5595

IP[IP'goN v.oxB ,76j ,n c]t [q f7Q o7;h k 0v'de,kmy dkoczodkodkog'o{dkod;flv[ y xtmko7totd;fdk l6 odk'ra d 1h P,1k,g,n v''vp c9h 'dkodt-;'dko8j k'xtgmf okpq d]a f4t,q o8u 8h voIa []a f4t,q o8u dt-;'-a [rtpkdvooE lx 9u o m5 drkdlj ;oln [8+ l5 ,de]a 'fa [,vf w2w\h ]k,xj klts';or6 rtoa ' lv'okpq d]a f4t,q o8u ]k;{ s;Pfok, rq [xtlv'/j kp ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 07.04.2023 ປີທີ 22 ສະບັບທີ 5.596 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j dP,d+ lh k'8ts]kf |v'9a o s]a '.\j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 -q ,g-u pzq oleg]a fdv'xt-5 ,l5 fpvf 7totde,kmy dkoc,j oE0v'lkdq o 7A 'mu 4 0tc|'v5 flkstde c]t dko7h k lts]5 [zq o'koxu 2022 -q ,g-u p;a olh k'8A 'de]a 'xh v'da o7;k,lts'[xt-k-q o]k; 7q [Iv[ 62 xu 1j k'l5 f.9 K q ຂປລ. ວັນທີ 31 ມີນາ 2023 ຜ່ານມາ, ນະຄອນຫລວງວຽງຈັນ ໄດ້ອອກຄຳສັ່ງວ່າດ້ວຍການຮັກ ສາຄວາມສະຫງົບຄວາມເປັນລະ ບຽບຮຽບຮ້ອຍໃນໄລຍະການສະ ເຫລີມສະຫລອງບຸນປີໃໝ່ລາວ ພສ 2566 ຢູ່ນະຄອນຫລວງວຽງ ຈັນ (ນວ) ໃຫ້ມີຄວາມເບີກບານ ມ່ວນຊື່ນສະບັບເລກທີ 06/ຈນວ ເພື່ອເຮັດໃຫ້ການສະເຫລີມສະ ຫລອງບຸນປີໃໝ່ລາວ ປີນີ້, ເຕັມໄປ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີ, ວັດທະ o; vvd7ela j 'Ia dlk7;k,lts'[ gxa o]t[P[IP[Ih vp w]pt[5 oxu .\j ]k; q ນະທໍາ, ຮີດຄອງປະເພນີ, ຂະນົບທຳ ນຽມອັນດີງາມຂອງລາວ, ທັງຮັບ ປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວສັງຄົມ. ຄຳສັ່ງດັ່ງກ່າວໄດ້ລະບຸວ່າ: ການສະຫລອງບຸນປີໃໝ່ລາວ ພສ 2566 ແມ່ນໃຫ້ດໍາເນີນໄປດ້ວຍ ບັນຍາກາດຟົດຟື້ນມ່ວນຊື່ນ, ຖືກ ຕ້ອງຕາມຮີດຄອງປະເພນີ ແລະ ຂະ ນົບທຳນຽມອັນດີງາມຂອງລາວ ໃນວັດວາອາຮາມ ຫລື ສະຖານທີ່ ຂປລ. ໃນໂອກາດທີ່ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫລວງພະບາງ ລະຫວ່າງ ວັນທີ 3-7 ເມສາ 2023 ນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການສູນ ກາງພັກ, ປະທານຄະນະກວດກາສູນ ກາງພັກ, ປະທານອົງການກວດກາ ທ່ານ ຄໍາພັນ ພົມມະທັດ ແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ແລະ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ເຈົ້າ ແຂວງຫລວງພະບາງ ພ້ອມດ້ວຍ ຄະນະ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງງອຍ ໂດຍໄດ້ຮັບການຕ້ອນ ຮັບຈາກ ທ່ານ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ, ເລຂາພັກ ເມືອງ, ເຈົ້າເມືອງເມືອງງອຍ ພ້ອມ ຄະນະ. ໂອກາດນີ້, ທ່ານ ບຸນເມືອງ ໄຊຍະສິດ ໄດ້ລາຍງານຫຍໍ້ສະພາບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 3 ປີ (20202022) ເຊິ່ງໄລຍະຜ່ານມາຄະນະ ພັກ, ຄະນະນຳເມືອງໄດ້ເອົາໃຈໃສ່  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 ຂປລ. ກະຊວງອຸດສາຫະກຳ ແລະ ການຄ້າຈັດກອງປະຊຸມປະ ຈຳປີ 2022 ຂອງຂະແໜງອຸດສາ ຫະກຳ ແລະ ການຄ້າ ໃນວັນທີ 6-7 ເມສາ 2023 ທີ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະ ຄອນຫລວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ເພື່ອສະຫລຸບຜົນງານ ພົ້ນເດັ່ນຕາມ 5 ແຜນງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງຂະແໜງອຸດສາຫະ ກຳ ແລະ ການຄ້າ, ລົງເລິກບາງບັນ ຫາທີ່ສັງຄົມໃຫ້ຄວາມສົນໃຈເປັນ ຕົ້ນ: ການຄຸ້ມຄອງ ແລະ ການສະ ໜອງນໍ້າມັນເຊື້ອໄຟ ແລະ ການ ຄຸ້ມຄອງລາຄາສິນຄ້າ, ການຄຸ້ມ ຄອງສິນຄ້ານຳເຂົ້າ ແລະ ສົ່ງ ອອກ, ການສົ່ງເສີມຜະລິດເປັນ ສິນຄ່າ ເພື່ອທົດແທນການນຳເຂົ້າ ແລະ ອື່ນໆ.ກອງປະຊຸມຍັງໄດ້ປຶກສາ ຫາລືຖາມ-ຕອບ ໃນບັນຫາຕ່າງໆ ໃຫ້ມີຄວາມກະຈ່າງແຈ້ງ ແລະ ທ່ານ ມະໄລທອງ ກົມມະສິດ ຂປລ.ໃນວັນທີ 6 ເມສາ 2023, ສະຖາບັນການຕ່າງປະເທດ, ກະ ຊວງການຕ່າງປະເທດຮ່ວມກັບສະ le,toksq ;0= 7;k,ma oltw\ c[[9u o c]t 76j Ij ;,-k8kde ]k;{9u o h ຂປລ. ໂຄງການກໍ່ສ້າງອາຄານ ຫລັງໃໝ່ຕະຫລາດໜອງຈັນ (ຂົວ ດິນ) ຈະກຽມລົງມືກໍ່ສ້າງໃນຕົ້ນ ເດືອນພຶດສະພາ 2023 ນີ້, ຄາດວ່າ ຈະສຳເລັດການກໍ່ສ້າງ ແລະ ເປີດ ໃຫ້ບໍລິການ ໃນເດືອນມີນາ 2024 ເຊິ່ງມີມູນຄ່າກໍ່ສ້າງທັງໝົດ 200 ຕື້ກີບ. ໃນຂະນະທີ່ຫ້ອງການຈັດສັນ ຕະຫລາດ ໄດ້ຕົກລົງຍົກຍ້າຍຊາວ ຄ້າຂາຍອອກທັງໝົດ ເພື່ອອຳນວຍ ຄວາມສະດວກໃນການກໍ່ສ້າງໃຫ້ ສຳເລັດຕາມກຳນົດເວລາ ເຊິ່ງຊາວ ຄ້າຂາຍກໍໄດ້ເຫັນດີຊອກຫາພື້ນທີ່ ຄ້າຂາຍດ້ວຍຕົນເອງຊົ່ວຄາວ,ພາຍ *ຊົມເຊີຍຜົນສໍາເລັດຢ່າງສະຫງ່າງາມຂອງກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບຈັດໃນລະຫວ່າງວັດທີ 2-5 ເມສາ 2023 ທີ່ນະຄອນ ຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ ນໍ້າຂອງທີ່ໝັ້ນຄົງ ແລະ ຍືນຍົງ”. ຕະຫລອດ 4 ວັນ ຂອງກອງປະຊຸມໄດ້ ດໍາເນີນໄປຢ່າງຟົດຟື້ນດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີ ແລະ ມີໝາກມີຜົນປະຈັກຕາ. ຜ່ານການປຶກສາຫາລື, ແລກປ່ຽນຄວາມຄິດ ຄວາມເຫັນ, ຂອບການຮ່ວມມືຫລາຍດ້ານແຕກຕ່າງກັນ, ເສີມຂະ ຫຍາຍມູນເຊື້ອດ້ານດີ, ສືບຕໍ່ປັບປຸງ ແລະ ຍົກລະດັບວຽກງານຕ່າງໆທີ່ ເປັນສິ່ງທາທາຍ ແລະ ວິໄສທັດອື່ນໆ ພາຍໃນສະມາຊິກແມ່ນໍ້າຂອງ, ຄູ່ ຮ່ວມມື, ອົງການຈັດຕັ້ງພາກລັດ-ເອກະຊົນ ແລະ ອື່ນໆ. ກອງປະຊຸມຄັ້ງ ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຂອງພັກ-ລັດ ແລະ ການຮ່ວມ ແຮງຮ່ວມໃຈຂອງປວງຊົນລາວທັງຊາດ ລວມທັງສະມາຊິກແມ່ນໍ້າຂອງ, ອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຮັດໃຫ້ກອງປະຊຸມ ດໍາເນີນໄປດ້ວຍຜົນສໍາເລັດໃຫຍ່ຫລວງ ແລະ ມີບາດກ້າວໃໝ່ທີ່ສໍາຄັນ ໃນຕໍ່ໜ້າ. ຂປລ. ວັນທີ 5 ເມສາ 2023 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນ ທ່ານ ສອນໄຊ ສີພັນດອນ (ຂວາ) ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລີກົວຢີ່ງລັດຖະມົນຕີກະຊວງຊັບພະ ຍາກອນນໍ້າ ແຫ່ງ ສປ ຈີນ ພ້ອມຄະ ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະ ລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ຈະເດີນທາງມາ ຢ້ຽມຢາມ ຢ່າງເປັນທາງການ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແຕ່ວັນທີ 10-11 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/04/2023 xtgmf]k; ຂປລ. ໃນວັນທີ 5 ເມສາ 2023, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ໃນ ໂອກາດເດີນທາງ ມາເຂົ້າຮ່ວມກອງ ປະຊຸມສຸດຍອດຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຄັ້ງທີ 4 ຢູ່ນະ ຄອນຫລວງວຽງຈັນ. ໃນໂອກາດນີ້, ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມດີໃຈທີ່ໄດ້ພົບປະ ກັບສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງ, ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີຫວຽດນາມແລະ ຄະນະ ໃນເດືອນມັງກອນ 2023 ຜ່ານມາ. ສອງຝ່າຍໄດ້ທົບທວນຄືນ ຜົນການຢ້ຽມຢາມໃນເດືອນມັງ ກອນຜ່ານມາ ແລະ ເຫັນດີສືບຕໍ່ຊຸກ ຍູ້ ແລະ ຈັດຕັ້ງຜັນຂະຫຍາຍບັນດາ ສັນຍາ ແລະ ຂໍ້ຕົກລົງຕ່າງໆຂອງ ສອງລັດຖະບານ ລາວ ແລະຫວຽດ ນາມ ທີ່ໄດ້ລົງນາມຮ່ວມກັນໃນກອງ ປະຊຸມ ຄັ້ງທີ 45 ກໍຄືເນື້ອໃນບົດ ບັນທຶກ ແລະ ແຜນການຮ່ວມມືປະ ຈໍາປີ 2023 ໃຫ້ປາກົດຜົນເປັນຈິງ, ພ້ອມທັງສືບຕໍ່ຊຸກຍູ້ບັນດາໂຄງການ ຮ່ວມມືແລະ ໂຄງການລົງທຶນຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ກໍາ ນົດໄວ້. ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ການເປັນເຈົ້າ ພາບຈັດກອງປະຊຸມສຸດຍອດຄະນະ ກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ຂອງ ສປປ ລາວ ທີ່ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ. ໃນຕອນທ້າຍ, ສອງຝ່າຍໄດ້ ອວຍພອນໄຊອັນປະເສີດເຊິ່ງກັນ ແລະກັນເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້, ລວມທັງອວຍພອນ ໃຫ້ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະ ນົງແກ່ນຕະຫລອດກາລະນານ. ພາບ: ຂັນໄຊ ສອງນາຍົກລັດຖະມົນຕີ... ປະທານຄະນະກວດກາ... ຂະແໜງອຸດສາຫະກຳ... ສຳມະນາ... ນາຍົກ... ຊົມເຊີຍ... ຫະກໍາ-ຫັດຖະກຳກວມ 5% ແລະ ການບໍລິການກວມ 21%,ສະເລ່ຍ ລາຍຮັບໃສ່ຫົວຄົນໄດ້ 8.797.000 ກີບ/ຄົນ/ປີ ເທົ່າກັບ 524 ໂດລາ (ອັດຕາແລກປ່ຽນໂດລາເທົ່າກັບ 16.773 ກີບ). ອີງໃສ່ທ່າແຮງບົ່ມ ຊ້ອນຂອງເມືອງ ຈຶ່ງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມການປູກຝັງ ແລະ ລ້ຽງສັດ ເປັນຕົ້ນຕໍ. ນອກຈາກນີ້, ຍັງໄດ້ຊຸກຍູ້ການປູກພືດອຸດສາຫະ ກຳປະເພດຕ່າງໆເປັນສິນຄ້າ ເຊັນ: ສາລີຫວານ, ສາລີແຂງ, ໝາກງາ, ປູກຂ່າ, ໝາກ ແໜ່ງ, ປູກໄມ້ໃຫ້ ໝາກ (ໝາກກ້ຽງ, ໝາກສົ້ມຂຽວ, ໝາກເງາະ), ປູກຫຍ້າອາຫານສັດ 2.844 ເຮັກຕາ ແລະ ການລ້ຽງສັດ ປະເພດຕ່າງໆມີການຂະຫຍາຍຕົວ. ຈາກນັ້ນ,ທ່ານຄໍາພັນພົມມະທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະ ນະພັກ, ຄະນະນຳເມືອງງອຍ ທີ່ໄດ້ ເອົາໃຈໃສ່ນຳພາ-ຊີ້ນຳວຽກງານ ໃນແຕ່ລະດ້ານ ແລະ ມີບາງຄຳເຫັນ ຊີ້ນໍາໃຫ້ຄະນະນໍາຂອງເມືອງເອົາ ໃຈໃສ່ຕື່ມໃນການຊຸກຍູ້ສົ່ງເສີມປະ ຊາຊົນທໍາການຜະລິດກະສິກຳ ເພື່ອ ເຮັດໃຫ້ເຂົາເຈົ້າສາມາດກຸ້ມຕົນເອງ ແລະ ເພິ່ງພາຕົນເອງໄດ້ພ້ອມທັງປຸງ ແຕ່ງຜະລິດຕະພັນກະສິກໍາ ເພື່ອສົ່ງ ອອກຂາຍ, ສົ່ງເສີມການບໍລິການ ທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ, ສົ່ງເສີມການສ້າງສິນຄ້າທີ່ລະນຶກ ເພື່ອຂາຍໃຫ້ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ. ສຳລັບວຽກ ງານກວດກາຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ນຳພາ-ຊີ້ນຳສ້າງ ເງື່ອນໄຂໃຫ້ຄະນະກວດກາແຕ່ລະ ຂັ້ນໄດ້ເຄື່ອນໄຫວວຽກງານຕາມ ພາລະບົດບາດຂອງຕົນ ທັງຮັບ ປະກັນການປະສານສົມທົບຢ່າງ ແໜ້ນແຟ້ນກົມກຽວ ລະຫວ່າງການ ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ແລະ ການນໍາພາ-ຊີ້ນໍາຈາກຄະນະພັກຂັ້ນ ເທິງ ກໍຄື ການຊີ້ນຳດ້ານວິຊາການ ແລະ ໃຊ້ສິດຕາມ ສາຍຕັ້ງຂອງຄະ ນະກວດກາພັກ ຫລື ອົງການກວດ ກາລັດຕາມຄວາມຈໍາເປັນ ແລະ ເໝາະສົມ. ສະໜອງນໍ້າມັນເຊື້ອໄຟ, ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາດ້ວຍຫລາຍ ມາດຕະການຕາມທິດຊີ້ນຳບໍ່ໃຫ້ນໍ້າ ມັນເຊື້ອໄຟຂາດແຄນ ແລະ ໄດ້ປັບປຸງ ການອອກແຈ້ງການປັບລາຄານໍ້າ ມັນເຊື້ອໄຟ ພາຍຫລັງປໍ້ານໍ້າມັນປິດ ເພື່ອແກ້ໄຂບັນຫາການຍາດແຍ່ງໃສ່ ນໍ້າມັນ ກ່ອນມີການປັບລາຄາຂຶ້ນ; ໄດ້ເອົາໃຈໃສ່ກໍານົດໂຄງປະກອບລາ ຄາແລະຄວບຄຸມສິນຄ້າໃນຄັງແຮສໍາ ຮອງເຮັດໃຫ້ບາງລາຍການສິນຄ້າມີ ລາຄາສະທ້ອນເຖິງຕົ້ນທຶນການຜະ ລິດ/ການນຳເຂົ້າຕົວຈິງ, ບາງລາຍ ການສິນຄ້າມີລາຄາຕໍ່າກວ່າປະເທດ ໃກ້ຄຽງຂອງ ສປປ ລາວ; ໄດ້ຮອງ ຮັບເອົາຍຸດທະສາດວຽກຍຸດທະສາດ ການສົ່ງອອກເຂົ້າ ເພື່ອຍົກລະດັບ ຄວາມສາມາດແຂ່ງຂັນ-ສົ່ງເສີມການ ຜະລິດ, ນໍາໃຊ້ຜົນຜະລິດອຸດສາຫະ ກຳພາຍໃນ, ປະຕິບັດເປົ້າໝາຍການ ເຕີບໂຕສີຂຽວແຫ່ງຊາດ, ສົ່ງເສີມ ການພັດທະນາອຸດສາຫະກຳປຸງແຕ່ງ ແບບຍືນຍົງ, ການສ້າງມູນຄ່າເພີ່ມຍົກລະດັບຜະລິດຕະພາບສືບຕໍ່ຄົ້ນ ຄວ້າ ແລະ ສ້າງແຜນວຽກ, ກົນໄກ ການຕິດຕາມກວດກາ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດດໍາລັດວ່າ ດ້ວຍການຄ້າທາງເອເລັກໂຕຣນິກ ອາຊຽນຂອງ ສປປ ລາວ;ໄດ້ແກ້ໄຂ ບັນຫາລົດຂົນສົ່ງສິນຄ້າທີ່ແອອັດ ໃຫ້ ສາມາດສົ່ງອອກໄປ ສປ ຈີນ ຫລາຍ ຂຶ້ນ; ປັບປຸງກົນໄກ, ຫລຸດຜ່ອນຂັ້ນ ຕອນ ແລະ ໄລຍະເວລາການອອກໃບ ອະນຸຍາດດໍາເນີນທຸລະກິດ ແລະ ເລກ ປະຈໍາຕົວຜູ້ເສຍອາກອນເພື່ອຫລຸດ ຂັ້ນຕອນ ແລະໄລຍະເວລາການເລີ່ມ ຕົ້ນທຸລະກິດ; ສົ່ງເສີມຄວາມສາມາດ ໃນການແຂ່ງຂັນທຸລະກິດໃຫ້ແກ່ສະ ມາຄົມສົ່ງເສີມຖິ່ນກໍາເນີດກາເຟບໍ ລະເວນ ແລະ ຊາປາກຊ່ອງຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຂໍອະນຸຍາດນໍາໃຊ້ ກາໝາຍມາດຕະຖານແຫ່ງຊາດ ແລະ ໄດ້ພັດທະນາເວັບໄຊ ເອີ້ນວ່າ: ໂຄງການສົ່ງເສີມ ແລະ ພັດທະນາລະ ບົບການຄ້າຜ່ານທາງເອເລັກໂຕຣນິກ E-commerce ສໍາລັບຜະລິດຕະ ພັນກະສິກໍາ ແລະ ສິນຄ້າ ສປປ ລາວ ເພື່ອສົ່ງອອກໄປຕະຫລາດຕ່າງປະ ເທດ ແລະ ຊື້-ຂາຍພາຍໃນ. ໃນກອງປະຊຸມ, ໄດ້ກຳນົດຕົວເລກ ຄາດໝາຍສູ້ຊົນຕົ້ນຕໍ ປີ 2023 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງປະກອບມີ: ດ້ານອຸດສາ ຫະກຳປຸງແຕ່ງ ແລະ ຫັດຖະກຳ ສູ້ຊົນ ສ້າງມູນຄ່າຜະລິດອຸດສາຫະກຳປຸງ ແຕ່ງ ແລະ ຫັດຖະກຳຄາດຄະເນໃຫ້ ບັນລຸ 14.029,09 ຕື້ກີບ; ດ້ານການ ຄ້າພາຍໃນສູ້ຊົນສ້າງມູນຄ່າຈໍລະ ຈອນສິນຄ້າ (ຂາຍົກ-ຂາຍ່ອຍ ແລະ ຄ່າບໍລິການສ້ອມແປງຄາດຄະເນ ໃຫ້ບັນລຸ 73.541,08 ຕື້ກີບ; ດ້ານ ການຄ້າຕ່າງປະເທດສູ້ຊົນສ້າງມູນ ຄ່າການນຳເຂົ້າ ແລະ ສົ່ງອອກຄາດ ຄະເນໃຫ້ບັນລຸ 15.325 ລ້ານໂດ ລາສາຫະລັດ. ໃນນັ້ນ, ມູນຄ່າການສົ່ງ ອອກ 8. 225 ລ້ານໂດລາສາຫະລັດ ແລະ ມູນຄ່ານຳເຂົ້າ 7.100 ລ້ານ ໂດລາສາຫະລັດ. ຂ່າວ: ໄມເຄິ້ນ ບົວລະພັນ; ພາບ: ອ່າຍຄຳ ໃນໂອກາດເປີດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາ ກົນຄັ້ງທີ 4, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນບາງຕອນວ່າ: ກອງປະຊຸມສຸດຍອດຂອງພວກເຮົາໃນມື້ນີ້ ແມ່ນ ກົງກັບວັນສ້າງຕັ້ງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄົບຮອບ 28 ປີ ເຊິ່ງເປັນຂີດໝາຍສໍາຄັນ ແລະ ເປັນເວທີພົບປະຂອງການນໍາຂັ້ນສູງ ຈາກປະ ເທດສະມາຊິກຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຜູ້ຕາງໜ້າຈາກ ຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານອື່ນໆ ເພື່ອພ້ອມກັນປຶກ ສາຫາລືກ່ຽວກັບສະພາບການພັດທະນາ, ສິ່ງທ້າທາຍ ແລະ ກາລະໂອກາດ ຕ່າງໆໃນອ່າງແມ່ນໍ້າຂອງ, ທັງເປັນການແລກປ່ຽນຄວາມຮູ້ດ້ານນະວັດ ຕະກໍາ ແລະ ເສີມຂະຫຍາຍການຮ່ວມມື ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ. ສປປ ລາວ ໄດ້ປະຕິບັດພັນທະສັນຍາແມ່ນໍ້າຂອງ ຢ່າງຕັ້ງໜ້າ ໂດຍສະເພາະການ ປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງຄະນະກໍາມາທິການແມ່ນໍ້າຂອງ ສາກົນ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ຜົນສຳ ເລັດທີ່ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນພາຍໃຕ້ການບໍລິ ຫານຂອງບັນດາຫົວໜ້າກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ໃນໄລຍະຜ່ານມາ. ພິເສດ ສປປ ລາວ ແມ່ນມີຄວາມພາກພູມໃຈເປັນຢ່າງ ຍິ່ງທີ່ໄດ້ຮັບກຽດເປັນຄັ້ງທໍາອິດ ໃນການປະຕິບັດໜ້າທີ່ເປັນຫົວໜ້າກອງເລ ຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຫວັງເປັນຢ່າງຍິ່ງວ່າບັນ ດາປະເທດສະມາຊິກ ຈະສືບຕໍ່ໃຫ້ການສະໜັບສະໜູນກອງເລຂາຄະນະກຳ ມາທິການແມ່ນ້ຳຂອງສາກົນ ໃນການຈັດຕັ້ງປະຕິບັດຍຸດທະສາດພັດທະນາ ອ່າງແມ່ນໍ້າຂອງ ສົກປີ 2021-2030, ບັນດາລະບຽບການ, ບົດແນະນໍາ ຕ່າງໆທີ່ກ່ຽວຂ້ອງ ແລະ ຖະແຫລງການວຽງຈັນທີ່ຖືກຮັບຮອງໃນກອງປະ ຊຸມຄັ້ງນີ້. ກອງປະຊຸມໃນຄັ້ງນີ້ ເປັນໂອກາດອັນສໍາຄັນ ແລະ ທັນກັບເວລາພໍດີໃນ ການທົບທວນບັນດາວິທີການ ການພັດທະນາເຮັດຫຍັງ, ເຮັດແນວໃດ, ໃຜ ຈະເຮັດ ແລະ ເຮັດເວລາໃດ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດເພື່ອການ ຄຸ້ມຄອງອ່າງແມ່ນໍ້າຂອງແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີ ຄວາມຍືນຍົງ ເພື່ອກ້າວໄປເຖິງວາລະ ແລະ ວິໄສທັດຂອງອ່າງແມ່ນ້ຳຂອງ “ເສດຖະກິດຈະເລີນຮຸ່ງເຮືອງ, ສັງຄົມມີຄວາມຍຸຕິທໍາ ແລະ ສິ່ງແລດລ້ອມ ມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ” ແລະ ວາລະສາກົນປີ 2030 “ເປົ້າໝາຍການພັດທະນາແບບຍືນຍົງ”, ການສ້າງນະໂຍບາຍ, ເຕັກໂນໂລ ຊີ ແລະ ເສັ້ນທາງຂອງການຮ່ວມມືຢ່າງມີນະວັດຕະກຳແມ່ນເປັນສິ່ງທີ່ສຳຄັນ ເພື່ອສ້າງຂະບວນການໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນການແລກ ປ່ຽນຄວາມຮູ້ ແລະ ຂໍ້ມູນ-ຂ່າວສານ ແລະ ການຮ່ວມມືດ້ານການຄຸ້ມຄອງຊັບ ພະຍາກອນນໍ້າໃນອ່າງແມ່ນ້ຳຂອງ. ສປປ ລາວ ມີຄວາມມຸ່ງໝັ້ນຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ, ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ. ລັດຖະບານລາວ ໄດ້ໃຫ້ຄວາມ ສໍາຄັນສູງໃນການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຮ່ວມມື ກັບບັນດາປະເທດແມ່ນ້ຳຂອງ ໂດຍອີງຕາມສັນຍາແມ່ນ້ຳຂອງປີ 1995. ສັນຍາສະບັບດັ່ງກ່າວ ໄດ້ສ້າງພື້ນຖານໃຫ້ແກ່ພວກເຮົາເພື່ອສົ່ງເສີມອຸດົມ ການແຫ່ງການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນ ໃນອ່າງແມ່ນ້ຳຂອງ. ກອງປະຊຸມສຸດຍອດຄັ້ງນີ້ ມີຜູ້ເຂົ້າຮ່ວມຫລາຍກວ່າ 600 ຄົນ ຈາກທົ່ວ ໂລກທີ່ສົນໃຈກ່ຽວກັບແມ່ນໍ້າຂອງ, ອັນເປັນເວທີສຳຄັນທີ່ບັນດາຜູ້ເຂົ້າຮ່ວມ ໄດ້ມີໂອກາດແລກປ່ຽນແນວຄິດ, ຄວາມຮູ້ທາງດ້ານວິຊາການ ແລະປະສົບ ການຕົວຈິງ ກ່ຽວກັບນະວັດຕະກໍາທີ່ກ່ຽວຂ້ອງກັບນໍ້າ ເພື່ອສົ່ງເສີມ ແລະ ຜັນຂະຫຍາຍການຮ່ວມມືໃນຂົງເຂດແມ່ນໍ້າຂອງ. ສິ່ງສຳຄັນໃນຖະແຫລງ ການວຽງຈັນ ໄດ້ສະແດງໃຫ້ເຫັນຜົນສໍາເລັດ ຂອງຄະນະກຳມາທິການ ແມ່ນໍ້າຂອງສາກົນ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫລງການ ສຽມຣຽບ ກໍ່ຄືນັບແຕ່ກອງປະຊຸມສຸດຍອດ ຄັ້ງທີ 3 ຈົນເຖິງປັດຈຸບັນ, ລວມ ທັງການຢືນຢັນເຖິງການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງ ແມ່ນໍ້າຂອງ ທີ່ອີງໃສ່ຫລັກການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ບັນດາຍຸດທະສາດ ກໍຄືບົດແນະນໍາ ແລະ ລະບຽບການຕ່າງໆ ທີ່ຄະນະ ກຳມາທິການແມ່ນ້ຳຂອງສາກົນ ໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ມີໂອກາດປຶກສາຫາລື ແລະ ແລກ ປ່ຽນບົດຮຽນກ່ຽວກັບການນໍາໃຊ້ນໍ້າພາຍໃນອ່າງ. ດັ່ງທີ່ຮູ້ນໍາກັນດີແລ້ວວ່າ ແມ່ນໍ້າຂອງຖືເປັນໜຶ່ງໃນແມ່ນໍ້າຂະໜາດໃຫຍ່ ຂອງໂລກທີ່ມີຄວາມອຸດົມສົມບູນໄປດ້ວຍລະບົບນິເວດ ແລະ ຊີວະນາໆພັນ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຫລາຍກ່ວາ 60 ລ້ານຄົນ ທີ່ອາ ໄສໃນອ່າງແມ່ນໍ້າແຫ່ງນີ້ ແລະ ໄດ້ນໍາໃຊ້ຊັບພະຍາກອນທໍາມະຊາດ ດັ່ງກ່າວ ໃນການດໍາລົງຊີວິດ. ແມ່ນໍ້າຂອງຖືເປັນແມ່ນໍ້າ ແຫ່ງມິດຕະພາບທີ່ເຊື່ອມໂຍງ ການພົວພັນຂອງປະຊາຊົນ ໂດຍສະເພາະການແລກປ່ຽນທາງດ້ານເສດຖະ ກິດ, ສັງຄົມແລະວັດທະນະທໍາຂອງບັນດາປະເທດໃນພາກພື້ນນີ້. ສະນັ້ນ,ພວກ ເຮົາຂໍຮຽກຮ້ອງໃຫ້ບັນດາປະເທດ ໃນອ່າງແມ່ນໍ້າຂອງທັງໝົດຈົ່ງຮ່ວມມື ກັນໃນການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຫລັກການເຄົາລົບອະທິປະໄຕ ຂອງກັນ ແລະ ກັນ ແລະ ເພື່ອຜົນປະໂຫຍດຮ່ວມກັນ ດັ່ງຄຳຂວັນ “ໜຶ່ງແມ່ ນໍ້າຂອງ ໜຶ່ງອຸດົມການ”. ຊົມເຊີຍ ຜົນສໍາເລັດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງ ສາກົນ ຄັ້ງທີ 4 ຢ່າງສຸດໃຈ! ຊຸກຍູ້ເຮັດໃຫ້ເສດຖະກິດມີທ່າອຽງ ຂະຫຍາຍຕົວ ໃນລະດັບສະເລ່ຍ 4,4%ຕໍ່ປີ, ລວມຍອດຜະລິດຕະພັນ ພາຍໃນເມືອງບັນລຸ 276,07 ຕື້ກີບ ເປັນຕົ້ນ ຜະລິດຕະພັນກະສິກໍາ-ປ່າ ໄມ້ກວມ 74%, ຜະລິດຕະພັນອຸດສາ ສາມາດນຳໄປຈັດຕັ້ງປະຕິບັດຢ່າງ ເປັນເອກະພາບກັນໃນຂະແໜງອຸດ ສາຫະກຳ ແລະ ການຄ້າ. ທ່ານມະໄລທອງກົມມະສິດໄດ້ໃຫ້ ຮູ້ວ່າ: ໃນໄລຍະ 1 ປີຜ່ານມາສາມາດ ສະຫລຸບການຈັດຕັ້ງປະຕິບັດພົ້ນເດັ່ນ ຄື ມູນຄ່າການຜະລິດອຸດສາຫະກຳ ປຸງແຕ່ງ ແລະ ຫັດຖະກຳສາມາດບັນ ລຸໄດ້ 13.210 ຕື້ກີບ, ມູນຄ່າການບໍ ລິການຈໍລະຈອນສິນຄ້າ(ຂາຍຍົກຂາຍຍ່ອຍ ແລະ ຄ່າບໍລິການສ້ອມ ແປງ) ສາມາດບັນລຸໄດ້ 72. 622 ຕື້ກີບ, ມູນຄ່ານຳເຂົ້າ-ສົ່ງອອກບັນລຸ ໄດ້ 15.006 ລ້ານໂດລາສາຫະລັດ. ຈາກຕົວເລກດັ່ງກ່າວເຫັນວ່າ, ມູນ ຄ່າການຄ້າແມ່ນເກີນດຸນ 1. 390 ລ້ານໂດລາສາຫະລັດ ຖ້າບໍ່ລວມບໍ່ ລວມຕົວເລກນຳເຂົ້າ ແລະ ສົ່ງອອກ ໄຟຟ້າກໍ່ຍັງຂາດດຸນການຄ້າຢູ່ປະ ມານ 928 ລ້ານໂດລາສາຫະລັດ. ພ້ອມນີ້, ຍັງໄດ້ແກ້ໄຂບັນຫາການ ນະໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມ MRC ທີ່ ສປປ ລາວ ເປັນ ເຈົ້າພາບ. ໂອກາດນີ້, ທ່ານນາຍົກລັດຖະມົນ ຕີໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ລີ ກົວຢີ່ງ ພ້ອມ ດ້ວຍຄະນະ ທີ່ໃຫ້ກຽດເຂົ້າຮ່ວມກອງ ປະຊຸມ MRC ຢູ່ ສປປ ລາວ ໃນຄັ້ງ ນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມຂອງກອງ ປະຊຸມສະພາປະຊາຊົນຈີນໃນກາງ ເດືອນມີນາທີ່ຜ່ານມາ ໂດຍສະເພາະ ການເລືອກຕັ້ງ ແລະ ຮັບຮອງຄະນະລັດ ຖະບານຊຸດໃໝ່ຂອງ ສປ ຈີນ; ສະແດງ ຄວາມຂອບໃຈ ແລະ ຕີລາຄາສູງຕໍ່ພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນໃນໂອກາດທີ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມທາງລັດຖະກິດ ຢູ່ ສປ ຈີນ ໃນທ້າຍປີ 2022 ທີ່ຜ່ານມາ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຊຶ່ງເຫັນໄດ້ຢ່າງຈະແຈ້ງວ່າການ ພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ ຮັບການສືບຕໍ່ເສີມຂະຫຍາຍຢ່າງຕໍ່ ເນື່ອງ ແລະ ເກີດດອກອອກຜົນຕົວຈິງ ຫລາຍດ້ານ; ພ້ອມທັງສະແດງຄວາມ ຍິນດີ ໃນວັນທີ 13 ເມສາ 2023 ທີ່ຈະ ມາເຖິງນີ້ ຂະບວນລົດໄຟສາຍສາກົນ ວຽງຈັນ-ຄຸນໝິງ, ຄຸນໝິງ-ວຽງຈັນ ຈະໄດ້ເປີດສາຍ ສາກົນເປັນຂະບວນ ທຳອິດ ຊຶ່ງພາກສ່ວນກ່ຽວຂອງຝ່າຍ ລາວ ແລະ ຈີນ ກຳລັງກະກຽມຄວາມ ພ້ອມຢ່າງຮອບດ້ານ ຊຶ່ງເປັນເຫດການ ໜຶ່ງທີ່ສຳຄັນຕໍ່ການພົວພັນ ລາວ-ຈີນ; ໃນຕໍ່ໜ້າຫວັງຢ່າງຍິ່ງວ່າ ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫລືອສະໜັບ ສະໜູນວຽກງານ ໃນຂອບການຮ່ວມມື MRC, ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ແລະ ຂອບການຮ່ວມມືອື່ນໆ ເປັນຕົ້ນ ໃນຂະແໜງພະລັງງານນໍ້າ, ການນໍາ ໃຊ້ຊັບພະຍາກອນທາງນໍ້າ, ການຄຸ້ມ ຄອງ ບຳລຸງຮັກສານໍ້າ, ການແລກປ່ຽນ ດ້ານວິຊາການ, ການຈັດຊຸດຝຶກອົບຮົມ ຫລື ສະໜອງທຶນເຂົ້າໃນການສຶກສາສະ ເພາະດ້ານ ໃຫ້ແກ່ບຸກຄະລາກອນຂອງ ຝ່າຍລາວ ເພື່ອປະກອບສ່ວນຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມຂອງ ສປປລາວໃຫ້ມີຄວາມເຂັ້ມແຂງຂຶ້ນເປັນ ກ້າວໆ. ໃນໂອກາດດຽວກັນ, ທ່ານ ລີ ກົວ ຢີ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຜົນສຳ ເລັດໃນການພົບປະສອງຝ່າຍລະຫວ່າງ ກະຊວງຊັບພະຍາກອນນໍ້າ ແຫ່ງ ສປ ຈີນ ແລະ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມMRCທີ່ສປປ ລາວ ຄັ້ງນີ້. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບກ່ຽວ ກັບສະພາບການຈັດຕັ້ງປະຕິບັດວຽກ ງານຊັບພະຍາກອນນໍ້າ ທີ່ພົ້ນເດັ່ນ, ລວມທັງການວາງນະໂຍບາຍ ໃນຂົງ ເຂດວຽກງານດັ່ງກ່າວ ຂອງ ສປ ຈີນ. ຂ່າວ: ຫສນຍ ຖານທູດ ສປ ຈີນ ປະຈຳ ສປປລາວ ແລະ ສູນອາຊີ-ອາຟຣິກກາ ວິທະຍຸ ໂທລະພາບສູນກາງຈີນ (CMG) ຈັດສຳມະນາ ພາຍໃຕ້ຫົວຂໍ້“ຄວາມ ທັນສະໄໝແບບຈີນ ແລະ ຄູ່ຮ່ວມຊາ ຕາກຳ ລາວ- ຈີນ” ທີ່ ໂຮງແຮມແລນ ມາກ, ນະຄອນຫລວງວຽງຈັນໂດຍ ການເປັນປະທານ ຂອງທ່ານທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຈ່ຽງ ຈ້າຍຕຸ່ງ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາທູດອາວຸໂສ, ຄະນະກົມ ແລະ ຕົວ ແທນຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້ອງສູນກາງ, ສະຖາບັນຄົ້ນຄວ້າຕ່າງໆ ຂອງ ສປປ ລາວ, ລວມທັງສື່ມວນຊົນທັງຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ. ການສຳມະນາໃນຄັ້ງນີ້ ເພື່ອເປີດ ໂອກາດໃຫ້ແກ່ນັກການທູດຜູ້ມີປະສົບ ການ, ນັກຄົ້ນຄວ້າຊ່ຽວຊານ ແລະ ຜູ້ ເຂົ້າຮ່ວມຂອງ ສອງຝ່າຍ ລາວ-ຈີນ ໄດ້ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ ມາ ໃນຫົວຂໍ້ຕ່າງໆທີ່ສອງຝ່າຍມີຄວາມ ສົນໃຈ ເປັນຕົ້ນຄວາມທັນສະໄໝ ແບບ ຈີນ; ຂໍ້ລິເລິ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເນັ້ນໜັກຄວາມ ສໍາຄັນຂອງຄວາມກົມກຽວກັນໃນການ ດໍາລົງຊີວິດ ແລະ ການປົກປັກຮັກສາ ສິ່ງແວດລ້ອມ ເຊິ່ງ ສປປ ລາວ ກໍມີນະ ໂຍບາຍຄ້າຍຄືກັນການພັດທະນາເສດ ຖະກິດຕາມທິດສີຂຽວ ແລະ ຍືນຍົງ. ສະນັ້ນ, ຈຶ່ງເຫັນໄດ້ວ່າແມ່ນໜ້າທີ່ຂອງ ທຸກປະເທດ ໃນໂລກທີ່ຕ້ອງໄດ້ມີການ ປະສານງານ, ປຶກສາຫາລືແລະ ຮ່ວມມື ກັນ ເພື່ອສະກັດກັ້ນ ແລະ ແກ້ໄຂໄພພິບັດ ຕ່າງໆທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມກໍຄືການດໍາລົງຊີວິດຂອງຄົນ ເຮົາຢູ່ປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ ຈ່ຽງ ຈ້າຍຕຸ່ງ ກໍໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງບັນດາ ຂໍ້ລິເລີ່ມຕ່າງໆທີ່ສະເໜີໂດຍປະທານ ສີ ຈີ້ນຜິງ ໂດຍສະເພາະຂໍ້ລິເລິ່ມ “ຄວາມ ສີວິໄລທົ່ວໂລກ” ອັນໄດ້ປະກອບສ່ວນ ສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ການພັດທະນາ, ຄວາມໝັ້ນຄົງ, ຄວາມ ສີວິໄລ ແລະ ຄວາມກ້າວໜ້າຂອງມວນ ມະນຸດໃນທົ່ວໂລກ. ຕະຫລອດໄລຍະດຳເນີນການສຳ ມະນາຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກ ປ່ຽນບົດຮຽນ ກັບຜູ້ບັນຍາຍທີ່ມີບົດ ຮຽນແລະ ປະສົບການສູງທັງຝ່າຍລາວ ແລະ ຝ່າຍຈີນ ຢ່າງກົງໄປກົງມາ, ເຮັດ ໃຫ້ການສໍາມະນາໃນຄັ້ງນີ້ມີບັນຍາ ກາດຟົດຟື້ນ ແລະ ເນື້ອໃນເລິກເຊິ່ງ,ບັນ ລຸຕາມຈຸດປະສົງແລະລະດັບຄາດໝາຍ ທີ່ວາງໄວ້.

xtgmf]k; 3 07/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me —ົດສະ§ໜີ ©ດ’ §ຂົ້າານນໍ້າ s]Y o[5 oxu .\j 1j k']t,a f]t;a ' g,n v'Iqj , 9a f/b dvq [Iq ,7;k,I6h rN o4ko dkovto5 ]a d-a [rtpkdvome,t-kf * ຍັງອີກບໍ່ພໍເທົ່າໃດມື້ຂ້າງໜ້າ ນີ້, ບຸນປີໃໝ່ລາວ ຫລື ບຸນຕຸດສົງ ການກໍໝູນວຽນມາຮອດອີກວາລະ ໜຶ່ງ ຊຶ່ງຫລາຍຄົນກໍວາງແຜນ ເພື່ອ ໄປສະເຫລີມສະຫລອງ ບຸນປີໃໝ່ ຫລື ໄປຢ້ຽມຢາມເຊິ່ງກັນ ແລະ ກັນ ຕາມຈຸດປະສົງກັນແລ້ວ, ແຕ່ເຖິງ ຢ່າງໃດກໍຕາມ ສິ່ງທີ່ພວກເຮົາຄວນ ເອົາໃຈໃສ່ໃນໄລຍະບຸນນີ້ຄື ບັນຫາ ອຸບັດເຫດໃນການໄປ ມາໃຫ້ລະມັດ ລະວັງ, ຄ່ອຍໄປຄ່ອຍມາແລະຫລິ້ນ ໃຫ້ຖືກຕາມຮີດຄອງປະເພນີອັນດີ ງາມຂອງຊາດລາວເຮົາ. ນອກຈາກ ນີ້, ກໍຄວນເອົາໃຈໃສ່ ແລະ ບໍ່ຖິ້ມຂີ້ ເຫຍື້ອຊະຊາຍຢູ່ສະຖານທີ່ຕ່າງໆ, ທຸກເສັ້ນທາງ ເພື່ອເຮັດໃຫ້ມີຄວາມ ສະອາດຢ່າງຈົບງາມໃນໄລຍະ ພວມສະຫລອງປີໃໝ່ ແລະ ຫລັງ ປີໃໝ່. ໃນ 2-3 ປີຜ່ານມາ ການສະ ເຫລີມສະຫລອງບຸນປີໃໝ່ລາວບໍ່ ໄດ້ຈັດຄຶກຄື້ນ ເນື່ອງຈາກການແພ່ ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກກໍຄືຢູ່ໃນປະເທດລາວ ເຮົາ ຊຶ່ງລັດຖະບານ ໄດ້ອອກແຈ້ງ ການໃຫ້ຢຸດການສະຫລອງບຸນປີ ໃໝ່ ແລະ ບຸນອື່ນໆທີ່ມີຄົນເຕົ້າໂຮມ ຫລາຍ ເພື່ອເປັນການສະກັດກັ້ນພະ ຍາດນີ້ ບໍ່ໃຫ້ແພ່ລະບາດເປັນວົງ ກວ້າງ. ສຳລັບປີຜ່ານມາ, ກໍໄດ້ອະ ນຸຍາດໃຫ້ສະເຫລີມສະຫລອງປີ ໃໝ່, ແຕ່ຢູ່ໃນຂອບເຂດຈຳກັດ ເພື່ອ ຫລີກເວັ້ນການແພ່ລະບາດຂອງ ພະຍາດໂຄວິດ-19. ຂະນະທີ່ ໃນປີ 2023ນີ້, ການແພ່ລະບາດຂອງພະ * ເມື່ອບໍ່ດົນມານີ້, ຢູ່ສະໂມສອນ ຂອງເມືອງຮົ່ມ ແຂວງໄຊສົມບູນ ໄດ້ມີພິທີເປີດຝຶກອົບຮົມກ່ຽວກັບ ຄວາມຮູ້ພື້ນຖານການອະນຸລັກແລະ ການໂຄສະນາເຜີຍແຜ່, ໂຄສະນາ ອຸທິຍານແຫ່ງຊາດ ພູເຂົາຄວາຍ ໂດຍການເປັນປະທານຂອງທ່ານ ຄຳພອນ ຈົງລີວ່າງ ຫົວໜ້າຫ້ອງ ການກະສີກຳ ແລະ ປ່າໄມ້ ມີທ່ານ ຈັນເພັງມຸນຕີວົງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດພູເຂົາຄວາຍ, ພ້ອມດ້ວຍຄູຝຶກ, ບັນດາສຳມະນາ ກອນມາຈາກບັນດາຫ້ອງການກົມ ກອງຂອງເມືອງ. ການຝຶກອົບຮົມຄັ້ງນີ້ ນັກສຳມະ ນາກອນໄດ້ຮຽນຮູ້ພື້ນຖານກ່ຽວ ກັບການອະນຸລັກ, ການສື່ສານ, ການເຮັດວຽກເປັນທີມ, ການເຮັດ ວຽກກັບຊຸມຊົນ, ການເປັນຜູ້ນຳສະ ເໜີ ແລະ ເປັນພິທີກອນທີ່ດີ, ການ ວິເຄາະສະຖານະການ ຂອງປ່າສະ ຫງວນ ເພື່ອເປັນການດຳເນີນວຽກ ງານການຄຸ້ມຄອງປົກປັກຮັກສາ ຊັບພະຍາກອນປ່າໄມ້ ໃນອຸທິຍານ ແຫ່ງຊາດ ໃຫ້ມີຄວາມຍືນຍົງ ເຊິ່ງ ຜ່ານມາລັດຖະບານແຫ່ງ ສປປ ລາວ ໄດ້ຍົກລະດັບປະເພດປ່າສະ ຫງວນແຫ່ງຊາດຂຶ້ນເປັນອຸທິຍານ ແຫ່ງຊາດໃໝ່ອີກ1 ແຫ່ງ ໃນທ້າຍປີ 2021 ແນໃສ່ການຄຸ້ມຄອງປົກປັກ ຮັກສາຊັບພະຍາກອນປ່າໄມ້, ສັດ ນ້ຳ-ສັດປ່າ ແລະ ຊີວະນາໆພັນ ໃນເຂດອຸທິຍານແຫ່ງຊາດພູເຂົາ ຄວາຍ ຕາມແຜນຈັດປະເພດປ່າສະ ສໍາລັບອຸທິຍານແຫ່ງຊາດ ພູ ເຂົາຄວາຍ ມີເນື້ອທີ່ຫລາຍກວ່າ 191.900 ເຮັກຕາ ກວມເອົາ 3 ແຂວງ ແລະ 1 ນະຄອນຄື: ນະຄອນ ຫລວງວຽງຈັນ, ແຂວງໄຊສົມບູນ, ວຽງຈັນ ແລະ ແຂວງບໍລິຄຳໄຊ ເຊິ່ງປັດຈຸບັນໄດ້ປະເມີນປະເພດປ່າ ສະຫງວນເປັນອຸທິຍານແຫ່ງຊາດ ໂດຍໄດ້ມີການກຳນົດຂອບເຂດປ່າ ສະຫງວນຢ່າງຈະແຈ້ງ, ມີການສຳ ຫລວດເກັບກຳຂໍ້ມູນ ສັດນໍ້າ-ສັດ ປ່າ ແລະ ຊີວະນາໆພັນ, ການຕິດ ຕາມກວດກາລາດຕະເວນ ແລະ ໄດ້ມີກຳນົດເຂດແຫລ່ງທ່ອງທ່ຽວ ທຳມະຊາດເພື່ອແນໃສ່ໃນການປະ ກອບສ່ວນເຂົ້າໃນພັດທະນາເສດ ຖະກິດ-ສັງຄົມຂອງຊຸມຊົນກໍຄືແກ້ ໄຂຄວາມທຸກຍາກ ໃຫ້ຫລຸດລົງເປັນ ກ້າວໆ. ຢ່າງໃດກໍຕາມການປົກປັກຮັກ ສາປ່າສະຫງວນ, ປ່າປ້ອງກັນ ແລະ ປ່າອື່ນໆ ມັນແມ່ນໜ້າທີ່ຂອງທົ່ວ ສັງຄົມ ທີ່ຕ້ອງໄດ້ເພີ່ມທະວີອະນຸລັກ ຮ່ວມກັບພາກສ່ວນກ່ຽວຂ້ອງ. ຂະ ນະທີ່ປັດຈຸບັນນີ້ ກໍແມ່ນລະດູແຫ້ງ ແລ້ງ ເຊິ່ງມັນຍິ່ງສົ່ງສັນຍານໃຫ້ ພວກເຮົາຕ້ອງເພີ່ມຄວາມລະມັດ ລະວັງ ໂດຍສະເພາະແມ່ນບັນຫາ ໄຟໄໝລາມປ່າທີ່ຈະສົ່ງຜົນກະທົບ ຕໍ່ຄວາມອຸດົມສົມບູນຂອງປ່າໄມ້, ຊີວະນາໆພັນ ແລະ ອື່ນໆ. ຍາດໂຄວິດ-19 ເຫັນວ່າເບົາບາງ ລົງເຮັດໃຫ້ທົ່ວສັງຄົມສາມາດດຳ ລົງຊີວິດແບບປົກກະຕິ, ການຈັດບຸນ ຂອງປະຊາຊົນບັນດາເຜົ່າກໍໄດ້ຈັດ ຂຶ້ນຢ່າງເປັນຂະບວນຟົດຟື້ນ ເມື່ອ ຮອດເວລາ. ເຖິງຢ່າງໃດກໍດີປີໃໝ່ ລາວຖືເປັນບຸນປະເພນີລະດັບຊາດ ທີ່ຫລາຍພາກສ່ວນທັງພາກລັດ, ເອກະຊົນລວມທັງປະຊາຊົນລາວ ບັນດາເຜົ່າ ຕ່າງກໍຫ້າງຫາກະກຽມ ສະເຫລີມສະຫລອງໃຫ້ມີຄວາມ ໝາຍສຳຄັນແລະ ປົກປັກຮັກສາຮີດ ຄອງປະເພນີອັນດີງາມໃຫ້ຢູ່ຄຽງຄູ່ ກັບຊາດລາວຕະຫລອດໄປ. ການ ສະ ຫລອງປີໃໝ່ນອກຈາກຄຳນຶງ ເຖິງການປົກປັກຮັກສາຮີດຄອງອັນ ດີງາມແລ້ວ, ພວກເຮົາຕ້ອງຄຳນຶງ ເຖິງຄວາມສະອາດ ໂດຍສະເພາະ ຕ້ອງຖືສຳຄັນ ແລະ ຈັດຕັ້ງປະຕິບັດ 6 ສ ທີ່ຂັ້ນເທິງໄດ້ວາງອອກຢູ່ຕະ ຫລອດເວລາ.ແນ່ນອນການສະຫລອງ ບຸນປີໃໝ່ ມັນກໍຫລີກເວັ້ນບໍ່ໄດ້ບັ ນຫາຂີ້ເຫຍື້ອຢູ່ໃນສະຖານທີ່ຈັດ ງານ, ແຕ່ຖ້າພວກເຮົາເອົາໃຈ ໃສ່ຕໍ່ການເກັບມ້ຽນຂີ້ເຫຍື້ອ, ບໍ່ຖິ້ມ ຊະຊາຍ, ເຈົ້າເກັບຂ້ອຍມ້ຽນບັນຫາ ຂີ້ເຫຍື້ອກໍບໍ່ປະກົດໃຫ້ເຫັນຢ່າງໜ້າ ລຳຄານຕາພໍປານໃດ, ເຖິງມີ ແຕ່ກໍ ບໍ່ຫລາຍເທົ່າການມີບໍ່ເກັບມ້ຽນຈັກ ໜ້ອຍເລີຍ. ໃນໄລຍະຜ່ານມາ ການສະເຫລີມ ສະຫລອງບຸນປີໃໝ່ ກໍເຫັນໄດ້ວ່າ ມີຫລາຍອົງການຈັດຕັ້ງສັງຄົມສາ ມາດຈັດຕັ້ງປະຕິບັດໄດ້ເປັນຢ່າງ ດີຕາມຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາຫລາຍເຊັ່ນຄົນ ໂດຍສະເພາະການຫົດນ້ຳອວຍ ພອນເຊິ່ງກັນແລະກັນ,ການເຂົ້າວັດ ວາອາຮາມສົງພະ, ການນຸ່ງຖືເປັນ ລະບຽບຮຽບຮ້ອຍ ຊຶ່ງໄດ້ກາຍເປັນ ມູນເຊື້ອດີງາມໃຫ້ແກ່ພວກເຮົາ ຈັດຕັ້ງປະຕິບັດໃນປີຕໍ່ໆໄປ (ຂໍຊົມ ເຊີຍ). ແຕ່ເຖິງຢ່າງໃດກໍດີຍັງມີ ບາງ ດ້ານພວກເຮົາຄວນເອົາໃຈໃສ່ ແກ້ໄຂຕື່ມອີກ ເປັນຕົ້ນແມ່ນບັນ ຫາການຖິ້ມຂີ້ເຫຍື້ອຊະຊາຍຕາມ ຖະໜົນຫົນທາງ, ສະຖານທີ່ຈັດງານ ສະເຫລີມສະຫລອງ ເຖິງວ່າພາກ ສ່ວນກ່ຽວຂ້ອງໄດ້ກຽມຖັງຂີ້ເຫຍື້ອ ຍາຍຕາມຈຸດຕ່າງໆ, ແຕ່ກໍມີຈຳ ນວນຄົນໜ້ອຍໜຶ່ງມັກງ່າຍບໍ່ຄຳນຶງ ເຖິງຄວາມສະອາດຂອງສະພາບ ແວດ ລ້ອມ ຍັງຖິ້ມຂີ້ເຫຍື້ອຊະຊາຍ ຕາມຖະໜົນຫົນທາງ, ຈຸດຈັດງານ. ນອກຈາກນີ້, ໃນແຕ່ລະປີຂັ້ນເທິງ ຫລື ພາກສ່ວນກ່ຽວຂ້ອງໄດ້ມີແຈ້ງ ການອອກມາທັງມີບາງຂໍ້ຫ້າມ, ແຕ່ ການຈັດຕັ້ງປະຕິບັດຍັງມີການລະ ເມີດໂດຍສະເພາະການໄຮ່ນ້ຳໃສ່ຖົງ ຢາງ, ປະສົມສີຂີ່ລົດແກວ່ງໃສ່ກັນ ໄປຕາມເສັ້ນທາງຕ່າງໆໃນຕົວເມືອງ ອັນໄດ້ສ້າງຄວາມເປີະເປື້ອນໃຫ້ແກ່ ຄົນອື່ນ, ຕໍ່ສັງຄົມຕື່ມອີກ, ດື່ມສິ່ງ ມືນເມົາແລ້ວຂັບຂີ່ພາຫະນະ ແລະ ອື່ນໆ ບັນຫາດັ່ງກ່າວ ຜູ້ປົກຄອງກໍ ຄືຜູ້ໃຫຍ່ຄວນເປັນແບບຢ່າງທີ່ດີ ແລະ ເຕືອນລູກຫລານຂອງຕົນບໍ່ໃຫ້ ກະທຳສິ່ງບໍ່ຈົບງາມໃນບຸນປີໃໝ່. ໂດຍສະເພາະແມ່ນການໃຊ້ຈ່າຍ ເງິນຄຳ, ການປະຢັດນ້ຳປະປາຊ່ວຍ ກັນ ເພື່ອໃຫ້ພວກເຮົາມີນ້ຳຊົມໃຊ້ໃນ ໄລຍະດູແລ້ງນີ້ຢ່າງພຽງພໍ ແລະ ຍືນຍົງຕະຫລອດໄປ. ພິເສດອີກ ດ້ານໜຶ່ງຄືການກິນດື່ມສິ່ງມືນເມົາ ບໍ່ຄວນດື່ມຈົນເມົາເກີນຂອບເຂດ, ດື່ມແລ້ວຫ້າມຂັບຂີ່ພາຫະນະຕິດ ພັນກັບການໄປມາຕ້ອງມີຄວາມ ລະມັດລະວັງ ເພື່ອຫລີກເວັ້ນບັນຫາ ການເກີດອຸບັດເຫດທີ່ສ້າງຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງ ພວກເຮົາ. ດັ່ງນັ້ນ, ມື້ນີ້ ຄະນະ ບກ ໜັງສືພິມປະເທດລາວ ຂໍອວຍພອນ ໃຫ້ແກ່ການນຳພັກ-ລັດ, ທະຫານຕຳຫລວດຕະຫລອດຮອດ ປະຊາ ຊົນບັນດາເຜົ່າ ຈົ່ງມີສຸຂະພາບແຂງ ແຮງ ແລະ ພົບພໍ້ສິ່ງດີໆໄປພ້ອມໆ ກັບປີໃໝ່ປີນີ້. ພາບປະກອບ ແນວໃດກໍດີຄາດວ່າບຸນ ປີໃໝ່ປີ ນີ້, ໃນທົ່ວປະເທດຈະມີການຈັດຂຶ້ນ ຢ່າງເປັນຂະບວນຟົດຟື້ນ, ແຕ່ພວກ ເຮົາຄວນຫລິ້ນຢູ່ໃນຂອບເຂດພໍດີພໍ ງາມ, ຫລິ້ນຢ່າງປະຢັດມັດທະຍັດ ພາບປະກອບ ພາບປະກອບ ຫງວນຂອງສາກົນ (ໃຫ້ອຸທິຍານ ແຫ່ງຊາດເປັນປະເພດປ່າສະຫງວນ ປະເພດ 2) ຂອງລັດຖະບານແຫ່ງ ສປປ ລາວ ອັນໄດ້ເຮັດໃຫ້ພວກເຮົາ ກໍຄືຂະແໝງການປ່າໄມ້ຕ້ອງໄດ້ ເພີ່ມຄວາມຮັບຜິດຊອບສູງຂຶ້ນກວ່າ ເກົ່າໃນການຄຸ້ມຄອງປົກປັກຮັກສາ ຊັບພະຍາກອນດັ່ງກ່າວ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==