5586

vq flt8ik]u lt|a [lt|6 o lxx ]k; grn j v[a o]5 gxQ k\kpdkora fmtokc[[pn opq ' lkoxt-k-q ol6 'l5 f s;o7n o ,6 og-N v;a ole7a o0v'ra d{0v'-kf dt-;'p5 8y me xk4tdt4k ;a ole7a o0v'ra d{0v'-kf lts]v';a o/ij a '3d32ou lkdq o xt9exu 2023 me]kpltc8, 8y f-v'1kl6 [I6 [c[[gdq j k xtmkoxtgmf g7nj vows;;Pd'ko16j c0;'7e,j ;o  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 24.03.2023 ປີທີ 22 ສະບັບທີ 5.586 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j sk]n |h k;PdIu [fj ;o grn j vdP,gxa o xtmkovk-Po 0v' lxx ]k;xu 2024 Ill gxu fdv'xt-5 ,7tot de,tdkocI''kocsj '-kf 7A 'mu I -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 68 xu 1j k'l5 f.9  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ດ້ວຍບັນດາການນໍາຂອງແຂວງ, ການນໍາຂອງເມືອງເຂົ້າຮ່ວມ. ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານປະທານປະເທດພ້ອມດ້ວຍຄະ ນະໄດ້ເດີນທາງໄປຢ້ຽມຢາມແລະ ພົບປະພໍ່ແມ່ປະຊາຊົນບ້ານຜັກອີ່ຕູ່ ເມືອງໜອງບົກ ໂດຍໄດ້ຮັບຟັງການ ລາຍງານສະພາບການພັດທະນາ ແລະ ບາງວຽກງານທີ່ໄດ້ຮັບການ ຈັດຕັ້ງປະຕິບັດຢູ່ໃນເມືອງໜອງບົກ ໃນໄລຍະຜ່ານມາແລະສະພາບການ ພັດທະນາບ້ານຜັກອີ່ຕູ່, ເຊິ່ງຄະພັກ, ຄະນະການຈັດຕັ້ງບ້ານ ໄດ້ສຸມໃສ່ ນໍາພາປະຊາຊົນພັດທະນາພື້ນຖານ ໂຄງລ່າງ ໂດຍສະເພາະເສັ້ນທາງ ເຊື່ອມຕໍ່ລະຫວ່າງບ້ານ, ເສັ້ນທາງ ໄປສູ່ພື້ນທີ່ການຜະລິດຂອງປະຊາ ຊົນ ໃຫ້ສາມາດທຽວໄດ້ທັງສອງ ຂປລ. ຄະນະກຳມະການຊີ້ນໍາລະດັບຊາດ ເພື່ອກະ ກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈັດກອງປະຊຸມປຶກສາຫາລື ໜ້າວຽກຮີບດ່ວນ ໃນວັນທີ23 ມີນາ 2023 ທີ່ນະຄອນ ຂປລ. ລັດຖະບານລາວ ແລະ ອົດສະຕຣາລີ ລົງນາມບົດບັນທຶກ ຄວາມເຂົ້າໃຈສະບັບເພີ່ມຕື່ມວ່າ ດ້ວຍການຮ່ວມມືເພື່ອການພັດທະ ນາລະຫວ່າງ ອົດສະຕຣາລີ ແລະ ສປປລາວໃນວັນທີ22ມີນາ2023 ທີ່ນະຄອນຫລວງວຽງຈັນ ແນໃສ່ ໂຄງການອາສາສະໝັກອົດສະຕຣາ ລີ (AVP) ທີ່ນອນຢູ່ໃນໂຄງການ ຊ່ວຍເຫລືອຂອງລັດຖະບານອົດ ສະຕຣາລີ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ໂພລ ແຄລີ ເອກອັກ ຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປລາວແລະທ່ານນາງພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ. ຂປລ. ວັນທີ 22 ມີນາ 2023 ນີ້, ຢູ່ສະໜາມບໍາບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະຄອນຫລວງ ຂປລ. ສານປະຊາຊົນສູງສຸດ ຈັດປາຖະກະຖາວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ(ພັກປປລາວ) ຄົບຮອບ 68 ປີ (22/3/ 1955- 22/3/2023) ແລະ ວັນນັກຮົບເສຍ ອົງຄະເສຍສະຫລະຊີວິດເພື່ອປະ ເທດຊາດ ຄົບຮອບ 77 ປີ (21/3/ 1946-21/3/2023) ໃນວັນທີ22 ມີນາ 2023 ໂດຍການປາຖະກະ ຖາຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງ ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ຈັດ ກອງປະຊຸມຄະນະກຳມະການແຮງ ງານແຫ່ງຊາດ ຄັ້ງທີ 1 ໃນວັນທີ ທ່ານ ສະເຫລີມໄຊ ກົມມະສິດ ຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ ປະຈໍາການຄະນະກຳມະການຊີ້ນໍາລະດັບຊາດ ເພື່ອກະ ກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ມີບັນດາລັດຖະມົນຕີ, ຮອງລັດ ຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະ ຊວງຂະແໜງການຕ່າງໆເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້, ເພື່ອສືບຕໍ່ຜັນຂະຫຍາຍ ທິດຊີ້ນຳຂອງກອງປະຊຸມຄະນະກຳມະການຊີ້ນຳລະ ດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ຊຶ່ງຈັດຂຶ້ນໃນ ວັນທີ 9 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ໃນນີ້, ກອງປະຊຸມໄດ້ລາຍງານຄວາມຄືບໜ້າ ໃນການກະກຽມດ້ານຕ່າງໆເຊັ່ນ: ການກໍານົດຄໍາຂວັນ ປະທານອາຊຽນ, ການອອກແບບໂລໂກປະທານ, ການສ້າງວິດີໂອສັ້ນ ລັດຖະບານອົດສະຕຣາລີ ໃຫ້ ການສະໜັບສະໜູນ ສປປ ລາວ ໃນ ການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໂດຍການສະໜອງອາ ສາສະໝັກອົດສະຕຣາລີ ທີ່ມີທັກ ສະສູງໃຫ້ແກ່ອົງການຈັດຕັ້ງຕ່າງໆ ຂອງພາກລັດ ໂດຍຜ່ານອາສາສະ 23 ມີນາ 2023 ໂດຍມີ ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ມີປະທານສູນກາງສະຫະ ສຸດ, ມີສະມາຊິກພັກ-ພະນັກງານ ອ້ອມຂ້າງສານປະຊາຊົນສູງສຸດ ເຂົ້າຮ່ວມຮັບຟັງ. ການປາຖະກະຖາວັນສຳຄັນ ຄັ້ງນີ້, ເພື່ອທົບທວນຄືນມູນເຊື້ອແລະ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ ນຳຂອງພັກ ປປ ລາວ ຕະຫລອດ 68 ປີ ຜ່ານມາ ແລະ ລະນຶກວັນນັກ ຮົບເສຍອົງຄະ ແລະ ເສຍສະຫລະ ວຽງຈັນ, ຄະນະກຳມະການຮັບຜິດ ຊອບການທຳລາຍສະແຕມຕິດຊອງ ຂປລ. ກະຊວງຍຸຕິທຳຈັດປາ ຖະກະຖາວັນສຳຄັນຂອງພັກ-ຂອງ ຊາດ ແລະ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ,ໜັກແໜ້ນປະຈຳ ປີ 2022 ໃນວັນທີ 22 ມີນາ 2023 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກ ງານເຊື່ອມຊຶມຮັບຮູ້ເຂົ້າໃຈກ່ຽວກັບ ວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງພັກຕະຫລອດໄລ ຍະ 60 ກວ່າປີຜ່ານມາ ແລະ ເຫັນໄດ້ ການປະກອບສ່ວນຂອງ ນັກຮົບປະ ຕິວັດ ແລະ ປະຊາຊົນລາວ ໃນການ ຕໍ່ສູ້ຢ່າງພິລະອາດຫານຕ້ານການ ຮຸກຮານຕ່າງຊາດ ເພື່ອຍາດເອົາ ເອກະລາດແຫ່ງຊາດມາ ໃຫ້ແກ່ປະ ຊາຊົນເຮົາ. ໂອກາດນີ້, ສະຫາຍ ໄພວີ ສີບົວ ລິພາ ກຳມະການສູນກາງພັກ,ເລຂາ ຄະນະພັກ, ລັດຖະມົນຕີກະຊວງຍຸ ຕິທຳໄດ້ຍົກໃຫ້ເຫັນປະຫວັດແຫ່ງ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວຂອງພັກປະຊາຊົນລາວ ໃນເມື່ອ ກ່ອນກໍຄືພັກປະຊາຊົນປະຕິວັດລາວ ໃນປັດຈຸບັນແລະ ບັນດາຜົນງານອັນ ໃຫຍ່ຫລວງໃນການນໍາພາ-ຊີ້ນຳທີ່ ສະຫລາດສ່ອງໃສຂອງພັກໃນຂະ ບວນການຕໍ່ສູ້ ເພື່ອຍາດເອົາເອກະ ລາດແຫ່ງຊາດໃນເມື່ອກ່ອນ ຈົນ ສາມາດຍາດເອົາໄຊຊະນະຢ່າງສົມ ບູນໃນປີ 1975, ສຳເລັດການປະ ຕິວັດຊາດ ປະຊາທິປະໄຕ ແລະ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 22 ມີນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະລົງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງຄໍາມ່ວນ ໂດຍໃຫ້ການ ຕ້ອນຮັບຈາກ ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/03/2023 xtgmf]k; ປະທານປະເທດ... ຫາລືໜ້າວຽກຮີບດ່ວນ... ສານປະຊາຊົນ... ກະຊວງຍຸຕິທຳ... ຮສສ ເປີດກອງປະຊຸມ... ສະຫລອງວັນ... ອົດສະຕຣາລີ ... ທຳລາຍສະແຕມ .... ຂປລ. ພິທີສະເຫລີມສະຫລອງ ວັນ ຝຣັ່ງໂກໂຟນີສາກົນ ຄົບຮອບ 53 ປີ ຈັດຂຶ້ນໃນວັນທີ 23 ມີນາ 2023, ທີ່ແຂວງຈຳປາສັກ, ພາຍ ໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ, ທ່ານ ນາງ ຊິບແລັງ ຊຸຍ ອອກ, ເອກອັກຄະລັດຖະ ທູດຝຣັ່ງ ປະຈຳ ສປປລາວ, ທ່ານ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ທີ່ແຂວງຈຳປາສັກ, ຜູ້ຕາງໜ້າ ອົງການຝຣັ່ງໂກໂຟນີສາກົນ ປະ ຈຳຂົງເຂດອາຊີ-ປາຊິຟິກ, ຫົວໜ້າ ຫ້ອງການອົງການມະຫາວິທະຍາ ໄລ ຝຣັ່ງໂກໂຟນີ (AUF) ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນປີ 2023 ນີ້, ອົງການຝຣັ່ງໂກໂຟນີສາກົນ ໄດ້ ກຳນົດຫົວຂໍ້ໃນການສະເຫລີມສະ ຫລອງວັນດັ່ງກ່າວ ຄື: “321 ລ້ານ ຄົນທີ່ນຳໃຊ້ພາສາຝຣັ່ງ ຫລາກ ຫລາຍດ້ານເນື້ອໃນທາງດ້ານວັດ ທະນະທຳ (321 millions de francophons des milliards de contenus culturels) ໂອກາດນີ້, ທ່ານ ໂສມ ບຸດຕະ ກູນ ໄດ້ສະແດງຄວາມດີໃຈທີ່ແຂວງ ຈຳປາສັກ ໄດ້ຮັບກຽດເປັນສະຖານ ທີ່ສຳລັບພິທີທາງການ ເພື່ອສະ ເຫລີມສະຫລອງວັນຝຣ່ັງໂກໂຟນີ ສາກົນໃນປີນີ້. ພ້ອມທັງໄດ້ລາຍ ງານສະພາບຂອງແຂວງ ໂດຍສະ ເພາະຄວາມຄືບໜ້າ ແລະ ຜົນສຳ ເລັດໃນການພັດທະນາເສດຖະກິດສັງຄົມ ລວມທັງສະພາບການຮຽນການສອນພາສາຝຣັ່ງ ຢູ່ພາຍໃນ ແຂວງຈຳປາສັກ ທີ່ມີມູນເຊື້ອມາ ແຕ່ດົນນານ. ຈາກນັ້ນ,ທ່ານໂພໄຊໄຂຄຳພິທູນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳ ຄັນຂອງວັນດັ່ງກ່າວ ຊຶ່ງແມ່ນມື້ລະ ນຶກເຖິງການສ້າງຕັ້ງອົງການຝຣັ່ງ ໂກໂຟນີສາກົນ (20 ມີນາ 1970) ເຊິ່ງຫລັກການພື້ນຖານຂອງອົງ ການດັ່ງກ່າວ ແມ່ນການປົກປັກຮັກ ສາຄວາມຫລາກຫລາຍທາງດ້ານ ວັດທະນະທຳ ແລະ ພາສາທີ່ຖືເປັນ ພື້ນຖານຂອງວິວັດທະນາການ ແລະ ການຄົງຕົວຂອງມວນມະນຸດ. ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນ ລະດູ. ພ້ອມນີ້, ທ່ານປະທານປະເທດ ກໍໄດ້ເດີນທາງຢ້ຽມຢາມການລ້ຽງ ປາໃສ່ກະຊັງ ທີ່ບ້ານຈອມແຈ້ງ ເມືອງທ່າແຂກ ແລະ ເຂົ້າກາບໄຫວ້ ຫໍຈາລຶກປະຫວັດສາດບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ 21 ມີນາ 1946 ພ້ອມຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຢູ່ບໍລິເວນຫໍຈາ ລຶກດັ່ງກ່າວ. ໃນໂອກາດດັ່ງກ່າວ, ທ່ານປະ ທານປະເທດກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ພາກສ່ວນ ກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາ ໃຈໃສ່ບາງດ້ານ ເປັນຕົ້ນ ເອົາໃຈໃສ່ ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ບ້ານຜັກອີ່ຕູ່ ປູກພືດຜັກປອດສານ ຜິດ ເພື່ອສົ່ງຂາຍຕະຫລາດທີ່ເຫັນ ວ່າສັງຄົມມີຄວາມຕ້ອງການສູງ ແລະ ໄດ້ລາຄາດີກວ່າ, ຫລຸດຜ່ອນ ການນຳເຂົ້າພືດຜັກຈາກບ່ອນອື່ນ ຫລື ຈາກປະເທດໃກ້ຄຽງ, ພ້ອມທັງ ມີການຄົ້ນຄວ້າປູກພືດຜັກທີ່ໃຊ້ ນໍ້າໜ້ອຍ ແຕ່ໄດ້ຜົນຕອບຮັບທີ່ສູງ ເພື່ອປະຢັດຕົ້ນທຶນການຜະລິດລົງ; ມອບໃຫ້ກະຊວງກ່ຽວຂ້ອງສຶກສາ ຄົ້ນຄວ້າ ເພື່ອເຮັດແນວໃດໃຫ້ພໍ່ແມ່ ປະຊາຊົນ ໄດ້ເຂົ້າເຖິງສິ່ງອຳນວຍ ຄວາມສະດວກໃນການຜະລິດທີ່ມີ ຕົ້ນທຶນທີ່ຕໍ່າ ໂດຍສະເພາະເຄື່ອງກົນ ຈັກ, ລາຄາປຸ໋ຍ ແລະ ອື່ນໆ; ເນັ້ນໃຫ້ ຄະນະນຳຂອງເມືອງ, ບ້ານເອົາໃຈ ໃສ່ຮັກສາມູນເຊື້ອວິລະຊົນ, ມູນເຊື້ອ ປະຕິວັດ, ເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ເປັນເຈົ້າການປົກປ້ອງເຂດ ນໍ້າແດນດິນຂອງຕົນຢ່າງ ເປັນເຈົ້າ ການ, ເຮັດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງ ຕັ້ງໜ້າຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ແລະ ຮັກສາໄດ້ຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ຕໍ່ຕ້ານບັນດາປາ ກົດການຫຍໍ້ທໍ້ ແລະ ກຸ່ມຄົນທີ່ບໍ່ດີທີ່ ຫວັງມ້າງເພທຳລາຍສ້າງຄວາມ ແຕກແຍກໃນລະບົບການຈັດຕັ້ງ ຕ່າງໆ, ສຶກສາອົບຮົມລູກຫລານເຍົາວະຊົນຢ່າໃຫ້ຫລົງມົວເມົານຳ ຢາເສບຕິດ ແລະ ສຶກສາອົບຮົມໃຫ້ ເຂົາເຈົ້າເສບຂໍ້ມູນຂ່າວສານຈາກ ສື່ອອນລາຍທີ່ມີຜົນປະໂຫຍດ; ມີການແຂ່ງຂັນພັດທະນາທາງ ດ້ານການຜະລິດ ໃຫ້ມີຄວາມແຂງ ແຮງແລະສ້າງໃຫ້ເປັນແບບຢ່າງໃຫ້ ແກ່ບັນດາເມືອງ ແລະ ແຂວງອື່ນໆ; ມອບໃຫ້ກະຊວງແລະຂະແໜງການ ທີ່ກ່ຽວຂ້ອງສົມທົບກັບຜູ້ປະກອບ ການສຶກສາຄົ້ນຄວ້າໃນການເພາະ ພັນລູກປາ ເພື່ອລ້ຽງຕອບສະໜອງ ໃຫ້ແກ່ຕະຫລາດພາຍໃນ ແລະ ຫລີກລ່ຽງການນຳເຂົ້າລູກປາຈາກ ບ່ອນອື່ນ ທັງເປັນການປະຢັດຕົ້ນ ທຶນ ແລະ ເພີ່ມກຳໄລໃຫ້ແກ່ຜູ້ປະ ກອບການ. ໂອກາດດຽວກັນ, ທ່ານປະທານ ປະເທດ ຍັງໄດ້ໃຫ້ທິດຊີ້ນຳແກ່ການ ນຳຂອງແຂວງ ເພື່ອເຮັດໃຫ້ການ ບໍລິຫານວຽກງານຕ່າງໆຢູ່ພາຍໃນ ແຂວງຄຳມ່ວນ ໄດ້ຮັບການພັດທະ ນາ ແລະ ມີບາດກ້າວຂະຫຍາຍຕົວ ສູງຂຶ້ນກວ່າເກົ່າ. ຂ່າວ: ກອງຄຳ ສໍາລັບ ໄປຮັບປະທານອາຊຽນ, ບຸລິ ມະສິດ ສໍາລັບການເປັນປະທານອາ ຊຽນສໍາລັບສາມເສົາຄໍ້າປະຊາຄົມ ອາຊຽນ (ປະຊາຄົມການເມືອງຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງ ຄົມ), ການຂຶ້ນແຜນບັນຊີໂຮງແຮມ ແລະກຳນົດສະຖານທີ່ພັກສຳລັບບັນ ດາປະມຸກລັດ/ຫົວໜ້າລັດຖະບານ ແລະ ບັນດາຜູ້ແທນ ຫລື ນັກຂ່າວ, ການກະກຽມຄວາມພ້ອມສະຖານ ທີ່ຫ້ອງປະຊຸມ, ຄວາມພ້ອມພາຫະ ນະທີ່ຈະຮັບໃຊ້ປະມຸກລັດ/ຫົວໜ້າ ລັດຖະບານ, ລັດຖະມົນຕີຕ່າງປະ ເທດ ແລະ ເຈົ້າໜ້າທີ່ອາວຸໂສ,ລະ ບົບສື່ສານ ແລະ ອິນເຕີເນັດ, ພະນັກ ງານປະສານງານ (LO) ແລະ ພະ ນັກງານອາສາສະໝັກ (VO), ພະ ນັກງານໃກ້ຊິດ, ແຜນງົບປະມານ, ວຽກງານການຊ່ວຍເຫລືອ ແລະ ວຽກອື່ນໆ ທີ່ກ່ຽວຂ້ອງ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ມອບໝາຍໃຫ້ບັນ ດາອະນຸກຳມະການກ່ຽວຂ້ອງສືບຕໍ່ ດຳເນີນການກະກຽມບັນດາວຽກ ທີ່ມີຄວາມຈຳເປັນຮີບດ່ວນໂດຍສະ ເພາະແມ່ນການກຳນົດຄຳຂວັນ, ໂລໂກແລະບຸລິມະສິດຂອງການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024, ການເກັບກຳບັນຊີບັນ ດາໂຮງແຮມ ສຳລັບຄະນະຜູ້ແທນ ທີ່ຈະມາພັກເຊົາ ໃນໄລຍະເຂົ້າຮ່ວມ ກອງປະຊຸມ, ສະຖານທີ່ປະຊຸມ,ການ ກະກຽມຍານພາຫະນະ ແລະ ອື່ນໆ ແລະ ລາຍງານຄວາມຄືບໜ້າໃຫ້ ກອງປະຊຸມຄັ້ງຕໍ່ໄປຊາບ. ພາບ: ອ່າຍຄຳ ພັນກຳມະບານລາວ,ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ພ້ອມ ດ້ວຍວິຊາການຫລັກແຫລ່ງ ຈາກ ກະຊວງ ຮສສ, ສູນກາງສະຫະພັນ ກໍາມະບານລາວ, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ເຂົ້າຮ່ວມ. ທ່ານນາງ ໃບຄໍາ ຂັດທິຍະ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້,ຈະ ໄດ້ພ້ອມກັນລົງເລິກ ສະຫລຸບຕີລາ ຄາຜົນຂອງການຈັດຕັ້ງປະຕິບັດ ກອງປະຊຸມສາມຝ່າຍກ່ຽວກັບວຽກ ງານສາຍພົວພັນແຮງງານຄັ້ງທີ 20 ທີ່ໄດ້ກໍານົດບັນດາໜ້າວຽກອັນ ສໍາຄັນຕ່າງໆ ຂອງສາມຝ່າຍທີ່ໄດ້ ກໍານົດໄວ້ຜ່ານມາ ໂດຍຊອກໃຫ້ເຫັນ ຈຸດດີ, ດ້ານຕັ້ງໜ້າ ແລະ ດ້ານຂໍ້ຄົງ ຄ້າງເພື່ອພ້ອມກັນພິຈາລະນາ ແລະ ເອກະພາບສູງໃນການເສີມຂະຫຍາຍ ດ້ານດີ ແລະ ຈໍາກັດບັນດາບັນຫາທີ່ ເປັນຈຸດອ່ອນຂໍ້ຄົງຄ້າງ, ຄຽງຄູ່ກັນ ນັ້ນ ພວກເຮົາຍັງຈະຕ້ອງໄດ້ພ້ອມ ກັນກຳນົດທິດທາງແຜນການຈຸດ ສຸມໃນປີ 2023 ໃຫ້ແທດເໝາະກັບ ສະພາບ ແລະ ເງື່ອນໄຂຕົວຈິງ ໂດຍ ລົງເລິກຜັນຂະຫຍາຍແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວາລະແຫ່ງຊາດໃຫ້ເປັນອັນ ລະອຽດ ໂດຍສະເພາະແມ່ນການ ຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ, ການປັບປຸງ ຄ່າແຮງງານຂັ້ນຕໍ່າ, ບັນຫາການ ຂາດແຄນແຮງງານ ແລະ ການສ້າງ ຂະບວນການ ເພື່ອເປັນການສະ ເຫລີມສະຫລອງວັນກໍາມະກອນສາ ກົນ ຄົບຮອບ 137 ປີ. ທ່ານນາງ ໃບຄໍາ ຂັດທິຍະ ຍັງ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະ ຊຸມຕ້ອງໄດ້ເບິ່ງບັນຫາທີ່ເປັນບູລິ ມະສິດອັນຮີບດ່ວນ ເປັນບັນຫາທີ່ ເກີດຜົນປະໂຫຍດໃຫ້ແກ່ສາມຝ່າຍ ໃຫ້ຫລາຍທີ່ສຸດ ທັງຜູ້ອອກແຮງ ງານ, ຜູ້ໃຊ້ແຮງງານ ແລະຜົນປະ ໂຫຍດລວມຂອງລັດຕົ້ນຕໍແມ່ນການ ປັບປຸງຄ່າແຮງງານຂັ້ນຕໍ່າ, ການ ຂຶ້ນທະບຽນແຮງງານຕາມວາລະ ແຫ່ງຊາດ, ບັນຫາການຂາດແຄນ ແຮງງານສາເຫດມັນແມ່ນອັນໃດ, ແມ່ນບໍວ່າຍ້ອນຄ່າແຮງງານຂັ້ນຕໍ່າ ສຸດທີ່ຫລາຍພາກສ່ວນໃຫ້ຄວາມ ສົນໃຈ ຫລື ແມ່ນຍ້ອນບັນຫາອື່ນໆ, ພ້ອມທັງຮຽກຮ້ອງ ໃຫ້ປະກອບຄຳ ເຫັນນຳກັນຢ່າງກົງໄປກົງມາ ໂດຍ ສະເໜີໃຫ້ເຫັນບັນຫາ ແລະ ວິທີ ການແກ້ໄຂໄປພ້ອມ ເພື່ອໃຫ້ຄະນະ ນຳຂອງສາມຝ່າຍພວກເຮົາໄດ້ພິຈາ ລະນາຮັບຮອງ ແລະ ເພື່ອນຳໄປຈັດ ຕັ້ງປະຕິບັດໃຫ້ໄດ້ຕົວຈິງ. ທ່ານນາງ ໃບຄໍາ ຂັດທິຍະ ໃຫ້ ຮູ້ອີກວ່າ: ຄະນະກໍາມະການແຮງ ງານແຫ່ງຊາດແມ່ນການຈັດຕັ້ງໜຶ່ງ ຂອງລັດທີ່ບໍ່ປະຈໍາການມີພາລະບົດ ບາດເປັນເສນາທິການໃຫ້ລັດຖະ ບານ, ແມ່ນໜ່ວຍງານໜຶ່ງທີ່ເຄື່ອນ ໄຫວວຽກງານດ້ານແຮງງານຮ່ວມ ກັນ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມ ອົງການລັດ, ສູນກາງສະຫະພັນກຳ ມະບານລາວ ໃນນາມອົງການຜູ້ ຕາງໜ້າຜູ້ອອກແຮງງານແລະສະ ພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ໃນນາມອົງການຜູ້ຕາງ ໜ້າຜູ້ໃຊ້ແຮງງານຕາມຫລັກການ ດ້ານແຮງງານທີ່ກຳນົດໄວ້ໃນຫລັກ ການສາກົົນ, ກົດໝາຍວ່າດ້ວຍແຮງ ງານ ແລະ ບັນດານິຕິກຳລຸ່ມກົດ ໝາຍທີ່ໄດ້ກຳນົດອອກຢ່າງເໝາະ ສົມ ແລະ ພຽງພໍໃຫ້ແກ່ການເຄື່ອນ ໄຫວ. ໃນລະດັບສາກົນອົງການສາມ ຝ່າຍ ຂອງ ສປປ ລາວ ກໍໄດ້ໃຫ້ສັດ ຕະຍາບັນຕໍ່ສົນທິສັນຍາວ່າດ້ວຍ ການປຶກສາຫາລືສາມຝ່າຍສະບັບ ເລກທີ 144 ມາແລ້ວ ຊຶ່ງເປັນການ ຢັ້ງຢືນໄດ້ວ່າ ພວກເຮົາເຄົາລົບ ແລະ ນໍາໃຊ້ກົນໄກສາມຝ່າຍເຄື່ອນໄຫວ ດ້ານແຮງງານຢູ່ພາຍໃນປະເທດ ເຮົາຢ່າງຕັ້ງໜ້າ. ຂ່າວ: ທະນູທອງ, ພາບ: ເກດສະໜາ ໝັກອົດສະຕຣາລີ. ນັບແຕ່ ປີ 1996 ເປັນຕົ້ນມາ, ລັດຖະບານອົດສະຕຣາ ລີໄດ້ໃຫ້ການສະໜັບສະໜູນອົງການ ຄູ່ຮ່ວມງານຫລາຍຮ້ອຍແຫ່ງໃນ ສປປ ລາວ ທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ລວມມີອາສາສະໝັກ ຫລາຍກວ່າ 650 ຄົນ ທີ່ໃຫ້ການ ຊ່ວຍເຫລືອໃນຫລາຍຂົງເຂດ ເຊັ່ນ: ວຽກງານການສຶກສາ, ສາທາລະ ນະສຸກ, ກະສິກຳ ແລະ ພະລັງງານ. ໂຄງການອາສາສະໝັກອົດສະ ຕຣາລີ ມີບົດບາດສຳຄັນໃນການຮັດ ແໜ້ນສາຍພົວພັນ, ເສີມສ້າງຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະເທດອົດສະຕຣາລີ ແລະ ສປປ ລາວ ໂດຍສະເພາະບັນດາຊຸມຊົນທີ່ ອາສາສະໝັກໄດ້ເຮັດວຽກ ແລະ ສະໜັບສະໜູນ ເປັນຕົ້ນ ສູນສຸຂະ ພາບພັດທະນາ ແມ່ຍິງ ແລະໄວໜຸ່ມ ນະຄອນຫລວງວຽງຈັນ, ພະແນກ ສາທາລະນະສຸກແຂວງຫລວງພະ ບາງ-ໂຮງໝໍເພື່ອນລາວ, ສູນພະລັງ ງານທົດແທນວຽງຈັນ ແລະ ອື່ນໆ. ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈເປັນ ຢ່າງຍິ່ງຕໍ່ການປະກອບສ່ວນຂອງ ໂຄງການອາສາສະໝັກອົດສະ ຕຣາລີ ເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງລາວ, ທັງປະ ກອບສ່ວນເສີມຂະຫຍາຍສາຍພົວ ພັນສອງຝ່າຍ ແລະ ການເຊື່ອມຕໍ່ລະ ຫວ່າງປະຊາຊົນສອງຊາດຂອງ ພວກເຮົາ. ການສະໜັບສະໜູນຂອງ ລັດຖະບານອົດສະຕຣາລີ ສຳລັບ ໂຄງການອາສາສະໝັກສາກົນໄດ້ ເລີ່ມຕົ້ນໃນປີ1963, ນັບແຕ່ນັ້ນມາ, ປະຊ າຊົນອົດສະຕຣາ ລີຫລາຍກວ່າ 16.000 ຄົນ ໄດ້ເປັນອາສາສະໝັກ ເພື່ອແບ່ງປັນທັກສະຂອງເຂົາເຈົ້າ ແລະ ສະໜັບສະໜູນເປົ້າໝາຍຂອງ ອົງການຈັດຕັ້ງຕ່າງໆໃນບັນດາ ປະເທດທົ່ວພາກພື້ນ. ການນຳພາຂອງພັກໃນໄລຍະປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດເປັນເວລາ 40 ກວ່າປີຜ່ານມາ ອັນໄດ້ເຮັດໃຫ້ປະເທດຊາດ ມີສະ ຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໄດ້ຮັບການປັບປຸງດີ ຂຶ້ນເທື່ອລະກ້າວ, ບົດບາດຂອງພັກລັດສປປລາວ ໄດ້ຮັບການເຊີດຊູນັບ ມື້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຈາກນັ້ນ, ສະຫາຍ ບຸນທາ ຊົງເຢີທ່າວ ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳໄດ້ ຫວນຄືນເຫດການປະຫວັດສາດ ແຫ່ງການຕໍ່ສູ້ຢ່າງພິລະອາດຫານ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດຄົບຮອບ 77 ປີ, ໃນບັ້ນຮົບປ້ອງກັນຕົວເມືອງ ທ່າແຂກຈາກພວກລ່າເມືອງຂຶ້ນຜູ້ ຮຸກຮານ ໃນວັນທີ 21 ມີນາ 1946 ຊຶ່ງໄດ້ກາຍເປັນກະແສຟອງປຸກລະ ດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮື້ຂຶ້ນຢ່າງເປັນຂະບວນ ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າ ເມືອງຂຶ້ນແບບເກົ່າ. ໂອກາດນີ້, ສະຫາຍ ໄພວີ ສີບົວລິພາ ໄດ້ໃຫ້ກຽດມອບໃບຢັ້ງ ຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ2022ແລະມອບ ບັດສະມາຊິກພັກສົມບູນຕື່ມອີກ. ຢາສູບຮູບແບບເກົ່າ ຂອງບໍລິສັດຜະ ລິດຢາສູບໃນຂອບເຂດທົ່ວປະເທດ ປີ 2023 ຈໍານວນ 54 ລ້ານກວ່າ ດວງ. ໃນນັ້ນ, ໄດ້ມາຈາກບໍລິສັດຢາ ສູບລາວ ຈໍາກັດຈໍານວນ 54ລ້ານ ດວງ ແລະ ບໍລິສັດ ຢາສູບລາວ ສາ ກົນ ຈໍາກັດ 8.449 ດວງ ໂດຍມີ ທ່ານ ນາງ ຈັນທະລາ ຫລ່ຽມໄມຕຣີ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະການເງິນກົມສ່ວຍສາອາກອນ, ທັງເປັນຄະນະກຳມະການຮັບຜິດ ຊອບການທຳລາຍສະແຕມຕິດຊອງ ຢາສູບຮູບແບບເກົ່າ, ມີຄະນະກຳມະ ການຈາກຫ້ອງການກະຊວງ, ກົມ ສ່ວຍສາອາກອນ, ກົມຄຸ້ມຄອງຊັບ ສິນແຫ່ງລັດ, ກົມກວດກາກະຊວງ ການເງິນ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມ. ການທຳລາຍສະແຕມຕິດ ຊອງ ຢາສູບຮູບແບບເກົ່າ ຂອງບໍລິສັດຜະ ລິດຢາສູບ ໃນຂອບເຂດທົ່ວປະເທດ ປີ 2023 ແມ່ນປະຕິບັດຕາມຂໍ້ຕົກ ລົງສະບັບເລກທີ 0770/ກງ,ລົງ ວັນທີ 16 ມີນາ 2023. ສ່ວນສິດ ແລະໜ້າທີ່ຂອງ ຄະນະ ດັ່ງກ່າວ, ແມ່ນຮັບຜິດຊອບການຈັດ ຕັ້ງປະຕິບັດການທໍາລາຍສະແຕມ ອາກອນຕິດຊອງຢາສູບຮູບແບບ ເກົ່າຂອງບໍລິສັດຜະລິດຢາສູບໃນ ຂອບເຂດທົ່ວປະເທດ ປີ 2023, ຄົ້ນຄວ້າຕົ້ນທຶນການຜະລິດສະແຕມ ທີ່ຖືກທຳລາຍ ຂອງແຕ່ລະບໍລິສັດໃຫ້ ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດຕາມນິຕິກຳທີ່ໄດ້ກຳ ນົດໄວ້ ແລະ ນຳສະເໜີຄະນະນຳກະ ຊວງການເງິນພິຈາລະນາ, ກຳນົດ ເວລາໃນການເຄື່ອນໄຫວວຽກງານ ດັ່ງກ່າວ ນັບແຕ່ເດືອນ ມີນາ 2023, ພາຍໃນ 15 ວັນລັດຖະການໃຫ້ ສໍາເລັດ ແລະ ພ້ອມທັງລາຍງານຜົນ ການກວດກາດັ່ງກ່າວຕໍ່ຄະນະນຳ ກະຊວງການເງິນ ແລະ ພ້ອມກັນຈັດ ຕັ້ງປະຕິບັດຢ່າງເຂັ້ມງວດ. ຂ່າວ-ພາບ: ກະຊວງການເງິນ ຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ, ເພື່ອສືບຕໍ່ເສີມຂະຫຍາຍມູນ ເຊື້ອ ແລະ ທາດແທ້ຂອງພັກເຂົ້າໃນ ການນຳພາ-ຊີ້ນຳຈັດຕັ້ງປະຕິບັດພາ ລະກິດປ່ຽນແປງໃໝ່ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີXI ຂອງພັກໃຫ້ສຳ ເລັດຜົນ, ເພື່ອສືບຕໍ່ບຸກທະລຸທາງ ດ້ານແນວຄິດຈິນຕະນາການ, ສ້າງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ-ຮອບດ້ານ, ສ້າງຄວາມຮັບ ຮູ້ທາງດ້ານແນວຄິດ ແລະ ການກະ ທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນດາ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ອາດເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນ ຂອງພະນັກງານ ແລະ ປະຊາຊົນ ບັນດາເຜົ່າຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ພ້ອມ ກັນນັ້ນ, ກໍເພື່ອໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນຜັນຂະຫຍາຍມູນເຊື້ອ ຂອງພັກ ເຂົ້າໃນການຈັດຕັ້ງປະຕິ ບັດບັນດາຄາດໝາຍສູ້ຊົນຂອງຂະ ແໜງການຂອງຕົນ ໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້, ເພື່ອສ້າງ ຄວາມຮັບຮູ້ຢ່າງເລິກເຊິ່ງເຖິງ ຄວາມປີຊາສາມາດ ແລະ ຄວາມສະ ຫລາດຫລັກແຫລມຂອງພັກເຮົາ ໃນການນໍາພາຂະບວນການຕໍ່ສູ້ປົດ ປ່ອຍຊາດ ກໍຄື ການນໍາພາປະຕິ ບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຕາມທິດສັງຄົມນິຍົມ ແລະ ເພື່ອພ້ອມກັນລະນຶກເຖິງຄຸນ ງາມຄວາມດີ ແລະ ນໍ້າໃຈເສຍສະ ຫລະອັນສູງສົ່ງ ຂອງບັນດານັກຮົບ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ ມີຫລາຍເຫດການປະຫວັດສາດ ຊຶ່ງ ປວງຊົນລາວ ທັງຊາດບໍ່ມີວັນລືມ. ໂອກາດນີ້, ທ່ານ ບຸນຂວາງ ທະວີສັກ ໄດ້ຍົກໃຫ້ເຫັນການກຳເນີດ ເກີດຂຶ້ນຂອງພັກ ປປ ລາວ ໃນແຕ່ ລະໄລຍະ, ພາລະກິດອັນພົ້ນເດັ່ນ ຂອງພັກ ປປ ລາວ ຕະຫລອດໄລຍະ 68 ປີ, ເສີມຂະຫຍາຍມູນເຊື້ອ, ທາດ ແທ້ຂອງພັກເຂົ້າໃນການຈັດຕັ້ງປະ ຕິບັດພາລະກິດປ່ຽນແປງໃໝ່ໃຫ້ ປາກົດຜົນເປັນຈິງ ແລະ ໄດ້ຍົກໃຫ້ ເຫັນເຖິງພັກນຳພາຂະບວນການ ຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂຶ້ນແບບເກົ່າ, ຂະບວນການຕໍ່ສູ້ຢ່າງພິລະອາດ ຫານຂອງທະຫານ ແລະ ປະຊາຊົນ ເມືອງທ່າແຂກ ແລະ ຄວາມໝາຍ ຄວາມສຳຄັນຂອງບັ້ນຮົບປ້ອງກັນ ຕົວເມືອງທ່າແຂກ. ຄວາມພະຍາຍາມ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງທີ່ຕິດ ພັນກັບການປົກປັກຮັກສາມູນມໍ ລະດົກ ແລະ ຄວາມຫລາກຫລາຍ ດ້ານວັດທະນະທຳ, ການສົ່ງເສີມ ການນຳໃຊ້ພາສາຝຣັ່ງ ຊຶ່ງເປັນໜຶ່ງ ໃນພາສາທາງການຂອງອົງການ ສະຫະປະຊາຊາດ ທີ່ມີການນຳໃຊ້ ຢ່າງກວ້າງຂວາງໃນທົ່ວໂລກ ໂດຍ ສະເພາະການສົ່ງເສີມການສຶກສາ ຕາມຫລັກສູດຫ້ອງຮຽນສອງພາ ສາລາວ-ຝຣັ່ງ ທີ່ມີຢູ່ໃນ 4 ແຂວງ ສຳຄັນຂອງ ສປປ ລາວ ຄື: ນະຄອນ ຫລວງວຽງຈັນ, ແຂວງຫລວງພະ ບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ມີປະສິດທິພາບ ຂຶ້ນ ເພື່ອເຮັດໃຫ້ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງ ຄົນລາວນັບມື້ນັບເພີ່ມຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານຜູ້ຕາງໜ້າຈາກ ອົງການຝຣັ່ງໂກໂຟນີສາກົນ ປະ ຈຳຂົງເຂດອາຊີ-ປາຊິຟິກ ກໍໄດ້ມີ ຄຳເຫັນຕໍ່ໂດຍມີເນື້ອໃນປິ່ນອ້ອມ ຫົວຂໍ້ຂອງການສະເຫລີມສະຫລອງ ວັນຝຣ່ັງໂກໂຟນີ ໃນປີນີ້ ແລະ ບົດ ບາດຂອງປະເທດຝຣັ່ງ ອົງການດັ່ງ ກ່າວ ໃນການຮ່ວມມື ແລະ ສະໜັບ ສະໜູນ ສປປ ລາວ ໃນໄລຍະ 1 ປີ ຜ່ານມາໂດຍສະເພາະໃນດ້ານການ ສຶກສາແລະການສົ່ງເສີມການຮຽນ- ການສອນພາສາຝຣັ່ງຢູ່ ສປປ ລາວ. ໃນພິທີ, ບັນດາຜູ້ເຂົ້າຮ່ວມຍັງ ໄດ້ຊົມການສະແດງສິລະປະ-ວັນນະ ຄະດີຂອງນ້ອງນັກຮຽນ-ນັກສຶກ ສາພາສາຝຣັ່ງ, ໄດ້ຢ້ຽມຊົມການ ວາງສະແດງຮູບພາບ ແລະ ຂໍ້ມູນ ຂ່າວສານກ່ຽວກັບການເຄື່ອນໄຫວ ກິດຈະກຳຕ່າງໆ ຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາ ຝຣັ່ງພາຍໃນແຂວງຈຳປາສັກ ໃນ ຂອບວຽກງານຝຣັງໂກໂຟນີ. ການຈັດຕັ້ງສະເຫລີມສະຫລອງ ວັນຝຣັ່ງໂກໂຟນີສາກົນ ຊຶ່ງກົງກັບ ວັນທີ20ມີນາຂອງທຸກໆປີເພື່ອເປັນ ການລະລຶກເຖິງວັນຄົບຮອບການ ສ້າງຕັ້ງອົງການດັ່ງກ່າວ, ໃນທຸກໆ ປີບັນດາປະເທດສະມາຊິກຂອງອົງ ການດັ່ງກ່າວທັງໝົດ 88 ປະເທດ ໃນທົ່ວໂລກ ໄດ້ພ້ອມກັນຈັດສະ ເຫລີມສະຫລອງວັນດັ່ງກ່າວເພື່ອຊຸກ ຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍ ໃນປະເທດຂອງຕົນ ຊຶ່ງ ສປປ ລາວ ນັບແຕ່ເຂົ້າເປັນສະມາຊິກສົມບູນ ຂອງອົງການຝຣ່ັງໂກໂຟນີສາກົນ ໃນປີ 1991 ເປັນຕົ້ນມາກໍໄດ້ມີການ ຈັດຕັ້ງພິທີທາງການ ເພື່ອສະເຫລີມ ສະຫລອງວັນດັ່ງກ່າວ ໃນທຸກໆປີ. ພ້ອມກັນນັ້ນ, ໃນທົ່ວປະເທດ ໂດຍ ສະເພາະຢູ່ບັນດາແຂວງທີ່ມີຫລັກ ສູດການຮຽນ-ການສອນພາສາ ຝຣັ່ງ ຄື: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງສະ ຫວັນນະເຂດ ແລະ ແຂວງຈຳປາ ສັກກໍຍັງມີການຈັດກິດຈະກຳຕ່າງໆ ສະເພາະພາຍໃນແຂວງຂອງຕົນ ເພື່ອສະຫລອງວັນດັ່ງກ່າວໃນທຸກໆ ປີອີກດ້ວຍ. ຂ່າວ-ພາບ: ກຕທ

xtgmf]k; 3 24/03/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ ໂດຍ: ໄໝຄຳຍ້ອມສິນ oEm5 d1kf,u 7j k gIq k7;o -j ;pda oIa dlk c]t .-h 1j k'xt1a f ph vo,u ra doerk x;'-q o]k;ma '-kf 9b j '-tot[A oIq [37;y f-19 1j k',u w- * ດັ່ງທີ່ຮູ້ກັນດີວ່າ ເລີ່ມແຕ່ທ້າຍ ປີ 2019 ປະເທດເຮົາກໍຜະເຊີນໜ້າ ກັບການລະບາດຂອງເຊື້ອພະຍາດ ໂຄວິດ-19; ຂະນະທີ່ຫລາຍປະເທດ ໃນໂລກກໍໄດ້ຮັບຜົນກະທົບຢ່າງໜັກ ຈາກການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ມີຜູ້ເສຍຊີວິດ ເປັນຈຳນວນຫລາຍ ແລະ ຍັງສົ່ງ ຜົນກະທົບຕໍ່ການພັດທະນາເສດຖະ ກິດ-ສັງຄົມ. ຢູ່ປະເທດເຮົາພາຍໃຕ້ ການນໍາພາອັນຖືກຕ້ອງສ່ອງໃສ່, ພັກໄດ້ວາງມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ດັ່ງກ່າວ ແຕ່ລະໄລຍະ ທີ່ສອດຄ່ອງກັບສະພາບການຕົວ ຈິງ ແລະ ໄດ້ຮັບການຮ່ວມມືສະໜັບ ສະໜູນຈາກທຸກພາກສ່ວນ ສາມາດ ນໍາພາປະຊາຊົນລາວ ເອົາຊະນະໃນ ບັ້ນຮົບກັບພະຍາດອັນຮ້າຍກາດໄດ້ ຢ່າງມີໄຊ. ດັ່ງທີ່, ທ່ານ ສີວັນໄຊ ຈັນທະ ວົງສັກ ຄະນະບໍລິຫານງານພັກກະ ຊວງສາທາລະນະສຸກ, ຜູ້ອຳນວຍ ການໂຮງໝໍແມ່ ແລະ ເດັກເກີດໃໝ່ ສູນກາງ ໄດ້ກ່າວບາງຜົນງານໃນ ການນໍາພາ-ຊີ້ນໍາຂອງພັກປະຊາ ຊົນປະຕິວັດລາວ ໃນໂອກາດວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955- 22/3/2023) ວ່າ: ໃຕ້ຄັນທຸງຂອງ ພັກ, ໃນຕະຫລອດ 68 ປີຜ່ານມາ ໄດ້ມີຜົນງານຫລາຍອັນພົ້ນເດັ່ນໜຶ່ງ ໃນນັ້ນກໍຄືການນໍາພາປວງຊົນລາວ ທັງຊາດ ດຳເນີນມາດຕະການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ເພື່ອ ປົກປ້ອງປະຊາຊົນທຸກຄົນ ໂດຍສະ ເພາະແມ່ຍິງຖືພາ ແລະ ເດັກເກີດໃໝ່ ຈາກພະຍາດອັນຮ້າຍແຮງນັ້ນ. ເຖິງວ່າການຕໍ່ສູ້ກັບພະຍາດນັ້ນ, ມີຄວາມຫຍຸ້ງຍາກສັບສົນ ແຕ່ພາຍ ໃຕ້ການນໍາພາອັນຖືກຕ້ອງສ່ອງ ໃສພັກ ໄດ້ວາງມາດຕະການອັນຖືກ ຕ້ອງໃນແຕ່ລະໄລຍະສອດຄ່ອງ ກັບສະພາບຕົວຈິງ ຢູ່ແຕ່ລະເຂດ/ ທ້ອງຖິ່ນ ບວກກັບການນໍາພາປະຕິ ບັດແນວທາງການຕ່າງປະເທດອັນ ຖືກຕ້ອງພັກ-ລັດຖະບານໄດ້ມີການ ຮ່ວມມື ແລະ ສະໜັບສະໜູນຈາກ ບັນດາປະເທດເພື່ອນມິດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ ສາມາດ ນໍາພາປວງຊົນລາວທັງຊາດ ເອົາ ຊະນະໃນບັ້ນຮົບກັບພະຍາດໂຄ ວິດ-19ໄດ້ແລະ ໄດ້ຟື້ນຟູຊີວິດການ ເປັນຢູ່ໃຫ້ປວງຊົນລາວໃນທຸກດ້ານ ດີຂຶ້ນເທື່ອລະກ້າວ ຈົນມາເຖິງທຸກ ວັນນີ້ ປະຊາຊົນລາວ ໄດ້ດຳລົງຊີ ວິດປົກກະຕິແບບໃໝ່ ແລະ ມີຊີວິດ ດີຂຶ້ນເທື່ອລະກ້າວ. ໃນຜົນງານອັນພົ້ນເດັ່ນນັ້ນ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ສູນ ກາງພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ ເວົ້າລວມ, ເວົ້າສະເພາະ ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງ ອົງຄະນະພັກກະຊວງສາທາລະນະ ສຸກ ໂຮງໝໍແມ່ ແລະ ເດັກເກີດໃໝ່ ສູນກາງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິ ບັດບັນດາມາດຕະການ, ເປັນເຈົ້າ ການໃນການປົກປ້ອງແມ່ຍິງຖືພາ ແລະ ເດັກເກີດໃໝ່ ຈາກພະຍາດ ໂຄວິດ-19 ແລະ ໄດ້ປິ່ນປົວຮັກສາ ແມ່ຍິງຖືພາ ແລະ ເດັກເກີດໃໝ່ ທີ່ມີ ເຊື້ອພະຍາດດັ່ງກ່າວ. ປັດຈຸບັນ, ພະ ຍາດດັ່ງກ່າວໄດ້ເບົາບາງແລ້ວ ແຕ່ ພວກເຮົາຍັງມີສະຕິລະວັງຕົວ, ປົກ ປ້ອງແມ່ຍິງຖືພາ ແລະ ເດັກເກີດໃໝ່ ຈາກພະຍາດດັ່ງກ່າວ ລວມທັງພະ ຍາດອື່ນໆ ໄປຄຽງຄູ່ກັບການຈັດ ຕັ້ງປະຕິບັດວິຊາສະເພາະຂອງຕົນ ຕາມການມອບໝາຍຂອງພັກ-ລັດ ຖະບານ ໃນນາມທີ່ເປັນໜ່ວຍງານວິ ຊາການໜຶ່ງ ທີ່ໄດ້ຮັບຄວາມເອົາໃຈ ໃສ່ ໂດຍຖືເອົາວຽກງານແມ່ ແລະ ເດັກ ເປັນວຽກບຸລິມະສິດ ຕັ້ງໜ້າ ປະກອບສ່ວນຊ່ວຍໃຫ້ອັດຕາການ ເສຍຊີວິດຂອງແມ່ ແລະ ເດັກນ້ອຍ ຫລຸດລົງຕາມທີ່ໄດ້ກຳນົດໃນ11ຕົວ ຊີ້ວັດຂອງວຽກງານສາທາລະນະ ສຸກ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລ້ວນັ້ນ ໃຫ້ບັນລຸຕາມເປົ້າໝາຍທີ່ ວາງໄວ້. * ໃນສັງຄົມທີ່ມີການນຳໃຊ້ເຄື່ອງ ມືສືສານທີ່ທັນສະໄໝນີ້ ມີຫລາຍ ສິ່ງຫລາຍຢ່າງທີ່ເກີດຂຶ້ນທັງອັນດີ ແລະ ສິ່ງທີ່ເປັນປາກົດການຫຍໍ້ທໍ້ໃນ ສັງຄົມ. ເວົ້າສະເພາະບັນຫາປາກົດ ການຫຍໍ້ທໍ້ ກໍມີຫລາຍຮູບແບບເກີດ ຂຶ້ນເຊັ່ນ: ການລັກຂໍ້ມູນສ່ວນຕົວ ຂອງຄົນອື່ນໄປນຳໃຊ້ໃນທາງທີ່ບໍ່ ດີ, ການເຜີຍແຜ່ຂໍ້ມູນຂ່າວສານໃນ ທາງທີ່ບິດເບືອນຄວາມຈິງ (ຂ່າວ ປອມ)ແລະອື່ນໆ.ການເຜີຍແຜ່ຂໍ້ມູນ ຂ່າວສານ (ຂ່າວປອມ) ຜ່ານສື່ສັງ ຄົມອອນລາຍຕ່າງໆນັ້ນ ແມ່ນມີ ຄວາມຜິດຕໍ່ລະບຽບກົດໝາຍ ໂດຍ ສະເພາະແມ່ນກົດໝາຍວ່າດ້ວຍການ ຕ້ານອາດຊະຍາກຳທາງຄອມພິວ ເຕີໃນມາດຕາ6ໄດ້ລະບຸໄວ້ກ່ຽວກັບ ການສະໜອງຂໍ້ມູນທາງຄອມພິວເຕີ ທີ່ບໍ່ຖືກຕ້ອງໝາຍເຖິງ: ບຸກຄົນ, ນິຕິ ບຸກຄົນ ຫລື ການຈັດຕັ້ງທີ່ສະໜອງ ຂໍ້ມູນທາງຄອມພິວເຕີ ແລະ ອຸປະ ກອນເອເລັກໂຕນິກທີ່ບໍ່ຖືກຕ້ອງຊຶ່ງ ປະກອບຂໍ້ມູນດັ່ງນີ້: ຂໍ້ມູນຄອມພິວ * ວັນທີ 22 ມີນາ ຂອງທຸກໆປີ ເປັນວັນນ້ຳໂລກ (WorldWater Day) ຫລື ວັນອະນຸລັກນໍ້າໂລກ ຊຶ່ງຖືວ່າເປັນວັນສຳຄັນອີກວັນໜຶ່ງ ຂອງມວນມະນຸດ ເພາະມະນຸດເຮົາ ຕ້ອງໃຊ້ຊັບພະຍາກອນນີ້ໃນການ ດຳລົງຊີວິດຊັບພະຍາກອນທີ່ວ່າ ກໍ ຄື “ນ້ຳ”ໂດຍວັນນໍ້າໂລກມີຈຸດເລີ່ມ ຕົ້ນມາຈາກກອງປະຊຸມສິ່ງແວດ ລ້ອມ ແລະ ການພັດທະນາແຫ່ງສະ ຫະປະຊາຊາດ ທີ່ເມືອງຣິໂອ ເດິ ຈາເນໂຣ ປະເທດເບຣຊິນ ໃນວັນທີ 22 ມີນາ 1992 ໂດຍການຄຳນຶງ ເຖິງການໃຊ້ຊັບພະຍາກອນນ້ຳຂອງ ມວນມະນຸດ ຈຶ່ງເກີດມີຄວາມຄິດທີ່ ຈະຈັດກິດຈະກຳທີ່ເປັນແຜນແມ່ ບົດໃຫ້ປະເທດຕ່າງໆທົ່ວໂລກໄດ້ ເຝົ້າລະວັງຊັບພະຍາກອນນ້ຳໃນປະ ເທດນັ້ນໆ ແລະ ໃນວັນດຽວກັນສະ ມັດຊາ ແຫ່ງສະຫະປະຊາຊາດ ກໍໄດ້ອອກປະກາດ ໃຫ້ວັນທີ 22 ມີນາ ຂອງທຸກໆປີເປັນ ວັນນໍ້າໂລກ (World Water Day) ເພື່ອລະ ນຶກເຖິງຄວາມສຳຄັນຂອງນໍ້າເພາະ ນໍ້າເປັນຄວາມຕ້ອງການຂັ້ນພື້ນ .-h lnj la '7q ,vvo]kp 1j k',u lt8y [+ gxa ogspnj vgzu pczj 0j k;xv, (ເນື່ອງໃນໂອກາດວັນນໍ້າໂລກ 22 ມີນາ) ຖານຂອງສິ່ງທີ່ມີຊີວິດທຸກຊະນິດ ໃນໂລກ ອີກທັງຍັງກະຕຸ້ນໃຫ້ມວນ ມະນຸດ ຕື່ນຕົວໃນເລື່ອງການອະນຸ ລັກນ້ຳ ຊ່ວຍກັນເບິ່ງແຍງບຳລຸງ ຮັກສາການພັດທະນາແຫລ່ງນ້ຳ ແລະ ການຈັດການຊັບພະຍາກອນ ນ້ຳຈືດແບບຍືນຍົງສຳລັບອະນາ ຄົດ ຈາກການທີ່ນ້ຳຈືດຂອງໂລກ ຂາດແຄນຫລາຍຂຶ້ນ. ໃນປີ 1992 ສະມັດຊາສະຫະ ປະຊາຊາດໄດ້ປະກາດໃຫ້ວັນທີ 22 ມີນາຂອງທຸກໆປີເປັນວັນນ້ຳໂລກ ໂດຍເລີ່ມຕົ້ນໃນປີ 1993 ເປັນປີທຳ ອິດແລະເຊີນຊວນໃຫ້ປະເທດຕ່າງໆ ຮັບເປັນວັນສິ່ງແວດລ້ອມຂອງ ຊາດ. ການຮຽກຮ້ອງໃຫ້ປະຊາຄົມ ໂລກໃຊ້ນ້ຳຢ່າງມີຄວາມຮັບຜິດ ຊອບ ເພື່ອໃຫ້ທຸກຄົນສາມາດມີນ້ຳ ດື່ມນ້ຳໃຊ້ຢ່າງເທົ່າທຽມກັນໃນລາ ຄາທີ່ຫາຊື້ໄດ້ ແລະ ສິ່ງທີ່ທ້າທາຍ ກໍຄືການຈັດກິດຈະກຳເພື່ອການອະ ນຸລັກນ້ຳ ຄຸນນະພາບຂອງນ້ຳ ແລະ ປະລິມານນ້ຳ ນອກຈາກນີ້, ຍັງຈະ ຕ້ອງມີການສ້າງຈິດສຳນຶກໃຫ້ເກີດ ຂຶ້ນທົ່ວໂລກວ່າ ນ້ຳເປັນສິ່ງສຳຄັນ ແລະ ມີບົດບາດໃນການພັດທະນາ ທີ່ຍືນຍົງ. ດັ່ງນັ້ນ, ທົ່ວໂລກຕ້ອງຍົກ ລະດັບຄວາມຮູ້ໃນການໝູນວຽນ ນຳນ້ຳມາໃຊ້ໃໝ່ ແລະ ການເພີ່ມນິ ໄສຕໍ່ການຈັດການຊັບພະຍາກອນ ນ້ຳທີ່ຫາຍາກນີ້ ຊຶ່ງທັງໝົດຈະບັນ ລຸຜົນໄດ້ດ້ວຍການດຶງສະຕິປັນຍາ ຂອງມວນມະນຸດອອກມາໃຊ້ ແລະ ສົ່ງເສີມວັດທະນະທຳການອະນຸລັກ ນ້ຳ. ເຖິງແມ່ນວ່າພື້ນທີ່ 2/3 ຂອງ ໂລກຈະເປັນນ້ຳ ແຕ່ສ່ວນໃຫຍ່ເປັນ ນ້ຳເຄັມທີ່ພົບໄດ້ໃນທະເລ ແລະ ມະ ຫາສະໝຸດຄິດສະເລ່ຍ 97,5% ສ່ວນອີກ2,5%ເປັນນ້ຳຈືດຊຶ່ງສ່ວນ ໃຫຍ່ເປັນນ້ຳກ້ອນບໍລິເວນແອນ ຕາກຕິກາ ແລະ ກຣີນແລນ ລວມໄປ ເຖິງນ້ຳໃຕ້ດິນທີ່ບໍ່ສາມາດນຳມາ ໃຊ້ໄດ້. ແຫລ່ງນ້ຳຈືດທີ່ນຳມາດື່ມ ແລະ ນຳມາໃຊ້ ແມ່ນໄດ້ມາຈາກທະ ເລສາບ, ອ່າງເກັບນ້ຳ, ແມ່ນ້ຳ ແລະ ຫ້ວຍນ້ຳຊຶ່ງມີຈຳນວນພຽງ0,26% ຂອງນ້ຳຈືດທີ່ມີຢູ່ທັງໝົດ ແລະ ນ້ຳ ຈືດໃນປະລິມານດັ່ງກ່າວຍັງມີສ່ວນ ໜຶ່ງທີ່ຢູ່ໃນສະພາບປົນເປື້ອນແລະມີ ສານພິດຕ້ອງນຳມາບຳບັດກ່ອນ ນຳມາໃຊ້. ວັນນ້ຳໂລກ ວັນທີ 22 ມີ ນາທຸກໆປີພວກເຮົາທຸກຄົນຄວນໃຫ້ ຄວາມສຳຄັນຕໍ່ນ້ຳ ໂດຍອົງການ ສະຫະປະຊາຊາດຈະກຳນົດຫົວຂໍ້ ຂອງວັນອະນຸລັກນ້ຳໂລກໃນແຕ່ລະ ປີແຕກຕ່າງກັນອອກໄປຊຶ່ງຫົວຂໍ້ຂອງ ປີນີ້ຄື “ການເລັ່ງການປ່ຽນແປງ” (Accelerating Change). ການຄົ້ນຄວ້າວິທີແກ້ໄຂທໍາ ມະ ຊາດ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນ ສະຕະວັດທີ 21 ຄວາມເສຍຫາຍ ດ້ານສິ່ງແວດລ້ອມຄຽງຄູ່ກັບການ ປ່ຽນແປງສະພາບອາກາດເຮັດໃຫ້ ເກີດໄພທິບັດທີ່ກ່ຽວຂ້ອງກັບນ້ຳທີ່ ພວກເຮົາເຫັນທົ່ວໂລກ. ໄພນ້ຳ ຖ້ວມ, ໄພແຫ້ງແລ້ງແລະມົນລະພິດ ທາງນ້ຳແມ່ນຮ້າຍແຮງກວ່າເກົ່າ ຖ້າພວກເຮົາບໍ່ສົນໃຈກັບລະບົບ ນິເວດ ມັນຍາກທີ່ຈະໃຫ້ທຸກຄົນ ມີນ້ຳສະອາດໃຊ້ຕາມທີ່ພວກເຮົາ ຕ້ອງການ ເພື່ອຄວາມຢູ່ລອດ ແລະ ເຕີບໂຕ. ບັນດາວິທີແກ້ໄຂໄພທຳມະ ຊາດມີທ່າແຮງທີ່ຈະແກ້ໄຂສິິ່ງທ້າ ທາຍດ້ານນ້ຳ ພວກເຮົາຈຳເປັນຕ້ອງ ມີພື້ນຖານໂຄງລ່າງ “ສີຂຽວ” ໃຫ້ ຫລາຍ, ການປູກຕົ້ນໄມ້, ການເຊື່ອມ ຕໍ່ກັບແມ່ນ້ຳໃນພື້ນທີ່ນ້ຳຖ້ວມ ແລະ ການຟື້ນຟູດິນຈະເຮັດໃຫ້ມີການປັບ ປຸງຮອບວຽນນ້ຳ ແລະ ປັບປຸງສຸຂະ ພາບການດຳລົງຊີວິດຂອງມະນຸດ. ເຕີ ຫລື ອຸປະກອນເອເລັກໂຕນິກທີ່ ນຳໃຊ້ກະທຳຜິດ, ຂໍ້ມູນລັບຂອງອົງ ການຈັດຕັ້ງ, ຂໍ້ມູນດ້ານຄວາມໝັ້ນ ຄົງຂອງຊາດ, ຂໍ້ມູນທາງດ້ານການ ຄ້າ, ຂໍ້ມູນທຸລະກຳທາງການເງິນ, ຂໍ້ ມູນທີ່ມີລັກສະນະທຳລາຍການປະ ຕິບັດງານຂອງລະບົບຄອມພິວເຕີ, ຂໍ້ມູນທີ່ເປັນສິ່ງລາມົກອານາຈານ, ຂໍ້ມູນການຕັດຕໍ່ເນື້ອໃນ, ຮູບພາບ, ການເຄື່ອນໄຫວ, ສຽງ ແລະ ວີດີໂອ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງຈະຖືກ ປັບໃໝແຕ່ 1.500.000 ກີບ ຫາ 2.000.000ກີບ. ສ່ວນການຈັດຕັ້ງ ປະຕິບັດມາດຕະການດັ່ງກ່າວທາງ ກະຊວງໄປສະນີໂທລະຄົມມະນາ ຄົມ ແລະ ການສື່ສານ ໄດ້ມອບໃຫ້ ສູນສະກັດກັນ, ແກ້ໄຂສຸກເສີນທາງ ຄອມພິວເຕີ ສົມທົບກັບຂະແໜງ ການອື່ນທີ່ກ່ຽວຂ້ອງຈັດຕັ້ງປະຕິ ບັດຢ່າງເຂັ້ມງວດ. ຢ່າງໃດກໍດີ, ສື່ສັງຄົມອອນລາຍ ເປັນສັງຄົມທີ່ກວ້າງ ຖ້າຜູ້ໃຊ້ຂາດວິ ຈາລະນາຍານໃນການຊົມໃຊ້ ອາດ ເຮັດໃຫ້ຖືກບຸກຄົນ ຫລື ກຸ່ມຄົນທີ່ ບໍ່ຫວັງດີ ນຳໃຊ້ເປັນເຄື່ອງມືເພື່ອ ຫລອກລວງ ເຮັດໃຫ້ເກີດຄວາມ ເສຍຫາຍ. ນອກຈາກນັ້ນຍັງມີບາງ ກຸ່ມຄົນໃຊ້ປຸກລະດົມຊວນເຊື່ອ, ສ້າງ ຄວາມຂັດແຍ່ງລະຫວ່າງບຸກຄົນ ຫລືກຸ່ມຄົນທີ່ກະທົບເຖິງສິນທຳ,ວັດ ທະນະທຳ, ແນວທາງການເມືອງ, ເສດຖະກິດ-ສັງຄົມແລະສິດທິສ່ວນ ບຸກຄົນ, ສາມາດນຳໃຊ້ເປັນເຄື່ອງ ມືໃນການກໍ່ອາຊະຍາກໍາ ໄດ້ຫລາຍ ຮູບແບບ ແລະ ຍັງສາມາດນຳໄປ ສູ່ການເສບຕິດສື່ສັງຄົມອອນລາຍ ໂດຍເຮັດໃຫ້ເສຍເວລາ, ສຸຂະພາບ, ວຽກງານ ແລະ ການຮຽນ. ດັ່ງນັ້ນ ເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ ສື່ສັງຄົມອອນລາຍຢ່າງຖືກຕ້ອງ ແລະສ້າງສັນເພື່ອບໍ່ໃຫ້ເປັນໂທດແກ່ ຕົນເອງ ເພາະຖ້າມີການກະທຳຜິດ ແລະ ເກີດເປັນຄະດີອາດສ້າງຄວາມ ເສຍຫາຍທາງດ້ານຊັບສິນ ຫລື ເຖິງ ຂັ້ນເສຍອິດສະລະພາບໄດ້ແລະ ເຮົາ ທຸກຄົນຕ້ອງເປັນເຈົ້າການຊ່ວຍສຶກ ສາອົບຮົມ, ແນະນໍາຄອບຄົວ ແລະ ໝູ່ເພື່ອນໃຫ້ພິຈາລະນາຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງ ຄົມອອນລາຍ.

RkJQdWJsaXNoZXIy MTc3MTYxMQ==