gvdt-q o]q 'mb olh k'l6 odk' 3]9y l8y dma oltw\ /b dvq [Iq ,dkoxtfy fc8j ' [q fxtra o;a oot7tfu xt9exu 20 22 21/12/2022 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d l;p3vdkf0B o]k7kly o7h k ,u 3mf8k,dq f\kp ເມື່ອເວົ້າເຖິງການທໍາມາຫາ ກິນຂອງຄົນເຮົາ ໂດຍສະເພາະ ແມ່ນການຊື້, ການຂາຍຢູ່ຕາມທ້ອງ ຕະຫລາດ ຫລື ສະຖານທີ່ຕ່າງໆຍັງ ສັງເກດເຫັນວ່າມີການເອົາລັດເອົາ ປຽບຜູ້ບໍລິໂພກ ເຊິ່ງສະແດງໃຫ້ ເຫັນຢູ່ບ່ອນວ່າ ສິນຄ້າມີລາຄາສູງ ຂຶ້ນຜິດປົກກະຕິບວກກັບສິ່ງທີ່ບັນ ດາພໍ່ຄ້າແມ່ຄ້ານໍາມາຂາຍໃຫ້ກັບ ລູກຄ້າ ຫລື ຜູ້ບໍລິໂພກນັ້ນບາງຄັ້ງກໍ ຍັງບໍ່ໄດ້ມາດຕະຖານເທົ່າທີ່ຄວນ ເຊິ່ງບັນຫານີ້ ໄດ້ສົ່ງຜົນກະທົບພໍສົມ ຄວນຕໍ່ການດຳລົງຊີວິດປະຈຳວັນ ຂອງປະຊາຊົນ. ຕໍ່ກັບບັນຫານີ້ ໄລຍະຜ່ານມາ ທາງພາກສ່ວນກ່ຽວຂ້ອງ ໂດຍສະ ເພາະກະຊວງອຸດສາຫະກຳ ແລະ ການຄ້າກໍມີມາດຕະການທີ່ເຂັ້ມ ງວດ, ອອກລະບຽບການ ແລະ ກວດກາຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ພໍ່ຄ້າ ແມ່ຄ້າຂຶ້ນລາຄາສິນຄ້າຕາມລໍາພັງ ໃຈກໍຕາມ. ຖ້າເຮົາມາເບິ່ງໃນແງ່ ຂອງກົດໝາຍແລ້ວການທີ່ພໍ່ຄ້າ, ແມ່ຄ້າສວຍໂອກາດຂຶ້ນລາຄາສິນ ຄ້າຕາມລຳພັງໃຈຂອງຕົນນັ້ນຖືວ່າ ເປັນການກະທໍາທີ່ຜິດຕໍ່ກົດໝາຍ ເນື່ອງຈາກວ່າ ທຸກການກະທໍາ ແລະ ການເຄື່ອນໄຫວຂອງຄົນຢູ່ໃນສັງ ຄົມແມ່ນຖືກຄຸ້ມຄອງດ້ວຍກົດໝາຍ. ປະມວນກົດໝາຍອາຍາແຫ່ງ ສປປລາວໝວດທີ 7 ມາດຕາ 147 ໄດ້ລະບຸໄວ້ຢ່າງຈະແຈ້ງວ່າບຸກຄົນ ຜູ້ໃດຫາກໄດ້ສວຍໂອກາດຂຶ້ນລາ ຄາສິນຄ້າ ຫລື ໄດ້ຂາຍສິນຄ້າແພງ ເກີນຂອບເຂດໃນເວລາເກີດໄພແຫ້ງ ແລ້ງ, ໄພນໍ້າຖ້ວມ ຫລື ໃນເວລາທີ່ ມີສະພາບການຫຍຸ້ງຍາກເກີດຂຶ້ນ ໃນທ້ອງຖິ່ນໃດທ້ອງຖິ່ນໜຶ່ງຈະຖືກ ປັບໃໝແຕ່ 1.000.000 ກີບ ຫາ 5.000.000ກີບ.ຄວາມພະຍາຍາມ ກໍ່ການກະທໍາຜິດກໍຈະຖືກລົງໂທດ ແລະ ມາດຕາ 148 ກໍໄດ້ກໍານົດໄວ້ ອີກວ່າບຸກຄົນ ຜູ້ໃດຫາກໄດ້ກັກ ຕຸນ, ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ, ບໍລິສັດຫ້າງຮ້ານຂອງຕົນ ຫລື ຢູ່ ບ່ອນອື່ນ ເພື່ອສ້າງຄວາມປັ່ນປ່ວນ ທາງດ້ານເສດຖະກິດ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນຈະຖືກ ລົງໂທດຕັດອິດສະລະພາບແຕ່ໜຶ່ງ ປີຫາສີ່ປີແລະຈະຖືກປັບໃໝຕາມລະ ບຽບການ ຂອງພາສີ. ນອກຈາກນັ້ນ ເຮົາກໍບໍ່ຄວນຊື້-ຂາຍສິນຄ້າທີ່ຜິດ ກົດໝາຍ. ດັ່ງນັ້ນ, ຂໍຮຽກຮ້ອງມາຍັງພໍ່ຄ້າ ຊາວຂາຍ ໃນສາຂາຕ່າງໆຈົ່ງພ້ອມ ກັນທໍາມາຫາກິນດ້ວຍຄວາມຊື່ສັດ ບໍລິສຸດບໍ່ຄວນເອົາປຽບຜູ້ບໍລິໂພກ ຊື້-ຂາຍ ກັນດ້ວຍລາຄາຍຸຕິທໍາ ແລະ ສິນຄ້ານັ້ນກໍຕ້ອງແມ່ນສິນຄ້າທີ່ໄດ້ ມາດຕະຖານ (ບໍ່ແມ່ນສິນຄ້າເສຍ ຄຸນ ຫລື ໝົດອາຍຸ ) ຕໍ່ກັບວຽກງານ ດັ່ງກ່າວນີ້ ໂດຍສະເພາະແມ່ນຂົງ ເຂດອຸດສາຫະກໍາ ແລະ ການຄ້າແຕ່ າ¤ອ ຂປລ. ສປປ ລາວຈະເນລະມິດ ເນື້ອທີ່ດິນເຂດເສັ້ນທາງ 450 ປີ ໃຫ້ກາຍເປັນສູນກາງບໍລິການຂົນ ສົ່ງທີ່ທັນສະໄໝ, ນອກຈາກນັ້ນຈະ ສ້າງເປັນເຂດສູນກາງອຸດສາກໍາ ໜັກ-ອຸດສາຫະກໍາເບົາ, ສູນກາງບໍລິ ການດ້ານເສດຖະກິດ ແລະ ອື່ນໆ ເພື່ອເປັນຈຸດເຊື່ືອມໂຍງ-ເຊື່ອມຈອດ ກັບອາຊຽນ, ສປ ຈີນ, ຕາເວັນອອກ ກາງ, ຣັດເຊຍ, ເອີຣົບ ແລະ ບັນດາ ປະເທດກ່ຽວຂ້ອງໃນອະນາຄົດອັນ ໃກ້ນີ້ ໂດຍຫວ່າງບໍ່ດົນນີ້ບໍລິສັດວຽງ ຈັນໂລຈິສຕິກ ພາກຈຳກັດໄດ້ລົງ ທຶນມູນຄ່າ 540 ລ້ານໂດລາສະຫະ ລັດ ເພື່ອສ້າງເຂດໂລຈິສຕິກ ຂອງ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງ ຈັນ ເນື້ອທີ່ກວ່າ 327 ເຮັກຕາ ເຊິ່ງ ເຂດດັ່ງກ່າວ ຢູ່ໃນເມືອງຫາດຊາຍ ຟອງ, ໃກ້ກັບຂົວມິດຕະພາບລາວໄທແຫ່ງທີ 1 , ທີ່ຈຸດເຊື່ອມຕໍ່ເຂົ້າ ໄປໄທ, ສິງກະໂປ, ມາເລເຊຍ ແລະ ບັນດາປະເທດອື່ນໆ. ພິທີວາງສີລາລຶກສ້າງເຂດ ໂລຈິສຕິກຂອງໂຄງການທ່າບົກທ່າ ນາແລ້ງ ແລະ ເຂດໂລຈິສຕິກ ນະ ຄອນຫລວງວຽງຈັນ ໄດ້ມີຂຶ້ນໃນ ວັນທີ 25 ພະຈິກ 2022 ທີ່ບ້ານ ດົງໂພສີ, ເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນ ເຂົ້າຮ່ວມ ໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ,ທ່ານຈັນທອນສິດທິໄຊ ປະທານບໍລິສັດວຽງຈັນໂລຈິສຕິກ ພາກຈຳກັດ ພ້ອມດ້ວຍແຂກທັງ ພາກລັດ ແລະ ທຸລະກິດ ເຂົ້າຮ່ວມ. ທ່ານ ຈັນທອນ ສິດທິໄຊ ໄດ້ ລາຍງານວ່າ: ການພັດທະນາໂຄງ ການທ່າບົກທ່ານາແລ້ງ ແລະ ເຂດ ໂລຈິສຕິກນະຄອນຫລວງວຽງຈັນ ແຫ່ງນີ້ແມ່ນການຈັດຕັ້ງຜັນຂະ ຫຍາຍແນວທາງນະໂຍບາຍກໍຄື ແຜນຍຸດທະສາດດ້ານໂລຈິສຕິກ ຂອງ ພັກ-ລັດຖະບານ ໃນການຫັນ ສປປ ລາວ ຈາກປະເທດບໍ່ມີຊາຍ ແດນຕິດຈອດກັບທະເລ ໃຫ້ກາຍ ເປັນປະເທດເຊື່ອມຈອດເຊື່ອມໂຍງ ດ້ານການຄ້າການຂົນສົ່ງຂອງພາກ ພື້ນ ແລະ ສາກົນ ໃຫ້ປາກົດຜົນເປັນ ຈິງ ເຊິ່ງໜຶ່ງໃນອົງປະກອບສຳ ຄັນທີ່ສຳຄັນຂອງໂຄງການກໍຄືດ່ານ ສາກົນສິນຄ້າທ່າບົກທ່ານາແລ້ງ ນັ້ນ, ຜ່ານມາບໍລິສັດ ພວກຂ້າພະເຈົ້າ ພາຍໃຕ້ການສະໜັບສະໜູນຈາກ ພັກ ແລະ ລັດຖະບານ ແມ່ນໄດ້ເອົາ ໃຈໃສ່ພັດທະນາ, ສຳເລັດການກໍ່ ສ້າງ ແລະ ເປີດໃຫ້ບໍລິການນຳໃຊ້ ເພື່ອສ້າງຜົນປະໂຫຍດລວມໃຫ້ ປະເທດຊາດ. ໂຄງການດັ່ງກ່າວຈະໄດ້ຮັບ ການພັດທະນາຄຽງຄູ່ກັບ ດ່ານສາ ກົນສິນຄ້າ ທ່າບົກທ່ານາແລ້ງ ນັ້ນ ກໍຄືເຂດໂລຈິສຕິກຄົບວົງ ຈອນມີ ເນື້ອທີ່ທັງໝົດ 327 ເຮັກຕາ ນັບ ຈາກສະຖານີໄຟຟ້າດົງໂພສີລຽບ ຕາມເສັ້ນທາງດົງໂພສີ-ຊຽງດາ ຈົນເຖິງທາງຕັດໃໝ່ ນາຄວາຍໃຕ້ ເຊິ່ງແບ່ງອອກເປັນ 7 ເຂດຫລັກຄື: ເຂດກັກກັນພືດ ກັກກັນສັດ 10 ເຮັກຕາ, ເຂດສາງນໍ້າມັນ 6 ເຮັກ ຕາ, ເຂດຜະລິດ ແລະ ປຸງແຕ່ງສິນ ຄ້າ ເພື່ອສົ່ງອອກ 146 ເຮັກຕາ, ເຂດໂລຈິສຕິກ ພາກ 44 ເຮັກຕາ, ເຂດພື້ນທີ່ການຄ້າເສລີ 45 ເຮັກ ຕາ, ເຂດເຕັກໂນໂລຊີ ແລະ ເຂດຮາ ລານຮັບ 49 ເຮັກຕາ, 7 ເຂດພື້ນ ທີ່ບໍລິຫານ ແລະ ຫ້ອງການ 27 ເຮັກຕາ ເຊິ່ງເຂດໂລຈິສຕິກຄົບວົງ ຈອນນີ້ ຄາດຄະເນຈະສຳ ເລັດການ ກໍ່ສ້າງ ແລະ ເປີດໃຫ້ບໍລິການ ຢ່າງເຕັມຮູບແບບ ໃນອີກ 2-3 ປີຂ້າງໜ້າ. ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ຕົນເອງມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ມີໂອກາດຕາງໜ້າ ໃຫ້ກະຊວງໂຍທາທິການ ແລະຂົນ ສົ່ງ ແລະ ລັດຖະບານລາວເຂົ້າຮ່ວມ ໃນພິທີວາງສີລາລຶກການກໍ່ສ້າງ ເຂດໂລຈິສຕິກພາກຂອງໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລ ຈິສຕິກ ນະຄອນຫລວງວຽງຈັນ ເຊິ່ງເປັນໂຄງການທີ່ມີຄວາມໝາຍ ສຳຄັນຂອງ ສປປ ລາວ ໂດຍຜັນຂະ ຫຍາຍແນວທາງນະໂຍບາຍ ແລະ ວິໄສທັດ ຂອງພັກ-ລັດ ວ່າດ້ວຍ ການພັດທະນາດ້ານໂລຈິສຕິກ, ນຳ ໃຊ້ຄວາມເໝາະສົມທີ່ຕັ້ງຍຸດທະ ສາດ ໃນການຫັນ ສປປ ລາວ ຈາກ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ແລະເຊື່ອມໂຍງໃນການບໍລິການຂົນ ສົ່ງສິນຄ້າຂອງອານຸພາກພື້ນ ແລະ ສາກົນ ໃຫ້ປາກົດຜົນເປັນຈິງ. ໂດຍ: ເກີດຂວັນໃຈ ມາລີຈັນສີ ຂປລ. ໃນວັນທີ 19-23 ທັນວາ 2022 ນີ້, ກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ(ຖວທ) ຈັດຝຶກອົບຮົມການ ປະດິດແຕ່ງບົດປະພັນວັນນະຄະດີ ປີ 2022 ໃຫ້ພະນັກງານຈາກສໍາ ນັກພິມຕ່າງໆ ແລະ ຜູ້ເຮັດວຽກ ກ່ຽວກັບການຂຽນບົດປະພັນທັງ ພາກລັດ ແລະ ເອກະຊົນ ໂດຍການ ເປັນປະທານຂອງທ່ານນາງຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ກ່ຽວກັບການແຕ່ງເລື່ອງ ສັ້ນ, ກາບກອນ ແລະ ການແຕ່ງນະ ວະນິຍາຍ, ສ່ວນວິທະຍາກອນທີ່ມາ ສິດສອນໃຫ້ຄວາມຮູ້ແມ່ນເຊີນເອົາ ຄູ-ອາຈານຜູ້ມີຄວາມຮູ້, ຄວາມສາ ມາດ, ມີປະສົບການດ້ານຕ່າງໆມາ ຈາກຫລາຍພາກສ່ວນ ໂດຍເນັ້ນ ການຝຶກແອບປະຕິບັດຕົວຈິງເປັນ ສ່ວນໃຫຍ່. ນອກຈາກການຝຶກອົບ ຮົມກັບທີ່ແລ້ວ ຍັງມີການເຄື່ອນໄຫວ ກິດຈະກໍາຕ່າງໆ (ຕັ້ງຄ້າຍພັກ) ຢູ່ ຕ່າງແຂວງ ເພື່ອໃຫ້ນັກຝຶກອົບຮົມ ໄດ້ສະແດງອອກໃນສິ່ງທີ່ຕົນຝຶກ ມາ ໂດຍການສະແດງໃນຄ້າຍພັກ, ການສະແດງແລກປ່ຽນກັບຊາວ ໜຸ່ມໃນບ້ານ, ນັກຂຽນ, ນັກປະພັນ ຢູ່ແຂວງ. ຈຸດປະສົ່ງຂອງການຝຶກອົບຮົມ ຄັ້ງນີ້, ເປັນການຄົ້ນຫາພອນສະ ຫວັນ ແລະ ມີຫລາຍຄົນທີ່ສາມາດ ພັດທະນາ ແລະ ຮູ້ໂຄງຮ່າງການ ຂີດຂຽນ, ຮູ້ສໍານວນສັບພາສາ ເປັນ ຈຸດເລີ່ມຕົ້ນຂອງການເປັນນັກຂຽນ ແລະ ກາຍເປັນນັກຂຽນທີ່ມີຊື່ສຽງ. ຂ່າວ-ພາບ: ບຸນອູ້ມ ຂັ້ນສູນກາງລົງຮອດທ້ອງຖິ່ນເພິ່ນ ກໍໄດ້ຕິດຕາມກວດກາການຈໍລະ ຈອນສິນຄ້າຢ່າງໃກ້ຊິດຕິດແທດ ຖ້າ ເຫັນວ່າສິນຄ້າປະເພດໃດມີຕົ້ນທຶນ ການຜະລິດສູງທາງການເພິ່ນກໍພິ ຈາລະນາປັບລາຄາຂຶ້ນຕາມຕົ້ນທຶນ ການຜະລິດນັ້ນໆ ແລະ ກໍຕ້ອງຂໍ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ບໍ ລິໂພກທັງຫລາຍ ຈົ່ງຊ່ວຍກັນເປັນ ຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອພົບ ເຫັນປາກົດການດັ່ງກ່າວນີ້ ຕ້ອງ ລາຍງານຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຊາບ. ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ຫລື ອົງການຈັດຕັ້ງທີ່ ກ່ຽວຂ້ອງກໍຕ້ອງເພີ່ມທະວີມາດຕະ ການຢ່າງເຂັ້ມງວດເຂົ້າໃນການ ຕິດຕາມກວດກາ ແລະ ແກ້ໄຂປາກົດ ການດັ່ງກ່າວ ເພື່ອບໍ່ໃຫ້ປາກົດການ ນີ້ເກີດຂຶ້ນຢູ່ໃນສັງຄົມ ທັງນີ້ກໍເພື່ອ ເປັນການຮັກສາໄວ້ ຊຶ່ງຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງບ້ານເມືອງ ແລະ ເປັນ ການປະຕິບັດກົດໝາຍໃຫ້ເຂັ້ມງວດ ແລະ ມີຄວາມສັກສິດ.
RkJQdWJsaXNoZXIy MTc3MTYxMQ==