5586

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/03/2023 xtgmf]k; ປະທານປະເທດ... ຫາລືໜ້າວຽກຮີບດ່ວນ... ສານປະຊາຊົນ... ກະຊວງຍຸຕິທຳ... ຮສສ ເປີດກອງປະຊຸມ... ສະຫລອງວັນ... ອົດສະຕຣາລີ ... ທຳລາຍສະແຕມ .... ຂປລ. ພິທີສະເຫລີມສະຫລອງ ວັນ ຝຣັ່ງໂກໂຟນີສາກົນ ຄົບຮອບ 53 ປີ ຈັດຂຶ້ນໃນວັນທີ 23 ມີນາ 2023, ທີ່ແຂວງຈຳປາສັກ, ພາຍ ໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ, ທ່ານ ນາງ ຊິບແລັງ ຊຸຍ ອອກ, ເອກອັກຄະລັດຖະ ທູດຝຣັ່ງ ປະຈຳ ສປປລາວ, ທ່ານ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ທີ່ແຂວງຈຳປາສັກ, ຜູ້ຕາງໜ້າ ອົງການຝຣັ່ງໂກໂຟນີສາກົນ ປະ ຈຳຂົງເຂດອາຊີ-ປາຊິຟິກ, ຫົວໜ້າ ຫ້ອງການອົງການມະຫາວິທະຍາ ໄລ ຝຣັ່ງໂກໂຟນີ (AUF) ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນປີ 2023 ນີ້, ອົງການຝຣັ່ງໂກໂຟນີສາກົນ ໄດ້ ກຳນົດຫົວຂໍ້ໃນການສະເຫລີມສະ ຫລອງວັນດັ່ງກ່າວ ຄື: “321 ລ້ານ ຄົນທີ່ນຳໃຊ້ພາສາຝຣັ່ງ ຫລາກ ຫລາຍດ້ານເນື້ອໃນທາງດ້ານວັດ ທະນະທຳ (321 millions de francophons des milliards de contenus culturels) ໂອກາດນີ້, ທ່ານ ໂສມ ບຸດຕະ ກູນ ໄດ້ສະແດງຄວາມດີໃຈທີ່ແຂວງ ຈຳປາສັກ ໄດ້ຮັບກຽດເປັນສະຖານ ທີ່ສຳລັບພິທີທາງການ ເພື່ອສະ ເຫລີມສະຫລອງວັນຝຣ່ັງໂກໂຟນີ ສາກົນໃນປີນີ້. ພ້ອມທັງໄດ້ລາຍ ງານສະພາບຂອງແຂວງ ໂດຍສະ ເພາະຄວາມຄືບໜ້າ ແລະ ຜົນສຳ ເລັດໃນການພັດທະນາເສດຖະກິດສັງຄົມ ລວມທັງສະພາບການຮຽນການສອນພາສາຝຣັ່ງ ຢູ່ພາຍໃນ ແຂວງຈຳປາສັກ ທີ່ມີມູນເຊື້ອມາ ແຕ່ດົນນານ. ຈາກນັ້ນ,ທ່ານໂພໄຊໄຂຄຳພິທູນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳ ຄັນຂອງວັນດັ່ງກ່າວ ຊຶ່ງແມ່ນມື້ລະ ນຶກເຖິງການສ້າງຕັ້ງອົງການຝຣັ່ງ ໂກໂຟນີສາກົນ (20 ມີນາ 1970) ເຊິ່ງຫລັກການພື້ນຖານຂອງອົງ ການດັ່ງກ່າວ ແມ່ນການປົກປັກຮັກ ສາຄວາມຫລາກຫລາຍທາງດ້ານ ວັດທະນະທຳ ແລະ ພາສາທີ່ຖືເປັນ ພື້ນຖານຂອງວິວັດທະນາການ ແລະ ການຄົງຕົວຂອງມວນມະນຸດ. ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນ ລະດູ. ພ້ອມນີ້, ທ່ານປະທານປະເທດ ກໍໄດ້ເດີນທາງຢ້ຽມຢາມການລ້ຽງ ປາໃສ່ກະຊັງ ທີ່ບ້ານຈອມແຈ້ງ ເມືອງທ່າແຂກ ແລະ ເຂົ້າກາບໄຫວ້ ຫໍຈາລຶກປະຫວັດສາດບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ 21 ມີນາ 1946 ພ້ອມຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຢູ່ບໍລິເວນຫໍຈາ ລຶກດັ່ງກ່າວ. ໃນໂອກາດດັ່ງກ່າວ, ທ່ານປະ ທານປະເທດກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ພາກສ່ວນ ກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາ ໃຈໃສ່ບາງດ້ານ ເປັນຕົ້ນ ເອົາໃຈໃສ່ ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ບ້ານຜັກອີ່ຕູ່ ປູກພືດຜັກປອດສານ ຜິດ ເພື່ອສົ່ງຂາຍຕະຫລາດທີ່ເຫັນ ວ່າສັງຄົມມີຄວາມຕ້ອງການສູງ ແລະ ໄດ້ລາຄາດີກວ່າ, ຫລຸດຜ່ອນ ການນຳເຂົ້າພືດຜັກຈາກບ່ອນອື່ນ ຫລື ຈາກປະເທດໃກ້ຄຽງ, ພ້ອມທັງ ມີການຄົ້ນຄວ້າປູກພືດຜັກທີ່ໃຊ້ ນໍ້າໜ້ອຍ ແຕ່ໄດ້ຜົນຕອບຮັບທີ່ສູງ ເພື່ອປະຢັດຕົ້ນທຶນການຜະລິດລົງ; ມອບໃຫ້ກະຊວງກ່ຽວຂ້ອງສຶກສາ ຄົ້ນຄວ້າ ເພື່ອເຮັດແນວໃດໃຫ້ພໍ່ແມ່ ປະຊາຊົນ ໄດ້ເຂົ້າເຖິງສິ່ງອຳນວຍ ຄວາມສະດວກໃນການຜະລິດທີ່ມີ ຕົ້ນທຶນທີ່ຕໍ່າ ໂດຍສະເພາະເຄື່ອງກົນ ຈັກ, ລາຄາປຸ໋ຍ ແລະ ອື່ນໆ; ເນັ້ນໃຫ້ ຄະນະນຳຂອງເມືອງ, ບ້ານເອົາໃຈ ໃສ່ຮັກສາມູນເຊື້ອວິລະຊົນ, ມູນເຊື້ອ ປະຕິວັດ, ເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ເປັນເຈົ້າການປົກປ້ອງເຂດ ນໍ້າແດນດິນຂອງຕົນຢ່າງ ເປັນເຈົ້າ ການ, ເຮັດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງ ຕັ້ງໜ້າຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ແລະ ຮັກສາໄດ້ຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ຕໍ່ຕ້ານບັນດາປາ ກົດການຫຍໍ້ທໍ້ ແລະ ກຸ່ມຄົນທີ່ບໍ່ດີທີ່ ຫວັງມ້າງເພທຳລາຍສ້າງຄວາມ ແຕກແຍກໃນລະບົບການຈັດຕັ້ງ ຕ່າງໆ, ສຶກສາອົບຮົມລູກຫລານເຍົາວະຊົນຢ່າໃຫ້ຫລົງມົວເມົານຳ ຢາເສບຕິດ ແລະ ສຶກສາອົບຮົມໃຫ້ ເຂົາເຈົ້າເສບຂໍ້ມູນຂ່າວສານຈາກ ສື່ອອນລາຍທີ່ມີຜົນປະໂຫຍດ; ມີການແຂ່ງຂັນພັດທະນາທາງ ດ້ານການຜະລິດ ໃຫ້ມີຄວາມແຂງ ແຮງແລະສ້າງໃຫ້ເປັນແບບຢ່າງໃຫ້ ແກ່ບັນດາເມືອງ ແລະ ແຂວງອື່ນໆ; ມອບໃຫ້ກະຊວງແລະຂະແໜງການ ທີ່ກ່ຽວຂ້ອງສົມທົບກັບຜູ້ປະກອບ ການສຶກສາຄົ້ນຄວ້າໃນການເພາະ ພັນລູກປາ ເພື່ອລ້ຽງຕອບສະໜອງ ໃຫ້ແກ່ຕະຫລາດພາຍໃນ ແລະ ຫລີກລ່ຽງການນຳເຂົ້າລູກປາຈາກ ບ່ອນອື່ນ ທັງເປັນການປະຢັດຕົ້ນ ທຶນ ແລະ ເພີ່ມກຳໄລໃຫ້ແກ່ຜູ້ປະ ກອບການ. ໂອກາດດຽວກັນ, ທ່ານປະທານ ປະເທດ ຍັງໄດ້ໃຫ້ທິດຊີ້ນຳແກ່ການ ນຳຂອງແຂວງ ເພື່ອເຮັດໃຫ້ການ ບໍລິຫານວຽກງານຕ່າງໆຢູ່ພາຍໃນ ແຂວງຄຳມ່ວນ ໄດ້ຮັບການພັດທະ ນາ ແລະ ມີບາດກ້າວຂະຫຍາຍຕົວ ສູງຂຶ້ນກວ່າເກົ່າ. ຂ່າວ: ກອງຄຳ ສໍາລັບ ໄປຮັບປະທານອາຊຽນ, ບຸລິ ມະສິດ ສໍາລັບການເປັນປະທານອາ ຊຽນສໍາລັບສາມເສົາຄໍ້າປະຊາຄົມ ອາຊຽນ (ປະຊາຄົມການເມືອງຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງ ຄົມ), ການຂຶ້ນແຜນບັນຊີໂຮງແຮມ ແລະກຳນົດສະຖານທີ່ພັກສຳລັບບັນ ດາປະມຸກລັດ/ຫົວໜ້າລັດຖະບານ ແລະ ບັນດາຜູ້ແທນ ຫລື ນັກຂ່າວ, ການກະກຽມຄວາມພ້ອມສະຖານ ທີ່ຫ້ອງປະຊຸມ, ຄວາມພ້ອມພາຫະ ນະທີ່ຈະຮັບໃຊ້ປະມຸກລັດ/ຫົວໜ້າ ລັດຖະບານ, ລັດຖະມົນຕີຕ່າງປະ ເທດ ແລະ ເຈົ້າໜ້າທີ່ອາວຸໂສ,ລະ ບົບສື່ສານ ແລະ ອິນເຕີເນັດ, ພະນັກ ງານປະສານງານ (LO) ແລະ ພະ ນັກງານອາສາສະໝັກ (VO), ພະ ນັກງານໃກ້ຊິດ, ແຜນງົບປະມານ, ວຽກງານການຊ່ວຍເຫລືອ ແລະ ວຽກອື່ນໆ ທີ່ກ່ຽວຂ້ອງ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ມອບໝາຍໃຫ້ບັນ ດາອະນຸກຳມະການກ່ຽວຂ້ອງສືບຕໍ່ ດຳເນີນການກະກຽມບັນດາວຽກ ທີ່ມີຄວາມຈຳເປັນຮີບດ່ວນໂດຍສະ ເພາະແມ່ນການກຳນົດຄຳຂວັນ, ໂລໂກແລະບຸລິມະສິດຂອງການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024, ການເກັບກຳບັນຊີບັນ ດາໂຮງແຮມ ສຳລັບຄະນະຜູ້ແທນ ທີ່ຈະມາພັກເຊົາ ໃນໄລຍະເຂົ້າຮ່ວມ ກອງປະຊຸມ, ສະຖານທີ່ປະຊຸມ,ການ ກະກຽມຍານພາຫະນະ ແລະ ອື່ນໆ ແລະ ລາຍງານຄວາມຄືບໜ້າໃຫ້ ກອງປະຊຸມຄັ້ງຕໍ່ໄປຊາບ. ພາບ: ອ່າຍຄຳ ພັນກຳມະບານລາວ,ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ພ້ອມ ດ້ວຍວິຊາການຫລັກແຫລ່ງ ຈາກ ກະຊວງ ຮສສ, ສູນກາງສະຫະພັນ ກໍາມະບານລາວ, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ເຂົ້າຮ່ວມ. ທ່ານນາງ ໃບຄໍາ ຂັດທິຍະ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້,ຈະ ໄດ້ພ້ອມກັນລົງເລິກ ສະຫລຸບຕີລາ ຄາຜົນຂອງການຈັດຕັ້ງປະຕິບັດ ກອງປະຊຸມສາມຝ່າຍກ່ຽວກັບວຽກ ງານສາຍພົວພັນແຮງງານຄັ້ງທີ 20 ທີ່ໄດ້ກໍານົດບັນດາໜ້າວຽກອັນ ສໍາຄັນຕ່າງໆ ຂອງສາມຝ່າຍທີ່ໄດ້ ກໍານົດໄວ້ຜ່ານມາ ໂດຍຊອກໃຫ້ເຫັນ ຈຸດດີ, ດ້ານຕັ້ງໜ້າ ແລະ ດ້ານຂໍ້ຄົງ ຄ້າງເພື່ອພ້ອມກັນພິຈາລະນາ ແລະ ເອກະພາບສູງໃນການເສີມຂະຫຍາຍ ດ້ານດີ ແລະ ຈໍາກັດບັນດາບັນຫາທີ່ ເປັນຈຸດອ່ອນຂໍ້ຄົງຄ້າງ, ຄຽງຄູ່ກັນ ນັ້ນ ພວກເຮົາຍັງຈະຕ້ອງໄດ້ພ້ອມ ກັນກຳນົດທິດທາງແຜນການຈຸດ ສຸມໃນປີ 2023 ໃຫ້ແທດເໝາະກັບ ສະພາບ ແລະ ເງື່ອນໄຂຕົວຈິງ ໂດຍ ລົງເລິກຜັນຂະຫຍາຍແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວາລະແຫ່ງຊາດໃຫ້ເປັນອັນ ລະອຽດ ໂດຍສະເພາະແມ່ນການ ຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ, ການປັບປຸງ ຄ່າແຮງງານຂັ້ນຕໍ່າ, ບັນຫາການ ຂາດແຄນແຮງງານ ແລະ ການສ້າງ ຂະບວນການ ເພື່ອເປັນການສະ ເຫລີມສະຫລອງວັນກໍາມະກອນສາ ກົນ ຄົບຮອບ 137 ປີ. ທ່ານນາງ ໃບຄໍາ ຂັດທິຍະ ຍັງ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະ ຊຸມຕ້ອງໄດ້ເບິ່ງບັນຫາທີ່ເປັນບູລິ ມະສິດອັນຮີບດ່ວນ ເປັນບັນຫາທີ່ ເກີດຜົນປະໂຫຍດໃຫ້ແກ່ສາມຝ່າຍ ໃຫ້ຫລາຍທີ່ສຸດ ທັງຜູ້ອອກແຮງ ງານ, ຜູ້ໃຊ້ແຮງງານ ແລະຜົນປະ ໂຫຍດລວມຂອງລັດຕົ້ນຕໍແມ່ນການ ປັບປຸງຄ່າແຮງງານຂັ້ນຕໍ່າ, ການ ຂຶ້ນທະບຽນແຮງງານຕາມວາລະ ແຫ່ງຊາດ, ບັນຫາການຂາດແຄນ ແຮງງານສາເຫດມັນແມ່ນອັນໃດ, ແມ່ນບໍວ່າຍ້ອນຄ່າແຮງງານຂັ້ນຕໍ່າ ສຸດທີ່ຫລາຍພາກສ່ວນໃຫ້ຄວາມ ສົນໃຈ ຫລື ແມ່ນຍ້ອນບັນຫາອື່ນໆ, ພ້ອມທັງຮຽກຮ້ອງ ໃຫ້ປະກອບຄຳ ເຫັນນຳກັນຢ່າງກົງໄປກົງມາ ໂດຍ ສະເໜີໃຫ້ເຫັນບັນຫາ ແລະ ວິທີ ການແກ້ໄຂໄປພ້ອມ ເພື່ອໃຫ້ຄະນະ ນຳຂອງສາມຝ່າຍພວກເຮົາໄດ້ພິຈາ ລະນາຮັບຮອງ ແລະ ເພື່ອນຳໄປຈັດ ຕັ້ງປະຕິບັດໃຫ້ໄດ້ຕົວຈິງ. ທ່ານນາງ ໃບຄໍາ ຂັດທິຍະ ໃຫ້ ຮູ້ອີກວ່າ: ຄະນະກໍາມະການແຮງ ງານແຫ່ງຊາດແມ່ນການຈັດຕັ້ງໜຶ່ງ ຂອງລັດທີ່ບໍ່ປະຈໍາການມີພາລະບົດ ບາດເປັນເສນາທິການໃຫ້ລັດຖະ ບານ, ແມ່ນໜ່ວຍງານໜຶ່ງທີ່ເຄື່ອນ ໄຫວວຽກງານດ້ານແຮງງານຮ່ວມ ກັນ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມ ອົງການລັດ, ສູນກາງສະຫະພັນກຳ ມະບານລາວ ໃນນາມອົງການຜູ້ ຕາງໜ້າຜູ້ອອກແຮງງານແລະສະ ພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ໃນນາມອົງການຜູ້ຕາງ ໜ້າຜູ້ໃຊ້ແຮງງານຕາມຫລັກການ ດ້ານແຮງງານທີ່ກຳນົດໄວ້ໃນຫລັກ ການສາກົົນ, ກົດໝາຍວ່າດ້ວຍແຮງ ງານ ແລະ ບັນດານິຕິກຳລຸ່ມກົດ ໝາຍທີ່ໄດ້ກຳນົດອອກຢ່າງເໝາະ ສົມ ແລະ ພຽງພໍໃຫ້ແກ່ການເຄື່ອນ ໄຫວ. ໃນລະດັບສາກົນອົງການສາມ ຝ່າຍ ຂອງ ສປປ ລາວ ກໍໄດ້ໃຫ້ສັດ ຕະຍາບັນຕໍ່ສົນທິສັນຍາວ່າດ້ວຍ ການປຶກສາຫາລືສາມຝ່າຍສະບັບ ເລກທີ 144 ມາແລ້ວ ຊຶ່ງເປັນການ ຢັ້ງຢືນໄດ້ວ່າ ພວກເຮົາເຄົາລົບ ແລະ ນໍາໃຊ້ກົນໄກສາມຝ່າຍເຄື່ອນໄຫວ ດ້ານແຮງງານຢູ່ພາຍໃນປະເທດ ເຮົາຢ່າງຕັ້ງໜ້າ. ຂ່າວ: ທະນູທອງ, ພາບ: ເກດສະໜາ ໝັກອົດສະຕຣາລີ. ນັບແຕ່ ປີ 1996 ເປັນຕົ້ນມາ, ລັດຖະບານອົດສະຕຣາ ລີໄດ້ໃຫ້ການສະໜັບສະໜູນອົງການ ຄູ່ຮ່ວມງານຫລາຍຮ້ອຍແຫ່ງໃນ ສປປ ລາວ ທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ລວມມີອາສາສະໝັກ ຫລາຍກວ່າ 650 ຄົນ ທີ່ໃຫ້ການ ຊ່ວຍເຫລືອໃນຫລາຍຂົງເຂດ ເຊັ່ນ: ວຽກງານການສຶກສາ, ສາທາລະ ນະສຸກ, ກະສິກຳ ແລະ ພະລັງງານ. ໂຄງການອາສາສະໝັກອົດສະ ຕຣາລີ ມີບົດບາດສຳຄັນໃນການຮັດ ແໜ້ນສາຍພົວພັນ, ເສີມສ້າງຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະເທດອົດສະຕຣາລີ ແລະ ສປປ ລາວ ໂດຍສະເພາະບັນດາຊຸມຊົນທີ່ ອາສາສະໝັກໄດ້ເຮັດວຽກ ແລະ ສະໜັບສະໜູນ ເປັນຕົ້ນ ສູນສຸຂະ ພາບພັດທະນາ ແມ່ຍິງ ແລະໄວໜຸ່ມ ນະຄອນຫລວງວຽງຈັນ, ພະແນກ ສາທາລະນະສຸກແຂວງຫລວງພະ ບາງ-ໂຮງໝໍເພື່ອນລາວ, ສູນພະລັງ ງານທົດແທນວຽງຈັນ ແລະ ອື່ນໆ. ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈເປັນ ຢ່າງຍິ່ງຕໍ່ການປະກອບສ່ວນຂອງ ໂຄງການອາສາສະໝັກອົດສະ ຕຣາລີ ເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງລາວ, ທັງປະ ກອບສ່ວນເສີມຂະຫຍາຍສາຍພົວ ພັນສອງຝ່າຍ ແລະ ການເຊື່ອມຕໍ່ລະ ຫວ່າງປະຊາຊົນສອງຊາດຂອງ ພວກເຮົາ. ການສະໜັບສະໜູນຂອງ ລັດຖະບານອົດສະຕຣາລີ ສຳລັບ ໂຄງການອາສາສະໝັກສາກົນໄດ້ ເລີ່ມຕົ້ນໃນປີ1963, ນັບແຕ່ນັ້ນມາ, ປະຊ າຊົນອົດສະຕຣາ ລີຫລາຍກວ່າ 16.000 ຄົນ ໄດ້ເປັນອາສາສະໝັກ ເພື່ອແບ່ງປັນທັກສະຂອງເຂົາເຈົ້າ ແລະ ສະໜັບສະໜູນເປົ້າໝາຍຂອງ ອົງການຈັດຕັ້ງຕ່າງໆໃນບັນດາ ປະເທດທົ່ວພາກພື້ນ. ການນຳພາຂອງພັກໃນໄລຍະປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດເປັນເວລາ 40 ກວ່າປີຜ່ານມາ ອັນໄດ້ເຮັດໃຫ້ປະເທດຊາດ ມີສະ ຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໄດ້ຮັບການປັບປຸງດີ ຂຶ້ນເທື່ອລະກ້າວ, ບົດບາດຂອງພັກລັດສປປລາວ ໄດ້ຮັບການເຊີດຊູນັບ ມື້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຈາກນັ້ນ, ສະຫາຍ ບຸນທາ ຊົງເຢີທ່າວ ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳໄດ້ ຫວນຄືນເຫດການປະຫວັດສາດ ແຫ່ງການຕໍ່ສູ້ຢ່າງພິລະອາດຫານ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດຄົບຮອບ 77 ປີ, ໃນບັ້ນຮົບປ້ອງກັນຕົວເມືອງ ທ່າແຂກຈາກພວກລ່າເມືອງຂຶ້ນຜູ້ ຮຸກຮານ ໃນວັນທີ 21 ມີນາ 1946 ຊຶ່ງໄດ້ກາຍເປັນກະແສຟອງປຸກລະ ດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮື້ຂຶ້ນຢ່າງເປັນຂະບວນ ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າ ເມືອງຂຶ້ນແບບເກົ່າ. ໂອກາດນີ້, ສະຫາຍ ໄພວີ ສີບົວລິພາ ໄດ້ໃຫ້ກຽດມອບໃບຢັ້ງ ຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ2022ແລະມອບ ບັດສະມາຊິກພັກສົມບູນຕື່ມອີກ. ຢາສູບຮູບແບບເກົ່າ ຂອງບໍລິສັດຜະ ລິດຢາສູບໃນຂອບເຂດທົ່ວປະເທດ ປີ 2023 ຈໍານວນ 54 ລ້ານກວ່າ ດວງ. ໃນນັ້ນ, ໄດ້ມາຈາກບໍລິສັດຢາ ສູບລາວ ຈໍາກັດຈໍານວນ 54ລ້ານ ດວງ ແລະ ບໍລິສັດ ຢາສູບລາວ ສາ ກົນ ຈໍາກັດ 8.449 ດວງ ໂດຍມີ ທ່ານ ນາງ ຈັນທະລາ ຫລ່ຽມໄມຕຣີ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະການເງິນກົມສ່ວຍສາອາກອນ, ທັງເປັນຄະນະກຳມະການຮັບຜິດ ຊອບການທຳລາຍສະແຕມຕິດຊອງ ຢາສູບຮູບແບບເກົ່າ, ມີຄະນະກຳມະ ການຈາກຫ້ອງການກະຊວງ, ກົມ ສ່ວຍສາອາກອນ, ກົມຄຸ້ມຄອງຊັບ ສິນແຫ່ງລັດ, ກົມກວດກາກະຊວງ ການເງິນ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມ. ການທຳລາຍສະແຕມຕິດ ຊອງ ຢາສູບຮູບແບບເກົ່າ ຂອງບໍລິສັດຜະ ລິດຢາສູບ ໃນຂອບເຂດທົ່ວປະເທດ ປີ 2023 ແມ່ນປະຕິບັດຕາມຂໍ້ຕົກ ລົງສະບັບເລກທີ 0770/ກງ,ລົງ ວັນທີ 16 ມີນາ 2023. ສ່ວນສິດ ແລະໜ້າທີ່ຂອງ ຄະນະ ດັ່ງກ່າວ, ແມ່ນຮັບຜິດຊອບການຈັດ ຕັ້ງປະຕິບັດການທໍາລາຍສະແຕມ ອາກອນຕິດຊອງຢາສູບຮູບແບບ ເກົ່າຂອງບໍລິສັດຜະລິດຢາສູບໃນ ຂອບເຂດທົ່ວປະເທດ ປີ 2023, ຄົ້ນຄວ້າຕົ້ນທຶນການຜະລິດສະແຕມ ທີ່ຖືກທຳລາຍ ຂອງແຕ່ລະບໍລິສັດໃຫ້ ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດຕາມນິຕິກຳທີ່ໄດ້ກຳ ນົດໄວ້ ແລະ ນຳສະເໜີຄະນະນຳກະ ຊວງການເງິນພິຈາລະນາ, ກຳນົດ ເວລາໃນການເຄື່ອນໄຫວວຽກງານ ດັ່ງກ່າວ ນັບແຕ່ເດືອນ ມີນາ 2023, ພາຍໃນ 15 ວັນລັດຖະການໃຫ້ ສໍາເລັດ ແລະ ພ້ອມທັງລາຍງານຜົນ ການກວດກາດັ່ງກ່າວຕໍ່ຄະນະນຳ ກະຊວງການເງິນ ແລະ ພ້ອມກັນຈັດ ຕັ້ງປະຕິບັດຢ່າງເຂັ້ມງວດ. ຂ່າວ-ພາບ: ກະຊວງການເງິນ ຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ, ເພື່ອສືບຕໍ່ເສີມຂະຫຍາຍມູນ ເຊື້ອ ແລະ ທາດແທ້ຂອງພັກເຂົ້າໃນ ການນຳພາ-ຊີ້ນຳຈັດຕັ້ງປະຕິບັດພາ ລະກິດປ່ຽນແປງໃໝ່ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີXI ຂອງພັກໃຫ້ສຳ ເລັດຜົນ, ເພື່ອສືບຕໍ່ບຸກທະລຸທາງ ດ້ານແນວຄິດຈິນຕະນາການ, ສ້າງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ-ຮອບດ້ານ, ສ້າງຄວາມຮັບ ຮູ້ທາງດ້ານແນວຄິດ ແລະ ການກະ ທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນດາ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ອາດເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນ ຂອງພະນັກງານ ແລະ ປະຊາຊົນ ບັນດາເຜົ່າຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ພ້ອມ ກັນນັ້ນ, ກໍເພື່ອໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນຜັນຂະຫຍາຍມູນເຊື້ອ ຂອງພັກ ເຂົ້າໃນການຈັດຕັ້ງປະຕິ ບັດບັນດາຄາດໝາຍສູ້ຊົນຂອງຂະ ແໜງການຂອງຕົນ ໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້, ເພື່ອສ້າງ ຄວາມຮັບຮູ້ຢ່າງເລິກເຊິ່ງເຖິງ ຄວາມປີຊາສາມາດ ແລະ ຄວາມສະ ຫລາດຫລັກແຫລມຂອງພັກເຮົາ ໃນການນໍາພາຂະບວນການຕໍ່ສູ້ປົດ ປ່ອຍຊາດ ກໍຄື ການນໍາພາປະຕິ ບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຕາມທິດສັງຄົມນິຍົມ ແລະ ເພື່ອພ້ອມກັນລະນຶກເຖິງຄຸນ ງາມຄວາມດີ ແລະ ນໍ້າໃຈເສຍສະ ຫລະອັນສູງສົ່ງ ຂອງບັນດານັກຮົບ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ ມີຫລາຍເຫດການປະຫວັດສາດ ຊຶ່ງ ປວງຊົນລາວ ທັງຊາດບໍ່ມີວັນລືມ. ໂອກາດນີ້, ທ່ານ ບຸນຂວາງ ທະວີສັກ ໄດ້ຍົກໃຫ້ເຫັນການກຳເນີດ ເກີດຂຶ້ນຂອງພັກ ປປ ລາວ ໃນແຕ່ ລະໄລຍະ, ພາລະກິດອັນພົ້ນເດັ່ນ ຂອງພັກ ປປ ລາວ ຕະຫລອດໄລຍະ 68 ປີ, ເສີມຂະຫຍາຍມູນເຊື້ອ, ທາດ ແທ້ຂອງພັກເຂົ້າໃນການຈັດຕັ້ງປະ ຕິບັດພາລະກິດປ່ຽນແປງໃໝ່ໃຫ້ ປາກົດຜົນເປັນຈິງ ແລະ ໄດ້ຍົກໃຫ້ ເຫັນເຖິງພັກນຳພາຂະບວນການ ຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂຶ້ນແບບເກົ່າ, ຂະບວນການຕໍ່ສູ້ຢ່າງພິລະອາດ ຫານຂອງທະຫານ ແລະ ປະຊາຊົນ ເມືອງທ່າແຂກ ແລະ ຄວາມໝາຍ ຄວາມສຳຄັນຂອງບັ້ນຮົບປ້ອງກັນ ຕົວເມືອງທ່າແຂກ. ຄວາມພະຍາຍາມ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງທີ່ຕິດ ພັນກັບການປົກປັກຮັກສາມູນມໍ ລະດົກ ແລະ ຄວາມຫລາກຫລາຍ ດ້ານວັດທະນະທຳ, ການສົ່ງເສີມ ການນຳໃຊ້ພາສາຝຣັ່ງ ຊຶ່ງເປັນໜຶ່ງ ໃນພາສາທາງການຂອງອົງການ ສະຫະປະຊາຊາດ ທີ່ມີການນຳໃຊ້ ຢ່າງກວ້າງຂວາງໃນທົ່ວໂລກ ໂດຍ ສະເພາະການສົ່ງເສີມການສຶກສາ ຕາມຫລັກສູດຫ້ອງຮຽນສອງພາ ສາລາວ-ຝຣັ່ງ ທີ່ມີຢູ່ໃນ 4 ແຂວງ ສຳຄັນຂອງ ສປປ ລາວ ຄື: ນະຄອນ ຫລວງວຽງຈັນ, ແຂວງຫລວງພະ ບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ມີປະສິດທິພາບ ຂຶ້ນ ເພື່ອເຮັດໃຫ້ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງ ຄົນລາວນັບມື້ນັບເພີ່ມຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານຜູ້ຕາງໜ້າຈາກ ອົງການຝຣັ່ງໂກໂຟນີສາກົນ ປະ ຈຳຂົງເຂດອາຊີ-ປາຊິຟິກ ກໍໄດ້ມີ ຄຳເຫັນຕໍ່ໂດຍມີເນື້ອໃນປິ່ນອ້ອມ ຫົວຂໍ້ຂອງການສະເຫລີມສະຫລອງ ວັນຝຣ່ັງໂກໂຟນີ ໃນປີນີ້ ແລະ ບົດ ບາດຂອງປະເທດຝຣັ່ງ ອົງການດັ່ງ ກ່າວ ໃນການຮ່ວມມື ແລະ ສະໜັບ ສະໜູນ ສປປ ລາວ ໃນໄລຍະ 1 ປີ ຜ່ານມາໂດຍສະເພາະໃນດ້ານການ ສຶກສາແລະການສົ່ງເສີມການຮຽນ- ການສອນພາສາຝຣັ່ງຢູ່ ສປປ ລາວ. ໃນພິທີ, ບັນດາຜູ້ເຂົ້າຮ່ວມຍັງ ໄດ້ຊົມການສະແດງສິລະປະ-ວັນນະ ຄະດີຂອງນ້ອງນັກຮຽນ-ນັກສຶກ ສາພາສາຝຣັ່ງ, ໄດ້ຢ້ຽມຊົມການ ວາງສະແດງຮູບພາບ ແລະ ຂໍ້ມູນ ຂ່າວສານກ່ຽວກັບການເຄື່ອນໄຫວ ກິດຈະກຳຕ່າງໆ ຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາ ຝຣັ່ງພາຍໃນແຂວງຈຳປາສັກ ໃນ ຂອບວຽກງານຝຣັງໂກໂຟນີ. ການຈັດຕັ້ງສະເຫລີມສະຫລອງ ວັນຝຣັ່ງໂກໂຟນີສາກົນ ຊຶ່ງກົງກັບ ວັນທີ20ມີນາຂອງທຸກໆປີເພື່ອເປັນ ການລະລຶກເຖິງວັນຄົບຮອບການ ສ້າງຕັ້ງອົງການດັ່ງກ່າວ, ໃນທຸກໆ ປີບັນດາປະເທດສະມາຊິກຂອງອົງ ການດັ່ງກ່າວທັງໝົດ 88 ປະເທດ ໃນທົ່ວໂລກ ໄດ້ພ້ອມກັນຈັດສະ ເຫລີມສະຫລອງວັນດັ່ງກ່າວເພື່ອຊຸກ ຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍ ໃນປະເທດຂອງຕົນ ຊຶ່ງ ສປປ ລາວ ນັບແຕ່ເຂົ້າເປັນສະມາຊິກສົມບູນ ຂອງອົງການຝຣ່ັງໂກໂຟນີສາກົນ ໃນປີ 1991 ເປັນຕົ້ນມາກໍໄດ້ມີການ ຈັດຕັ້ງພິທີທາງການ ເພື່ອສະເຫລີມ ສະຫລອງວັນດັ່ງກ່າວ ໃນທຸກໆປີ. ພ້ອມກັນນັ້ນ, ໃນທົ່ວປະເທດ ໂດຍ ສະເພາະຢູ່ບັນດາແຂວງທີ່ມີຫລັກ ສູດການຮຽນ-ການສອນພາສາ ຝຣັ່ງ ຄື: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງສະ ຫວັນນະເຂດ ແລະ ແຂວງຈຳປາ ສັກກໍຍັງມີການຈັດກິດຈະກຳຕ່າງໆ ສະເພາະພາຍໃນແຂວງຂອງຕົນ ເພື່ອສະຫລອງວັນດັ່ງກ່າວໃນທຸກໆ ປີອີກດ້ວຍ. ຂ່າວ-ພາບ: ກຕທ

RkJQdWJsaXNoZXIy MTc3MTYxMQ==