5584

xtgmf]k; 6 22/03/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ dex6 g9p g-nj v;j kmk']q fw2]k;{9u o 9tfb 'f6 foa dmj v'mj P;g0Q kxtgmfgruj ,0B o dq f\kp;j kfh ;p dkory ,9e|j kp mq [m;odko9a f8A 'xt8y [a f dq f\kp;Pd'kodkcf']k; * ກໍາປູເຈຍເຊື່ອວ່າ ເສັ້ນທາງລົດໄຟ ລາວ-ຈີນ ຈະຊ່ວຍດຶງດູດນັກທ່ອງທ່ຽວ ຕ່າງປະເທດເຂົ້າປະເທດກໍາປູເຈຍ ເພີ່ມ ຂຶ້ນແບບກ້າວກະໂດດ ຂະນະທີ່ບໍລິສັດ ລົດໄຟລາວ-ຈີນໄດ້ປະກາດເປີດຕົວແອບ ສໍາລັບຊື້ປີ້ລົດໄຟຜ່ານທາງອອນ ລາຍ ເພື່ອອໍານວຍຄວາມສະດວກສະບາຍໃຫ້ ທຸກຊັ້ນຄົນ ແລະ ນັກທ່ອງທ່ຽວ ໂດຍ ຈະເຮັດໃຫ້ມີຄວາມວ່ອງໄວ, ທັນໃຈ, ໂປ່ງໃສ, ປະຢັດເງິນ, ປະຢັດເວລາ, ບໍ່ ຜ່ານຫລາຍຂັ້ນຕອນ ທີ່ນາຍໜ້າຊື້ໃຫ້ ແລະ ອື່ນໆ ເຊິ່ງນັ້ນເຮັດໃຫ້ການຂາຍປີ້ ແບບລະບົບເກົ່າໆ ໜ້າຮ້ານທີ່ເຄີຍປະຕິ ບັດມາເກືອບ 2 ປີສິ້ນສຸດລົງ. ອາທິດຜ່ານມາ, ຜູ້ຂຽນໄດ້ອ່ານ ເວັບໄຊຂອງສໍານັກຂ່າວຊິນຮົວຂອງ ສປ ຈີນ ໄດ້ລາຍງານວ່າ: ປະເທດກໍາ ປະເຈຍ ມີຄວາມຫວັງວ່າເສັ້ນທາງລົດ ໄຟລາວ-ຈີນ ຈະນໍາເອົານັກທ່ອງທ່ຽວ ຕ່າງປະເທດເຂົ້າກໍາປະເຈຍຫລາຍຂຶ້ນ ໂດຍແຫລ່ງຊິນຮົວອ້າງວ່າ ທ່ານ ທອງ ໂກນ ລັດຖະມົນຕີວ່າການກະຊວງການ ທ່ອງທ່ຽວຂອງກໍາປູເຈຍເປີດ ເຜີຍ ວ່າ: ພາຍຫລັງເດີນ ທາງໄປຢ້ຽມຢາມ ສປປ ລາວ ເປັນເວລາ 4 ວັນລະຫວ່າງ ກາງເດືອນມີນາ 2023 ຜ່ານມານັ້ນ ໄດ້ມີໂອກາດນັ່ງລົດໄຟຈາກນະຄອນ ຫລວງວຽງຈັນເມືອງເອກຂອງ ສປປ ລາວ ມຸ່ງໜ້າສູ່ເມືອງມໍລະດົກໂລກ ຫລວງພະບາງ “ໂດຍຂ້າພະເຈົ້າເອງ ຄິດວ່າ ການເດີນທາງດ້ວຍລົດໄຟ ຄວາມໄວລາວ-ຈີນ ນີ້ແມ່ນມີຄວາມ ປອດໄຟສູງ, ຄ່າໂດຍສານບໍ່ແພງອັນ ໄດ້ເປັນແຮງຈຸງໃຈເຮັດໃຫ້ນັກທ່ອງ ທ່ຽວເດີນທາງດ້ວຍລົດໄຟຫລາຍຂຶ້ນ, ປັດຈຸບັນເຫັນມີນັກທ່ອງທ່ຽວລາວ, ໄທ ແລະ ອາຊຽນເດີນທາງໄປ ຈີນ ດ້ວຍລົດນີ້ ແລະ ນັກທ່ອງທ່ຽວຈີນ ກໍເດີນທາງມາດ້ວຍລົດໄຟລາວ-ຈີນ ຕໍ່ສິ່ງທີ່ໜ້າສົນໃຈນີ້ຈະຊ່ວຍດຶງດູດນັກ ທ່ອງທ່ຽວອາຊຽນ,ຈີນແລະຊາດອື່ນໆ ເຂົ້າມາກໍາປູເຈຍເພີ່ມຂຶ້ນແບບກ້າວກະ ໂດດໃນປີ 2023”. ຜ່ານມາເສັ້ນທາງທ່ອງທ່ຽວຜ່ານ ທາງລົດໄຟ ລາວ-ຈີນ ຈະເຊື່ອມການ ເດີນທາງຜ່ານ 3 ປະເທດຄື: ສປປ ລາວ, ເຂົ້າມາໄທ ແລະ ເດີນທາງເຂົ້າສູ່ ກໍາປູເຈຍທີ່ຈຸດປອຍເປັດ, ຊາຍແດນກໍາ ປູເຈຍ-ໄທ. ປັດຈຸບັນນີ້ກໍາປູເຈຍມີບັນ ດາເມືອງທີ່ຂຶ້ນທະບຽນເປັນມໍລະດົກ ໂລກ 3 ແຫ່ງຄື: ນະຄອນວັດ, ເຂົາພຣະ ວິຫານ ແລະ ປາສາດສົມໂບຣໄພຣກຸກ ນອກຈາກນັ້ນກໍາປູເຈຍ ຍັງມີເມືອງ ທ່ອງທ່ຽວຕິດກັບຫາດຊາຍແຄມທະ ເລທີ່ມີຊື່ສຽງໂດ່ງດັງເຊັ່ນ: ສີຫະນຸວິວ ແລະ ເກາະກົງ. ເຖິງແນວໃດກໍດີ ຍ້ອນຄວາມຮຽກ ຮ້ອງຕ້ອງການຂອງຍຸກສະໄໝທີ່ເອີ້ນ ວ່າ: ຍຸກອຸດສາຫະກໍາດີຈິຕອນເພື່ອ ຕອບສະໜອງສິ່ງອໍານວຍຄວາມສະ ດວກສະບາຍ,ວ່ອງໄວທັນໃຈ, ໂປ່ງໃສ, ປະຢັດເວລາ, ບໍ່ຜ່ານຂັ້ນຕອນຫລາຍ ບ່ອນ ສະນັ້ນ ບໍລິສັດລົດທາງໄຟ ລາວຈີນ ຈິ່ງໄດ້ປຶກສາຫາລື ແລະ ແລກ ປ່ຽນຄວາມຄິດຄວາມເຫັນກັບພາກ ລັດ ແລະ ໜ່ວຍງານກ່ຽວຂ້ອງຕັດສິນ ພັດທະນາແອບພລິກເຄຊັນສໍາລັບຊື້ປີ້ ລົດໄຟຜ່ານທາງອອນລາຍສໍາເລັດ ແລະ ໄດ້ເປີດໃຫ້ບໍລິການຢ່າງເປັນທາງ ການໃນວັນທີ15ມີນາ 2023ນີ້ໂດຍຊື່ ວ່າ: ‘LCR Ticket’ ສາມາດດາວ ໂຫລດໄດ້ຜ່ານ App Store ສໍາລັບຜູ້ ໃຊ້ອຸປະກອນ Apple ແລະ ຜ່ານ Play Store ສໍາລັບຜູ້ໃຊ້ອຸປະກອນ Android ເຊິ່ງນີ້ເປັນສິ່ງໜ້າປະທັບ ໃຈສໍາລັບລູກຄ້າ, ຜູ້ໂດຍສານ ແລະ ນັກທ່ອງທ່ຽວ. ບໍລິສັດທາງລົດໄຟລາວ-ຈີນ ຍັງ ລາຍງານໃຫ້ຮູ້ອີກວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນກຸມພາປີນີ້, ລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 417.400 ເທື່ອຄົນ, ເພີ່ມຂຶ້ນ256,2% ທຽບໃສ່ໄລຍະດຽວ ກັນຂອງປີຜ່ານ ມາ ແລະ ຂົນສົ່ງສິນຄ້າໄດ້ 647.700 ໂຕນ, ເພີ່ມຂຶ້ນ 320% ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ, ສະແດງໃຫ້ ເຫັນທ່າອ່ຽງທີ່ດີໃນການຂົນສົ່ງຜູ້ໂດຍ ສານ ແລະ ສິນຄ້າ. * ການພິມຈໍາໜ່າຍ ແມ່ນການຈັດ ພິມ, ການພິມ ແລະ ການຈໍາໜ່າຍ ຊຶ່ງ ນໍາເອົາຜົນງານ ການຄົ້ນຄວ້າ, ປະດິດ ຄິດແຕ່ງ, ແປ ແລະ ຮູບແຕ້ມ ຫລື ຮູບ ຖ່າຍມາກວດແກ້, ຮຽບຮຽງແລ້ວຈັດ ເປັນຕົ້ນສະບັບສົມບູນ ເພື່ອສົ່ງເຂົ້າພິມ ເປັນຫລາຍສະບັບໃນຮູບແບບປຶ້ມ, ສິ່ງ ພິມເອເລັກໂຕຣນິກ ຫລື ສິ່ງພິມອື່ນ ເພື່ອຈໍາໜ່າຍໃນຮູບການຕ່າງໆ. ກົດໝາຍວ່າດ້ວຍການພິມຈໍາໜ່າຍ ສະບັບປີ 2008 ແມ່ນໄດ້ກໍານົດຫລັກ ການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ, ການຄຸ້ມຄອງ, ການກວດກາ, ການພັດ ທະນາການຈໍາໜ່າຍໃຫ້ກ້າວໜ້າຂະ ຫຍາຍຕົວແນໃສສົ່ງເສີມການປະດິດ ຄິດແຕ່ງ, ການອ່ານ, ການເຜີຍແຜ່ແນວ ທາງ, ນະໂຍບາຍ, ລະບຽບກົດໝາຍ, ຜົນງານທາງດ້ານຊັບສິນທາງປັນຍາ, ສະໜອງສາລະຄວາມຮູ້ດ້ານຕ່າງໆ, ສາລະບັນເທີງ ແລະ ອື່ນໆ ທີ່ເປັນປະ ໂຫຍດໃຫ້ແກ່ສັງຄົມ, ສ້າງວິໄສທັດ, ຄຸນສົມບັດ, ແບບແຜນດໍາລົງຊີວິດທີ່ ປອດໃສໃຫ້ແກ່ຜູ້ອ່ານ, ຕ້ານທຸກແນວ ຄິດ ແລະ ການກະທໍາທີ່ຫຍໍ້ທໍ້, ປະກອບ ສ່ວນເຂົ້າໃນການພັດທະນາຊັບພະຍາ ກອນມະນຸດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍ ສະບັບນີ້ມີຄວາມໝາຍດັ່ງນີ້: ເຈົ້າຂອງ ສໍານັກພິມ ໝາຍເຖິງການຈັດຕັ້ງ ຫລື ບຸກຄົນທີ່ໄດ້ຮັບອະນຸຍາດສ້າງຕັ້ງສໍາ ນັກພິມ; ສໍານັກພິມໝາຍເຖິງອົງການ ຈັດຕັ້ງວິຊາການດ້ານການຈັດພິມ ທີ່ ມີໃບອະນຸຍາດສ້າງຕັ້ງຢ່າງຖືກຕ້ອງ; ບັນນາທິການ ໝາຍເຖິງ ຜູ້ກວດແກ້, ກວດຜ່ານ, ຮຽບຮຽງຕົ້ນສະບັບໃຫ້ຖືກ ຕ້ອງ ແລະ ສົມບູນ; ການພິມໝາຍເຖິງ ການນໍາເອົາຕົ້ນສະບັບສົມບູນ ມາຜະ ລິດເປັນປື້ມ, ສິ່ງພິມເອເລັກໂຕຣນິກຫລື ສິ່ງພິມອື່ນ; ຜະລິດຕະພັນພິມຈໍາໜ່າຍ ໝາຍເຖິງປື້ມ, ສິ່ງພິມເອເລັກໂຕຣນິກ ຫລື ສິ່ງພິມອື່ນ ເພື່ອຈໍາໜ່າຍ; ສິ່ງພິມ ເອເລັກໂຕຣນິກ ໝາຍເຖິງ ກະແຊັດ, ຊີດີ, ວີຊີດີ, ຊີດີຣອມ ແລະ ເມໂມຣີປະ ເພດຕ່າງໆ; ກະແຊັດ, ຊີດີ, ວີຊີດີ, ຊີດີ ຣອມ ແລະ ເມໂມຣີປະເພດຕ່າງໆໝາຍ ເຖິງອຸປະກອນທີ່ ບັນທຶກຂໍ້ຄວາມ, ສຽງ, ສີ, ຮູບພາບຕ່າງໆ; ສິ່ງພິມອື່ນ ໝາຍເຖິງ ສິ່ງພິມທີ່ບໍ່ເປັນປື້ມ ເຊັ່ນ: ສິ່ງ ພິມເອເລັກໂຕຣນິກ, ສື່ສິ່ງພິມ, ປ້າຍໂຄ ສະນາ, ແຜ່ນພັບ, ໄປສະນີຍະບັດ, ປະ ຕິທິນ, ບັດອວຍພອນ, ໜັງສືຜູກໃບ ລານ; ການຈໍາໜ່າຍໝາຍເຖິງການນໍາ ເອົາຜະລິດຕະພັນພິມຈໍາໜ່າຍອອກ ຂາຍ, ໃຫ້ເຊົ່າ, ໃຫ້ຢືມ, ແຈກຢາຍ, ວາງສະແດງ ຫລື ສົ່ງອອກ, ນໍາເຂົ້າ ປື້ມ, ສິ່ງພິມອື່ນ; ກິດຈະການພິມຈໍາ ໜ່າຍໝາຍເຖິງ ວຽກງານກ່ຽວກັບ ການຈັດພິມ, ການພິມ ແລະ ການຈໍາ ໜ່າຍ; ການຈັດຕັ້ງພິມຈໍາໜ່າຍໝາຍ ເຖິງສໍານັກພິມ,ໂຮງພິມ, ຮ້ານພິມ, ຮ້ານ ອອກແບບພິມ, ບໍລິສັດ ແລະ ຮ້ານ ຈໍາໜ່າຍ; ໂຮງພິມ ໝາຍເຖິງບ່ອນພິມ ປື້ມ, ສິ່ງພິມອື່ນ ດ້ວຍການໃຊ້ຈັກຕີໂປ, ອັອບແຊັດ, ຈັກຂີດເສັ້ນ ແລະ ຈັກດີຈິ ຕອນ; ຮ້ານພິມ ໝາຍເຖິງ ບ່ອນພິມຂະ ໜາດນ້ອຍທີ່ໃຊ້ເຕັກນິກການພິມງ່າຍ ດາຍ ເຊັ່ນ: ຮ້ານ ອັດເອກະສານ, ຮ້ານ ພິມຜ້າກັ້ງໄໝ ແລະ ອື່ນໆ; ຮ້ານອອກ ແບບພິມ ໝາຍເຖິງ ບ່ອນຈັດແບບຕົ້ນ ສະບັບ, ແຍກສີການພິມ ແລະ ອື່ນໆ; ການຈໍາໜ່າຍຜ່ານລະບົບອິນເຕີເນັດ ໝາຍເຖິງ ການນໍາເອົາປື້ມ, ສິ່ງພິມ ອື່ນເຂົ້າໃນອິນເຕີເນັດ; ລິຂະສິດ ໝາຍ ເຖິງ ສິດເປັນເຈົ້າຂອງຜົນງານທີ່ໄດ້ມາ ຈາກສະຕິປັນຍາຂອງຕົນໃນການປະ ດິດຄິດແຕ່ງດ້ານສິລະປະກໍາ, ວັນນະ ກໍາ ແລະ ວິທະຍາສາດ ໂດຍຜູ້ອື່ນ ບໍ່ມີ ສິດລະເມີດໄດ້. ພາບປະກອບ ຂປລ. ເມື່ອບໍ່ດົນມານີ້, ອົງການ ກາແດງແຫ່ງຊາດລາວ ຈັດກອງ ປະຊຸມທົບທວນການຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍວຽກງານ ກາແດງລາວ, ພ້ອມທາບທາມຮ່າງ ກົດໝາຍ ວ່າດ້ວຍກອງທຶນເລືອດ ແລະ ກົດໝາຍ ວ່າດ້ວຍກອງທຶນ ຊ່ວຍເຫລືອສຸກເສີນ ຢູ່ແຂວງສະ ຫວັນນະເຂດໂດຍມີທ່ານຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະ ຫວັນນະເຂດ, ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງ ຊາດລາວ, ມີບັນດາຫົວໜ້າຫ້ອງ ການ, ຫົວໜ້າກາແດງແຂວງ 9 ແຂວງ, ມີຜູ້ຕາງໜ້າຈາກກະຊວງ ຍຸຕິທຳ ແລະ ຜູ້ຕາງໜ້າຈາກຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ ພ້ອມດ້ວຍພະນັກງານວິຊາ ການ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອທົບທວນ ການຈັດຕັ້ງປະຕິບັດກົດໝາຍ ວ່າ ດ້ວຍວຽກງານກາແດງລາວ, ເພື່ອ ຄົ້ນຄວ້າພິຈາລະນາຢ່າງກວ້າງ ຂວາງ, ຕາມມະຕິຕົກລົງຂອງກອງ ປະຊຸມສະພາແຫ່ງຊາດ ສະບັບ ເລກທີ 060/ສພຊ, ລົງວັນທີ 31 ຕຸລາ 2017 ແລະ ລັດຖະດຳລັດ ຂອງປະທານປະເທດກ່ຽວກັບການ ປະກາດໃຊ້ ກົດໝາຍວ່າດ້ວຍວຽກ ງານກາແດງລາວ ສະບັບເລກທີ 288/ປປທ, ລົງວັນທີ 8 ທັນວາ 2017, ພາຍຫລັງສະພາແຫ່ງຊາດ ຮັບຮອງໃນປີ 2017 ເຫັນວ່າຍັງມີ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນ ການຈັດຕັ້ງປະຕິບັດກົດໝາຍໃນ ບາງມາດຕາ ເຊິ່ງຈະຕ້ອງມີການປັບ ປຸງໃໝ່ໃຫ້ແທດເໝາະກັບ ເງື່ອນ ໄຂປັດຈຸບັນ ເພື່ອໃຫ້ສອດຄ່ອງກັບ ສະພາບເຫດການຕົວຈິງ. ກົດໝາຍ ກາແດງ ເປັນເຄື່ອງມືໃນການຈັດ ຕັ້ງປະຕີບັດການເຄື່ອນໄຫວວຽກ ງານມະນຸດສະທຳ ເຊິ່ງເປັນການຄຸ້ມ ຄອງການເຄື່ອນໄຫວວຽກງານ ກາ ແດງ ໃນຂົງເຂດວຽກງານຕ່າງໆ ເຊິ່ງປະກອບມີ 10 ພາກ 5 ໝວດ 65 ມາດຕາ ເພື່ອຮັບປະກັນຄວາມ ກຽມພ້ອມ ໃນການປ້ອງກັນຄຸ້ມ ຄອງ, ການຕອບໂຕ້ ແລະ ໃຫ້ການ ຊ່ວຍເຫລືອບັນເທົາທຸກຂັ້ນຕົ້ນ, ສົ່ງ ເສີມສຸຂະພາບ ປະຊາຊົນບັນດາເຜົ່າ ຂັ້ນພື້ນຖານ, ໃຫ້ການປະຖົມພະ ຍາບານ, ກູ້ໄພສຸກເສີນ, ປຸກລະດົມ ຂົນຂວາຍການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ, ໂຄສະ ນາຂົນຂວາຍແຫລ່ງທຶນສ້າງອາ ສາສະໝັກກາແດງ, ສືບທາວຫາ ຍາດພີ່ນ້ອງ, ສ້າງ ແລະ ສົ່ງເສີມຄຸນ ຄ່າດ້ານມະນຸດສະທຳ ແລະ ພົວພັນ ຮ່ວມມືສາກົນ ໂດຍບໍ່ຈຳແນກການ ປະຕິບັດ. ນອກຈາກນັ້ນ, ບັນດາຜູ້ເຂົ້າ ຮ່ວມກອງປະຊຸມກໍໄດ້ປະກອບຄຳ ຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍກອງທຶນເລືອດ ແລະ ກົດໝາຍ ວ່າດ້ວຍ ກອງທຶນຊ່ວຍເຫລືອສຸກ ເສີນ, ທັງເປັນການຖອດຖອນບົດ ຮຽນໄປພ້ອມ, ແນໃສ່ຮັບປະກັນ ເຮັດໃຫ້ການຈັດຕັ້ງເຄື່ອນໄຫວຽກ ງານກາແດງ ໃຫ້ໄດ້ດໍາເດີນໄປຢ່າງ ຖືກຕ້ອງ, ສອດຄ່ອງ, ເໝາະສົມ ແລະ ເປັນຮູບປະທຳຕົວຈິງ, ທັງ ສອດຄ່ອງກັບແນວທາງນະໂຍ ບາຍ, ລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດແຫ່ງ ຊາດ, ຍຸດທະສາດ ແລະ ແຜນພັດ ທະນາກ່ຽວກັບວຽກງານການແດງ ລາວ; ເປັນການຜັນຂະຫຍາຍກົດ ໝາຍວ່າດ້ວຍວຽກງານກາແດງ ປີ 2017, ມາດຕາ 49 ໃນການ ກໍານົດລະບຽບການຄຸ້ມຄອງ ແລະ ສ້າງຕັ້ງກອງທຶນຊ່ວຍເຫລືອສຸກ ເສີນ ແລະ ກອງທຶນເລືອດ ເພື່ອ ສະໜອງໃນກໍລະນີ ເກີດໄພພິບັດ ແລະ ສະໜອງເລືອດທີ່ປອດໄພ, ທັງເປັນການສະໜັບສະໜູນອາ ສາ ສະໝັກ, ຜູ້ປະສົບໄພ ໃຫ້ໄດ້ຮັບການ ຊ່ວຍເຫລືອບັນເທົາທຸກຢ່າງທັນ ການ, ຄົນເຈັບໄດ້ຮັບເລືອດທີ່ພຽງ ພໍ, ປອດໄພ ແລະ ທັນເວລາ; ຮັບປະ ກັນການຈັດຕັ້ງປະຕິບັດໃຫ້ໄປຕາມ ແຜນການ, ແຜນງານ, ໂຄງການ ໃຫ້ມີຄວາມວ່ອງໄວ, ຍຸຕິທໍາ ແລະ ໂປ່ງໄສ.

RkJQdWJsaXNoZXIy MTc3MTYxMQ==