21/12/2022 xtgmf]k; 3 0j k; c]t gsfdko slxm s;o7n o,6 og-N v 2 ;a o xts;a flkf 0v'-kf gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່າ¤Å ່ອນ ll- xtdv[7egsa o.lj Ij k' dq f\kp;j kfh ;p|a 'ln zj kocfo ໂດຍ: ກິດຕາ ພາບ: ເກດສະໜາ glA omk']q fw2 ]k;{9u o c,j o glA omk'csj 'dkora fmtok ltrkxt-k-q oc0;'s];'rt[k' ,u zq oleg]a frQ ogfa j o.odko8y f8k,d;fdk ໂດຍ: CG5N 5hinL 5anL ໃນນັ້ນ, ເດືອນກັນຍາ ແລະ ຕຸລາ 2022 ໄດ້ທຳລາຍສະຖິຕິສອງຄັ້ງ ຂອງການຂົນສົ່ງສິນຄ້າໃນເດືອນ ດຽວ ດ້ວຍຈໍານວນ 1,25 ລ້ານ ໂຕນ ແລະ 1,35 ລ້ານໂຕນ. ປະເພດ ສິນຄ້າຂົນສົ່ງໄດ້ຂະຫຍາຍຈາກ ປຸຍເຄມີ, ຢາງພາລາ, ເຄື່ອງໃຊ້ປະ ຈໍາວັນ ແລະ ອື່ນໆ 100 ກວ່າຊະ ນິດ ໃນເບື້ອງຕົ້ນມາ ເປັນເຄື່ອງເອ ເລັກໂຕຣນິກ, ໄຟຟ້າແສງອາທິດ, ເຕັກໂນໂລຊີການສື່ສານ, ດອກໄມ້ ແລະ ອື່ນ ທັງໝົດຫລາຍກ່ວາ 2.000 ຊະນິດ. ມາຮອດ ເດືອນພະຈິກ 2022, ທົ່ວປະເທດຈີນ ມີທັງໝົດ 25 ແຂວງ ແລະ ເຂດໄດ້ເປີດຖ້ຽວຂະ ບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍ ແດນຕາມເສັ້ນທາງລົດໄຟ ລາວຈີນ ຢ່າງຕໍ່ເນື່ອງ, ຂະບວນລົດໄຟ ຂົນສົ່ງສິນຄ້າສາກົນ hລ້ານຊ້າງ- ແມ່ນ້ຳຂອງi ໄດ້ເປີດການ ສັນຈອນ ຢ່າງເປັນປະຈຳ, ການຂົນສົ່ງສິນ ຄ້າປົກຄຸມໄປເຖິງປະເທດຈີນ, ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູ ເຈຍ, ສິງກະໂປ ແລະ ປະເທດ/ເຂດ ແຄວ້ນອື່ນໆ. ວັນທີ 1 ພະຈິກ 2022, ສະຖາ ນີເມືອງໄຊຂອງເສັ້ນທາງລົດໄຟ ລາວ-ຈີນ ທີ່ພາກເໜືອຂອງລາວ ໄດ້ເລີ່ມເຮັດທຸລະກິດຂົນສົ່ງສິນ ຄ້າ.ມາຮອດດຽວນີ້, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດສະຖານີບໍລິການ ຂົນສົ່ງສິນຄ້າໄດ້ເຖິງ 7 ແຫ່ງ, ເປັນ ຂີດໝາຍຂອງການເປີດສະຖານີ ຂົນສົ່ງສິນຄ້າໄດ້ທັງໝົດຂອງເສັ້ນ ທາງລົດໄຟ ລາວ-ຈີນ, ເສັ້ນທາງ ລົດໄຟລາວ-ຈີນ, ແລວທາງໃໝ່ທາງ ບົກ-ທະເລຕາເວັນຕົກ ແລະ ທາງ ລົດໄຟຈີນ-ເອີຣົບບັນລຸການເຊື່ອມ ຕໍ່ຢ່າງບໍ່ມີຊ່ອງຫວ່າງ. ໂດຍສຸມໃສ່ຄວາມຕ້ອງການໃນ ການເດີນທາງຂອງປະຊາຊົນຢູ່ສິບ ສອງພັນນາ, ພູເອີ ແລະ ສະຖານ ທີ່ອື່ນໆຕາມເສັ້ນທາງລົດໄຟລາວຈີນ, ໄລຍະທາງພາຍໃນປະເທດ ຈີນ, ກຸ່ມບໍລິສັດລົດໄຟຈີນ ຈຳກັດ ສາຂາຄຸນໝິງໄດ້ປະຕິບັດ h ໜຶ່ງມື້ ໜຶ່ງແຜນທີ່i.ຕາມຂໍ້ມູນຂອງກຸ່ມບໍລິ ສັດທາງລົດໄຟແຫ່ງຊາດຈີນ ໃນ ເດືອນພຶດສະພາ 2022, ເສັ້ນທາງ ລົດໄຟ ລາວ-ຈີນ, ໄລຍະທາງພາຍ ໃນປະເທດລາວໄດ້ເປີດຂະບວນລົດ ໄຟຄວາມໄວ ສູງ 6 ຖ້ຽວ ແລະ ລົດ ໄຟໂດຍສານຄວາມໄວທຳມະດາ 2 ຖ້ຽວໃນແຕ່ລະມື້. ໄລຍະທາງພາຍ ໃນປະເທດຈີນ ສະເລ່ຍແລ້ວເປີດ h h ຖ້ຽວລົດໄຟໂດຍສານ 36 ຖ້ຽວ, ສູງສຸດ ມີຂະບວນລົດໄຟ 65 ຖ້ຽວ. ມາຮອດວັນທີ 3 ຕຸລາ 2022, ເສັ້ນທາງລົດໄຟລາວ-ຈີນບັນລຸການ ຂົນສົ່ງຜູ້ໂດຍສານໄດ້ເຖິງ 7,39 ລ້ານເທື່ອຄົນ. ບົນພື້ນຖານດັ່ງກ່າວ, ລັດຖະ ບານລາວພວມດຳເນີນການສຶກສາ ຄວາມເປັນໄປໄດ້ໃນ 4 ໂຄງການ ທ່ອງທ່ຽວທີ່ວາງແຜນຈະພັດທະນາ ຢູ່ເມືອງວັງວຽງແຂວງວຽງຈັນ ເພື່ອຊຸກຍູ້ການພັດທະນາເສດຖະ ກິດຕາມເສັ້ນທາງລົດໄຟ ລາວ-ຈີນ ຕື່ມອີກບາດກ້າວໜຶ່ງ. ຂປລ. ບັນດາສະມາຊິກສະພາແຫ່ງ ຊາດ (ສສຊ) ໃນຖານະທີ່ເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມ ໃສ່ ພິຈາລະນາປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍໜັງສືຜ່ານ ແດນ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອເຮັດໃຫ້ມີເນື້ອໃນຄົບ ຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງສອດຄ່ອງກັບສະພາບຕົວ ຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງພົນລະເມືອງ ລາວ ແລະ ເພື່ອອຳນວຍຄວາມສະ ດວກໃຫ້ຜົນລະເມືອງລາວ ໃນການ ເດີນທາງເຂົ້າ-ອອກສປປລາວສາມາດ ເຊື່ອມໂຍງກັບສາກົນ ປະກອບສ່ວນເຂົ້າ ໃນການປົກປັກສາຮັກ ແລະ ພັດທະນາ ປະເທດຊາດ. ທ່ານ ຄຳປະສິດ ເທບວົງສາ ສສຊ ເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ປະກອບຄຳຄິດຄຳເຫັນໂດຍທ່ານ ໄດ້ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂກ່ຽວກັບກໍລະນີເຮັດໜັງສືຜ່ານ ແດນເສຍ ຫລື ໜັງສືຜ່ານແດນໝົດ ອາຍຸຕ້ອງຕໍ່ໃໝ່ ຈຳເປັນບໍ່ທີ່ຈະຕ້ອງ ດຳເນີນການເຮັດເອກະສານເລີ່ມຕົ້ນ ໃໝ່ໝົດ ເນື່ອງຈາກວ່າຖານຂໍ້ມູນຕ່າງໆ ມີໃນລະບົບໝົດແລ້ວ, ທັງນີ້ ກໍເພື່ອແນ ໃສ່ສ້າງຄວາມສະດວກສະບາຍໃຫ້ ປະຊາຊົນ ໂດຍສະເພາະຢູ່ນະຄອນ ຫລວງວຽງຈັນ ເຫັນວ່າສະຖານທີ່ດັ່ງ ກ່າວມີຄວາມແອອັດຫລາຍສະເໝີໃຫ້ ຂະຫຍາຍສະຖານທີ່ເຮັດວຽກດັ່ງກ່າວ, ພາກສ່ວນກ່ຽວຂ້ອງຄວນພິຈາລະນາ ການອອກບັດ ໂດຍນຳໃຊ້ເຄື່ອງມືເອ ເລັກໂຕນິກເຂົ້າມາຊ່ວຍ ເພື່ອລັດຂັ້ນ ຕອນໃນການດຳເນີນການ ທັງບໍ່ໃຫ້ປະ ຊາຊົນມາຖ້າລຽນຄິວ, ສະເໜີໃຫ້ພາກ ສ່ວນທີ່ກ່ຽວຂ້ອງພິຈາລະນາຄືນ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວສະດວກ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ຫລາຍຂຶ້ນ. ນອກຈາກນີ້, ສສຊ ຫລາຍທ່ານກໍ ໄດ້ສະເໜີໃຫ້ ຕັດບາງເນື້ອໃນ, ເພີ່ມຄຳ ອະທິບາຍໃສ່ບາງໝວດ,ບາງພາກ ແລະ ບາງມາດຕາ; ສະເໜີໃຫ້ປ່ຽນຊື່ຂອງ ກົດໝາຍສະບັບນີ້ ເພື່ອບໍ່ໃຫ້ມີຄວາມ ສັບສົນ ລະຫວ່າງໜັງສືຜ່ານແດນ, ພາດສະປອດ, ບໍເດິພັດ; ສະເໜີປ່ຽນໃຫ້ ເປັນກົດໝາຍ ວ່າດ້ວຍໜັງສືເດີນທາງ ຈະເໝາະສົມກວ່າ; ການເຮັດໜັງສືຜ່ານ ແດນຄວນໃຊ້ເວລາໃຫ້ສັ້ນລົງ ແລະ ຕ້ອງຫັນເປັນທັນສະໄໝ ແລະ ອື່ນໆ. ຂ່າວ: ກິດຕາ, ພາບ: ເກດສະໜາ ຂປລ. ຫ້ອງວ່າການສຳນັກງານ ປະທານ ປະເທດ (ຫສປທ) ຈັດປາ ຖະກະຖາເລົ່າມູນເຊື້ອ2ວັນປະຫວັດ ສາດຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນ ວາ 1975-2 ທັນວາ 2022) ແລະ ວັນວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ໂດຍການປາຖະກະຖາຂອງສະຫາຍ ເພັດສະໝອນ ພັນທະວົງ ຮອງເລ ຂາຄະນະພັກ, ຮອງຫົວໜ້າຫ້ອງວ່າ ການສຳນັກງານປະທານປະເທດ, ມີບັນດາສະຫາຍຄະນະພັກ-ຄະນະ ນໍາ ຫສປທ ແລະ ພະນັກງານ-ລັດ ຖະກອນ ເຂົ້າຮ່ວມຮັບຟັງ. ໂອກາດນີ້,ສະຫາຍເພັດສະໝອນ ພັນທະວົງ ໄດ້ເນັ້ນເຖິງຄວາມໝາຍ ຄວາມສໍາຄັນຂອງ 2 ວັນສໍາຄັນດັ່ງ ກ່າວ ເພື່ອສຶກສາອົບຮົມແນວຄິດ ສາມະຊິກພັກ-ພະນັກງານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບວັນປະຫວັດສາດ ແລະ ຄວາມ ເປັນມາຂອງຊາດລາວເຮົາ ໂດຍ ທ່ານໄດ້ຍົກໃຫ້ເຫັນຄວາມເອກ ອ້າງທະນົງໃຈຕໍ່ຜົນສໍາເລັດໝາກ ຜົນຂອງການປະຕິວັດລາວໃນມູນ ເຊື້ອອັນສະຫງ່າອົງອາດກ້າຫານ ແຫ່ງການຕໍ່ສູ້ຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ ການຊີ້ນໍາ-ນໍາພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນ ປະຕິວັດ ລາວ ໄດ້ສາມັກຄີການຕໍ່ສູ້ຢ່າງພິລະ ອາດຫານຕ້ານການຮຸກຮານຂອງ ພວກຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່, ສາມາດປົດ ປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະ ນະອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ. ໃນໂອກາດດຽວກັນ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຄະ ນະພັກ, ຮອງຫົວໜ້າ ຫສປທ ກໍໄດ້ ເລົ່າເຖິງປະຫວັດຫຍໍ້, ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາອັນເປັນ ທີ່ເຄົາລົບຮັກຂອງປວງຊົນລາວບັນ ດາເຜົ່າ, ເປັນວິລະບຸລຸດ, ເປັນຜູ້ນໍາ ຂອງພັກ-ລັດ ທີ່ມີຄວາມສາມາດສະ ຫລາດສ່ອງໃສ, ເປັນນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ, ເປັນ ແບບຢ່າງອັນໃສແຈ້ງ, ເປັນແກ່ນ ສານຂອງຄວາມສາມັກຄີພາຍໃນ ພັກແລະຊາດ,ເປັນການຮໍ່າຮຽນເອົາ ຄຸນສົມບັດສິນທໍາປະຕິວັດແບບ ແຜນດໍາລົງຊີວິດຕົວຈິງ ແລະ ອຸດົມ ຄະຕິປະຕິວັດເປັນການສຶກສາອົບ ຮົມໃຫ້ສະມາຊິກພັກ-ພະນັກງານ ທຸກສະຫາຍ ໄດ້ເສີມຂະຫຍາຍມູນ ເຊື້ອຕໍ່ສູ້ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດ ພາຍ ໃຕ້ການນໍາພາຂອງປະຊາຊົນປະຕິ ວັດລາວ ໃນການເພີ່ມທະວີຄວາມ ຮັບຜິດຊອບ ແລະ ເປັນເຈົ້າການຖັນ ແຖວ, ເປັນນັກເຄື່ອນໄຫວສາກົນ ຜູ້ດີເດັ່ນ ແລະ ເປັນແບບຢ່າງປະຕິ ບັດແນວທາງຕ່າງປະເທດຢ່າງຖືກ ຕ້ອງເຮັດໃຫ້ສາທາລະນະລັດ ປະ ຊາທິປະໄຕປະຊາຊົນລາວມີບົດບາດ ໃນເວທີສາກົນເພື່ອນໍາພາປະເທດ ຊາດກ້າວຂຶ້ນສູ່ສັງຄົມນິຍົມເທື່ອ ລະກ້າວ. ຂ່າວ-ພາບ: ສົມຫວັງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ ຫລວງພະບາງ ໄດ້ໃຫ້ສຳພາດໂອ ກາດເຂົ້າຮ່ວມກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງ ຊາດຊຸດທີ IX ວ່າ: ໂດຍປະຕິບັດ ຕາມກົດໝາຍວ່າດ້ວຍສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງ ນັ້ນ, ພວກເຮົາໄດ້ສ້າງແຜນການຕິດ ຕາມກວດກາປະຈໍາ 1 ປີ, ປະຈໍາ 6 ເດືອນພ້ອມທັງຈັດຕັ້ງປະຕິບັດຕາມ ເປົ້າໝາຍຄື: ບັນດາພະແນກການ ກ່ຽວທີ່ຂ້ອງ, ເມືອງ ແລະ ນະຄອນ ທຽບແຜນການແມ່ນບັນລຸ 100%. ນອກນີ້, ຍັງໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຕິດພັນກັບການຜັນຂະ ຫຍາຍ 2 ວາລະແຫ່ງຊາດຢູ່ບັນດາ ເມືອງ-ນະຄອນ ແລະ ໄດ້ຕິດຕາມ ກວດກາການແກ້ໄຂຄໍາຮ້ອງທຸກ ຂອງປະຊາຊົນໃນໄລຍະ 1 ປີ ຜ່ານມາ ຊຶ່ງມີຄໍາຮ້ອງທຸກຂອງປະ ຊາຊົນມາຍື່ນຕໍ່ສະພາປະຊາຊົນ ແຂວງ71ເລື່ອງ, ແກ້ໄຂສຳເລັດ37 ເລື່ອງຈັດສົ່ງພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂຢູ່ 34 ເລື່ອງ. ທ່ານຍັງກ່າວຕື່ມວ່າ: ໃນຖານະ ເປັນຕົວແທນປະຊາຊົນລາວບັນດາ ເຜົ່າ, ສະມາຊິກສະພາແຫ່ງຊາດປະ ຈໍາເຂດເລືອກຕັ້ງ ແລະ ສະມາຊິກ ສະພາປະຊາຊົນແຂວງໄດ້ເຄື່ອນ ໄຫວພົບປະຜູ້ມີສິດເລືອກຕັ້ງທັງໄດ້ ນໍາເອົາຜົນສໍາເລັດກອງປະຊຸມສະ ພາແຫ່ງຊາດ, ກອງປະຊຸມສະພາ ປະຊາຊົນແຂວງ ໄປເຜີຍແຜ່ໃຫ້ຜູ້ມີ ສິດເລືອກຕັ້ງຮັບຮູ້ພ້ອມທັງໂອ້ລົມ, ເກັບກໍາຄໍາຄິດ, ຄໍາເຫັນ, ຄໍາສະເໜີ ຂອງປະຊາຊົນບັນຫາໃດ ທີ່ເຫັນວ່າ ສາມາດເຮັດໜ້າທີ່ອະທິບາຍຊີ້ແຈງ ກັບທີ່ໄດ້ແມ່ນຊີ້ແຈງກັບທີ່, ບັນຫາ ໃດທີ່ແມ່ນຄວາມຮັບຜິດຊອບຂອງ ອົງການລັດ ແມ່ນໄດ້ເກັບກໍາບັນທຶກ ສະເໜີພາກສ່ວນກ່ຽວຂ້ອງພິຈາ ລະນາແກ້ໄຂ ພ້ອມມີຄໍາຊີ້ແຈງໃຫ້ ກັບຜູ້ມີສິດເລືອກຕັ້ງຮັບຊາບ. ພາຍ ຫລັງກອງປະຊຸມສະໄໝສາມັນ ເທື່ອ ທີ 3 ໄດ້ລົງເຄື່ອນໄຫວພົບປະໂອ້ລົມ ໂດຍ: ຢ່າຕົ່ງ ປະຊາຊົນທັງໝົດ 220 ຈຸດ, ມີຜູ້ ເຂົ້າຮ່ວມຮັບຟັງທັງໝົດ 18.627 ເທື່ອຄົນ. ນອກນີ້ຍັງໄດ້ປຸກລະດົມ ວັດຖຸປັດໄຈໄປຊຸກຍູ້ຊ່ວຍເຫລືອປະ ຊາຊົນ, ອົງການປົກຄອງທ້ອງຖິ່ນ, ກົມກອງ, ບ້ານ, ລວມມູນຄ່າ 100 ກວ່າລ້ານກີບ. ແນວໃດກໍຕາມຜ່ານການພົບປະ ຜູ້ມີສິດເລືອກຕັ້ງ ແລະ ຕິດຕາມ ກວດກາບັນຫາທີ່ປະຊາຊົນສະເໜີ ຫລາຍແມ່ນໃຫ້ເພີ່ມທະວີການຊຸກຍູ້ ສົ່ງເສີມເຕັກນິກການປູກ-ການລ້ຽງ ໃຫ້ປະຊາຊົນໃຫ້ທົ່ວເຖິງ, ສະເໜີ ໃຫ້ ແກ້ບັນຫາຄ່າຄອງຊີບນັບມື້ນັບ ສູງຂຶ້ນ, ບັນຫາເສັ້ນທາງ(ຂໍໃຫ້ສ້ອມ ແປງໃຫ້ທຽວໄດ້ທັງລະດູແລ້ງ ແລະ ລະດູຝົນ), ບັນຫານໍ້າລິນໃຊ້ບໍ່ພຽງ ພໍ, ບັນຫາຢາເສບຕິດ ແລະ ອື່ນໆ. ຕໍ່ກັບບັນຫາທີ່ປະຊາຊົນສະເໜີນັ້ນ ມີບາງບັນຫາຍັງຄົງຄ້າງທີ່ສະພາ ຕ້ອງໄດ້ສືບຕໍ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດການແກ້ໄຂ ຈາກອົງການລັດ ເນື່ອງຈາກເປັນບັນ ຫາ ລວມທີ່ຕ້ອງໄດ້ຜ່ານການຄົ້ນ ຄວ້າ, ວິເຄາະວິໄຈຂໍ້ມູນໃຫ້ລະອຽດ ເພື່ອຊອກຫາວິທີແກ້ໄຂຕາມຄວາມ ເໝາະສົມກັບສະພາບຕົວຈິງ ທ່ານ ວົງສະຫວັນ ເທບພະຈັນ ກ່າວ. າ¤ອ
RkJQdWJsaXNoZXIy MTc3MTYxMQ==