lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/12/2022 xtgmf]k; ສສຊ... ສານຊົມເຊີຍວັນຊາດ... ຂ້າພະເຈົ້າ ພ້ອມດ້ວຍ ມະເຫສີ ຣາຈາ ອາກົງ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງສືບຕໍ່ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວ ຈົ່ງມີຄວາມສະຫງົບສຸກ, ປະສົບຜົນສໍາເລັດ ແລະ ຄວາມວັດທະນະຖາວອນ ຕະຫລອດໄປ. ໃນໂອກາດດຽວກັນ, ທ່ານ ເອັມດີ. ອັບດຸລຮາມິດ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ປະຊາຊົນບັງກະລາເທດ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວວ່າ: ເນື່ອງໃນໂອກາດ ອັນສະຫງ່າລາສີ ວັນຊາດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມຍິນດີເປັນ ຢ່າງຍິ່ງ ສົ່ງຄໍາອວຍພອນໄຊອັນອົບອຸ່ນ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນເພື່ອນມິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຖ້ວນໜ້າ. ບັງກະລາເທດ ໃຫ້ຄວາມສຳຄັນສູງຕໍ່ສາຍພົວພັນ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍຄວາມໄວ້ເນື້ອເຊື່ອ ໃຈ ເຊິ່ງກັນ ແລະ ກັນ, ມິດຕະພາບ ແລະ ການຮ່ວມມືອັນຈິງໃຈທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ເພີ່ມທະວີ ຍິ່ງໆຂຶ້ນໃນຕໍ່ໜ້າ. ສອງປະເທດພວກເຮົາ ມີທ່າແຮງຫລວງຫລາຍ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ອັນສະໜິດແໜ້ນຂອງພວກເຮົາໃນລວງເລິກ ແລະ ຮອບດ້ານ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ທ່ານຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ມີອາຍຸຍືນຍາວ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຈົ່ງສືບຕໍ່ມີສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນະ ຖາວອນ. ພ້ອມນີ້, ທ່ານ ຊີກ ຮາຊີນາ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນ ໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ເຊັ່ນດຽວກັນ. ຂປລ. ສະມາຊິກສະພາແຫ່ງຊາດ (ສສຊ) ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍການທາງນໍ້າ (ສະບັບສ້າງໃໝ່) ເຊິ່ງ ສສຊ ຫລາຍ ທ່ານໄດ້ສະເໜີໃຫ້ປ່ຽນຊື່ ຈາກກົດໝາຍ ວ່າດ້ວຍການທາງນໍ້າ ມາເປັນກົດໝາຍ ວ່າດ້ວຍກິດຈະການທາງນໍ້າ, ສະເໜີໃຫ້ ສັບຊ້ອນ ຫລື ໂຮມ, ປັບປຸງ, ປ່ຽນແປງ ແລະ ອະທິບາຍຄໍາສັບເຂົ້າຕື່ມໃນບາງ ໝວດ, ບາງພາກ ແລະ ບາງມາດຕາ ເພື່ອ ໃຫ້ເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ, ຮັດກຸມ ແລະ ແທດເໝາະກັບສະພາບຕົວ ຈິງ ເຊິ່ງຮ່າງກົດໝາຍ ດັ່ງກ່າວສະເໜີ ໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງອໂຍທາທິການ ແລະ ຂົນສົ່ງ ໃນກອງປະຊຸມສະໄໝ ສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ທັນວາ 2022. ທ່ານ ລິນຄຳ ດວງສະຫວັນ ສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ປະ ກອບຄຳຄິດເຫັນ ໃສ່ກົດໝາຍວ່າດ້ວຍ ການທາງນໍ້າ ເຊິ່ງເປັນກົດໝາຍທີ່ມີ ຄວາມສຳຄັນ ຕໍ່ການພັດທະນາເສດຖະ ກິດສັງຄົມແລະ ເປັນເຄື່ອງມືໃນການຄຸ້ມ ຄອງວຽກງານທາງນໍ້າ ເນື່ອງຈາກ ວ່າປັດຈຸບັນ ຍັງບໍ່ທັນມີກົດໝາຍກ່ຽວ ກັບວຽກງານທາງນໍ້າເທື່ອ. ນອກຈາກ ນີ້, ສປປ ລາວ ຍັງມີແມ່ນໍ້າລຳເຊຫລາຍ ສາຍທີ່ນຳໃຊ້ເຂົ້າໃນການຄົມມະນາຄົມ ເຮັດການພັດທະນາເສດຖະກິດມີການ ຂະຫຍາຍຕົວ ຖ້າຫາກວ່າກົດໝາຍ ສະບັບດັ່ງກ່າວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງ ວຽກງານທາງນໍ້າ ມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະການແບ່ງຄວາມ ຮັບຜິດຊອບ ລະຫວ່າງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວ ຂ້ອງມີຄວາມເປັນເອກະພາບ ໃນຂອບ ເຂດທົ່ວປະເທດ. ນອກຈາກນີ້, ທ່ານ ພອນສານ ວິໄລ ເມັ້ງ ສສຊ ເຂດເລືອກຕັ້ງທີ 13 ສະ ຫວັນນະເຂດ ໄດ້ກ່າວວ່າ: ກົດໝາຍວ່າ ດ້ວຍການທາງນໍ້າ ເປັນກົດໝາຍທີ່ມີ ຄວາມສຳຄັນ ຕໍ່ການພັດທະນາເສດ ຖະກິດສັງຄົມ ໂດຍສະເພາະຕໍ່ກັບ ການຄົມມະນາຄົມທາງນໍ້າ ເຊິ່ງໃນໄລ ຍະຜ່ານມາເຫັນວ່າ ບັນຫາທີ່ເກີດຂຶ້ນ ຈາກການຄົມມະນາຄົມທາງນໍ້າເຫັນ ວ່າມີຫລາຍບັນຫາ ທີ່ຕ້ອງໄດ້ຮັບການ ແກ້ໄຂ. ສະນັ້ນ, ກົດໝາຍສະບັບດັ່ງກ່າວ ຈະຊ່ວຍໃນການຄຸ້ມຄອງ, ດັດສົມ ຕາມຈຸດປະສົງທີ່ໄດ້ກຳນົດໄວ້, ນອກ ຈາກນີ້ຍັງມີຄຳເຫັນໃສ່ບາງມາດຕາ ໂດຍສະເພາະມີບາງຄຳສັບເຫັນວ່າສັງ ຄົມກໍຄືພໍ່ແມ່ປະຊາຊົນເຂົ້າໃຈແຈ້ງແລ້ວ ເປັນຕົ້ນແມ່ນເຮືອ, ຜູ້ຂັບເຮືອ, ແມ່ນໍ້າ, ຄາລາຫົວໜ່ວຍ ເຊິ່ງເປັນຄຳເວົ້າທົ່ວໄປ ປະຊາຊົນແມ່ນເຂົ້າໃຈແລ້ວ ບໍ່ຄວນມາ ອະທິບາຍ ຕື່ມອີກ. ການປະກອບຄຳເຫັນຂອງ ສສຊ ຕໍ່ຮ່າງກົດໝາຍວ່າດ້ວຍການທາງນໍ້າ ໃນຄັ້ງນີ້, ກໍເພື່ອກຳນົດຫລັກການ, ລະ ບຽບການກ່ຽວກັບການຄຸ້ມຄອງ, ຕິດ ຕາມກວດກາການທາງນໍ້າ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວມີປະສິດປະພາບ, ປະສິດທິຜົນ, ທັນສະໄໝ, ຍືນຍົງ ແລະ ເປັນມິດຕໍ່ສິ່ງ ແວດລ້ອມ ແນໃສ່ຮັບປະກັນໃຫ້ການ ທາງນໍ້າມີຄວາມສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ ສາ ມາດເຊື່ອມໂຍງກັບສາກົນ ປະກອບ ສ່ວນເຂົ້າໃນວຽກງານ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ. ຂ່າວ: ກິດຕາ; ພາບ: ເກດສະໜາ ພັກ ແລະ ບັນດາກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ຍົກສູງ ຄວາມຮັບຜິດຊອບ ແລະ ເອົາໃຈໃສ່ນຳ ພາ-ຊີ້ນຳ ການຈັດຕັ້ງປະຕິບັດງົບປະ ມານແຫ່ງລັດປະຈຳປີ 2022 ໂດຍ ໄດ້ບຸກທະລຸເຂົ້າສູ່ວຽກງານຕົວຈິງ ດ້ວຍການວາງນະໂຍບາຍ, ນິຕິກໍາ ແລະ ກົນໄກການຈັດຕັ້ງປະຕິບັດຢ່າງລະ ອຽດຈະແຈ້ງ ແລະ ສອດຄ່ອງກັບສະ ພາບຕົວຈິງ ອັນທີ່ພົ້ນເດັ່ນ ແມ່ນການ ຍົກລະດັບການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນ ເປັນວາລະແຫ່ງຊາດ ໂດຍສະເພາະ ການອັດຊ່ອງວ່າງການຮົ່ວໄຫລ, ນະໂຍ ບາຍປະຢັດ ແລະ ຕ້ານການຟຸມເຟືອຍ ເຂົ້າສູ່ລວງເລິກໃນການປະຕິບັດແຜນ ງົບປະມານແຫ່ງລັດປະຈໍາປີ 2022 ສາມາດປະຕິບັດ ໄດ້ຕາມແຜນ ແລະ ລື່ນແຜນສະພາແຫ່ງຊາດຮັບຮອງ, ພ້ອມທັງສຸມໃສ່ປ້ອງກັນ, ຄວບຄຸມການ ແພ່ລະບາດຂອງພະຍາດໂຄວິດ-19 ກໍຄື ແກ້ໄຂຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ສາມາດຮັບປະກັນ ສະຖຽນລະພາບທາງດ້ານການເມືອງ ໄວ້ໄດ້ຢ່າງໜັກແໜ້ນ, ການພັດທະນາ ເສດຖະກິດ -ສັງຄົມແຫ່ງຊາດ ຢູ່ປະ ເທດເຮົາ ສືບຕໍ່ດຳເນີນຢ່າງຕໍ່ເນື່ອງ, ຄາດຄະເນວ່າໝົດປີ ຈະສູ້ຊົນໃຫ້GDP ຂະຫຍາຍົວໃນລະດັບ 4,4%. ພ້ອມ ນັ້ນ ກໍເຫັນໄດ້ຈະແຈ້ງບັນຫາຂໍ້ຄົງຄ້າງ ທີ່ຕ້ອງສຸມໃສ່ແກ້ໄຂຢ່າງເອົາຈິງເອົາ ຈັງ ແລະ ເປັນລະບົບ ຄື: ສືບຕໍ່ແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ບັນຫາໜີ້ສິນທີ່ສະສົມ ມາຍາວນານ, ອັດຕາແລກປ່ຽນສະກຸນ ເງິນຕ່າງໆ, ອັດຕາເງິນເຟີ້ ແລະ ຄ່າ ຄອງຊີບ. ບັນຫາສຳຄັນທີ່ສຸດແມ່ນ ພວກເຮົາຕ້ອງຮັບຮູ້ຢືນຢັນ ຕໍ່ຜົນສຳ ເລັດທີ່ຍາດມາໄດ້ ແລະ ຕ້ອງຮັບຮູ້ເຖິງ ບັນຫາທີ່ເປັນພື້ນຖານຈຸດອ່ອນຂໍ້ຄົງ ຄ້າງ ທີ່ຈະພາໃຫ້ພວກເຮົາມີຄວາມ ຫຍຸ້ງຍາກ. ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ຈະ ໄດ້ສະເໜີບາງບັນຫາທີ່ຄວນເອົາໃຈໃສ່ ໂດຍສະເພາະ ຕີລາຄາສະພາບການ ຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງ ລັດປີ 2022 ເປັນຕົ້ນ ການຂຸດຄົ້ນທ່າ ແຮງບົ່ມຊ້ອນທີ່ພວກເຮົາເກັບ ເຂົ້າງົບ ປະມານແຫ່ງລັດຢ່າງພາວະວິໄສ, ຕ້ອງ ຮັບຮູ້ແລະ ກ້າຮັບຜິດຊອບຕໍ່ຜົນສຳເລັດ ແລະ ກ້າຕຳນິວິຈານສິ່ງທີ່ພວກເຮົາເຮັດ ບໍ່ໄດ້ດີ ເຮັດໃຫ້ເກັບລາຍຮັບບໍ່ຄົບຖ້ວນ, ເກັບແລ້ວບໍ່ມອບ, ຮົ່ວໄຫລໃນຫລາຍ ຂອດຂັ້ນ, ຫລາຍຂົງເຂດທີ່ຍັງສະສົມ ມາບໍ່ໄດ້ຖືກແກ້ໄຂ; ເກັບລາຍຮັບບໍ່ສົມ ຄູ່ກັບທ່າແຮງບົ່ມຊ້ອນ ທ່າແຮງທີ່ພວກ ເຮົາມີ ເປັນຕົ້ນ ໃນຂົງເຂດຊັບພະຍາ ກອນທຳມະຊາດ,ແຮ່ທາດ,ພະລັງງານ, ການນຳເຂົ້ານໍ້າມັນເຊື້ອໄຟ, ອຸປະ ກອນກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ເຄື່ອງ ອຸປະໂພກ-ບໍລິໂພກ ແລະ ອື່ນໆ ນີ້ຕ້ອງ ໄດ້ຕີລາຄາຢ່າງມີຄວາມຮັບຜິດຊອບ ສູງ ເພື່ອເຫັນໄດ້ບັນຫາທີ່ເຮົາຕ້ອງຕັດ ສິນໃຈເດັດຂາດແກ້ໄຂ ເພື່ອຂຸດຄົ້ນທຸກ ທ່າແຮງບົ່ມຊ້ອນຖານລາຍຮັບໃຫ້ໄດ້ ເພີ່ມຂຶ້ນຢ່າງຈະແຈ້ງ ຊັດເຈນ. ພ້ອມນີ້, ຄວາມຈໍາເປັນໃນການຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນທີ່ເປັນບັນຫາທີ່ສະສົມມາຢ່າງຍາວ ນານບໍ່ທັນໄດ້ຮັບການແກ້ໄຂ ເປັນຕົ້ນ ແມ່ນບັນຫາໜີ້ສິນສາທາລະນະພາຍໃນ ແລະ ຕ່າງປະເທດ ສູງເກີນຄວາມສາ ມາດທີ່ຈະແກ້ໄຂໄດ້ໃນໄລຍະສັ້ນ, ບັນ ຫາການລະເມີດວິໄນການເງິນ, ການ ອັດຊ່ອງວ່າງການຮົ່ວໄຫລການຂຸດ ຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນ ກໍຄື ຕາມຄໍາສັ່ງເລກທີ 18/ນຍ ເພື່ອສ້າງ ລາຍຮັບພາຍໃນໃຫ້ເພີ່ມຂຶ້ນ ຕາມທ່າ ແຮງທີ່ມີ ແລະ ສະພາບການຮົ່ວໄຫລ ການເກັບລາຍຮັບຍັງເກີດຂຶ້ນຢ່າງແຜ່ ລາມ, ການປະຕິບັດ ແລະ ຕ້ານການຟຸ່ມ ເຟືອຍ ຕາມດໍາລັດເລກທີ 205/ລບ ເພື່ອຫລຸດຜ່ອນການຂາດດຸນງົບປະ ມານ, ການລະດົມທຶນ ເພື່ອການພັດທະ ນາແລະດຸ່ນດ່ຽງງົບປະມານທັງໝົດນັ້ນ ເປັນບັນຫາພື້ນຖານ ທີ່ເຫັນວ່າໝົດທຸກ ພາກສ່ວນຂະແໜງການສູນກາງ, ທ້ອງ ຖິ່ນ ແລະ ທົ່ວສັງຄົມຕ້ອງໄດ້ເຂົ້າຮ່ວມ ຕາມພາລະບົດບາດ ເພື່ອໃຫ້ມີສ່ວນ ຮ່ວມຂອງທຸກພາກສ່ວນເສດຖະກິດສັງຄົມໃນການແກ້ໄຂບັນຫາ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການ ລາຍງານ, ເຜີຍແຜ່ແລະແນະນຳບັນດາ ເອກະສານທີ່ສຳຄັນ ເປັນຕົ້ນ ສະຫລຸບຕີ ລາຄາການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດປະຈຳປີ 2022 ແລະ ທິດ ທາງແຜນການປະຈຳປີ 2023, ມະຕິ ຂອງສະພາແຫ່ງຊາດສະບັບເລກທີ63/ ສພຊ ລົງວັນທີ 9 ທັນວາ 2022 ແລະ ຮ່າງຄຳແນະນຳການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປີ 2023, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນໃນໄລຍະ ຜ່ານມາ ແລະ ທິດທາງແຜນ ການປີ 2023, ຮ່າງຂໍ້ຕົກລົງ ວ່າດ້ວຍກຳນົດ ໝາຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ (ດຳລັດສະ ບັບເລກທີ 205/ລບ ແລະ ຂໍ້ຕົກລົງ ສະບັບເລກທີ 4000/ກງ (ສະບັບປັບ ປຸງ), ເຜີຍແຜ່ແນະນຳ ດຳລັດ ສະບັບ ເລກທີ 599/ລບ, ລົງວັນທີ 29 ກັນຍາ 2022 ວ່າດ້ວຍລົດຂອງລັດ ແລະ ການ ສະເໜີປັບປຸງນິຕິກຳກ່ຽວກັບວຽກງານ ສາມສ້າງ. ພ້ອມກັນນີ້, ໃນກອງປະຊຸມ ຍັງຈະໄດ້ຮັບຟັງການສະເໜີ ແລະ ແນະ ນຳວຽກງານວິຊາສະເພາະຈາກກົມວິ ຊາການ ຂອງກະຊວງການເງິນຈຳ ນວນໜຶ່ງ. ຂ່າວ: ມະນີທອນ; ພາບ: ກະຊວງການເງິນ ຂປລ. ກອງປະຊຸມວຽກງານໄອຍະ ການ ທົ່ວປະເທດ ປະຈຳປີ 2022 ໄຂ ຂຶ້ນໃນວັນທີ 20 ທັນວາ 2022 ທີ່ນະ ຄອນຫລວງວວຽງຈັນ ພາຍໃຕ້ການ ເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ມີບັນດາຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາອົງການໄອຍະການທະຫານ ຂັ້ນສູງ, ບັນດາຄະນະນໍາອົງການໄອຍະ ການປະຊາຊົນພາກ 3 ພາກ ແລະ ແລະ ບັນດາຄະນະນໍາອົງການໄອຍະການ ປະຊາຊົນນະຄອນຫລວງ ແລະ 17 ແຂວງ, ຄະນະນໍາອົງການໄອຍະກາ ນ ປະຊາຊົນເຂດ ແລະ ຫ້ອງການອົງການ ໄອຍະການປະຊາຊົນເຂດປະຈໍາເມືອງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມ ກັນສະຫລຸບຕີລາຄາ ການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XI ແລະ ມະຕິກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະ ນະພັກ ອົງການໄອຍະການປະຊາຊົນ ສູງສຸດ ແລະ ແຜນພັດທະນາ 5 ປີ ຂອງ ອົງການໄອຍະການປະຊາຊົນ ຄັ້ງທີ III (ປີ 2021-2025) ຊຶ່ງປະກອບ ດ້ວຍ 6 ແຜນງານ ແລະ 25 ໂຄງການ, ພິເສດ ແມ່ນພວກເຮົາກໍາລັງຈັດຕັ້ງຜັນ ຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນແລະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອສ້າງການຫັນປ່ຽນໃຫ້ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ທີ່ໄດ້ກໍານົດໄວ້. ໂອກາດນີ້, ທ່ານ ບຸນທັນ ບຸນທະວິ ໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ໄດ້ຜ່ານບົດສະຫລຸບ ການເຄື່ອນໄຫວວຽກງານໄອຍະການ ປະຊາຊົນທົ່ວປະເທດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ໄລຍະຜ່ານມາ ຄະນະພັກ-ຄະນະ ນໍາອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ແຕ່ລະ ຂັ້ນ ຖືວຽກງານການເມືອງແນວຄິດເປັນ ກົກ ແລະ ເອົາໃຈໃສ່ສຶກສາອົບຮົມ, ໂຄ ສະນາ, ເຜີຍແຜ່ແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ແລະ ກົດໝາຍ ຂອງລັດໃຫ້ແກ່ສະມາຊິກພັກ, ພະນັກ ງານ-ລັັດຖະກອນ ເປັນປົກກະຕິ; ເອົາໃຈ ໃສ່ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ແຕ່ສູນ ກາງລົງຮອດທ້ອງຖິ່ນ ໂດຍໄດ້ປັບ ປຸງ, ກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອ ຍະການ, ອົງການໄອຍະການປະຊາຊົນ ພາກ, ແຂວງ-ນະຄອນຫລວງ, ເຂດ ແລະ ພະນັກງານອົງການໄອຍະການ ປະຊາຊົນເຂດ ລົງໄປປະຈໍາເມືອງ ຕິດ ພັນກັບການປັບປຸງກົງຈັກ ແລະ ບັນ ຈຸສັບຊ້ອນພະນັກງານນໍາພາ-ຄຸ້ມຄອງ ຄືນໃໝ່, ສັບຊ້ອນຈາກສູນກາງ ໄປເພີ່ມ ໃຫ້ທ້ອງຖິ່ນ. ສ່ວນການຕິດຕາມກວດກາການ ປະຕິບັດກົດໝາຍຂອງອົງການສືບ ສວນ-ສອບສວນ ໃນໄລຍະ 11 ເດືອນ ຜ່ານມາ ໄດ້ຕິດຕາມກວດກາການປະ ຕິບັດຄໍາສັ່ງຕ່າງໆທີ່ອອກໄປແລ້ວ ເຊັ່ນ: ອອກຄໍາສັ່ງເປີດການສືບສວນສອບສວນ 803 ສະບັບ; ອອກຄໍາສັ່ງ ຍຶດ ແລະ ອາຍັດຊັບ 73 ສະບັບ; ອອກ ຄໍາສັ່ງກວດຄົ້ນເຄຫາສະຖານ 1.514 ສະບັບ; ອອກຄໍາສັ່ງຈັບຕົວ 2.911 ສະບັບ; ອອກຄໍາສັ່ງກັກຂັງພາງ 12.448 ສະບັບ; ອອກຄໍາສັ່ງຕໍ່ກໍານົດ ເວລາກັກຂັງພາງ 9.776 ສະບັບ; ອອກຄໍາສັ່ງປ່ອຍຕົວພາງ 789 ສະບັບ; ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 182 ສະບັບແລະອອກຄໍາແນະນໍາກ່ຽວກັບກ ານດໍາເນີນຄະດີອາຍາ 2.308 ສະບັບ. ຜ່ານການຕິດຕາມກວດກາ ເຫັນວ່າ ບັນດາຄໍາສັ່ງເຫລົ່ານັ້ນ ແມ່ນໄດ້ຮັບ ການຈັດຕັ້ງປະຕິບັດຖືກຕ້ອງຕາມກົດ ໝາຍ ແລະ ລະບຽບຫລັກການທີ່ກໍາ ນົດໄວ້. ຂ່າວ-ພາບ: ສົມຫວັງ 020 95289975) ແລະ ນາງ ສາວດອກງິ້ວບານ ແມ່ນຄັດເລືອກ ນາງສາວງາມຈາກແຕ່ລະເມືອງໃນ ແຂວງບໍ່ແກ້ວ ເຊິ່ງໝົດເຂດຮັບສະ ໝັກວັນທີ 8 ມັງກອນ 2023 ໂດຍ ເງິນລາງວັນ150ລ້ານກີບ.(ຕ້ອງການ ສະໝັກ ຕິດຕໍ່ເບີ 020 5996 8887). ການຈັດງານດັ່ງກ່າວເປັນຄັ້ງທຳອິດ ທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນ ເຊິ່ງນາງສາວທ່ານໃດຫາກ ມີຄົນສົນໃຈ ຫລື ທ່ານໃດ ທີ່ມັກນາງ ສາວໃດ ຢາກໃຫ້ຜູ້ໃດຊະນະກໍໄປຊົມໄປ ເຊຍກັນໄດ້. ພາຍໃນເທສະການ ດອກງິ້ວ ບານ ຍັງມີກິດຈະກຳຫລາຍຢ່າງເຊັ່ນ: ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ເທສະການດົນຕີດອກງິ້ວສີຄຳ, ການ ແຂ່ງຂັນຕີມວຍ, ກິດຈະກຳປ່ອຍ ໂຄມໄຟ 1.000 ອັນ, ກິດຈະກຳໄຫລ ເຮືອໄຟ, ການສະແດງດອກໄມ້ໄຟ ແລະ ອື່ນໆອີກ. ຄຽງຄູ່ກັບຈັດກິດຈະ ກຳທີ່ເປັນ ວັດທະນະທຳຂອງທ້ອງຖິ່ນ ລາວເຮົາ ຍັງມີກິດຈະກຳແບບສາກົນ ໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນ ໄປທ່ຽວ ກໍສາມາດເອົາງານດັ່ງກ່າວ ເປັນຈຸດໝາຍປາຍທາງຂອງການເດີນ ທາງໄດ້. ທ່ານນາງ ປ່າເຍຍ ຢ່າງເຊົາເຢ້ ຫົວ ໜ້າທີມອາສາສະໝັກຮັກສາຄວາມສະ ອາດ ໃຫ້ແກ່ງານຊຽງຂວາງເກມ ໄດ້ ໃຫ້ສຳພາດວ່າ: ພວກເຮົາແມ່ນກຸ່ມອາ ສາສະໝັກຈາກສະໂມສອນກິລາຣັກບີ້ ຊຽງຂວາງ ຮ່ວມກັບອົງການສະຫະປະ ຊາຊາດ ທຸກໆການແຂ່ງຂັນ ຈະມີການ ໂຄສະນາປຸກລະດົມ ໃຫ້ມວນຊົນມີສ່ວນ ຮ່ວມໃນການຮັກສາຄວາມສະອາດ ແລະ ເກັບມ້ຽນສິ່ງເສດເຫລືອຂອງຕົນ ຫລັງຈາກຊົມການແຂ່ງຂັນແລ້ວ ເພື່ອ ເຮັດໃຫ້ສະພາບແວດລ້ອມທຸກສະໜາມ ການແຂ່ງຂັນ ໃຫ້ມີຄວາມສະອາດຈົບ ງາມຢູ່ສະເໝີ. ການຈັດກິດຈະກຳຮັກສາຄວາມ ສະ ອາດ ໃຫ້ແກ່ງານກິລາຄັ້ງນີ້, ໄດ້ຮັບ ການສະໜັບສະໜູນຈາກ UNDP, KOICA ແລະ Global Shapers Vientiane Hub ເຊິ່ງຈັດຕັ້ງປະຕິ ບັດໂດຍກຸ່ມ ນັກກິລາ ຣັກບີ້ ສະໂມສອນ ຊຽງຂວາງ, ມີອາສາສະໝັກ ທັງໝົດ 100 ຄົນ, ຮັບຜິດຊອບ ປະຈໍາ 14 ສະໜາມ ຄື: ສະໜາມກະຕໍ້ ໃນຮົ່ມຄັງ ໄຂ, ສະໜາມກິລາໄຫຫີນ, ສະໜາມ ກິລາໄຊຊະນະ, ສະໜາມບານສົ່ງໃນ ຮົ່ມໄຊຊະນະ, ບານສົ່ງຫາດຊາຍ ສວນ ອ່າງນໍ້າຫງໍາ, ສະໜາມເປຕັງໃນຮົ່ມ ສວນມອນ ບ້ານໂງຍ, ສະໜາມກິລາ ໜາກຂ່າງໄຫຫີນ, ສະໜາມກັອບພູກູດ ທອງຄໍາ, ສະໜາມກິລາດອກປີກໄກ່ ແຂວງ, ສະໜາມເທັນນິດ ໄຊຊະນະ, ສະໜາມປິ່ງປ່ອງ ພະແນກແຜນການ ແລະ ການລົງທຶນ, ສະໜາມມວຍລາວ ເດີ່ນໃນຮົ່ມສວນມອນ ບ້ານໂງຍ, ສະ ໜາມຢູໂດ ໂຮງຮຽນ ພອນສະຫວັນ ແລະ ສະໜາມວູຊູ ເດີ່ນໃນຮົ່ມຂັງໄຂ. ທີມອາສາສະໝັກປະຈໍາແຕ່ລະສະໜາມ ແມ່ນໄດ້ປຸກລະດົມໃຫ້ມວນຊົນທີ່ມາຊົມ ການແຂ່ງຂັນ ໃຫ້ຊ່ວຍກັນຮັກສາຄວາມ ສະອາດ, ເປັນເຈົ້າການໃນການມ້ຽນ ຂີ້ເຫຍື້ອຕົນເອງ. ພ້ອມນີ້, ຍັງໄດ້ຕິດ ປ້າຍໂຄສະນາຫ້າມສູບຢາ ຢູ່ຕາມແຕ່ ລະຈຸດສະໜາມການແຂ່ງຂັນ ແລະ ອຳນວຍຄວາມສະດວກຖັງຂີ້ເຫຍື້ອ ຕັ້ງ ໄວ້ຢູ່ແຕ່ລະສະໜາມເປັນຈຳນວນ ຫລາຍ. ທ່ານນາງ ປ່າເຍຍ ຢ່າງເຊົາເຢ້ ຍັງ ໄດ້ຝາກເຖິງມວນຊົນທີ່ເຂົ້າມາຊົມການ ແຂ່ງຂັນ ຈົ່ງເປັນເຈົ້າການໃນການຮັກ ສາຄວາມສະອາດຊ່ວຍກັນ ດ້ວຍການ ເກັບມ້ຽນຂີ້ເຫຍື້ອລົງຖັງຂີ້ເຫຍື້ອ ທີ່ ພວກເຮົາໄດ້ຈັດວາງໄວ້ຕາມຈຸດຕ່າງໆ ເພື່ອເປັນການປະກອບສ່ວນໃນການ ຮັກສາຄວາມສະອາດ ເຮັດໃຫ້ງານ ກິລາຄັ້ງນີ້ ສຳເລັດດ້ວຍຄວາມສະອາດ ແລະ ຈົບງາມ. ສະຫລຸບວຽກງານການເງິນ... ກອງປະຊຸມ... ເຊີນທ່ຽວ... ພ້ອມກັນຮັກສາ...
RkJQdWJsaXNoZXIy MTc3MTYxMQ==