5585

xtgmf]k; 3 23/03/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ຮິບໂຮມໂດຍ: ພະກາ [vd c]t g]qj k .orklk]k; gxa oc[[1j k' ໂດຍ: ຊິບປະໄຊ ວົງປະເສີດ rkp.8h dkooerk0v'ra d c0;'va f8txn lk,kfzj kozj k7;k,sp5 h 'pkd1j k',u w- * ພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ ອອກແຮງງານໃນລະບອບປະຊາທິ ປະໄຕ ປະຊາຊົນລາວ, ເປັນຕົວແທນ ທີ່ຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນ ກຳມະກອນແລະຊາວຜູ້ອອກແຮງງານ ລາວບັນດາເຜົ່າຂອງຊາດລາວທັງໝົດ. ສະຫາຍນາງບຸນນານບຸນນະແສງ ຄະນະປະຈໍາພັກແຂວງ ຫົວໜ້າໂຄສະ ນາອົບຮົມແຂວງອັດຕະປື ໄດ້ໃຫ້ສຳ ພາດເນື່ອງໃນໂອກາດລະນຶກ68ປີວັນ ສ້າງພັກປະຊາຊົນປະຕິວັດລາວ 22 ນາມມະຍົດວິລະຊົນແຫ່ງຊາດ, ນັກ ຮົບແຂ່ງຂັນ, ເມືອງ, ຕາແສງ ແລະ ບ້ານຈຳນວນໜຶ່ງ. ໃນປີ 2022 ຜ່ານມານີ້ ໄດ້ມີຫລາຍ ເຫດການຂອງໂລກ, ພາກພື້ນ, ສາກົນ ກໍ່ຄືພາຍໃນປະເທດຂອງພວກເຮົາໄດ້ ປະສົບກັບສິ່ງທ້າທາຍຫລາຍປະການ, ຈະເປັນບັນນຫານຂອງພະຍາດໂຄ ວິດ-19 ແລະ ບັນຫາເສດຖະກິດ-ການ ເງິນ ແຕ່ດ້ວຍຄວາມຮັບຜິດຊອບຕໍ່ພາ ລະກຳປະຫວັດສາດກໍ່ຄືວັດຖຸປະສົງ ຂອງພັກ ໃນການປົກປັກຮັກສາປະເທດ ຊາດ, ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ ຄະນະພັກແຕ່ລະຂັ້ນກໍ່ໄດ້ເປັນເຈົ້າການ ນຳພາການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ ເຂົ້າສູ່ລວງເລິກ ແລະ ມີຜົນສຳເລັດ ທີ່ພົ້ນເດັ່ນບາງດ້ານເຊັ່ນ: ຮັບປະກັນໃຫ້ ສັງຄົມມີຄວາມສະຫງົບ ຄວາມເປັນລະ ບຽບຮຽບຮ້ອຍຂັ້ນພື້ນຖານ, ສະກັດກັ້ນ ບັນດາໜໍ່ແໜ່ງປາກົດການຫຍໍ້ທໍ້ທີ່ເກີດ ຂຶ້ນຢູ່ແຕ່ລະພື້ນທີ່ຢ່າງທັນການເຮັດ ໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃນການ ດໍາລົງຊີວິດ ແລະ ທຳມາຫາກິນ, ການ ເຮັດວຽກງານການເມືອງ-ແນວຄິດ ໄດ້ຍົກລະດັບຄຸນນະພາບ ແລະ ກາຍ ເປັນຄວາມຮັບຜິດຊອບຂອງຄະນະ ພັກແຕ່ລະຂັ້ນ, ຕິດພັນກັບຂະບວນການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ມີນາ2023ນີ້ວ່າ: ສໍາລັບແຂວງອັດຕະ ປື ຂອງພວກເຮົາ, ໄດ້ສືບທອດພາລະ ກິດການນຳພາມີຜົນສຳເລັດຫລາຍ ດ້ານເປັນຕົ້ນ: ໄດ້ດໍາເນີນກອງປະຊຸມ ໃຫຍ່ ອົງຄະນະພັກແຂວງມາແລ້ວ 11 ຄັ້ງ, ນຳພາປວງຊົນຊາວແຂວງອັດ ຕະປື ດໍາເນີນການຕໍ່ສູ້ປົດປ່ອຍຊາດ ແລະ ການສ້າງສາພັດທະນາທ້ອງຖິ່ນ ຕະຫລອດໄລຍະການນໍາພາຂອງອົງ ຄະນະພັກ ແຕ່ລະສະໄໝໄດ້ເຮັດໃຫ້ ແຂວງອັດຕະປື ໄດ້ກາຍເປັນເຂດທີ່ໝັ້ນ ປະຕິວັດກ່ອນໝູ່, ທັງເປັນເຂດທີ່ໝັ້ນອັນ ແໜ້ນແກ່ນຢູ່ເຂດລາວໃຕ້ພາຍຫລັງ ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງ ສົມບູນພັກ ແລະ ລັດຖະບານໄດ້ມອບ ໜັກແໜ້ນ, ຂະບວນການການກະກຽມ ແລະ ດຳເນີນກອງປະຊຸມກາງສະໄໝ ຂອງຄະນະພັກສາມຂັ້ນ, ປະຕິບັດສອງ ວາລະແຫ່ງຊາດຂອງລັດຖະບານ ໃຫ້ ເປັນຮູບປະທຳ, ອັນພົ້ນເດັ່ນແມ່ນໄດ້ ສຸມໃສ່ການເຊື່ອມຊຶມຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເນື້ອໃນມະຕິກອງປະຊຸມ ວຽກງານແນວຄິດ ຄັ້ງທີ V ໂດຍສະ ເພາະແມ່ນຄໍາເຫັນຊີ້ນໍາຂອງເລຂາທິ ການໃຫຍ່ພັກປະຊາຊົນປະຕິວັດລາວ ທອງລຸນ ສີສຸລິດ ຢ່າງກ້ວາງຂວາງ. ພ້ອມນີ້, ຄະພັກ, ອຳນາດການປົກ ຄອງແຂວງອັດຕະປື ເປັນເຈົ້າການໃນ ການນຳພາດ້ານເສດຖະກິດແກ້ໄຂຄວາມ ທຸກຍາກແລະແກ້ໄຂຜົນກະທົບຢູ່ເມືອງ ສະໜາມໄຊໄດ້ມີຜົນສຳເລັດຫລາຍໂຄງ ການ, ລວມຜະລິດຕະພັນພາຍໃນເຕີບໂຕ ໃນລະດັບ 4,87% ສະເລ່ຍລາຍຮັບຕໍ່ ຫົວຄົນ 21,4 ລ້ານ, ເທົ່າກັບ 1.200 ໂດ ລາ/ຄົນ/ປີ, ເກັບລາຍຮັບເຂົ້າງົບປະມານ ບັນລຸ 396 ຕື້ກີບ, ລື່ນແຜນ 125%... ສໍາລັບປີ 2023 ນີ້, ແຂວງອັດຕະປື ກໍໄດ້ມີການກະກຽມຄວາມພ້ອມ ໃນ ການສະເຫລີມສະຫລອງວັນສ້າງພັກ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ເປັນຕົ້ນ: ໄດ້ແຈ້ງການໃຫ້ຄະນະພັກແຕ່ ລະຂັ້ນຈັດຕັ້ງການປາຖະກະຖາ, ຂັ້ນ ແຂວງຈັດງານວາງພວງມາລາ, ກະ ຕ່າດອກໄມ້ຢູ່ອະນຸສາວະລີນັກຮົບນິລະ ນາມ ແລະ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໃນວັນທີ 22 ມີນາ 2023 ທີ່ຈະມາເຖິງ, ຈັດພິທີປາຖະກາ ຖາລະນຶກ 68 ປີ ເວລາ 8 ໂມງ ຂອງ ວັນທີ 22 ມີນາ 2023 ແລະ ຈັດງານ ປະກວດ ເພງລະນຶກພະຄຸນພັກ ຄົບ ຮອບ 68 ປີ ທີ່ເດີ່ນສວນສາທາລະນະ ໃນຄໍ່າຄືນວັນ ທີ 19-20 ມີນາ 2023 ແລະ ມີກິດຈະກໍາອື່ນໆຕື່ມອີກ. ການແລກປ່ຽນນໍາບັນດາທ່ານຕື່ມ ອີກ ກ່ຽວກັບບາງປະເດັນພົວພັນ ວຽກງານພະນັກງານ ທີ່ພວກເຮົາ ມັກເວົ້າກັນ “ຄວາມເປັນແບບນໍາ ໜ້າ” ທີ່ພວກເຮົາ ຕ້ອງສືບຕໍ່ເຊີດ ຊູບົດບາດອັນນີ້ໃຫ້ນັບມື້ແຂງ ແຮງຍິ່ງຂຶ້ນ. ວ່າກັນວ່າ ການເປັນ ແບບຢ່າງນໍາໜ້າພາທາງໃນທຸກ ຂົງເຂດວຽກງານ, ນັບທັງວຽກຢູ່ ຮາກຖານບ້ານ ຂອງພະນັກງານ- ສະມາຊັກພັກ ແມ່ນຄວາມຈໍາເປັນ ພາວະວິໄສ, ເປັນສ່ວນໜຶ່ງສໍາຄັນ ໜຶ່ງຂອງວຽກງານການເມືອງແນວຄິດ. ການນໍາພາ-ຄຸ້ມຄອງ ດ້ວຍຄວາມເປັນແບບຢ່າງນໍາໜ້າ ທີ່ດີຂອງພະນັກງານ-ສະມາຊິກພັກ ແມ່ນໝາກຫົວໃຈ ອັນທີ່ເປັນພື້ນ ຖານຂອງບັນດາຜົນສໍາເລັດໃນຂະ ບວນການ ແລະ ວຽກງານຕ່າງໆ. ຄວາມເປັນແບບຢ່າງນໍາໜ້າທີ່ດີ ຈະເປັນພື້ນຖານອັນສໍາຄັນໃຫ້ສາ ມາດດຶງດູດເອົາກໍາລັງແຮງສັງຄົມ, ເປັນການນໍາພາທາງດ້ານແນວຄິດ, ຈະເຮັດຫຍັງກໍ່ຕາມ ຖ້າແນວຄິດບໍ່ ໂລ່ງ ກໍ່ບໍ່ອາດເຮັດສໍາເລັດບັນດາ ໜ້າວຽກບໍ່ວ່າແຕ່ວຽກລວມ ຫລື ວຽກບ້ານການເຮືອນ. ພັກເຮົາຖືສໍາຄັນທີ່ສຸດການນໍາ ພາທາງດ້ານການເມືອງ-ແນວຄິດ. ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງ ປະຊຸມຕໍ່ກອງປະຊຸມວຽກງານການ ເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນເດືອນພະຈິກ ປີ2022 ຜ່ານ ມາ, ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນຫລາຍດ້ານ, ໃນນັ້ນ ເພິ່ນໄດ້ເວົ້າວ່າ: “ ຢາກເຮັດວຽກ ງານການເມືອງ-ແນວຄິດໄດ້ດີ, ສາມາດເອົາຊະນະ ໃນສະໜາມຮົບ ນີ້ໄດ້ຢ່າງເປັນຮູບປະທຳ, ກ່ອນອື່ນ ການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກເຮົາ ແຕ່ເທິງລົງລຸ່ມ ຕ້ອງປະຕິບັດຄຳຂວັນທີ່ວ່າ: “ເວົ້າ ຕ້ອງໄປຄຽງຄູ່ກັບການປະຕິບັດ” , ເຮັດຕ້ອງເຮັດໃຫ້ຖືກ, ເຮັດໃຫ້ເປັນ ຮູບປະທຳ, ເຮັດໃຫ້ເກີດດອກອອກ ຜົນແທ້. ພວກເຮົາຕ້ອງຮັບຮູ້ ແລະ ເຊີດຊູສັດຈະທຳທີ່ວ່າ: ການນຳ ພາທີ່ດີທີ່ສຸດ ແມ່ນການນຳພາດ້ວຍ ຄວາມເປັນແບບຢ່າງ, ອັນນີ້ໝາຍ ເຖິງຜູ້ນຳພານັ້ນ ຕ້ອງເປັນແບບ ຢ່າງທີ່ດີ; ຜູ້ນໍາພານອກຈາກກຳ ແໜ້ນແນວທາງ, ນະໂຍບາຍແລ້ວ ຍັງຕ້ອງເປັນຜູ້ມີຄຸນນະທຳ, ເປັນຜູ້ ມີວິໄສທັດແລະ ເປັນຄົນພາວະວິໄສ, ມີໄຫວພິບ, ພະຍາຍາມປົດປ່ອຍ ແນວຄິດອັດຕະວິໄສອອກ; ຮູ້ຈັກ ເອົາໃຈ ເຂົາມາໃສ່ໃຈເຮົາ, ຮູ້ຈິດຕະ ສາດຂອງສັງຄົມລາວ ແລະ ຂອງ ຄົນລາວ, ຮູ້ຄວາມມຸ່ງມາດປາຖະ ໜາຂອງປະຊາຊົນ ເພື່ອດຶງດູດ, ເຕົ້າໂຮມເອົາກຳລັງແຮງຂອງປະ ຊາຊົນມາຊ່ວຍພັກ, ຊ່ວຍການນຳ ຢ່າງກວ້າງຂວາງ... ການຄຶດແນວ ນີ້, ເຮັດໄດ້ແນວນີ້, ມີຜູ້ນຳພາແບບນີ້ ການເຮັດວຽກງານການເມືອງແນວຄິດ ຈຶ່ງເຮັດໄດ້ດີ, ເຮັດໄດ້ ງ່າຍຂຶ້ນ, ເຮັດໄດ້ຮັບຜົນ, ເຮັດ ໜ້ອຍໄດ້ຫລາຍ ເພາະປະຊາຊົນ ເຊື່ອ, ປະຊາຊົນເດີນຕາມ... ນີ້ຄື ສັດຈະທໍາ ທີ່ອອກຈາກຄວາມເປັນ ຈິງ...”. ຈຶ່ງຢາກສະຫລຸບວ່າ ການນໍາ ໜ້າພາທາງໃນວຽກງານດ້ານໃດ ກໍ່ຕາມ, ຍັງຕ້ອງອາໄສຄວາມເປັນ ແບບຢ່າງນໍາໜ້າທີ່ດີຂອງພະນັກ ງານນໍາພາ ກໍ່ຄື ສະມາຊິກພັກ ເປັນ ຄັນທຸງນໍາໜ້າ, ເພື່ອຮັກສາບົດບາດ ແລະ ອິດທິພົນຂອງພັກ, ຄວາມ ໄວ້ເນື້ອເຊື່ອໃຈ ແລະ ຄວາມສັດທາ ຂອງປະຊາຊົນ ເຕົ້າໂຮມເປັນກໍາ ລັງແຮງມະຫາສານ ເຂົ້າໃນການ ປົກປັກຮັກ ແລະ ພັດທະນາປະເທດ ຊາດຕາມທິດກ້າວຂຶ້ນ ສັງຄົມນິ ຍົມໃຫ້ປະກົດຜົນເປັນຈິງເປັນຂັ້ນໆ ໄປ. * ພາສາລາວເຮົາ ມີຄວາມ ອຸດົມສົມບູນທາງດ້ານຄັງສາງ ວັດຈະນະບໍ່ໄດ້ນ້ອຍໜ້າພາສາ ອື່ນໃດໃນໂລກ, ມີປະຫວັດການ ກໍາເນີດ ແລະ ພັດທະນາມາຍາວ ນານຫລາຍພັນປີ. ບັນດາຄໍາສັບ ໄດ້ມີຂຶ້ນຕາມຄວາມຮຽກຮ້ອງ ຕ້ອງການຂອງການຄົບຄ້າສະ ມາຄົມ ກໍ່ຄືການພົວພັນແລກ ປ່ຽນທາງດ້ານເສດຖະກິດ-ສັງ ຄົມ, ບັນດາຄໍາຈໍານວນໜຶ່ງ ມີ ຄວາມໝາຍຄ້າຍຄືກັນ, ມັນມີ ທັງເລື່ອມ ຫລື ກວມສ່ວນໃດໜຶ່ງ ຂອງກັນແລະກັນແລະ ມີຄວາມ ແຕກຕ່າງກັນຫລື ໃນບາງບໍລິບົດ ເຖິງວ່າຄວາມໝາຍ ຄ້າຍຄືກັນ ທີ່ສຸດແຕ່ກໍ່ບໍ່ໃຊ້ຕາງກັນໄດ້. ບົດ ນີ້ ຂໍຍົກເອົາສອງຄໍາຄື ເລົ່າ ແລະ ປະກາດມາທົບທວນກັນອີກ. ໃນວັດຈະນານຸກົມຄໍາພ້ອງ ຄວາມໝາຍ ແລະສໍານວນລາວ ຈັດພິມໂດຍສະຖາບັນຄົ້ນຄວ້າ ວິທະຍາສາດສັງຄົມແຫ່ງຊາດ ປີ2015, ຈັດທໍາໂດຍ ທ່ານ ສົມແສງ ໄຊຍະວົງ ໄດ້ອະທິບາຍ ສອງຄໍາທີ່ເປັນຫົວຂໍ້ບົດນີ້ ໄວ້ ດັ່ງນີ້: ຄໍາ: ເລົ່າ ແລະ ປະກາດເປັນ ຄໍາກິລິຍາ ຫລື ກໍາມະ, ມີຄວາມ ໝາຍໃນແວດວົງ ອັນດຽວກັນ ເຊິ່ງກ່ຽວພັນກັບພຶດຕິກໍາ ກໍ່ຄື ການກະທໍາກ່າວເວົ້າອອກໄປ ຂອງຄົນ.ແຕ່ທັງ2ຄໍາທີ່ຍົກຂຶ້ນນີ້ ລ້ວນແຕ່ມີຄວາມໝາຍສະເພາະ ແລະ ໃຊ້ໃນກໍລະນີຕ່າງກັນອອກ ໄປ. ຄໍາ: ບອກໝາຍເຖິງອາ ກາ ທີ່ບຸກຄົນໃດໜຶ່ງ ອອກສຽງ ເວົ້າທີ່ມີຄໍາສັ່ງ ແລະ ແນະນໍາໃຫ້ ຜູ້ອື່ນເຮັດໃນສິ່ງໃດໜຶ່ງ ເຊັ່ນ: ພໍ່ບອກໃຫ້ເຮົາກັບເມືອເ ຝົ້າ ເຮືອນ; ແມ່ບອກໃຫ້ນ້ອງຂອງ ຂ້ອຍໄປຊື້ເຄື່ອງຢູ່ຕະຫລາດ; ອາ ຈານບອກລູກສິດ ໃຫ້ເຮັດບົດ ເຝິກຫັດສົ່ງທັນເວລາ. . . ໃນ ຄວາມໝາຍຂອງຄໍາວ່າ “ບອກ” ແມ່ນປະກອບມີທັງຄໍາສັ່ງ ແລະ ແນະນໍາ, ເພາະເມື່ອໄດ້ຮັບຄໍາ ບອກແມ່ນມີຄວາມໝາຍວ່າໃຫ້ ເຮັດ, ໃຫ້ປະຕິບັດແຝງຢູ່ນໍາສະ ເໝີ ແລະໃນການປະຕິບັດ ແມ່ນ ປະຕິບັດຕາມສິ່ງທີ່ໄດ້ບອກ ເຊິ່ງ ມີລັກສະນະເປັນຄໍາແນະນໍາຄື ແນວນັ້ນເອງ. ຄໍາ: “ເລົ່າ” ໝາຍເຖິງອາ ການທີ່ບຸກຄົນນໍາເອົາເລື່ອງໃດ ໜຶ່ງມາໃຫ້ຜູ້ອື່ນຍິນ ເພື່ອຮູ້ນໍາ ແລ້ວເກີດອາການໃດ ໜຶ່ງ ເຊັ່ນ: ມ່ວນ, ສະໜັບສະໜູນ, ຊ່ວຍ ເຫລືອ, ເຫັນໃຈ ຫລື ສ້າງຄວາມ ບັນເທີງຕໍ່ຈິດໃຈ ເຊັ່ນ: ນັກຮົບ ອາວຸໂສຄົນນັ້ນໄດ້ເລົ່າເລື່ອງຕີ ສັດຕູເພື່ອປົດປ່ອຍນໍ້າບາກສູ່ ພວກເຮົາຟັງ... ດັ່ງນັ້ນ, ຈຶ່ງນໍາມາສຶກສາ ຮ່ວມກັນຄືດັ່ງຂ້າງເທິງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ເດືອນມີນາ ມີວັນສໍາຄັນທັງ ພາຍໃນ ແລະ ສາກົນ ທີ່ພວກເຮົາ ພ້ອມກັນຈັດຕັ້ງສະເຫລີມສະຫລອງ ຕາມສະພາບເງື່ອນໄຂຕົວຈິງຂອງ ແຕ່ລະຂັ້ນແຕ່ລະບ່ອນ ແຕ່ເຕັມໄປ ດ້ວຍເນື້ອໃນຈິດໃຈສໍາຄັນ-ເລິກ ເຊິ່ງ ທັງວັນສ້າງຕັ້ງພັກ 22 ມີນາ, ວັນຜູ້ເສຍອົງຄະ ແລະ ສະລະຊີວິດ ເພື່ອປະເທດຊາດ 21 ມີນາ, ວັນແມ່ ຍິງສາກົນ 8 ມີນາ ແລະ ອື່ນໆ. ມື້ ວານນີ້ແມ່ນວັນສໍາຄັນຂອງພັກ ຂອງ ຊາດເຮົາ, ວັນທີ 22 ມີນາ ວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ເປັນວັນທີ່ມີຄວາມ ໝາຍຄວາມສໍາຄັນ ທີ່ພວກເຮົາໄດ້ ພ້ອມກັນສືບຕໍ່ເສີມຂະຫຍາຍມູນ ເຊື້ອການນໍາພາຂອງພັກ ໃນການ ສຶກສາອົບຮົມຈິດໃຈຮັກຊາດ, ຮັກ ລະບອບປະຊາທິປະໄຕ ກ້າວຂຶ້ນສັງ ຄົມນິຍົມ; ປຸກລະດົມຂະບວນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ປະກົດຜົນເປັນຈິງ… ໂອກາດວັນສໍາຄັນຫາກໍ່ຜ່ານ ມາ, ບົດແລກປ່ຽນນີ້ ຂໍນໍາເອົາ ບາງເນື້ອໃນ ແລະ ຄໍາເຫັນ ມາເປັນ

RkJQdWJsaXNoZXIy MTc3MTYxMQ==