5521

o; deoq fgvq koq dp5 ' gxa ola foe3-d.o,tstdedy ]kcsj '-kf 7A 'mu X I I gsfdko{dkora fmtok xtgmf]k; ( ຕໍ່ າ‹ໜ້ າ 21/12/2022 ປະຈຳວັນທີ 20/12/2022 ເວລາ: 16:00 ໂມງ ລ/ດ ພາກສ່ວນ ລວມ ຫລຽນຄຳ ຫລຽນເງິນ ຫລຽນທອງ ຫລຽນລາງວັນ ລວມ ຊຽງຂວາງ ປ້ອງກັນຄວາມສະຫງົບ ຫົວພັນ ຫລວງພະບາງ ຜົ້ງສາລີ ເຊກອງົ້ ງີ ຫລວງນ້ຳທາ 1 2 3 4 5 6 7 8 9 10 11 12 13 14 15 16 17 18 19 20 21 22 58 55 87 200 50 46 89 185 31 21 37 89 23 28 34 85 14 6 11 31 21 17 25 63 1 1 8 14 2 4 3 9 3 7 11 21 5 7 6 18 3 3 1 7 3 3 8 14 321 321 469 1.111 ສະຫວັນນະເຂດ ນະຄອນຫລວງວຽງຈັນັ ນ ຄຳມ່ວນ ສາທາລະນະສຸກ ອຸດົມໄຊ ບໍລິຄຳໄຊ mtskog,n v'r6 d6 f gxa og9Q kdko xh v'da o,tstdedy ]kcsj '-kf 11 18 35 64 10 9 9 28 ສາລະວັນ 2 1 2 5 ໄຊຍະບູລີ 16 19 26 61 ຈຳປາສັກ ໄຊສົມບູນ 5 3 0 8 2 6 9 17 ບໍ່ແແ້ແ້ກ້ວໍ່ວໍ່ວ ພະລັງງານ ແລະ ບໍ່ແຮ່ 2 10 6 18 g8t[ko-kp c0;';P'9a o g0Q k-u 'da [ot7vos];' -P'0;k' c]t xdgxa og9Q ks]Po7e dy ]k16 3f -P'0;k'gd, ສະຫະພັນກິລາແຕ່ລະປະເພດ ເພື່ອ ກະກຽມຄວາມພ້ອມດ້ານຕ່າງໆ ຢ່າງຮອບດ້ານ ເພື່ອເຮັດໃຫ້ການ ເປັນເຈົ້າພາບຈັດມະຫະກໍາກິລາ ຄັ້ງທີ XII ປະສົບຜົນສໍາເລັດຕາມ ຄາດໝາຍ. ທ່ານ ສົມພອນ ສອນດາລາ ຍັງໃຫ້ຮູ້ຕື່ມວ່າ: ນະຄອນຫລວງ ການແຂ່ງຂັນຄູ່ທຳອິດລະ ຫວ່າງ ແຂວງວຽງຈັນ ແລະ ແຂວງ ເຊກອງ ດຳເນີນໄປຢ່າງດຸເດືອດ ກ່ອນໃນໄລຍະທ້າຍເຄິ່ງເວລາທີ 2 ນາທີ 82 ແຂວງວຽງຈັນ ເຫລືອ ຜູ້ຫລິ້ນພຽງ 10 ຄົນ ເນື່ອງຈາກ ຄຳມະນີ ທອງດາວົງ ກອງຫລັງໄປ ເຕະດ້ານຫລັງ ເປບຊີ ທີ່ພວມຫລຸດ ດ່ຽວເຂົ້າໄປ ເຮັດໃຫ້ກຳມະການຕັດ ສິນໃຈໃຫ້ໃບແດງທັນທີ. ແຕ່ຢ່າງ ໃດກໍຕາມ, ເຖິງວ່າແຂວງວຽງຈັນ ຈະເຫລືອຜູ້ຫລິ້ນພຽງ 10 ຄົນ ກໍ ຕາມ ແຕ່ກໍຍັງຕ້ານແຂວງເຊກອງ ໄວ້ໄດ້ເຮັດໃຫ້ຈົບ 90 ນາທີ ຍັງ ສະເໝີກັນ 0-0 ຕ້ອງໄດ້ຕໍ່ເວລາພິ ເສດອອກໄປອີກ 30 ນາທີ ແຕ່ຍັງ ສອງທີມກໍຍັງຍິງປະຕູກັນບໍ່ໄດ້ເຮັດ ໃຫ້ຕ້ອງໄດ້ຕັດສິນເຂົ້າຮອບດ້ວຍ ການຍິງຈຸດໂທດ. ຜ່ານການຍິງຈຸດ ໂທດຜົນປາກົດວ່າກາຍເປັນແຂວງ ວຽງຈັນ ທີ່ຍິງໄດ້ແມ້ນກວ່າ ແລະ ມີຜູ້ຮັກສາປະຕູດີກຣີ ອະດີດທີມຊາດ ລາວ ຢ່າງ ແສງພະຈັນ ບຸນທິສານ ຊ່ວຍ ເຊັບຈຸດໂທດໄວ້ໄດ້ເຖິງ 3 ລູກ ໃນນັດດຽວ ຊ່ວຍພາທີມແຂວງວຽງ ຈັນ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ວຽງຈັນ ໄດ້ກະກຽມ ແລະ ຝຶກຊ້ອມ ການສະແດງສິລະປະ ເພື່ອສະແດງ ໃນໂອກາດຮັບທຸງກິລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ໂດຍ ໄດ້ກະກຽມບົດຟ້ອນ, ບົດເພງ ແລະ ອື່ນໆ ເຊິ່ງລັກສະນະການສະແດງ ຈະນໍາເອົາຜາສາດເຜິ້ງນໍາໜ້າ, ຈາກນັ້ນ ຈະມີການສະແດງກາຍະ ສິນ, ເຕັ້ນ ແລະ ມີບົດເພງປະກອບ (ບົດເພງຍິນດີຕ້ອນຮັບສູ່ນະຄອນ ຫລວງເກມ) ເຊິ່ງເປັນການສະແດງ ໃຫ້ເຫັນວ່າຊາວນະຄອນຫລວງ ວຽງຈັນ ຍິນດີຕ້ອນຮັບບັນດານັກກິ ລາ ແລະ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດມາຮ່ວມມະຫະກໍາກິລາ ແຫ່ງຊາດ ຄັ້ງທີ XII ໃນປີ 2025 ຂ່າວ: ທະນູທອງ ຂໍ້ມູນ: ວິທະຍຸແຫ່ງຊາດ ຂປລ. ມະຫາກຳກິລາແຫ່ງ ຊາດຄັ້ງທີ 11 ຫລື ຊຽງຂວາງເກມ ໄດ້ດໍາເນີນໄປຢ່າງມີຄວາມສະ ຫງົບຮຽບຮ້ອຍ, ສ້າງໄດ້ຄວາມເຊື່ອ ໝັ້ນ ຈາກປະຊາຊົນ ແລະ ມວນຊົນ ທີ່ມາຮ່ວມງານຄັ້ງນີ້. ທັງໝົດນີ້ ແມ່ນໝາກຜົນແຫ່ງການປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂັ້ນສູນກາງຮອດ ທ້ອງຖິ່ນ ໂດຍສະເພາະ ຢູ່ເມືອງ ພູກູດ ຍ້ອນເປັນເຈົ້າການເຮັດວຽກ ງານປ້ອງກັນຄວາມສະຫງົບຮຽບ ຮ້ອຍຂອງກຳລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ກໍາລັງ ກອງຫລອນ ແລະ ການປະກອບ ສ່ວນຊຸກຍູ້ວັດຖຸ, ກໍາລັງໃຈຈາກປະ ຊາຊົນຊັ້ນຄົນຕ່າງໆ ຈຶ່ງເຮັດໃຫ້ ງານກິລາດັ່ງກ່າວ, ມີຄວາມສະ ຫງົບປອດໄພດີ. ສະຫາຍ ພັນໂທບຸນຍໍ້ ພົມມະຈັນ ຫົວໜ້າການທະຫານ ກອງບັນຊາ ການທະຫານ ເມືອງພູກູດ, ຄະນະ ອະນຸກຳມະການປ້ອງກັນກິລາ ແຫ່ງຊາດ ຊຽງຂວາງເກມ ໄດ້ໃຫ້ຮູ້ ວ່າ: ໂດຍອີງຕາມແຜນການປ້ອງ ກັນງານກິລາແຫ່ງຊາດ ຂອງກອງ ບັນຊາການທະຫານແຂວງຊຽງ ຂວາງ ແລະ ປະຕິບັດຕາມການຕົກ ລົງຂອງຄະນະຮັບຜິດຊອບລວມ ໃນການປ້ອງກັນຄວາມສະຫງົບ ຮຽບຮ້ອຍໃຫ້ແກ່ງານກິລາແຫ່ງ ຊາດຊຽງຂວາງເກມ ໂດຍສະ ເພາະ ກອງບັນຊາການທະຫານເມືອງ ພູກູດ ໄດ້ສ້າງແຜນງານສະເພາະ ໃນການຮັກສາຄວາມສະຫງົບຢູ່ ແຕ່ລະຈຸດທີ່ສໍາຄັນໃນຂອບເຂດ ຮັບຜິດຊອບ ພ້ອມທັງໄດ້ມີການປະ ສານງານກັບຄະນະຮັບຜິດຊອບ ລວມ ແລະ ອໍານາດການປົກຄອງ ຂັ້ນຕ່າງໆ ໃນການກະກຽມຄວາມ ພ້ອມແຕ່ຫົວທີ ເພື່ອຮັບໃຊ້ວຽກ ງານປ້ອງກັນຄວາມສະຫງົບທັງ ກ່ອນ ແລະ ໃນໄລຍະດຳເນີນການ ແຂ່ງຂັນກໍໄດ້ມີການກຽມຄວາມ ພ້ອມທາງກຳລັງ, ເຄື່ອງມືຮັບໃຊ້ວິ ຊາສະເພາະ ແລະ ອື່ນໆ ຢ່າງຄົບ ຖ້ວນ. ຜ່ານການເຄື່ອນໄຫວຕາມພາ ລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບ ມອບໝາຍຈາກພັກ-ລັດຂັ້ນເທິງກົມ ກອງພວກເຮົາໄດ້ປັບປຸງລະບົບປະ ຈຳການຢ່າງເປັນລະບົບຄົບຊຸດ ໂດຍໄດ້ສ້າງແຜນຄາດກະກໍລະນີ ທີ່ຈະເກີດຂຶ້ນ ແລະ ໄດ້ຈັດຕັ້ງນຳໃຊ້ ກຳລັງແບ່ງອອກເປັນ 3 ພາກສ່ວນ ຄື: ພາກສ່ວນບັນຊາ, ພາກສ່ວນ ປ້ອງກັນຢູ່ແຕ່ລະຈຸດ ແລະ ພາກ ສ່ວນກອງຫລອນ ເຄື່ອນໄຫວປ້ອງ ກັນເວນຍາມ ຕາມສາຍທາງເລກ 7 ແລະ ພູກູດຈອມເຫລັກ, ພ້ອມນັ້ນ ຍັງປ້ອງກັນໃຫ້ແກ່ສະຖານທີ່ທ່ອງ ທ່ຽວ ແລະ ບັນດາເຂດເຊື່ອມຕໍ່ລະ ຫວ່າງເມືອງຕໍ່ເມືອງ, ເມືອງຕໍ່ແຂວງ ແລະນໍາໃຊ້ກຳລັງປ້ອງກັນສຳຮອງ ເຄື່ອນໄຫວເວນຍາມທາງເຂົ້າ- ອອກບ້ານ ແລະ ສຳນັກງານອົງ ການຕ່າງໆ. ສັງລວມແລ້ວ, ຕະຫລອດໄລ ຍະການຈັດຕັ້ງປະຕິບັດປ້ອງກັນ ເວນຍາມ ໃຫ້ແກ່ງານກິລາຄັ້ງນີ້, ມາຮອດປັດຈຸບັນໃນຂອບເຂດຮັບ ຜິດຊອບ ແມ່ນສາມາດຮັກສາໄດ້ ຄວາມສະຫງົບໂດຍພື້ນຖານທັງນີ້, ກໍຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດ ແລະ ທຸກພາກສ່ວນໄດ້ເອົາໃຈໃສ່ຊີ້ ນຳ-ບັນຊາບັນດາກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບເມືອງ ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ ແລະ ພໍ່ແມ່ ປະຊາຊົນຊັ້ນຄົນຕ່າງໆກໍລ້ວນ ແຕ່ໄດ້ເປັນຫູເປັນຕາຊ່ວຍກັນຕິດ ຕາມທຸກການເຄື່ອນໄຫວຂອງອິດ ທິກຳລັງປໍລະປັກ ແລະ ພວກກຸ່ມ ຄົນບໍ່ຫວັງດີຢ່າງເຂັ້ມແຂງ. ຂປລ. ການແຂ່ງຂັນກິລາຢູໂດ ໃນຊຽງຂວາງເກມ 2022 ທີ່ຈັດ ຂຶ້ນ ໃນລະຫວ່າງວັນທີ 16-19 ທັນວາ 2022 ຢູ່ສະໂມສອນ ໂຮງ ຮຽນ ມສ ພອນສະຫວັນ ເມືອງ ແປກ ແຂວງຊຽງຂວາງ ຜ່ານການ ແຂ່ງຂັນແຂວງຊຽງຂວາງ ແລະ ກະຊວງປ້ອງກັນປະເທດ(ປກສ) ສ້າງຜົນງານໄດ້ດີທັງນັກກິລາ ຍິງ ແລະ ຊາຍ ສາມາດຍາດໄດ້ 4 ຫລຽນຄຳຈັດຢູ່ໃນອັນດັບ1ແລະ2 ຂອງຕາຕະລາງການແຂ່ງຂັນ ເຊິ່ງ ແຂວງ ຊຽງຂວາງເຈົ້າພາບອັນດັບ 1, ສາມາດຍາດໄດ້ 4 ຫລຽນຄຳ, 6 ຫລຽນເງິນ, 7 ຫລຽນທອງ; ກະ ຊວງປ້ອງກັນປະເທດ ອັນດັບ 2, ຍາດໄດ້ 4 ຫລຽນຄຳ, 2 ຫລຽນ ເງິນ, 3 ຫລຽນທອງ; ແຂວງຄໍາ ມ່ວນ ອັນດັບ 3, ໄດ້ 3 ຫລຽນຄຳ, 2 ຫລຽນເງິນ, 4 ຫລຽນທອງ; ແຂວງອັດຕະປື ອັນດັບ 4, ໄດ້ 3 ຫລຽນຄຳ, 2 ຫລຽນເງິນ, 1 ຫລຽນທອງ; ສະຫວັນນະເຂດ ອັນ ດັບ 5, ໄດ້ 2 ຫລຽນຄຳ, 4 ຫລຽນ ເງິນ, 5 ຫລຽນທອງ, ນະຄອນ ຫລວງວຽງຈັນ ອັນດັບ 6, ໄດ້ 2 ຫລຽນຄຳ, 3 ຫລຽນເງິນ, 7 ຫລຽນທອງ ແລະ ແຂວງວຽງຈັນ ອັນດັບ 7 ຍາດໄດ້ 1 ຫລຽນຄຳ, 4 ຫລຽນທອງ. ການແຂ່ງຂັນກິລາຢູໂດ ໃນ ຊຽງຂວາງເກມ 2022, ມີການ ແຂ່ງຂັນທັງໝົດ 2 ປະເພດ ຄື: ປະ ເພດຟ້ອນກະຕະ (ຊາຍ-ຍິງ) ຊີງ ຫລຽນຄໍາ 2 ລາຍການ ແລະ ປະ ເພດຕໍ່ສູ້ ຊີງຫລຽນຄໍາ 17 ຫລຽນ, ປະກອບມີ 17 ຮຸ່ນນ້ຳໜັກ, ມີນັກ ກິລາເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 23 ຄົນ. ໃນນັ້ນ, ມາຈາກ 7 ພາກ ສ່ວນຄື: ແຂວງຄໍາມ່ວນ, ສະຫວັນ ນະເຂດ, ຊຽງຂວາງ, ນະຄອນ ຫລວງວຽງຈັນ, ວຽງຈັນ, ອັດຕະປື ແລະ ກະຊວງປ້ອງກັນປະເທດ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ໄດ້ສຳເລັດ. ສ່ວນຜົນການແຂ່ງຂັນອີກຄູ່ລະ ຫວ່າງ ແຂວງຊຽງຂວາງ ເຈົ້າພາບ ແລະ ນະຄອນຫລວງວຽງຈັນ ເຈົ້າ ຂອງແຊັມການແຂ່ງຂັນເຕະບານ ແຫ່ງຊາດ ປະຈຳປີ 2022 ຍັງສ້າງ ຜົນງານໄດ້ຢ່າງໂດດເດັ່ນເອົາຊະ ນະແຂວງຊຽງຂວາງ ເຈົ້າພາບໄປ ໄດ້ແບບຫວຸດຫວິດ 2-1 ປະຕູ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ຫລື ຮອບຊີງຫລຽນຄຳ ໄປພົບກັບ ແຂວງວຽງຈັນ ໄດ້ສຳເລັດ. ສຳລັບການແຂ່ງຂັນເຕະບານ ຊາຍຊຽງຂວາງເກມ ຮອບຊີງຊະ ນະເລີດລະຫວ່າງ ນະຄອນຫລວງ ວຽງຈັນ ພົບກັບແຂວງວຽງຈັນ ຈະມີຂຶ້ນໃນວັນທີ 21 ທັນວາ 2022 ເວລາ 15:45 ໂມງ ແລະ ນັດຊີງ ອັນດັບທີ 3 ລະຫວ່າງແຂວງຊຽງ ຂວາງເຈົ້າພາບກັບແຂວງເຊກອງ ມີຂຶ້ນໃນວັນດຽວກັນ ເວລາ 13:30 ໂມງ ຊຶ່ງທັງ 2 ຄູ່ແມ່ນຈະແຂ່ງ ຂັນທີ່ສະໜາມກິລາໄຫຫີນ. ຮອບ ຊີງຊະນະເລີດ ແຂວງວຽງຈັນ ພົບ ນະຄອນຫລວງ ຈະແຂ່ງຂັນວັນທີ 21 ທັນວານີ້ ເວລາ 15:45 ທີ່ສະ ໜາມໄຫຫີນ ແຕ່ຄູ່ຊີງທີສາມ ຈະ ແຂ່ງກ່ອນ ເວລາ 13:30 ແຂວງ ເຊກອງ ພົບ ຊຽງຂວາງ ເຈົ້າພາບ ຢູ່ສະໜາມດຽວກັນ. ປ້ອງກັນປະເທດ 48 48 35 131 ອັດຕະປື 4 4 4 12 3 5 23 31 ວຽງຈັນ

RkJQdWJsaXNoZXIy MTc3MTYxMQ==