5586

xtgmf]k; 3 24/03/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ ໂດຍ: ໄໝຄຳຍ້ອມສິນ oEm5 d1kf,u 7j k gIq k7;o -j ;pda oIa dlk c]t .-h 1j k'xt1a f ph vo,u ra doerk x;'-q o]k;ma '-kf 9b j '-tot[A oIq [37;y f-19 1j k',u w- * ດັ່ງທີ່ຮູ້ກັນດີວ່າ ເລີ່ມແຕ່ທ້າຍ ປີ 2019 ປະເທດເຮົາກໍຜະເຊີນໜ້າ ກັບການລະບາດຂອງເຊື້ອພະຍາດ ໂຄວິດ-19; ຂະນະທີ່ຫລາຍປະເທດ ໃນໂລກກໍໄດ້ຮັບຜົນກະທົບຢ່າງໜັກ ຈາກການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ມີຜູ້ເສຍຊີວິດ ເປັນຈຳນວນຫລາຍ ແລະ ຍັງສົ່ງ ຜົນກະທົບຕໍ່ການພັດທະນາເສດຖະ ກິດ-ສັງຄົມ. ຢູ່ປະເທດເຮົາພາຍໃຕ້ ການນໍາພາອັນຖືກຕ້ອງສ່ອງໃສ່, ພັກໄດ້ວາງມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ດັ່ງກ່າວ ແຕ່ລະໄລຍະ ທີ່ສອດຄ່ອງກັບສະພາບການຕົວ ຈິງ ແລະ ໄດ້ຮັບການຮ່ວມມືສະໜັບ ສະໜູນຈາກທຸກພາກສ່ວນ ສາມາດ ນໍາພາປະຊາຊົນລາວ ເອົາຊະນະໃນ ບັ້ນຮົບກັບພະຍາດອັນຮ້າຍກາດໄດ້ ຢ່າງມີໄຊ. ດັ່ງທີ່, ທ່ານ ສີວັນໄຊ ຈັນທະ ວົງສັກ ຄະນະບໍລິຫານງານພັກກະ ຊວງສາທາລະນະສຸກ, ຜູ້ອຳນວຍ ການໂຮງໝໍແມ່ ແລະ ເດັກເກີດໃໝ່ ສູນກາງ ໄດ້ກ່າວບາງຜົນງານໃນ ການນໍາພາ-ຊີ້ນໍາຂອງພັກປະຊາ ຊົນປະຕິວັດລາວ ໃນໂອກາດວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955- 22/3/2023) ວ່າ: ໃຕ້ຄັນທຸງຂອງ ພັກ, ໃນຕະຫລອດ 68 ປີຜ່ານມາ ໄດ້ມີຜົນງານຫລາຍອັນພົ້ນເດັ່ນໜຶ່ງ ໃນນັ້ນກໍຄືການນໍາພາປວງຊົນລາວ ທັງຊາດ ດຳເນີນມາດຕະການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ເພື່ອ ປົກປ້ອງປະຊາຊົນທຸກຄົນ ໂດຍສະ ເພາະແມ່ຍິງຖືພາ ແລະ ເດັກເກີດໃໝ່ ຈາກພະຍາດອັນຮ້າຍແຮງນັ້ນ. ເຖິງວ່າການຕໍ່ສູ້ກັບພະຍາດນັ້ນ, ມີຄວາມຫຍຸ້ງຍາກສັບສົນ ແຕ່ພາຍ ໃຕ້ການນໍາພາອັນຖືກຕ້ອງສ່ອງ ໃສພັກ ໄດ້ວາງມາດຕະການອັນຖືກ ຕ້ອງໃນແຕ່ລະໄລຍະສອດຄ່ອງ ກັບສະພາບຕົວຈິງ ຢູ່ແຕ່ລະເຂດ/ ທ້ອງຖິ່ນ ບວກກັບການນໍາພາປະຕິ ບັດແນວທາງການຕ່າງປະເທດອັນ ຖືກຕ້ອງພັກ-ລັດຖະບານໄດ້ມີການ ຮ່ວມມື ແລະ ສະໜັບສະໜູນຈາກ ບັນດາປະເທດເພື່ອນມິດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ ສາມາດ ນໍາພາປວງຊົນລາວທັງຊາດ ເອົາ ຊະນະໃນບັ້ນຮົບກັບພະຍາດໂຄ ວິດ-19ໄດ້ແລະ ໄດ້ຟື້ນຟູຊີວິດການ ເປັນຢູ່ໃຫ້ປວງຊົນລາວໃນທຸກດ້ານ ດີຂຶ້ນເທື່ອລະກ້າວ ຈົນມາເຖິງທຸກ ວັນນີ້ ປະຊາຊົນລາວ ໄດ້ດຳລົງຊີ ວິດປົກກະຕິແບບໃໝ່ ແລະ ມີຊີວິດ ດີຂຶ້ນເທື່ອລະກ້າວ. ໃນຜົນງານອັນພົ້ນເດັ່ນນັ້ນ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ສູນ ກາງພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ ເວົ້າລວມ, ເວົ້າສະເພາະ ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງ ອົງຄະນະພັກກະຊວງສາທາລະນະ ສຸກ ໂຮງໝໍແມ່ ແລະ ເດັກເກີດໃໝ່ ສູນກາງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິ ບັດບັນດາມາດຕະການ, ເປັນເຈົ້າ ການໃນການປົກປ້ອງແມ່ຍິງຖືພາ ແລະ ເດັກເກີດໃໝ່ ຈາກພະຍາດ ໂຄວິດ-19 ແລະ ໄດ້ປິ່ນປົວຮັກສາ ແມ່ຍິງຖືພາ ແລະ ເດັກເກີດໃໝ່ ທີ່ມີ ເຊື້ອພະຍາດດັ່ງກ່າວ. ປັດຈຸບັນ, ພະ ຍາດດັ່ງກ່າວໄດ້ເບົາບາງແລ້ວ ແຕ່ ພວກເຮົາຍັງມີສະຕິລະວັງຕົວ, ປົກ ປ້ອງແມ່ຍິງຖືພາ ແລະ ເດັກເກີດໃໝ່ ຈາກພະຍາດດັ່ງກ່າວ ລວມທັງພະ ຍາດອື່ນໆ ໄປຄຽງຄູ່ກັບການຈັດ ຕັ້ງປະຕິບັດວິຊາສະເພາະຂອງຕົນ ຕາມການມອບໝາຍຂອງພັກ-ລັດ ຖະບານ ໃນນາມທີ່ເປັນໜ່ວຍງານວິ ຊາການໜຶ່ງ ທີ່ໄດ້ຮັບຄວາມເອົາໃຈ ໃສ່ ໂດຍຖືເອົາວຽກງານແມ່ ແລະ ເດັກ ເປັນວຽກບຸລິມະສິດ ຕັ້ງໜ້າ ປະກອບສ່ວນຊ່ວຍໃຫ້ອັດຕາການ ເສຍຊີວິດຂອງແມ່ ແລະ ເດັກນ້ອຍ ຫລຸດລົງຕາມທີ່ໄດ້ກຳນົດໃນ11ຕົວ ຊີ້ວັດຂອງວຽກງານສາທາລະນະ ສຸກ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລ້ວນັ້ນ ໃຫ້ບັນລຸຕາມເປົ້າໝາຍທີ່ ວາງໄວ້. * ໃນສັງຄົມທີ່ມີການນຳໃຊ້ເຄື່ອງ ມືສືສານທີ່ທັນສະໄໝນີ້ ມີຫລາຍ ສິ່ງຫລາຍຢ່າງທີ່ເກີດຂຶ້ນທັງອັນດີ ແລະ ສິ່ງທີ່ເປັນປາກົດການຫຍໍ້ທໍ້ໃນ ສັງຄົມ. ເວົ້າສະເພາະບັນຫາປາກົດ ການຫຍໍ້ທໍ້ ກໍມີຫລາຍຮູບແບບເກີດ ຂຶ້ນເຊັ່ນ: ການລັກຂໍ້ມູນສ່ວນຕົວ ຂອງຄົນອື່ນໄປນຳໃຊ້ໃນທາງທີ່ບໍ່ ດີ, ການເຜີຍແຜ່ຂໍ້ມູນຂ່າວສານໃນ ທາງທີ່ບິດເບືອນຄວາມຈິງ (ຂ່າວ ປອມ)ແລະອື່ນໆ.ການເຜີຍແຜ່ຂໍ້ມູນ ຂ່າວສານ (ຂ່າວປອມ) ຜ່ານສື່ສັງ ຄົມອອນລາຍຕ່າງໆນັ້ນ ແມ່ນມີ ຄວາມຜິດຕໍ່ລະບຽບກົດໝາຍ ໂດຍ ສະເພາະແມ່ນກົດໝາຍວ່າດ້ວຍການ ຕ້ານອາດຊະຍາກຳທາງຄອມພິວ ເຕີໃນມາດຕາ6ໄດ້ລະບຸໄວ້ກ່ຽວກັບ ການສະໜອງຂໍ້ມູນທາງຄອມພິວເຕີ ທີ່ບໍ່ຖືກຕ້ອງໝາຍເຖິງ: ບຸກຄົນ, ນິຕິ ບຸກຄົນ ຫລື ການຈັດຕັ້ງທີ່ສະໜອງ ຂໍ້ມູນທາງຄອມພິວເຕີ ແລະ ອຸປະ ກອນເອເລັກໂຕນິກທີ່ບໍ່ຖືກຕ້ອງຊຶ່ງ ປະກອບຂໍ້ມູນດັ່ງນີ້: ຂໍ້ມູນຄອມພິວ * ວັນທີ 22 ມີນາ ຂອງທຸກໆປີ ເປັນວັນນ້ຳໂລກ (WorldWater Day) ຫລື ວັນອະນຸລັກນໍ້າໂລກ ຊຶ່ງຖືວ່າເປັນວັນສຳຄັນອີກວັນໜຶ່ງ ຂອງມວນມະນຸດ ເພາະມະນຸດເຮົາ ຕ້ອງໃຊ້ຊັບພະຍາກອນນີ້ໃນການ ດຳລົງຊີວິດຊັບພະຍາກອນທີ່ວ່າ ກໍ ຄື “ນ້ຳ”ໂດຍວັນນໍ້າໂລກມີຈຸດເລີ່ມ ຕົ້ນມາຈາກກອງປະຊຸມສິ່ງແວດ ລ້ອມ ແລະ ການພັດທະນາແຫ່ງສະ ຫະປະຊາຊາດ ທີ່ເມືອງຣິໂອ ເດິ ຈາເນໂຣ ປະເທດເບຣຊິນ ໃນວັນທີ 22 ມີນາ 1992 ໂດຍການຄຳນຶງ ເຖິງການໃຊ້ຊັບພະຍາກອນນ້ຳຂອງ ມວນມະນຸດ ຈຶ່ງເກີດມີຄວາມຄິດທີ່ ຈະຈັດກິດຈະກຳທີ່ເປັນແຜນແມ່ ບົດໃຫ້ປະເທດຕ່າງໆທົ່ວໂລກໄດ້ ເຝົ້າລະວັງຊັບພະຍາກອນນ້ຳໃນປະ ເທດນັ້ນໆ ແລະ ໃນວັນດຽວກັນສະ ມັດຊາ ແຫ່ງສະຫະປະຊາຊາດ ກໍໄດ້ອອກປະກາດ ໃຫ້ວັນທີ 22 ມີນາ ຂອງທຸກໆປີເປັນ ວັນນໍ້າໂລກ (World Water Day) ເພື່ອລະ ນຶກເຖິງຄວາມສຳຄັນຂອງນໍ້າເພາະ ນໍ້າເປັນຄວາມຕ້ອງການຂັ້ນພື້ນ .-h lnj la '7q ,vvo]kp 1j k',u lt8y [+ gxa ogspnj vgzu pczj 0j k;xv, (ເນື່ອງໃນໂອກາດວັນນໍ້າໂລກ 22 ມີນາ) ຖານຂອງສິ່ງທີ່ມີຊີວິດທຸກຊະນິດ ໃນໂລກ ອີກທັງຍັງກະຕຸ້ນໃຫ້ມວນ ມະນຸດ ຕື່ນຕົວໃນເລື່ອງການອະນຸ ລັກນ້ຳ ຊ່ວຍກັນເບິ່ງແຍງບຳລຸງ ຮັກສາການພັດທະນາແຫລ່ງນ້ຳ ແລະ ການຈັດການຊັບພະຍາກອນ ນ້ຳຈືດແບບຍືນຍົງສຳລັບອະນາ ຄົດ ຈາກການທີ່ນ້ຳຈືດຂອງໂລກ ຂາດແຄນຫລາຍຂຶ້ນ. ໃນປີ 1992 ສະມັດຊາສະຫະ ປະຊາຊາດໄດ້ປະກາດໃຫ້ວັນທີ 22 ມີນາຂອງທຸກໆປີເປັນວັນນ້ຳໂລກ ໂດຍເລີ່ມຕົ້ນໃນປີ 1993 ເປັນປີທຳ ອິດແລະເຊີນຊວນໃຫ້ປະເທດຕ່າງໆ ຮັບເປັນວັນສິ່ງແວດລ້ອມຂອງ ຊາດ. ການຮຽກຮ້ອງໃຫ້ປະຊາຄົມ ໂລກໃຊ້ນ້ຳຢ່າງມີຄວາມຮັບຜິດ ຊອບ ເພື່ອໃຫ້ທຸກຄົນສາມາດມີນ້ຳ ດື່ມນ້ຳໃຊ້ຢ່າງເທົ່າທຽມກັນໃນລາ ຄາທີ່ຫາຊື້ໄດ້ ແລະ ສິ່ງທີ່ທ້າທາຍ ກໍຄືການຈັດກິດຈະກຳເພື່ອການອະ ນຸລັກນ້ຳ ຄຸນນະພາບຂອງນ້ຳ ແລະ ປະລິມານນ້ຳ ນອກຈາກນີ້, ຍັງຈະ ຕ້ອງມີການສ້າງຈິດສຳນຶກໃຫ້ເກີດ ຂຶ້ນທົ່ວໂລກວ່າ ນ້ຳເປັນສິ່ງສຳຄັນ ແລະ ມີບົດບາດໃນການພັດທະນາ ທີ່ຍືນຍົງ. ດັ່ງນັ້ນ, ທົ່ວໂລກຕ້ອງຍົກ ລະດັບຄວາມຮູ້ໃນການໝູນວຽນ ນຳນ້ຳມາໃຊ້ໃໝ່ ແລະ ການເພີ່ມນິ ໄສຕໍ່ການຈັດການຊັບພະຍາກອນ ນ້ຳທີ່ຫາຍາກນີ້ ຊຶ່ງທັງໝົດຈະບັນ ລຸຜົນໄດ້ດ້ວຍການດຶງສະຕິປັນຍາ ຂອງມວນມະນຸດອອກມາໃຊ້ ແລະ ສົ່ງເສີມວັດທະນະທຳການອະນຸລັກ ນ້ຳ. ເຖິງແມ່ນວ່າພື້ນທີ່ 2/3 ຂອງ ໂລກຈະເປັນນ້ຳ ແຕ່ສ່ວນໃຫຍ່ເປັນ ນ້ຳເຄັມທີ່ພົບໄດ້ໃນທະເລ ແລະ ມະ ຫາສະໝຸດຄິດສະເລ່ຍ 97,5% ສ່ວນອີກ2,5%ເປັນນ້ຳຈືດຊຶ່ງສ່ວນ ໃຫຍ່ເປັນນ້ຳກ້ອນບໍລິເວນແອນ ຕາກຕິກາ ແລະ ກຣີນແລນ ລວມໄປ ເຖິງນ້ຳໃຕ້ດິນທີ່ບໍ່ສາມາດນຳມາ ໃຊ້ໄດ້. ແຫລ່ງນ້ຳຈືດທີ່ນຳມາດື່ມ ແລະ ນຳມາໃຊ້ ແມ່ນໄດ້ມາຈາກທະ ເລສາບ, ອ່າງເກັບນ້ຳ, ແມ່ນ້ຳ ແລະ ຫ້ວຍນ້ຳຊຶ່ງມີຈຳນວນພຽງ0,26% ຂອງນ້ຳຈືດທີ່ມີຢູ່ທັງໝົດ ແລະ ນ້ຳ ຈືດໃນປະລິມານດັ່ງກ່າວຍັງມີສ່ວນ ໜຶ່ງທີ່ຢູ່ໃນສະພາບປົນເປື້ອນແລະມີ ສານພິດຕ້ອງນຳມາບຳບັດກ່ອນ ນຳມາໃຊ້. ວັນນ້ຳໂລກ ວັນທີ 22 ມີ ນາທຸກໆປີພວກເຮົາທຸກຄົນຄວນໃຫ້ ຄວາມສຳຄັນຕໍ່ນ້ຳ ໂດຍອົງການ ສະຫະປະຊາຊາດຈະກຳນົດຫົວຂໍ້ ຂອງວັນອະນຸລັກນ້ຳໂລກໃນແຕ່ລະ ປີແຕກຕ່າງກັນອອກໄປຊຶ່ງຫົວຂໍ້ຂອງ ປີນີ້ຄື “ການເລັ່ງການປ່ຽນແປງ” (Accelerating Change). ການຄົ້ນຄວ້າວິທີແກ້ໄຂທໍາ ມະ ຊາດ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນ ສະຕະວັດທີ 21 ຄວາມເສຍຫາຍ ດ້ານສິ່ງແວດລ້ອມຄຽງຄູ່ກັບການ ປ່ຽນແປງສະພາບອາກາດເຮັດໃຫ້ ເກີດໄພທິບັດທີ່ກ່ຽວຂ້ອງກັບນ້ຳທີ່ ພວກເຮົາເຫັນທົ່ວໂລກ. ໄພນ້ຳ ຖ້ວມ, ໄພແຫ້ງແລ້ງແລະມົນລະພິດ ທາງນ້ຳແມ່ນຮ້າຍແຮງກວ່າເກົ່າ ຖ້າພວກເຮົາບໍ່ສົນໃຈກັບລະບົບ ນິເວດ ມັນຍາກທີ່ຈະໃຫ້ທຸກຄົນ ມີນ້ຳສະອາດໃຊ້ຕາມທີ່ພວກເຮົາ ຕ້ອງການ ເພື່ອຄວາມຢູ່ລອດ ແລະ ເຕີບໂຕ. ບັນດາວິທີແກ້ໄຂໄພທຳມະ ຊາດມີທ່າແຮງທີ່ຈະແກ້ໄຂສິິ່ງທ້າ ທາຍດ້ານນ້ຳ ພວກເຮົາຈຳເປັນຕ້ອງ ມີພື້ນຖານໂຄງລ່າງ “ສີຂຽວ” ໃຫ້ ຫລາຍ, ການປູກຕົ້ນໄມ້, ການເຊື່ອມ ຕໍ່ກັບແມ່ນ້ຳໃນພື້ນທີ່ນ້ຳຖ້ວມ ແລະ ການຟື້ນຟູດິນຈະເຮັດໃຫ້ມີການປັບ ປຸງຮອບວຽນນ້ຳ ແລະ ປັບປຸງສຸຂະ ພາບການດຳລົງຊີວິດຂອງມະນຸດ. ເຕີ ຫລື ອຸປະກອນເອເລັກໂຕນິກທີ່ ນຳໃຊ້ກະທຳຜິດ, ຂໍ້ມູນລັບຂອງອົງ ການຈັດຕັ້ງ, ຂໍ້ມູນດ້ານຄວາມໝັ້ນ ຄົງຂອງຊາດ, ຂໍ້ມູນທາງດ້ານການ ຄ້າ, ຂໍ້ມູນທຸລະກຳທາງການເງິນ, ຂໍ້ ມູນທີ່ມີລັກສະນະທຳລາຍການປະ ຕິບັດງານຂອງລະບົບຄອມພິວເຕີ, ຂໍ້ມູນທີ່ເປັນສິ່ງລາມົກອານາຈານ, ຂໍ້ມູນການຕັດຕໍ່ເນື້ອໃນ, ຮູບພາບ, ການເຄື່ອນໄຫວ, ສຽງ ແລະ ວີດີໂອ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງຈະຖືກ ປັບໃໝແຕ່ 1.500.000 ກີບ ຫາ 2.000.000ກີບ. ສ່ວນການຈັດຕັ້ງ ປະຕິບັດມາດຕະການດັ່ງກ່າວທາງ ກະຊວງໄປສະນີໂທລະຄົມມະນາ ຄົມ ແລະ ການສື່ສານ ໄດ້ມອບໃຫ້ ສູນສະກັດກັນ, ແກ້ໄຂສຸກເສີນທາງ ຄອມພິວເຕີ ສົມທົບກັບຂະແໜງ ການອື່ນທີ່ກ່ຽວຂ້ອງຈັດຕັ້ງປະຕິ ບັດຢ່າງເຂັ້ມງວດ. ຢ່າງໃດກໍດີ, ສື່ສັງຄົມອອນລາຍ ເປັນສັງຄົມທີ່ກວ້າງ ຖ້າຜູ້ໃຊ້ຂາດວິ ຈາລະນາຍານໃນການຊົມໃຊ້ ອາດ ເຮັດໃຫ້ຖືກບຸກຄົນ ຫລື ກຸ່ມຄົນທີ່ ບໍ່ຫວັງດີ ນຳໃຊ້ເປັນເຄື່ອງມືເພື່ອ ຫລອກລວງ ເຮັດໃຫ້ເກີດຄວາມ ເສຍຫາຍ. ນອກຈາກນັ້ນຍັງມີບາງ ກຸ່ມຄົນໃຊ້ປຸກລະດົມຊວນເຊື່ອ, ສ້າງ ຄວາມຂັດແຍ່ງລະຫວ່າງບຸກຄົນ ຫລືກຸ່ມຄົນທີ່ກະທົບເຖິງສິນທຳ,ວັດ ທະນະທຳ, ແນວທາງການເມືອງ, ເສດຖະກິດ-ສັງຄົມແລະສິດທິສ່ວນ ບຸກຄົນ, ສາມາດນຳໃຊ້ເປັນເຄື່ອງ ມືໃນການກໍ່ອາຊະຍາກໍາ ໄດ້ຫລາຍ ຮູບແບບ ແລະ ຍັງສາມາດນຳໄປ ສູ່ການເສບຕິດສື່ສັງຄົມອອນລາຍ ໂດຍເຮັດໃຫ້ເສຍເວລາ, ສຸຂະພາບ, ວຽກງານ ແລະ ການຮຽນ. ດັ່ງນັ້ນ ເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ ສື່ສັງຄົມອອນລາຍຢ່າງຖືກຕ້ອງ ແລະສ້າງສັນເພື່ອບໍ່ໃຫ້ເປັນໂທດແກ່ ຕົນເອງ ເພາະຖ້າມີການກະທຳຜິດ ແລະ ເກີດເປັນຄະດີອາດສ້າງຄວາມ ເສຍຫາຍທາງດ້ານຊັບສິນ ຫລື ເຖິງ ຂັ້ນເສຍອິດສະລະພາບໄດ້ແລະ ເຮົາ ທຸກຄົນຕ້ອງເປັນເຈົ້າການຊ່ວຍສຶກ ສາອົບຮົມ, ແນະນໍາຄອບຄົວ ແລະ ໝູ່ເພື່ອນໃຫ້ພິຈາລະນາຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງ ຄົມອອນລາຍ.

RkJQdWJsaXNoZXIy MTc3MTYxMQ==