5590

xtgmf]k; 6 31/03/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຂ່າວ: ສຸກສະຫວັດ ຂໍ້ມູນ: ຄຳໂຖ I6 [dko9e|j kply j 'ry , ໂດຍ: ເກີດຂວັນໃຈ ມາລີຈັນສີ 7;k,rh v, 0v' lxx ]k; .odkogxa og9Q krk[ dv'xt-5 ,l5 fpvf c,j oE0v'lkdq o 7A 'mu 4 ltcf'ly ]txt lts]v' ;a olh k'8A 'de]a ' xdl 7q [Iv[ 62 ອາດຈະເກັບຄ່າເຊົ່າ ຕາມລະບຽບ ການ. ບຸກຄົນ ແລະ ການຈັດຕັ້ງ ມີ ສິດນໍາເອົາປຶ້ມ, ສິ່ງພິມອື່ນ ຂອງ ຕົນໃຫ້ຜູ້ອື່ນຢືມ ຫລື ແຈກຢາຍ ເພື່ອ ອ່ານ, ຄົ້ນຄວ້າ, ເກັບກໍາຂໍ້ມູນຂ່າວ ສານໃນກໍານົດເວລາທີ່ແນ່ນອນ ຕາມລະບຽບການ. ໃນກໍລະນີທີ່ຜູ້ ເຊົ່າ ຫລື ຜູ້ຢືມ ເຮັດໃຫ້ປຶ້ມ, ສິ່ງພິມ ອື່ນຕົກເຮ່ຍ, ເສຍຫາຍ, ຈີກ, ຂາດ, ເປື້ອນຈົນບໍ່ສາມາດອ່ານໄດ້ຜູ້ກ່ຽວ ຕ້ອງໄດ້ທົດແທນຄືນ ຕາມລະບຽບ ການ. ສ່ວນການວາງສະແດງ ບຸກຄົນ ແລະ ການຈັດຕັ້ງ ແມ່ນມີສິດວາງ ສະແດງປຶ້ມ, ສິ່ງພິມອື່ນ ຂອງຕົນ ຕາມສະຖານທີ່, ເວລາແລະລະບຽບ ການທີ່ໄດ້ຮັບອະນຸຍາດຈາກ ອົງ ການຄຸ້ມຄອງການພິມຈໍາໜ່າຍ ແລະ ອົງການອື່ນທີ່ກ່ຽວຂ້ອງ. ໃນກໍລະນີທີ່ມີຄວາມຈໍາເປັນກໍອາດ ຈະຈັດງານຕະຫລາດນັດປຶ້ມ, ສິ່ງ ພິມອື່ນຂຶ້ນກໍໄດ້ ລວມທັງການຮ່ວມ ມືກັບຕ່າງປະເທດ. ສຳລັບປຶ້ມ, ສິ່ງ ພິມອື່ນ ທີ່ໄດ້ຮັບອະນຸຍາດພິມແລ້ວ ກໍມີສິດຈໍາໜ່າຍຜ່ານອິນເຕີເນັດໄດ້. ບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດ ປະ ສົງສົ່ງອອກນໍາເຂົ້າປຶ້ມ, ສິ່ງພິມອື່ນ ຕ້ອງຂໍອະນຸຍາດ ຈາກອົງການຄຸ້ມ ຄອງການພິມຈໍາໜ່າຍ ແລະ ອົງ ການອື່ນທີ່ກ່ຽວຂ້ອງຕາມລະບຽບ ກົດໝາຍ. ຂປລ. ກອງສິລະປະກອນປ້ອງ ກັນຄວາມສະຫງົບຈັດການສະແດງ ສິລະປະ ສະເຫລີມສະຫລອງວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ2023)ຢູ່ກອງບັນ ຊາການ ປກສ ນະຄອນຫລວງວຽງ ຈັນ ໃນຕອນຄໍ່າວັນທີ 27 ມີນາ 2023 ຜ່ານມາ ໂດຍມີ ທ່ານ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າ ກົມໃຫຍ່ການເມືອງ, ທ່ານ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງ ບັນຊາການ ປກສ ນະຄອນຫລວງ * ການຈໍາໜ່າຍປຶ້ມ, ສິ່ງພິມອື່ນ ແມ່ນມີຮູບການ ດັ່ງນີ້: ການນໍາ ອອກຂາຍ; ການໃຫ້ເຊົ່າ, ໃຫ້ຢືມ ແລະ ແຈກຢາຍ; ການວາງສະແດງ; ການຈໍາໜ່າຍຜ່ານອິນເຕີເນັດ; ການສົ່ງອອກນໍາເຂົ້າ. ສຳລັບປຶ້ມ, ສິ່ງພິມອື່ນ ສາມາດ ນໍາອອກຂາຍດ້ວຍຫລາຍວິທີ ໂດຍ ຜ່ານ ບໍລິສັດຈໍາໜ່າຍ, ຮ້ານຈໍາ ໜ່າຍ, ອິນເຕີເນັດ ແລະ ອື່ນໆ ຢ່າງ ສອດຄ່ອງກັບລະບຽບກົດໝາຍ. ປຶ້ມ, ສິ່ງພິມອື່ນ ອາດຈະໃຫ້ເຊົ່າ ໃນກໍານົດເວລາທີ່ແນ່ນອນ ແລະ ວຽງຈັນ, ມີນາຍ ແລະ ພົນຕຳ ຫລວດເຂົ້າຮ່ວມຮັບຊົມ. ທ່ານ ພັອ ວັນນະສັກ ທອງອຸໄລ ຮອງກົມໂຄສະນາ-ອົບຮົມ ໄດ້ກ່າວ ວ່າ: ການສະແດງສິລະປະວັດທະ ນະທຳສະເຫລີມສະຫລອງວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະຫງົບ ຄັ້ງນີ້ ເພື່ອເປັນການໂຄສະນາເຜີຍ ແຜ່ທາດແທ້ມູນເຊື້ອ ອັນສະຫງ່າ ອົງອາດ, ນໍ້າໃຈເສຍສະຫລະອັນ ສູງສົ່ງ ແລະ ຜົນງານໄຊຊະນະ ອັນໃຫຍ່ຫລວງທີ່ກໍາລັງປ້ອງກັນ ຄວາມສະຫງົບ ຍາດມາໄດ້ໃນຕະ ຫລອດໄລຍະ 62 ປີ ທີ່ຜ່ານມາ ໂດຍຜ່ານ ບົດເພັງ, ບົດຟ້ອນ ແລະ ການສະແດງອື່ນໆ ແນໃສ່ເຮັດໃຫ້ ນາຍ ແລະ ພົນຕຳຫລວດເຂົ້າໃຈ ແຈ້ງ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ. ພ້ອມກັນນັ້ນ, ກໍເພື່ອເປັນການຊົມ ເຊີຍຜົນງານອັນຍິ່ງໃຫຍ່ ຂອງກຳ ລັງ ປ້ອງກັນຄວາມສະຫງົບ ໂດຍ ພາຍໃຕ້ການນຳພາທີ່ປີຊາສາມາດ, ສະຫລາດສ່ອງໃສ ແລະ ເດັດຂາດ, ໂດຍກົງ, ຮອບດ້ານ ຂອງພັກປະຊາ ຊົນປະຕິວັດລາວ ຕໍ່ກຳລັງປ້ອງກັນ ຄວາມສະຫງົບ; ພ້ອມນັ້ນ ກໍເພື່ອ ເປັນການອະນຸລັກຮັກສາ ແລະ ເສີມ ຂະຫຍາຍວັດທະນະທຳອັນດີງາມ ຂອງຊາດ ໃຫ້ຄຽງຄູ່ກັບຊາດລາວ ຄົນລາວ ຕະຫລອດໄປ. ສໍາລັບ ລາຍການສະແດງປະ ກອບມີ: ບົດຟ້ອນປະສານຮ້ອງ: ຈົດຈຳມູນເຊື້ອວິລະກຳ, ນັກຮົບສັນ ຕິລາດ, ງາມແດນຈຳປາ, ມ່ວນຊື່ນ ໃນສຽງກະໂປະ, ເພື່ອການສັນ ຈອນ, ດ່ຽວແຄນ ແລະ ບົດຟ້ອນ ບົນ ເສັ້ນທາງເດີນ; ບົດເພງ ປະກອບ ມີ: ເພງໃຕ້ຮົ່ມທຸງສີແດງ, ປ້ອງກັນ ຄວາມສະຫງົບປະຊາຊົນ, 5 ເມສາ ໝັ້ນຍືນ, ຮ່ວມໃຈຕ້ານຢາເສບຕິດ, ປ້ອງກັນຄວາມສະຫງົບເພື່ອປະ ຊາຊົນ, ຮ່ວມໃຈສ້າງພະລາທິການ ກັບທີ່, ຈົ່ງຄິດເຫັນອະນາຄົດ, ເຄື່ອນ ທີ່ໄວ, ບົນເສັ້ນທາງເດີນ ແລະ ລໍາ ສີພັນດອນ. * ສປປລາວໜຶ່ງໃນ10ປະເທດ ສະມາຊິກອາຊຽນ ທັງເປັນສະມາ ຊິກອົງການແມ່ນໍ້າຂອງ ພວມເຄັ່ງ ຮ້ອນຫ້າງຫາກະກຽມຫລາຍກອງ ປະຊຸມທີ່ຈະຂຶ້ນໃນຕໍ່ໜ້ານີ້ໂດຍສະ ເພາະກອງປະຊຸມສຸດຍອດ ຄະນະ ກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 4 ແລະ ກອງປະຊຸມ ສຸດຍອດອາຊຽນໃນປີ 2024. ຫລ້າສຸດ ວັນທີ 14 ມີນາ 2023 ນີ້, ກະຊວງການຕ່າງປະເທດໄດ້ຈັດ ກອງປະຊຸມລາຍງານຄວາມຄືບໜ້າ ຮອບດ້ານໃນການກະກຽມເປັນເຈົ້າ ພາບຈັດກອງປະຊຸມສຸດຍອດ ຄະ ນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 4 ແລະ ກອງປະຊຸມ ສໍາມະນາວິຊາການລະດັບສາກົນ ທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະ ຫວ່າງ ວັນທີ 2-5 ເມສາ 2023. ກອງປະຊຸມຄັ້ງນີ້ ໂດຍການເປັນ ປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ, ຫົວໜ້າຄະນະຊີ້ນໍາລວມໃນ ການກະກຽມກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 . ມີ ທ່ານລັດຖະມົນຕີ ກຊສ, ບັນດາຮອງລັດຖະມົນຕີ ຈາກກະຊວງຕ່າງໆ ທີ່ເປັນຫົວໜ້າ ແລະຮອງອະນຸກຳມະການຈັດກອງ ປະຊຸມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ປະມານ 50 ກວ່າ ທ່ານ. ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະ ທັງການກະກຽມສະຖານທີ່ງານ ລ້ຽງອາຫານຄໍ່າ (GalaDinner), ສໍາເລັດການຄັດເລືອກລາຍການ ອາຫານເບື້ອງຕົ້ນສໍາລັບກອງປະ ຊຸມລັດຖະມົນຕີ, ກອງປະຊຸມສຸດ ຍອດແລະ ງານລ້ຽງອາຫານຄໍ່າມາ ຮອດປັດຈຸບັນ ໃນນາມກະຊວງເຈົ້າ ພາບ ທັງເປັນຮອງປະທານຄະນະ ຊີ້ນໍາລວມ ແມ່ນໄດ້ສຳເລັດການ ອອກຂໍ້ຕົກລົງວ່າດ້ວຍການ ແຕ່ງ ຕັ້ງອະນຸກໍາມະການກະກຽມກອງ ປະຊຸມຂຶ້ນເຊິ່ງມີທັງໝົດ 9 ອະນຸ ກໍາມະການ. ສຳລັບແຕ່ລະອະນຸກໍາມະການ ໄດ້ກະກຽມວຽກງານຂອງຕົນຕາມ ການມອບໝາຍ ແລະ ແຜນການທີ່ ວາງໄວ້ ຊຶ່ງມີຄວາມຄືບໜ້າແຕ່ລະ ດ້ານດັ່ງນີ້: ສໍາເລັດນໍາສົ່ງບັດເຊີນ ຫາບັນດາປະເທດສະມາຊິກ ຄມສ ແລະ ຄູ່ຮ່ວມພັດທະນາ ຄມສ, ແລະ ປະເທດຄູ່ຮ່ວມເຈລະຈາບາງປະ ເທດ, ສໍາເລັດຮ່າງຖະແຫລງການ ຂອງກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 ໂດຍຜ່ານກອງປະຊຸມ ຂັ້ນວິຊາການ ຮ່ວມກັບບັນດາປະ ເທດສະມາຊິກ ຄມສ ຈໍານວນ 3 ຄັ້ງ ຊຶ່ງຮ່າງຖະແຫລງການສະບັບທີ 6 ແມ່ນໄດ້ນຳສະເໜີຫາຂັ້ນນຳຂອງ ປະເທດສະມາຊິກ ຄມສ ຮັບຊາບ ແລະ ພິຈາລະນາ, ສໍາເລັດຮ່າງ ເບື້ອງຕົ້ນ ບົດກ່າວຕ່າງໆຂອງ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ບົດກ່າວໃນມື້ງານລ້ຽງ ອາຫານຄໍ່າ (Gala Dinner) ຂອງວັນທີ 4 ເມສາ 2023 ແລະ ໃນມື້ກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 ໃນວັນທີ 5 ເມສາ 2023, ສໍາເລັດອອກແບບLogoຂອງກອງ ປະຊຸມສຸດຍອດ ແລະ ໄດ້ຮັບຮອງ ຢ່າງເປັນທາງການ. ໄດ້ປະສານ ສົມທົບກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນ ການກະກຽມລາຍການສິລະປະ ການສະແດງສໍາລັບງານລ້ຽງອາ ຫານຄໍ່າຂອງວັນທີ 4 ເມສາ 2023 ໂດຍສໍາເລັດການຄັດເລືອກລາຍ ການສະແດງເບື້ອງຕົ້ນ ແລະ ໄດ້ນໍາ ສະເໜີຫາກະຊວງການຕ່າງປະ ເທດ ເພື່ອພິຈາລະນາ ແລະ ວຽກ ງານອື່ນໆອີກ. ກອງປະຊຸມຍັງໄດ້ຮັບຟັງການ ລາຍງານຄວາມຄືບໜ້າເພີ່ມເຕີມ ຈາກແຕ່ລະອະນຸກຳມະການ, ໄດ້ ມີການ ປຶກສາຫາລື ແລະ ປະກອບ ຄຳຄິດຄຳເຫັນໃສ່ແຕ່ລະໜ້າວຽກ ເພື່ອເຮັດໃຫ້ມີຄວາມກະຈ້າງແຈ້ງ ຕຶ່ມ. ຈາກກນັ້ນປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍ້ອງຍໍ ຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ເປັນ ຄວາມຄືບໜ້າ ຂອງແຕ່ລະໜ້າວຽກ ແລະ ຍັງໄດ້ຊີ້ນຳສະເພາະດ້ານ ໃຫ້ ແຕ່ລະອະນຸກຳມະການໄດ້ນຳໄປ ສືບຕໍ່ປະສານງານ ແລະ ເຮັດວຽກ ຕາມການມອບມໝາຍໃຫ້ສຳເລັດ ຕາມແຜນການທີ່ວາງໄວ້. ມົນຕີ ກະຊວງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ ໃນ ນາມເປັນປະທານຄະນະກໍາມະ ການແມ່ນໍ້າຂອງແຫ່ງຊາດ ທັງ ເປັນຮອງຫົວໜ້າຄະນະຊີ້ນໍາລວມ ໃນການກະກຽມກອງປະຊຸມສຸດ ຍອດ ຄມສ ຄັ້ງທີ 4 ໄດ້ ລາຍງານ ຄວາມຄືບໜ້າການກະກຽມ ເປັນ ເຈົ້າພາບ ກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 ວ່າ:ໃນວັນທີ 23 ມັງ ກອນ 2023 ຜ່ານມາ ກໍໄດ້ຈັດກອງ ປະຊຸມເພື່ອປຶກສາຫາລື ກັບອະນຸກໍາ ມະການດ້ານຕ່າງໆ ແລະ ໄດ້ປະຊຸມ ກັບ ກອງເລຂາ ຄມສ ຫລາຍກວ່າ 10 ຄັ້ງ ເພື່ອການກະກຽມ ແລະ ແບ່ງຄວາມຮັບຜິດຊອບວຽກງານ ຢ່າງລະອຽດ ເລີ່ມແຕ່ຂອດການ ກະກຽມອຸປະກອນ, ສະຖານທີ່, ບຸກ ຄະລາກອນ, ໂຄສະນາເຜີຍແຜ່ກອງ ປະຊຸມແລະງົບປະມານຮັບໃຊ້ກອງ ປະຊຸມຢ່າງເປັນລະບົບຄົບຊຸດ, ວຽກບໍລິຫານ-ພິທີການ ໄດ້ສໍາເລັດ ການປະສານກັບກອງເລຂາ ຄມສ ໃນການກະກຽມສະຖານ ທີ່ປະຊຸມ ແລະ ໄດ້ສໍາເລັດອອກແບບແຜນ ວາດຂອງຫ້ອງປະຊຸມ ແລະ ບ່ອນ ນັ່ງຂອງຜູ້ແທນກອງປະຊຸມ, ລວມ

RkJQdWJsaXNoZXIy MTc3MTYxMQ==