5585

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 23/03/2023 xtgmf]k; 4 3]d c]t gsfdko *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກສະບັບກ່ອນ *** dkoIj ;,,n 0v'[a ofkxtgmfrkdrN ovj k'c,j oE0v' ຄະນະກຳມະການແມ່ນໍ້າຂອງໄດ້ ຄົງຕົວຢູ່ຈົນຮອດທ້າຍຊຸມປີ 1970 ກໍໄດ້ເກີດການປ່ຽນແປງສຳຄັນຂຶ້ນ. ໃນ ປີ 1977, ເນື່ອງຈາກສະພາບຄວາມບໍ່ ໝັ້ນຄົງດ້ານການເມືອງພາຍໃນປະ ເທດ; ກຳປູເຈຍ ໄດ້ຂໍຖອນຕົວຈາກ ການເປັນສະມາຊິກຂອງຄະນະກຳມະ ການແມ່ນ້ຳຂອງ. ສະນັ້ນ, ສາມປະເທດ ທີ່ຍັງເຫລືອຄື ສປປ ລາວ,ໄທ ແລະ ຫວຽດນາມ ຈຶ່ງໄດ້ຮັບຮອງເອົາທຳມະ ນູນໃໝ່ເພື່ອສ້າງຕັ້ງເປັນຄະນະກຳມະ ການແມ່ນ້ຳຂອງ ຊົ່ວຄາວ (Interim Mekong Committee ຂຶ້ນມາແທນ ທີ່ໃນປີ 1978. ພໍເຖິງປີ 1991 ກໍໄດ້ມີການປ່ຽນ ແປງສຳຄັນຂຶ້ນອີກຄັ້ງ, ເມື່ອກຳປູເຈຍ ສະເໜີຂໍກັບເຂົ້າເປັນສະມາຊິກ. ບັນ ດາປະເທດສະມາຊິກ ຈຶ່ງໄດ້ມີການປຶກ ສາຫາລືກັນຢ່າງຍືດເຍຶ້ອ ເຊິ່ງນຳໄປສູ່ ການເຊັນສັນຍາແມ່ນ້ຳຂອງໃນປີ 1995, ວ່າດ້ວຍການຮ່ວມມືເພື່ອການ ພັດທະນາແບບຍືນຍົງໃນອ່າງແມ່ ນ້ຳຂອງ. ສັນຍາ 1995 ແມ່ນການຫວນຄືນ ມາຂອງຄະນະກຳມະການແມ່ນ້ຳຂອງ ໃນຊື່ໃໝ່ທີ່ຮຽກວ່າຄະນະກຳມາທິການ ແມ່ນ້ຳຂອງສາກົນ (Mekong River Commission) ເຊິ່ງບໍ່ໄດ້ຢູ່ພາຍໃຕ້ ຮົ່ມເງົາຂອງ ECAFE/ESCAP ແລະ UNDP ອີກຕໍ່ໄປ. ບັນດາມາດຕາ ຂອງສັນຍາໄດ້ມອບຄວາມຮັບຜິດຊອບ ໃນການຄຸ້ມຄອງໃຫ້ສະພາມົນຕີຂອງ ບັນດາປະເທດສະມາຊິກເປັນຜູ້ຄຸ້ມ ຄອງເອງ. ໂດຍຫລັກແລ້ວ ບັນດາມາດຕາ ໃນສັນຍາ 1995 ຍັງຄົງຢຶດໝັ້ນໃນ “ຈິດວິນຍານເດີມແຫ່ງແມ່ນ້ຳຂອງ”, ແຕ່ໄດ້ຫັນຈຸດສຸມຈາກການພັດທະນາ ໂຄງການຂະໜາດໃຫຍ່ມາເປັນການ ພັດທະນາແບບຍືນຍົງ ແລະ ການຄຸ້ມ ຄອງຊັບພະຍາກອນນໍ້າ ແລະກ່ຽວ (ຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4, ທີ່ນະຄອນຫລວງວຽງຈັນ ໃນວັນທີ 2-5 ເມສາ 2023) ຂ້ອງກັບນໍ້າ. ນັບແຕ່ມີສົນທິສັນຍາ 1995 ເປັນ ຕົ້ນມາ, ຄະນະກຳມາທິການແມ່ນ້ຳ ຂອງສາກົນ ໄດ້ມີຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດສັນຍາຢ່າງຄ່ອຍ ເປັນຄ່ອຍໄປແຕ່ໝັ້ນຄົງ. ບັນດາປະເທດ ສະມາຊິກໄດ້ມີການເຊັນລະບຽບການ ຕ່າງໆ ເຊັ່ນ ກ່ຽວກັບການແບ່ງປັນ ແລະ ແລກປ່ຽນຂໍ້ມູນຂ່າວສານ, ຍຸດທະ ສາດການຄຸ້ມຄອງ ແລະ ບັນເທົາອຸທົກ ກະໄພ ແລະ ການເຮັດບົດບັນທຶກຄວາມ ເຂົ້າໃຈກັບ ສປ ຈີນກ່ຽວກັບການແລກ ປ່ຽນຂໍ້ມູນອຸທົກກະສາດ ແລະ ອື່ນໆ. ປະເດັນຕົ້ນຕໍໃນວຽກງານຂອງ ຄະ ນະກຳມາທິການ ແມ່ນ້ຳຂອງສາກົນ ກໍ່ຄືການສ້າງຄວາມເປັນເອກະພາບ ລະຫວ່າງບັນດາປະເທດສະມາຊິກ ໃນ ບັນຫາກ່ຽວກັບການນຳໃຊ້ນ້ຳ, ປະລິ ມານນ້ຳ ແລະ ຄຸນນະພາບນ້ຳ. ຄະນະກຳມາທິການແມ່ນ້ຳຂອງສາ ກົນໄດ້ສະໜອງຕອບຕໍ່ບັນຫາດັ່ງກ່າວ ດ້ວຍຍຸດທະສາດການພັດທະນາເຂື່ອນ ໄຟຟ້າພະລັງງານນ້ຳ ໂດຍອີງຕາມ ຫລັກການທີ່ຮັບຮູ້ເຖິງຄວາມຕ້ອງການ ແລະ ສິດຂອງຜູ້ຊົມໃຊ້ ທີ່ຫລາກຫລາຍ, ຄຸນຄ່າຂອງການມີສ່ວນຮ່ວມຂອງ ມະຫາຊົນໃນການວາງແຜນ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຊັ່ນ ດຽວກັນ, ຄວາມຮູ້ທີ່ສະສົມຈາກການ ດໍາເນີນງານໃນອະດີດທີ່ຈະປ້ອງກັນ ນ້ຳຖ້ວມໄດ້ນຳໄປສູ່ຄວາມເຂົ້າໃຈທີ່ ກວ້າງຂວາງຂຶ້ນ ເພື່ອການຄຸ້ມຄອງ ແລະ ບັນເທົາອຸທົກກະໄພໃນປັດຈຸບັນ. ເມື່ອມີແນວຄວາມຄິດອັນໃໝ່ໄດ້ ຄ່ອຍປາກົດຂຶ້ນ, ຜູ້ຄົນໃນອ່າງແມ່ນໍ້າ ຂອງ ແລະ ໃນທົ່ວໂລກກໍໄດ້ເລີ່ມມອງ ເຫັນວ່າທຳມະຊາດ ແລະ ສິ່ງແວດລ້ອມ ເປັນວົງຈອນແຫ່ງລະບົບການປະ ຕິສຳພັນທີ່ສັບສົນທີ່ເຮົາຄວນຕ້ອງ ຮຽນຮູ້ ເພື່ອຈະໄດ້ຮ່ວມກັນຄຸ້ມຄອງ; ແຕ່ບໍ່ແມ່ນເພື່ອຂຸດຄົ້ນ ແລະ ກອບໂກຍ ເອົາພຽງຢ່າງດຽວ. ແຜນພັດທະນາອ່າງແມ່ນ້ຳ ຂອງ ແມ່ນຂະບວນການວາງແຜນແບບທົ່ວ ອ່າງຮັບນໍ້າແທນທີ່ຈະເປັນບັນຊີລາຍ ຊື່ລະອຽດຂອງບັນດາໂຄງການຕ່າງໆ. ການວາງແຜນການຈະຕ້ອງເປັນທີ່ ຍອມຮັບໂດຍບັນດາກຸ່ມຜູ້ມີສ່ວນໄດ້ ຫລື ເສຍຜົນປະໂຫຍດ (stakeholder) ທີ່ກວ້າງຂວາງ ແລະ ຫລາກ ຫລາຍກວ່າ ທີ່ເຄີຍເປັນມາໃນອະດີດ, ໂຄງສ້າງການຈັດຕັ້ງຂອງຄະນະກຳ ມາທິການເອງກໍ່ໄດ້ມີການປ່ຽນແປງ ຢ່າງເຖິງກົກເຖິງຮາກ ເພື່ອວາງພື້ນ ຖານໃຫ້ກາຍເປັນອົງການຄຸ້ມຄອງ ອ່າງແມ່ນ້ຳທີ່ປັບທັນສະພາບຕາມຍຸກ ສະໄໝ. lh k'7;k,g0A ,c0'.sh w;|5j ,cdh w0[a osk dko4n rk c]t dkoc8j ''kodj vow; ຂປລ. ເມ່ືອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ ຕາງໜ້າ ໂດຍ ທ່ານ ສຸລິນທາ ນາລິນ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ແລະ ທ່ານນາງ ແຄໂຣລ ໂມເທັນຊັນ ຜູ້ອໍານວຍການ ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ຮ່ວມລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດ ໂຄງການໃໝ່ຄື: ໂຄງການສົ່ງເສີມ ຄວາມຮູ້ດ້ານເພດສຶກສາແບບມີ ສ່ວນຮ່ວມ ແລະ ປັບປຸງຂອດການ ບໍລິການດ້ານສຸຂະພາບໃຫ້ເກີດປະ ໂຫຍດແກ່ໄວໜຸ່ມໃນໂຮງຮຽນມັດ ທະຍົມ ແລະ ໄວໜຸ່ມທີ່ປະລະການ ຮຽນ ໃນເມືອງປາກທາ ແຂວງບໍ່ ແກ້ວ ເຊິ່ງຈະປະກອບສ່ວນ ໂດຍກົງ ແລະ ເປັນປະໂຫຍດແກ່ໄວໜຸ່ມ,ຄູ ອາຈານ, ພໍ່-ແມ່ນັກຮຽນ, ພະນັກ ງານສາທາລະນະສຸກ ແລະ ອຳ ນາດການປົກຄອງຂັ້ນບ້ານປະມານ 3.437 ຄົນໃນ 15 ບ້ານ, ໂຮງຮຽນ ມັດທະຍົມ 7 ແຫ່ງ ແລະ ສຸກສາລາ 6 ແຫ່ງໃນເມືອງ ເປົ້າໝາຍ. ນອກ ຈາກນີ້ຍັງຈະມີຜູ້ໄດ້ຮັບຜົນປະ ໂຫຍດທາງອ້ອມປະມານ 6.638 ຄົນ ໃນຊຸມຊົນດັ່ງກ່າວ. ໂຄງການດັ່ງກ່າວ, ມີເປົ້າໝາຍ ໃນການສ້າງຄວາມສາມາດ ໃນ ການສົ່ງມອບຄວາມຮູ້ແລະຕິດຕາມ ການຮຽນຮູ້ເພດສຶກສາແບບມີສ່ວນ ຮ່ວມໃຫ້ແກ່ຄູ່ຮ່ວມງານພາກລັດ ພາຍໃຕ້ແຜນພັດທະນາຂະແໜງ ການສຶກສາ ແລະ ກິລາ 20212025 ເພື່ອເຜີຍແຜ່ຄວາມຮູ້ດ້ານ ເພດສຶກສາແບບມີສ່ວນຮ່ວມ, ປັບ ປຸງຂອດການບໍລິການດ້ານສຸຂະ ພາບ ແລະ ຫລຸດຜ່ອນອັດຕາການ ປະລະການຮຽນຍ້ອນການແຕ່ງ ງານກ່ອນໄວ ແລະ ການຖືພາໃນໄວ ໜຸ່ມໃນໂຮງຮຽນມັດທະຍົມ. ທ່ານ ນາງ ໂມເທັນຊັນ ໄດ້ກ່າວ ວ່າ: ພວກເຮົາພູມໃຈທີ່ ໄດ້ເປັນສ່ວນ ໜຶ່ງ ໃນການປະກອບສ່ວນເຂົ້າໃນ ວຽກງານບູລິມະສິດຂອງລັດຖະ ບານລາວ ໂດຍສະເພາະການສົ່ງ ເສີມຄວາມຮູ້ດ້ານເພດສຶກສາແບບ ມີສ່ວນຮ່ວມ ແລະ ປັບປຸງຂອດການ ບໍລິການດ້ານສຸຂະພາບໃຫ້ເກີດປະ ໂຫຍດແກ່ໄວໜຸ່ມໃນໂຮງຮຽນມັດ ທະຍົມ ແລະ ໄວໜຸ່ມທີ່ປະລະການ ຮຽນດ້ວຍການເຮັດວຽກກັບໄວ ໜຸ່ມ, ຜູ້ເບິ່ງແຍງເດັກ ແລະ ຜູ້ທີ່ມີອຳ ນາດໃນການຕັດສິນໃຈ ເພື່ອຮັບປະ ກັນສຸຂະພາບຈະເລີນພັນ ແລະ ສິດ ທິພື້ນຖານຂອງພວກເຂົາເຈົ້າ. ພວກ ເຮົາມີຄວາມຍິນດີທີ່ຈະຮ່ວມມືກັບ ບັນດາກະຊວງ ແລະ ອົງການຈັດ ຕັ້ງທາງສັງຄົມທີ່ກ່ຽວຂ້ອງ ເພື່ອ ເສີມສ້າງຄວາມສາມາດຂອງຄູ່ ຮ່ວມງານ ໃນການສ້າງໂລກໃຫ້ມີ ຄວາມຍຸຕິທໍາສໍາລັບໄວໜຸ່ມ ແລະ ເດັກນ້ອຍໂດຍສະເພາະແມ່ນເດັກຍິງ ແລະ ໄວໜຸ່ມຍິງ ເພື່ອຮັບປະກັນວ່າ ພວກເຂົາສາມາດນໍາພາ ແລະ ຕັດ ສິນໃຈກ່ຽວກັບຮ່າງກາຍ ແລະ ສິດ ທິຂອງພວກເຂົາເຈົ້າ. ໃນຊຸມປີຜ່ານມາ, ອັດຕາການ ແຕ່ງງານກ່ອນໄວ ແລະ ການຖືພາ ໃນໄວໜຸ່ມ ຢູ່ໃນ ສປປ ລາວ ຍັງສູງ ຢູ່, ສິ່ງດັ່ງກ່າວນີ້ໄດ້ສົ່ງຜົນສະທ້ອນ ເຖິງຄວາມອາດສາມາດຂອງເດັກ ຍິງ ໃນການເຂົ້າຮຽນ ແລະ ຮຽນຕໍ່ ຊັ້ນມັດທະຍົມຕອນປາຍ. ປັດຈຸບັນ, ເດັກຍິງໃນຊັ້ນມັດທະຍົມຕອນປາຍ ທີ່ມີອາຍຸລະຫວ່າງ 15-17 ປີ ປະມານ 41.8% ແມ່ນປະລະການ ຮຽນ ເມື່ອທຽບໃສ່ເດັກຊາຍໃນເກນ ອາຍຸດຽວກັນແມ່ນມີພຽງ 34.8%. ສາເຫດຫລັກທີ່ເຮັດໃຫ້ຕົວເລກ ການປະລະການຮຽນຍັງສູງກໍເນື່ອງ ຈາກວ່າເດັກຍິງແລະ ເດັກຊາຍຂາດ ການເຂົ້າເຖິງການສົ່ງເສີມຄວາມຮູ້ ດ້ານເພດສຶກສາແບບມີສ່ວນຮ່ວມ, ບໍ່ມີທັກສະໃນການເຂົ້າເຖິງການບໍ ລິການສຸຂະພາບຈະເລີນພັນ, ຜູ້ໃຫ້ ບໍລິການການບໍລິການດ້ານສຸຂະ ພາບແກ່ໄວໜຸ່ມບໍ່ມີທັກສະໃນການ ໃຫ້ບໍລິການແບບບໍ່ເລືອກປະຕິບັດ, ແບບເປັນມິດ ແລະ ມີພຶດຕິກຳທີ່ ແທດເໝາະກັບທຸກເພດ ແລະ ພໍ່-ແມ່/ ຜູ້ປົກຄອງຂາດຄວາມຮັບຮູ້ກ່ຽວ ກັບບັນຫາດັ່ງກ່າວ. ຈຸດປະສົງຂອງໂຄງການ ເພື່ອ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ໂດຍ ລວມ ຂອງ ສປປ ລາວ, ໂຄງການດັ່ງກ່າວ ຈະປະກອບສ່ວນສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດແຜນພັດທະ ນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 9 ສົກປີ 2021-2025 ໃນ ການຂະຫຍາຍຄວາມຮູ້ດ້ານເພດ ສຶກສາແບບມີສ່ວນຮ່ວມ ແລະ ເພີ່ມທະວີການສືບຕໍ່ການຮຽນໃນ ຊັ້ນມັດທະຍົມຕອນປາຍ ໂດຍຫລຸດ ຜ່ອນການແຕ່ງງານກ່ອນໄວ ແລະ ການຖືພາໃນໄວໜຸ່ມໂດຍການສ້າງ ຂີດຄວາມສາມາດໃຫ້ແກ່ພະນັກ ງານສຶກສາທິການ ແລະ ກິລາ ແລະ ຄູສອນ ເພື່ອສະໜອງຄວາມຮູ້ດ້ານ ເພດສຶກສາ ແບບມີສ່ວນຮ່ວມໃນ ໂຮງຮຽນມັດທະຍົມ; ຮັບປະກັນ ໃຫ້ໄວໜຸ່ມທັງໃນ ແລະ ນອກໂຮງ ຮຽນໄດ້ຮຽນຮູ້ ແລະ ເຂົ້າຮ່ວມກິດ ຈະກໍາ ການເຜີຍແຜ່ຄວາມຮູ້ດ້ານ ເພດສຶກສາແບບມີສ່ວນຮ່ວມໂດຍ ຜ່ານວຽກງານສະໂມສອນນັກ ຮຽນໃນໂຮງຮຽນ ແລະ ສະໂມສອນ ເດັກຍິງຢູ່ຂັ້ນບ້ານ; ສະໜັບສະໜູນ ເດັກ ແລະ ໄວໜຸ່ມໃຫ້ເຂົ້າເຖິງການ ບໍລິການສຸຂະພາບທີ່ດີຂຶ້ນ ໂດຍຜ່ານ ການສ້າງຂີດຄວາມສາມາດຂອງ ຜູ້ໃຫ້ບໍລິການ ແລະ ພະນັກງານສາ ທາລະນະສຸກ ແລະ ເພີ່ມທະວີຄວາມ ຮັບຮູ້ຂອງອຳນາດການປົກຄອງ ບ້ານ, ພໍ່ແມ່ແລະ ຜູ້ປົກຄອງກ່ຽວກັບ ສິດທິເດັກ ແລະ ຄວາມສະເໝີພາບ ທາງເພດ. ຂ່າວ-ພາບ: ອົງການແພລນສາກົນ ປະຈຳລາວ ການເສຍຊີວິດ... ໂຈະການນຳເຂົ້າ... ຂອງແມ່ຫລຸດລົງຈາກ 579 ຄົນ ຕໍ່ການເກີດ 100.000 ຄັ້ງ ໃນປີ 2000, ລົງມາຢູ່ທີ່ 126 ຄົນ ໃນປີ 2020. ທ່ານ ນາງ ດຣ ຍິງ-ຣູ ແຈັກກະ ລິນ ໂລ ຜູ້ຕາງໜ້າອົງການອະນາ ໄມໂລກ (WHO) ໄດ້ກ່າວວ່າ: ຊີວິດຂອງແມ່ທຸກຊີວິດ ລ້ວນແລ້ວ ແຕ່ມີຄວາມສໍາຄັນ, ຄວາມຄືບໜ້າ ໃນການຊ່ວຍຮັກສາຊີວິດນີ້ສະທ້ອນ ໄດ້ມີການອອກແຈ້ງການໂຈະການ ອະນຸຍາດນຳເຂົ້າ, ສົ່ງຜ່ານໝູມີຊີວິດ ແລະຜະລິດຕະພັນໝູ ຈາກລາຊະອາ ນາຈັກໄທ, ສະບັບເລກທີ 1314/ ກປ, ລົງວັນທີ 30 ມັງກອນ 2023 ເພື່ອເປັນການສືບຕໍ່ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດດັ່ງກ່າວ ຈາກພື້ນທີ່ ທີ່ມີ ການລະບາດເພີ່ມເຕີມບໍ່ໃຫ້ເຂົ້າມາ ແພ່ລະບາດ ຢູ່ ສປປ ລາວ, ກົມລ້ຽງ ສັດ ແລະ ການປະມົງ ຂໍແຈ້ງເພີ່ມ ເຕີມມາຍັງຂະແໜງລ້ຽງສັດ ແລະ ການປະມົງທົ່ວປະເທດເອົາໃຈໃສ່ ດັ່ງນີ້: ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນ ຫລວງວຽງຈັນ ໃນຂອບເຂດທົ່ວປະ ເທດໂຈະການອະນຸຍາດ ນຳເຂົ້າ ແລະ ສົ່ງຜ່ານ ໝູມີຊີວິດ ແລະ ຜະ ລິດຕະພັນໝູທຸກຊະນິດ ລວມທັງຜະ ລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກ ສສ ຫວຽດນາມ ແລະ ປະເທດ ທີ່ມີ ການລະບາດຂອງເຊື້ອພະຍາດອະ ຫິວາໝູອາຟຣິກາ ເຂົ້າມາ ຫລື ສົ່ງ ຜ່ານ ສປປ ລາວ; ໃຫ້ຂະແໜງລ້ຽງ ສັດ ແລະ ການປະມົງແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບ ເຂດທົ່ວປະເທດຊີ້ນຳ ສັດຕະວະ ແພດປະຈຳດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກ ທ່ານາແລ້ງ, ດ່ານຊາຍແດນທ້ອງ ຖິ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີຕິດຕາມ ແລະ ກວດກາ ການນຳເຂົ້າ ຫລືສົ່ງຜ່ານໝູມີຊີວິດ, ຜະລິດຕະພັນໝູທຸກຊະນິດ ລວມທັງ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກ ສສ ຫວຽດນາມ ຫລື ຈາກປະ ເທດທີ່ມີການລະບາດຂອງເຊື້ອພະ ຍາດອະຫິວາໝູ່ອາຟຣິກາ ເຂົ້າມາ ສປປ ລາວ, ໃນກໍລະນີກວດພົບເຫັນ ໃຫ້ຍຶດ ແລະ ດຳເນີນການຕາມກົດ ໝາຍ ແລະ ລະບຽບການຢ່າງເຂັ້ມ ງວດ; ໃນກໍລະນີ ມີເຈົ້າໜ້າທີ່ສັດຕະ ວະແພດປະຈໍາດ່ານພົບເຫັນຜູ້ລະ ເມີດ ຫລື ກະທຳຜິດທີ່ຍັງມີການນຳ ເອົາໝູ່ມີຊີວິດ ແລະ ຜະລິດຕະພັນໝູ ປຸງແຕ່ງເບື້ອງຕົ້ນ ຈາກ ສສ ຫວຽດ ນາມຫລືຜ່ານ ສສຫວຽດນາມ ເຂົ້າ ມາດ່ານຕ້ອງສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດຳ ເນີນຄະດີຕາມກົດໝາຍ ແລະ ລະ ບຽບການ, ພ້ອມທັງລາຍງານໃຫ້ພະ ແນກກະສິກຳ ແລະ ປ່າໄມ້, ແຂວງ ຫລື ນະຄອນຫລວງວຽງຈັນ ທີ່ ກ່ຽວຂ້ອງ ແລະ ກົມລ້ຽງສັດ ແລະ ການປະມົງຮັບຊາບ ໂດຍດ່ວນ. ສໍາລັບ ຂອງກາງທີ່ກວດຍຶດໄດ້ ຈາກການລັກລອບນໍາເຂົ້າ ຫລື ສົ່ງ ຜ່ານ ໃຫ້ນຳໄປທຳລາຍຖິ້ມດ້ວຍ ການເຜົາ ຫລື ຝັງ ຕາມຫລັກວິຊາ ການ. ສ່ວນຜູ້ທີ່ລະເມີດໃຫ້ເຮັດບົດ ບັນທຶກກ່າວເຕືອນ, ປັບໃໝ ຫລື ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ; ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະ ຄອນຫລວງວຽງຈັນ ໃນຂອບເຂດ ທົ່ວປະເທດ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງອອກຄຳ ແນະນຳດ້ານເຕັກນິກວິຊາການ ເພື່ອ ຜັນຂະຫຍາຍແຈ້ງການສະບັບນີ້ ເປັນອັນລະອຽດ ພ້ອມທັງເພີ່ມທະ ວີເປັນເຈົ້າການເຝົ້າລະວັງ, ປ້ອງ ກັນ ແລະ ຄວບຄຸມພະຍາດອະຫິວາ ໝູອາຟຣິກາ ຢູ່ແຕ່ລະທ້ອງຖິ່ນໃຫ້ ເຂັ້ມງວດ; ກໍລະນີພົບເຫັນໝູ່ເຈັບ ຫລື ຕາຍ ຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ມາດຕະການທາງດ້ານ ເຕັກນິກ ຕາມຫລັກວິຊາການຢ່າງ ຮີບດ່ວນ; ມອບໃຫ້ຂະແໜງລ້ຽງ ສັດ ແລະ ການປະມົງແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບ ເຂດທົ່ວປະເທດ ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ, ຜ່ານການຈັດຕັ້ງປະຕິບັດມີຂໍ້ສະ ດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍ ງານການນຳກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາແກ້ໄຂ ໃຫ້ທັນກັບສະພາບການ. ຂ່າວ: ວຽງສະຫວັນ ໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ການລົງທຶນຂອງພາກລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາທີ່ໄດ້ ເອົາໃຈໃສ່ມາເປັນເວລາຫລາຍປີອັນ ນຳມາເຊິ່ງການບໍລິການດ້ານສຸຂະ ພາບທີ່ດີຂຶ້ນ, ສະຖານທີ່ບໍລິການທີ່ ມີຄວາມພ້ອມແລະ ພະນັກງານແພດ ໝໍ ທີ່ມີທັກສະຊໍານານຂຶ້ນ ເຊິ່ງທັງ ໝົດນີ້ເຮັດໃຫ້ແມ່ຍິງເຂົ້າມາໃຊ້ບໍລິ ການຫລາຍຂຶ້ນ. ສິ່ງສໍາຄັນແມ່ນ ການນໍາພາ-ຊີ້ນຳທີ່ເຂັ້ມແຂງຂອງ ຂັ້ນເທິງທີ່ຍາມໃດກໍຖື ສຳຄັນວຽກ ງານດັ່ງກ່າວ ໂດຍມີການການປະ ສານງານທີ່ມີປະສິດທິພາບ ຂອງ ຄະນະກໍາມະການແຫ່ງຊາດ ສໍາລັບ ຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH)ທີ່ທາງ ອົງການອະນາໄມໂລກ ມີຄວາມພູມ ໃຈທີ່ໄດ້ໃຫ້ການສະໜັບສະໜູນ. ເຖິງແນວໃດກໍຕາມ, ເມື່ອເວົ້າເຖິງ ການສູນເສຍຊີວິດແລ້ວ ໜຶ່ງຊີວິດ ຍັງຖືວ່າເປັນການສູນເສຍທີ່ຫລາຍ ເກີນໄປ ແລະ ຍັງມີສິ່ງທ້າທາຍ ຫລາຍຢ່າງທີ່ພວກເຮົາຜະເຊີນ ໃນ ໄລຍະການຟື້ນຕົວຈາກຜົນກະທົບ ຂອງການລະບາດຂອງພະຍາດ ໂຄວິດ-19. ສະນັ້ນ, ຕອນນີ້ຍິ່ງມີ ຄວາມສຳຄັນຫລາຍຂຶ້ນ ທີ່ພວກເຮົາ ຈະຕ້ອງສືບຕໍ່ສຸມໃສ່ແກ້ໄຂບັນຫາ ທີ່ຍັງເປັນຊ່ອງຫວ່າງ ຕື່ມອີກ. ນອກນີ້, ສປປ ລາວ ຍັງສາມາດ ບັນລຸການຍົກລະດັບຄຸນນະພາບ ດ້ານການບໍລິການເບິ່ງແຍງສຸຂະ ພາບໄລຍະຖືພາ, ໄລຍະເກີດລູກ, ເດັກເກີດໃໝ່ ແລະ ການເບິ່ງແຍງ ເດັກທີ່ກວມເອົາທັງໂພຊະນາການ ໃຫ້ດີຂຶ້ນ; ການສຸມໃສ່ວຽກງານ ຜະດຸງຄັນ ທີ່ມີສ່ວນຊ່ວຍສະໜອງ ການເບິ່ງແຍງສຸຂະພາບຈະເລີນພັນ ແລະ ສຸຂະພາບແມ່ຫລາຍກວ່າ 80% ກໍໄດ້ຮັບໝາກຜົນທີ່ດີ. ທ່ານ ນາງ ມາຣຽມ ຄານ ຜູ້ຕາງ ໜ້າອົງການສະຫະປະ ຊາຊາດກອງ ທຶນສຳລັບປະຊາກອນ ປະ ຈຳລາວ ໄດ້ກ່າວວ່າ: ຜົນສຳເລັດຂອງ ສປປ ລາວ ເປັນຂີດໝາຍອັນສໍາຄັນໃນ ການບັນລຸເປົ້າໝາຍຫລຸດອັດຕາ ການເສຍຊີວິດຂອງແມ່ ທີ່ສາມາດ ປ້ອງກັນໄດ້ໃຫ້ເຫລືອ 0 ໃນປີ 2030. ແຕ່ພວກເຮົາຕ້ອງມີຄວາມ ລະ ມັດລະວັງ ເນື່ອງຈາກວ່າພວກ ເຮົາຍັງບໍ່ທັນສາມາດວັດແທກຜົນ ກະທົບຂອງການລະບາດພະຍາດ ໂຄວິດ-19 ຕໍ່ກັບສຸຂະພາບຂອງ ແມ່ໄດ້ຢ່າງແນ່ນອນເທື່ອ. ໃນຂະນະ ນີ້, ທົ່ວໂລກພວມຜະເຊີນກັບຄວາມ ທ້າທາຍໃນການຮັບ ປະກັນສືບຕໍ່ ວຽກງານການວາງແຜນຄອບຄົວ ແລະ ການບໍລິການເກີດລູກທີ່ປອດ ໄພ, ສົ່ງຜົນໃຫ້ຍັງເກີດມີການເພີ່ມ ຂຶ້ນຂອງອັດຕາການເສຍຊີວິດຂອງ ແມ່ ແລະ ເດັກເກີດໃໝ່. ສະນັ້ນ, ເຮົາຈຶ່ງຈຳເປັນຕ້ອງໄດ້ສືບຕໍ່ສຸມ ໃສ່ວຽກງານດັ່ງກ່າວ ເພື່ອແກ້ໄຂ ບັນດາຂໍ້ຄົງຄ້າງຕ່າງໆ ແລະ ຍັງ ຈໍາເປັນຕ້ອງຮ່ວມແຮງກັນ ເພື່ອຍົກ ລະດັບຄຸນນະພາບການບໍລິການສຸ ຂະພາບ ສໍາລັບແມ່ຍິງຖືພາທຸກຄົນ ແລະ ຮັບປະກັນວ່າ ພວກເຮົາໄດ້ ຊ່ວຍເຫລືອຜູ້ທີ່ມີຄວາມຫຍຸ້ງຍາກ ໃນການເຂົ້າເຖິງບໍລິການສຸຂະ ພາບ ແລະ ຜູ້ທີ່ບໍ່ສາມາດແບກຮັບພາ ລະຄ່າໃຊ້ຈ່າຍຕ່າງໆ ກໍຄື ບັນດາຜູ້ທີ່ ດ້ອຍໂອກາດ. ນອກຈາກນີ້, ການ ເພີ່ມທະວີການມີສ່ວນຮ່ວມຂອງ ຊຸມຊົນໂດຍລັດຖະບານແລະຄູ່ຮ່ວມ ພັດທະນາ ກໍຖືວ່າມີບົດບາດສໍາຄັນ ໃນການສ້າງຄວາມໄວ້ວາງໃຈໃນ ລະບົບສາທາລະນະສຸກຂອງປະ ຊາຊົນບັນດາເຜົ່າ ເປັນຕົ້ນ ຮັບປະ ກັນໃຫ້ແມ່ຍິງຮູ້ສຶກໝັ້ນໃຈ ແລະ ເປັນກັນເອງ ແລະ ໃນການອຳນວຍ ຄວາມສະດວກໃຫ້ແມ່ຍິງສາມາດ ເຂົ້າເຖິງການບໍລິການໃນໄລຍະຖື ພາ ແລະ ການເກີດລູກ.

RkJQdWJsaXNoZXIy MTc3MTYxMQ==