dt-;'dkog'o,v[{3vo 12 sq ;|j ;p ;y lkstdy f.sh c0;'s];'rt[k'75 h ,7v' y dkooera d{]a f ;k'r;',k]k]tob d ;a olh k'8A 'ra d 7q [Iv[ 68 xu ອ່ານຕໍ່ໜ້າ 2 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 23.03.2023 ປີທີ 22 ສະບັບທີ 5.585 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 7tot[= ]y sko'kol6 odk'ra ddv,,6 oy f s;Pfok, v;prvo;a olh k'8A 'ra d xx ]k; ra dxt-k-q o xt8y ;a f]k; ,u 3 vq 'xtdv[le7a o ]k;{s;Pfok, 9t9a f'ko ;k'ltcf'fh kog8a d3o3]-u 3m]tg]d-q ,g-u p ;a olh k'8A ' ra d xx ]k; 7q [Iv[ 68 xu 39tdkooeg0Q k{lq j 'zj ko\6 {zt]y f8tra o\6 9kdxtgmfmu j ,u dko]t[kfrtpkfvtsy ;k\6 vk2iy dk slxm s;o7n o,6 og-N v ;a ole7a o0v'ra d{0v'-kf -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 68 xu 1j k'l5 f.9 [q f[kfpy '{-kp le7a o 8+ dkora fmtokc[[pn opq ' dkoglp-u ;y f0v'c,j .ow]ptgdu f]6 d 16j ]k; s]5 f]q ' 78,7% ຂປລ. ຄະນະກຳມາທິການແມ່ ນໍ້າຂອງສາກົນ (ຄມສ) ໄດ້ລາຍ ງານໃຫ້ຮູ້ວ່າ: ຄວາມເທົ່າທຽມທາງ ດ້ານບົດບາດຍິງ-ຊາຍມີຄວາມສຳ ຄັນຢ່າງຍິ່ງຕໍ່ການພັດທະນາແບບ ຍືນຍົງຢູ່ອ່າງແມ່ນໍ້າຂອງເພາະ ຍຸດທະສາດການພັດທະນາຄວາມ ເທົ່າທຽມທາງດ້ານບົດບາດຍິງຊາຍ ໄດ້ຄຳນຶງເຖິງເພດສະພາບທີ່ມີ ຄວາມສຳຄັນຕໍ່ການເຕີບໂຕທາງ ດ້ານເສດຖະກິດ, ການຫລຸດຜ່ອນ ຄວາມທຸກຍາກ ແລະ ຈຸດປະສົງສ້າງ ຄວາມສະເໝີພາບ ໂດຍເຮັດໃຫ້ໝັ້ນ ຂປລ. ໃນວັນທີ 21 ມີນາ 2023 ນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຮັບໂທລະເລກອວຍພອນຈາກ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ເນື້ອໃນໂທລະເລກ ໄດ້ລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/ 2023), ຕາງໜ້າພັກກອມມູນິດຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ພວກ ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນເຖິງ ຄະນະບໍລິຫານງານສູນກາງພັກ, ສະມາຊິກ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ບັນດາເຜົ່າ ນໍ້າໃຈຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊອັນ ປະເສີດຢ່າງສຸດອົກສຸດໃຈ. ຕະຫລອດໄລຍະ 68 ປີຜ່ານມາ, ພິເສດໃນໄລຍະ 36 ປີ ການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່, ພາຍໃຕ້ການນໍາພາອັນສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ໄດ້ເສີມຂະຫຍາຍ ຂປລ. ໃນວັນທີ 22 ມີນາ 2023 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກຊົມເຊີຍຈາກ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານ ກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິ ປະໄຕ ເກົາຫລີ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບ ອຸ່ນ ແລະ ຄວາມຢື້ຢາມຖາມຂ່າວຖານສະຫາຍ ມາຍັງສະຫາຍເລຂາ ທິການໃຫ່ຍ ແລະ ສະມາຊິກພັກທຸກຖ້ວນໜ້າຂອງ ພັກປະຊາຊົນ ປະຕິ ວັດລາວ. ຕະຫລອດໄລຍະ 68 ປີ ແຫ່ງການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການຈາກພາຍ ໃນ ແລະ ພາຍນອກ ຢ່າງເດັດດ່ຽວໜຽວແໜ້ນ ແລະ ຈັດຕັ້ງນຳພາການ ຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ຢ່າງມີໄຊ. ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ຂປລ. ພັກປະຊາຊົນປະຕິວັດ ລາວ ມີ 3 ອົງປະກອບ ທີ່ສຳຄັນຄື: ພັກເຮົາປະກອບດ້ວຍຫລັກການພື້ນ ຖານຂອງລັດທິມາກ-ເລນິນ; ພັກ ເຮົາສ້າງຂຶ້ນດ້ວຍໂຄງປະກອບການ ຈັດຕັ້ງຂອງພັກ ທີ່ໜັກແໜ້ນ, ໝັ້ນ ຄົງຕາມຫລັກການ ແລະ ທິດສະດີ ມາກ-ເລນິນ; ພັກເຮົາມີສະມາຊິກ ພັກທີ່ປະກອບດ້ວຍຊົນຊັ້ນຫລັກ ຂອງສັງຄົມ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ຂປລ. ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າ ໄມ້ ອອກແຈ້ງການສະບັບເລກທີ 0697/ກລປ, ລົງວັນທີ 17 ມີນາ 2023 ວ່າດ້ວຍ ແຈ້ງການໂຈະອະນຸຍາດນຳເຂົ້າ, ສົ່ງຜ່ານໝູມີຊິວິດ ແລະ ຜະລິດຕະພັນໝູ ຈາກ ສສຫວຽດນາມ ແລະ ປະເທດທີ່ມີການລະ ບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ. ໂດຍອີງໃສ່ແຈ້ງການຂອງ ອົງການສຸຂະພາບສັດສາກົນ(OIE) ແລະ ບົດລາຍງານກ່ຽວກັບ ການລະບາດຂອງພະຍາດ ອະຫິວາໝູ່ອາຟຣິກາ (African swine fever) ຂອງອົງການອາຫານ ແລະ ການກະເສດ (FAO) ຄັ້ງວັນທີ 16 ມີນາ 2023 ແຈ້ງ ໃຫ້ ຮູ້ວ່າ: ປັດຈຸບັນໄດ້ມີການລະບາດ ຂອງພະ ຍາດອະຫິວາໝູ່ອາຟຣິກາ ຢູ່ຫລາຍປະເທດ ໂດຍສະເພາະແມ່ນມີການ ລະບາດ ຢູ່ ສສ ຫວຽດນາມ ແລະ ລາຊະອານາຈັກໄທ. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດບໍ່ໃຫ້ແຜ່ ລາມເຂົ້າມາສູ່ ສປປ ລາວ ເຮົາກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການ ຂປລ. ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ຈັດ ປາຖະກະຖາວັນສ້າງຕັ້ງພັກປະຊາ ແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງ ປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ຜ່ານມາວ່າ: ພັກເຮົາປະ ກອບດ້ວຍຫລັກການພື້ນຖານຂອງ ລັດທິມາກ-ເລນິນນັບແຕ່ເລີ່ມກໍ່ ສ້າງພັກເປັນຕົ້ນມາ ແລະ ຕໍ່ມາພວກ ເຮົາໄດ້ຮັບເອົາແນວຄິດໄກສອນ ພົມວິຫານ ເຂົ້າເປັນສ່ວນປະກອບສຳ ຄັນຕື່ມເຕັມເຂົ້າເປັນເນື້ອແທ້ ແລະ ຫລັກມູນຂອງພັກ, ພັກເຮົາບໍ່ເຄີຍ ລັງເລ, ຄອນແຄນ ໃນການຢຶດຖື ເອົາສິ່ງເຫລົ່ານີ້ ເປັນແນວຄິດທິດ ຂປລ. ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ ສສ ຫວຽດນາມ ຈະຈັດງານ ວາງສະແດງ, ຈັບຄູ່ຮ່ວມມືດ້ານ ທ່ານ ສັນຕິພາບ ພົມວິຫານ ຂປລ. ກະຊວງການເງິນ, ເຊັນ ບົດບັນທຶກການມອບ-ໂອນຫົວ ໜ່ວຍວິສາຫະກິດທີ່ສູນກາງຄຸ້ມ ຄອງຜ່ານມາ ຈໍານວນ12ຫົວໜ່ວຍ ມອບໃຫ້ແຂວງຫລວງພະບາງ ຄຸ້ມຄອງໃນໄລຍະທົດລອງໃນວັນ ທີ 21 ມີນາ 2023 ນີ້, ຢູ່ຫ້ອງວ່າ ການແຂວງຫລວງພະບາງ, ໂດຍ ການເຂົ້າຮ່ວມຂອງທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງ ພະບາງ, ມີຫົວໜ້າຫ້ອງການກະ ຊວງການເງິນ, ຄະນະກົມ, ຮັກສາ ຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023), ວັນນັກຮົບເສຍອົງຄະ, ເສຍສະຫລະ ຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ (21/3/1946-21/3/2023) ແລະ ວັນສ້າງຕັ້ງອົງການກວດກາ ພັກ-ລັດ ສປປ ລາວ ຄົບຮອບ 41 ປີ (16/2/1982-16/2/2023) ໃນ ວັນທີ 21 ມີນາ 2023 ໂດຍການ ປາຖະກະຖາຂອງສະຫາຍ ເພັດສະ ໝອນ ພັນທະວົງ ຮອງເລຂາຄະນະ ພັກ ຮອງຫົວໜ້າ ຫສປທ ແລະ ສະ ຫາຍ ອິນທະປັນຍາ ຂຽວວົງພະຈັນ ສະຫາຍ ເພັດສະ ໝອນ ພັນທະວົງ ຂປລ. ຕາມບົດລາຍງານຂອງ ອົງການສະຫະປະຊາຊາດສະບັບ ຫລ້າສຸດ ໃຫ້ຮູ້ວ່າ: ຈາກປີ 20002020 ຕົວເລກການເສຍຊີວິດຂອງ ແມ່ຍິງ ໃນລະຫວ່າງການເກີດລູກຢູ່ ສປປລາວ ໄດ້ຫລຸດລົງເຖິງ78,7% ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາ ການຫລຸດລົງທີ່ໄວທີ່ສຸດໃນໂລກ. ໃນຂະນະທີ່ ໃນບົດລາຍງານ ໄດ້ ຄາດຄະເນຕົວເລກການເສຍຊີວິດ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/03/2023 xtgmf]k; ຄະນະບໍລິຫານງານ... ການນຳພັກ-ລັດ... ຫສປທ ຫວນຄືນ... ລາວ-ຫວຽດນາມ... ໂທລະເລກ... ບົດບາດ ຍິງ-ຊາຍ... ພັກປະຊາຊົນ... ກະຊວງການເງິນ... ມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ນາໆປະການ, ຍາດໄດ້ຜົນສໍາເລັດ ອັນໃຫຍ່ຫລວງ, ມີຄວາມໝາຍປະ ຫວັດສາດ ໃນບັນດາຂົງເຂດຕ່າງໆ, ຍົກສູງຖານະບົດບາດຂອງພັກປະ ຊາຊົນ ປະຕິວັດລາວ ແລະ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບົນເວທີສາກົນບັນດາຜົນສໍາ ເລັດດັ່ງກ່າວນັ້ນ ເປັນຄວາມປິຕິຊົມ ຊື່ນລວມຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດພວກເຮົາ. ພັກ, ລັດຖະບານ ແລະ ປະຊາ ຊົນຫວຽດນາມ ສະໜັບສະໜູນຢ່າງ ແຂງແຮງ ແລະ ຮອບດ້ານຕໍ່ພາລະ ກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງແນວແນ່ວ່າໂດຍການ ສືບທອດມູນເຊື້ອຂອງບັນດາຄົນ ຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາ ຜົນສໍາເລັດທີ່ຍາດມາໄດ້, ພາຍໃຕ້ ການນໍາພາຂອງພັກ ປະຊາຊົນ ປະຕິ ວັດລາວ, ປະເທດຊາດ ແລະ ປະຊາ ຊົນລາວ ອ້າຍນ້ອງຈະສືບຕໍ່ຍາດ ໄດ້ຜົນສໍາເລັດອັນໃໝ່, ໃຫຍ່ຫລວງ ກວ່າເກົ່າ ໃນພາລະກິດປ່ຽນແປງ ໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນການພັດທະນາເສດຖະ ກິດ-ສັງຄົມ ໄລຍະ 5 ປີ ເທື່ອທີ 9 ວາງອອກ ໄດ້ຢ່າງມີໄຊ; ສ້າງ ສປປ ລາວ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ ແລະ ວັດທະນາ ຖາວອນ ຕາມທິດສັງຄົມນິຍົມສໍາ ເລັດຜົນຢ່າງຈົບງາມ. ພວກຂ້າພະເຈົ້າ, ມີຄວາມປິຕິ ຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຄຽງຄູ່ ກັບບັນດາຜົນງານຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫລອດໄລຍະຜ່ານ ມາ, ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມລາວ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນພົມວິຫານ, ປະທານສຸພານຸ ວົງ ທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ບັນດາຮຸ່ນ ການນໍາພັກ, ລັດ ແລະ ປະຊາຊົນ ສອງຊາດ ສືບຕໍ່ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ນັບມື້ໄດ້ຮັບການຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີປະ ສິດທິຜົນໃນທຸກຂົງເຂດ, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາ ຢູ່ແຕ່ລະປະເທດ. ພັກ, ລັດຖະບານ ແລະ ປະຊາ ຊົນ ຫວຽດນາມ ຍາມໃດກໍຖືສໍາຄັນ ແລະ ຈາລຶກໄວ້ສະເໝີການສະໜັບ ສະໜູນຢ່າງເຂັ້ມແຂງ, ການຊ່ວຍ ເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ມິດ ຈິດມິດໃຈອັນບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນຂອງ ພັກ, ລັດຖະ ບານ ແລະ ປະຊາຊົນລາວອ້າຍນ້ອງ ໃຫ້ແກ່ພັກ, ລັດຖະບານ ແລະ ປະຊາ ຊົນ ຫວຽດນາມ ຕະຫລອດໄລຍະ ທີ່ຜ່ານມາ. ພວກຂ້າພະເຈົ້າ ຈະເຮັດ ສຸດຄວາມສາມາດຂອງຕົນຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນ ລາວ ປົກປັກຮັກສາ, ຖະນຸຖະໝອມ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບຄວາມສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ນັບມື້ຂະ ຫຍາຍຕົວຂຶ້ນສູ່ລະດັບໃໝ່ ເພື່ອຜົນ ປະໂຫຍດຂອງປະຊາຊົນແຕ່ລະ ປະເທດ, ເພື່ອສັນຕິພາບ, ສະຖຽນ ລະພາບ, ການຮ່ວມມື ແລະ ພັດທະ ນາຢູ່ໃນຂົງເຂດ ແລະ ໃນໂລກ. ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດ ນາມ-ລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົ່ງແກ່ນຕະຫລອດ ກາລະນານ. ພ້ອມກັນນີ້, ຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດ ຫວຽດນາມ ກໍໄດ້ສົ່ງໂທລະເລກ ອວຍພອນເຖິງຄະນະພົວພັນຕ່າງ ປະເທດສູນກາງພັກປະຊາຊົນປະຕິ ວັດລາວ ເນື່ອງໃນໂອກາດວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວຄົບ ຮອບ 68 ປີ ເຊັ່ນດຽວກັນ. ຂປລ. ໃນຕອນເຊົ້າວັນທີ 22 ມີ ນາ 2023 ນີ້, ບັນດາການນຳພັກລັດ ແຫ່ງ ສປປ ລາວ, ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ເນື່ອງໃນໂອກາດວັນ ສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22/03/195522/03/2023). ການວາງພວງມາລາໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບ ຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງ ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄື ບັນດາ ນັກຮົບປະຕິວັດທີ່ໄດ້ເສຍສະລະຊີ ວິດ, ເລືອດເນື້ອ ເພື່ອພາລະກິດປະ ຕິວັດຢ່າງອົງອາດກ້າຫານ ພາຍໃຕ້ ການຊີ້ນຳ-ນຳພາ ຂອງພັກປະຊາ ຊົນ ປະຕິວັດລາວ ຈົນສາມາດຍາດ ໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາ ໃນປັດຈຸບັນນີ້, ພາຍໃຕ້ການນໍາ ພາ-ຊີ້ນໍາອັນຖືກຕ້ອງຂອງພັກ ປະ ຊາຊົນ ປະຕິວັດລາວ ຊຶ່ງມີສະຫາຍ ເລຂາທິການໃຫຍ່ເປັນຜູ້ນໍາ, ປະຊາ ຊົນລາວ ມີຄວາມກ້າວໜ້າອັນໃໝ່ ໃນການຕໍ່ສູ້ເພື່ອຈັດຕັ້ງຜັນຂະຫຍາຍ ບັນດາມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ຂ້າພະເຈົ້າຂໍອວຍພອນໄຊມາຍັງ ສະຫາຍເລຂາທິການໃຫຍ່ ຈົ່ງມີຜົນ ສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບ ຜິດຊອບຂອງສະຫາຍ ເພື່ອເສີມຂະ ຫຍາຍ ພັກປະຊາຊົນ ປະຕິວັດລາວ ໃຫ້ມີຄວາມເຂັ້ມແຂງ, ຄວາມສະ ຫວັດດີພາບ ຂອງປະຊາຊົນລາວ ແລະ ສະແດງຄວາມເຊື່ອໝັ້ນຢ່າງ ໜັກແໜ້ນວ່າ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນເປັນມູນ ເຊື້ອໃນຖານສະຫາຍຂອງສອງພັກ, ສອງປະເທດພວກເຮົາຈະໄດ້ຮັບ ການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນອະນາຄົດ. ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າ ເຜີຍ ໃນວັນທີ 2 ທັນວາ 1975. ພາຍຫລັງສຳເລັດການວາງ ພວງມາລາທີ່ອານຸສາວະລີ ນັກຮົບ ນິລະນາມແລ້ວ, ຄະນະການນຳ ພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກ ໄມ້ ຢູ່ຕໍ່ໜ້າອະນຸສາວະລີ ປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນ ລາວທັງຊາດ ເພື່ອສະແດງຄວາມ ກະຕັນຍູຮູ້ບຸນຄຸນທີ່ໄດ້ສຸມສະຕິປັນ ຍາ ເຂົ້າໃນການນຳພາຂະບວນການ ຕໍ່ສູ້ຕ້ານການຮຸກຮານຂອງພວກ ຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກ ມາສູ່ປະຊາຊົນລາວບັນດາເຜົ່າ. ປະທານ ໄກສອນ ພົມວິຫານ ສົມແລ້ວ ທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ ທົ່ວພັກ ແລະ ທົ່ວປວງຊົນລາວທັງ ຊາດ, ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍືນຍົງໃນດວງໃຈຂອງປວງຊົນ ລາວທັງຊາດຕະຫລອດກາລະນານ. ຂ່າວ: ວຽງສະຫວັນ, ພາບ: ເກດສະໜາ ສະດີຂອງພັກ ນັບແຕ່ມື້ສ້າງຕັ້ງຈົນ ເທົ່າທຸກວັນນີ້; ພ້ອມກັນນີ້, ພັກເຮົາ ສ້າງຂຶ້ນດ້ວຍໂຄງປະກອບການຈັດ ຕັ້ງຂອງພັກ ທີ່ໜັກແໜ້ນ, ໝັ້ນຄົງ ຕາມຫລັກການ ແລະ ທິດສະດີມາກເລນິນ ເຊິ່ງມີການປະດິດສ້າງເປັນ ແຕ່ລະໄລຍະ, ພັກເຮົາຮັບຮູ້ວ່າທິດ ສະດີ ມາກ-ເລນິນ ບໍ່ແມ່ນ ຄໍາພີ, ຕ້ອງມີການປະດິດສ້າງ. ນອກ ຈາກ ນີ້, ພັກເຮົາມີສະມາຊິກພັກທີ່ປະກອບ ດ້ວຍຊົນຊັ້ນຫລັກຂອງສັງຄົມຄື:ກຳ ມະກອນ, ຊາວກະສິກອນ, ນັກຮຽນ ຮູ້ປັນຍາຊົນປະຕິວັດ ທີ່ເປັນພົນລະ ເມືອງລາວ ທີ່ກ້າວໜ້ານັບມື້ນັບ ເຕີບໃຫຍ່ ຂະຫຍາຍຕົວຢູ່ໃນພັກ ເຮົາຕະຫລອດມາ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນຕື່ມວ່າ: 3 ອົງປະກອບດັ່ງ ກ່າວນັ້ນ, ແມ່ນຈຸລັງຂອງພັກເຮົາ ແລະ ຈຸລັງນີ້ ປະກອບເປັນພັກປະ ຊາຊົນປະຕິວັດລາວ, ພັກເດີນຕາມ ລັດທິມາກ-ເລນິນ, ພັກນີ້ເຕີບໃຫຍ່ ຂຶ້ນມາ ແລະ ນຳພາປະຊາຊົນເຮົາ ຕໍ່ສູ້ກອບກູ້ເອົາເອກະລາດ, ອຳນາດ ອະທິປະໄຕຂອງຊາດ ແລະ ສືບຕໍ່ ນຳພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນເທົ່າທຸກວັນນີ້. ພັກປະຊາຊົນ ປະຕິວັດລາວ ອາດຈະມີອັນຄ້າຍຄື ແລະ ມີອັນແຕກຕ່າງ ຈາກພັກກອມ ມູນິດ ແລະ ພັກກຳມະກອນຂອງປະ ເທດອື່ນໆ, ແຕ່ສິ່ງສຳຄັນ ພັກເຮົາ ໄດ້ເຕີບໃຫຍ່ຂຶ້ນດ້ວຍທາດແທ້ອັນ ບໍ່ປ່ຽນແປງ, ໜັກແໜ້ນຕໍ່ຫລັກການ ພື້ນຖານ, ປັບປຸງໃຫ້ແທດເໝາະກັບ ກາລະເທສະ, ຄ່ອງຕົວທາງດ້ານ ການວາງນະໂຍບາຍ, ສະດຸ້ງໄວ ທາງດ້ານການຊີ້ນຳປະຕິບັດ, ຜ່ານ ຜ່າໄດ້ທຸກເຫດການທີ່ຫລໍ່ແຫລມ, ສັບສົນທີ່ກະທົບຕໍ່ລະບົບແນວຄິດ, ຈິດໃຈຂອງພັກ. ການຜ່ານຜ່າໄດ້, ຜ່ານພົ້ນສິ່ງຕ່າງໆ ທີ່ກ່າວມານັ້ນ ຈຶ່ງເຮັດໃຫ້ພັກເຮົາໄດ້ຮັບການ ຍອມ ຮັບຈາກປະຊາຊົນ, ເປັນພັກທີ່ຍອມ ຮັບຈາກບັນດາພັກການເມືອງຂອງ ທົ່ວໂລກ (ນັບທັງພັກກຳອຳນາດ ຫລື ພັກບໍ່ກຳອຳນາດ ຂອງປະເທດ ຕ່າງໆ ທີ່ມີລະບົບການເມືອງທີ່ແຕກ ຕ່າງໃນທົ່ວໂລກ). ເຕັກໂນໂລຊີນະວັດຕະກຳ ລາວຫວຽດນາມ (Tech-Innovation Vietnam-Laos) ປະຈ,ໍາປີ 2023 ໃນວັນທີ 4-5 ເມສາ 2023 ນີ້. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຖະແຫລງຂ່າວ ກ່ຽວກັບການຈັດງານດັ່ງກ່າວ ໃນ ວັນທີ 21 ມີນາ 2023 ນີ້ວ່າ: ຈຸດ ປະສົງຕົ້ນຕໍ ຂອງການຈັດງານວາງ ສະແດງ ເພື່ອຊຸກຍູ້ການຮ່ວມມືດ້ານ ການນຳໃຊ້, ຖ່າຍທອດເຕັກໂນໂລຊີ ນະວັດຕະກຳ ແລະ ຊອກ ຄູ່ຮ່ວມມື ລະຫວ່າງ ໜ່ວຍງານຄົ້ນຄວ້າວິໄຈ ແລະ ບັນດາວິສາຫະກິດຂອງສອງ ປະເທດ, ເພີ່ມທະວີການພົວພັນຮ່ວມ ມື, ຮອບດ້ານບົນພື້ນຖານນ້ຳໃຈມິດ ຕະພາບອັນຍິ່ງໃຫຍ່ ແລະ ຄວາມສາ ມັກຄີພິເສດ ທີ່ເປັນມູນເຊື້ອອັນຍາວ ນານລະຫວ່າງ ລາວ-ຫວຽດນາມ, ເພື່ອເຊື່ອມໂຍງບັນດານັກຄົ້ນຄວ້າ ວິໄຈ ແລະ ນັກພັດທະນາເຕັກໂນໂລ ຊີນະວັດຕະກຳ ຂອງຫວຽດນາມ ກັບບັນດາອົງການຂອງລັດ ແລະ ບັນດາຫົວໜ່ວຍທຸລະກິດລາວ ເພື່ອ ຊຸກຍູ້ສົ່ງເສີມດ້ານການຄ້າ ແລະ ການລົງທຶນດ້ານເຕັກໂນໂລຊີນະ ວັດຕະກຳ ໃນຂົງເຂດທີ່ສຳຄັນຂອງ ລາວ, ເພື່ອສົ່ງເສີມການຖ່າຍທອດ ເຕັກໂນໂລຊີ, ການນຳໃຊ້ນະວັດຕະ ກຳສ້າງ ແລະ ຊອກກາລະໂອກາດ ໃນການຮ່ວມມື, ການລົງທຶນ ແລະ ການຖ່າຍທອດເຕັກໂນໂລຊີລະ ຫວ່າງບັນດາອົງການຈັດຕັ້ງ, ບັນ ດາວິສະຫະກິດ ລາວ-ຫວຽດນາມ. ງານວາງສະແດງຄັ້ງນີ້, ເປັນ ການ ຮ່ວມມື ລະຫວ່າງກະຊວງເຕັກ ໂນໂລຊີແລະການສື່ສານ ສປປລາວ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຊຶ່ງໄດ້ ມີການເຊື້ອເຊີນບັນດາສະຖາບັນ ການ ຄົ້ນຄວ້າ, ສະຖາບັນການສຶກ ສາ, ພາກສ່ວນທຸລະກິດ ແລະ ຜູ້ປະ ກອບກິດຈະການທຸລະກິດ Startup ທີ່ມີຊື່ສຽງ ຈາກ2ປະເທດເຂົ້າຮ່ວມ ຊຶ່ງຈະໄດ້ຈັດຫລາຍກິດຈະກໍາ ເຊັ່ນ: ງານວາງສະແດງກ່ຽວກັບເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ, ເຕັກໂນໂລຊີດີຈິຕອນ, ພະລັງງານ ທົດແທນ, ການບຳບັດສິ່ງແວດ ລ້ອມ, ການເກັບຮັກສາອາຫານເຕັກໂນໂລຊີປຸງແຕ່ງ, ຂົງເຂດການ ທ່ອງທ່ຽວ, ການຄ້າເອເລັກໂຕນິກ (E-commerce), ເຕັກໂນໂລຊີ ນະວັດຕະກຳໃໝ່, ຜົນງານການຄົ້ນ ຄວ້າ ແລະ ຜະລິດຕະພັນຈາກຫົວຄິດ ປະດິດສ້າງ ຂອງທຸລະກິດ Startup ຈາກ ສປປ ລາວ ແລະ ສສ ຫວຽດ ນາມ ຈຳນວນ 60 ກວ່າຮ້ານວາງ ສະແດງ (booth) ໃນນັ້ນ,ຄາດ ຄະເນ ມີຮ້ານວາງສະແດງຂອງ ຫວຽດນາມ 30 ຮ້ານ ແລະ ຮ້ານ ວາງສະແດງຂອງ ຄູ່ຮ່ວມມືລາວ 30 ຮ້ານ, ການຈັດສຳມະນາກ່ຽວ ກັບວິຊາການ ຫົວຂໍ້: ເປີດກວ້າງ ການຮ່ວມມື ແລະ ກຳນົດແຜນພັດ ທະນາ ລະບົບນິເວດນະວັດຕະກຳ ແລະ ຜູ້ປະກອບການທຸລະກິດ Startup, ເວທີເສວະນາການເຊື່ອມ ໂຍງດ້ານເຕັກໂນໂລຊີ ແລະ ຜູ້ປະ ກອບການທຸລະກິດ Startup ຊຶ່ງ ເນື້ອໃນຕົ້ນຕໍ ເພື່ອຂຸດຄົ້ນຊອກຮູ້, ຖ່າຍທອດເຕັກໂນໂລຊີ ແລະ ນະ ວັດຕະກຳ ຢູ່ ສສ ຫວຽດນາມ; ຊຸກ ຍູ້ສົ່ງເສີມຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງສປປລາວ; ກໍານົດແຜນຮ່ວມມື ເພື່ອພັດທະນາ ລະບົບນິເວດນະວັດຕະກຳໃໝ່ ລະ ຫວ່າງ ສອງປະເທດ ສປປ ລາວ ແລະ ສສຫວຽດນາມ; ພັດທະນາລະ ບົບນິເວດນະວັດຕະກຳໃໝ່ ສສ ຫວຽດນາມ ແລະ ເປີດກວ້າງຮ່ວມ ກັບ ສປປ ລາວ. ໃຈໄດ້ວ່າທຸກຄົນຈະໄດ້ຮັບຜົນປະ ໂຫຍດ ຈາກການພັດທະນາຮ່ວມ ກັນຢ່າງເທົ່າທຽມ. ຄມສ ໄດ້ລະບຸວ່າ: ເພດຍິງ ແລະ ເພດຊາຍ ຕ່າງກໍມີສ່ວນຮ່ວມໃນ ການພັດທະນາແຫລ່ງນໍ້າ ແລະ ທັງ ສອງເພດໄດ້ຮັບຜົນກະທົບໃນຮູບ ແບບຕ່າງໆ, ເຂດພື້ນທີ່ຊົນນະບົດ ຂອງອ່າງແມ່ນໍ້າຂອງຕອນລຸ່ມ ເພດ ຍິງມີໜ້າທີ່ຮັບຜິດຊອບຫລັກກ່ຽວ ກັບນໍ້າ, ການຫລຸດລົງຂອງເຂົ້າ, ປາ, ອາຫານ ເນື່ອງຈາກນໍ້າ ແລະ ການພັດທະນາທີ່ກ່ຽວຂ້ອງ ມັນສົ່ງ ຜົນກະທົບຕໍ່ເພດຍິງຫລາຍຂຶ້ນ ເນື່ອງ ຈາກວ່າ ພວກເຂົາເຈົ້າຈະຕ້ອງຮັບ ຜິດຊອບໃນການປູກຝັງ ແລະ ການ ກຽມອາຫານ. ຈາກສະຖານະການ ດັ່ງກ່າວ, ອົງການທີ່ກ່ຽວຂ້ອງກັບ ນໍ້າ ສ່ວນໃຫຍ່ຈຶ່ງສົ່ງເສີມຄວາມເທົ່າ ທຽມທາງດ້ານບົດບາດຍິງ-ຊາຍ ແລະ ຫລາຍອົງກອນກໍໃຫ້ຄວາມສຳ ຄັນຕໍ່ນະໂຍບາຍນີ້. ນະໂຍບາຍຂອງລັດຖະບານ, ການດຳເນີນການທາງ ດ້ານສາທາ ລະນະ ແລະ ການເຕີບໂຕທາງດ້ານ ເສດຖະກິດໃນລະດັບສູງຢ່າງຕໍ່ ເນື່ອງ ແລະ ການຫລຸດຜ່ອນຄວາມ ທຸກຍາກ ລ້ວນແຕ່ຊ່ວຍຫລຸດຊ່ອງ ຫວ່າງລະຫວ່າງເພດໃນຫລາຍດ້ານ ເຊັ່ນ: ການເຂົ້າເຖິງການສຶກສາ, ສຸຂະພາບ, ການເຂົ້າເຖິງນໍ້າປະປາ ແລະ ສຸຂາອະນາໄມຕ່າງໆ. ທະນາ ຄານ ໂລກໄດ້ສະແດງໃຫ້ເຫັນແລ້ວ ວ່າກິດຈະກຳທີ່ຄໍານຶງເຖິງຄວາມ ເທົ່າທຽມທາງເພດມີທ່າອ່ຽງ ທີ່ ຈະບັນລຸວັດຖຸປະສົງໄດ້ຫລາຍກວ່າ ໂຄງການທີ່ບໍ່ຄໍານຶງເຖິງຄວາມເທົ່າ ທຽມທາງດ້ານບົດບາດຍິງ-ຊາຍ ແລະ ການສົ່ງເສີມເພດຍິງ ເປັນຫົວ ໃຈສຳຄັນຂອງການບັນລຸເປົ້າໝາຍ ພັດທະນາແບບຍືນຍົງທັງໝົດ. ຄໍາໝັ້ນສັນຍາຂອງຄະນະກຳມາ ທິການແມ່ນໍ້າຂອງໃນການຊຸກຍູ້ບົດ ບາດ-ຍິງຊາຍ ໃນໄລຍະ 2 ທົດສະ ວັດທີ່ຜ່ານມາ ໄດ້ເນັ້ນໃສ່ຍຸດທະສາດ ແລະ ນະໂຍບາຍດ້ານບົດບາດ-ຍິງ ຊາຍ ຂອງ ຄມສ ໃນຫົວຂໍ້: ຄໍາໝັ້ນ ສັນຍາກ່ຽວກັບບົດບາດຍິງ-ຊາຍ ໃນການພັດທະນາຊັບພະຍາກອນ ນໍ້າ ຢູ່ອ່າງແມ່ນໍ້າຂອງ ຕອນລຸ່ມເຊິ່ງ ຖືກສ້າງຂຶ້ນໃນປີ 2020; ການຄໍາ ນຶງເຖິງບົດບາດຍິງ-ຊາຍເປັນເລື່ອງ ສຳຄັນລະດັບຊາດ ເພື່ອເພີ່ມຜົນ ໄດ້ຮັບທາງດ້ານການພັດທະນາເສດ ຖະກິດ ແລະ ສັງຄົມທີ່ເທົ່າທຽມກັນ, ບັນດາປະເທດສະມາຊິກ ຄມສ ຍັງ ໄດ້ພັດທະນາຍຸດທະສາດ ແລະ ແຜນ ລະດັບຊາດທາງດ້ານບົດບາດຍິງຊາຍຂອງຕົນ. ໃນລະດັບອົງກອນ, ຄມສ ໄດ້ສະ ໜັບສະໜູນການສົ່ງເສີມບົດບາດ ຍິງ-ຊາຍ ໂດຍສະເພາະການເອົາ ບົດບາດຍິງ-ຊາຍ ເຂົ້າຢູ່ໃນຍຸດທະ ສາດພັດທະນາອ່າງ ແລະ ແຜນຍຸດ ທະສາດແມ່ນໍ້າຂອງ, ເພີ່ມທະວີ ຄວາມອາດສາມາດດ້ານວິຊາການ ແລະ ລະບົບຄວາມຮັບຜິດຊອບຕໍ່ ບົດບາດຍິງ-ຊາຍ ເຂົ້າໃນວຽກງານ ວິຊາການຂອງ ຄມສ, ສົ່ງເສີມວັດ ທະນະທຳຂອງອົງກອນທີ່ອ່ອນໄຫວ ຕໍ່ບົດບາດຍິງ-ຊາຍ ແລະ ສະພາບ ແວດລ້ອມໃນການເຮັດວຽກ, ສົ່ງ ເສີມການມີສ່ວນຮ່ວມຂອງພາກ ສ່ວນທີ່ກ່ຽວຂ້ອງ ແລະ ການຖ່າຍ ທອດບົດບາດຍິງ-ຊາຍ ໂດຍຜ່ານ ການສຳມະນາແລະການຝຶກອົບຮົມ ເລື່ອງບົດບາດຍິງ-ຊາຍ, ພັດທະນາ ແນວທາງທີ່ກ່ຽວຂ້ອງກັບບົດບາດ ຍິງ-ຊາຍ, ຊຸດເຄື່ອງມື ແລະ ເຄື່ອງ ມືທີ່ສົ່ງເສີມຂີດຄວາມສາມາດ ທາງເພດ. ສ່ວນໃນລະດັບປະເທດ, ຄມສ ໄດ້ສະໜັບສະໜູນອົງການ ແຫ່ງຊາດຢ່າງຕັ້ງໜ້າໃນການຊຸກຍູ້ ແລະ ສົ່ງເສີມບົດບາດຍິງ-ຊາດ ໃນການລິເລີ່ມທີ່ກ່ຽວຂ້ອງກັບນໍ້າ, ໃນການພັດທະນາແຜນປະຕິບັດ ງານບົດບາດຍິງ-ຊາຍ ສະເພາະ ຂອງປະເທດ ແລະ ການສ້າງຂີດ ຄວາມສາມາດຕ່າງໆນຳອີກ. ການຫົວໜ້າພະແນກການເງິນ ແຂວງຫລວງພະບາງ, ຫົວໜ້າຄັງ ເງິນປະຈຳແຂວງ, ຫົວໜ້າສ່ວຍສາ ອາ ກອນ ແລະ ພາກສ່ວນກ່ຽວຂ້ອງ ຈາກສູນກາງ, ແຂວງເຂົ້າຮ່ວມ. ໂດຍປະຕິບັດຕາມມາດຕາ 03 ຂໍ້ທີ 1 ຂອງມະຕິກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງ ຊາດ ຊຸດທີ IX ສະບັບເລກທີ 63/ສພຊ, ລົງວັນທີ 09 ທັນວາ 2022 ກະຊວງການເງິນ ແລະ ແຂວງຫລວງພະບາງ ເຫັນດີເປັນ ເອກະພາບມອບ-ຮັບການທົດລອງ ຫັນຫົວໜ່ວຍວິສາຫະກິດ ທີ່ສູນ ກາງຄຸ້ມຄອງໃນໄລຍະຜ່ານມາໃຫ້ ແຂວງຫລວງພະບາງ ສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃນປີ 2023 ຈຳນວນ 12 ຫົວໜ່ວຍທຸລະກິດເພື່ອ ໃຫ້ກາຍເປັນແຂວງເກີນດຸນທາງ ດ້ານງົບປະມານ (ລາຍຮັບກຸ້ມລາຍ ຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງ ໃຫ້ສູນກາງ) ປະກອບມີ: ບໍລິສັດ ວາບປ໌ ດາຕາ ເຕັກໂນໂລຊີລາວ ຈໍາກັດ ຜູ້ດຽວ, ບໍລິສັດ ທຽນຈິນຫົວ ຄານ ບໍ່ແຮ່ (ລາວ) ຈຳກັດ, ບໍລິສັດ ຊໍການຊ່າງ (ລາວ) ຈໍາກັດ, ບໍລິສັດ ຜະລິດໄຟຟ້າພະລັງນ້ຳ ນ້ຳອູ ຈໍາ ກັດ, ບໍລິສັດ ລາວເຊີນຮວາມາຍນີ້ງ ຈຳກັດ, ບໍລິສັດ ພູເບ້ຍລຽນນາ ມາຍ ນິ້ງ ຈຳກັດ, ບໍລິສັດ ລາວເສສວນ ວິສາວະກໍາ ບໍ່ແຮ່ ຈໍາກັດ, ບໍລິສັດ ໂພນທອງ ມາຍນິ້ງ ຈຳກັດ, ບໍລິສັດ ເມືອງງອຍພັດທະນາ ມາຍນິ້ງ ຈຳກັດ, ບໍລິສັດ ເສສວນ ຊວນຕີ້ (ລາວ) ລົງທຶນດ້ານບໍ່ແຮ່ ຈຳກັດ, ບໍລິສັດ ໄມ້ສັກຫລວງພະບາງ ຂາ ອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ແມ່ນໍ້າ ຂອງກຣຸບ ຈໍາກັດ. ການມອບ-ໂອນຫົວໜ່ວຍວິສາ ຫະກິດທີ່ສູນກາງຄຸ້ມຄອງຜ່ານມາ ມອບໃຫ້ທ້ອງຖິ່ນ ແມ່ນເຫັນຄວາມ ຈໍາ ເປັນໃນການພັດທະນາທ້ອງຖິ່ນ, ເຊິ່ງຈະສ້າງຄວາມສະດວກໃນການ ຄຸ້ມຄອງ, ການປະສານວຽກ ແລະ ທິດນໍາຂອງລັດຖະບານກໍຄືກະຊວງ ການເງິນ ທີ່ໄດ້ເຫັນດີເປັນເອກະ ພາບມອບ-ໂອນຫົວໜ່ວຍທຸລະກິດ ຂະໜາດໃຫຍ່ທີ່ສູນກາງຄຸ້ມຄອງ ເພື່ອໃຫ້ແຂວງຮັບຜິດຊອບໃນໄລຍະ ທີ່ທາງສູນກາງ ໄດ້ມອບໃຫ້ແຂວງ ກຸ້ມຕົນເອງທາງດ້ານງົບປະມານ. ສະນັ້ນ, ຈຶ່ງມີການຈັດສັນໂດຍການ ມອບຫົວໜ່ວຍທຸລະກິດ ແລະ ບໍລິສັດ ທີ່ຕັ້ງຢູ່ກັບແຂວງນັ້ນ ເພື່ອໃຫ້ແຂວງ ຄຸ້ມຄອງເອງ. ທັງນີ້, ເພື່ອໃຫ້ກາຍ ເປັນແຂວງເກີນດຸນທາງດ້ານງົບປະ ມານ (ລາຍຮັບກຸ້ມລາຍຈ່າຍແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນກາງ). ໃນໂອກາດດຽວກັນນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ພ້ອມດ້ວຍຄະ ນະຍັງໄດ້ເຂົ້າພົບປະທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງ ພະບາງ ຕື່ມອີກ. ຂ່າວ-ພາບ: ກະຊວງການເງິນ ຄະນະພັກ, ຮອງຫົວໜ້າ ຫສປທ, ມີບັນດາຫົວໜ້າກົມ, ຮອງກົມ, ສະ ມາຊິກພັກ ແລະ ພະນັກງານ-ລັດຖະ ກອນພາຍໃນ ຫສປທ ເຂົ້າຮ່ວມ ຮັບຟັງ. ການປາຖະກະຖາວັນສຳຄັນ ດັ່ງກ່າວ, ກໍແມ່ນເພື່ອທົບທວນຄືນ ມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດໂດຍພາຍໃຕ້ການ ນຳພາ-ຊີ້ນຳຂອງພັກ ປະຊາຊົນ ປະ ຕິວັດລາວ ຕະຫລອດ 68 ປີຜ່ານ ມາ ແລະ ລະນຶກວັນນັກຮົບເສຍອົງ ຄະ ແລະ ເສຍສະຫລະຊີວິດ ເພື່ອ ປະເທດຊາດ ຄົບຮອບ 77 ປີ ແລະ ຫວນຄືນມູນເຊື້ອການສ້າງຕັ້ງອົງ ການກວດກາພັກ-ລັດ ສປປ ລາວ ຄົບຮອບ 41 ປີ, ເພື່ອສືບຕໍ່ເສີມຂະ ຫຍາຍມູນເຊື້ອ ແລະ ທາດແທ້ຂອງ ພັກ ເຮົາເຂົ້າໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດພາລະກິດປ່ຽນແປງ ໃໝ່ ໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ສຳເລັດຜົນ, ເພື່ອສືບ ຕໍ່ບຸກທະລຸທາງດ້ານແນວຄິດຈິນຕະ ນາການ, ສ້າງໃຫ້ມີການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງ-ຮອບ ດ້ານ, ສ້າງຄວາມຮັບຮູ້ທາງດ້ານ ແນວຄິດ ແລະ ການກະທໍາ, ສົ່ງເສີມ ດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງແລະ ສິ່ງທ້າທາຍຕ່າງໆ ທີ່ອາດເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກ ງານ ແລະ ປະຊາຊົນບັນດາເຜົ່າຕໍ່ ການນໍາພາຂອງພັກ ແລະ ການຄຸ້ມ ຄອງຂອງລັດ. ພ້ອມກັນນັ້ນ, ກໍເພື່ອ ໃຫ້ກະຊວງ-ອົງການ ແລະ ທ້ອງ ຖິ່ນຜັນຂະຫຍາຍມູນເຊື້ອຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດບັນດາ ຄາດໝາຍສູ້ຊົນຂອງຂະແໜງ ການຂອງຕົນ ໃຫ້ສໍາເລັດຕາມຄາດ ໝາຍທີ່ວາງໄວ້, ເພື່ອສ້າງຄວາມ ຮັບຮູ້ຢ່າງເລິກເຊິ່ງ ເຖິງຄວາມປີຊາ ສາມາດແລະ ຄວາມສະຫລາດຫລັກ ແຫລມຂອງພັກເຮົາ ໃນການນໍາພາ ຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄື ການນໍາພາປະຕິບັດ 2 ໜ້າທີ່ຍຸດ ທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມ ທິດສັງຄົມນິຍົມ ແລະ ເພື່ອພ້ອມ ກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະລະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດໃນຂະບວນການ ຕໍ່ສູ້ປົດປ່ອຍຊາດທີ່ມີຫລາຍເຫດ ການປະຫວັດສາດ ຊຶ່ງປວງຊົນລາວ ທັງຊາດບໍ່ມີວັນລືມ. ຂໍ້ມູນ-ພາບ: ສຳນານ
RkJQdWJsaXNoZXIy MTc3MTYxMQ==