5584

gsfdko{dkora fmtok a xtgmf]k; ( xu 2023 g,n v']t,k, 9tl6h -q o gda []kpIa [g0Q k'[xt,ko.sh gxa o]t[q [ q oa ddy ]k7q ory dko8kmu ,-kf]k; wfh Iv' -totg]u fdkoc0j '0a og8t[ko 7q ory dko8k 22/03/2023 ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ປີ 2023 ນີ້, ການ ເງິນເມືອງລະມາມ ຈະສູ້ຊົນເກັບ ລາຍຮັບເຂົ້າງົບປະມານໃຫ້ໄດ້7,60 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ ໃນລະດັບ 29,49 ຕື້ກີບ. ພ້ອມທັງ ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ນິຕິ ກໍາໃຕ້ກົດໝາຍທີ່ຕິດພັນກັບວຽກ ງານການເງິນ ດ້ວຍຫລາຍຮູບແບບ ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວ ເຖິງ; ສືບຕໍ່ຊຸກຍູ້ຫົວໜ່ວຍທຸລະກິດທີ່ ມີເງື່ອນ ໄຂໃຫ້ເຂົ້າສູ່ລະບົບອາກອນ ມູນຄ່າເພີ່ມ; ປັບປຸງກົນໄກການເກັບ ລາຍຮັບພາສີທີ່ດິນໃຫ້ເໝາະສົມ; ປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ສ້າງຄວາມ ເຂັ້ມແຂງ ແລະ ການເພີ່ມຂຶ້ນຂອງ ລາຍຮັບງົບປະມານແຫ່ງລັດໃຫ້ ເປັນຮູບປະທໍາ; ສູ້ຊົນເກັບລາຍຮັບ ເຂົ້າງົບປະມານຕາມຖານທີ່ມີໃຫ້ຄົບ ຖ້ວນແລະຄຸ້ມຄອງລາຍຈ່າຍໃຫ້ຖືກ ຕ້ອງຕາມລະບຽບກົດໝາຍ. ແຜນການສູ້ຊົນດັ່ງກ່າວ ໄດ້ຮັບ ການລາຍງານຈາກ ທ່ານ ຄໍາປານ ພິມມະເສນ ວ່າການຫົວໜ້າຫ້ອງ ການ-ການເງິນເມືອງລະມາມ ໃນ ກອງປະຊຸມສະຫລຸບວຽກງານການ ເງິນທົ່ວເມືອງລະມາມປະຈໍາປີ 2022ແລະວາງທິດທາງແຜນການ ປີ 2023 ວັນທີ 17 ມີນາ ຜ່ານມາ. ພ້ອມນີ້, ທ່ານຍັງຍົກໃຫ້ເຫັນການ ເຄື່ອນໄຫວວຽກງານປະຈໍາປີ2022 ຕິດພັນກັບການປະຕິບັດວາລະແຫ່ງ ຊາດ, ປະຕິບັດມາດຕະການປະຢັດຕ້ານການຟຸມເຟືອຍ, ຕ້ານການຮົ່ວ ໄຫລລາຍຮັບງົບປະມານ, ຄຸ້ມຄອງ ລາຍຈ່າຍໃຫ້ຖືກຕ້ອງສອດຄ່ອງ ຕາມສາລະບານໂຕເລກແຜນງົບປະ ມານປະຈໍາປີ; ຊຸກຍູ້ຫົວໜ່ວຍວິສາ ຫະກິດເຂົ້າໃນລະບົບຄຸ້ມຄອງອາ ກອນແບບທັນສະໄໝ (Tax Ris) ໄດ້ 397 ຫົວໜ່ວຍ; ນໍາໃຊ້ລະບົບ ອອກເລກປະຈໍາຕົວຜູ້ເສຍອາກອນ ບຸກຄົນ (TIN) ເພື່ອເປັນພື້ນຖານ ໃນການເກັບອາກອນລາຍໄດ້ຈາກ ບຸກ ຄົນທົ່ວໄປ ແລະ ຈາກທຸລະກໍາ ດີຈິຕອນໄດ້ 64 ລະຫັດ. ໃນປີ2022 ຜ່ມານມາ, ສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ 5,02 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 126% ທຽບໃສ່ປີ 2021 ເພີ່ມຂຶ້ນ 10%. ໃນນີ້, ລາຍຮັບຈາກອາກອນ ປົກກະຕິ 2,75 ຕື້ກີບ ເທົ່າກັບ 135%; ລາຍຮັບທີ່ດິນ 520 ລ້ານ ກີບ ເທົ່າກັບ 79%; ລາຍຮັບຄ່າທໍາ ນຽມ 60 ລ້ານກີບ ເທົ່າກັບ 75%; ລາຍຮັບຄ່າບໍລິການ 350 ລ້ານກີບ ເທົ່າກັບ 100% ແລະ ລາຍຮັບ ຈາກການຄຸ້ມຄອງຊັບສິນແຫ່ງລັດ 1,34 ຕື້ກີບ ທຽບໃສ່ແຜນປີເທົ່າ ກັບ149%. ສ່ວນລາຍຈ່າຍປະຕິບັດ ໄດ້ 33,29 ຕື້ກີບ ທຽບໃສ່ແຜນປີ ເທົ່າກັບ 99% ທຽບໃສ່ປີ 2021 ເພີ່ມຂຶ້ນ 6% ເປັນຕົ້ນແມ່ນຈ່າຍ ເງິນເດືອນ 22,53 ຕື້ກີບ; ເງິນນະໂຍ ບາຍ 2,19 ຕື້ກີບ; ເງິນບໍລິຫານ 2,49 ຕື້ກີບ; ເງິນດັດສົມສົ່ງເສີມ 1,21 ຕື້ກີບ; ເງິນລົງທຶນ 4,72 ຕື້ ກີບ ແລະ ອື່ນໆ 150 ລ້ານກີບ. ໂອກາດນີ້, ທ່ານຄໍາຮູ້ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ແລະ ທ່ານ ຄໍາໄລ ປັນຍາຄູນ ຮອງ ເຈົ້າເມືອງລະມາມ, ຜູ້ຊີ້ນໍາຂົງເຂດ ເສດຖະກິດຂັ້ນເມືອງ ໄດ້ມີຄໍາເຫັນ ໂອ້ລົມຊີ້ນໍາຫລາຍບັນຫາໃຫ້ຂະ ແໜງການເງິນເມືອງ ເອົາໃຈໃສ່ປະ ຕິບັດ ເປັນຕົ້ນສືບຕໍ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ການ ເຄື່ອນໄຫວວຽກງານໃນປີຜ່ານມາ ໂດຍຖືເອົາການສຶກສາອົບການ ເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເປັນ ປົກກະຕິ, ຕໍ່ເນື່ອງ ເພື່ອສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເພີ່ມທະວີການປະຕິບັດ ມາດຕະການປະຢັດ ແລະ ຕ້ານການ ຟຸມເຟືອຍ; ປັບປຸງກົນໄກການເຮັດ ວຽກ, ອັດຊ່ອງຫວ່າງການຮົ່ວໄຫລ ຂອງລາຍຮັບ, ເກັບລາຍຮັບເຂົ້າງົບ ປະມານໄດ້ຕາມເປົ້າໝາຍແລະແຜນ ການທີ່ວາງໄວ້. ນັກກິລາເຕະບານ ຄົນພິການຕາ ທີມຊາດລາວສາມາດຢັນສະເໝີກັບ ທີມຊາດໄທ ທີມອັນດັບທີ 5 ຂອງ ໂລກ ຄົບ 30 ນາທີ ສະເໝີກັນ 0-0 ແຕ່ໜ້າເສຍດ່າຍຍິງຈຸດໂທດບໍ່ຄົມພໍ ຖືກ ທີມຊາໄທ ແຊງຊະນະ 3-2 ໄດ້ ພຽງອັນດັບທີ 2 ຫລື ຮອງຊະນະ ເລີດໄປຄອງ ສ່ວນໄທໄດ້ອັນດັບທີ 1ລາຍການໄທແລນໂອເພັນ2023 ຫລື 2023 Asia & Pacific Invitational Blind Football Tournament ຈັດຂຶ້ນລະຫວ່າງ ວັນທີ 13-19 ມີນາ ຜ່ານມາ. ການແຂ່ງຂັນເຕະບານ ໄທແລນ ໂອເພັນ 2023 ທີ່ນະຄອນຫລວງ ບາງກອກ ປະເທດໄທຮັບກຽດ ເປັນເຈົ້າພາບ ຊຶ່ງເປັນການລາຍ ການທົດສອບຄວາມພ້ອມຂອງ ທີມ ຊາດລາວ ແລະ ທີມຊາດໄທ ກຽມ ຄວາມພ້ອມເຂົ້າຮ່ວມງານມະຫະ ກຳກິລາຄົນພິການ ອາຊຽນ ຄັ້ງ ທີ 12 ຫລື “ອາຊຽນ ພາຣາເກມ” ຈະຈັດຂຶ້ນທີ່ປະເທດກຳປູເຈຍ ເປັນ ເຈົ້າພາບໃນກາງປີນີ້ ໂດຍນຳທັບ ຄົນພິການຕາທີມຊາດລາວໂດຍ ທ່ານ ບຸນມີ ຫລ່ຽມໄຊຍະຈັກ ວ່າທີ່ ປະທານສະຫະພັນກິລາບານເຕະ ຄົນພິການຕາແຫ່ງຊາດລາວ. ການ ແຂ່ງຂັນກິລາເຕະບານ ລາຍການ ໄທແລນ ໂອເພັນ 2023 ໃນຄັ້ງນີ້ ມີ ທັງໝົດ 4 ຊາດເຂົ້າຮ່ວມ ປະກອບ ມີ: ທີມຊາດໄທ ເຈົ້າພາບ, ທີມຊາດ ລາວ, ທີມຊາດຄາຊັກສະຖານ ແລະ ທີມຊາດອິນເດຍ ຊຶ່ງຮູບແບບການ ແຂ່ງຂັນແມ່ນແຂ່ງພົບກັນໝົດ ຄັດ ເລືອກເອົາອັນດັບທີ1-2ຜ່ານເຂົ້າສູ່ ຮອບຊີງຊະນະເລີດ ແລະ ອັນດັບທີ 3-4 ແມ່ນໄປຊີງອັນດັບທີ 3 ຕາມ ລຳດັບ ລາຍການດັ່ງກ່າວດຳເນີນ ລະຫວ່າງວັນທີ13-19ມີນາ2023. ການແຂ່ງຂັນລາຍການດັ່ງກ່າວ ກຳນົດແຂ່ງຂັນຕັ້ງລະ 15 ນາທີ ລວມສອງຕັ້ງ 30 ນາທີ ເວລາບານ ອອກຫລັງ ແລະ ບານຟາວ ເວລາ ຈະຢຸດແຂ່ງຂັນທັນທີ່ ສຳລັບຜົນ ງານຂອງທັບນັກກິລາເຕະບານ ຄົນ ພິການຕາທີມຊາດລາວ ໃນຮອບ ຄັດເລືອກນັດທຳອິດ ທີມຊາດລາວ ຊະນະທີມຊາດອິນເດຍ 1-0 ປະຕູ, ນັດທີ 2 ທີມຊາດລາວຊະນະ ທີມ ຊາດຄາຊັກສະຖານ 2-0 ປະຕູ ແລະ ນັດສຸດທ້າຍ ທີມຊາດລາວ ເສຍ ທີມຊາດໄທ 0-2 ປະຕູ ກ່ອນໃນ ຮອບຊີງຊະນະເລີດທີມຊາດລາວ ສາມາດຢັນສະເໝີກັບ ທີມຊາດ ໄທ ຄົບເວລາ 30 ນາທີ ສະເໝີ 0-0 ປະຕູ ຕ້ອງມາດວນຈຸດໂທດກັນ ແລະ ເປັນທີມຊາດໄທ ທີ່ຍິງໄດ້ຄົມ ກວ່າເປັນຝ່າຍເອົາຊະນະທີມຊາດ ລາວ ໄປແບບຫວຸດຫວິດ 3-2 ປະຕູ ສົ່ງຜົນໃຫ້ທີມຊາດໄທ ໄດ້ ແຊ໋ມລາຍການນີ້ໄປຄອງ ສ່ວນທີມ ຊາດລາວໄດ້ພຽງອັນດັບທີ2ຂະນະ ທີ່ອັນດັບທີ 3 ເປັນຂອງທີມຊາດ ອິນເດຍ ແລະ ທີ 4 ແມ່ນທີມຊາດ ຄາຊັກສະຖານ. ພາຍຫລັງສິ້ນສຸດພາລະກິດທັບນັກ ກິລາຄົນພິການຕາທີມຊາດລາວ ກໍໄດ້ເດີນທາງມາເຖິງບ້ານເກີດ ເມືອງນອນ ຂົວມິດຕະພາບ ລາວໄທ ເລກທີ 1 ນະຄອນຫຼວງວຽງຈັນ ໃນວັນທີ 19 ມີນາ 2023 ໂດຍ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນຈາກຄະນະນຳກະຊວງ ສຶກສາທິການ ແລະ ກິລາ ກໍຄືຄະນະ ບໍລິຫານງານສະຫະພັນບານເຕະ ຄົນພິການຕາແຫ່ງຊາດລາວ. ສະຫະພັນແມ່ຍິງ...ັ ນ່ ຍິງ ແຂວງຄຳມ່ວວນ...່ ແຂວງ, ອະດີດພະນັກງານອາວຸໂສ ບໍານານ, ຕາງໜ້າພະແນກການ ອ້ອມຂ້າງແຂວງ, ຕາງໜ້າກໍາລັງ ປະກອບອາວຸດ(ປກຊ-ປກສ), ຕາງໜ້າຄະນະບໍລິຫານງານພັກ ເມືອງ ຈາກ 10 ເມືອງ, ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ບົວສອນ ບຸບຜາວັນ ໄດ້ຍົກໃຫ້ເຫັນ ເຖິງສະພາບການຂອງສາກົນ ແລະ ພາກພື້ນທີ່ມີການຜັນແປໄປຢ່າງ ສັບສົນບໍ່ວ່າຈະເປັນທາງດ້ານເສດ ຖະກິດ, ການເມືອງ, ການທະຫານ ແລະ ບັນຫາສະພາບແວດລ້ອມ ຂອງໂລກ ແລະ ອື່ນໆ. ອັນໄດ້ສົ່ງ ຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນລາວບັນດາເຜົ່າ ລວມ ເຖິງຜູ້ປະກອບການ-ນັກທຸລະກິດ ທີ່ມາລົງທຶນພາຍໃນປະເທດຂອງ ພວກເຮົາ. ພ້ອມນີ້, ທ່ານຍັງໄດ້ຍົກ ໃຫ້ເຫັນເຖິງປະຫວັດສາດ ແຫ່ງ ການກໍາເນີດເຕີບໃຫຍ່ຂະຫຍາຍ ຕົວຂອງພັກປະຊາຊົນ ປະຕິວັດ ລາວ ເພື່ອເປັນການຜັນຂະຫຍາຍ ມູນເຊື້ອແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຂອງພັກໃຫ້ ປະກົດຜົນເປັນຈິງ, ຄະນະໂຄສະນາ ສູນກາງພັກ ໄດ້ສ້າງເອກະສານ ໂຄສະນາປາຖະກະຖາ ເພື່ອໃຫ້ສະ ມາຊິກ, ພະນັກງານ, ທະຫານ, ຕໍາ ຫລວດຕະຫລອດຮອດປະຊາຊົນ ລາວບັນດາເຜົ່າ ໄດ້ຄົ້ນຄວ້າເຊື່ອມ ຊຶມ, ປະຫວັດການກໍາເນີດ, ທາດ ແທ້ອຸດົມການ ກໍຄື ຜົນງານການນໍາ ພາຂອງພັກໃນຕະຫລອດໄລຍະ 68 ປີຜ່ານມາ ເພື່ອພ້ອມກັນນໍາເອົາມູນ ເຊື້ອແລະຜົນງານອັນຍິ່ງໃຫຍ່ຂອງ ພັກປະຊາຊົນ ປະຕິວັດລາວ ເຂົ້າ ໃນການປະຕິບັດວຽກງານຕົວຈິງ ຂອງຂະແໜງການ ແລະ ທ້ອງຖິ່ນ ໃຫ້ບັນລຸຕາມຄາດໝາຍທີ່ພັກໄດ້ ກໍານົດໄວ້ . ສໍາລັບມູນເຊື້ອ 21 ມີນາ 1946, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດ ເພື່ອປະເທດຊາດ ແມ່ນ ເປັນບັ້ນຮົບໜຶ່ງທີ່ມີຄວາມໝາຍສໍາ ຄັນຕໍ່ການຕໍ່ສູ້ປ້ອງກັນຕົວເມືອງທ່າ ແຂກ ຈາກອິດທິກໍາລັງຂອງຈັກກະ ພັດລ່າເມືອງຂຶ້ນແບບເກົ່າ. ພ້ອມ ນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນສະພາບ ການ ແລະ ການກະກຽມກາຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບເກົ່າຂອງ ໜ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນ ຢູ່ເມືອງທ່າແຂກ, ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນ ຕົວເມືອງທ່າແຂກ ແລະ ການຜັນ ຂະຫຍາຍມູນເຊື້ອ 21 ມີນາ ຕິດ ພັນກັບການຍົກສູງບົດບາດດ້ານ ການນໍາພາຂອງພັກ ເປັນຕົ້ນ ການ ສຶກສາອົບຮົມຈິດໃຈຮັກຊາດ, ຮັກ ລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສັງຄົມນິຍົມພາຍໃຕ້ການ ນໍາຂອງພັກ, ຕັ້ງໜ້າປຸກລະດົມ ຂົນຂວາຍການເຄື່ອນໄຫວຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ 9 ຂອງພັກ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ຂອງລັດໃຫ້ປະກົດຜົນເປັນ ຈິງ, ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ໂອກາດນີ້, ທ່ານຮອງປະທານ ຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ ໄດ້ຫວນຄືນມູນ ເຊື້ອວັນແມ່ຍິງສາກົນ ໂດຍສະ ເພາະປະຫວັດຄວາມເປັນມາຂອງ ວັນແມ່ຍິງສາກົນ ວັນທີ 8 ມີນາ; ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫລງການ ແລະ ກອງປະຊຸມ ຕ່າງໆກ່ຽວກັບແມ່ຍິງໃນລະດັບ ສາກົນ, ພາກພື້ນ ແລະ ອາຊຽນ; ນະໂຍບາຍ ແລະ ກົນໄກສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ; ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2022 ໂດຍທ່ານ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ລັດຖະບານ ແຕ່ລະປະເທດໄດ້ສ້າງ ເງື່ອນໄຂໃຫ້ແມ່ຍິງໄດ້ຮັບສິດໃນ ການເລືອກຕັ້ງ ແລະ ສາມາດໄດ້ ຮັບການເລືອກຕັ້ງຢູ່ໃນຕຳແໜ່ງ ສູງສຸດທາງດ້ານການເມືອງນັບມື້ ນັບຫລາຍຂຶ້ນ. ໃນປັດຈຸບັນ, ທົ່ວໂລກມີແມ່ຍິງ ທີ່ພວມດຳລົງຕຳແໜ່ງເປັນປະທາ ນາທິບໍດີ, ນາຍົກລັດຖະມົນຕີ ແລະ ຕຳແໜ່ງສຳຄັນອື່ນໆ ໃນຂົງເຂດ ການເມືອງຈຳນວນ 28 ທ່ານ. ໃນ ນີ້ ນາຍົກລັດຖະມົນຕີທີ່ມີອາຍຸນ້ອຍ ທີ່ສຸດໃນໂລກ ແມ່ນນາຍົກລັດຖະ ມົນຕີ ປະເທດຟີນແລນ ທີ່ໄດ້ຮັບຕໍ່າ ແໜ່ງ ອາຍຸພຽງແຕ່ 34 ປີ ແລະ ປັດຈຸບັນ ອາຍຸ 38 ປີ ຈຳນວນ ສະເລ່ຍຂອງສະມາຊິກສະພາເພດ ຍິງໃນທົ່ວໂລກ ມີຈຳນວນເພີ່ມຂຶ້ນ ຊຶ່ງມີຫລາຍກວ່າໝູ່ແມ່ນປະເທດ ເຣິວານດາ (ທະວີບ ອາຟຣິກກາ) *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂອງອົງຄະນະພັກແຂວງ, ຍູ້ແຮງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ ແລະ ຍົກ ສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ສຸມໃສ່ແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດທີ່ ປະເທດເຮົາພວມຜະເຊີນຢູ່ໃຫ້ເຂົ້າ ສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ໃຫ້ສໍາເລັດຕາມຄາດ ໝາຍ, ທັງເອົາໃຈໃສ່ຄຸ້ມຄອງການ ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມຄາດໝາຍ ແລະ ລື່ນ ຄາດໝາຍເສີມຂະຫຍາຍຄວາມ ສາມັກຄີເປັນປຶກແຜ່ນທົ່ວປວງຊົນ ລາວ ພາຍໃຕ້ຮົ່ມທຸງຂອງພັກ ແລະ ເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນກົງຈັກການຈັດຕັ້ງ ພັກ-ລັດ ແລະ ສັງຄົມ, ຕັ້ງໜ້າ ປັບປຸງພາຍໃນພັກ ໃຫ້ເປັນພັກກໍາ ອຳນາດທີ່ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ຍົກສູງຄວາມເປັນແບບຢ່າງ ນໍາໜ້າຂອງພະນັກງານ, ສະມາຊິກ ພັກ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງມະຫາຊົນ, ຜັນຂະ ຫຍາຍມູນເຊື້ອອັນສະຫງ່າງາມ ຂອງພັກ ເຂົ້າໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງຂະແໜງ ການ ແລະ ທ້ອງຖິ່ນຕົນ ໃຫ້ສໍາເລັດ ຕາມແຜນການ ໂດຍສະເພາະການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ອົງຄະນະພັກທຸກຂັ້ນຂອງຕົນ ໃຫ້ບັນລຸຕາມລະດັບຄາດໝາຍທີ່ ວາງໄວ້ . ຂ່າວ-ພາບ: ແດງສະຫວັດ ກວມເຖິງ 61,30%, ອັນດັບທີ 2 ແມ່ນປະເທດກູບາມີ 53,40%ແລະ ອັນດັບທີ 03 ແມ່ນປະເທດ ນິກາຣາ ກົວ ກວມ 50,60%. ສ່ວນ ສປປ ລາວ ແມ່ນນອນໃນອັນດັບທີ 103 ຊຶ່ງມີສະມາຊິກສະພາແຫ່ງຊາດ ເພດ ຍິງ ກວມ 22%. ນະໂຍບາຍ ແລະ ກົນໄກສົ່ງເສີມຄວາກ້າວໜ້າຂອງ ແມ່ຍິງ ໃນ ສປປ ລາວ, ລັດຖະບານ ໄດ້ມີແນວທາງນະໂຍບາຍຕໍ່ການ ພັດທະນາ, ການປົກປ້ອງສິດຜົນ ປະໂຫຍດຂອງແມ່ຍິງ ແລະ ການ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ຊຶ່ງໄດ້ກໍານົດແຈ້ງຢູ່ໃນ ລັດຖະທຳມະນູນ ແລະ ກົດໝາຍ ຕ່າງໆ. ພ້ອມນັ້ນ, ລັດຖະບານ ສປປ ລາວ ຍັງໄດ້ເປັນລັດພາຄີຂອງ ສົນທິສັນຍາສາກົນກ່ຽວກັບການ ປົກປ້ອງສິດທິຂອງແມ່ຍິງໃນດ້ານ ຕ່າງໆ ເປັນຕົ້ນ ລັດຖະທຳມະນູນ ສະບັບທໍາອິດ ໄດ້ຮັບຮອງເອົາໃນ ປີ 1991 ຮອດປີ 2003 ໄດ້ມີການ ປັບປຸງ, ມາດຕາ24 ໄດ້ລະບຸວ່າ ພົນລະເມືອງລາວ ຍິງ- ຊາຍ ມີ ສິດເທົ່າທຽມກັນທາງດ້ານການ ເມືອງ, ເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະ ຄອບຄົວ; ລັດຖະ ທໍາມະນູນ ສະບັບປັບປຸງ ປີ 2015, ມາດຕາ 37 ໄດ້ລະບຸວ່າພົນລະ ເມືອງລາວຍິງ-ຊາຍ ມີສິດເທົ່າທຽມ ກັນທາງດ້ານການເມືອງ,ເສດຖະ ກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ; ທ້າຍປີ 2004 ສະພາ ແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກ ປ້ອງແມ່ຍິງ ຊຶ່ງເນື້ອໃນກົດໝາຍສະ ບັບນີ້ ເລັ່ງໃສ່ຮັບຮອງ ແລະ ຍົກສູງ ບົດບາດຂອງແມ່ຍິງ, ປົກປ້ອງສິດ ຜົນປະໂຫຍດອັນຊອບທໍາຂອງ ແມ່ ຍິງ. ພ້ອມດຽວກັນນີ້, ທ່ານຮອງ ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ ຍັງຮຽກ ຮ້ອງມາຍັງເພດຊາຍຈົ່ງໃຫ້ການ ຮ່ວມມື ແລະ ຍົກສູງບົດບາດຂອງ ເອື້ອຍນ້ອງແມ່ຍິງໃຫ້ຫລາຍຂຶ້ນ. ໂອກາດດຽວກັນນີ້, ທ່ານ ນາງ ວຽງທອງ ພິມພະຈັນ ຮອງປະ ທານ ຄະນະບໍລິຫານງານສະຫະ ພັນແມ່ຍິງກະຊວງ ຖວທ ກໍໄດ້ ລາຍງານສະຫລຸບຕີລາຄາການ ເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ທີ່ມີຜົນງານພົ້ນເດັ່ນ ຫລາຍດ້ານ ເປັນຕົ້ນ ສ້າງໃຫ້ ແມ່ຍິງລາວບັນດາເຜົ່າກາຍເປັນ ພົນລະເມືອງດີ ມີນ້ຳໃຈຮັກຊາດ ມີ ຄຸນສົມບັດສິນທຳປະຕິວັດ, ມີມູນ ເຊື້ອຂອງແມ່ຍິງລາວ ປະກອບ ສ່ວນເຂົ້າໃນການພັດທະນາ ໂດຍ ສະເພາະແມ່ນວຽກງານຂົງເຂດຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ນອກຈາກນີ້,ຍັງໄດ້ຮ່ວມ ມືກັບຫລາຍຂະແໜງການ ໃນການ ສ້າງວິຊາຊີບເສີມສ້າງວຽກເຮັດ ງານທຳໃຫ້ເອື້ອຍນ້ອງແມ່ຍິງລາວ ບັນດາເຜົ່າ ເພື່ອເຮັດໃຫ້ເຂົາເຈົ້າໄດ້ ມີອາຊີບທີ່ໝັ້ນຄົງ, ມີລາຍໄດ້ສາ ມາດເພິ່ງຕົນເອງກຸ້ມຕົນເອງເທື່ອລະ ກ້າວ, ຖືເອົາຂໍ້ແຂ່ງຂັນ 3 ດີ ເປັນ ພື້ນ ຖານໃນການປະຕິບັດວຽກງານ ໃຫ້ມີຜົນສຳເລັດ. ຂ່າວ: ມະນີທອນ,ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==