5584

xtgmf]k; 3 22/03/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ລູນີ ອຸທິພົນ (ທລຍ ເມືອງຫລາ) ]tob dgsfdko [A oIq [g,n v'mj kc0d ;a omu 21 ,u ok 7q [Iv[ 77 xu ບົດສະເໜີ dkoxt8y [a fdy f9tde xa [x5 '-u ;y fdkogxa o16j cdh w07;k,m5 dpkd16j [h kosh ;ps]k * ບ້ານຫ້ວຍຫລາ ເປັນບ້ານໜຶ່ງທີ່ ນອນໃນເປົ້າໝາຍ ຂອງໂຄງການກອງ ທຶນຫລຸດຜ່ອນຄວາມຍາກ3ໄລຍະເພີ່ມ ທຶນ ຈາກທັງໝົດ 5 ບ້ານ ໃນບ້ານເປົ້າ ໝາຍຊຸດທີ 1 ຢູ່ເມືອງຫລາ, ແຂວງ ອຸດົມໄຊ ຊຶ່ງໄດ້ຮັບການສະໜັບສະໜູນ ໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ຈາກ ທລຍ ມາຕັ້ງແຕ່ທ້າຍປີ 2020. ໜຶ່ງໃນບັນດາກິດຈະກຳແກ້ໄຂຄວາມ ທຸກຍາກພາຍໃນບ້ານ ທີ່ປະຊາຊົນ ໄດ້ເຂົ້າຮ່ວມ ແມ່ນການສ້າງຕັ້ງກຸ່ມ ຊ່ວຍເຫລືອກັນແກ້ໄຂຄວາມທຸກຍາກ (ກຊກ) ໂດຍບ້ານດັ່ງກ່າວສາມາດ ສ້າງຕັ້ງໄດ້ 5 ກຸ່ມ ກຊກ ແລະ ມີສະ ມາຊິກເຂົ້າຮ່ວມ 60 ຄົນໃນນີ້ ເປັນ ເພດຍິງ59ຄົນແລະ ຄອບຄົວບໍ່ພົ້ນທຸກ ອີງຕາມດໍາລັດ 348 ມີຈໍານວນ 11 ຄອບຄົວ. ຜ່ານການຈັດຕັ້ງປະຕິບັດກິດຈະກໍາ ປັບປຸງຊີວີດການເປັນຢູ່ມາໄດ້ໄລຍະ 24 ເດືອນ ເຫັນວ່າມີຄວາມຄືບໜ້າຫລາຍ ຂຶ້ນກວ່າໄລຍະກ່ອນທີ່ບໍ່ໄດ້ການສະໜັບ ສະໜູນຈາກ ທລຍ. ຄະນະກຳມະການ ບໍລິຫານກອງທຶນ ກຊກ ຂັ້ນບ້ານ ໄດ້ ລົງຕິດຕາມຢ່າງເປັນປົກກະຕິກ່ຽວກັບ ຝາກເງິນປະຈໍາເດືອນ ຂອງກຸ່ມ ກຊກ, ຊຶ່ງໄດ້ກໍານົດເອົາທຸກໆ ວັນທີ 23 ພາຍ ໃນເດືອນ ເປັນວັນປະຊຸມຂອງສະມາ ຊິກ ລວມທັງການຝາກເງິນຂອງສະ ມາຊິກ ແລະ ໄດ້ກຳນົດເອົາຂະໜາດ ເງິນຝາກຕາມຄວາມສາມາດຂອງຕົນ ເອງ ຊຶ່ງເລີ່ມຕົ້ນ 5.000- 100.000 ກີບ. ມາຮອດປັດຈຸບັນ ມີເງິນຝາກ ທັງ ໝົດ 18.310.000 ກີບ ແລະ ໄດ້ຮັບ ເງິນສະໜັບສະໜູນສົມທົບຈາກ ທລຍ ຈຳນວນ66.240.000ກີບ.ນອກຈາກ ທລຍ ໄດ້ສະໜອງເງິນຕົ້ນທຶນແລ້ວ, ທລຍ ຍັງໄດ້ສະໜັບສະໜູນການຈັດ ຝຶກອົບຮົມທາງດ້ານເຕັກນິກ-ວິຊາການ ການປູກ-ການລ້ຽງ ໃຫ້ກັບ ກຸ່ມ ກຊກ ໂດຍອີງຕາມກິດຈະກຳທີ່ສະມາຊິກໄດ້ ຄັດເລືອກເອງ. ກ່ອນການປ່ອຍກູ້ສະ ມາຊິກກຸ່ມ ກຊກ ຕ້ອງໄດ້ຂຽນແຜນທຸ ລະກິດຄົວເຮືອນ ແລະ ສະເໜີຕໍ່ຄະນະ ກຳມະການບໍລິຫານກອງທຶນກຊກຂັ້ນ ບ້ານ ເພື່ອອະນຸມັດການກູ້ຢືມເງິນອີງ ຕາມແຜນທຸລະກິດຂອງສະມາຊິກ. ໃນ ເດືອນ ມິຖຸນາ 2022, ກອງທຶນ ກຊກ ຂັ້ນບ້ານຫ້ວຍຫລາ ໄດ້ປ່ອຍກູ້ຈາກເງິນ ຕົ້ນທຶນເພື່ອລົງທຶນໃສ່ ກິດຈະກໍາສ້າງ ລາຍຮັບຕ່າງໆ ເປັນຕົ້ນແມ່ນປູກພືດ ເສດຖະກິດ ເຊັ່ນ: ສະມາຊິກ9ຄົນກູ້ຢືມ ເງິນຈຳນວນ 18.500.000 ກີບ ເພື່ອ ປູກຝັງລ້ຽງສັດ, ສະມາຊິກ 79 ຄົນ ກູ້ ຢືມເງິນຈຳນວນ 155.000.000 ກີບ ແລະ ໄດ້ມີການປ່ອຍກູ້ສຸກເສີນຈາກເງິນ ຝາກກອງທຶນຈຳນວນ4.000.000ກີບ. ພາຍຫລັງການກູ້ຢືມເງິນມາແລ້ວ, ສະ ມາຊິກໄດ້ມີລາຍຮັບເຂົ້າມາໃນຄອບຄົວ ໂດຍການສະຫລຸບພາຍໃນເດືອນ 12ປີ 2022 ເຫັນວ່າ ສາມາດຂາຍໝູຈຳນວນ 650 ກິໂລ ເປັນເງິນ 29.250.000 ກີບ, ຂາຍສັດປິກ 350 ກິໂລ ເປັນເງິນ 21.000.000 ກີບ, ຂາຍປາ ຈໍານວນ 120 ກິໂລ ເປັນເງິນ 4.200.000 ກີບ, ລວມລາຍຮັບທັງໝົດ 54.450.000 ກີບ. ນີ້ແມ່ນຕົວເລກທີ່ຊີ້ບອກເຖິງຜົນ ໄດ້ຮັບ ແລະ ໝາກຜົນຂອງການຈັດຕັ້ງ ປະຕິບັດໃນໄລຍະຜ່ານມາ ສຳລັບລາຍ ຮັບຂອງສະມາຊິກທີ່ເຮັດກິດຈະກຳ ສ້າງລາຍໄດ້ເຂົ້າໃນຄອບຄົວ. ນອກຈາກການປູກ-ການລ້ຽງຂອງ ກຸ່ມ ກຊກ ແລ້ວ, ປະຊາຊົນບ້ານຫ້ວຍ ຫລາ ຍັງໄດ້ເຂົ້າເປັນສະມາຊິກກຸ່ມຜະ ລິດ ພາຍໃຕ້ກອບຮ່ວມມືສະໜອງສິນ ເຊື່ອ 4 ຮ່ວມແກ້ໄຂຄວາມທຸກຍາກ ໂດຍໄດ້ສ້າງຕັ້ງກຸ່ມຜູ້ຜະລິດຂຶ້ນ1ກຸ່ມຄື ກຸ່ມລ້ຽງໝູ ປະກອບມີສະມາຊິກກຸ່ມ 9 ຄົນ. ຫລັງຈາກສ້າງຕັ້ງກຸ່ມສຳເລັດແລ້ວ ທາງ ທລຍ ໂດຍສົມທົບກັບຫ້ອງການ ກະສິກຳເມືອງໄດ້ລົງຝືກອົບຮົມເຕັກນິກ ໃຫ້ກັບສະມາຊິກພາຍໃນກຸ່ມ ເພື່ອສ້າງ ຄວາມເຂັ້ມແຂ້ງໃຫ້ກຸ່ມທາງດ້ານການ ລ້ຽງ ແລະ ການປ້ອງກັນພະຍາດຂອງ ສັດ ແລະ ຫລັງຈາກສຳເລັດແລ້ວທາງ ທະນາຄານນະໂຍບາຍ ໄດ້ປ່ອຍເງິນ ໃຫ້ກຸ່ມ ຈຳນວນ 105.000.000 ກີບ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງລາຍ ຮັບໃຫ້ແກ່ຄອບຄົວ. * ວັນທີ 21 ມີນາ ແມ່ນວັນທີ່ປວງ ຊົນລາວທັງຊາດ, ເວົ້າລວມ, ເວົ້າສະ ເພາະແມ່ນປະຊາຊົນເມືອງທ່າແຂກ ກໍຄື ປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມ ເພາະ ກ່ອນໜ້ານີ້ ຄື ວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝລັ່ງທີ່ເຄີຍ ປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກຮານ ລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານ ຢັນການບຸກລຸກຄັ້ງໃໝ່ຂອງພວກສັດ ຕູ, ທະຫານ ແລະ ປະຊາຊົນລາວບັນດາ ເຜົ່າ ໄດ້ສົມທົບກັບກໍາລັງປະກອບອາ ວຸດຫວຽດນາມຢູ່ລາວດໍາເນີນການຕໍ່ສູ້ ຕີຕ້ານການບຸກລຸກບຽດຢຶດຂອງສັດຕູ ຢູ່ຕົວເມືອງຕ່າງໆ, ໃນນີ້ ເດັ່ນກວ່າໝູ່ ແມ່ນບັ້ນຮົບປ້ອງ ກັນຕົວເມືອງທ່າ ແຂກ ຊຶ່ງເປັນຈຸດຍຸດທະສາດສໍາຄັນ ຂອງການປະຕິວັດໃນເວລານັ້ນ. ຄະ ນະບັນຊາການທະຫານ ແລະ ຄະນະ ຮັບຜິດຊອບຮັກສາຕົວເມືອງທ່າແຂກ ແມ່ນ ປະທານ ສຸພານຸວົງ ເປັນຜູ້ບັນຊາ ການສູງສຸດ ໄດ້ນໍາພາກໍາລັງປະກອບ ອາວຸດຂອງລາວ ແລະ ຊາວຫຽດນາມ ຕ່າງດ້າວຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ. ຢ່າງໃດກໍຕາມ ຍ້ອນເຫລັກຫລາຍ ກວ່າຖ່ານ ຄື ພວກລ່າເມືອງຂຶ້ນຝລັ່ງມີ ອາວຸດຍຸດໂທປະກອນທີ່ທັນສະໄໝ ກວ່າ ເຮັດໃຫ້ທະຫານປະຕິວັດຂອງພວກ ເຮົາບໍ່ສາມາດຮັກສາຕົວເມືອງທ່າ ແຂກໄວ້ໄດ້ຈິ່ງຕັດສິນໃຈທັງຕ້ານແລະ ຖອຍໄປທາງແຄມແມ່ນໍ້າຂອງພ້ອມ ກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ ແລະໄມ້ທ່ອນເພື່ອລອຍຂ້າມໄປແຂວງ ນະຄອນພະນົມ, ປະເທດໄທແຕ່ພວກ ສັດ ຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນ ແລະ ປືນຊະນິດອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາ ທີ່ພວມ ຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາ ມານ ທີ່ສຸດ ເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນລົ້ມຕາຍ ແລະ ບາດເຈັບ ຢ່າງຫລວງຫລາຍ, ສ່ວນເຮືອຈັກທີ່ປະ ທານ ສຸພານຸວົງ ແລະ ພະນັກງານຈໍາ ນວນໜຶ່ງຂີ່ໄປຖືກເຮືອບິນສັດຕູຍິງ ຢູ່ ກາງແມ່ນໍ້າຂອງ, ນັກຮົບປະຕິວັດລາວ ຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2ຄົນໄດ້ເອົາໂຕບັງປະທານສຸພານຸວົງ ເຮັດໃຫ້ເຂົາເຈົ້າເສຍຊີວິດຄາທີ່, ສ່ວນ ປະທານ ສຸພານຸວົງ ໄດ້ຮັບບາດເຈັບສາ ຫັດ ແລະ ນໍາໄປປິ່ນປົວຢູ່ໂຮງໝໍແຂວງ ນະຄອນພະນົມຂອງໄທ. ພາຍຫລັງພວກລ່າເມືອງ ຂຶ້ນຝລັ່ງ ແລະ ລູກແຫລ່ງຕີນມືຂອງພວກມັນຢຶດ ຄອງຕົວເມືອງທ່າແຂກໄດ້ແລ້ວ ພວກ ເຂົາໄດ້ສ້າງໂທດກຳອັນໂຫດຮ້າຍ ແລະ ບໍ່ມີມື້ຈະຫລົງລືມໄດ້ໃຫ້ແກ່ປະຊາຊົນ ລາວບັນດາເຜົ່າ ດ້ວຍການເຂັ່ນຂ້າປະ ຊາຊົນລາວແລະຊາວຫວຽດນາມຕ່າງ ດ້າວຜູ້ບໍລິສຸດດ້ວຍວິທີທີ່ໂຫດຫ້ຽມ,ຂ້າ ແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານ ມັດປາກແລ້ວຖີ້ມລົງນໍ້າຂອງ ແລະໃສ່ ຄົກມອງຕຳຈົນເສຍຊີວິດ, ເອົາປືນຍິງ ກວາດໃສ່ຜູ້ຄົນແລ້ວໂຍນລົງນໍ້າຂອງ ເຮັດໃຫ້ແມ່ນໍ້າຂອງຍາມນັ້ນກາຍເປັນ ສີແດງດ້ວຍເລືຶອດ ແລະ ຊາກສົບ, ປະ ຊາຊົນຜູ້ບໍລິສຸດ, ລວມທັງແມ່ຍິງ ແລະ ເດັກນ້ອຍ ຫລາຍກ່ວາ 3.000 ຄົນ ຖືກຂ້າຕາຍ, ຂະນະທີ່ເຮືອນຊານບ້ານ ຊ່ອງ ແລະ ພື້ນຖານໂຄງລ່າງຖືກທໍາ ລາຍ ເປັນຈໍານວນຫລວງຫລາຍ, ຄອບ ຄົວ, ຜົວ, ເມຍ, ພໍ່, ແມ່ ແລະ ລູກຖືກພັດ ພາກຈາກກັນ, ລູກກາຍເປັນກໍາພ້າກຳພອຍຢ່າງໜ້າເວດທະນາທີ່ສຸດ. ຍ້ອນການກະທໍາທີ່ບໍ່ມີມະນຸດສະ ທໍາ ແລະ ໂຫດຮ້າຍປ່າເຖື່ອນທີ່ພວກ ລ່າເມືອງຂຶ້ນຝລັ່ງກໍ່ຂຶ້ນ, ວັນທີ21ມີນາ ປີ 1946 ຈິ່ງໄດ້ກາຍເປັນວັນຄຽດແຄ້ນ ຂອງປະຊາຊົນລາວຕໍ່ພວກລ່າເມືອງ ຂຶ້ນຝລັ່ງຜູ້ຮຸກຮານ, ຫລັງຈາກນັ້ນຈິ່ງ ປ່ຽນມາເປັນວັນຜູ້ເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດຈົນ ເຖິງປັດຈຸບັນນີ້. ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະ ຊາຊົນລາວບັນດາເຜົ່າຕໍ່ພວກລ່າເມືອງ ຂຶ້ນຝລັ່ງຜູ້ຮຸກຮານເທົ່ານັ້ນ ແຕ່ຍັງ ເປັນວັນແຫ່ງຄວາມສາມັກຄີຕໍ່ສູ້ດ້ວຍ ເລືອດເນື້ອ ແລະ ເປັນຕາຍຮ່ວມກັນ ລະ ຫວ່າງ ສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫລື້ອມ ໃສຂອງນໍ້າໃຈສູ້ຮົບຢ່າງພິລະອາດ ຫານບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນຊາວເມືອງທ່າແຂກກໍຄືການ ບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະ ນະກອງບັນຊາການກໍາລັງປະກອບອາ ວຸດຂອງພວກເຮົາ, ພ້ອມນີ້ ໄດ້ພິສູດ ໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງ ແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ, ເພີ່ນຍັງເປັນນັກຮົບປະຕິວັດທີ່ກ້າ ແກ່ນ, ເປັນຜູ້ບັນຊາການທະຫານທີ່ມີ ຄວາມຊໍານິຊໍານານໃນການວາງແຜນ ສູ້ຮົບ, ຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າ ເສຍສະລະຊີວິດເພື່ອປະເທດຊາດ ຢ່າງອົງອາດກ້າຫານ, ທັງຮູ້ປັບປຸງກໍ່ ສ້າງກໍາລັງ ແລະ ຮູ້ສຶກສາອົບຮົມຊາວ ໜຸ່ມໃຫ້ມີຈິດໃຈຮັກຊາດ ຂຶ້ນສູ່ລະ ດັບສູງ. ນອກຈາກນີ້ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ໄດ້ກາຍເປັນສະແສ ຟອງໃຫ້ແກ່ການປະຕິວັດຊາດ ປະຊາທິ ປະໄຕຂອງຊາດລາວເຮົາ ກ້າວໄປສູ້ ການປົດປ່ອຍປະເທດຊາດໄດ້ຢ່າງ ສົມບູນ ແລະ ສະຖາປະນາເປັນ ສປປ ລາວ ໃນວັນ 2 ທັນວາ ປີ 1975. ວິລະ ກໍາອັນໂຫດຮ້າຍປ່າເຖື່ອນທີ່ພວກລ່າ ເມືອງຂຶ້ນຝລັ່ງໄດ້ສ້າງໄວ້ຢູ່ເມືອງທ່າ ແຂກ ເຖິງວ່າຜ່ານມາໄດ້ 7 ທົດສະວັດ ກວ່າແລ້ວກໍຕາມ ແຕ່ປະຊາຊົນລາວ ບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນຊາວເມືອງທ່າແຂກ, ແຂວງຄໍາມວ່ນ ຍັງຈົດຈໍາໄດ້ເປັນຢ່າງ ດີ ແລະ ບໍ່ມີວັນທີ່ຈະຫລົງລືມໄດ້.

RkJQdWJsaXNoZXIy MTc3MTYxMQ==