5584

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 22/03/2023 xtgmf]k; 4 3]d c]t gsfdko *** ອ່ານຕໍ່ສະບັບໜ້າ *** *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກໜ້າ 1 *** 0= ]y g]ju , 7;k,\A o7q '0v'3]d xtdv[lj ;o le7a og0Q k.odkolqj 'glu ,la o8y rk[3]d h ຂໍ້ລິເລິ່ມ “ຄວາມໝັ້ນຄົງຂອງ ໂລກ”ແລະເອກະສານ“ແນວຄວາມ ຄິດກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງ ຂອງໂລກ” ໄດ້ຖືກນໍາສະເໜີ ແລະ ເຜີຍແຜ່ໃນທ່າມກາງ ທີ່ໂລກຂອງ ພວກເຮົາກໍາລັງຜະເຊີນກັບສິ່ງທ້າ ທາຍຈາກຄວາມໝັ້ນຄົງດ້ານການ ທະຫານ, ຍ້ອນມີການປະທະກັນ ທາງດ້ານການທະຫານຢູ່ຫລາຍ ພາກພື້ນໃນໂລກ ແລະ ຄວາມໝັ້ນ ຄົງທີ່ບໍ່ແມ່ນດ້ານການທະຫານເປັນ ຕົ້ນ ການປ່ຽນແປງຂອງສະພາບ ດິນຟ້າອາກາດ, ຄວາມໝັ້ນຄົງທາງ ດ້ານພະລັງງານ ແລະ ສະບຽງ ອາຫານ, ໄພພິບັດທາງທໍາມະຊາດ, ພະຍາດລະບາດ, ວິກິດການເສດຖະ ກິດແລະ ອື່ນໆ. ໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ ສັງເກດເຫັນວ່າ, ເນື້ອໃນເອກະ ສານ “ແນວຄວາມຄິດກ່ຽວກັບຂໍ້ ລິເລີ່ມຄວາມໝັ້ນຄົງຂອງໂລກ” ມີລັກສະນະວິທະຍາສາດ, ພາວະວິ ໄສ, ທັນກັບສະພາບຄວາມຕ້ອງ ການ, ມີບ່ອນອີງທາງດ້ານທິດສະ ດີ ແລະ ພຶດຕິກຳ, ຍົກໃຫ້ເຫັນທາດ ແທ້ຂອງບັນຫາ ແລະ ວິທີແກ້ໄຂ ເຊິ່ງຈະກາຍເປັນເອກະສານສໍາຄັນ ໃນການສົ່ງເສີມການຮ່ວມມືພາກ ພື້ນ ແລະ ສາກົນ ເພື່ອຮັກສາສັນຕິ ພາບ, ຄວາມໝັ້ນຄົງ ແລະ ການພັດ ທະນາຂອງມວນມະນຸດ. ພ້ອມນັ້ນ, ຂໍ້ລິເລິ່ມດັ່ງກ່າວ ສະແດງໃຫ້ເຫັນ ເຖິງຄວາມໝາຍຄວາມສໍາຄັນຂອງ ຄວາມໝັ້ນຄົງຮ່ວມກັນ, ຄວາມໝັ້ນ ຄົງແບບກວມລວມ ແລະ ຍືນຍົງ, ຖື ສໍາຄັນບົດບາດຂອງອົງການສະຫະ ປະຊາຊາດ, ກົດບັດຂອງອົງການ ສະຫະປະຊາຊາດ, ກົດໝາຍສາກົນ ແລະ ການພົວພັນລະຫວ່າງປະ ເທດມະຫາອຳນາດ ເຊິ່ງເປັນບັນຫາ ສໍາຄັນຕັດສິນຊີ້ຂາດໂຊກຊາຕາກໍາ ຂອງມວນມະນຸດ. ນອກນັ້ນ, ເອກະ ສານ “ແນວຄວາມຄິດກ່ຽວກັບຂໍ້ລິ ເລີ່ມຄວາມໝັ້ນຄົງຂອງໂລກ” ຍັງ ສະທ້ອນໃຫ້ເຫັນເຖິງພັກ, ລັດຖະ ບານ ແລະ ປະຊາຊົນຈີນ ຍາມໃດກໍ ຖືສໍາຄັນຜົນປະໂຫຍດລວມຂອງ ມວນມະນຸດ, ເປັນຫ່ວງເປັນໄຍຕໍ່ຊາ ຕາກຳຂອງມວນມະນຸດ ເຊິ່ງສອດ ຄ່ອງກັບຄວາມຫວັງແລະຄວາມປາ ຖະໜາຂອງປະຊາຄົມໂລກທີ່ຢາກ ໃຫ້ໂລກຂອງພວກເຮົາມີສັນຕິພາບ, ມີຄວາມສະຫງົບສຸກ ແລະ ມີການ ພັດທະນາແບບຍືນຍົງ. ຂໍ້ລິເລິ່ມ “ຄວາມໝັ້ນຄົງຂອງ ໂລກ”ຈະກາຍເປັນແຮງຍູ້ດັນອັນສໍາ ຄັນໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ໃນໂລກ, ໃນຕໍ່ໜ້າຫລາຍປະເທດຈະ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ນຳໄປ ຈັດຕັ້ງປະຕິບັດໃຫ້ເປັນຮູບ ປະທຳ. ສຳລັບ ສປປ ລາວ ຂໍ້ລິເລິ່ມ “ຄວາມໝັ້ນຄົງຂອງໂລກ”ຈະກາຍ ເປັນໂອກາດອັນດີໃນການສົ່ງເສີມ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄື ການຮ່ວມມືລະ ຫວ່າງ ສປປ ລາວ ແລະ ບັນດາປະ ເທດເພື່ອນມິດໃນພາກພື້ນ ແລະ ໃນ ໂລກ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງ ໂດຍສະເພາະແມ່ນການ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ການຂົນຂວາຍການຊ່ວຍ ເຫລືອ ໃນການຮັບມືກັບສິ່ງທ້າທາຍ ທີ່ມາຈາກຄວາມໝັ້ນຄົງທີ່ບໍ່ແມ່ນ ດ້ານການທະຫານ ເປັນຕົ້ນ ແມ່ນ ການປ່ຽນແປງຂອງສະພາບດິນຟ້າ ອາກາດ,ພະຍາດລະບາດ, ໄພທຳມະ ຊາດ, ບັນຫາຂາດແຄນພະລັງງານ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການຫລຸດຜ່ອນຄວາມທຸກຍາກ, ການຟື້ນຟູເສດຖະກິດ ແລະ ອື່ນໆ. *** ຕໍ່ຈາກສະບັບກ່ອນ *** dkoIj ;,,n 0v'[a ofkxtgmfrkdrN ovj k'c,j oE0v' ຈຸດປະສົງຂອງບັນດາການສຳ ຫລວດໃນຍຸກຕົ້ນຂອງຄະນະກຳມະ ການແມ່ນ້ຳຂອງແມ່ນ ເພື່ອການ ເກັບຂໍ້ມູນກ່ຽວກັບການປ້ອງກັນນ້ຳ ຖ້ວມ, ຊົນລະປະທານ ແລະ ໂຄງ ການພັດທະນາເຂື່ອນໄຟຟ້າ. ຕະ ຫລອດຊ່ວງເວລາກວ່າ 60 ປີນັບ ແຕ່ວັນສ້າງຕັ້ງຄະນະກຳມະກາແມ່ ນໍ້າຂອງມາຈົນເຖິງປັດຈຸບັນ, ບັນ ດາປະເທດໃນອ່າງແມ່ນໍ້າຂອງໄດ້ ຮຽນຮູ້ ແລະ ມີການຖອດຖອນບົດ ຮຽນຢ່າງຫລວງຫລາຍກ່ຽວກັບ ການພັດທະນາຊັບພະຍາກອນນໍ້າ ແລະ ຜົນກະທົບຂອງພວກມັນ. ໂຄງການແມ່ນ້ຳຂອງ (MekongProject)ແມ່ນໂຄງການພັດ ທະນາໜຶ່ງດຽວທີ່ຍິ່ງໃຫຍ່ທີ່ສຸດທີ່ ອົງການສະຫະປະຊາຊາດ(United Nations) ເຊິ່ງປຽບສະເໝືອນນົກ (ຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4, ທີ່ນະຄອນຫລວງວຽງຈັນ ໃນວັນທີ 2-5 ເມສາ 2023) ທີ່ກຳລັງຫັດບິນໃນເວລານັ້ນໄດ້ເຄີຍ ຈັດຕັ້ງປະຕິບັດມາ. ໃນສະໄໝທີ່ຄະນະກຳມະການ ແມ່ນ້ຳຂອງກຳລັງເລີ່ມສ້າງຕັ້ງຂຶ້ນ ຍັງເປັນຍຸກທີ່ບໍ່ມີຕົວແບບໃດໆໃຫ້ ດຳເນີນຕາມ. ດັ່ງນັ້ນ, ECAFE ແລະ UNDP ຈຶ່ງເປັນຜູ້ຊີ້ນຳ ແລະ ໃຫ້ການສະໜັບສະໜູນໃນທຸກດ້ານ. ເຖິງວ່າມີພຽງໜ້ອຍໂຄງການ ທີ່ຖືກສຶກສາໄດ້ຮັບການຈັດຕັ້ງປະຕິ ບັດໃນຕົວຈິງ, ແຕ່ວ່າຜົນການສຳ ຫລວດ ແລະ ຂໍ້ມູນທີ່ຖືກເກັບກຳໄດ້ ໃນຍຸກຕົ້ນກໍໄດ້ກາຍເປັນໜໍ່ແໜງ ຈຸດກຳເນີດໃຫ້ແກ່ບັນດາວຽກງານ ຂອງຄະນະກຳມາທິການແມ່ນໍ້າ ຂອງສາກົນພາຍໃຕ້ບົດບາດປັດຈຸ ບັນໃນການເປັນທີ່ປຶກສາໃນການ ວາງແຜນຊັບພະຍາກອນນໍ້າ ແລະ ກ່ຽວຂ້ອງກັບນໍ້າໃຫ້ແກ່ບັນດາປະ ເທດສະມາຊິກ (ສປປ ລາວ, ໄທ, ກໍາປູເຈຍ ແລະ ຫວຽດນາມ). ໃນຂະນະນັ້ນ, ບົດບາດຂອງຄະ ນະກຳມະການແມ່ນໍ້າຂອງເປັນທີ່ ຍອມຮັບຢ່າງກວ້າງຂວາງໃນເວທີ ສາກົນ.ທ່ານອູທັນ(Mr.UThant), ເຊິ່ງເປັນເລຂາທິການໃຫຍ່ແຫ່ງ ສະ ຫະປະຊາຊາດໃນຊຸມປີ 1960, ໄດ້ ເຄີຍພັນລະນາເຖິງວິໄສທັດຂອງ ໂຄງການແມ່ນໍ້າຂອງວ່າເປັນ“ການ ຕໍ່ສູ້ເພື່ອສ້າງຄວາມສີວິໄລແບບທັນ ສະໄໝບົນພື້ນຖານແຫ່ງມໍລະດົກ ທາງວັດທະນະທຳຂອງພວກເຮົາ ແລະ ເພື່ອສ້າງຄວາມກົມກືນກັບເຕັກ ໂນໂລຊີແບບຕາເວັນຕົກດ້ວຍຄຸນ ຄ່າຕາມປະເພນີຂອງພວກເຮົາ”. ໃນປີ 1966 ບົດຄວາມສະບັບ ໜຶ່ງຂອງທ່ານອູຍຸ່ນ (Mr . U Nyun), ເລຂາທິການໃຫຍ່ຂອງ ECAFE ໄດ້ໃຫ້ຂໍ້ສັງເກດວ່າ“ໃນ ປະຫວັດສາດໄດ້ມີຕົວຢ່າງອັນມາກ ມາຍກາຍກອງ ຂອງບັນດາປະເທດ ທັງນ້ອຍ ແລະ ໃຫຍ່,ທີ່ໄດ້ສູນເສຍ ຄວາມເປັນເອກະລາດແຫ່ງຊາດ ຍ້ອນການຂາດຄວາມເຂົ້າໃຈເຖິງ ຄວາມຈຳເປັນໃນການຮ່ວມມືລະ ຫວ່າງຊາດ”. (ໝາຍເຫດ: ໃນປີ 1974, ອົງການ ECAFE ໄດ້ປ່ຽນ ຊື່ມາເປັນ ESCAP (Economic and Social Commission of Asia and the Pacific) ແລະ ໃຊ້ຊື່ນີ້ມາຈົນເຖິງປະຈຸບັນ). ເສີມຂະຫຍາຍທາດແທ້... ສະຕິປັນຍາວັດຖຸຊັບສິນ, ຕະຫລອດ ຮອດຊີວິດເລືອດເນື້ອ ເພື່ອພາລະ ກິດປະຕິວັດ, ເພື່ອຄວາມເປັນເອກະ ລາດແຫ່ງຊາດ, ເພື່ອອິດສະຫລະ ພາບແລະຄວາມສົມບູນພູນສຸກຂອງ ປະຊາຊົນລາວບັນດາເຜົ່າ. ເມື່ອທົບທວນຄືນເສັ້ນທາງ ແຫ່ງການຕໍ່ສູ້ອັນລະອິດລະອ້ຽວ ແລະ ມີໄຊສະຫງ່າງາມຂອງຊາດ ເຮົາ ພາຍໃຕ້ການນໍາພາ ຂອງພັກປະ ຊາຊົນປະຕິວັດລາວ, ທົ່ວພັກ, ທົ່ວ ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາມີຄວາມເອກອ້າງ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ພັກເຮົາສາມາດສືບທອດ ແລະ ເສີມ ຂະຫຍາຍມູນເຊື້ອອັນອົງອາດກ້າ ແກ່ນຂອງຊາດລາວ, ຄົນລາວວິລະ ຊົນ ໃຫ້ກ້າວຂຶ້ນສູ່ຍອດສູງໃໝ່, ພັກ ຍາມໃດກໍ່ຈົງຮັກພັກດີຢ່າງສຸດຊຶ້ງ ຕໍ່ຜົນປະໂຫຍດຂອງຊາດ ແລະ ຂອງ ປະຊາຊົນ,ຍາມໃດກໍ່ມີຄວາມສະໜິດ ຕິດພັນກັບມະຫາຊົນ, ເອົາມະຫາຊົນ ເປັນກຳລັງແຮງ ອັນບໍ່ເຫືອດແຫ້ງ ຂອງພັກ, ຍາມໃດກໍ່ມີຄວາມສາມັກ ຄີ, ເອກະພາບເປັນປຶກແຜ່ນແໜ້ນ ໜາ, ຍາມໃດກໍ່ເຊີດຊູຄວາມເປັນ ເອກະລາດ, ເປັນເຈົ້າຕົນເອງ, ມີ ຄວາມຄິດປະດິດສ້າງ, ໄຫວພິບ ໃນ ການວາງແນວທາງ, ນະໂຍບາຍ ແລະ ນໍາພາຊີ້ນຳພາລະກິດປະຕິວັດ ຢູ່ປະເທດເຮົາ ມາໂດຍຕະຫລອດ. ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ໄດ້ມີຄໍາເຫັນໄວ້ ຢ່າງສັງລວມ ບາງຕອນກ່ຽວກັບ ທາດແທ້ ແລະ ມູນເຊື້ອປະຕິວັດຂອງ ພັກເຮົາ ວ່າ: “ດ້ວຍເຫດໃດພັກເຮົາ ຈຶ່ງສາມາດດໍາລົງທີ່ຕັ້ງ, ບົດບາດ ນໍາພາໃນທົ່ວລະບົບການເມືອງ ແລະ ໃນທົ່ວສັງຄົມຢ່າງໜັກແໜ້ນ ມາໄກຈົນເຖິງທຸກວັນນີ້, ກໍ່ຍ້ອນວ່າ ພັກເຮົາຍາມໃດກໍ່ຍຶດໝັ້ນຢ່າງສະ ເໝີຕົ້ນສະເໝີປາຍໃນທາດແທ້ປະ ຕິວັດ, ມູນເຊື້ອອັນສະຫງ່າງາມ ຂອງຕົນ ນັ້ນຄື: (1) ຍຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍອຸດົມການສັງຄົມນິຍົມ, ບັນດາຫລັກມູນພື້ນຖານຂອງການ ກໍ່ສ້າງພັກຕາມລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ ເປັນພື້ນ ຖານແນວຄິດ-ທິດສະດີຂອງພັກ; ບໍ່ ຄຳພີຕາຍຕົວແຕ່ປະດິດສ້າງໃນ ການໝູນໃຊ້ທິດສະດີ ແລະ ບົດຮຽນ ດ້ານຕ່າງໆເຂົ້າກັບເງື່ອນໄຂຕົວ ຈິງ ແລະ ສະພາບຈຸດພິເສດ ຂອງ ປະເທດຊາດ; ມີການສະຫລຸບຖອດ ຖອນບົດຮຽນຈາກພຶດຕິກໍາ ແລະ ປັບປຸງ, ບູລະນະແນວທາງການ ເມືອງຂອງພັກ ໃຫ້ສອດຄ່ອງກັບ ສະພາບການຕົວຈິງຂອງປະເທດ ຊາດໃນແຕ່ລະໄລຍະ; (2) ເວລາໃດກໍ່ຍຶດໝັ້ນໃນທາດ ແທ້ຊົນຊັ້ນ, ຖືປະຊາຊົນເປັນກົກ, ຮັບ ໃຊ້ປະຊາຊົນ, ມີຄວາມຈົງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດຂອງປະຊາຊົນ; ເຄື່ອນໄຫວຕິດແທດ ກັບປະຊາຊົນ, ອີງໃສ່ມະຫາຊົນແລະ ຝຶກຝົນຫລໍ່ຫລອມຜ່ານຂະບວນ ການປະຕິວັດຂອງມະຫາຊົນ ເພື່ອ ກໍ່ສ້າງ ແລະ ຂະຫຍາຍພັກ; (3) ພັກເຮົາໄດ້ຍຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະ ຊາທິປະໄຕ, ເວລາໃດກໍ່ຖືສໍາຄັນ ການເສີມສ້າງຄວາມສາມັກຄີເປັນ ເອກະພາບ ບົນພື້ນຖານແນວທາງ, ແຜນນະໂຍບາຍ, ກົດລະບຽບ ຂອງ ພັກ;ຖືສໍາຄັນການເສີມຂະຫຍາຍ ປະຊາທິປະໄຕໄປຄຽງຄູ່ກັບການປະ ຕິບັດລະບຽບວິໄນ ຂອງພັກກໍ່ຄືລະ ບອບດໍາເນີນຊີວິດການເມືອງ, ຕໍາ ນິຕິຊົມຕົນເອງ ແລະ ຕິຊົມກັນເປັນ ກົດເກນແຫ່ງການຄົງຕົວ ແລະ ຂະ ຫຍາຍຕົວຂອງພັກ; (4) ເຊີດຊູລັກສະນະນຳໜ້າ ຂອງພັກ ແລະ ຄວາມເປັນແບບຢ່າງ ຂອງສະມາຊິກພັກ, ມີຄວາມເດັດ ຂາດ, ເຂັ້ມງວດໃນການກຳຈັດແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເຮັດໃຫ້ ພັກເສື່ອມເສຍອິດທິພົນບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະ ຊາຊົນ, ພັກໄດ້ເປັນເຈົ້າການປັບປຸງ ປ່ຽນແປງຕົນເອງ, ເອົາໃຈໃສ່ບຳ ລຸງສ້າງຖັນແຖວສະມາຊິກພັກໃຫ້ ມີຄວາມເປັນແບບຢ່າງນຳໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດ ວຽກງານ; ຕ້ານລັດທິອາດຍາສິດ, ລັດ ທິເອກະຊົນ, ເຈົ້າໂຄດ, ອະນາ ທິປະໄຕ, ລັດທິສວຍໂອກາດໃນທຸກ ຮູບແບບ...; (5) ພັກເຮົາໄດ້ສົມທົບຢ່າງ ແໜ້ນແຟ້ນລະຫວ່າງລັດທິຮັກ ຊາດອັນແທ້ຈິງກັບລັດທິສາກົນກໍາ ມາຊີບອັນຜ່ອງໃສ; ໃນການເຄື່ອນ ໄຫວນໍາພາຂອງພັກເຮົາ ເວລາໃດກໍ່ ຍຶດໝັ້ນຈິດໃຈຊາດເອກະລາດ, ເປັນ ເຈົ້າຕົນເອງ,ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ເສີມຂະຫຍາຍກໍາລັງ ແຮງສັງລວມພາຍໃນຊາດ ສົມທົບ ກັບການຍາດແຍ່ງເອົາການສະໜັບ ສະໜູນຊ່ວຍເຫລືອຈາກພາຍນອກ ຢ່າງມີຫຼັກການ;ພົວພັນຮ່ວມມືກັບ ພັກປະເທດເພື່ອນມິດຍຸດທະສາດ ຢ່າງສະເໝີຕົ້ນສະເໝີປາຍ”. ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ ກອບອາວຸດ ແລະ ທົ່ວປວງຊົນເຮົາ ຈົ່ງພ້ອມກັນຖະໜຸຖະໜອມຮັກສາ ແລະ ຫັນມູນເຊື້ອດັ່ງກ່າວໃຫ້ເປັນ ການກະທໍາຕົວຈິງ, ສ້າງການຫັນ ປ່ຽນທີ່ແຂງແຮງ,ເລິກເຊິ່ງແລະຮອບ ດ້ານໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ຄະນະບໍລິຫານສູນກາງພັກ ອັນ ມີສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດເປັນ ຜູ້ນໍາໜ້າ ໄດ້ຮ່ວມກັບບັນດາສະຫາຍ ຄະນະນໍາຂອງພັກ ແລະ ລັດ ເພີ່ມທະ ວີການນໍາພາຊີ້ນໍາການເຊື່ອມຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແນວທາງ, ແຜນນະໂຍບາຍ, ແຜນ ພັດທະນາເສດຖະກິດ-ສັງຄົມທີ່ ກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກວາງອອກຢ່າງໃກ້ຊິດ, ເປັນລະ ບົບຕໍ່ເນື່ອງ ແລະ ຫັນເຂົ້າສູ່ຕົວຈິງ; ກ່ອນອື່ນໝົດ ແມ່ນການເດັດດ່ຽວ ແກ້ໄຂລັດທິຮູບການ, ຫັນເຂົ້າສູ່ການ ແກ້ໄຂບັນຫາຕົວຈິງທີ່ເລັ່ງທວງ ໃນສະເພາະໜ້າ, ທັງສ້າງພື້ນຖານ ອັນໜັກແໜ້ນ ໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມຕາມທິດຍືນ ຍົງ; ຄະນະພັກແຕ່ລະຂັ້ນຕ້ອງຖືເອົາ ການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ທິດທາງພື້ນຖານ, ຄາດໝາຍສູ້ຊົນ ຮອດປີ 2025 ແລະ ວຽກງານຈຸດ ສຸມແຕ່ລະຂົງເຂດໂດຍຕິດພັນກັບ ການກໍານົດໜ້າທີ່ວຽກງານທີ່ຂະ ແໜງການ, ທ້ອງຖິ່ນ ຈະຕ້ອງສຸມໃສ່ ແກ້ໄຂໃຫ້ຈະແຈ້ງ ແນໃສ່ແກ້ບັນຫາ ຕົວຈິງ ດ້ວຍການປຸກລະດົມໃຫ້ ເກີດຂະບວນການຕົວຈິງຂອງມະ ຫາຊົນພາຍໃຕ້ການຮັບປະກັນບົດ ບາດການຈັດຕັ້ງ, ນໍາພາຊີ້ນໍາໂດຍ ກົງ, ເອກະພາບແລະແຂງແຮງຈາກ ບັນດາອົງການນໍາຂັ້ນຍຸດທະສາດ ຂອງພັກຈົນເຖິງຄະນະພັກແຕ່ລະ ຂັ້ນຕໍ່ທຸກພາກສ່ວນຂອງລະບົບການ ເມືອງແລະໃນທົ່ວສັງຄົມ. ສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງການ ເຊີດຊູຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເຈົ້າ, ຫົວຄິດປະດິດ ສ້າງຂອງການຈັດຕັ້ງພັກທຸກຂັ້ນ ແລະ ຜູ້ນໍາພາຢູ່ທຸກບ່ອນກັບການປະ ຕິບັດບັນດາມາດຕະການຕົວຈິງ ເພື່ອຮັບປະກັນຄວາມຮັບຜິດຊອບຕໍ່ ຜົນໄດ້ຜົນເສຍໃນການປະຕິບັດໜ້າ ທີ່ຂອງສະມາຊິກພັກ-ພະນັກງານ, ສົ່ງເສີມຢ່າງແຂງແຮງຕໍ່ພະນັກ ງານທີ່ມີຄວາມຮູ້, ມີຄວາມສາມາດ ໃນການຄົ້ນຄິດ, ປະດິດສ້າງ ແລະ ກ້າເຮັດ, ກ້າຮັບຜິດຊອບຕາມຂອບ ເຂດສິດແລະໜ້າທີ່ ທີ່ໄດ້ຮັບມອບ ໝາຍ. ເພີ່ມທະວີຄວາມເຂັ້ມແຂງ ແລະ ເຂັ້ມງວດໃນການຄຸ້ມຄອງລະ ບຽບວິໄນຢູ່ພາຍໃນພັກ, ຮັບປະກັນ ການແກ້ບັນຫາຕ່າງໆທີ່ເກີດຂຶ້ນໃຫ້ ຖືກຈຸດແລະເປັນລະບົບ; ຕັ້ງໜ້າແກ້ ໄຂປະກົດການຫຍໍ້ທໍ້ໃນກົງຈັກການ ຈັດຕັ້ງໃຫ້ຂາດຕົວ. ຜ່ານການນໍາພາຊີ້ນໍາຈັດຕັ້ງປະ ຕິບັດຕົວຈິງ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນຕົ້ນມາ (2021-ຕົ້ນປີ 2023) ເຖິງວ່າສະ ພາບ ແວດລ້ອມ ຂອງພາກພື້ນ ແລະ ສາກົນ ສືບຕໍ່ຜັນແປຢ່າງສັບສົນ ແລະ ມີຫລາຍບັນຫາເຄັ່ງຮ້ອນ, ຄວາມບໍ່ສະຫງົບ ແລະ ການປະທະ ກັນ ຢູ່ໃນຫລາຍບໍລິເວນຂອງໂລກ ສືບຕໍ່ເກີດຂຶ້ນ; ການເປີດກວ້າງການ ພົວພັນຮ່ວມມື, ເຊື່ອມໂຍງກັນດ້ານ ເສດຖະກິດ ແລະ ວັດທະນະທຳກັບ ໂລກພາຍນອກຂອງປະຊາຊາດ ຕ່າງໆ ໄດ້ດຳເນີນໄປພ້ອມກັບການ ແກ້ງແຍ່ງແຂ່ງຂັນກັນຢ່າງດຸເດືອດ ຂ້ຽວຂາດທີ່ສຸດ, ໃນນັ້ນການລະບາດ ຂອງພະຍາດໂຄວິດ-19, ວິກິດການ ດ້ານພະລັງງານ ແລະ ເງິນທຶນ,... ໄດ້ກາຍເປັນບັນຫາທ້າທາຍຕໍ່ໂລກ ເຊິ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການພັດທະນາຂອງ ປະເທດເຮົາທີ່ມີພື້ນຖານເສດຖະ ກິດອ່ອນນ້ອຍ ແລະ ບອບບາງຢູ່ ແລ້ວຍິ່ງເພີ່ມຄວາມກົດດັນ ແລະ ຫຍຸ້ງຍາກຂຶ້ນຕື່ມອີກ ເປັນຕົ້ນ ຄວາມຫຍຸ້ງຍາກດ້ານເສດຖະກິດ ມະຫາພາກ ເຊິ່ງຄຸມເຄືອມາຫລາຍປີ ທັງຍັງຕ້ອງປະເຊີນໜ້າກັບບັນຫາ ການຂາດແຄນນໍ້າມັນເຊື້ອໄຟ, ອັດ ຕາແລກປ່ຽນເງິນ ຕາເໜັງຕີງແຮງ, ເງິນເຟີ້, ລາຄາສິນຄ້າ ແລະ ຄ່າຄອງ ຊີບສູງໄດ້ສົ່ງຜົນກະທົບໜັກໜ່ວງ ຕໍ່ການຜະລິດ, ທຸລະກິດ-ການບໍລິ ການ ແລະ ຊີວິດການເປັນຢູ່ຂອງພະ ນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ; ບັນຫາຢາ ເສບຕິດ, ປະກົດການຫຍໍ້ທໍ້ທາງສັງ ຄົມ ເປັນຕົ້ນ ຂີ້ລັກງັດແງະ, ປຸ້ນຈີ້ ຊິງຊັບ, ການຄອບຄອງອາວຸດ ເຖື່ອນ, ອຸບັດເຫດຕາມທ້ອງຖະໜົນ ແລະ ອາດຊະຍາກຳຕ່າງໆ...ຍັງ ເພີ່ມຂຶ້ນ; ແຕ່ພາຍໃຕ້ການນໍາພາ ຂອງສູນກາງພັກ, ການຄຸ້ມຄອງ ຂອງລັດຖະບານແລະການຕິດຕາມ, ກວດກາຂອງສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງອົງການ ໃນລະບົບການເມືອງແຕ່ລະຂັ້ນ ກໍ່ຄື ປະຊາຊົນລາວບັນດາເຜົ່າ, ພວກເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດຍາດໄດ້ຜົນສໍາເລັດທີ່ເປັນ ພື້ນຖານຈໍານວນໜຶ່ງ, ປະເທດຊາດ ສືບຕໍ່ຮັບປະກັນດ້ານສະຖຽນ ລະ ພາບ ແລະ ມີຄວາມໝັ້ນຄົງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພໂດຍພື້ນຖານ, ການພັດທະນາ ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍ ຕົວ ແລະ ມີຄວາມຕໍ່ເນື່ອງ, ບັນຫາ ເຄັ່ງຮ້ອນຕ່າງໆດ້ານເສດຖະກິດ- ການເງິນໄດ້ຮັບການແກ້ໄຂບໍ່ໃຫ້ຕົກ ເຂົ້າສູ່ວິກິດການ; ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບໄດ້ ຮັບການເອົາໃຈໃສ່ປັບປຸງ, ພັດທະ ນາ ແລະ ເສີມຂະຫຍາຍມູນເຊື້ອອັນ ດີງາມຂອງກໍາລັງປະກອບອາວຸດ ໄວ້ໄດ້ຢ່າງເດັດດ່ຽວ; ການເຄື່ອນ ໄຫວວຽກງານການຕ່າງປະເທດໃນ ຂອບສອງຝ່າຍແລະຫລາຍຝ່າຍສືບ ຕໍ່ໄດ້ຮັບການເສີມຂະຫຍາຍ, ຍົກລະ ດັບຂຶ້ນຢ່າງແຂງແຮງ, ຕໍ່ເນື່ອງແລະ ບັນລຸໝາກຜົນສໍາຄັນທີ່ເປັນພື້ນ ຖານ, ອັນພົ້ນເດັ່ນແມ່ນການກະກຽມ ຮັບໜ້າທີ່ ເປັນເຈົ້າພາບກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະ ຊຸມສຸດຍອດກ່ຽວຂ້ອງອື່ນໆ ໃນປີ 2024. ປີ 2023 ນີ້ເປັນປີທີ່ສາມ ແລະ ຖືເປັນໄລຍະກາງສະໄໝ ແຫ່ງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັັກກໍ່ຄືກອງປະ ຊຸມໃຫຍ່ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ, ຢູ່ໃນທ່າມກາງສະພາບການພາກ ພື້ນ ແລະ ສາກົນ ສືບຕໍ່ຜັນແປທີ່ມີທັງ ເງື່ອນໄຂອັນເອື້ອອໍານວຍ ແລະ ສິ່ງ ທ້າທາຍທົດສອບຫລາຍປະການ ເຊິ່ງຮຽກຮ້ອງໃຫ້ພັກເຮົາຕ້ອງຍຶດ ໝັ້ນ ແລະ ຮູ້ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດ, ຜົນງານທີ່ພັກ ເຮົາໄດ້ສ້າງສົມມາໃຫ້ໜັກແໜ້ນ ແລະ ປະດິດສ້າງໃໝ່ ແລະ ເພີ່ມທະ ວີການສືບຕໍ່ນໍາພາຊີ້ນໍາສ້າງການ ຫັນປ່ຽນທີ່ແຂງແຮງ, ບຸກບືນສູ້ຊົນ ເພື່ອປັບປຸງ, ກໍ່ສ້າງຕົນເອງ ແນໃສ່ ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ ເຮົາຂຶ້ນ ຢ່າງບໍ່ຍຸດຢັ້ງ. ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງ ປະກອບອາວຸດ ແລະ ປະຊາຊົນ ລາວບັນດາເຜົ່າ ຈົ່ງເຊີດຊູນໍ້າໃຈ ຮັກຊາດ, ຮັກລະບອບປະຊາທິປະ ໄຕປະຊາຊົນ, ປະຕິບັດສິດເປັນເຈົ້າ ຂອງປະເທດຊາດຢ່າງແຂງແຮງ, ບຸກໜ້າບືນຕົວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ, ເປັນ ເຈົ້າການເຂົ້າຮ່ວມທຸກຂະບວນ ການວຽກງານ ຂອງພັກ-ລັດ, ພ້ອມ ກັນເສີມຂະຫຍາຍຈຸດດີ, ປັບປຸງແກ້ ໄຂຈຸດອ່ອນ ແລະ ຂໍ້ຂາດຕົກບົກ ຜ່ອງ, ຕັ້ງໜ້າປະກອບສ່ວນເຂົ້າໃນ ການວາງ, ບູລະນະ ແລະ ປະຕິບັດ ແນວທາງ,ແຜນນະໂຍບາຍຂອງພັກ ເພື່ອນໍາພາປະເທດຊາດອັນແສນຮັກ ຂອງພວກເຮົາ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມທີ່ພັກ ແລະ ປະຊາຊົນ ເຮົາໄດ້ເລືອກເອົາໄວ້ແລ້ວນັ້ນຄື ປະ ເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາ ຊົນຮັ່ງມີຜາສຸກ, ສັງຄົມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິ ທໍາ ແລະ ສີວິໄລ. ພັກປະຊາຊົນປະຕິວັດລາວ ທີ່ມີ ກຽດສະຫງ່າ ໝັ້ນຍືນ!

RkJQdWJsaXNoZXIy MTc3MTYxMQ==