-6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko 21/12/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ¤Å ່ອນ ທິດທາງ hໂຮມເປັນເອກະພາບກັນ ໂດຍສັນຕິ, ປະເທດດຽວ ສອງລະບອບi ເປັນວິທີການທີ່ດີທີ່ສຸດໃນການບັນລຸ ເປົ້າໝາຍທ້ອນໂຮມສອງຝັ່ງຊ່ອງແຄບ ໄຕ້ຫວັນໃຫ້ເປັນເອກະພາບກັນ, ມີຜົນ ປະໂຫຍດຫລາຍທີ່ສຸດຕໍ່ພີ່ນ້ອງຮ່ວມຊາດ ສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ປະຊາ ຊາດຈີນ. ພວກເຮົາຍຶດໝັ້ນໃນຫລັກ ການປະເທດຈີນດຽວ ແລະ hຄວາມຮັບຮູ້ ທີ່ເປັນເອກະພາບກັນປີ 1992i, ບົນພື້ນ ຖານດັ່ງກ່າວ, ຈະຊຸກຍູ້ການປຶກສາຫາ ລືຢ່າງກວ້າງຂວາງ ແລະ ເລິກເຊິ່ງກັບ ບຸກຄົນຈາກພັກຝ່າຍຕ່າງໆ, ວົງການ ຕ່າງໆ ແລະ ຊັ້ນຄົນຕ່າງໆ ກ່ຽວກັບການ ພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ຄວາມເປັນເອກະພາບຂອງຊາດ, ຮ່ວມ ກັນຊຸກຍູ້ການພົວພັນສອງຝັ່ງຊ່ອງແຄບ ໄຕ້ຫວັນຂະຫຍາຍຕົວໂດຍສັນຕິ, ຊຸກຍູ້ ຂະບວນການທ້ອນໂຮມປະເທດຊາດເຂົ້າ ເປັນເອກະພາບກັນໂດຍສັນຕິໃຫ້ມີຄວາມ ຄືບໜ້າ. ພວກເຮົາຍຶດໝັ້ນໃນການສາ ມັກຄີກັບພີ່ນ້ອງຮ່ວມຊາດ ທັງຫລາຍ, ເດັດດ່ຽວສະໜັບສະໜູນກຳລັງເອກະ ພາບຮັກຊາດພາຍໃນເກາະໄຕ້ຫວັນ ເພື່ອ ຮ່ວມກັນກຳແໜ້ນທ່າອ່ຽງລວມແຫ່ງ ປະຫວັດສາດ, ຍຶດໝັ້ນໃນສິດຜົນປະ ໂຫຍດລວມຂອງປະຊາຊາດ, ເດັດດ່ຽວ ຄັດຄ້ານການແບ່ງແຍກໄຕ້ຫວັນເປັນເອ ກະລາດ, ສົ່ງເສີມເອກະພາບຂອງຊາດ. ປະເທດຊາດທີ່ຍິ່ງໃຫຍ່ຈະເປັນສິ່ງໜູນ ຫລັງອັນເຂັ້ມແຂງຕະຫລອດການໃຫ້ກັບ ກຳລັງເອກະພາບຮັກຊາດທັງໝົດĴ ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບ ໄຕ້ຫວັນເປັນອ້າຍເອື້ອຍນ້ອງຮ່ວມອຸ ທອນແລະເປັນຄອບຄົວດຽວກັນ. ພວກ ເຮົາເວລາໃດກໍເຄົາລົບ, ຮັກແພງ ແລະ ສ້າງຄວາມຜາສຸກໃຫ້ກັບພີ່ນ້ອງຮ່ວມ ຊາດໄຕ້ຫວັນ, ຈະສືບຕໍ່ສຸມກຳລັງເຂົ້າໃນ ການສົ່ງເສີມການແລກປ່ຽນ ແລະ ການ ຮ່ວມມືດ້ານເສດຖະກິດວັດທະນະທຳລະ ຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ລົງ ເລິກການພັດທະນາແບບເຊື່ອມໂຍງເຂົ້າ ກັນລະຫວ່າງຂົງເຂດຕ່າງໆຂອງສອງ ຝັ່ງ, ປັບປຸງແລະບູລະນະລະບຽບການ ແລະນະໂຍບາຍເພື່ອເພີ່ມຄວາມຜາສຸກໃຫ້ ກັບພີ່ນ້ອງຮ່ວມຊາດໄຕ້ຫວັນ, ຊຸກຍູ້ສອງ ຝັ່ງຮ່ວມກັນເສີມຂະຫຍາຍວັດທະນະທຳ ຈີນ, ສົ່ງເສີມການເຊື່ອມສານຈິດໃຈກັນ ລະຫວ່າງພີ່ນ້ອງຮ່ວມຊາດສອງຝັ່ງ. ໄຕ້ຫວັນແມ່ນເປັນໄຕ້ຫວັນຂອງຈີນ. ການແກ້ໄຂບັນຫາໄຕ້ຫວັນແມ່ນເປັນ ເລື່ອງຂອງຄົນຈີນເອງ, ຕ້ອງໃຫ້ຄົນຈີນ ເປັນຜູ້ຕັດສິນທັງໝົດ. ພວກເຮົາຍຶດໝັ້ນ ໃນການບັນລຸຄວາມເປັນເອກະພາບໂດຍ ສັນຕິດ້ວຍຄວາມຈິງໃຈໃຫຍ່ຫລວງທີ່ ສຸດ ແລະ ຄວາມພະຍາຍາມຫລາຍທີ່ສຸດ, ແຕ່ກໍເດັດຂາດບໍ່ສັນຍາວ່າ ຈະປະລະ ການໃຊ້ອາວຸດ ໂດຍສະຫງວນທາງເລືອກ ແຫ່ງການນຳໃຊ້ມາດຕະການທີ່ຈຳເປັນ ທຸກຢ່າງ ເຊິ່ງນີ້ແມ່ນແນໃສ່ການແຊກ ແຊງຈາກອິດທິກຳລັງພາຍນອກ ແລະ ພວກແບ່ງແຍ່ງໄຕ້ຫວັນໃຫ້ເປັນເອກະ ລາດສ່ວນໜ້ອຍທີ່ສຸດກໍຄືການເຄື່ອນໄຫວ ແບ່ງແຍກຂອງພວກເຂົາ, ເດັດຂາດຈະບໍ່ ແນໃສ່ພີ່ນ້ອງຮ່ວມຊາດໄຕ້ຫວັນອັນມະ ຫາສານ. ກົງລໍ້ປະຫວັດສາດແຫ່ງການ ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງ ປະຊາຊາດຈະແລ່ນໄປຂ້າງໜ້າຢ່າງບໍ່ ຢຸດຢັ້ງ, ເປົ້າໝາຍການທ້ອນໂຮມປະເທດ ຊາດເປັນເອກະພາບກັນຢ່າງສົມບູນຕ້ອງ ບັນລຸຜົນເປັນຈິງ ແລະ ຈະສາມາດບັນລຸ ຜົນເປັນຈິງໄດ້ຢ່າງແນ່ນອນĴ ສິບສີ່: ສົ່ງເສີມສັນຕິພາບ ແລະ ການ ພັດທະນາຂອງໂລກຊຸກຍູ້ການສ້າງປະຊາ ຄົມຮ່ວມຊາຕາກຳຂອງມວນມະນຸດ ປັດ ຈຸບັນການປ່ຽນແປງຂອງໂລກ, ການ ປ່ຽນແປງຂອງຍຸກສະໄໝ ແລະ ການ ປ່ຽນແປງຂອງປະຫວັດສາດ ພວມເກີດ ຂຶ້ນດ້ວຍຮູບການທີ່ບໍ່ເຄີຍມີມາກ່ອນ. ດ້ານ ໜຶ່ງ, ກະແສປະຫວັດສາດແຫ່ງສັນຕິພາບ, ການພັດທະນາ, ການຮ່ວມມືກັນ ແລະ ການໄດ້ຮັບຜົນປະໂຫຍດຮ່ວມກັນແມ່ນບໍ່ ສາມາດຖືກສະກັດກັ້ນໄວ້ໄດ້, ຄວາມມຸ່ງ ຫວັງຂອງຄົນທັງຫລາຍແລະທ່າອ່ຽງຂະ ຫຍາຍຕົວຂອງກະແສຍຸກສະໄໝໄດ້ຕັດ ສິນແລ້ວວ່າ ອະນາຄົດຂອງມວນມະນຸດ ຍ່ອມຈະມີຄວາມສະຫວ່າງສະໄຫວ. ດ້ານ ໜຶ່ງອີກ, ການກະທຳມະຫາອຳນາດ, ເປັນ ເຈົ້າອຳນາດ ເຊັ່ນ: ການຂົ່ມເຫັງຜູ້ອ່ອນ ແອດ້ວຍຄວາມຮຸນແຮງ, ການຕົວະຕົ້ມ ດ້ວຍເລ່ລ່ຽມແລະປຸ້ນຈີ້ຢ່າງບັງອາດແລະ ເກມຜົນລວມເປັນສູນໄດ້ເກີດມີຜົນຮ້າຍ ຢ່າງເລິກເຊິ່ງ, ເຮັດໃຫ້ສັນຕິພາບ, ການ ພັດທະນາ, ຄວາມໝັ້ນຄົງ ແລະ ການຄຸ້ມ ຄອງບໍລິຫານຖືກກະທົບຢ່າງໜັກ, ສັງຄົມ ມະນຸດປະສົບກັບສິ່ງທ້າທາຍ ທີ່ບໍ່ເຄີຍມີ ມາກ່ອນ. ໂລກໄດ້ຢືນຢູ່ທາງສີ່ແຍກແຫ່ງ ປະຫວັດສາດອີກຄັ້ງໜຶ່ງ, ຈະເດີນໄປສູ່ທິດ ທາງໃດແທ້ ແມ່ນຢູ່ນຳການຕັດສິນ ແລະ ການເລືອກຂອງປະຊາຊົນປະເທດຕ່າງໆ. ຈີນໄດ້ຍຶດໝັ້ນໃນຈຸດປະສົງຂອງນະ ໂຍບາຍການຕ່າງປະເທດທີ່ປົກປັກຮັກ ສາສັນຕິພາບຂອງໂລກ, ຊຸກຍູ້ການພັດທະ ນາຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ, ສຸມໃສ່ການຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ. ຈີນ ໄດ້ປະຕິບັດນະໂຍບາຍການຕ່າງ ປະເທດສັນຕິພາບ, ເອກະລາດ ແລະ ເປັນ ເຈົ້າຕົນເອງຢ່າງເດັດດ່ຽວໜຽວແໜ້ນ, ໄດ້ຕົກລົງຫລັກໝັ້ນແລະນະໂຍບາຍຂອງ ຕົນເອງ ດ້ວຍຄວາມຖືກຄວາມຜິດຂອງ ເລື່ອງມັນເອງມາໂດຍຕະຫລອດ, ປົກປັກ ຮັກສາຫລັກມາດຖານພື້ນຖານຂອງການ ພົວພັນລະຫວ່າງຊາດ, ປົກປັກຮັກສາ ຄວາມຍຸຕິທຳ ແລະ ຄວາມເປັນທຳຂອງ ສາກົນ. ຈີນ ເຄົາລົບອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆ, ຍຶດໝັ້ນໃນບັນຫາທີ່ວ່າ ບໍ່ວ່າຈະແມ່ນປະ ເທດໃຫຍ່ ຫລື ນ້ອຍ, ເຂັ້ມແຂງ ຫລື ອ່ອນ ແອ, ຮັ່ງມີ ຫລື ທຸກຍາກລ້ວນແຕ່ສະເໝີ ພາບກັນ, ເຄົາລົບເສັ້ນທາງການພັດທະນາ ແລະ ລະບອບສັງຄົມທີ່ປະຊາຊົນປະເທດ ຕ່າງໆເລືອກໂດຍຕົນເອງ, ເດັດດ່ຽວຄັດ ຄ້ານລັດທິເຈົ້າອຳນາດ ແລະ ການເມືອງ ມະຫາອຳນາດໃນທຸກຮູບແບບ, ຄັດຄ້ານ ແນວຄິດສົງຄາມເຢັນ, ຄັດຄ້ານການແຊກ ແຊງວຽກງານພາຍໃນຂອງປະເທດອື່ນ, ຄັດຄ້ານການປະຕິບັດຕາມສອງມາດຕະ ຖານ. ຈີນປະຕິບັດຕາມນະໂຍບາຍປ້ອງ ກັນປະເທດແບບປ້ອງກັນຕົວ, ເຫັນວ່າ, ການພັດທະນາຂອງຈີນເປັນການເພີ່ມ ກຳລັງສັນຕິພາບຂອງໂລກ, ບໍ່ວ່າຈີນ ໄດ້ ພັດທະນາໄປເຖິງລະດັບໃດກໍຈະບໍ່ເປັນ ເຈົ້າອຳນາດ ແລະ ບໍ່ແຜ່ຂະຫຍາຍອຳ ນາດຢ່າງເດັດຂາດຕາບເທົ່າໃດໆ. ອ່ານຕໍ່¤Å ໜ້າ lnj ,;o-q o 9u o{vk-Po glu ,0tspkpdkoIj ;,,n g,n v'-q oot[6 ]u gxa o;a 'lts';o ຂປລ. ບັນດາສື່ມວນຊົນຈາກ ປະ ເທດອາຊຽນ ປະກອບດ້ວຍ ສປປ ລາວ, ມຽນມາ ແລະ ກຳປູເຈຍ ຮ່ວມສຳມະ ນາຜ່ານລະບົບທາງໄກ (AS&AN ONniNeEia SeNinar) ຈັດຂຶ້ນ ຢູ່ເມືອງໜານໜິງປະເທດຈີນ ລະຫວ່າງ ວັນທີ 12-23 ທັນວາ 2022 ເພື່ອສົ່ງ ເສີມການຮ່ວມມືດ້ານສື່ລະຫວ່າງຈີນອາຊຽນ ເຊິ່ງຈັດໂດຍ ກະຊວງການຄ້າ ສປຈີນ ຮ່ວມກັບ ກອງເລຂາງານວາງ ສະແດງສິນຄ້າຈີນ-ອາຊຽນ ເປັນການ ເປີດໂອກາດໃຫ້ສື່ມວນຊົນຈີນ ແລະ ອາຊຽນ ໄດ້ຮ່ວມກັນແກ້ໄຂສິ່ງທ້າທາຍ ຂອງຍຸກດີຈິຕອນ, ສະແດງໃຫ້ເຫັນຜົນ ສຳເລັດຂອງການພັດທະນາ ແລະ ຮ່ວມ ມືດ້ານເສດຖະ ກິດສັງຄົມຈີນ-ອາຊຽນ, ໂຄສະນາເຜີຍແຜ່ຜົນສຳເລັດດ້ານການ ຮ່ວມມື ແລະ ມິດຕະພາບຈີນອາຊຽນ ແລະ ສົ່ງເສີມການພົວພັນແລກປ່ຽນ ລະຫວ່າງປະຊາຊົນ ຈີນ-ອາຊຽນ. ຊຸດສຳມະນາຄັ້ງນີ້, ໄດ້ເຊີນນັກ ຊ່ຽວຊານທີ່ມີຊື່ສຽງຂອງຈີນມານຳສະ ເໜີກ່ຽວກັບການຮ່ວມມືຈີນ-ອາຊຽນ, ການພັດທະນາສື່ແບບປະສົມປະສານ ແລະ ການຢ້ຽມຢາມສະຖານທີ່ຕ່າງໆ ຂອງຈີນຜ່ານລະບົບທາງໄກ. ນອກ ຈາກນີ້, ສຳມະນາກອນຍັງໄດ້ຮຽນຮູ້ ກ່ຽວກັບນະວັດຕະກໍາໃໝ່ແລະທ່າອ່ຽງ ຂອງສື່ມວນຊົນຈີນໃນເວທີສື່ສາກົນ, ການປະຕິຮູບສື່ຈີນ, ການຮຽນການ ສອນດ້ານສື່ສານມວນຊົນ ແລະ ການ ຮ່ວມມືກັບອາຊຽນ ໃນຍຸກແຫ່ງການ ເຊື່ອມໂຍງດ້ານສື່ມວນຊົນ, ການສ້າງ ແລະ ເຜີຍແຜ່ພາບພົດຂອງຊາດ, ກາຍ ເຜີຍແຜ່ທາງຍຸດທະສາດລະດັບສາກົນ ກ່ຽວກັບ ຍີ່ຫໍ້ຂອງຊາດ ແລະ ທ້ອງຖິ່ນ, ສາຍພົວພັນຈີນ-ອາຊຽນ ແລະ ສື່ມວນ ຊົນ ລວມທັງຫົວຂໍ້ວ່າດ້ວຍ ເສັ້ນທາງ ກ້າວສູ່ການຫັນເປັນທັນສະໄໝຂອງ ຈີນ ໃນສາຍຕາຂອງສື່ມວນຊົນໂລກ ແລະ ຫົວຂໍ້ສຳຄັນອື່ນໆ. ໂອກາດນີ້,ທ່ານນາງເຫວີຍຈາວຮຸຍ ຫົວໜ້າ ກອງເລຂາງານວາງສະແດງ ສິນຄ້າຈີນ-ອາຊຽນ ໄດ້ໃຫ້ຮູ້ເຖິງຜົນ ສຳເລັດ ແລະ ຄວາມໝາຍຄວາມສຳ ຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ 20 ຂອງພັກກອມມູນິດຈີນ ທີ່ຫາກໍສຳເລັດລົງໃນທ້າຍເດືອນຕຸລາ ຜ່ານມາ, ພ້ອມທັງກ່າວວ່າ ຈີນຈະສືບຕໍ່ ເດີນຕາມເສັ້ນທາງແຫ່ງການພັດທະນາ ຢ່າງສັນຕິ, ຍຶດໝັ້ນແນວທາງລວມແຫ່ງ ການເປີດກວ້າງ ແລະ ຮ່ວມມື, ແລະ ປາ ຖະໜາທີ່ຈະສືບຕໍ່ສົ່ງເສີມການສ້າງປະ ຊາຄົມຮ່ວມຊາຕາກຳ ເພື່ອມະນຸດຊາດ ຮ່ວມກັບປະຊາຊົນໃນທົ່ວໂລກ ແລະ ຍັງ ໄດ້ຍົກໃຫ້ເຫັນເຖິງບົດບາດຂອງງານ ວາງສະແດງສິນຄ້າຈີນ-ອາຊຽນ ຕໍ່ກັບ ການສົ່ງເສີມການເປີດກວ້າງ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງຈີນ, ອາຊຽນ ແລະ ອາຊີຕາ ເວັນອອກ. ຂ່າວ-ພາບ: ມະໄລລັກ ຂປລ. ແຫລ່ງຂ່າວຈາກ ແຂວງສະ ຫວັນນະເຂດໃຫ້ຮູ້ວ່າ: ພິທີປະກາດເຂດ ສະຫງວນ ປາ ແລະ ຊີວະນາໆພັນທຸກ ຊະນິດ ຢູ່ວັງຫ້ວຍລີ່ ບ້ານນາໜອງຜຳ ເມືອງຊົນນະບູລີ ແຂວງສະຫວັນນະ ເຂດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນ ວັນທີ 14 ທັນວາ ຜ່ານມາ, ທັງນີ້ ກໍເພື່ອ ເປັນການປົກປັກຮັກສາແຫລ່ງທີ່ຢູ່ອາ ໄສ, ແຫລ່ງວາງໄຂ່, ຄຸ້ມຄອງສັດ ນ້ຳ (ປາ) ແລະ ສັດປ່າທຸກຊະນິດທີ່ອາໄສ ຢູ່ໃນເຂດຫວງຫ້າມໃຫ້ມີຄວາມຫລາກ ຫລາຍ ແລະ ມີຄວາມຍືນຍົງ; ເປັນການ ຮັບປະກັນຄວາມອຸດົມສົມບູນ ແລະ ຄວາມສົມດູນຂອງລະບົບນິເວດທາງ ທຳມະຊາດ, ທັງເປັນການອະນຸລັກ ຊະນິດພັນປາ ທີ່ຫາຍາກໃນທ້ອງຖິ່ນ ເຊັ່ນ: ປາຄ້າວ, ປານາງຂາວ, ປາຕອງ ດາວ, ປາເພ້ຍດຳ, ປາກົດເຫລືອງ, ລວມທັງເຕົ່າທຸກຊະນິດ, ແຂ້, ນົກ, ງູ ແລະ ສັດນ້ຳຊະນິດອື່ນໆ. ໃນພິທີ,ທ່ານວັນໂນສີຫາລາດນາຍ ບ້ານໆນາໜອງຜຳ ໄດ້ຍົກໃຫ້ເຫັນປະ ຫວັດຄວາມເປັນມາຂອງວັງສະຫງວນ ຫ້ວຍລີ່ ໃຫ້ຮູ້ໂດຍສັງເຂບວ່າ: ແຕ່ ກ່ອນ ເປັນຫ້ວຍຂະໜາດນ້ອຍ, ເປັນ ບ່ອນທຳມາຫາກິນຂອງປະຊາຊົນ ພາຍ ໃນບ້ານດ້ວຍການໃສ່ໂຕ່ງ, ໃສ່ ຕ້ອນ, ຫວ່ານແຫ ແລະ ອື່ນໆ ກໍພໍໄດ້ ກຸ້ມກິນໃນຄອບຄົວ. ຈາກນັ້ນ, ພາກລັດ ໄດ້ເຂົ້າມາພັດທະນາຫ້ວຍດັ່ງກ່າວ ໂດຍການເຮັດຝາຍຕັນນ້ຳຮ່ວມກັບຊຸມ ຊົນ ໃນປີ 1997 ຈຶ່ງເຮັດໃຫ້ລະດັບນ້ຳ ຖ້ວມຂຶ້ນເປັນບໍລິເວນກວ້າງ ປະຊາຊົນ ກໍໄດ້ນຳໃຊ້ນ້ຳ ດັ່ງກ່າວ ເຂົ້າໃນການ ຜະລິດປູກເຂົ້າໄດ້ສອງລະດູ, ຕໍ່ມາໃນປີ 2019 ອຳນາດການປົກຄອງບ້ານ ກໍ ໄດ້ກຳນົດເອົາເຂດວັງຫ້ວຍລີ່ ເປັນ ເຂດສະຫງວນປາ, ແຕ່ປະຊາຊົນ ກໍໄດ້ ລັກລອບທຳມາຫາກິນ, ຕໍ່ມາທີມງານ ອະນຸລັກສັດນ້ຳ ແລະ ຊີວະນາໆພັນປະ ຈຳລາວກໍໄດ້ປຶກສາຫາລືພ້ອມທັງໄດ້ມີ ການສຳຫລວດສັດ ນ້ຳຢູ່ວັງສະຫງວນ ແຫ່ງນີ້, ໃນເບື້ອງຕົ້ນພົບ ເຫັນວ່າ ພື້ນທີ່ ດັ່ງກ່າວພົບເຫັນປາຈຳນວນ27ຊະນິດ ໂດຍການຄິດໄລ່ ປະສິດທິພາບຂອງ ການຫາປາດ້ວຍມອງສະເລ່ຍ 130 ກຣາມ/ຊົ່ວໂມງ. ດັ່ງນັ້ນ, ໂຄງການອະນຸລັກສັດນ້ຳ ແລະ ຊີວະນາໆພັນປະຈຳລາວ ຮ່ວມ ກັບເມືອງຊົນນະບູລີ ຈຶ່ງໄດ້ກຳນົດເອົາ ວັງຫ້ວຍລີ່ ເປັນວັງສະຫງວນຂອງ ເມືອງແລະບ້ານ, ເຊິ່ງມີລວງຍາວຕາມ ສາຍຫ້ວຍ 435 ແມັດ, ລວງກວ້າງ ສະ ເລ່ຍ 100 ແມັດ, ລວງຮອບຂອງ ວັງ 1.790 ແມັດ, ຄວາມເລິກສະເລ່ຍ 4,4 ແມັດ, ມີເນື້ອທີ່ລວມທັງໝົດ 5,5 ເຮັກຕາ. ຂປລ. ແຫລ່ງຂ່າວຈາກ ແຂວງສາ ລະວັນໃຫ້ຮູ້ວ່າ: ບຸນກອງເຂົ້າ ຫລື ບຸນຄູນ ເຂົ້າ-ຄູນລານ ຢູ່ ວັດໂນນສະ ຫວ່າງວະນາຣາມ ບ້ານນາໂຄກ ເມືອງ ແລະ ແຂວງສາລະວັນ ປີນີ້ມີບັນຍາ ກາດຄືກຄື້ນ ພາຍໃນງານດັ່ງກ່າວ ໄດ້ ຈັດຂຶ້ນຕິດພັນກັບການສະຫລອງກຸຕິ ຫລັງໃໝ່ ໂດຍມີເຈົ້າສັດທາມາຮ່ວມ ອຸໂປໂມທະນາປັດໄຈ ສົມທົບທຶນສ້າງ ກອງເພນ, ໂປງ, ຄອງ ແລະ ອື່ນໆ ໂດຍການເຕົ້າໂຮມກຳລັງສັດທາ ແລະ ນຳພາຂອງ ພະອາຈານ ອຸພະລັງສີ ວົງສາລີ ກຳມະການ ອພສ ແຂວງ, ຮອງຫົວໜ້າຫ້ອງການ ອພສ ແຂວງ, ເຈົ້າອະທິການວັດໂນນສະຫວ່າງວະ ນາຣາມ. ພະອາຈານ ອຸພະລັງສີ ວົງສາລີ ໄດ້ໃຫ້ຮູ້ວ່າ: ບຸນກອງເຂົ້າເປັນບຸນໜຶ່ງ ໃນຮີດສີບສອງ ເປັນຂໍ້ປະຕິບັດອັນດີ ງານຂອງປະຊາຊົນລາວ ແຕ່ອະດີດ ຈົນເຖິງປັດຈຸບັນ, ພາຍໃຕ້ຄຳສັ່ງສອນ [h kook37d g,n v'lk]t;a o 9a f[5 o76 og0Q k{76 o]ko ຂອງພຸດທະສາສະໜາ ໄດ້ການເປັນ ແນວທາງນຳພາອະນຸຊົນຮຸ່ນຫລັງ ໄດ້ປະພຶດປະຕິບັດສືບທອດກັນມາ, ເປັນການເຮັດບຸນຫລັງຕີເຂົ້າ, ສີເຂົ້າ ແລ້ວ ແລະ ເອົາກອງໄວ້ໃນລານ ເນື່ອງ ຈາກວ່າຜູ້ໃນເຮັດນາໄດ້ເຂົ້າຫລາຍ, ກ່ອນຂົນເຂົ້າຂຶ້ນເລົ້າ ຫລື ເກັບໄວ້ໃນ ສາງນັ້ນ ເພີ່ນກໍຢາກສ້າງບຸນກຸສົມ ເພື່ອຄວາມເປັນສີລິມຸງຄຸນ ເພີ່ມຄວາມ ຮັ່ງມີສີສຸກ ໃຫ້ແກ່ຕົນເອງ ແລະ ຄອບ ຄົວຕໍ່ໄປ ຈຶ່ງເຮັດບຸນຄູນເຂົ້າ-ຄູນ ລານ ຕາມຄວາມເຊື່ອຖືມາແຕ່ບູຮານ ນະການ. ນອກນັ້ນ ຍັງມີກິດຈະກຳສະ ຫລອງກຸຕິຫລັງໃໝ່ ທີ່ກໍ່ສ້າງສຳເລັດ ໂດຍແມ່ນກຳລັງສັດທາຂອງອອກຕົນ ຍາດໂຍມພາຍໃນ ຖວາຍເປັນຂອງ ຄະນະສົງ ເພື່ອນໍາໃຊ້ເຂົ້າໃນການປະຕິ ບັດກິດທາງສາສະໜາ. ພ້ອມກັນນີ້, ຍັງພິທີເຖຣະພິເສກ (ຫົດສົງ) ພະອາຈານ ອຸພະລັງສີ ວົງ ສາລີ ເພື່ອຍ້ອງຍໍສັນລະເສີນ, ເຕີມຍົດ, ແຖມສົມພານ (ທາງສາສະໜາ) ຊຶ່ງ ເປັນພະປະຕິບັດດີ, ປະຕິຊອບໃນພະທໍາ ຄໍາສັ່ງສອນຂອງພຸດທະສາສະໜາ ມີ ຄຸນງາມຄວາມດີທີ່ໄດ້ເຕົ້າໂຮມ ແລະ ນຳພາອອກຕົນຍາດໂຍມສ້າງສາ ແລະ ບູລະນະປະຕິສັງຂອນວັດວາອາຮາມ ໃຫ້ ມີຄວາມຮຸ່ງເຮືອງເຫລືອງເຫລື້ອມ ແລະ ການເຜີຍແຜ່ພະທໍາຄຳສັ່ງສອນຂອງ ພຸດທະສາສະໜາຢ່າງກວ້າງຂວາງ. ງານດັ່ງກ່າວ, ຈັດຂຶ້ນໃນວັນທີ17- 18 ທັນວາ 2022 ໂດຍມີພະອາ ຈານ ໃຫຍ່ ສອນໄຊ ແກ້ວເມືອງໃຕ້ ປະທານ ອພສ ແຂວງສາລະວັນ, ມີພະເຖລານຸ ເຖຣະ, ພະສົງ-ສາມະເນນ, ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາ ລະວັນ ພ້ອມດ້ວຍພຸດທະສາສະນິກະ ຊົນ, ເຈົ້າພາບເຈົ້າສັດທາ ທັງພາຍໃນ ແຂວງ, ຕ່າງແຂວງ ເຂົ້າຮ່ວມຢ່າງ ຫລວງຫລາຍ. ຂ່າວ: ວິໄລວອນ ສິດທິໄຊ
RkJQdWJsaXNoZXIy MTc3MTYxMQ==