5526

gsfdko{dkora fmtok xtgmf]k; ( 28/12/2022 xtdkf[h kor6 ltc4o g,n v'xkdmk gxa o[h ko15 f8y dko4j kp-t-kp g,n v'7egdu f lts]v'[5 oxtgrou dy o9P' v5 fq ,w- ph v'p= zq oleg]a f dkog0Q kIj ;,-P'0;k'gd, ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ວັນທີ 26 ທັນວາ 2022 ແຂວງອຸດົມໄຊ ຈັດພິທີຕ້ອນ ຮັບຂະບວນນັກກິລາທີ່ກັບຈາກການ ແຂ່ງຂັນກິລາແຫ່ງຊາດຄັ້ງທີXI ຫລື ຊຽງຂວາງເກມ 2022 ເພື່ອເປັນ ການຍ້ອງຍໍຊົມເຊີຍຕໍ່ຜົນງານຄະ ນະນຳ, ຄູຝຶກ ແລະ ນັກກິລາ ເຊິ່ງ ນັກກິລາແຂວງອຸດົມໄຊ ໄດ້ສ້າງຜົນ ງານອັນຍິ່ງໃຫຍ່ ແລະ ໄດ້ຫລຽນ ລາງວັນເກີນຄາດໝາຍທີ່ກຳນົດໄວ້ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ ທ່ານ ຈັນທີ ວິລະໄຊພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ຂຶ້ນ ລາຍງານຜົນສຳເລັດການແຂ່ງຂັນ ຂອງນັກກິລາແຕ່ລະປະເພດຂອງ ແຂວງອຸດົມໄຊວ່າ: ຊຽງຂວາງເກມ ໄດ້ໄຂຂຶ້ນຢ່າງເປັນວັນທີ 13-22 ທັນວາ 2022 ມີການແຂ່ງຂັນ ທັງໝົດ 25 ປະເພດກິລາ, ມີນັກກິ ລາເຂົ້າຮ່ວມທັງໝົດ 3 ພັນກວ່າຄົນ, ມີການຊີງຫລຽນທັງໝົດ 1.258 ຫລຽນ, ໃນນັ້ນ ມີ 363 ຫລຽນຄຳ, 363 ຫລຽນເງິນ ແລະ 532 ຫລຽນ ທອງ. ສຳລັບແຂວງອຸດົມໄຊ ໄດ້ສົ່ງ ຕົວແທນນັກກິລາເຂົ້າຮ່ວມ ແຕ່ວັນທີ 29 ພະຈິກ ເຊິ່ງໄດ້ແບ່ງອອກເປັນ 4 ໄລຍະການແຂ່ງຂັນ ລວມມີ 9 ປະເພດກິລາ ຄື: ກິລາໝາກແລ້, ໝາກເສິກ, ໜ້າເກັກ, ປິ່ງປ່ອງ, ເທ ຄວັນໂດ, ເປຕັງ, ກັອບ, ແລ່ນລານ ແລະ ດອກປີກໄກ່. ຜ່ານການແຂ່ງຂັນແຕ່ລະປະ ເພດ ຂອງນັກກິລາແຂວງອຸດົມໄຊ ສາມາດສະຫລຸບ ໄດ້ດັ່ງນີ້: ກິລາ ໝາກແລ້ ສາມາດຍາດໄດ້ 4 ຫລຽນ ຄໍາ ແລະ 2 ຫລຽນທອງ; ກິລາ ໝາກເສິກ ໄດ້ 3 ຫລຽນຄໍາ ແລະ 2 ຫລຽນເງິນ; ໜ້າເກັກ ໄດ້ 3 ຫລຽນຄຳ, 1 ຫລຽນເງິນ ແລະ 1 ຫລຽນທອງ; ກິລາປິ່ງປ່ອງຍາດໄດ້ 2 ຫລຽນຄຳ, 1 ຫລຽນເງິນ ແລະ 4 ຫລຽນທອງ; ເທຄັວນໂດ ໄດ້ 2 ຫລຽນຄຳ, 1 ຫລຽນເງິນ ແລະ 3 ຫລຽນທອງ; ກິລາເປຕັງ ໄດ້ 1 ຫລຽນຄຳ ແລະ 1 ຫລຽນທອງ; ກິລາກັອບ ໄດ້ 1 ຫລຽນເງິນ, ກິລາ ແລ່ນລານ ແລະ ກິລາດອກປິກໄກ່ ແມ່ນບໍ່ສາມາດຍາດໄດ້ຫລຽນລາງ ວັນ. ສັງລວມຫລຽນລາງວັນທີ່ຕົວ ແທນນັກກິລາແຂວງອຸດົມໄຊ ສາ ມາດຍາດໄດ້ທັງໝົດ 32 ຫລຽນ, ໃນນີ້ ມີ 15 ຫລຽນຄໍາ, 6 ຫລຽນ ເງິນ ແລະ 11 ຫລຽນທອງ ຈັດຢູ່ ໃນອັນດັບທີ 8 ຂອງຕາຕະລາງສະ ຫລຸບຫລຽນ 22 ພາກສ່ວນ. ດັ່ງນັ້ນ, ແຂວງອຸດົມໄຊ ຈັດພິ ທີມອບໃບຍ້ອງຍໍ ແລະ ລາງວັນໃຫ້ ກັບຄູຝຶກ ແລະ ນັກກິລາ ໃນແຕ່ລະ ປະເພດ ຄື: ປະເພດຫລຽນຄຳໄດ້ຮັບ ເງິນສົດ 7 ລ້ານກີບ ພ້ອມໃບຍ້ອງຍໍ, ປະເພດຫລຽນເງິນ 5 ລ້ານກີບ ພ້ອມໃບຍ້ອງຍໍ, ປະເພດຫລຽນທອງ ໄດ້ 3 ລ້ານກີບ. ນອກນີ້ ຍັງໄດ້ມອບ ເງິນ ແລະ ໃບຍ້ອງຍໍໃຫ້ແກ່ຄູຝຶກ ກິລາ ແຕ່ລະປະເພດຕື່ມອີກ. ທ່ານ ສົມຈິດ ປັນຍາສັກ ຮອງ ເຈົ້າແຂວງອຸດົມໄຊຄະນະຜູ້ຊີ້ນຳກິ ລາຂັ້ນແຂວງໃຫ້ສຳພາດວ່າ: ການ ສົ່ງຕົວແທນນັກກິລາແຂວງອຸດົມໄຊ ເຂົ້າຮ່ວມໃນງານກິລາແຫ່ງຊາດທີ່ ແຂວງຊຽງຂວາງຄັ້ງນີ້, ໄດ້ຄັດ ເລືອກເອົາພຽງ 9 ປະເພດກິລາ ເນື່ອງຈາກວ່າຂາດເຂີນທາງດ້ານ ງົບປະມານເພາະຜ່ານມາແຂວງ ອຸດົມໄຊ ປະສົບໄພພິບັດຫລາຍຄັ້ງ. ສະນັ້ນ, ງົບປະມານສ່ວນໃຫຍ່ແມ່ນ ໃຊ້ເຂົ້າໃນການແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນ ແຕ່ແນວໃດ ກໍດີໃນ 9 ປະເພດກິລານີ້ ສາມາດ ຍາດເອົາໄຊຊະນະມາສູ່ແຂວງອຸດົມ ໄຊ ເຮັດໃຫ້ແຂວງອຸດົມໄຊ ມີໃບໜ້າ ໃນວົງການກິລາລາວໄດ້ພໍສົມຄວນ. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມ ຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ພາກສ່ວນທີ່ໃຫ້ການອຸປະຖຳກິລາ ແຂວງອຸດົມໄຊ ໂດຍສະເພາະແມ່ນ ພາກລັດ ແລະ ເອກະຊົນ ບໍລິສັດຫ້າງ ຮ້ານຕ່າງໆພາຍໃນແຂວງທີ່ໃຫ້ ການສະໜັບສະໜູນ. ໂດຍ: ແສງອາທິດ ຂປລ. ແຫລ່ງຂ່າວຈາກເມືອງ ປາກທາ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພິ ທີປະກາດຮັບຮອງເອົາ ບ້ານພູສະ ແຖນເມືອງປາກທາ ເປັນບ້ານສາທາ ລະນະສຸກແບບຢ່າງ ແລະ ບ້ານຢຸດ ຕິການຖ່າຍຊະຊາຍຈັດຂຶ້ນໃນວັນທີ 27 ທັນວາ 2022 ໂດຍມີທ່ານ ຄຳຈັນ ອິນທະຈັກ ປະທານກວດກາ ພັກ-ລັດເມືອງ, ມີທ່ານອາເປົາ ສີຜາ ວັນ ຫົວໜ້າຫ້ອງການສາທາລະນະ ສຸກເມືອງປາກທາ,ມີບັນດາອຳນາດ ການປົກຄອງບ້ານ ແລະ ພໍ່ແມ່ປະ ຊາຊົນພາຍໃນບ້ານເຂົ້າຮ່ວມ. ໃນພິທີທ່ານວຽງທອງຢົງກົວວ່າ ນາຍບ້ານພູສະແຖນ ໄດ້ຜ່ານບົດ ສະຫລຸບການຈັດຕັ້ງປະຕິບັດສ້າງ ເປັນບ້ານສາທາລະນະສຸກແບບ ຢ່າງ ແລະ ບ້ານຢຸດຕິການຖ່າຍຊະ ຊາຍວ່າ: ບ້ານພູສະແຖນ ເມືອງປາກ ທາ ແມ່ນບ້ານທີ່ປົກຄຸ້ມຂອງໂຮງ ໝໍນ້ອຍກິວລົມ ໄກປະມານ 12 ກິ ໂລມັດ, ໄລຍະຜ່ານມາແມ່ນໄດ້ຈັດ ຕັ້ງປະຕິບັດການປະເມີນ 3 ຄັ້ງ, ສາມາດປະເມີນໄດ້ຈໍານວນຫລັງຄາ ເຮືອນທີ່ບັນລຸ 100% ມີ 60 ຫລັງ, 95%-100%ມີ 39 ຫລັງ, ເທົ່າກັບ 65%, ຈໍານວນຫລັງຄາເຮືອນທີ່ບັນ ລຸລະຫວ່າງ 85%-94% ມີ 19 ຫລັງຄາ ເທົ່າກັບ 31%, ຈໍານວນ ຫລັງຄາເຮືອນທີ່ບໍ່ບັນລຸ 85% ລົງ ມາມີ 2 ຫລັງ ເທົ່າກັບ 3%, ສະເລ່ຍ ມາດຖານລວມບ້ານພູສະແຖນບັນ ລຸ 96,66% ສາມາດຜ່ານມາດ ຕະຖານບ້ານສາທາລະນະສຸກແບບ ຢ່າງ. ສ່ວນການສ້າງບ້ານຢູດຕິ ການຖ່າຍຊະຊາຍ ກໍໄດ້ປະເມີນຕາມ 6 ມາດຖານ ແລະ ບັນລຸຕາມຄາດ ໝາຍທີ່ວາງໄວ້. ຈາກນັ້ນ ພິທີກໍ່ໄດ້ຜ່ານຂໍ້ຕົກລົງ ຂອງພະແນກສາທາລະນະສຸກ ແຂວງ ວ່າດ້ວຍການຢັ້ງຢືນ ບ້ານ ພູສະແຖນ ເປັນບ້ານສາທາທາລະນະ ສຸກແບບຢ່າງ ແລະ ຂໍ້ຕົກລົງຂອງ g,n v'su ogsu [ 9a f[5 ogdiy xt9exu 2 0 2 2 ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ເມືອງຫີນເຫີບ ຈັດບຸນເກຣີ ປະຈໍາປີ 2022 ຢູ່ບ້ານ ຄອນແກ້ວ ໂດຍມີ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານນາງ ອິ່ນຄຳ ພັນດາລາຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ, ທ່ານ ວອນ ວໍລະສານ ເຈົ້າ ເມືອງ ຫີນເຫີບ ແລະ ປະຊາຊົນບັນ ດາເຜົ່າ ເຂົ້າຮ່ວມ. ທ່ານ ເພັດສະໄໝ ເສັງມະນີ ນາຍບ້ານຄອນແກ້ວ ກ່າວວ່າ:ການ ຈັດງານຄັ້ງນີ້, ເປັນການສະຫລຸບ ຜົນງານ ແລະ ວາງທິດທາງແຜນ ການໃນຕໍ່ໜ້າແນໃສ່ຊຸກຍູ້ປະຊາ ຊົນພາຍໃນບ້ານສຸມໃສ່ປູກຝັງ-ລ້ຽງ ສັດເປັນສິນຄ້າ. ນອກນີ້ປະຊາຊົນ ສ່ວນໜຶ່ງ ໄດ້ຫັນມາປູກມັນຕົ້ນ ເປັນ ອາຊີບສໍາຮອງເຮັດໃຫ້ມີລາຍຮັບ ເພີ່ມຂຶ້ນສາມາດຊຸກຍູ້ລູກຫລານ ເຂົ້າໂຮງຮຽນຕາມເກນອາຍຸ. ງານ ດັ່ງກ່າວ, ຈັດຂຶ້ນພາຍຫລັງປະຊາ ຊົນ, ກະສິກອນເກັບກູ້ຜົນຜະລິດເຂົ້າ ໄຮ່, ເຂົ້ານາ, ຜົນລະປູກຕ່າງໆເພື່ອ ນໍາມາແຮເປັນເຄື່ອງບໍລິໂພກ, ສ່ວນ ໜຶ່ງທີ່ເຫລືອກິນກໍນຳໄປຂາຍເປັນ ສິນຄ້າສ້າງລາຍຮັບ ເພື່ອພັດທະນາ ຄອບຄົວໃຫ້ອຸດົມ ສົມບູນ ແລະ ຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອ ລະກ້າວ. ໃນພິທີໄດ້ມີການປະດັບປະດາ ດ້ວຍດອກໄມ້, ຜົນລະປູກນາໆຊະ ນິດ, ມີການຂັບເຈີມອາຍ, ດູດເຫລົ້າ ໄຫ, ກິນຕົ້ມໄກ່, ມີການສະແດງສິ ລະປະ-ວັນນະຄະດີ ແລະ ກິດຈະ ກຳອື່ນໆອີກ. ຂ່າວ: ເມືອງຫີນເຫີບ ຫ້ອງການສາທາລະນະສຸກເມືອງ ວ່າດ້ວຍການຢັ້ງຢືນບ້ານຢຸດຕິການ ຖ່າຍຊະຊາຍ, ພ້ອມທັງມອບໃບ ຢັ້ງຢືນໃຫ້ກຽດມອບໃບຍັ້ງຍືນບ້ານ ສາທາລະນະສຸກແບບຢ່າງ ໂດຍ ທ່ານ ຄໍາຈັນ ອິນທະຈັກ ຮອງລຂາ ພັກເມືອງ ປະທານກວດກາພັກ-ລັດ ເມືອງ ແລະ ມອບໃບຢັ້ງຢືນບ້ານຢຸດ ຕິການຖ່າຍຊະຊາຍ ໃຫ້ກຽດມອບ ໂດຍ ທ່ານ ດຣ ອາເປົາ ສີຜາວັນ ກຳ ມະການພັກເມືອງ ຫົວໜ້າຫ້ອງການ ສາທາລະນະສຸກເມືອງໃຫ້ກຽດ ຮັບໂດຍທ່ານນາຍບ້ານພູສະແຖນ. ໂອກາດນີ້, ທ່ານ ຄໍາຈັນ ອິນ ທະຈັກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນງານທີ່ບ້ານຍາດມາ ໄດ້ ແລະ ໄດ້ເນັ້ນໜັກໃຫ້ອຳນາດ ການປົກຄອງບ້ານ ແລະ ພໍ່ແມ່ປະ ຊາຊົນສືບຕໍ່ສຶກສາອົບຮົມການ ເມືອງແນວຄິດໃຫ້ມີແນວຄິດຫລັກ ໝັ້ນ, ພາຍຫລັງທີ່ໄດ້ຮັບການຢັ້ງ ຢືນເປັນບ້ານສາທາລະນະສຸກແບບ ຢ່າງ, ບ້ານຢຸດຕິການຖ່າຍຊະ ຊາຍ ແລ້ວ ຄະນະກຳມະການສາທາລະ ນະສຸກທຸກຂັ້ນ ຕ້ອງໄດ້ສືບຕໍ່ເຄື່ອນ ໄຫວວຽກງານ ຕາມແຜນທີ່ກຳນົດ ໄວ້ໃຫ້ເປັນປົກກະຕິ, ຄະນະກຳມະ ການສາທາລະນະສຸກຂັ້ນບ້ານ, ອສບ ຕ້ອງໄດ້ໂຄສະນາສຸຂະສຶກສາ ການປ້ອງກັນພະຍາດ ແລະ ຮັກສາສຸ ຂະພາບໃຫ້ພໍ່ແມ່ປະຊາຊົນພາຍໃນ ບ້ານທຸກໆ 3 ເດືອນ ຫລື ຕາມການ ແຈ້ງການຂອງຫ້ອງການສາທາລະ ນະສຸກເມືອງ, ຄະນະກຳມະການ ຮັບຜິດຊອບນ້ຳລິນ ຕ້ອງເອົາໃຈໃສ່ ໃນການ ບູລະນະຮັກສານ້ຳລິນເຊັ່ນ: ລະບົບຫົວງານ, ອຸ່ງເກັບນ້ຳຈຸດຕັ້ງ ກÏ ອກຕ່າງໆ, ສ້າງຂະບວນອອກ ແຮງງານອະນາໄມຄົວເຮືອນເດີ່ນ ບ້ານ 1 ຄັ້ງຕໍ່ເດືອນ, ລົງກວດກາປະ ເມີນ ຄົວເຮືອນຄືນ 1 ຄັ້ງ/ເດືອນ ອສບ ຕ້ອງເອົາໃຈໃສ່ໃນການເກັບ ກຳສະຖິຕິ ຂໍ້ມູນຈຳນວນເດັກນ້ອຍ, ແມ່ຍິງໃນເກນອາຍຸເປົ້າໝາຍສັກຢາ ກັນພະຍາດໃຫ້ໄດ້ຮັບການສັກຢາ ກັນພະຍາດແມ່ຍິງໄວຈະເລີນພັນ ຕ້ອງໄດ້ຮັບການກັນພະຍາດ, ເບິ່ງ ແຍງສຸຂະພາບຈາກແພດໝໍ,ການ ວາງແຜນລູກຫ່າງຄົບຊຸດຕາມຈຳ ນວນ; ເອົາໃຈໃສ່ໃນໂຄສະນາສຸຂະ ສຶກສາສົ່ງເສີມທາງດ້ານອາຫານ ການກິນໃຫ້ຖືກຕາມຫລັກໂພຊະນາ ການ, ການເກີດລູກຕ້ອງໃຫ້ແມ່ຢູ່ ລອດ, ເດັກປອດໄພ, ເປັນເຈົ້າການ ໃນການປ້ອງກັນພະຍາດຕາມລະ ດູການຕ່າງໆ; ພ້ອມກັນຮັກສານາມ ມະຍົດ ບ້ານສາທາລະນະສຸກແບບ ຢ່າງ ແລະ ບ້ານຢຸດຕິການຖ່າຍສະ ຊາຍນີ້ໄວ້ໃຫ້ໝັ້ນຄົງຕະຫລອດໄປ ເພື່ອເປັນຊ່ອງທາງໃຫ້ແກ່ການສ້າງ ບ້ານຕ່າງໆໃນຕໍ່ໜ້າ. ຂ່າວ-ພາບ: ວັນນະເດດ ວິໄລຄຸນ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ບຸນປະເພນີສະ ເຫລີມສະຫລອງສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ກິນຈຽງ (ນໍ່ເປ້ເຈົ່າ) ຂອງຊົນເຜົ່າມົ້ງ ຢູ່ເມືອງຄຳເກີດ ປະຈຳປີ2022ຈັດຂຶ້ນໃນລະຫວ່າງ ວັນທີ 25-27 ທັນວາ 2022 ໂດຍ ມີທ່ານ ວັນວິໄລ ແດນພູຫລວງ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກ ງານການເມືອງແນວຄິດວຽກພັກພະນັກງານ, ມີທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃນ ພິທີເປີດຢ່າງເປັນທາງການ. ທ່ານ ຫວັງເນັ່ງ ກາງເສົາຫວ່າງ ກຳມະການພັກເມືອງ, ຄະນະປະ ທານຈັດງານໄດ້ໃຫ້ຮູ້ວ່າ: ການຈັດ ງານຄັ້ງນີ້, ເພື່ອສະຫລຸບຜົນງານທີ່ ຍາດມາໄດ້ໃນ 1 ປີຜ່ານມາ, ທັງປະ ຕິບັດຕາມຮີດຄອງປະພນີທີ່ສືບທອດ ກັນມາຫລາຍຮຸ່ນຄົນ ໂດຍໄດ້ມີການ ຈັດພາເຂົ້າຖະຫວາຍແກ່ບັນພະບູລຸດ ແລະ ຜູ້ທີ່ລ່ວງລັບໄປ, ບາສີສູ່ຂວັນ, ສົມມາຄະລະວະຜູ້ເປັນພໍ່- ແມ່ ແລະ ຜູ້ອາວຸໂສ, ພ້ອມທັງອວຍພອນສົ່ງ ທ້າຍປີເກົ່າ-ຕ້ອນຮັບປີໃໝ່, ໄວໜຸ່ມ ບ່າວ-ສາວ ໂຍນໝາກຄອນເບີກ ບານມ່ວນຊື່ນ, ຜູ້ໃຫຍ່-ເດັກນ້ອຍທັງ ຍິງ-ຊາຍພາກພູມໃຈໃນຊຸດເຄື່ອງ ໃໝ່ທີ່ສະແດງເຖິງສີໄມ້ລາຍມື ແລະ ຄວາມສວຍງາມຂອງແຕ່ລະຄົນແຕ່ ລະຊິງຊາວ ເຊິ່ງເວົ້າໄດ້ວ່າ: ພື້ນຖານ ວັດທະນະທຳແຫ່ງຊາດ ຍາມໃດ ກໍມີລັກສະນະສະເພາະເປັນເອກະລັກ ຂອງຄວາມເປັນເຜົ່າໃນຊາດໜຶ່ງໆ, ປັດຈຸບັນໄດ້ຫັນຈາກການເຮັດບຸນ ຕາມບ້ານຕ່າງໆມາເປັນງານໃຫຍ່ ໃນທົ່ວເມືອງ, ຫັນຈາກການຫລິ້ນກິນ, ໂຍນໝາກຄອນແກ່ຍາວເປັນ ເດືອນໃນເມື່ອກ່ອນມາເປັນເວລາ ສັ້ນໆ ເພື່ອສ້າງເງື່ອນໄຂໃຫ້ພັກ-ລັດ ຂັ້ນເທິງມີໂອກາດເຂົ້າຮ່ວມ,ລູກ ຫລານບໍ່ຂາດໂຮງຮຽນ, ພໍ່ແມ່ປະຊາ ຊົນບໍ່ເສຍເວລາໄປທຳການຜະລິດ, ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມ. ສຳລັບກິດຈະກຳບຸນປີໃໝ່ ຊົນເຜົ່າມົ້ງ ຢູ່ເມືອງຄຳເກີດ ປະກອບ ມີ: ການສະແດງສິລະປະບົດຟ້ອນ, ຮ້ອງເພງ, ເປົ່າແຄນຄູ່, ເປົ່າແຄນຊຸດ, ແຂ່ງຂັນຕີໝາກຄ່າງ, ງົວຊົນງົວ ແລະ ໂຍນໝາກຄອນ. ໂອກາດນີ້, ທ່ານ ວັນວິໄລ ແດນ ພູຫລວງ ໄດ້ຮຽກຮ້ອງໃຫ້ທຸກຊັ້ນ ຄົນທີ່ເຂົ້າຮ່ວມງານດັ່ງກ່າວຈົ່ງ ໄດ້ຮັກສາຄວາມສະຫງົບ, ມີຄວາມ ປອດໄພ, ປະຢັດມັດທະຍັດ, ປະຕິບັດ ຖືກຕ້ອງຕາມຮີດຄອງປະເພນີ, ເຕົ້າ ໂຮມຄວາມສາມັກຄີເປັນປຶກແຜ່ນ, ພ້ອມທັງໄດ້ອວຍພອນມາຍັງຫົວຊິງ ຊາວ, ເຈົ້າກົກ, ເຈົ້າເຫລົ່າຕະຫລອດ ຮອດມວນຊົນທີ່ເຂົ້າຮ່ວມງານຈົ່ງ ມີສຸຂະພາບແຂງແຮງສະເຫລີມສະ ຫລອງດ້ວຍຄວາມເບີກບານມ່ວນ ຊື່ນ ແລະ ຮັກສາໄດ້ຮິດຄອງປະເພນີ ອັນດີງາມ. ຂ່າວ: ສາຍສະໝອນ

RkJQdWJsaXNoZXIy MTc3MTYxMQ==