄດ້ໃຫ້ ຮູ້ວ່າ: ໃນໄລຍະ 1 ປີຜ່ານມາສາມາດ ສະຫລຸບການຈັດຕັ້ງປະຕິບັດພົ້ນເດັ່ນ ຄື ມູນຄ່າການຜະລິດອຸດສາຫະກຳ ປຸງແຕ່ງ ແລະ ຫັດຖະກຳສາມາດບັນ ລຸໄດ້ 13.210 ຕື້ກີບ, ມູນຄ່າການບໍ ລິການຈໍລະຈອນສິນຄ້າ(ຂາຍຍົກຂາຍຍ່ອຍ ແລະ ຄ່າບໍລິການສ້ອມ ແປງ) ສາມາດບັນລຸໄດ້ 72. 622 ຕື້ກີບ, ມູນຄ່ານຳເຂົ້າ-ສົ່ງອອກບັນລຸ ໄດ້ 15.006 ລ້ານໂດລາສາຫະລັດ. ຈາກຕົວເລກດັ່ງກ່າວເຫັນວ່າ, ມູນ ຄ່າການຄ້າແມ່ນເກີນດຸນ 1. 390 ລ້ານໂດລາສາຫະລັດ ຖ້າບໍ່ລວມບໍ່ ລວມຕົວເລກນຳເຂົ້າ ແລະ ສົ່ງອອກ ໄຟຟ້າກໍ່ຍັງຂາດດຸນການຄ້າຢູ່ປະ ມານ 928 ລ້ານໂດລາສາຫະລັດ. ພ້ອມນີ້, ຍັງໄດ້ແກ້ໄຂບັນຫາການ ນະໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມ MRC ທີ່ ສປປ ລາວ ເປັນ ເຈົ້າພາບ. ໂອກາດນີ້, ທ່ານນາຍົກລັດຖະມົນ ຕີໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ລີ ກົວຢີ່ງ ພ້ອມ ດ້ວຍຄະນະ ທີ່ໃຫ້ກຽດເຂົ້າຮ່ວມກອງ ປະຊຸມ MRC ຢູ່ ສປປ ລາວ ໃນຄັ້ງ ນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມຂອງກອງ ປະຊຸມສະພາປະຊາຊົນຈີນໃນກາງ ເດືອນມີນາທີ່ຜ່ານມາ ໂດຍສະເພາະ ການເລືອກຕັ້ງ ແລະ ຮັບຮອງຄະນະລັດ ຖະບານຊຸດໃໝ່ຂອງ ສປ ຈີນ; ສະແດງ ຄວາມຂອບໃຈ ແລະ ຕີລາຄາສູງຕໍ່ພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນໃນໂອກາດທີ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມທາງລັດຖະກິດ ຢູ່ ສປ ຈີນ ໃນທ້າຍປີ 2022 ທີ່ຜ່ານມາ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຊຶ່ງເຫັນໄດ້ຢ່າງຈະແຈ້ງວ່າການ ພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ ຮັບການສືບຕໍ່ເສີມຂະຫຍາຍຢ່າງຕໍ່ ເນື່ອງ ແລະ ເກີດດອກອອກຜົນຕົວຈິງ ຫລາຍດ້ານ; ພ້ອມທັງສະແດງຄວາມ ຍິນດີ ໃນວັນທີ 13 ເມສາ 2023 ທີ່ຈະ ມາເຖິງນີ້ ຂະບວນລົດໄຟສາຍສາກົນ ວຽງຈັນ-ຄຸນໝິງ, ຄຸນໝິງ-ວຽງຈັນ ຈະໄດ້ເປີດສາຍ ສາກົນເປັນຂະບວນ ທຳອິດ ຊຶ່ງພາກສ່ວນກ່ຽວຂອງຝ່າຍ ລາວ ແລະ ຈີນ ກຳລັງກະກຽມຄວາມ ພ້ອມຢ່າງຮອບດ້ານ ຊຶ່ງເປັນເຫດການ ໜຶ່ງທີ່ສຳຄັນຕໍ່ການພົວພັນ ລາວ-ຈີນ; ໃນຕໍ່ໜ້າຫວັງຢ່າງຍິ່ງວ່າ ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫລືອສະໜັບ ສະໜູນວຽກງານ ໃນຂອບການຮ່ວມມື MRC, ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ແລະ ຂອບການຮ່ວມມືອື່ນໆ ເປັນຕົ້ນ ໃນຂະແໜງພະລັງງານນໍ້າ, ການນໍາ ໃຊ້ຊັບພະຍາກອນທາງນໍ້າ, ການຄຸ້ມ ຄອງ ບຳລຸງຮັກສານໍ້າ, ການແລກປ່ຽນ ດ້ານວິຊາການ, ການຈັດຊຸດຝຶກອົບຮົມ ຫລື ສະໜອງທຶນເຂົ້າໃນການສຶກສາສະ ເພາະດ້ານ ໃຫ້ແກ່ບຸກຄະລາກອນຂອງ ຝ່າຍລາວ ເພື່ອປະກອບສ່ວນຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມຂອງ ສປປລາວໃຫ້ມີຄວາມເຂັ້ມແຂງຂຶ້ນເປັນ ກ້າວໆ. ໃນໂອກາດດຽວກັນ, ທ່ານ ລີ ກົວ ຢີ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຜົນສຳ ເລັດໃນການພົບປະສອງຝ່າຍລະຫວ່າງ ກະຊວງຊັບພະຍາກອນນໍ້າ ແຫ່ງ ສປ ຈີນ ແລະ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມMRCທີ່ສປປ ລາວ ຄັ້ງນີ້. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບກ່ຽວ ກັບສະພາບການຈັດຕັ້ງປະຕິບັດວຽກ ງານຊັບພະຍາກອນນໍ້າ ທີ່ພົ້ນເດັ່ນ, ລວມທັງການວາງນະໂຍບາຍ ໃນຂົງ ເຂດວຽກງານດັ່ງກ່າວ ຂອງ ສປ ຈີນ. ຂ່າວ: ຫສນຍ ຖານທູດ ສປ ຈີນ ປະຈຳ ສປປລາວ ແລະ ສູນອາຊີ-ອາຟຣິກກາ ວິທະຍຸ ໂທລະພາບສູນກາງຈີນ (CMG) ຈັດສຳມະນາ ພາຍໃຕ້ຫົວຂໍ້“ຄວາມ ທັນສະໄໝແບບຈີນ ແລະ ຄູ່ຮ່ວມຊາ ຕາກຳ ລາວ- ຈີນ” ທີ່ ໂຮງແຮມແລນ ມາກ, ນະຄອນຫລວງວຽງຈັນໂດຍ ການເປັນປະທານ ຂອງທ່ານທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຈ່ຽງ ຈ້າຍຕຸ່ງ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາທູດອາວຸໂສ, ຄະນະກົມ ແລະ ຕົວ ແທນຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້ອງສູນກາງ, ສະຖາບັນຄົ້ນຄວ້າຕ່າງໆ ຂອງ ສປປ ລາວ, ລວມທັງສື່ມວນຊົນທັງຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ. ການສຳມະນາໃນຄັ້ງນີ້ ເພື່ອເປີດ ໂອກາດໃຫ້ແກ່ນັກການທູດຜູ້ມີປະສົບ ການ, ນັກຄົ້ນຄວ້າຊ່ຽວຊານ ແລະ ຜູ້ ເຂົ້າຮ່ວມຂອງ ສອງຝ່າຍ ລາວ-ຈີນ ໄດ້ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ ມາ ໃນຫົວຂໍ້ຕ່າງໆທີ່ສອງຝ່າຍມີຄວາມ ສົນໃຈ ເປັນຕົ້ນຄວາມທັນສະໄໝ ແບບ ຈີນ; ຂໍ້ລິເລິ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເນັ້ນໜັກຄວາມ ສໍາຄັນຂອງຄວາມກົມກຽວກັນໃນການ ດໍາລົງຊີວິດ ແລະ ການປົກປັກຮັກສາ ສິ່ງແວດລ້ອມ ເຊິ່ງ ສປປ ລາວ ກໍມີນະ ໂຍບາຍຄ້າຍຄືກັນການພັດທະນາເສດ ຖະກິດຕາມທິດສີຂຽວ ແລະ ຍືນຍົງ. ສະນັ້ນ, ຈຶ່ງເຫັນໄດ້ວ່າແມ່ນໜ້າທີ່ຂອງ ທຸກປະເທດ ໃນໂລກທີ່ຕ້ອງໄດ້ມີການ ປະສານງານ, ປຶກສາຫາລືແລະ ຮ່ວມມື ກັນ ເພື່ອສະກັດກັ້ນ ແລະ ແກ້ໄຂໄພພິບັດ ຕ່າງໆທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມກໍຄືການດໍາລົງຊີວິດຂອງຄົນ ເຮົາຢູ່ປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ ຈ່ຽງ ຈ້າຍຕຸ່ງ ກໍໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງບັນດາ ຂໍ້ລິເລີ່ມຕ່າງໆທີ່ສະເໜີໂດຍປະທານ ສີ ຈີ້ນຜິງ ໂດຍສະເພາະຂໍ້ລິເລິ່ມ “ຄວາມ ສີວິໄລທົ່ວໂລກ” ອັນໄດ້ປະກອບສ່ວນ ສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ການພັດທະນາ, ຄວາມໝັ້ນຄົງ, ຄວາມ ສີວິໄລ ແລະ ຄວາມກ້າວໜ້າຂອງມວນ ມະນຸດໃນທົ່ວໂລກ. ຕະຫລອດໄລຍະດຳເນີນການສຳ ມະນາຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກ ປ່ຽນບົດຮຽນ ກັບຜູ້ບັນຍາຍທີ່ມີບົດ ຮຽນແລະ ປະສົບການສູງທັງຝ່າຍລາວ ແລະ ຝ່າຍຈີນ ຢ່າງກົງໄປກົງມາ, ເຮັດ ໃຫ້ການສໍາມະນາໃນຄັ້ງນີ້ມີບັນຍາ ກາດຟົດຟື້ນ ແລະ ເນື້ອໃນເລິກເຊິ່ງ,ບັນ ລຸຕາມຈຸດປະສົງແລະລະດັບຄາດໝາຍ ທີ່ວາງໄວ້.
RkJQdWJsaXNoZXIy MTc3MTYxMQ==