5588

Iv']a f4t,q o8u dt-;'dkog'o-5 dp6 h ;Pd dP,rh v,gxu f]q fw23fplko]ts;j k'xtgmf y Iv'okpq d]a f4t,q o8u 1h P,1k, rtoa d'kocrf\= 16 j 3I'\= 5 g,lk ]a f4t[kofegou odv'xt-5 , ltw\lk,a oxt9egfn vo,u ok w2w\h ]k,xj klts';ocsj '-kfr6 rtoa ' g0fg,n v'la 'mv' r;,wfh Ia [dkocdh w01j k'Iu [fj ;o xtmkoxtgmf g7nj vows;;Pd'ko16j c0;'rkd.8h ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 29.03.2023 ປີທີ 22 ສະບັບທີ 5.589 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j xtmkoltrkcsj '-kf d;fdk7;k,7n [|h k dkolh k'I6 [xA os]+ xtmkowdlvo rq ,;y sko z6 h ry rkdlkmq j ;xtgmf mq [m;o7n o dkoxt8y [a f;Pd'kow]ptzj ko,k -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 68 xu 1j k'l5 f.9  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 4 * ກໍາລັງປ້ອງກັນຄວາມສະຫງົບ (ປກສ)ແຂວງອຸດົມໄຊ ໄດ້ປະກອບ ສ່ວນສໍາຄັນເຂົ້າໃນການຮັກສາ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍໃນໂຄງການລົດໄຟ ລາວ-ຈີນ ເຮັດໃຫ້ການຈັດຕັ້ງປະ ຕິບັດໂຄງການນັບແຕ່ມື້ເລີ່ມຕົ້ນຈົນ ຮອດປັດຈຸບັນ ສາມາດດໍາເນີນໄປ ໄດ້ຢ່າງສະດວກສະບາຍ. ພົນຈັດຕະວາ ສີວອນ ໄຊຍະວົງ, xdl c0;'v5 fq ,w- xtdv[lj ;ole7a o .odkoIa dlk7;k,lts'[37'dko]q fw2 ]k;{9u o q ພົນຈັດຕະວາ ສີວອນ ໄຊຍະວົງ ທ່ານປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ຢ້ຽມຢາມຄອບຄົວຕົວແບບ ການລ້ຽງປາ ຢູ່ເມືອງໂຂງ ແຂວງຈຳປາສັກ ຂປລ. ໃນລະຫວ່າງວັນທີ 2427 ມີນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ປະ ກອບມີ ແຂວງເຊກອງ, ສາລະວັນ ແລະ ແຂວງຈຳປາສັກ ເພື່ອພົບປະ ໂອ້ລົມບັນດາການນໍາຂອງແຂວງ, ຢ້ຽມຢາມພື້ນຖານການຜະລິດ, ຄອບຄົວຕົວແບບ, ການປູກ-ການ ລ້ຽງຂອງປະຊາຊົນໃນແຕ່ ລະ ທ້ອງຖິ່ນ. ໃນໂອກາດລົງເຄື່ອນໄຫວ ເຮັດວຽກ ແລະ ເຂົ້າຮ່ວມກອງປະ ຊຸມວຽກງານການ ເມືອງ-ແນວຄິດ ຂອງແຂວງເຊກອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ໄດ້ໂອ້ລົມຊີ້ນຳຫລາຍບັນ ຂປລ. ກອງປະຊຸມໃຫຍ່ຜູ້ພິພາກ ສາທົ່ວປະເທດ ຄັ້ງທີ XI ຈັດຂຶ້ນ ໃນລະຫວ່າງວັນທີ 28-29 ມີນາ 2023 ເພື່ອທົບທວນຄືນການຈັດ ຕັ້ງປະຕິບັດວຽກງານຜູ້ພິພາກສາ ທົ່ວປະເທດ ໃນຄັ້ງຜ່ານມາພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານ ປະຊາຊົນສູງສຸດ, ມີບັນດາຜູ້ພິພາກ ສາທົ່ວປະເທດ ເຂົ້າຮ່ວມ. ທ່ານນາງ ວຽງທອງ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະ ໄດ້ພ້ອມກັນສຸມໃສ່ລົງເລິກດ້ານ ເນື້ອໃນເປັນຕົ້ນຕໍ ແລະ ຖືເປັນວຽກ ທີ່ບັນດາຜູ້ພິພາກສາຈະໄດ້ສຸມສະ ຕິປັນຍາ ໃນການຄົ້ນຄວ້າມາດຕະ ການປັບປຸງແກ້ໄຂສິ່ງທີ່ເປັນບັນຫາ ຂອງສັງຄົມ ແລະ ການຈັດຕັ້ງພາກ ຂປລ. ໄຟໄໝ້ລາມປ່າ ຢູ່ປ່າສະ ຫງວນແຫ່ງຊາດພູພະນັງເຂດເມືອງ ສັງທອງ ນະຄອນຫລວງວຽງຈັນ ນັບແຕ່ວັນທີ 20 ມີນາ 2023 ເປັນຕົ້ນມາ ເຈົ້າໜ້າທີທີ່ກ່ຽວຂ້ອງ ໄດ້ສຸມກຳລັງ ເຂົ້າໄປແກ້ໄຂ(ມອດ ໄຟ) ຢ່າງຮີບດ່ວນ ເຊິ່ງນັບແຕ່ວັນ ທີ 20-28 ມີນາ 2023 ໄຟໄໝ້ລາມ ປ່າກວມທັງໝົດ 17 ບ້ານ ຄືບ້ານ: ບ້ານສຳພັນນາ, ບ້ານທ່ານາສ້າງ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ລັດຍັງບໍ່ທັນມີຄວາມເຊື່ອໝັ້ນ, ບໍ່ ທັນມີຄວາມເປັນເອກະພາບໃນ ການຈັດຕັ້ງປະຕິບັດໄດ້ຂາດຕົວ ແລະ ໃຫ້ເປັນບ່ອນສິ້ນສຸດຂອງຂະ ບວນຍຸຕິທໍາຢູ່ສານປະຊາຊົນ, ຮັບ ປະກັນຜົນໄດ້ຮັບກອງປະຊຸມໃຫ້ມີ ເນື້ອໃນທີ່ອຸດົມສົມບູນ ເພື່ອເປັນ ຂໍ້ມູນພື້ນຖານໃຫ້ແກ່ການປັບປຸງ ຂໍ້ຄົງຄ້າງ ໃຫ້ໄດ້ຮັບການແກ້ໄຂໃຫ້ ຂາດຕົວ. ພ້ອມທັງຮຽກຮ້ອງບັນ ດາຜູ້ແທນກອງປະຊຸມ ຈົ່ງໄດ້ພ້ອມ ກັນຍົກສູງສະຕິຮັບຜິດຊອບ, ຄວາມ ເປັນເຈົ້າການປະກອບຄຳຄິດຄຳ ເຫັນຢ່າງຫ້າວຫັນ ເສີມຂະຫຍາຍ ຫົວຄິດປະດິດສ້າງ, ຄົ້ນຄິດບັນຫາ ໃຫ້ແຕກ ເພື່ອຈະໄດ້ອອກເປັນມະຕິ ກອງປະຊຸມທີ່ມີເນື້ອໃນອຸດົມສົມ ຂປລ. ທ່ານ ພົອ ວິໄລ ຫລ້າຄຳ ຟອງ ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ (ປກສ) ພ້ອມຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ໂອ້ລົມພະນັກງານແພດໝໍ ແລະ  ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/03/2023 xtgmf]k; ປະທານປະເທດ... ປະທານສະພາແຫ່ງຊາດ... ລັດຖະບານ... ຮອງລັດຖະມົນຕີ... ຮອງນາຍົກ.... ຂປລ. ເມື່ອບໍ່ດົນມານີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນ ຕີກະຊວງການເງິນ, ພ້ອມຄະນະ ຈາກກົມພາສີ, ກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນລົງຕິດຕາມ-ຊຸກ ຍູ້ວຽກງານຂະແໜງພາສີຢູ່ແຂວງ ຫລວງນໍ້າທາ ໂດຍສະເພາະຢູ່ດ່ານ ພາສີສາກົນບໍ່ເຕັນ ເພື່ອກຽມຄວາມ ພ້ອມຕ່າງໆໃນການເປີດບໍລິການນໍາ ໃຊ້ໃຫ້ຜູ້ໂດຍສານສາຍຕ່າງປະເທດ ເຂົ້າ-ອອກຜ່ານທາງລົດໄຟຄາດ ຄະເນຕົ້ນເດືອນເມສາ 2023 ນີ້. ໂອກາດນີ້, ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາ ກົນບໍ່ເຕັນ ກໍໄດ້ລາຍໂດຍສັງເຂບ ກ່ຽວກັບຄວາມພ້ອມຕ່າງໆຂອງຂະ ແໜງພາສີວ່າ: ປັດຈຸບັນ, ສະຖານີ ທາງລົດໄຟບໍ່ເຕັນ,ໄດ້ເຊີນຂະແໜງ ການທີ່ກ່ຽວຂ້ອງ ເພື່ອປະຊຸມປຶກສາ ຫາລືກ່ຽວກັບວຽກກວດຄົນເຂົ້າອອກເມືອງ, ວຽກງານພາສີ, ວຽກ ງານກັກກັ້ນພຶດ-ສັດ ແລະ ວຽກງານ ຄວາມປອດໄພໃນສະຖານີໃນການ ກະກຽມຄວາມພ້ອມຕ່າງໆ ເພື່ອເປີດ ບໍລິການໂດຍສານສາຍຕ່າງປະເທດ ເຂົ້າ-ອອກ ຜ່ານທາງລົດໄຟ ຊຶ່ງ ຄາດຄະເນຈະເປີດບໍລິການເປັນ ທາງການ ໃນຕົ້ນເດືອນເມສາ2023 ນີ້. ພ້ອມກັນນີ້, ຄະນະຮັບຜິດຊອບ ຝ່າຍບໍລິການຂອງທາງສະຖານີລົດ ໄຟ ໄດ້ກຽມຄວາມພ້ອມທາງດ້ານ ຕ່າງໆ ໃນການບໍລິການຜູ້ໂດຍສານ ເຂົ້າ-ອອກສາຍພາຍໃນ ແລະ ຕ່າງ ປະເທດ ເປັນຕົ້ນ ສາຍຕ່າງປະເທດ ແມ່ນຈະເປີດໜຶ່ງຖ້ຽວຕໍ່ມື້ເຂົ້າ-ອອກ ຊຶ່ງລົດໄຟມາແຕ່ ສປ ຈີນ ແມ່ນ ຈະແລ່ນເຂົ້າເຖິງສະຖານີນະຄອນ ຫລວງວຽງຈັນ ແລະ ຈາກ ສປປ ລາວ ນະຄອນຫລວງວຽງຈັນ ຈະ ແລ່ນເຖິງ ສປ ຈີນ. ສໍາລັບການບໍລິ ການແຈ້ງໜັງສືເດີນທາງ (Passport) ຂອງຜູ້ໂດຍສານເຂົ້າ-ອອກ, ກໍານົດໂມງເວລາແຈ້ງໜັງສືເດີນ ທາງ ມີເວລາ 2 ຊົ່ວໂມງ. ຈາກນັ້ນ, ໃຫ້ບັນດາຂະແໜງການທີ່ປິ່ນອ້ອມ ວຽກງານທີ່ກ່ຽວຂ້ອງການກະກຽມ ຄວາມພ້ອມທາງດ້ານຕ່າງໆເປັນ ຕົ້ນສະຖານທີ່. ສຳລັບຄວາມພ້ອມຂອງວຽກ ງານພາສີ, ປັດຈຸບັນມີກົດໝາຍວ່າ ດ້ວຍພາສີ, ລະບຽບການຕ່າງໆເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ເປັນອັນສະເພາະກ່ຽວກັບຜູ້ໂດຍ ສານເຂົ້າ-ອອກຜ່ານດ່ານຊາຍ ແດນ, ມີສະຖານທີ່, ຫ້ອງການ,ຫໍພັກ ແລະ ເຄື່ອງອຸປະກອນຈໍານວນໜຶ່ງ ທີ່ໂຄງການທາງລົດໄຟ ມອບໃຫ້ ເຈົ້າໜ້າທີ່ພາສີນໍາໃຊ້ເຂົ້າໃນການ ປະຕິບັດວຽກງານວິຊາສະເພາະຢູ່ ສະຖານີລົດໄຟ ເປັນຕົ້ນ ຫ້ອງບໍລິ ການແຈ້ງພາສີ, ຫ້ອງ DATA ລະ ບົບອາຊິກຸດາ ແມ່ນມີຄວາມພ້ອມ ໃນການບໍລິການໃນປັດຈຸບັນສາ ມາດຊໍາລະຜ່ານທາງທະນາຄານ ພັດທະນາລາວ ທີ່ມາຕິດຕັ້ງສໍາເລັດ ແລ້ວ. ສ່ວນສະຖານທີ່ຫ້ອງການ ໃຫ້ກໍາລັງໃຈຄົນເຈັບຢູ່ໂຮງໝໍ 5 ເມສາ ໃນວັນທີ 27 ມີນານີ້, ເນື່ອງ ໃນໂອກາດວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023), ໂດຍການຕ້ອນຮັບຂອງທ່ານ ພັອ ນາງ ພຸດມາລາ ພັນທະມິດ ຫົວໜ້າ ອຳນວຍການໂຮງໝໍ 5 ເມສາ ພ້ອມ ຫາສຳຄັນ ແກ່ການນຳແຂວງ ເຊກອງ ໂດຍເນັ້ນໃຫ້ຄະນະພັກຄະ ນະນຳແຂວງເຊກອງ ສືບຕໍ່ຈັດຕັ້ງ ປະຕິບັດບັນດາ ແຜນການ ແລະ ວຽກຈຸດສຸມຕໍ່ໃຫ້ມີຜົນສຳເລັດ. ໃນ ນັ້ນ, ວຽກງານຈຸດສຸມທີ່ຕ້ອງໄດ້ ເອົາໃຈໃສ່ ແມ່ນວຽກງານການ ເມືອງແນວຄິດ, ດ້ວຍການຜັນຂະ ຫຍາຍທຸກມະຕິ, ຄຳສັ່ງຂອງພັກ ໃຫ້ບັນດາສະຫາຍສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນໄປພ້ອມກັບ ການສຶກສາອົບຮົມທາງດ້ານການ ເມືອງ ໃຫ້ມີຫລັກໝັ້ນ ແລະ ເປັນ ເອກະພາບຕໍ່ແນວທາງຂອງພັກຢ່າງ ເລິກເຊິ່ງ. ພ້ອມນີ້, ຕ້ອງສືບຕໍ່ປັບ ປຸງແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນ ໃຫ້ຫລຸດພົ້ນຈາກຄວາມທຸກ ຍາກ, ດ້ວຍການສ້າງອາຊີບຄົງທີ່ ໃຫ້ເຂົ້າເຈົ້າມີວຽກເຮັດງານທຳ; ເອົາໃຈໃສ່ປັບປຸງວຽກງານການ ພັດທະນາຊັບພະຍາກອນມະນຸດ ດ້ວຍການສົ່ງເສີມໃຫ້ເດັກໃນເກນ ອາຍຸໄດ້ເຂົ້າໂຮງຮຽນໃຫ້ທົ່ວເຖິງ, ປັບປຸງລະບົບຕາໜ່າງການສຶກສາ ໃຫ້ກວ້າງຂວາງ ແລະ ແກ້ໄຂບັນ ຫາປະລະການຮ່ຳຮຽນ ຂອງເດັກ; ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມຂໍ້ ມູນຂ່າວສານທີ່ເປັນປະໂຫຍດ, ເປັນກະບອກສຽງຂອງພັກ-ລັດ ເປັນຕົ້ນ ສື່ວິທະຍຸ-ໂທລະພາບ ແລະ ສື່ສິ່ງພິມອື່ນໆທີ່ໜ້າເຊື່ອຖືໄດ້ເພື່ອ ຮັບຮູ້ຂໍ້ມູນຂ່າວສານທັນເຫດການ ຕິດພັນກັບການປັບປຸງຄຸນນະພາບ ຂອງສື່ຕ່າງໆ ໃຫ້ມີຫລາກຫລາຍ ຮູບແບບ, ຫລາຍສີສັນ ແລະ ໃຫ້ມີ ເນື້ອໃນຖືກຕ້ອງຕາມເຫດການ ເພື່ອ ເປັນຊ່ອງທາງທີ່ສຳຄັນໃຫ້ສັງຄົມ ຮັບຮູ້ເຫດການອັນພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ກໍໄດ້ລາຍງານຜົນສຳເລັດກອງປະ ຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງເຊກອງ ໂດຍຫຍໍ້ ແລະ ທິດທາງແຜນການຮອດປີ 2025. ສ່ວນການເຄື່ອນໄຫວຢູ່ແຂວງຈຳ ປາສັກ, ທ່ານປະທານປະເທດໄດ້ ພົບປະໂອ້ລົມການນຳແຂວງ ເພື່ອ ຊຸກຍູ້ໃຫ້ກຳລັງໃຈຕໍ່ການນຳພາ ຂອງອົງຄະນະພັກແຂວງ ໃນການ ນຳພາ-ຊີ້ນຳ ແລະ ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຢູ່ ແຂວງຈຳປາສັກ ໃຫ້ສືບຕໍ່ກ້າວຂຶ້ນ, ສັງຄົມມີຄວາມສະຫງົບ ເປັນລະ ບຽບຮຽບຮ້ອຍ. ພ້ອມທັງຮັບຟັງ ລາຍງານໂດຍຫຍໍ້ກ່ຽວກັບການ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ໃນ ປີ 2022 ຈາກ ທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ ໂດຍສະເພາະບັນ ຫາສຳຄັນທີ່ພົ້ນເດັ່ນໃນການພັດທະ ນາເສດຖະກິດ ໂດຍລວມແລ້ວເສດ ຖະກິດຂອງແຂວງ ໄດ້ດຳເນີນໄປ ຕາມຄາດໝາຍ ແລະ ແຜນທີ່ວາງ ໄວ້, ລວມຍອດຜະລິດຕະພັນພາຍ ໃນປະຕິບັດໄດ້ 30.362,8 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 28,3% (ແຜນ 23.670,34 ຕື້ ກີບ), ອັດຕາການຂະຫຍາຍຕົວ ຢູ່ໃນລະດັບ 5,95% (GDP), ສະ ເລ່ຍຕໍ່ຫົວຄົນໄດ້2.774ໂດລາຕໍ່ຄົນ ຫລື ເທົ່າກັບ 39,9 ລ້ານກີບຕໍ່ຄົນ (ແຜນ 3.134 ໂດລາສະຫະລັດ), ຂະແໜງກະສິກຳ-ປ່າໄມ້ກວມ 32,76%, ຂະແໜງອຸດສາຫະກໍາ ກວມ 24,09% ແລະ ຂະແໜງບໍລິ ການ ກວມ 43,15% ຂອງ GDP; ສາມາດລະດົມຂົນຂວາຍຈາກທຸກ ແຫລ່ງທຶນ ໄດ້ 10.309,54 ຕື້ກີບ (ແຜນ 7.687,46 ຕື້ກີບ), ທຽບ ໃສ່ແຜນປີປະຕິບັດໄດ້ລື່ນແຜນ 34%. ໃນນັ້ນ, ການລົງທຶນຂອງ ລັດ 68,85 ຕື້ກີບ ກວມ 0,67%, ທຶນຊ່ວຍເຫລືອເພື່ອການພັດທະ ນາ(ODA) ມູນຄ່າ 356,57 ຕື້ກີບ ກວມ 3,46%; ການລົງທຶນພາຍ ໃນ-ຕ່າງປະເທດມູນຄ່າ 5.444,8 ຕື້ກີບ ກວມ 52,81%ແລະ ສິນເຊື່ອ ທະນາຄານ 4.438,87 ຕື້ກີບກວມ 43,06% ຂອງການລົງທຶນທັງ ໝົດ; ການຈັດເກັບລາຍຮັບບັນລຸໄດ້ 1.842,47 ຕື້ກີບ, ທຽບໃສ່ແຜນ ດັດແກ້ເທົ່າກັບ 115,79%, ທຽບ ໃສ່ໄລຍະດຽວປີກ່ອນເພີ່ມຂຶ້ນ 35,75%, ທຽບໃສ່ແຜນ 5 ປີ ຄັ້ງ ທີ IX ເພີ່ມຂຶ້ນ 42,35%, ພ້ອມນີ້, ທ່ານປະທານປະເທດຍັງ ໄດ້ຕິດຕາມຊຸກຍູ້ໂຄງການພັດທະ ນາແຄມຂອງ ທີ່ຕັ້ງຢູ່ນະຄອນປາກ ເຊ, ຢ້ຽມຊົມແຫລ່ງທ່ອງທ່ຽວພູສ່າ ເຫລົ້າ ເມືອງໂພນທອງ, ຢ້ຽມ ຢາມກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ບ້ານນາ, ຜູ້ປະກອບການລ້ຽງປາ ນ້ຳຂອງ ບ້ານພຽງດີ ແລະ ພົບປະ ໂອ້ລົມພໍ່ແມ່ປະຊາຊົນຊາວບ້ານ ໂພນສະອາດ ທີ່ເປັນເປົ້າໝາຍບ້ານ ພັດທະນາປະຊາຊົນຢູ່ດີກິນດີ ແລະ ກຸ່ມຜູ້ຜະລິດເຄື່ອງຈັກສານສິນຄ້າ ໂອດັອບ, ຢ້ຽມຢາມຄອບຄົວຕົວ ແບບເບິ່ງການລ້ຽງ ແລະ ຂະຫຍາຍ ພັນປານ້ຳຂອງ ຢູ່ບ້ານພຽງດີ ແລະ ຢ້ຽມຢາມພໍ່ແມ່ປະຊາຊົນບ້ານ ໂພນສະອາດ ເຊິ່ງທາງເມືອງໄດ້ ກຳນົດສ້າງບ້ານໃຫຍ່ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເປັນບ້ານພັດທະນາຢູ່ດີກິນດີ. ສະເພາະ ຢູ່ແຂວງສາລະວັນ, ທ່ານປະທານປະເທດ ທອງລຸນ ສີສຸລິດ ພ້ອມຄະນະກໍໄດ້ໄປຢ້ຽມ ຢາມໂຮງງານຈຸງຢາງອິຊີ ຊີມັງ ລາວ ແລະ ໄດ້ຮັບຟັງການລາຍ ງານຈາກ ທ່ານ ຢຽນຮົວະ ປະທານ ບໍລິສັດ ຈຸງຢາ ອິຊີ ຊີມັງລາວ ຈຳ ກັດຜູ້ດຽວ ວ່າ: ບໍລິສັດ ຈຸງຢາ ອິຊີ ຊີມັງລາວ ຈຳກັດຜູ້ດຽວລົງທຶນໂດຍ ນັກລົງທຶນຈາກ ສປ ຈີນ 100%, ທຶນໃນການກໍ່ສ້າງ ແລະ ຂະຫຍາຍ ກິດຈະການມາຮອດປັດຈຸບັນລວມ ມູນຄ່າທັງໝົດ 300 ລ້ານກວ່າ ໂດລາສະຫະລັດ, ສາຍການຜະລິດ ທີ່ 1 ທີ່ສ້າງສຳເລັດແລ້ວແມ່ນມີ ກຳລັງແຮງງານຜະລິດ 500.000 ໂຕນຕໍ່ປີ, ສ່ວນສາຍທີ 2 ການກໍ່ສ້າງ ຍັງບໍ່ທັງສຳເລັດ, ສາຍນີ້ມີກຳລັງ ການຜະລິດ 1.00.000 ໂຕນຕໍ່ປີ ແລະ ມີໜ່ວຍງານຜະລິດໄຟຟ້າມີກຳ ລັງຜະລິດ 15 ເມກາວັດ, ມີພະນັກ ງານທັງໝົດ 421 ຄົນ. ໃນນັ້ນ, ພະ ນັກງານຄົນຈີນ 50 ຄົນ, ຄົນລາວ 371 ຄົນ. ຕະຫລອດໄລຍະ 10 ປີ ຜ່ານມາ ບໍລິສັດໄດ້ປະຕິບັດຕາມ ການຊີ້ນຳ-ນໍາພາຂອງພັກ-ລັດ ກໍຄື ກົດໝາຍແຫ່ງ ສປປ ລາວ ໂດຍ ສະເພາະແມ່ນກົດໝາຍວ່າດ້ວຍ ສ່ວຍສາອາກອນ, ນັບແຕ່ປີ 2012 ມາຮອດປັດຈຸບັນໄດ້ມອບອາກອນ ທັງໝົດ 90 ຕື້ກວ່າກີບ ແລະ ໄດ້ ຝຶກອົບຮົມດ້ານວຽກງານວິຊາການ ໃຫ້ແກ່ພະນັກງານ, ສ້າງວຽກເຮັດ ງານທຳໃຫ້ແກ່ແຮງງານລາວຄຽງ ຄູ່ກັບການພັດທະນາເສດຖະກິດຂັ້ນ ທ້ອງຖິ່ນ ກໍຄື ແຂວງສາລະວັນ. ພ້ອມນັ້ນ, ຍັງໄດ້ປະກອບສ່ວນທຶນ ແລະ ວັດຖຸອຸປະກອນຊ່ວຍເຫລືອສັງ ຄົມທັງພາຍໃນແຂວງ ແລະ ຕ່າງ ແຂວງ ເປັນຕົ້ນ ແມ່ນພະແນກການ ຕ່າງໆ, ບ້ານ, ວັດ, ຖະໜົນຫົນທາງ ອື່ນໆ.ໃນໂອກາດດຽວກັນນີ້, ທ່ານ ປະທານປະເທດກໍໄດ້ເນັ້ນໃຫ້ໂຮງ ງານຈຸງຢາງອິຊີ ຊີມັງລາວເອົາໃຈ ໃສ່ຜະລິດຊີມັງ ໃຫ້ໄດ້ຄຸນນະພາບມີ ມາດຕະຖານສູງໃຫ້ກັບລູກຄ້າ ແລະ ຕະຫລາດຮອງຮັບໄດ້. ພ້ອມນັ້ນ, ກໍ ຕ້ອງໄດ້ມີປະກອບສ່ວນພັດທະນາ ແຂວງສາລະວັນ ແລະ ປະຊາຊົນ ໃນການສ້າງວຽກເຮັດງານທຳໃຫ້ ຫລາຍຂຶ້ນ. ຈາກນັ້ນ, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມທີມງານກໍໄດ້ນຳພາ ທ່ານປະ ທານປະເທດທ່ຽວຊົມຫໍໄຕປີດົກວັດ ກາງເທສະບານ ເມືອງສາລະວັນ ທີ່ເປັນແຫ່ງທ່ອງທ່ຽວທາງດ້ານວັດ ທະນະທໍາ ຕື່ມອີກ. ຂປລ. ໃນວັນທີ 27 ມີນາ 2023 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ(ຖວທ), ທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບແລະພາກສ່ວນກ່ຽວ ຂ້ອງ ໄດ້ລົງກວດກາຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ທີ່ໂຮງ ຫລໍ່ປະຕິມະກຳລ້ານຊ້າງ ບ້ານ ໂນນແກ້ວ ເມືອງສີໂຄດຕະບອງ ນະ ຄອນຫລວງວຽງຈັນ. ການລົງກວດກາຄັ້ງນີ້, ທ່ານ ບຸນສະໜອງ ສີຫາລາດ ເຈົ້າຂອງ ໂຮງປັ້ນຫລໍ່ປະຕິມະກໍາລ້ານຊ້າງ, ທັງເປັນຜູ້ຮັບຜິດຊອບປັ້ນຫລໍ່ຮູບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ ຮູ້ວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອເປັນອະນຸສອນສະຖານຈາ ລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານຜູ້ນໍາທີ່ແສນເຄົາ ລົບຮັກຂອງຊາດລາວ ໂດຍແມ່ນ ໂຮງຫລໍ່ປະຕິມະກໍາລ້ານຊ້າງ ເປັນ ຜູ້ຮັບເໝົາປັ້ນຫລໍ່ຮູບປັ້ນປະທານ ໄກສອນ ພົມວິຫານ ຊຶ່ງມີຄວາມ ສູງ 7,5 ແມັດ, ຫລໍ່ດ້ວຍທອງສໍາ ລິດ, ຄວາມກວ້າງໜ້າເອິກປະມານ 1,98 ແມັດ, ຄວາມກວ້າງດ້ານ ຫລັງ 1,44 ແມັດ, ຖານຮອງພື້ນ ຫລ່ຽມສູງ 25 ເຊັນ, ແທ່ນຕັ້ງຮູບຫລໍ່ ເຮັດດ້ວຍຊີມັງສູງ 4,00 ແມັດ ເພື່ອ ໄປສະຖິດໄວ້ທີ່ວິທະຍາຄານການ ເມືອງ ປກສ, ສະຖານທີ່ປັ້ນຫລໍ່ໂຮງ ປັ້ນຫລໍ່ປະຕິມະກໍາລ້ານຊ້າງແມ່ນ ໃຊ້ວິຊາການທີ່ຈົບຈາກຂະແໜງວິ ຈິດສິນທີ່ມີພອນສະຫວັນທາງດ້ານ ສີໄມ້ລາຍມື ແລະ ຊ່າງທີ່ມີຄວາມ ຊໍານານໃນການປັ້ນຫລໍ່, ຄາດວ່າໃນ ທ້າຍເດືອນມິຖຸນາ 2023 ຈະໃຫ້ ສໍາເລັດ, ພາຍຫລັງປັ້ນຫລໍ່ສຳເລັດ ຈະໄດ້ນໍາຮູບປັ້ນປະທານ ໄກສອນ ພົມວິຫານ ມາປະດິດສະຖານຢູ່ຕໍ່ ໜ້າວິທະຍາຄານການເມືອງປ້ອງ ກັນຄວາມສະຫງົບປະຊາຊົນລາວ. ຂ່າວ: ສົມຫວັງ,ພາບ: ເກດສະໜາ ດ້ວຍພະນັກງານແພດໝໍໃຫ້ການ ຕ້ອນຮັບ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ຄັ້ງນີ້, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ຮັບຟັງການລາຍງານກ່ຽວກັບ ການເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານຂອງພະນັກງານແພດໝໍໃນ ໄລຍະ 1 ປີຜ່ານມາ ຊຶ່ງຄະນະພັກຄະນະບັນຊາໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພະນັກງານແພດໝໍໃຫ້ມີລະ ບຽບວິໄນເຂັ້ມງວດ, ເຮັດສຳເລັດ ໜ້າທີ່ຕາມການມອບໝາຍ, ຮັກສາ ໄດ້ຈັນຍາບັນ, ຈັນຍາທຳ, ມີນ້ຳໃຈ ບໍລິສຸດສັດຊື່ ຮັກແພງເບິ່ງແຍງຄົນ ເຈັບຄືຍາດພີ່ນ້ອງຂອງຕົນ ແລະ ບໍລິການຮັບໃຊ້ດ້ວຍຄວາມບໍລິສຸດ ໃຈ, ເອົາໃຈໃສ່ປັບປຸງວຽກງານບໍລິ ການຮັບໃຊ້ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຮັບປະກັນສຸຂະພາບຂອງນາຍ ແລະ ພົນຕຳຫລວດຕະຫລອດຮອດ ປະຊາຊົນທີ່ເຂົ້າມາໃຊ້ບໍລິການໃຫ້ ໄດ້ຮັບຜົນດີຕາມຄຳຂວັນ 5 ດີ 1 ພໍໃຈຄື: ຮັບຕ້ອນດີ, ບໍລິການດີ,ສະ ອາດ ແລະ ສະດວກດີ, ບົ່ງມະຕິຊັດ ເຈນດີີ, ປິ່ນປົວດີ ແລະ ຄົນເຈັບມີ ຄວາມເພິ່ງພໍໃຈໃນການມາໃຊ້ບໍລິ ການ ຊຶ່ງໃນ 1 ປີຜ່ານມາ ມີຄົນເຈັບ ມາກວດເຂດນອກ 13.865 ຄົນ, ແກ້ໄຂສຸກເສີນ 9.388 ຄົນ, ຢັ້ງ ຢືນສຸຂະພາບ 3.425 ຄົນ, ປິ່ນປົວ ກາຍະບຳບັດ 2.093 ຄົນ, ຮັບຄົນ ເຈັບເຂົ້ານອນໂຮງໝໍ 1.530 ຄົນ, ປິ່ນປົວດີກັບຄືນກົມກອງ 1.502 ຄົນ. ສັງລວມແລ້ວການປິ່ນປົວຄົນ ເຈັບຜ່ານມາແມ່ນໄດ້ປະຕິບັດຕາມ ຫລັກການວິຊາສະເພາະ, ເຕັກນິກ ແລະ ມີທ່າກ້າວຂຶ້ນສະແດງອອກ ພະນັກງານແພດໝໍສາມາດເຮັດ ໄດ້ເຊັ່ນ: ການຜ່າຕັດມົດລູກ, ຜ່າຕັດ ກ້ອນເບົ້າ, ຜ່າຕັດໄຂ່ຫລັງ ແລະ ຜ່າຕັດປ້າງໄດ້ເລີ່ມແຕ່ປີ 2020 ເປັນຕົ້ນມາ. ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ມີຄຳເຫັນໂອ້ລົມ ຮຽກຮ້ອງຕໍ່ພະນັກງານແພດໝໍ ບາງຕອນສຳຄັນວ່າ: ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນເງື່ອນ ໄຂໃໝ່ ໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງ ກໍາລັງໃນທຸກດ້ານໃຫ້ມີຄຸນນະພາບ ມີການຫັນປ່ຽນຢ່າງຕັ້ງໜ້າ, ສຸມ ໃສ່ຄົ້ນຄວ້າທາງດ້ານເຕັກນິກ-ວິທະ ຍາສາດການແພດ, ວິຊາການ-ວິຊາ ສະເພາະທີ່ກ່ຽວຂ້ອງໃຫ້ພະນັກງານ ວິຊາການເປັນປະຈໍາ ເພື່ອຍົກສູງ ຄຸນນະພາບຂອງການປິ່ນປົວໃຫ້ ທຽບເທົ່າກັບໂຮງໝໍສູນກາງ ແລະ ສາກົນ. ພ້ອມນັ້ນຕ້ອງໄດ້ເອົາໃຈໃສ່ ຕິດຕາມ-ກວດກາ, ຄຸ້ມຄອງ,ປົກ ປັກຮັກສາບົວລະບັດບັນດາອຸປະ ກອນ, ເຄື່ອງປະກອບກໍຄືຕຶກອາ ຄານ ໃຫ້ຮັບປະກັນໃນການປິ່ນປົວ ແລະ ນໍາໃຊ້ໄດ້ຍາວນານ. ຈາກນັ້ນ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ພົບ ປະແລະ ຢ້ຽມຢາມພະນັກງານ, ຄົນ ເຈັບທີ່ເຂົ້າມາປິ່ນປົວພາຍໃນໂຮງໝໍ 5 ເມສາ ພ້ອມທັງນໍາເອົາກະຕ່າ ຂອງຂວັນມາມອບໃຫ້ພະນັກງານ ແລະ ຄົນເຈັບ ເພື່ອເປັນຂວັນກໍາລັງ ໃຈໃຫ້ເຊົາຈາກພະຍາດກັບມາແຂງ ແຮງໂດຍໄວ. ຂ່າວ-ພາບ: ນາງ ຄອນສະຫວັນ ບ່ອນປະຈໍາການຂອງເຈົ້າໜ້າທີ່ພາ ສີ, ຈຸດຜູ້ໂດຍສານເຂົ້າ-ອອກຕ່າງ ປະເທດມີຄວາມພ້ອມ, ລະບົບໄອທີ, ເຄື່ອງສະແກນຈໍານວນ 4 ເຄື່ອງ ເພື່ອກວດກາກະເປົາເດີນທາງ, ເຄື່ອງ ຕິດຕົວຜູ້ໂດຍສານ ແມ່ນໄດ້ ຮັບການຕິດຕັ້ງສໍາເລັດແລ້ວ, ມີອຸປະ ກອນປ້າຍບອກເຕືອນ, ເອກະສານ ໃບແຈ້ງເຄື່ອງຂອງຕິດຕົວຜູ້ໂດຍ ສານ (Customs Declaration Form for Personal Effects) ແລະ ປ້າຍບອກຄໍາເຕືອນການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມື ທາງດ້ານການເງິນໃນເວລາເຂົ້າອອກສປປລາວ, ໄດ້ປະສານສົມທົບ ແລະ ເຮັດວຽກກັບເຈົ້າຂອງຫ້ອງ ທີ່ສໍາປະທານນໍາສະຖານີລົດໄຟ ເພື່ອເຮັດຮ້ານຄ້າປອດພາສີຢູ່ໃນອາ ຄານໂດຍສານຕ່າງປະເທດ. ສະນັ້ນ, ເພື່ອກຽມຄວາມພ້ອມ ໃນການເປີດບໍລິການນໂດຍສານ ສາຍຕ່າງປະເທດ ເຂົ້າ-ອອກຜ່ານ ທາງລົດໄຟ, ສຳລັບຂະແໜງພາສີ ສະເໜີການຊໍາລະຄ່າພາສີ-ອາກອນ ພັນທະອື່ນໆລະບອບ PF, ໃນກໍລະ ນີມີເຄື່ອງຕິດໂຕຜູ້ໂດຍສານສະເໜີ ໃຫ້ມີຕູ້ KIOS ຫລື ໃຫ້ລະບົບທະ ນາຄານສາມາດເຊື່ອມຕໍ່ໃຫ້ຊໍາລະ ຜ່ານລະບົບມືຖືລະບົບ WeChat ຂອງຄົນຈີນ ເພື່ອອໍານວຍຄວາມສະ ດວກໃຫ້ຜູ້ໂດຍສານເຂົ້າ-ອອກ, ເພາະເວລາຂອງຜູ້ໂດຍສານເຂົ້າອອກແຈ້ງເອກະສານເດີນທາງ Passportມີພຽງ2ຊົ່ວໂມງ,ໃຫ້ສາ ມາດຈັດຕັ້ງປະຕິບັດເກັບດ້ວຍເງິນ ສົດ ເຮັດໃບສັ່ງມອບເຂົ້າບັນຊີງົບ ປະມານເປັນແຕ່ລະວັນ ຫລື ໃຫ້ທະ ນາຄານມີເຄົາເຕີ້ບໍລິການ ຢູ່ຈຸດເລນ ຜູ້ໂດຍສານເຂົ້າ-ອອກສາຍຕ່າງປະ ເທດ ເພື່ອບໍລິການຊໍາລະຄ່າພາສີ- ອາກອນ ແລະ ພັນທະອື່ນໆຕາມລະ ບຽບການ ຫລື ກວດກາລະອຽດ ແລະ ເສຍຢູ່ປາຍທາງ. ສຳລັບ ສະຖານີລົດໄຟ ໃຫ້ມີຕາ ຕະລາງເວລາການເດີນລົດສາຍ ຕ່າງປະເທດລະອຽດ, ວັນ, ເວລາ ໃນແຕ່ລະມື້ເປັນແຜນລະອຽດລ່ວງ ໜ້າ, ເພາະຕິດພັນກັບຕາຕະລາງ ການແຕ່ງຕັ້ງ ເຈົ້າໜ້າທີ່ພາສີເຂົ້າ ປະຈໍາການ; ຕິດປ້າຍຊີ້ບອກຈຸດບໍລິ ການຂອງຂະແໜງການພາສີຫລັງ ຈຸດ ຕມ ເພື່ອໃຫ້ເປັນລັກສະນະສະ ຖານີສາກົນສົມບູນແບບ; ສະເໜີບໍລິ ສັດທາງລົດໄຟມອບອຸປະກອນຮັບ ໃຊ້ຫ້ອງການທີ່ຍັງບໍ່ທັນໄດ້ມອບ ຮັບ ໂດຍໃຫ້ມີບັນຊີລະອຽດແຕ່ລະ ລາຍການ ເພື່ອເປັນຫລັກຖານໃນ ການມອບຮັບຢ່າງເປັນທາງການ ເພາະຈະໄດ້ນໍາໃຊ້ໃນວຽກງານວິຊາ ສະເພາະຂອງຂະແໜງພາສີຢູ່ຫ້ອງ ບໍລິການເລນໂດຍສານຕ່າງປະເທດ ແລະ ຫ້ອງການພາສີປະຈໍາສະຖາ ນີ, ພ້ອມກັບຈັດຝຶກອົບການນໍາໃຊ້ ເຄື່ອງສະແກນກະເປົາຜູ້ໂດຍສານ ໃຫ້ກັບເຈົ້າໜ້າທີ່ພາສີປະຈຳດ່ານ ນໍາອີກ. ຂ່າວ-ພາບ: ກະຊວງການເງິນ ຂປລ. ວັນທີ 28 ມີນາ 2023 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມສະ ໄໝສາມັນປະຈຳເດືອນມີນາ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງນາ ຍົກລັດຖະມົນຕີ ແລະ ສະມາຊິກລັດ ຖະບານເຂົ້າຮ່ວມແບບ ເຊິ່ງໜ້າແລະ ຜູ້ຕາງໜ້າການນໍາບັັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າ ຮ່ວມຜ່ານລະບົບກອງປະຊຸມທາງ ໄກ ເພື່ອຮັບຟັງການລາຍງານສະ ພາບພົ້ນເດັ່ນປະຈຳເດືອນມີນາແລະ ທິດທາງແຜນການ ປະຈຳເດືອນ ເມສາ 2023. ກອງປະຊຸມຄັ້ງນີ້ຈະດຳເນີນ ເປັນເວລາສອງວັນ, ເຊິ່ງມີ 09 ຫົວຂໍ້ສໍາຄັນ ຄື: ລາຍງານສະພາບ ພົ້ນເດັ່ນໃນເດືອນມີນາ ແລະ ທິດ ທາງແຜນການ ປະຈຳເດືອນເມສາ 2023 ຂອງລັດຖະບານ ກໍ່ຄືວຽກ ງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາມົນ ລະພິດທາງອາກາດ; ຮ່າງຍຸດທະ ສາດການຫລຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາຢ່າງ ໂລ່ງລ່ຽນຂອງສປປລາວ; ຮ່າງນະ ໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະ ກິດ; ລາຍງານກ່ຽວກັບການປະເມີນ ການປະຕິບັດກົດໝາຍວ່າດ້ວຍທີ່ ດິນ(ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ ແລະ ສິ່ງ ປຸກສ້າງ (ສະບັບສ້າງໃໝ່); ຮ່າງ ກົດໝາຍວ່າດ້ວຍການປົກຄອງ(ສະ ບັບສ້າງໃໝ່); ຮ່າງດຳລັດວ່າດ້ວຍ ການໃຫ້ສັນຊາດລາວແກ່ບຸກຄົນທີ່ ລັດຕ້ອງການ (ສະບັບ ສ້າງໃໝ່); ຮ່າງດຳລັດ ວ່າດ້ວຍລັດຖະກອນຄູ (ສະບັບປັບປຸງ); ຮ່າງຍຸດທະສາດ ການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານນາຍົກລັດຖະມົນຕີໄດ້ ຮຽກຮ້ອງບັນດາທ່ານສະມາຊິກ ລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງ ເລິກເຊິ່ງ ດ້ວຍການສະເໜີທັດສະ ນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະ ຊຸມລັດຖະບານຄັ້ງນີ້ ປະສົບຜົນສຳ ເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

xtgmf]k; 3 29/03/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເຈົ້າໜ້າທີ່ຕໍາຫລວດແຂວງອຸດົມໄຊ ມອບສາຍໄຟງທີ່ຢຶດໄດ້ຈາກໂຈນລັກສົ່ງຄືນໃຫ້ຜູ້ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງທາງລົດໄຟລາວ-ຈີນ) ໂດຍ: ຊິບປະໄຊ *** ຕໍ່ຈາກໜ້າ 1 *** ບົດສະເໜີ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ xdl c0;'v5 fq ,w- xtdv[lj ;ole7a o .odkoIa dlk7;k,lts'q [37'dko]q fw2 ]k;{9u o [k'[a oskmuj 7;ogvq k.9.lj .odkod+ lh k'ra d{rtoa d'ko 16j c0;'va f8txn 7e,j ;o lh k'rtoa d'koda [mu j fh kodko x6 d{dko]h P' wfh s]kpd;j k 6.000 7q o * ຄວາມທຸກຍາກຂອງປະຊາ ຊົນຈະຫລຸດລົງເປັນກ້າວໆ ຕ້ອງ ເອົາໃຈໃສ່ສ້າງພະນັກງານກັບ ທີ່ ທາງດ້ານວິຊາການໃນວຽກການ ປູກ-ການລ້ຽງໃຫ້ຫລາຍຂຶ້ນ. ໝາຍ ຄວາມວ່າ ຕ້ອງສ້າງປະຊາຊົນໃຫ້ຮູ້ ດ້ານເຕັກນິກການຜະລິດຕ່າງໆ ໃຫ້ ຂະຫຍາຍຢ່າງກວ້າງຂວາງໄປ ສູ່ ເຂດຊົນນະບົດ. ດັ່ງແຂວງຄຳມ່ວນ ມາຮອດປັດຈຸບັນສາມາດສ້າງພະ ນັກງານກັບທີ່ ຫລື ປະຊາຊົນທີ່ຜ່ານ ການຝຶກອົບຮົມດ້ານການຜະລິດ ແລ້ວ ຫລາຍກວ່າ 6.000 ຄົນ ອັນ ເຮັດໃຫ້ການຜະລິດເປັນສິນຄ້າມີ ການຂະຫຍາຍຢ່າງກວ້າງຂວາງ. ທ່ານ ສີລາ ຈັນທະລາວົງ ຮອງ ຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ແຂວງຄຳມ່ວນ ແມ່ນແຂວງໜຶ່ງທີ່ ມີທ່າແຮງໃນການຜະລິດກະສິກຳ ປູກຝັງ-ລ້ຽງສັດ ເຊິ່ງໄລຍະຜ່ານ ມາກໍຄືປັດຈຸບັນທຸກຂະແໜງການ ໄດ້ເອົາໃຈໃສ່ຕໍ່ວຽກງານວິຊາສະ ເພາະຂອງຕົນ ທັງສົ່ງພະນັກງານ ວິຊາການລົງໃກ້ຊິດຕິດແທດ ແລະ ໃຫ້ຄວາມຮູ້ດ້ານເຕັກນິກການ ຜະ ລິດ, ສ້າງພື້ນຖານໂຄງລ່າງທີ່ອຳ ນວຍຕໍ່ການປູກ-ການລ້ຽງໃຫ້ແກ່ ປະຊາຊົນ. ອັນພົ້ນເດັ່ນແມ່ນໄດ້ສ້າງ ພະນັກງານກັບທີ່. ໝາຍຄວາມວ່າ ສ້າງປະຊາຊົນໃຫ້ມີຄວາມຮູ້ດ້ານ ການຜະລິດກະສິກຳ ເຖິງວ່າເຂົາ ເຈົ້າ ບໍ່ໄດ້ຮຽນຈົບວິຊາຊີບຊັ້ນສູງ, ປະລິນຍາຕີ ດ້ານການປູກຝັງ ລ້ຽງ ສັດ, ແຕ່ໄດ້ຜ່ານການຝຶກອົບຮົມ ວຽກງານກະສິກຳແລະປ່າໄມ້ໂດຍ ມາຮອດປັດຈຸບັນທົ່ວແຂວງສາ ມາດສ້າງໄດ້ພະນັກງານກັບທີ່ ຫລື ປະຊາຊົນມີຄວາມຮູ້ດ້ານກະສິກຳ ແລະ ປ່າໄມ້ໄດ້ຫລາຍກວ່າ 6.000 ຄົນ ແລະ ເຮັດໃຫ້ເກີດມີຄອບຄົວ ຕົວແບບດ້ານການຜະລິດຕ່າງໆ ຫລາຍຂຶ້ນ ທັງກ້າວໄປສູ່ການສ້າງ ເປັນຟາມ ໂດຍຮອດປັດຈຸບັນທົ່ວ ແຂວງມີຟາມລ້ຽງສັດທັງໝົດ 133 ຟາມ. ໃນນັ້ນ, ຟາມລ້ຽງງົວມີ 25 ຟາມ, ມີງົວຫລາຍກວ່າ 1,6ພັນໂຕ; ຟາມລ້ຽງໝູມີ81ຟາມ, ມີໝູຫລາຍ ກວ່າ 20 ພັນໂຕ; ແບ້ 6 ຟາມ, ມີແບ້ 440 ໂຕ; ຟາມໄກ່ໄຂ່ 2 ຟາມ, ມີໄກ່ 9 ພັນໂຕ; ຟາມໄກ່ຊີ້ນ 3 ຟາມ, ມີໄກ່ 7,4ພັນໂຕ;ຟາມນົກກະທາ4ຟາມ, ມີນົກກວ່າ 20 ພັນໂຕ; ເປັດໄຂ່ 6 ຟາມ, ມີກວ່າ 6,7 ພັນໂຕ ແລະ ຟາມ ປາກະຊັງ 6 ຟາມ, ມີ 650 ກະຊັງ, ມີປາຫລາຍກວ່າ 6,6 ແສນໂຕ. ພາຍໃຕ້ການນຳພາ-ຊີ້ນຳຂອງ ຄະນະພັກແຂວງບວກໃສ່ທ່າແຮງ ອຳນວຍຄວາມສະດວກ ໂດຍສະ ເພາະແມ່ນເນື້ອທີ່ທຳການຜະລິດ ກະສິກຳຂອງແຂວງຄຳມ່ວນ ມີ ຫລາຍກວ່າ 2,4 ແສນເຮັກຕາ ຈຶ່ງ ເຮັດໃຫ້ການຜະລິດກະສິກຳເປັນ ສິນຄ້າມີການຂະຫຍາຍຕົວ, ຄວາມ ທຸກຍາກຂອງປະຊາຊົນໄດ້ຮັບການ ແກ້ໄຂຫລຸດລົງເທື່ອລະກ້າວ. ທ່ານ ສີລາ ຈັນທະລາວົງ ຮອງຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້ ແຂວງ ຄຳມ່ວນ * ເພື່ອຮັບປະກັນບົດບາດເປັນ ພັກກໍາອໍານາດໝັ້ນຄົງຍາວນານ ນັ້ນ ມີຄວາມຈໍາເປັນທີ່ສຸດ ຕ້ອງປັບ ປຸງປົວແປງກໍ່ສ້າງພັກໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງ ໃນທຸກດ້ານ ໂດຍສະເພາະແມ່ນຄວາມເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີ ນໍາ ພາ ເພື່ອເຊີດຊູບົດບາດຂອງພັກໃຫ້ ສົມກັບເປັນແກນນໍາໃນລະບົບການ ເມືອງ. ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ລະບຸວ່າ: ສືບຕໍ່ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ພັກແຕ່ລະຂັ້ນ ແລະ ຍົກສູງຄຸນນະ ພາບຂອງຖັນແຖວສະມາຊິກພັກ ເຮັດໃຫ້ການຈັດຕັ້ງຮາກຖານພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ສາມາດເປັນແກນນໍາໃນລະ ບົບການເມືອງຢູ່ແຕ່ລະຂັ້ນ. ສະຫາຍ ຄໍາບຸນ ດວງພະບາງ ຄະນະປະຈໍາພັກແຂວງ, ຫົວໜ້າຄະ ນະຈັດຕັ້ງແຂວງ ໄດ້ໃຫ້ສໍາພາດຕໍ່ ສື່ມວນຊົນແຂວງເມື່ອວັນທີ 23 ມີນາ 2023 ຜ່ານມາວ່າ: ເພື່ອສືບຕໍ່ ຈັດຕັ້ງປະຕິບັດຄາດໝາຍ ແລະ ທິດ ທາງລວມວຽກງານກໍສ້າງພັກ-ພະ ນັກງານດັ່ງກ່າວໃຫ້ປາກົດຜົນເປັນ ຈິງ ຄະນະພັກແຂວງອັດຕະປື ແມ່ນ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງການ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ສໍາພາດຕໍ່ສື່ ມວນຊົນເມື່ອບໍ່ດົນມານີ້ວ່າ: ນັບແຕ່ ມື້ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການ ລົດໄຟ ລາວ-ຈີນ, ກໍາລັງ ປກສ ແຂວງ ໄດ້ເອົາໃຈໃສ່ຮ່ວມກັບ ກໍາ ລັງທີ່ກ່ຽວຂ້ອງຂອງແຂວງ ແລະ ຈາກກະຊວງປ້ອງກັນຄວາມສະ ຫງົບ ເພື່ອປະຕິບັດໜ້າທີ່ຮັກສາ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຕາມແລວທາງລົດ ໄຟໄລຍະທາງຜ່ານ ແຂວງອຸດົມໄຊ ຢ່າງເຂັ້ມງວດ, ພ້ອມນີ້ ໄດ້ຮ່ວມ ກັບພາກສ່ວນກ່ຽວຂ້ອງໄກ່ເກ່ຍ ເພື່ອຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໂຄງການ. ພາຍຫລັງ ເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ກະຊວງປ້ອງ ກັນຄວາມສະຫງົບ ໄດ້ມອບຄວາມ ໃຫ້ແຂວງຮັບຜິດຊອບວຽກງານ ນີ້ໂດຍກົງ. ຈາກນັ້ນ ປກສ ແຂວງ ຮ່ວມກັບ ປກສ ບັນດາເມືອງທີ່ກ່ຽວ ຂ້ອງ ໄດ້ສືບຕໍ່ຈັດສັນກໍາລັງປະຈໍາ ຢູ່ຕາມສະຖານີ, ອຸບມົງ ແລະ ແຕ່ລະ ຈຸດສໍາຄັນຕ່າງໆ, ພ້ອມນີ້ຍັງມີ ໜ່ວຍລາດຕະເວນແລະໜ່ວຍເຄື່ອນ ໄຫວເພື່ອໂຄສະນາໃຫ້ປະຊາຊົນ ຢູ່ບັນດາບ້ານທີ່ຢູ່ຕາມແລວທາງ ລົດໄຟພາຍໃນແຂວງ ເປັນເຈົ້າການ ປົກປັກຮັກສາເສັ້ນທາງລົດໄຟຮ່ວມ ຈັດຕັ້ງພັກທຸກຂັ້ນພາຍໃນແຂວງ ຕາມຄໍາສັງເລກທີ 01/ກມສພ, ລົງ ວັນທີ 3 ມັງກອນ 2018 ແລະ ບັນ ດານິຕິກໍາຂອງຄະນະຈັດຕັ້ງສູນ ກາງພັກກໍຄືບັນດານິກໍາຂອງຄະນະ ຈັດຕັ້ງແຂວງ ໂດຍໄດ້ຈັດຕັ້ງຜັນຂະ ຫຍາຍບັນດານິຕິກໍາດັ່ງກ່າວເປັນ ລາຍລະອຽດ ແລະ ໄດ້ຊີ້ນໍາ-ນໍາ ພາເຜີຍແຜ່, ເຊື່ອມຊຶມຢ່າງກ້ວາງ ຂວາງ, ເລິກເຊິ່ງ ແລະ ມີຄວາມເປັນ ເອກະພາບກັນໃນການຈັດຕັ້ງປະ ຕິບັດຕົວຈິງ. ຜ່ານການຈັດຕັ້ງປະຕິ ບັດໃນໄລຍະຜ່ານມາສາມາດຍາດ ໄດ້ຜົນສໍາເລັດຫລາຍດ້ານເປັນຕົ້ນ: ຜົນສໍາເລັດວຽກງານປັບປຸງການ ຈັດຕັ້ງພັກ; ເຊຶ່ງຄະນະພັກແຕ່ລະ ຂັ້ນພາຍໃນແຂວງ ຍາມໃດກໍ່ຍຶດ ໝັ້ນລັດທິມາກ-ເລນິນ, ແນວຄິດ ປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນ ຖານສຶກສາອົບຮົມພະນັກງານ, ສະມາຊິກພັກແລະ ປະຊາຊົນບັນດາ ເຜົ່າ ໃຫ້ມີຄວາມຈົ່ງຮັກພັກດີຕໍ່ການ ຈັດຕັ້ງພັກ-ລັດ ກໍຄືຜົນປະໂຫຍດ ລວມຂອງຊາດ ແລະ ປະຊາຊົນ, ພ້ອມດຽວກັນ, ຍັງໄດ້ເອົາໃຈໃສ່ນໍາ ພາຄົ້ນຄວ້າທິດສະດີ, ບົດຮຽນ ແລະ ພຶດຕິກໍາ ໃນການນໍາພາ-ຊີ້ນໍາ ແລະ ການເຄື່ອນໄຫວປະຕິບັດໜ້າ ທີ່ການເມືອງຂອງຕົນ ແລະ ໄດ້ຖື ສໍາຄັນສືກສາອົບຮົມການເມືອງແນວຄິດຕິດພັນກັບການດໍາເນີນ ຮ່ວມຊິວິດໃນແຕ່ລະເດືອນດ້ວຍ ຫລາຍວິທີ, ຫລາຍເນື້ອໃນແຕ່ລະ ໄລຍະ ແລະ ໃນປະຈຸບັນການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງພັກ-ພະ ນັກງານໂດຍໄດ້ສຸມໃສ່ 3 ວຽກ ໃຫຍ່ຕົ້ນຕໍເຊັ່ນ: ວຽກກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໝ້ນ ເຊິ່ງທົ່ວແຂວງ ມີການຈັດຕັ້ງຮາກ ຖານພັກທັງໝົດ 613 ຮາກຖານພັກ ແລະ ມີ 537 ໜ່ວຍພັກ ໃນນັ້ນ, ມີ ຄະນະພັກຮາກຖານ 76 ຮາກຖານ, ມີໜ່ວຍພັກຮາກຖານ 221 ໜ່ວຍ ແລະ ໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານ 316 ໜ່ວຍ, ມີສະມາຊິກ ພັກທັງໝົດ 10.584 ສະຫາຍ, ຍິງ 3.010 ສະຫາຍ, ສະມາຊິກ ພັກສໍາຮອງ 659 ສະຫາຍ, ຍິງ 224ສະຫາຍ, ສະມາຊິກພັກສົມບູນ 9.925 ສະຫາຍ, ຍິງ 2.786 ສະຫາຍ ແລະ ໃນປີ 2022 ມີໜ່ວຍ ພັກທີ່ໄດ້ຮັບຮອງແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ທັງໝົດ 401 ໜ່ວຍພັກ, ເທົ່າ ກັບ 74,67% ຂອງໜ່ວຍພັກ ທັງ ໝົດ, ຜ່ານການລົງປະເມີນຂອງຄະ ນະຮັບຜິດຊອບ ແລະ ການຄົ້ນຄວ້າ ສາມາດຮັບຮອງໂດຍພື້ນຖານ ເພື່ອ ນໍາສະເໜີຂັ້ນເທິງຮັບຮອງ 290 ໜ່ວຍ,ເທົ່າກັບ72,31%.ວຽກງານ ສ້າງແຜນກໍານົດພະນັກງານ-ນໍາ ພາຄຸ້ມຄອງແມ່ນວຽກງານໜຶ່ງທີ່ ສໍາຄັນ ເພື່ອສ້າງພະນັກງານໄວ້ແຕ່ ນີ້ຮອດປີ 2025 ມີຈຸດປະສົງເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການໃນການປັບປຸງກົງຈັກ ການຈັດຕັ້ງພັກ ເພື່ອເລືອກເຟັ້ນພະ ນັກງານທີ່ມີຄວາມສະອາດ, ຄວາມ ບໍລິສຸດ ນັບແຕ່ຂັ້ນແຂວງ, ເມືອງ, ບ້ານ. ໃນປັດຈຸບັນ ໃນທົ່ວອົງຄະນະ ພັກແຂວງ ໄດ້ສໍາເລັດການສ້າງ ແຜນກໍານົດພະນັກງານນໍາພາ, ຄຸ້ມ ຄອງ ໄດ້ທັງໝົດ 45 ພາກສ່ວນ ແລະ ຍັງ 14 ພາກສ່ວນຄື: 1 ເມືອງ ສະໜາມໄຊ ແລະ 13 ພະແນກ ການ ອ້ອມຂ້າງແຂວງ. ວຽກການດໍາ ເນີນກອງປະຊຸມຄົບຄະນະກາງສະ ໄໝ ແມ່ນຍິ່ງມີຄວາມສໍາຄັນທີ່ສຸດ ເພາະວ່າແມ່ນການສະຫລຸບຕີລາ ຄາໝາກຜົນຂອງການຈັດຕັ້ງປະຕິ ບັດມະຕິຂອງພັກ ເພື່ອກວດກາຕີ ລາຄາຄືນການ ນໍາພາ-ຊີ້ນໍາໄລຍະ 2 ປີເຄິ່ງ, ການຈັດຕັ້ງປະຕິບັດ ແຜນພັດທະນາແຫ່ງລັດ ລວມທັງ ການສ້າງສາພັດເສດຖະກິດ-ສັງ ຄົມທັງຕີລາຄາຄວາມຮັບຜິດຊອບ ຂອງພະນັກງານ-ສະມາຊິກພັກ, ການທາບທາມຫາງສຽງຄວາມ ໄວ້ວາງໃຈຈາກສະມາຊິກພັກ ພ້ອມ ທັງໄດ້ເຂັ້ມງວດປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສຸນກາງ ພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023, ຄໍາແນະນໍາຂອງຄະນະຈັດຕັ້ງສູນ ກາງພັກ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝ ເຊິ່ງຄະນະ ພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຄົ້ນ ຄວ້າເຊື່ອມຊືມຜັນຂະຫຍາຍຢ່າງ ກວ້າງຂວາງ. ປັດຈຸບັນການດໍາ ເນີນກອງປະຊຸມຄົບຄະນະກາງສະ ໄໝ ສໍາເລັດແລ້ວ 5 ເມືອງ, 2 ຄະ ນະພັກຮາກຖານ, 2 ໜ່ວຍພັກຮາກ ຖານອ້ອມຂ້າງແຂວງ ແລະ ສືບຕໍ່ ທີ່ຍັງບໍ່ທັນສໍາເລັດໃນ 2 ອົງຄະນະ ພັກ ປກຊ-ປກສ ແຂວງ, 12 ຄະນະ ພັກຮາກຖານ ແລະ 24 ໜ່ວຍພັກ ອ້ອມຂ້າງແຂວງ ໃຫ້ສໍາເລັດ. ເຖິງຢ່າງໃດກໍ່ຕາມ ຄຽງຄູ່ກັບ ຜົນສໍາເລັດທີ່ຍາດມາໄດ້ນັ້ນ, ກໍຍັງ ມີຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂເປັນຕົ້ນແມ່ນ: ຄວາມ ຮັບຮູ້ເຂົ້າໃຈຂອງພະນັກງານ-ສະ ມາຊິກພັກຕໍ່ແນວທາງນະໂຍບາຍ ຂອງພັກ ຍັງບໍ່ທັນເລິກເຊິ່ງ, ການ ຫັນແນວທາງຂອງພັກ ເປັນແຜນ ງານ, ໂຄງການເພື່ອຈັດຕັ້ງປະຕິບັດ ຢູ່ຂັ້ນຂອງຕົນຍັງຊັກຊ້າ, ຄຸນທາດ ການເມືອງ, ຄຸນສົມບັດສິນທໍາປະ ຕິວັດ, ຄວາມເປັນແບບຢ່າງນໍາໜ້າ ຂອງສະມາຊິກພັກ-ພະນັກງານ ຈໍານວນໜຶ່ງມີດ້ານເຊື່ອມຖ່ອຍ, ການລະເມີດລະບຽບວິໃນຂອງພັກ ຍັງມີຫລາຍບ່ອນເຮັດບໍ່ທັນໄດ້ດີ. ສະນັ້ນ, ເພື່ອຮັບປະກັນໃຫ້ການ ສ້າງພັກ-ພະນັກງານໃຫ້ມີຄຸນນະ ພາບ ໃນຊຸມປີຕໍ່ໜ້າຄະນະພັກແຕ່ ລະຂັ້ນພາຍໃນແຂວງຕ້ອງສຸມໃສ່ ບາງວຽກງານດັ່ງນີ້: 1. ເອົາໃຈໃສ່ຍຸ້ແຮງດ້ານຂະ ບວນການແມ່ນໜຶ່ງວຽກເພື່ອສ້າງ ຄົນ, ບໍໍວ່າຂະບວນການລວມ, ຂະ ບວນການຂອງອົງການຈັດຕັ້ງມະ ຫາຊົນ, ຂະບວນການສ້າງສາພັດ ທະນາປະເທດຊາດ, ແກ້ໄຂຄວາມ ທຸກຍາກ, ມັນເປັນຂະບວນການ ສະແດງໃຫ້ເຫັນເຖິງຄວາມອາດສາ ມາດ, ຄວາມເສຍສະຫລະ ແລະ ໝາກຜົນຂອງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ເພື່ອຊອກໃຫ້ ເຫັນພະນັກງານ-ສະມາຊິກພັກ- ພະ ນັກງານທີ່ມີຄວາມສາມາດ, ມີຄວມ ທົນທານ ແລະ ຄວາມໝັ້ນໜຽວ ຕໍ່ ໜ້າທີ່ວຽກງານ, ມີຄວາມຈົ່ງຮັກພັກ ດີຕໍ່ພັກວຽກນີ້ຕ້ອງລະອຽດອ່ອນ ແລະ ຊຸກຍູ້ຢ່າງແຂງແຮງ. 2. ສະມາຊິກພັກສົມບູນຕ້ອງ ໄດ້ເອົາໃຈໃສ່ ຕິດຕາມມະຫາຊົນ ກ້າວໜ້າເພື່ອຈະຂະຫຍາຍເຂົ້າພັກ ເປັນພິເສດ ໂດຍສະເພາະການລາຍ ງານຜົນຂອງການຕິດຕາມ, ກວດ ກາຕໍານິຕິຕຽນ ສິ່ງທີ່ເຮັດບໍ່ທັັນໄດ້ ດີ ແລະ ກ້າຢັ້ງຢືນໃຫ້ແກ່ໜ່ວຍພັກ ເພື່ອຈະຂະຫຍາຍເຂົ້າພັກ. 3. ຕັ້ງໜ້າປະຕິບັດທັດສະນະ ຊີ້ນໍາຂອງພັກ; ໝາຍວ່າຄະນະພັກ ແຕ່ລະຂັ້ນຕ້ອງຮູ້ສອດສ່ອງແນມ ສະມາຊິກພັກຂັ້ນຕົນ,ການຕິດຕາມ, ກວດກາຢ່າງຈິງຈັງ, ສອດສ່ອງ ເບິ່ງໜ້າທີ່ວຽກງານຂອງການຈັດ ຕັ້ງມອບໝາຍໃຫ້, ການສ້າງເສດຖະ ກິດຄອບຄົວ, ການປະກອບສ່ວນຕໍ່ ສັງຄົມແລະການສ້າງສາພັດທະນາ ປະເທດຊາດ, ຄວາມເປັນແບບຢ່າງ ໃນການສ້າງຄອບຄົວສາມດີ, ຄອບ ຄົວສາມສະອາດ, ຄອບຄົວປອດຄະ ດີ,ຄອບຄົວວັດທະນະທໍາແລະອື່ນໆ ຕາມຂະບວນການຂອງພັກ. ກັນຢ່າງຕໍ່ເນື່ອງ, ທັງໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດ ກາແລະເຮັດບົດບັນທຶກກັບຜູ້ປະກອບ ການຮ້ານເກັບຊື້ເຫລັກເສດພາຍໃນ ແຂວງບໍ່ໃຫ້ເກັບຊື້ເຫລັກເສດທີ່ບໍ່ ຖືກຕ້ອງຈາກກຸ່ມຄົນບໍ່ດີຕ່າງໆ. ພົນຈັດຕະວາ ສີວອນ ໄຊຍະວົງ ໃຫ້ຮູ້ຕື່ມວ່າ: ຜ່ານການເຄື່ອນໄຫວ ປ້ອງກັນຄວາມສະຫງົບຕາມເສັ້ນ ທາງລົດໄຟລາວ-ຈີນຢູ່ແຂວງອຸດົມ ໄຊ ຢ່າງເປັນເຈົ້າການມາຮອດປັດ ຈຸບັນ ໂດຍລວມເຫັນວ່າການຈັດ ຕັ້ງປະຕິບັດທຸກວຽກງານແມ່ນມີ ຄວາມສະດວກດີ ຍ້ອນຂັ້ນເທີງໃຫ້ ການຊີ້ນໍາຢ່າງໃກ້ຊິດແລະ ຕໍ່ເນື່ອງ. ນອກຈາກນີ້ ຍັງມີບັນດານິຕິກໍາທີ່ ກ່ຽວຂ້ອງເປັນເຄື່ອງມື ແລະ ບ່ອນ ອີງສໍາຄັນໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງ. ສ່ວນດ້ານປະກົດ ການຫຍໍ້ທີ່ເກີດຂຶ້ນ ແມ່ນພົບເຫັນ ແຕ່ໃນໄລຍະເລີ່ມຕົ້ນຂອງການຈັດ ຕັ້ງປະຕິບັດໂຄງການເທົ່ານັ້ນ ເນື່ອງ ຈາກເຈົ້າໜ້າທີ່ສາມາດຈັບກຸ່ມຄົນບໍ່ ຫວັງດີໄດ້ຈໍານວນໜຶ່ງທີ່ມາລັກສາຍ ໄຟ ແລະ ຫລັກຮົ້ວຂອງໂຄງການ. ຢ່າງໃດກໍຕາມ ມາຮອດປັດຈຸບັນນີ້ ບັນດາປະກົດການຫຍໍ້ທໍ້ດັ່ງກ່າວ ແມ່ນບໍ່ປະກົດໃຫ້ເຫັນອີກແລ້ວ. ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ຮູ້ຕື່ມວ່າ: ໃນໄລ ຍະຜ່ານມາ ປະຊາຊົນຢູ່ບັນດາບ້ານ ຕາມລຽບຕາມເສັ້ນທາງລົດໄຟ ພາຍໃນແຂວງອຸດົມໄຊ ໃຫ້ການ ຮ່ວມມືປະກອບສ່ວນຄຸ້ມຄອງ ແລະ ປົກປັກຮັກສາ ກໍຄື ຈັດຕັ້ງປະຕິິບັດ ຕາມລະບຽບທີ່ໂຄງການລົດໄຟ ລາວ-ຈີນ, ລວມເຖີງບັນດານິຕິກໍາ ທີ່ລັດຖະບານລາວວາງອອກໄດ້ດີ ຈຶ່ງເຮັດໃຫ້ການກໍ່ສ້າງກໍຄືການບໍລິ ການລົດໄຟຢູ່ແຂວງອຸດົມໄຊ ສາ ມາດດໍາເນີນໄປໄດ້ຢ່າງສະດວກ ສະ ບາຍແລະມີຄວາມເປັນລະບຽບ ຮຽບຮ້ອຍດີ.ຢ່າງໃດກໍຕາມເພື່ອຮັບ ປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ທີ່ ກ່ຽວຂ້ອງກັບທາງລົດໄຟລາວ-ຈີນ ເກີດຂຶ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນ ດາຜູ້ປົກຄອງທຸກຄົນ ຈົ່ງເອົາໃຈໃສ່ ສຶກສາອົບຮົມລູກຫລານຂອງຕົນບໍ່ ໃຫ້ໄປລັກອຸປະກອນຂອງທາງລົດ ໄຟ ຫລື ເອົາສັດຕ່າງໆ ເຂົ້າໄປລ້ຽງ ໃນເຂດແລວເສັ້ນທາງລົດໄຟລາວຈີນ. ພ້ອມນີ້ ບັນດາຜູ້ປະກອບການ ຮັບຊື້ເຫລັກເສດຕ້ອງປະຕິບັດຕາມ ລະບຽບການຢ່າງເຂັ້ມງວດດ້ວຍ ການບໍ່ຊື້ເຫລັກເສດຈາກກຸ່ມຄົນບໍ່ ດີ ນໍາໄປຂາຍ, ທັ້ງນີ້ກໍ່ເພື່ອເຮັດໃຫ້ ລົດໄຟລາວ-ຈີນ ເຊີ່ງເປັນໂຄງການ ຮ່ວມມືລະຫວ່າງສອງລັດຖະບານ ລາວ ແລະ ຈີນນໍາເອົາຜົນປະໂຫຍດ ສູງສຸດມາໃຫ້ປະຊາຊົນຊາວແຂວງ ອຸດົມໄຊ ກໍຄື ປະເທດລາວເຮົາ. ສໍາລັບແຂວງອຸດົມໄຊແມ່ນແຂວງ ທີ່ມີໄລຍະທາງລົດໄຟ ລາວ-ຈີນ ຜ່ານຍາວກວ່າໝູ່ໃນບັນດາແຂວງ ທີ່ມີທາງລົດໄຟດັ່ງກ່າວຜ່ານໃນ ລາວ ມີຄວາມຍາວທັັງໝົດ 120 ກວ່າກິໂລແມັດ ໂດຍຜ່ານ 3 ເມືອງ ພາຍໃນແຂວງ ຄື: ເມືອງໄຊ, ເມືອງ ງາ ແລະ ເມືອງນາໝໍ້, ປະກອບ ມີ 9 ສະຖານນີ, ແຕ່ໄລຍະທໍາອິດ ແມ່ນກໍ່ສ້າງພຽງ 3 ສະຖານນີ ຄື: ສະຖານີເມືອງໄຊ, ສະຖານີເມືອງ ນາໝໍ້, ແລະ ສະຖານີເມືອງງາ.

RkJQdWJsaXNoZXIy MTc3MTYxMQ==