5588

xtgmf]k; 6 29/03/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ glA omk']q fw2 ]k;{9u o g-nj v,3p'dko0q olqj 'rkdrN ovk-Po xtgrfdko[= ]y dkory , c]t 0= h z6 dra o.odkory , * ສປປ ລາວ ແລະ ສປ ຈີນ ຈະຮ່ວມກັນເປີດໃຫ້ບໍລິການແລ່ນ ລົດໄຟຂ້າມຊາຍລະຫວ່າງ ປະເທດ ໃນກາງ ເດືອນເມສາ 2023 ເຊິ່ງ ອາດເອີ້ນໄດ້ວ່າ “ຂະບວນລົດໄຟ ໄຮ້ຮອຍຕໍ່ ຫລື ບໍ່ມີຮອຍຕໍ່” ເພື່ອ ເຊື່ອມໂຍງເຊື່ອມຈອດພາກພື້ນອາ ຊຽນ ແລະ ວົງຄະນະຍາດສາກົນ ພາຍໃຕ້ຂອບການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ. ອາທິດຜ່ານມາ ຜູ້ຂຽນໄດ້ເຫັນ ຫລາຍບົດຂ່າວຂຶ້ນເຕັມໜ້າສື່ສັງ ຄົມອອນລາຍອ້າງວ່າລາວ-ຈີນ ພ້ອມແລ້ວຈະເປີດໃຫ້ບໍລິການ ແລ່ນ ລົດຂ້າມແດນລະຫວ່າງປະ ເທດໃນກາງເດືອນເມສານັ້ນເຮັດ ໃຫ້ນຶກໄດ້ກາລະຄັ້ງໜຶ່ງໃນປີ2015 ຜູ້ຂຽນເອງໄດ້ໄປເກັບກໍາຂ່າວ ແລະ ໄດ້ຮ່ວມມືຝຶກອົບຂ່າວພາຍໃຕ້ຂອບ ການຮ່ວມສື່ມວນຊົນອາຊີ-ເອີຣົບ ເຊິ່ງໄດ້ຈັດຂຶ້ນໃນນະຄອນບຣັດ ເຊວ ປະເທດເບວຢຽມແມ່ນໜຶ່ງໃນ ບັນດາສະມາຊິກອີຢູ, ຕັ້ງຢູ່ສູນກາງ ທະວີບເອີຣົບ ເຊິ່ງປະເທດດັ່ງກ່າວ ມີເສັ້ນທາງລົດໄຟເປີດໃຫ້ບໍລິການ ຂ້າມຊາຍແດນແບບໄຮ້ຮ່ອຍຕໍ່ລະ ຫວ່າງປະເທດເຊັ່ນວ່າ: ປະເທດ * ພາກສ່ວນທີ່ຮັບຜິດຊອບການ ບໍລິການພິມ ປະກອບມີ: ໂຮງພິມ ຂອງລັດ, ຂອງເອກະຊົນທັງພາຍ ໃນແລະຕ່າງປະເທດ;ຮ້ານພິມຂອງ ລັດ, ຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ; ຮ້ານອອກ ແບບພິມຂອງລັດ, ຂອງເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ. ສຳລັບການສ້າງຕັ້ງໂຮງພິມ, ຮ້ານ ພິມ ແລະ ຮ້ານອອກແບບພິມດັ່ງ ພາບປະກອບ ກ່າວໃຫ້ປະຕິບັດ ຢ່າງສອດຄ່ອງ ກັບກົດໝາຍ ວ່າດ້ວຍວິສາຫະກິດ ຂອງ ສປປ ລາວ. ພາຍຫລັງທີ່ໄດ້ຈົດທະບຽນພິມ ແລ້ວເຈົ້າຂອງປຶ້ມ, ສິ່ງພິມອື່ນຕົ້ນ ສະບັບສົມບູນ ແລະ ເຈົ້າຂອງໂຮງ ພິມ, ຮ້ານພິມ ຫລື ຮ້ານອອກແບບ ພິມສ້າງຂໍ້ຜູກພັນໃນການພິມນໍາ ກັນເປັນລາຍລັກອັກສອນ ຊຶ່ງກໍາ ນົດສິດ, ພັນທະ, ຄວາມຮັບຜິດຊອບ ຂອງແຕ່ລະຝ່າຍ ລວມທັງຄຸນນະ ພາບ, ກໍານົດເວລາໃນການພິມ ແລະ ການຊໍາລະຄ່າພິມ. ພາຍຫລັງ ການພິມສໍາເລັດແລ້ວ ເຈົ້າຂອງປຶ້ມ, ສິ່ງພິມອື່ນນັ້ນ ມີພັນທະມອບໃຫ້ອົງ ການຄຸ້ມຄອງການພິມຈໍາໜ່າຍທີ່ ກ່ຽວຂ້ອງ ເພື່ອສໍາເນົາ ແລະ ໃຫ້ຫໍ ສະໝຸດ ຕາມລະບຽບການ. ພາຍຫລັງໄດ້ຮັບປຶ້ມ, ສິ່ງພິມ ອື່ນຈາກຜູ້ເປັນເຈົ້າຂອງແລ້ວ ອົງ ການຄຸ້ມຄອງການພິມຈໍາໜ່າຍ ທີ່ກ່ຽວຂ້ອງຕ້ອງກວດຄືນປຶ້ມ, ສິ່ງ ພິມອື່ນທີ່ນໍາມາສໍາເນົານັ້ນໃນເວ ລາອັນເໝາະສົມ. ໃນກໍລະນີທີ່ພົບ ເຫັນປຶ້ມ, ສິ່ງພິມອື່ນທີ່ມີເນື້ອໃນບໍ່ ຖືກຕ້ອງຕາມແນວທາງ, ນະໂຍ ບາຍ, ລະບຽບກົດໝາຍ ແລະ ຕົ້ນ ສະບັບສົມບູນແລ້ວ ອົງການຄຸ້ມ ຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ ຕ້ອງເຮັດຈົດໝາຍທາງການເຖິງ ເຈົ້າຂອງປຶ້ມ, ສິ່ງພິມອື່ນ ເພື່ອໃຫ້ ປັບປຸງເນື້ອໃນ ຫລື ສັ່ງໃຫ້ຢຸດເຊົາ ການຈໍາໜ່າຍ ຫລື ຊອກຫາວິທີແກ້ ໄຂຕາມລະບຽບກົດໝາຍ ລວມ ທັງການເກັບຄືນ ຖ້າຫາກເຫັນວ່າ ມີຄວາມຜິດພາດຢ່າງຮ້າຍແຮງ. ສຳລັບຄ່າແຮງງານກວດຄືນປຶ້ມ, ສິ່ງພິມອື່ນໄດ້ກໍານົດໄວ້ໃນລະບຽບ ການສະເພາະ. ລຸກຊໍາບວກ, ຝຣັ່ງ ແລະ ອື່ນໆເຫັນ ວ່າການເດີນທາງສະດວກສະບາຍ ໄປມຫາສູ່ກັນ, ຂົນສົ່ງສິນຄ້າ, ການ ບໍລິການ ແລະ ມີຄວາມປອດໄພສູງ ອີກດ້ວຍ. ດ້ວຍເຫດນັ້ນ ຜູ້ຂຽນຈິ່ງເຫັນ ພາບແບບຄ້າວໆໃນ ທັດສະນະສ່ວນ ຕົວວ່າປະເທດຊາດ ເຮົາໄດ້ເດີນ ທາງມາໄກສົມຄວນຈາກປະເທດ ພວກເຮົາບໍ່ມີຊາຍແດນດ້ານໃດໆ ຕິດຈອດກັບທະເລກາຍເປັນປະເທດ ເຊື່ອມໂຍງເຊື່ອມກັບອາຊຽນ, ສປ ຈີນ, ຕາເວັນອອກກາງ, ເອີຣົບ ແລະ ຊາດອື່ນໆໃນໂລກ ເຊິ່ງນັ້ນເປັນ ຍ້ອນໝາກຜົນຂອງການຮ່ວມມືຕົວ ຈິງພາຍໃຕ້ຄູ່ຮ່ວມມືຊະຕາກໍາດຽວ ກັນລາວ-ຈີນ, ການຈັດຕັ້ງຜັນຂະ ຫຍາຍຕາມທິດ 4 ດີ ລວມທັງໂຄງ ການໜຶ່ງແລວໜຶ່ງເສັ້ນທາງໄດ້ສະ ທ້ອນໃຫ້ເຫັນການປະຕິບັດຕົວຈິງ, ຄວາມສໍາເລັດຕົວຈິງ, ຕ່າງຝ່າຍຕ່າງ ໄດ້ຜົນປະໂຫຍດຮ່ວມກັນຕົວຈິງ. ທ່ານຜູ້ອ່ານລອງນຶກພາບໄປ ພ້ອມກັນວ່າ: ນັ່ງລົດໄຟຈາກ ສປປ ລາວ ເຂົ້າຫານະຄອນຄຸນໝິງ ແຂວງຢູນນານຂອງ ສປ ຈີນ ຜ່ານ ບ້ານ, ເມືອງ ແລະ ນະຄອນຕ່າງໆ ໄປເຖິງນະຄອນປັກກິ່ງ ເຊິ່ງເປັນ ນະຄອນຫລວງຂອງ ສປ ຈີນ ແລ້ວ ແວ່ຫລິ້ນກໍາແພງເມືອງຈີນ ດ້ວຍ ໄລຍະທາງ 3.000-4.000 ກິໂລ ແມັດ ນັ້ນຄິດວ່າຫລາຍທ່ານໜ້າຈະ ປະທັບໃຈກັບໄດ້ເຫັນທິວທັດທໍາມະ ຊາດ, ບ້ານເຮືອນ, ອາຄານ, ທົ່ງ ນາ, ຫ້ວຍນໍ້າລໍາເຊ ແລະ ວິຖີຊີວິດ ຜູ້ຄົນ 2 ພາກທາງ. ຜູ້ໂດຍສານຢູ່ ເທິງລົດໄຟບໍ່ຈໍາເປັນຕ້ອງຄິດງໍ້ວ່າ ຈະແວກິນເຂົ້າຢູ່ໃສເພາະໃນລົດໄຟ ເພີ່ນໃຫ້ບໍລິການຄົບທຸກຢ່າງແລ້ວ ນັບແຕ່ອາຫານການກິນ, ກາເຟ, ປະ ເພດເຄື່ອງດື່ມ ແລະ ອື່ນໆພຽງແຕ່ ດີດນີ້ວມືເພີ່ນກໍຍ່າງມາໂລດ. ນອກ ຈາກນັ້ນ ຖ້າທ່ານຕ້ອງການຢາກ ເດີນທາງດ້ວຍລົດໄຟໄປເຖິງປະ ເທດມົງໂກເລຍແລະ ລັດເຊຍກໍພຽງ ແຕ່ຂຶ້ນລົດຕໍ່ໄປໃນປະເທດທີ່ຕ້ອງ ການ ແຕ່ຄວນປະກອບເອກະສານ ຫລື ປັດສະປອດໃຫ້ຖືກຕາມລະ ບຽບ. ຫລ້າສຸດ ທ່ານ ວົງທອງ ສຸພັນ ທອງ ຮອງຫົວໜ້າວິສະວະກອນ ໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ຕໍ່ CMG ປະຈໍາລາວໃນວັນ ທີ 22 ມີນາ 2023ນີ້ໃຫ້ຮູ້ວ່າ ບໍລິ ສັດທາງລົດໄຟລາວ-ຈີນ ຈະເປີດ ບໍລິການລະຫວ່າງປະເທດ ຈາກນະ ຄອນຫລວງວຽງຈັນ ຫານະຄອນ ຄຸນໝິງ ສປ ຈີນ, ນະຄອນຄຸນໝິງນະຄອນຫລວງວຽງຈັນ ໃນກາງ ເດືອນເມສາ ເຊິ່ງກົງກັບໄລຍະປີ ໃໝ່ລາວ ແລະ ຄາດວ່າເປັນໄປໄດ້ ຂະບວນລົດໄຟຂ້າມແດນຄັ້ງທໍາອິດ ຈະບັນທຸກນັກທ່ອງທ່ຽວ ສປ ຈີນ ນັບໝື່ນຄົນເຂົ້າຮ່ວມສະຫລອງປີ ໃໝ່ລາວຢ່າງຄຶກຄື້ນມ່ວນຊື່ນ. ປັດຈຸບັນແມ່ນຢູ່ໃນຂັ້ນຕອນ ການປະສານສົມທົບ ການກະກຽມ ຄວາມພ້ອມໃນດ້ານຕ່າງໆຂອງ ທັງສອງຝ່າຍລາວ-ຈີນ ສໍາລັບຮູບ ແບບການເດີນທາງດ້ວຍລົດໄຟ ລະຫວ່າງປະເທດນີ້, ລົດໄຟທີ່ອອກ ຈາກນະຄອນຫລວງວຽງຈັນ ໄປ ຮອດສະຖານີຄຸນໜິງ ສປ ຈີນ ຕ້ອງ ໄດ້ລົງແຈ້ງເອກະສານເຂົ້າ-ອອກ ເມືອງຢູ່ສະຖານີບໍ່ເຕ່ນ (ສປປລາວ) ກ່ອນ, ຈາກນັ້ນ, ໄປແຈ້ງເຂົ້າ ເມືອງ ຢູ່ສະຖານີບໍ່ຫານ (ສປ ຈີນ) ເພື່ອເຂົ້າ ສປ ຈີນ ເຊິ່ງອີງໃສ່ລະ ບຽບການເຂົ້າ-ອອກຂອງແຕ່ລະ ປະເທດ. ອີງຕາມສະຖິຕິບໍລິສັດລົດ ໄຟ ລາວ-ຈີນໃຫ້ຮູ້ວ່າ, ຫລັງຈາກ ສປປ ລາວ ແລະ ສປ ຈີນ ໄດ້ປະກາດ ເປີດປະເທດ, ປັດຈຸບັນ ມີນັກທ່ອງ ທ່ຽວ, ນັກທຸລະກິດເດີນທາງໄປມາຢ່າງຫລວງຫລາຍ ໂດຍຜ່ານ ທາງລົດໄຟລາວ-ຈີນ ເຂົ້າທາງ ສະຖານີບໍ່ເຕ່ນ ເພື່ອເຂົ້າມາ ສປປ ລາວ ແລະຈຸດຕ່າງໆຕາມແລວທາງ ລົດໄຟ ໂດຍສະເລ່ຍແລ້ວມີປະມານ 1.500-1.600 ຄົນຕໍ່ມື້. ທ່ານ ວົງທອງ ສຸພັນທອງ ກ່າວ ອີກວ່າ: ນັບແຕ່ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ເປີດນໍາໃຊ້ໃນ ວັນທີ 3 ທັນວາ 2019 ເປັນຕົ້ນມາ ບໍລິສັດໄດ້ຖືສໍາຄັນຂອດບໍລິການ ຜູ້ໂດຍສານ ແລະ ຄວາມປອດໄພ ເປັນບູລິມະສິດ ໂດຍມີການປັບປຸງ ດ້ານຕ່າງໆໃຫ້ດີຂຶ້ນເລື້ອຍໆ. ໃນ ວັນທີ 15 ມີນາປີນີ້, ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ກໍໄດ້ເປີດຂາຍ ປີ້ທາງອອນລາຍ, ພຽງແຕ່ດາວ ໂຫລດ App LCR Ticket ໃສ່ມື ຖືກໍສາມາດຊື້ປີ້ໄດ້ ຜູ້ໂດຍສານສາ ມາດແຈ້ງເຂົ້າສະຖານີ ໂດຍໃຊ້ ຄິວອາໂຄດຈາກການຊື້ປີ້ກໍເດີນ ທາງໄດ້ເລີຍສະດວກວ່ອງໄວ ແລະ ທັນສະໄໝ ເຊິ່ງປັດຈຸບັນ, ມີຜູ້ລົງ ທະບຽນນໍາໃຊ້ App LCRTicket ແລ້ວປະມານ 15.000 ກວ່າຄົນ. ເຖິງແນວໃດກໍດີ ເພື່ອຮັບປະກັນ ວຽກງານທັງສອງເບື້ອງໃຫ້ດໍາ ເນີນໄປດ້ວຍຜົນສໍາເລັດສູງນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ລົງ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງ ຫລວງນໍ້າທາ ເພື່ອກວດກາເບິ່ງ ດ່ານສາກົນທາງລົດໄຟ ລາວ-ຈີນ ຢູ່ສະຖານີລົດໄຟບໍ່ເຕັນ ເພື່ອກຽມ ຄວາມພ້ອມໃນການເປີດດ່ານສາ ກົນທາງລົດໄຟລາວ-ຈີນ. ການລົງເຄື່ອນໄຫວຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຊົມເຊີຍແຕ່ລະພາກສ່ວນທີ່ ໄດ້ສຸມໃສ່ກະກຽມໃຫ້ແກ່ການເປີດ ດ່ານສາກົນລົດໄຟ ລາວ-ຈີນ ໂດຍ ສະເພາະການຕ້ອນຮັບລົດໄຟໂດຍ ສານຖ້ຽວທໍາອິດ, ຊຶ່ງຄາດວ່າຈະມີ ຂຶ້ນຢ່າງເປັນທາງການໃນວັນທີ 13 ເມສາ 2023ນີ້. ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ ນໍາແຕ່ລະພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ລວມ ທັງບໍລິສັດລົດໄຟ ລາວ-ຈີນ ແລະ ເຂດເສດຖະກິດພິເສດ ໃຫ້ມີການ ປະສານສົມທົບກັນສືບຕໍ່ກະກຽມ ດ້ານຕ່າງໆທີ່ຍັງຄົງຄ້າງໃຫ້ສໍາ ເລັດ ເພື່ອເຮັດໃຫ້ພິທີເປີດຢ່າງເປັນ ທາງການດ່ານສາກົນລົດໄຟ ລາວຈີນ ໄດ້ຮັບຜົນສໍາເລັດຕາມຈຸດປະ ສົງ ແລະ ລະດັບຄາດໜາຍຢ່າງຈົບ ງາມ.

RkJQdWJsaXNoZXIy MTc3MTYxMQ==