gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 24/03/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ *** dkoIj ;,,n 0v'[a ofkxtgmfrkdrN ovj k'c,j oE0v' ການພັດທະນາຊັບພະຍາກອນນ້ຳ ແມ່ນໜຶ່ງໃນກິດຈະກຳທີ່ສັບສົນ ແລະ ລະອຽດອ່ອນທີ່ສຸດທີ່ມະນຸດຊາດໄດ້ ກະທໍາເພາະມີຄວາມຈຳເປັນນານັບປະ ການທີ່ຕ້ອງໄດ້ຖືກສະໜອງແລະຄວາມ ຈຳເປັນແຕ່ລະດ້ານລ້ວນແຕ່ເຕັມໄປ ດ້ວຍການແຂ່ງຂັນ ແລະ ມີຄວາມຂັດ ແຍ່ງເຊິ່ງກັນ ແລະ ກັນ. ນ້ຳຄືສິ່ງທີ່ບາງມຸມມອງເຫັນວ່າ ເປັນ” ປະເດັນດ້ານນະໂຍບາຍການ ຕ່າງປະເທດແຫ່ງສະຕະວັດທີ21. ດັ່ງນັ້ນ, ການທີ່ປະຊາຊາດໃນຂົງເຂດ ແມ່ນໍ້າຂອງໄດ້ລິເລີ່ມ ແລະ ເຝົ້າຖະນຸ ຖະໜອມການຮ່ວມມືພາຍໃຕ້ຄະນະກຳ ມະການແມ່ນ້ຳຂອງ ມາແຕ່ຊຸມປີ 1950 ຈົນເຖິງ ຄະນະກຳມາທິການ ແມ່ນໍ້າຂອງສາກົນ ໃນປັດຈຸບັນ ໄດ້ພິ ສູດຕົວເອງໃຫ້ເຫັນວ່າ ພວກເຮົາຄືໜຶ່ງ ຕົວແບບໃນການຄຸ້ມຄອງແມ່ນ້ຳລະ ຫວ່າງຊາດເພື່ອເປັນຕົວຢ່າງແກ່ມະ ນຸດຊາດຈາກທຸກມຸມໂລກໄດ້ດຳເນີນ (ຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4, ທີ່ນະຄອນຫລວງວຽງຈັນ ໃນວັນທີ 2-5 ເມສາ 2023) ຕາມ”. ສະນັ້ນ, ເນື່ຶອງໃນໂອກາດທີ່ກອງ ປະຊຸມສຸດຍອດຂອງຄະນະກຳມາທິ ການແມ່ນ້ຳຂອງສາກົນ ຄັ້ງທີ 4, ທີ່ ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 02-05 ເມສາ 2023 ນີ້ ຈະເປັນອີກໜຶ່ງບົດພິສູດໃຫ້ທົ່ວ ໂລກໄດ້ ຮັບຮູ້ເຖິງ “ຈິດວິນຍານແຫ່ງແມ່ນ້ຳ ຂອງ” ເຊິ່ງສປປລາວ ໄດ້ຮັບກຽດເປັນ ເຈົ້າພາບ ໃນຄັ້ງນີ້. ພວກເຮົາ, ປວງຊົນຊາວລາວ ຄວນ ມີຄວາມເອກອ້າງທະນົງໃຈ ທີ່ໄດ້ເປັນ ສ່ວນໜຶ່ງ ຂອງວິວັດທະນາການອັນສຳ ຄັນຂອງການຮ່ວມມືຂອງພວກເຮົາ ເພື່ອການຄຸ້ມຄອງ ແລະ ພັດທະນາ ອ່າງແມ່ນໍ້າຂອງ ໃຫ້ມີຄວາມຍືນຍົງ ຕະຫລອດໄປ. lt4kom6 fvy ogfp xt9e]k; 4j kpmvflq fdv'xt-5 ,ma opkrn f3]d Iv']a f4t,q o8u dt-;' zm 1h P,1k, c]t gIa f;Pd16j c0;'v5 fq ,wsq ;|h k vvxl xtfa [s]PodkcI''ko .sh z6h veo;pdko [= ]y la f ;a '8a f 05 f7Q o[+ cIj leg]a fdv'xt-5 ,crfmtskovk-Po 7A 'mu 10 ຂປລ. ສະຖານເອກອັກຄະລັດສະ ທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ໄດ້ຖ່າຍທອດສົດ ກອງປະຊຸມທັນຍາພືດໂລກ ໃນວັນທີ 18 ມີນາ 2023 ຜ່ານລະບົບອອນ ລາຍຈາກປະເທດອິນເດຍ ໂດຍມີປະ ຊາຊົນອິນເດຍ, ຄົນສັນຊາດອິນເດຍ ແລະ ເພື່ອນມິດອິນເດຍຈຳນວນໜຶ່ງ ທີ່ອາໄສຢູ່ສປປ ລາວ ເຂົ້າຮ່ວມ ເຊິ່ງ ກອງປະຊຸມດັ່ງກ່າວ ແມ່ນສ່ວນໜຶ່ງ ຂອງການສະຫລອງປີສາກົນຂອງ ທັນຍາພືດ ປີ 2023 ເພື່ອເປັນການ ສົ່ງເສີມໃຫ້ທົ່ວໂລກຮັບຮອງເອົາທັນ ຍາພືດເປັນພືດທີ່ມີຄຸນປະໂຫຍດຕໍ່ ມະນຸດ ແລະ ສິ່ງແວດລ້ອມ. ໂອກາດນີ້, ທ່ານ ນາເຣັນດຣາ ໂມດິ (Narendra Modi) ນາຍົກ ລັດຖະມົນຕີ ແຫ່ງສາທາລະນະລັດ ອິນເດຍ ໄດ້ກ່າວຄໍາປາໄສພ້ອມນຳ ສະເໜີສະແຕມ, ຫລຽນທີ່ລະນຶກ, ຕົວແບບດີຈິຕອນຂອງບໍລິສັດ ທັນ ຍາພືດອິນເດຍ ແລະ ປຶ້ມກ່ຽວກັບ ທັນຍາພືດ ໂດຍທ່ານໄດ້ກ່າວວ່າ: ທັນຍາພືດ ໄດ້ສະໜອງທາງເລືອກທີ່ ເໝາະສົມ ແລະ ມີສານອາຫານ ເພື່ອ ລ້ຽງປະຊາຊົນໃນເວລານີ້, ອິນເດຍ ກາຍເປັນຜູ້ນໍາທົ່ວໂລກ ໃນການສົ່ງ ເສີມທັນຍາພືດ ແລະ ໃນການຜະ ລິດ. ສະນັ້ນ, ມັນແມ່ນການໃຊ້ຄວາມ ຊໍານານຂອງອິນເດຍ ເພື່ອກະຈາຍ ໄປໃນທົ່ວໂລກ. ກອງປະຊຸມຄັ້ງນີ້, ໄດ້ເປັນໂອກາດໃນການປູກຈິດສໍາ ນຶກແລະ ເອົາໃຈໃສ່ໃນການປະຕິບັດ ນະໂຍບາຍໂດຍກົງຕໍ່ຜົນປະໂຫຍດ ດ້ານໂພຊະນາການ ແລະ ສຸຂະພາບ ຂອງທັນຍາພືດ ແລະ ມີຄວາມເໝາະ ສົມໃນການເພາະປູກພາຍໃຕ້ສະ ພາບອາກາດທີ່ບໍ່ເອື້ອອຳນວຍ. ພ້ອມທັງສົ່ງເສີມການຜະລິດເມັດ ທັນຍາພືດແບບຍືນຍົງ ເພື່ອສະໜອງ ຕະຫລາດທີ່ມີຄວາມຍືນຍົງໃໝ່ສໍາ ລັບຜູ້ຜະລິດ ແລະ ຜູ້ບໍລິໂພກ. ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປ ເປັນເວລາ 2 ວັນ, ໂດຍໄດ້ມີກອງປະ ຊຸມປິ່ນອ້ອມທີ່ສຳຄັນຕ່າງໆທີ່ກ່ຽວ ຂ້ອງກັບ ເມັດພືດ ເຊັ່ນ: ການສົ່ງເສີມ ແລະ ການປູກຈິດສຳນຶກໃຫ້ແກ່ຜູ້ ຜະລິດ, ຜູ້ບໍລິໂພກ ແລະພາກສ່ວນ ອື່ນໆ, ການພັດທະນາລະບົບຕ່ອງໂສ້ ມູນຄ່າເພີ່ມຂອງທັນຍາພືດ, ດ້ານ ສຸຂະພາບ ແລະ ໂພຊະນາການຂອງ ທັນຍາພືດ, ການເຊື່ອມໂຍງຕະ ຫລາດ, ການຄົ້ນຄວ້າ ແລະ ການພັດ ທະນາ ແລະ ອື່ນໆ. lt4k[a odko8j k'xtgmf xk4tdt4k ltrk[dkorQ ogfaj o.orkdrN o c]t lkdq o ຂປລ. ກອງປະຊຸມ ຄັ້ງທີ 10 ຂອງຫົວໜ້າແພດທະຫານ ອາຊຽນ ຈັດຂຶ້ນລະຫວ່າງວັນທີ 13-17 ມີນາ 2023 ນີ້ ທີ່ນະຄອນຫລວງ ບາງກອກ, ລາຊະອານາຈັກໄທພາຍ ໃຕ້ຫົວຂໍ້ “ການດໍາລົງຊີວິດປົກກະ ຕິແບບໃໝ່ຫລັງໂຄວິດ-19, ການ ຮ່ວມມືດ້ານການແພດ, ແລກປ່ຽນ ບົດຮຽນປະສົບການນໍາກັນ, ເສີມ ສ້າງຄວາມເຂົ້າໃຈ ລະຫວ່າງສະມາ ຊິກອາຊຽນແລະທິດທາງການຮ່ວມ ມືແພດທະຫານອາຊຽນໃນໄລຍະ ໃໝ່ແລະນະວັດຕະກຳໃໝ່ດ້ານການ ແພດ. ໃນນີ້, ຄະນະຜູ້ແທນກອງທັບ ປະຊາຊົນລາວ ນໍາໂດຍ ທ່ານ ພັອ ສີທະວົງ ບຸນປະສົງ ຮອງຫົວໜ້າກົມ ເສນາຮັກ, ມີບັນດາກົມແພດທະ ຫານອາຊຽນ, ບັນດາຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສແພດທະຫານ ແລະ ແພດທະຫານໜຸ່ມເຂົ້າຮ່ວມ. ຂປລ. ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດຈັດ ປາຖະກະຖາ ໃນຫົວຂໍ້: “ສະພາບ ການພົ້ນເດັ່ນໃນພາກພື້ນ ແລະ ສາ ກົນ ໃນວັນທີ 21 ມີນາ 2023 ທີ່ສູນ ການຮ່ວມມືສາກົນ ແລະ ການຝຶກ ອົບຮົມ (ICTC) ໃຫ້ກຽດເປັນວິ ທະຍາກອນໂດຍ ທ່ານ ສຈ ດຣ ສຸຣະກຽດ ສະຖຽນໄທ,ອະດີດ ຮອງນາຍົກລັດຖະມົນຕີ, ອະດີດລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງລາຊະອານາຈັກໄທ, ປະທານ ສະພາສັນຕິພາບ ແລະ ຄວາມປອງ ດອງແຫ່ງອາຊີ, ເປັນກຽດເຂົ້າຮ່ວມ ຮັບຟັງໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສປປ ລາວ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ, ບັນດາອະດີດການນໍາຂັ້ນສູງ, ຮອງ ລັດ ຖະມົນຕີ, ຄະນະນໍາ, ຄະນະກົມ ແລະ ພະນັກງານຫລັກແຫລ່ງຂັ້ນ ພະແນກພາຍໃນຂອງກະຊວງການ ຕ່າງປະເທດ, ຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ບັນດາກະ ຊວງອ້ອມຂ້າງສູນກາງກ່ຽວຂ້ອງ ເຂົ້າຮ່ວມ. ຈຸດປະສົງຂອງການປາກະຖະ ຖາຄັ້ງນີ້, ເພື່ອຮັບຟັງທັດສະນະ, ຈຸດຢືນ, ສະຫລຸບຕີລາຄາສະພາບ ການພາກພື້ນ ແລະ ສາກົນໃນປັດ ຈຸບັນ ທີ່ມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກທັງຍັງສົ່ງຜົນ ກະທົບໂດຍກົງຕໍ່ບັນຫາການເມືອງ, ເສດຖະກິດ ແລະ ການພົວພັນສາ ກົນ ກໍຄື ການກໍານົດທັດສະນະຈຸດ ຢືນຕ່າງໆ ຢ່າງຖືກຕ້ອງໃນການພົວ ພັນຮ່ວມມື ເພື່ອເປັນຂໍ້ສະເໜີແນະ ກໍ ຄື ບົດຮຽນໃນການເຄື່ອນໄຫວວຽກ ງານການທູດຂອງຕົນ ໃນໄລຍະ ຜ່ານມາ ໃນການແກ້ໄຂບັນຫາສັນ ຕິພາບແລະຂໍ້ຂັດແຍ້ງສາກົນຕ່າງໆ. ປັດຈຸບັນ, ສະພາບການຂອງ ພາກພື້ນ ແລະ ຂອງໂລກ ສືບຕໍ່ຜັນ ແປໄປຢ່າງສັບສົນວຸ້ນວາຍ, ເປັນ ຕົ້ນແມ່ນການຊ່ວງຊີງອໍານາດ ລະ ຫວ່າງ ປະເທດມະຫາອໍານາດເກົ່າ ແລະ ໃໝ່ ເຊິ່ງໄດ້ສົ່ງຜົນສະທ້ອນ ໂດຍກົງຕໍ່ບັນຍາກາດການພົວພັນ ຮ່ວມມືຂອງພາກພື້ນ ແລະ ສາກົນ. ນອກນັ້ນ,ບັນຫາສົງຄາມຢູ່ອູແກຣນ, ບັນຫາຊ່ອງແຄບໃຕ້ຫວັນ, ບັນຫາ ແຫລມເກົາຫລີ, ສົງຄາມການຄ້າ, ວິກິດການທາງດ້ານເສດຖະກິດ, ໄພເງິນເຟີ້, ຄວາມໝັ້ນຄົງທາງດ້ານ ສະບຽງອາຫານ, ບັນຫາສະພາບ ການປ່ຽນແປງຂອງດິນຟ້າອາກາດ, ບັນຫາໂລກລະບາດ, ໄພທຳມະຊາດ ແລະ ອື່ນໆ ທີ່ບໍ່ພຽງແຕ່ໄດ້ກາຍ ເປັນສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ຂອງພາກພື້ນ ແລະ ສາກົນ, ແຕ່ຍັງ ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນແລະຍັງເປັນອຸປະສັກ ກົດໜ່ວງຕໍ່ການພັດທະນາເສດຖະ ກິດພາກພື້ນ ແລະ ສາກົນ ກໍຄື ການ ປ່ຽນແປງພູມສາດການ ເມືອງໂລກ ໃຫ້ມີຄວາມສະຫລັບຊັບຊ້ອນຂຶ້ນ ກວ່າເກົ່າ. ທ່ານ ສຈ ດຣ. ສຸຣະກຽດ ສະ ຖຽນໄທ, ບໍ່ພຽງແຕ່ເປັນນັກການ ທູດມືອາຊີບທີ່ມີປະສົບການສູງ, ແຕ່ ຍັງເປັນຜູ້ທີ່ມີບົດບາດສໍາຄັນໃນການ ເຄື່ອນໄຫວການຕ່າງປະເທດ ແລະ ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ ໃນຂົງເຂດວຽກງານການທູດ. ທ່ານ ໄດ້ຮັບໜ້າທີ່ສຳຄັນຫລາຍໆຕຳ ແໜ່ງ ເຊິ່ງເປັນທັງອະດີດຮອງນາ ຍົກລັດຖະມົນຕີ, ອະດີດລັດຖະມົນ ຕີກະຊວງການຕ່າງປະເທດ, ອະດີດ ລັດຖະມົນຕີກະຊວງການເງິນ ແຫ່ງ ລາຊະອານາຈັກໄທ, ອະດີດທີ່ປຶກສາ ດ້ານເສດຖະກິດ ແລະ ການຕ່າງປະ ເທດຂອງນາຍົກສະໄໝລັດຖະບານ ຂອງ ທ່ານ ສະວາລິດ ຢົງໃຈຍຸດ, ອະດີດປະທານສະຖາບັນເສດຖະ ກິດ-ສັງຄົມແລະອີກຫລາຍຕໍາແໜ່ງ ທີ່ສໍາຄັນ. ປັດຈຸບັນ, ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ເປັນປະ ທານສະພາສັນຕິພາບ ແລະ ຄວາມ ປອງດອງແຫ່ງອາຊີ, ເປັນນັກການ ທູດ-ການເມືອງ ອິດສະຫລະ. ຂ່າວ: ກະຊວງການຕ່າງປະເທດ ຈາກນັ້ນ, ຄະນະຜູ້ແທນແພດທະ ຫານອາຊຽນ ໄດ້ຢ້ຽມຢາມສະຖາ ບັນການແພດທະຫານອາກາດ, ສູນ ການແພດທະຫານ ອາຊຽນ ແລະ ທ່ຽວຊົມພະບໍລົມມະຣາຊະວັງ. ກອງປະຊຸມຫົວໜ້າແພດທະ ຫານ ອາຊຽນ ໄດ້ພົບປະກັນຄັ້ງທີ 1 ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນປີ 2011 ດ້ວຍ ຄວາມຄິດລິເລີ່ມຈາກກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາ ຊຽນ ໃນປີ 2010 ທີ່ຫວຽດນາມ, ຕໍ່ມາກໍໄດ້ຈັດຂຶ້ນທຸກໆປີ ແລະ ສຳລັບປີ 2017 ເປັນກອງປະຊຸມ ຄັ້ງທີ 7 ໂດຍກົມເສນາຮັກ ກອງທັບ ປະຊາຊົນລາວ ເປັນເຈົ້າພາບ ແລະ ປີ 2019 (ຄັ້ງທີ 9) ໂດຍກໍາປູເຈຍ ເປັນເຈົ້າພາບ. ຫລັງຈາກນັ້ນ, ກໍໄດ້ ເລື່ອນຍ້ອນການແພ່ລະບາດຂອງ ພະຍາດໂຄວິດ-19 ແລະ ມາເຖິງປີ ນີ້ ຈຶ່ງໄດ້ຈັດຄັ້ງທີ 10 ທີ່ລາຊະອາ ນາຈັກໄທ ເປັນເຈົ້າພາບ. ຂປລ. ໃນວັນທີ 21 ມີນາ 2023 ທີ່ອົງການໄອຍະການປະຊາຊົນສູງ ສຸດ(ອອປສ) ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ປະດັບຫລຽນ ກາແຮງງານ ໃຫ້ ທ່ານ ພົງໄຊໄຊ ຊະນະ ໄຊຍະເສນາ ຜູ້ອຳນວຍການ ບໍລິສັດ ວັງຕັດຂຸດ ຄົ້ນບໍ່ແຮ່ ຈຳກັດ ທີ່ມີຜົນງານດີເດັ່ນປະກອບສ່ວນ ຊ່ວຍເຫລືອສະໜັບສະໜູນໃນການ ມອບລົດຈິບ ຍີ່ຫຍໍ້ໂຕໂຍຕ້າ ຟໍຈູນເນີ 1 ຄັນ ລວມມູນຄ່າ 60.000 ໂດລາ ສະຫະລັດ ໃຫ້ແກ່ອົງການໄອຍະ ການປະຊາຊົນສູງສຸດ ເພື່ອນຳໃຊ້ ເຄື່ອນໄຫວວຽກງານຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍມີພະນັກງານກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມ. ໃນພິທີ, ທ່ານ ຈັນທະບູນ ເພັງຄຳໃສ ຫົວໜ້າກົມຈັດຕັ້ງ-ພະ ນັກງານອົງການໄອຍະການປະຊາ ຊົນສູງສຸດ ໄດ້ຜ່ານໃບມອບສິດຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກ ທີ 40/ນຍ, ລົງວັນທີ 7 ມີນາ 2023 ແລະ ດໍາລັດຂອງນາ ຍົກລັດຖະມົນຕີ ສະບັບເລກທີ 133/ນຍ, ລົງວັນທີ 7 ມີນາ 2023 ວ່າດ້ວຍການປະດັບ ຫລຽນກາແຮງງານ ຂອງສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ ໃຫ້ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳ ກັດ ຢ່າງສົມກຽດ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຕີລາຄາສູງ ແລະ ສະ ແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນ ງານຂອງ ບໍລິສັດ ວັງຕັດຂຸດຄົ້ນບໍ່ ແຮ່ ຈຳກັດ ໃນຄັ້ງນີ້ທີ່ປະກອບສ່ວນ ສຳຄັນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ ໃນການຊຸກ ຍູ້ ແລະ ສະໜັບສະໜູນຍານພາຫະ ນະດັ່ງກ່າວຮັບໃຊ້ວຽກງານໃນຂົງ ເຂດອົງການໄອຍະການປະຊາຊົນ ເພື່ອລົງເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານ ໃນຂອບເຂດທົ່ວປະເທດ ເຊິ່ງການຊ່ວຍເຫລືອໃນຄັ້ງນີ້, ອົງ ການໄອຍະການປະຊາຊົນສູງສຸດ ຈະນຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງ ສູງສຸດ. ຂປລ. ໃນລະຫວ່າງບໍ່ດົນມານີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ), ທ່ານຢານ ແດນເບ ຜູ້ຕາງໜ້າອົງການອາຫານ ໂລກ ພ້ອມຄະນະລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດ ກິດຈະກໍາໂຄງການພາກສະໜາມ ແລະ ກອງປະຊຸມທົບທວນການ ຈັດຕັ້ງປະຕິບັດແຜນຍຸດທະສາດ ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອາຫານ ໂລກປະຈໍາປີ2022ແລະສ້າງແຜນ ບຸລິມະສິດ ປະຈໍາປີ 2023 ທີ່ແຂວງ ອຸດົມໄຊ. ທ່ານ ນາງ ພອນວັນ ອຸທະວົງ ພ້ອມຄະນະຂັ້ນສູນກາງຮ່ວມກັບ ພະແນກ ຜທ ແຂວງອຸດົມໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງເດີນທາງໄປ ຢ້ຽມຢາມກິດຈະກໍາໂຄງການກະ ສິກໍາເພື່ອໂພຊະນາການ ທີ່ໄດ້ຮັບ ທຶນຊ່ວຍເຫລືອຈາກອົງການອາ ຫານໂລກ ແລະ ແຜນງານໜຶ່ງດຽວ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກທະນາ ຄານໂລກ ພ້ອມທັງໄດ້ພົບກັບອໍາ ນາດການປົກຄອງຂັ້ນເມືອງ, ບ້ານ ແລະ ກຸ່ມເປົ້າໝາຍຜູ້ໄດ້ຮັບຜົນປະ ໂຫຍດຈາກໂຄງການ, ເບິ່ງການຈັດ ຕັ້ງປະຕິບັດກິດຈະກໍາຢູ່ສູນຮຽນ ຮູ້ໂພຊະນາການ ທີ່ບ້ານຫາດນິກ ເມືອງຫລາ ແຂວງອຸດົມໄຊ. ຈາກ ນັ້ນ, ກໍໄດ້ເດີນທາງໄປຢ້ຽມຢາມ ກິດຈະກໍາການຈັດຕັ້ງປະຕິບັດໂຄງ ການອາຫານທ່ຽງທີ່ໂຮງຮຽນ ເພຍ ຫົວນໍ້າ, ພົບປະກັບອໍານາດການປົກ ຄອງຂັ້ນເມືອງ, ບ້ານ, ຄູ-ອາຈານຜູ້ ຮັບຜິດຊອບໂຄງການ ເພື່ອແລກ ປ່ຽນການຈັດຕັ້ງປະຕິບັດພາຍ ຫລັງການມອບ-ຮັບໂຄງການໃນປີ 2019, ລົງຕິດຕາມກິດຈະກໍາການ ປູກ ແລະ ລ້ຽງສັດນ້ອຍ ຢູ່ໃນໂຮງ ຮຽນ, ການປຸງແຕ່ງອາຫານທ່ຽງ ໃຫ້ນັກຮຽນ, ແຈກຢາຍອາຫານໃຫ້ ນັກຮຽນ ທີ່ບ້ານເພຍຫົວນໍ້າ ເມືອງ ແບງ ແຂວງອຸດົມໄຊ ໂອກາດດຽວກັນ, ທ່ານ ນາງ ພອນວັນ ອຸທະວົງ ພ້ອມຄະນະກໍໄດ້ ເຂົ້າຢ້ຽມຂ່ຳນັບ ແລະ ລາຍງານ ໃຫ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າ ແຂວງອຸດົມໄຊ ຮັບຊາບກ່ຽວກັບ ການລົງໄປຢ້ຽມຍາມ ແລະ ຕິດ ຕາມວຽກງານການຈັດຕັ້ງປະຕິບັດ ໂຄງການທີ່ໄດ້ຮັບການສະໜັບສະ ໜູນຈາກອົງການອາຫານໂລກແລະ ແຜນງານໜຶ່ງດຽວ ທີ່ໄດ້ຮັບທຶນ ສະໜັບສະໜູນຈາກທະນາຄານ ໂລກທີ່ແຂວງອຸດົມໄຊ, ພ້ອມທັງມີ ການແລກປ່ຽນ, ປຶກສາຫາລື ແລະ ຂໍທິດຊີ້ນໍາຈາກ ທ່ານເຈົ້າແຂວງ ກໍຄື ການນໍາຂອງແຂວງໃນການຈັດຕັ້ງ ປະຕິບັດກິດຈະກໍາໂຄງການໃນ ປີ 2023. ພ້ອມກັນນັ້ນ, ຍັງໄດ້ຈັດກອງປະ ຊຸມທົບທວນການຈັດຕັ້ງປະຕິບັດ ແຜນຍຸດທະສາດການຮ່ວມມື ລະ ຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ ປະຈໍາປີ 2022 ແລະ ສ້າງແຜນບູລິມະສິດ ປະຈໍາປີ 2023 ຢູ່ແຂວງອຸດົມໄຊ ໂດຍມີຜູ້ແທນຈາກແຂວງອຸດົມໄຊ, ຫລວງນໍ້າທາ ແລະ ແຂວງຫລວງ ພະບາງ ເຂົ້າຮ່ວມ ເພື່ອຖອດຖອນ ບົດຮຽນການຈັດຕັ້ງປະຕິບັດຕົວຈິງ ໃນຂັ້ນທ້ອງຖິ່ນ, ຍົກໃຫ້ເຫັນຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ ສະເໜີ ຕໍ່ຄູ່ຮ່ວມງານ ກໍຄື ອົງການ ອາຫານໂລກ. ຂ່າວ: ກະຊວງ ຜທ
RkJQdWJsaXNoZXIy MTc3MTYxMQ==