ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 21.12.2022 ປີທີ 21 ສະບັບທີ 5.521 xtmko wdlvo rq ,;y sko pn opq '.ork]tdy fxt8y ;a f 0v'r;dgIq k8ts]vfwx -6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko F ອ່ານຕໍ່ໜ້າ 4 lts]5 [;Pd'kodkog'y o xt9exu 2022 dv'xt-5 , wvptdko xt-k-q omqj ;xtgmf xt9exu 2022 mtskog,n v'r6 d6 f gxa og9Q kdkoxh v'da o ,tstdedy ]kcsj '-kf rh v,da oIa dlk7;k,ltvkf .o'ko-P'0;k'gd, F ອ່ານຕໍ່ໜ້າ 2 lko-q ,g-u p;a o-kf lxx ]k; 7q [Iv[ 47 xu F ອ່ານຕໍ່ໜ້າ 2 ll- l5 ,.lj xa [x5 ' Ij k'dq f\kp;j kfh ;pdkomk'oE -P'0;k' c]t xdgxa og9Q ks]Po7e dy ]k16 3f .o-P'0;k'gd, o; deoq fgvq koq dp5 ' gxa ola foe3-d .o,tstde dy ]kcsj '-kf 7A 'mu XII ທ່ານ ບຸນໂຈມ ອຸບົນປະເສີດ ຂປລ. ເມື່ອບໍ່ດົນມານີ້, ສົມເດັດ ອັນ-ຊຸນຕັນ ອັບດຸນລາ ຣິອາຍາຕຸດດິນ ອັນມຸດສະຕາ ບິນລາ ຊາ ອິບນິ ອັນມາຣູມ ຊຸນຕັນ ຮາຈິ ອາມັດ ຊາ ອັນ-ມຸດສະຕາ ອິນ ບິນລາ ເຈົ້າຊີວິດ ແຫ່ງ ມາເລເຊຍ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຄົບຮອບ 47 ປີ. ເນື້ອໃນສານ ໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ, ພວກຂ້າພະເຈົ້າຂໍຝາກ ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນອົບອຸ່ນມາຍັງທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພວກຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປ ເລື້ອຍໆ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນຮ່ວມມື ລະຫວ່າງ ປະຊາຊົນ ຢ່າງກວ້າງຂວາງກວ່າເກົ່າ ຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະຖາວອນ ຂອງສອງຊາດ ຂອງພວກເຮົາ ໂດຍສະເພາະການສົ່ງເສີມການຮ່ວມມືພາຍຫລັງ ການແພ່ລະ ບາດຂອງພະຍາດໂຄວິດ-19. ຂປລ. ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໃນປີ 2025 ຕໍ່ຈາກ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ເຊິ່ງໃນເບື້ອງຕົ້ນ, ຄາດວ່າຈະເລືອກ ເອົາປະຕູໄຊ ເປັນສັນຍະລັກ ແລະ ເອົາ ນົກຍຸງ ເປັນສັດນໍາໂຊກ. ທ່ານ ສົມພອນ ສອນດາລາ, ຫົວ ໜ້າພະແນກສຶກສາທິການແລະກິລານະ ຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ ມວນຊົນ ໃນວັນທີ 19 ທັນວາ 2022 ນີ້ວ່າ: ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ຈະໄດ້ ຮັບກຽດເປັນເຈົ້າພາບ ໃນເບື້ອງຕົ້ນ ຄາດວ່າຈະເລືອກເອົາປະຕູໄຊ ເປັນສັນ ຍະລັກ ເນື່ອງຈາກວ່າ ປະຕູໄຊໝາຍ ເຖິງໄຊຊະນະ ແລະ ການແຂ່ງຂັນກິລາ ແຕ່ລະປະເພດຕ້ອງມີໄຊຊະນະ ແລະ ການເລືອກເອົານົກຍຸງເປັນສັດນໍາໂຊກ ເນື່ອງຈາກເປັນສັດທີ່ສວຍງາມ ແລະ ເປັນສັດທີ່ໃກ້ຈະສູນພັນ, ສັດດັ່ງກ່າວ, ຍັງມີຢູ່ບ້ານນາຄັນທຸງ ເມືອງໄຊທານີ, ນະຄອນຫລວງວຽງຈັນ ທັງນີ້, ກໍເພື່ອ ເຮັດໃຫ້ລູກຫລານ ກໍຄື ຄົນຮຸ່ນຫລັງ ໄດ້ເຫັນ ແລະ ຮັບຮູ້ເຖິງຄວາມເປັນມາ ຂອງນົກຍຸງຢູ່ນະຄອນຫລວງວຽງຈັນ. ນັບແຕ່ມື້ຮັບທຸງກິລາແຫ່ງຊາດຕໍ່ຈາກ ແຂວງຊຽງຂວາງ ເປັນຕົ້ນໄປ, ນະຄອນ ຫລວງວຽງຈັນ ຈະຮ່ວມກັບກະຊວງ ສຶກສາທິການ ແລະ ກິລາ, ລວມທັງ F ອ່ານຕໍ່ໜ້າ 7 ວຽກງານຂອງຂະແໜງການເງິນ ປະ ຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໃນວັນທີ 20 ທັນວາ 2022 ໂດຍການເປັນ ປະທານ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະ ຊວງການເງິນ, ມີຜູ້ຕາງໜ້າຈາກກະ ຊວງ, ອົງການ, ຫົວໜ້າພະແນກການ ແຂວງໃນຂອບເຂດທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນ ທ່າມກາງສະພາບແວດລ້ອມທີ່ມີຄວາມ ຫຍຸ້ງຍາກຫລາຍປະການ, ແຕ່ຄະນະ ຂປລ.ການແຂ່ງຂັນກິລາໃນງານ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ເຊິ່ງຈັດຂຶ້ນ ທີ່ແຂວງຊຽງຂວາງ ໃນລະຫວ່າງ ວັນທີ 13-22 ທັນວາ 2022 ຖືໄດ້ວ່າ ເປັນງານມະຫະກໍາກິລາ ທີ່ຍິ່ງໃຫຍ່ ຂອງປວງຊົນລາວ ທັງຊາດເວົ້າລວມ, ເວົ້າສະເພາະຊາວແຂວງຊຽງຂວາງ ມີຄວາມຍິນດີທີ່ໄດ້ຮັບກຽດເປັນເຈົ້າ ພາບ, ທັງປະກອບສ່ວນຮັກສາຄວາມ ສະອາດແລະສະພາບແວດລ້ອມໃຫ້ຈົບ ງາມ ເພື່ອຕ້ອນຮັບແຂກບ້ານແຂກ ເມືອງ ທີ່ເຂົ້າມາທ່ຽວຊົມການແຂ່ງຂັນ ໃນຄັ້ງນີ້. ຂປລ.ການປະກວດນາງສາວດອກ ງິ້ວບານແລະນາງສາວທ່ອງທ່ຽວລາວ ຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມ ຫລ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ; ປະຈຸບັນ ຜູ້ຮັບຜິດຊອບແມ່ນກຳລັງດຳ ເນີນການຄັດເລືອກນາງສາວງາມ ເຊິ່ງ ວັນທີ25ທັນວາ2022ແມ່ນມື້ສຸດທ້າຍ ຂອງການຮັບສະໝັກ ນາງສາວທ່ອງ ຂປລ. ກະຊວງການເງິນ ຈັດກອງ ປະຊຸມສະຫລຸບການຈັດຕັ້ງປະຕິບັດ g-u omj P;gmltdko fvd';[ko 7A 'mu 20 Y F ອ່ານຕໍ່ໜ້າ 7 F ອ່ານຕໍ່ໜ້າ 7 ທ່ຽວລາວແລະການປະກວດນາງສາວ ທ່ອງທ່ຽວລາວ. ການປະກວດນາງສາວ ທ່ອງທ່ຽວ ລາວ ແມ່ນການຄັດເລືອກນາງສາວ ງາມ ຈາກທຸກແຂວງທົ່ວປະເທດ ເພື່ອ ຊີງເງິນລາງວັນຫລາຍເຖິງ 300 ລ້ານກີບ (ຕ້ອງການສະໝັກ ຕິດຕໍ່ເບີ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ທ່ານ ໄຊຊະນະ ໂຄດພູທອນ ຜູ້ທີ 3 (ນັບຈາກຊ້າຍ) F ອ່ານຕໍ່ໜ້າ 2
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/12/2022 xtgmf]k; ສສຊ... ສານຊົມເຊີຍວັນຊາດ... ຂ້າພະເຈົ້າ ພ້ອມດ້ວຍ ມະເຫສີ ຣາຈາ ອາກົງ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງສືບຕໍ່ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວ ຈົ່ງມີຄວາມສະຫງົບສຸກ, ປະສົບຜົນສໍາເລັດ ແລະ ຄວາມວັດທະນະຖາວອນ ຕະຫລອດໄປ. ໃນໂອກາດດຽວກັນ, ທ່ານ ເອັມດີ. ອັບດຸລຮາມິດ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ປະຊາຊົນບັງກະລາເທດ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວວ່າ: ເນື່ອງໃນໂອກາດ ອັນສະຫງ່າລາສີ ວັນຊາດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມຍິນດີເປັນ ຢ່າງຍິ່ງ ສົ່ງຄໍາອວຍພອນໄຊອັນອົບອຸ່ນ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນເພື່ອນມິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຖ້ວນໜ້າ. ບັງກະລາເທດ ໃຫ້ຄວາມສຳຄັນສູງຕໍ່ສາຍພົວພັນ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍຄວາມໄວ້ເນື້ອເຊື່ອ ໃຈ ເຊິ່ງກັນ ແລະ ກັນ, ມິດຕະພາບ ແລະ ການຮ່ວມມືອັນຈິງໃຈທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ເພີ່ມທະວີ ຍິ່ງໆຂຶ້ນໃນຕໍ່ໜ້າ. ສອງປະເທດພວກເຮົາ ມີທ່າແຮງຫລວງຫລາຍ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ອັນສະໜິດແໜ້ນຂອງພວກເຮົາໃນລວງເລິກ ແລະ ຮອບດ້ານ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ທ່ານຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ມີອາຍຸຍືນຍາວ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຈົ່ງສືບຕໍ່ມີສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນະ ຖາວອນ. ພ້ອມນີ້, ທ່ານ ຊີກ ຮາຊີນາ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນ ໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ເຊັ່ນດຽວກັນ. ຂປລ. ສະມາຊິກສະພາແຫ່ງຊາດ (ສສຊ) ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍການທາງນໍ້າ (ສະບັບສ້າງໃໝ່) ເຊິ່ງ ສສຊ ຫລາຍ ທ່ານໄດ້ສະເໜີໃຫ້ປ່ຽນຊື່ ຈາກກົດໝາຍ ວ່າດ້ວຍການທາງນໍ້າ ມາເປັນກົດໝາຍ ວ່າດ້ວຍກິດຈະການທາງນໍ້າ, ສະເໜີໃຫ້ ສັບຊ້ອນ ຫລື ໂຮມ, ປັບປຸງ, ປ່ຽນແປງ ແລະ ອະທິບາຍຄໍາສັບເຂົ້າຕື່ມໃນບາງ ໝວດ, ບາງພາກ ແລະ ບາງມາດຕາ ເພື່ອ ໃຫ້ເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ, ຮັດກຸມ ແລະ ແທດເໝາະກັບສະພາບຕົວ ຈິງ ເຊິ່ງຮ່າງກົດໝາຍ ດັ່ງກ່າວສະເໜີ ໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງອໂຍທາທິການ ແລະ ຂົນສົ່ງ ໃນກອງປະຊຸມສະໄໝ ສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ທັນວາ 2022. ທ່ານ ລິນຄຳ ດວງສະຫວັນ ສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ປະ ກອບຄຳຄິດເຫັນ ໃສ່ກົດໝາຍວ່າດ້ວຍ ການທາງນໍ້າ ເຊິ່ງເປັນກົດໝາຍທີ່ມີ ຄວາມສຳຄັນ ຕໍ່ການພັດທະນາເສດຖະ ກິດສັງຄົມແລະ ເປັນເຄື່ອງມືໃນການຄຸ້ມ ຄອງວຽກງານທາງນໍ້າ ເນື່ອງຈາກ ວ່າປັດຈຸບັນ ຍັງບໍ່ທັນມີກົດໝາຍກ່ຽວ ກັບວຽກງານທາງນໍ້າເທື່ອ. ນອກຈາກ ນີ້, ສປປ ລາວ ຍັງມີແມ່ນໍ້າລຳເຊຫລາຍ ສາຍທີ່ນຳໃຊ້ເຂົ້າໃນການຄົມມະນາຄົມ ເຮັດການພັດທະນາເສດຖະກິດມີການ ຂະຫຍາຍຕົວ ຖ້າຫາກວ່າກົດໝາຍ ສະບັບດັ່ງກ່າວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງ ວຽກງານທາງນໍ້າ ມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະການແບ່ງຄວາມ ຮັບຜິດຊອບ ລະຫວ່າງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວ ຂ້ອງມີຄວາມເປັນເອກະພາບ ໃນຂອບ ເຂດທົ່ວປະເທດ. ນອກຈາກນີ້, ທ່ານ ພອນສານ ວິໄລ ເມັ້ງ ສສຊ ເຂດເລືອກຕັ້ງທີ 13 ສະ ຫວັນນະເຂດ ໄດ້ກ່າວວ່າ: ກົດໝາຍວ່າ ດ້ວຍການທາງນໍ້າ ເປັນກົດໝາຍທີ່ມີ ຄວາມສຳຄັນ ຕໍ່ການພັດທະນາເສດ ຖະກິດສັງຄົມ ໂດຍສະເພາະຕໍ່ກັບ ການຄົມມະນາຄົມທາງນໍ້າ ເຊິ່ງໃນໄລ ຍະຜ່ານມາເຫັນວ່າ ບັນຫາທີ່ເກີດຂຶ້ນ ຈາກການຄົມມະນາຄົມທາງນໍ້າເຫັນ ວ່າມີຫລາຍບັນຫາ ທີ່ຕ້ອງໄດ້ຮັບການ ແກ້ໄຂ. ສະນັ້ນ, ກົດໝາຍສະບັບດັ່ງກ່າວ ຈະຊ່ວຍໃນການຄຸ້ມຄອງ, ດັດສົມ ຕາມຈຸດປະສົງທີ່ໄດ້ກຳນົດໄວ້, ນອກ ຈາກນີ້ຍັງມີຄຳເຫັນໃສ່ບາງມາດຕາ ໂດຍສະເພາະມີບາງຄຳສັບເຫັນວ່າສັງ ຄົມກໍຄືພໍ່ແມ່ປະຊາຊົນເຂົ້າໃຈແຈ້ງແລ້ວ ເປັນຕົ້ນແມ່ນເຮືອ, ຜູ້ຂັບເຮືອ, ແມ່ນໍ້າ, ຄາລາຫົວໜ່ວຍ ເຊິ່ງເປັນຄຳເວົ້າທົ່ວໄປ ປະຊາຊົນແມ່ນເຂົ້າໃຈແລ້ວ ບໍ່ຄວນມາ ອະທິບາຍ ຕື່ມອີກ. ການປະກອບຄຳເຫັນຂອງ ສສຊ ຕໍ່ຮ່າງກົດໝາຍວ່າດ້ວຍການທາງນໍ້າ ໃນຄັ້ງນີ້, ກໍເພື່ອກຳນົດຫລັກການ, ລະ ບຽບການກ່ຽວກັບການຄຸ້ມຄອງ, ຕິດ ຕາມກວດກາການທາງນໍ້າ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວມີປະສິດປະພາບ, ປະສິດທິຜົນ, ທັນສະໄໝ, ຍືນຍົງ ແລະ ເປັນມິດຕໍ່ສິ່ງ ແວດລ້ອມ ແນໃສ່ຮັບປະກັນໃຫ້ການ ທາງນໍ້າມີຄວາມສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ ສາ ມາດເຊື່ອມໂຍງກັບສາກົນ ປະກອບ ສ່ວນເຂົ້າໃນວຽກງານ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ. ຂ່າວ: ກິດຕາ; ພາບ: ເກດສະໜາ ພັກ ແລະ ບັນດາກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ຍົກສູງ ຄວາມຮັບຜິດຊອບ ແລະ ເອົາໃຈໃສ່ນຳ ພາ-ຊີ້ນຳ ການຈັດຕັ້ງປະຕິບັດງົບປະ ມານແຫ່ງລັດປະຈຳປີ 2022 ໂດຍ ໄດ້ບຸກທະລຸເຂົ້າສູ່ວຽກງານຕົວຈິງ ດ້ວຍການວາງນະໂຍບາຍ, ນິຕິກໍາ ແລະ ກົນໄກການຈັດຕັ້ງປະຕິບັດຢ່າງລະ ອຽດຈະແຈ້ງ ແລະ ສອດຄ່ອງກັບສະ ພາບຕົວຈິງ ອັນທີ່ພົ້ນເດັ່ນ ແມ່ນການ ຍົກລະດັບການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນ ເປັນວາລະແຫ່ງຊາດ ໂດຍສະເພາະ ການອັດຊ່ອງວ່າງການຮົ່ວໄຫລ, ນະໂຍ ບາຍປະຢັດ ແລະ ຕ້ານການຟຸມເຟືອຍ ເຂົ້າສູ່ລວງເລິກໃນການປະຕິບັດແຜນ ງົບປະມານແຫ່ງລັດປະຈໍາປີ 2022 ສາມາດປະຕິບັດ ໄດ້ຕາມແຜນ ແລະ ລື່ນແຜນສະພາແຫ່ງຊາດຮັບຮອງ, ພ້ອມທັງສຸມໃສ່ປ້ອງກັນ, ຄວບຄຸມການ ແພ່ລະບາດຂອງພະຍາດໂຄວິດ-19 ກໍຄື ແກ້ໄຂຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ສາມາດຮັບປະກັນ ສະຖຽນລະພາບທາງດ້ານການເມືອງ ໄວ້ໄດ້ຢ່າງໜັກແໜ້ນ, ການພັດທະນາ ເສດຖະກິດ -ສັງຄົມແຫ່ງຊາດ ຢູ່ປະ ເທດເຮົາ ສືບຕໍ່ດຳເນີນຢ່າງຕໍ່ເນື່ອງ, ຄາດຄະເນວ່າໝົດປີ ຈະສູ້ຊົນໃຫ້GDP ຂະຫຍາຍົວໃນລະດັບ 4,4%. ພ້ອມ ນັ້ນ ກໍເຫັນໄດ້ຈະແຈ້ງບັນຫາຂໍ້ຄົງຄ້າງ ທີ່ຕ້ອງສຸມໃສ່ແກ້ໄຂຢ່າງເອົາຈິງເອົາ ຈັງ ແລະ ເປັນລະບົບ ຄື: ສືບຕໍ່ແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ບັນຫາໜີ້ສິນທີ່ສະສົມ ມາຍາວນານ, ອັດຕາແລກປ່ຽນສະກຸນ ເງິນຕ່າງໆ, ອັດຕາເງິນເຟີ້ ແລະ ຄ່າ ຄອງຊີບ. ບັນຫາສຳຄັນທີ່ສຸດແມ່ນ ພວກເຮົາຕ້ອງຮັບຮູ້ຢືນຢັນ ຕໍ່ຜົນສຳ ເລັດທີ່ຍາດມາໄດ້ ແລະ ຕ້ອງຮັບຮູ້ເຖິງ ບັນຫາທີ່ເປັນພື້ນຖານຈຸດອ່ອນຂໍ້ຄົງ ຄ້າງ ທີ່ຈະພາໃຫ້ພວກເຮົາມີຄວາມ ຫຍຸ້ງຍາກ. ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ຈະ ໄດ້ສະເໜີບາງບັນຫາທີ່ຄວນເອົາໃຈໃສ່ ໂດຍສະເພາະ ຕີລາຄາສະພາບການ ຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງ ລັດປີ 2022 ເປັນຕົ້ນ ການຂຸດຄົ້ນທ່າ ແຮງບົ່ມຊ້ອນທີ່ພວກເຮົາເກັບ ເຂົ້າງົບ ປະມານແຫ່ງລັດຢ່າງພາວະວິໄສ, ຕ້ອງ ຮັບຮູ້ແລະ ກ້າຮັບຜິດຊອບຕໍ່ຜົນສຳເລັດ ແລະ ກ້າຕຳນິວິຈານສິ່ງທີ່ພວກເຮົາເຮັດ ບໍ່ໄດ້ດີ ເຮັດໃຫ້ເກັບລາຍຮັບບໍ່ຄົບຖ້ວນ, ເກັບແລ້ວບໍ່ມອບ, ຮົ່ວໄຫລໃນຫລາຍ ຂອດຂັ້ນ, ຫລາຍຂົງເຂດທີ່ຍັງສະສົມ ມາບໍ່ໄດ້ຖືກແກ້ໄຂ; ເກັບລາຍຮັບບໍ່ສົມ ຄູ່ກັບທ່າແຮງບົ່ມຊ້ອນ ທ່າແຮງທີ່ພວກ ເຮົາມີ ເປັນຕົ້ນ ໃນຂົງເຂດຊັບພະຍາ ກອນທຳມະຊາດ,ແຮ່ທາດ,ພະລັງງານ, ການນຳເຂົ້ານໍ້າມັນເຊື້ອໄຟ, ອຸປະ ກອນກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ເຄື່ອງ ອຸປະໂພກ-ບໍລິໂພກ ແລະ ອື່ນໆ ນີ້ຕ້ອງ ໄດ້ຕີລາຄາຢ່າງມີຄວາມຮັບຜິດຊອບ ສູງ ເພື່ອເຫັນໄດ້ບັນຫາທີ່ເຮົາຕ້ອງຕັດ ສິນໃຈເດັດຂາດແກ້ໄຂ ເພື່ອຂຸດຄົ້ນທຸກ ທ່າແຮງບົ່ມຊ້ອນຖານລາຍຮັບໃຫ້ໄດ້ ເພີ່ມຂຶ້ນຢ່າງຈະແຈ້ງ ຊັດເຈນ. ພ້ອມນີ້, ຄວາມຈໍາເປັນໃນການຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນທີ່ເປັນບັນຫາທີ່ສະສົມມາຢ່າງຍາວ ນານບໍ່ທັນໄດ້ຮັບການແກ້ໄຂ ເປັນຕົ້ນ ແມ່ນບັນຫາໜີ້ສິນສາທາລະນະພາຍໃນ ແລະ ຕ່າງປະເທດ ສູງເກີນຄວາມສາ ມາດທີ່ຈະແກ້ໄຂໄດ້ໃນໄລຍະສັ້ນ, ບັນ ຫາການລະເມີດວິໄນການເງິນ, ການ ອັດຊ່ອງວ່າງການຮົ່ວໄຫລການຂຸດ ຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນ ກໍຄື ຕາມຄໍາສັ່ງເລກທີ 18/ນຍ ເພື່ອສ້າງ ລາຍຮັບພາຍໃນໃຫ້ເພີ່ມຂຶ້ນ ຕາມທ່າ ແຮງທີ່ມີ ແລະ ສະພາບການຮົ່ວໄຫລ ການເກັບລາຍຮັບຍັງເກີດຂຶ້ນຢ່າງແຜ່ ລາມ, ການປະຕິບັດ ແລະ ຕ້ານການຟຸ່ມ ເຟືອຍ ຕາມດໍາລັດເລກທີ 205/ລບ ເພື່ອຫລຸດຜ່ອນການຂາດດຸນງົບປະ ມານ, ການລະດົມທຶນ ເພື່ອການພັດທະ ນາແລະດຸ່ນດ່ຽງງົບປະມານທັງໝົດນັ້ນ ເປັນບັນຫາພື້ນຖານ ທີ່ເຫັນວ່າໝົດທຸກ ພາກສ່ວນຂະແໜງການສູນກາງ, ທ້ອງ ຖິ່ນ ແລະ ທົ່ວສັງຄົມຕ້ອງໄດ້ເຂົ້າຮ່ວມ ຕາມພາລະບົດບາດ ເພື່ອໃຫ້ມີສ່ວນ ຮ່ວມຂອງທຸກພາກສ່ວນເສດຖະກິດສັງຄົມໃນການແກ້ໄຂບັນຫາ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການ ລາຍງານ, ເຜີຍແຜ່ແລະແນະນຳບັນດາ ເອກະສານທີ່ສຳຄັນ ເປັນຕົ້ນ ສະຫລຸບຕີ ລາຄາການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດປະຈຳປີ 2022 ແລະ ທິດ ທາງແຜນການປະຈຳປີ 2023, ມະຕິ ຂອງສະພາແຫ່ງຊາດສະບັບເລກທີ63/ ສພຊ ລົງວັນທີ 9 ທັນວາ 2022 ແລະ ຮ່າງຄຳແນະນຳການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປີ 2023, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນໃນໄລຍະ ຜ່ານມາ ແລະ ທິດທາງແຜນ ການປີ 2023, ຮ່າງຂໍ້ຕົກລົງ ວ່າດ້ວຍກຳນົດ ໝາຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ (ດຳລັດສະ ບັບເລກທີ 205/ລບ ແລະ ຂໍ້ຕົກລົງ ສະບັບເລກທີ 4000/ກງ (ສະບັບປັບ ປຸງ), ເຜີຍແຜ່ແນະນຳ ດຳລັດ ສະບັບ ເລກທີ 599/ລບ, ລົງວັນທີ 29 ກັນຍາ 2022 ວ່າດ້ວຍລົດຂອງລັດ ແລະ ການ ສະເໜີປັບປຸງນິຕິກຳກ່ຽວກັບວຽກງານ ສາມສ້າງ. ພ້ອມກັນນີ້, ໃນກອງປະຊຸມ ຍັງຈະໄດ້ຮັບຟັງການສະເໜີ ແລະ ແນະ ນຳວຽກງານວິຊາສະເພາະຈາກກົມວິ ຊາການ ຂອງກະຊວງການເງິນຈຳ ນວນໜຶ່ງ. ຂ່າວ: ມະນີທອນ; ພາບ: ກະຊວງການເງິນ ຂປລ. ກອງປະຊຸມວຽກງານໄອຍະ ການ ທົ່ວປະເທດ ປະຈຳປີ 2022 ໄຂ ຂຶ້ນໃນວັນທີ 20 ທັນວາ 2022 ທີ່ນະ ຄອນຫລວງວວຽງຈັນ ພາຍໃຕ້ການ ເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ມີບັນດາຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາອົງການໄອຍະການທະຫານ ຂັ້ນສູງ, ບັນດາຄະນະນໍາອົງການໄອຍະ ການປະຊາຊົນພາກ 3 ພາກ ແລະ ແລະ ບັນດາຄະນະນໍາອົງການໄອຍະການ ປະຊາຊົນນະຄອນຫລວງ ແລະ 17 ແຂວງ, ຄະນະນໍາອົງການໄອຍະກາ ນ ປະຊາຊົນເຂດ ແລະ ຫ້ອງການອົງການ ໄອຍະການປະຊາຊົນເຂດປະຈໍາເມືອງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມ ກັນສະຫລຸບຕີລາຄາ ການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XI ແລະ ມະຕິກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະ ນະພັກ ອົງການໄອຍະການປະຊາຊົນ ສູງສຸດ ແລະ ແຜນພັດທະນາ 5 ປີ ຂອງ ອົງການໄອຍະການປະຊາຊົນ ຄັ້ງທີ III (ປີ 2021-2025) ຊຶ່ງປະກອບ ດ້ວຍ 6 ແຜນງານ ແລະ 25 ໂຄງການ, ພິເສດ ແມ່ນພວກເຮົາກໍາລັງຈັດຕັ້ງຜັນ ຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນແລະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອສ້າງການຫັນປ່ຽນໃຫ້ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ທີ່ໄດ້ກໍານົດໄວ້. ໂອກາດນີ້, ທ່ານ ບຸນທັນ ບຸນທະວິ ໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ໄດ້ຜ່ານບົດສະຫລຸບ ການເຄື່ອນໄຫວວຽກງານໄອຍະການ ປະຊາຊົນທົ່ວປະເທດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ໄລຍະຜ່ານມາ ຄະນະພັກ-ຄະນະ ນໍາອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ແຕ່ລະ ຂັ້ນ ຖືວຽກງານການເມືອງແນວຄິດເປັນ ກົກ ແລະ ເອົາໃຈໃສ່ສຶກສາອົບຮົມ, ໂຄ ສະນາ, ເຜີຍແຜ່ແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ແລະ ກົດໝາຍ ຂອງລັດໃຫ້ແກ່ສະມາຊິກພັກ, ພະນັກ ງານ-ລັັດຖະກອນ ເປັນປົກກະຕິ; ເອົາໃຈ ໃສ່ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ແຕ່ສູນ ກາງລົງຮອດທ້ອງຖິ່ນ ໂດຍໄດ້ປັບ ປຸງ, ກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອ ຍະການ, ອົງການໄອຍະການປະຊາຊົນ ພາກ, ແຂວງ-ນະຄອນຫລວງ, ເຂດ ແລະ ພະນັກງານອົງການໄອຍະການ ປະຊາຊົນເຂດ ລົງໄປປະຈໍາເມືອງ ຕິດ ພັນກັບການປັບປຸງກົງຈັກ ແລະ ບັນ ຈຸສັບຊ້ອນພະນັກງານນໍາພາ-ຄຸ້ມຄອງ ຄືນໃໝ່, ສັບຊ້ອນຈາກສູນກາງ ໄປເພີ່ມ ໃຫ້ທ້ອງຖິ່ນ. ສ່ວນການຕິດຕາມກວດກາການ ປະຕິບັດກົດໝາຍຂອງອົງການສືບ ສວນ-ສອບສວນ ໃນໄລຍະ 11 ເດືອນ ຜ່ານມາ ໄດ້ຕິດຕາມກວດກາການປະ ຕິບັດຄໍາສັ່ງຕ່າງໆທີ່ອອກໄປແລ້ວ ເຊັ່ນ: ອອກຄໍາສັ່ງເປີດການສືບສວນສອບສວນ 803 ສະບັບ; ອອກຄໍາສັ່ງ ຍຶດ ແລະ ອາຍັດຊັບ 73 ສະບັບ; ອອກ ຄໍາສັ່ງກວດຄົ້ນເຄຫາສະຖານ 1.514 ສະບັບ; ອອກຄໍາສັ່ງຈັບຕົວ 2.911 ສະບັບ; ອອກຄໍາສັ່ງກັກຂັງພາງ 12.448 ສະບັບ; ອອກຄໍາສັ່ງຕໍ່ກໍານົດ ເວລາກັກຂັງພາງ 9.776 ສະບັບ; ອອກຄໍາສັ່ງປ່ອຍຕົວພາງ 789 ສະບັບ; ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 182 ສະບັບແລະອອກຄໍາແນະນໍາກ່ຽວກັບກ ານດໍາເນີນຄະດີອາຍາ 2.308 ສະບັບ. ຜ່ານການຕິດຕາມກວດກາ ເຫັນວ່າ ບັນດາຄໍາສັ່ງເຫລົ່ານັ້ນ ແມ່ນໄດ້ຮັບ ການຈັດຕັ້ງປະຕິບັດຖືກຕ້ອງຕາມກົດ ໝາຍ ແລະ ລະບຽບຫລັກການທີ່ກໍາ ນົດໄວ້. ຂ່າວ-ພາບ: ສົມຫວັງ 020 95289975) ແລະ ນາງ ສາວດອກງິ້ວບານ ແມ່ນຄັດເລືອກ ນາງສາວງາມຈາກແຕ່ລະເມືອງໃນ ແຂວງບໍ່ແກ້ວ ເຊິ່ງໝົດເຂດຮັບສະ ໝັກວັນທີ 8 ມັງກອນ 2023 ໂດຍ ເງິນລາງວັນ150ລ້ານກີບ.(ຕ້ອງການ ສະໝັກ ຕິດຕໍ່ເບີ 020 5996 8887). ການຈັດງານດັ່ງກ່າວເປັນຄັ້ງທຳອິດ ທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນ ເຊິ່ງນາງສາວທ່ານໃດຫາກ ມີຄົນສົນໃຈ ຫລື ທ່ານໃດ ທີ່ມັກນາງ ສາວໃດ ຢາກໃຫ້ຜູ້ໃດຊະນະກໍໄປຊົມໄປ ເຊຍກັນໄດ້. ພາຍໃນເທສະການ ດອກງິ້ວ ບານ ຍັງມີກິດຈະກຳຫລາຍຢ່າງເຊັ່ນ: ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ເທສະການດົນຕີດອກງິ້ວສີຄຳ, ການ ແຂ່ງຂັນຕີມວຍ, ກິດຈະກຳປ່ອຍ ໂຄມໄຟ 1.000 ອັນ, ກິດຈະກຳໄຫລ ເຮືອໄຟ, ການສະແດງດອກໄມ້ໄຟ ແລະ ອື່ນໆອີກ. ຄຽງຄູ່ກັບຈັດກິດຈະ ກຳທີ່ເປັນ ວັດທະນະທຳຂອງທ້ອງຖິ່ນ ລາວເຮົາ ຍັງມີກິດຈະກຳແບບສາກົນ ໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນ ໄປທ່ຽວ ກໍສາມາດເອົາງານດັ່ງກ່າວ ເປັນຈຸດໝາຍປາຍທາງຂອງການເດີນ ທາງໄດ້. ທ່ານນາງ ປ່າເຍຍ ຢ່າງເຊົາເຢ້ ຫົວ ໜ້າທີມອາສາສະໝັກຮັກສາຄວາມສະ ອາດ ໃຫ້ແກ່ງານຊຽງຂວາງເກມ ໄດ້ ໃຫ້ສຳພາດວ່າ: ພວກເຮົາແມ່ນກຸ່ມອາ ສາສະໝັກຈາກສະໂມສອນກິລາຣັກບີ້ ຊຽງຂວາງ ຮ່ວມກັບອົງການສະຫະປະ ຊາຊາດ ທຸກໆການແຂ່ງຂັນ ຈະມີການ ໂຄສະນາປຸກລະດົມ ໃຫ້ມວນຊົນມີສ່ວນ ຮ່ວມໃນການຮັກສາຄວາມສະອາດ ແລະ ເກັບມ້ຽນສິ່ງເສດເຫລືອຂອງຕົນ ຫລັງຈາກຊົມການແຂ່ງຂັນແລ້ວ ເພື່ອ ເຮັດໃຫ້ສະພາບແວດລ້ອມທຸກສະໜາມ ການແຂ່ງຂັນ ໃຫ້ມີຄວາມສະອາດຈົບ ງາມຢູ່ສະເໝີ. ການຈັດກິດຈະກຳຮັກສາຄວາມ ສະ ອາດ ໃຫ້ແກ່ງານກິລາຄັ້ງນີ້, ໄດ້ຮັບ ການສະໜັບສະໜູນຈາກ UNDP, KOICA ແລະ Global Shapers Vientiane Hub ເຊິ່ງຈັດຕັ້ງປະຕິ ບັດໂດຍກຸ່ມ ນັກກິລາ ຣັກບີ້ ສະໂມສອນ ຊຽງຂວາງ, ມີອາສາສະໝັກ ທັງໝົດ 100 ຄົນ, ຮັບຜິດຊອບ ປະຈໍາ 14 ສະໜາມ ຄື: ສະໜາມກະຕໍ້ ໃນຮົ່ມຄັງ ໄຂ, ສະໜາມກິລາໄຫຫີນ, ສະໜາມ ກິລາໄຊຊະນະ, ສະໜາມບານສົ່ງໃນ ຮົ່ມໄຊຊະນະ, ບານສົ່ງຫາດຊາຍ ສວນ ອ່າງນໍ້າຫງໍາ, ສະໜາມເປຕັງໃນຮົ່ມ ສວນມອນ ບ້ານໂງຍ, ສະໜາມກິລາ ໜາກຂ່າງໄຫຫີນ, ສະໜາມກັອບພູກູດ ທອງຄໍາ, ສະໜາມກິລາດອກປີກໄກ່ ແຂວງ, ສະໜາມເທັນນິດ ໄຊຊະນະ, ສະໜາມປິ່ງປ່ອງ ພະແນກແຜນການ ແລະ ການລົງທຶນ, ສະໜາມມວຍລາວ ເດີ່ນໃນຮົ່ມສວນມອນ ບ້ານໂງຍ, ສະ ໜາມຢູໂດ ໂຮງຮຽນ ພອນສະຫວັນ ແລະ ສະໜາມວູຊູ ເດີ່ນໃນຮົ່ມຂັງໄຂ. ທີມອາສາສະໝັກປະຈໍາແຕ່ລະສະໜາມ ແມ່ນໄດ້ປຸກລະດົມໃຫ້ມວນຊົນທີ່ມາຊົມ ການແຂ່ງຂັນ ໃຫ້ຊ່ວຍກັນຮັກສາຄວາມ ສະອາດ, ເປັນເຈົ້າການໃນການມ້ຽນ ຂີ້ເຫຍື້ອຕົນເອງ. ພ້ອມນີ້, ຍັງໄດ້ຕິດ ປ້າຍໂຄສະນາຫ້າມສູບຢາ ຢູ່ຕາມແຕ່ ລະຈຸດສະໜາມການແຂ່ງຂັນ ແລະ ອຳນວຍຄວາມສະດວກຖັງຂີ້ເຫຍື້ອ ຕັ້ງ ໄວ້ຢູ່ແຕ່ລະສະໜາມເປັນຈຳນວນ ຫລາຍ. ທ່ານນາງ ປ່າເຍຍ ຢ່າງເຊົາເຢ້ ຍັງ ໄດ້ຝາກເຖິງມວນຊົນທີ່ເຂົ້າມາຊົມການ ແຂ່ງຂັນ ຈົ່ງເປັນເຈົ້າການໃນການຮັກ ສາຄວາມສະອາດຊ່ວຍກັນ ດ້ວຍການ ເກັບມ້ຽນຂີ້ເຫຍື້ອລົງຖັງຂີ້ເຫຍື້ອ ທີ່ ພວກເຮົາໄດ້ຈັດວາງໄວ້ຕາມຈຸດຕ່າງໆ ເພື່ອເປັນການປະກອບສ່ວນໃນການ ຮັກສາຄວາມສະອາດ ເຮັດໃຫ້ງານ ກິລາຄັ້ງນີ້ ສຳເລັດດ້ວຍຄວາມສະອາດ ແລະ ຈົບງາມ. ສະຫລຸບວຽກງານການເງິນ... ກອງປະຊຸມ... ເຊີນທ່ຽວ... ພ້ອມກັນຮັກສາ...
21/12/2022 xtgmf]k; 3 0j k; c]t gsfdko slxm s;o7n o,6 og-N v 2 ;a o xts;a flkf 0v'-kf gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່າ¤Å ່ອນ ll- xtdv[7egsa o.lj Ij k' dq f\kp;j kfh ;p|a 'ln zj kocfo ໂດຍ: ກິດຕາ ພາບ: ເກດສະໜາ glA omk']q fw2 ]k;{9u o c,j o glA omk'csj 'dkora fmtok ltrkxt-k-q oc0;'s];'rt[k' ,u zq oleg]a frQ ogfa j o.odko8y f8k,d;fdk ໂດຍ: CG5N 5hinL 5anL ໃນນັ້ນ, ເດືອນກັນຍາ ແລະ ຕຸລາ 2022 ໄດ້ທຳລາຍສະຖິຕິສອງຄັ້ງ ຂອງການຂົນສົ່ງສິນຄ້າໃນເດືອນ ດຽວ ດ້ວຍຈໍານວນ 1,25 ລ້ານ ໂຕນ ແລະ 1,35 ລ້ານໂຕນ. ປະເພດ ສິນຄ້າຂົນສົ່ງໄດ້ຂະຫຍາຍຈາກ ປຸຍເຄມີ, ຢາງພາລາ, ເຄື່ອງໃຊ້ປະ ຈໍາວັນ ແລະ ອື່ນໆ 100 ກວ່າຊະ ນິດ ໃນເບື້ອງຕົ້ນມາ ເປັນເຄື່ອງເອ ເລັກໂຕຣນິກ, ໄຟຟ້າແສງອາທິດ, ເຕັກໂນໂລຊີການສື່ສານ, ດອກໄມ້ ແລະ ອື່ນ ທັງໝົດຫລາຍກ່ວາ 2.000 ຊະນິດ. ມາຮອດ ເດືອນພະຈິກ 2022, ທົ່ວປະເທດຈີນ ມີທັງໝົດ 25 ແຂວງ ແລະ ເຂດໄດ້ເປີດຖ້ຽວຂະ ບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍ ແດນຕາມເສັ້ນທາງລົດໄຟ ລາວຈີນ ຢ່າງຕໍ່ເນື່ອງ, ຂະບວນລົດໄຟ ຂົນສົ່ງສິນຄ້າສາກົນ hລ້ານຊ້າງ- ແມ່ນ້ຳຂອງi ໄດ້ເປີດການ ສັນຈອນ ຢ່າງເປັນປະຈຳ, ການຂົນສົ່ງສິນ ຄ້າປົກຄຸມໄປເຖິງປະເທດຈີນ, ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູ ເຈຍ, ສິງກະໂປ ແລະ ປະເທດ/ເຂດ ແຄວ້ນອື່ນໆ. ວັນທີ 1 ພະຈິກ 2022, ສະຖາ ນີເມືອງໄຊຂອງເສັ້ນທາງລົດໄຟ ລາວ-ຈີນ ທີ່ພາກເໜືອຂອງລາວ ໄດ້ເລີ່ມເຮັດທຸລະກິດຂົນສົ່ງສິນ ຄ້າ.ມາຮອດດຽວນີ້, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດສະຖານີບໍລິການ ຂົນສົ່ງສິນຄ້າໄດ້ເຖິງ 7 ແຫ່ງ, ເປັນ ຂີດໝາຍຂອງການເປີດສະຖານີ ຂົນສົ່ງສິນຄ້າໄດ້ທັງໝົດຂອງເສັ້ນ ທາງລົດໄຟ ລາວ-ຈີນ, ເສັ້ນທາງ ລົດໄຟລາວ-ຈີນ, ແລວທາງໃໝ່ທາງ ບົກ-ທະເລຕາເວັນຕົກ ແລະ ທາງ ລົດໄຟຈີນ-ເອີຣົບບັນລຸການເຊື່ອມ ຕໍ່ຢ່າງບໍ່ມີຊ່ອງຫວ່າງ. ໂດຍສຸມໃສ່ຄວາມຕ້ອງການໃນ ການເດີນທາງຂອງປະຊາຊົນຢູ່ສິບ ສອງພັນນາ, ພູເອີ ແລະ ສະຖານ ທີ່ອື່ນໆຕາມເສັ້ນທາງລົດໄຟລາວຈີນ, ໄລຍະທາງພາຍໃນປະເທດ ຈີນ, ກຸ່ມບໍລິສັດລົດໄຟຈີນ ຈຳກັດ ສາຂາຄຸນໝິງໄດ້ປະຕິບັດ h ໜຶ່ງມື້ ໜຶ່ງແຜນທີ່i.ຕາມຂໍ້ມູນຂອງກຸ່ມບໍລິ ສັດທາງລົດໄຟແຫ່ງຊາດຈີນ ໃນ ເດືອນພຶດສະພາ 2022, ເສັ້ນທາງ ລົດໄຟ ລາວ-ຈີນ, ໄລຍະທາງພາຍ ໃນປະເທດລາວໄດ້ເປີດຂະບວນລົດ ໄຟຄວາມໄວ ສູງ 6 ຖ້ຽວ ແລະ ລົດ ໄຟໂດຍສານຄວາມໄວທຳມະດາ 2 ຖ້ຽວໃນແຕ່ລະມື້. ໄລຍະທາງພາຍ ໃນປະເທດຈີນ ສະເລ່ຍແລ້ວເປີດ h h ຖ້ຽວລົດໄຟໂດຍສານ 36 ຖ້ຽວ, ສູງສຸດ ມີຂະບວນລົດໄຟ 65 ຖ້ຽວ. ມາຮອດວັນທີ 3 ຕຸລາ 2022, ເສັ້ນທາງລົດໄຟລາວ-ຈີນບັນລຸການ ຂົນສົ່ງຜູ້ໂດຍສານໄດ້ເຖິງ 7,39 ລ້ານເທື່ອຄົນ. ບົນພື້ນຖານດັ່ງກ່າວ, ລັດຖະ ບານລາວພວມດຳເນີນການສຶກສາ ຄວາມເປັນໄປໄດ້ໃນ 4 ໂຄງການ ທ່ອງທ່ຽວທີ່ວາງແຜນຈະພັດທະນາ ຢູ່ເມືອງວັງວຽງແຂວງວຽງຈັນ ເພື່ອຊຸກຍູ້ການພັດທະນາເສດຖະ ກິດຕາມເສັ້ນທາງລົດໄຟ ລາວ-ຈີນ ຕື່ມອີກບາດກ້າວໜຶ່ງ. ຂປລ. ບັນດາສະມາຊິກສະພາແຫ່ງ ຊາດ (ສສຊ) ໃນຖານະທີ່ເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມ ໃສ່ ພິຈາລະນາປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍໜັງສືຜ່ານ ແດນ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອເຮັດໃຫ້ມີເນື້ອໃນຄົບ ຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງສອດຄ່ອງກັບສະພາບຕົວ ຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງພົນລະເມືອງ ລາວ ແລະ ເພື່ອອຳນວຍຄວາມສະ ດວກໃຫ້ຜົນລະເມືອງລາວ ໃນການ ເດີນທາງເຂົ້າ-ອອກສປປລາວສາມາດ ເຊື່ອມໂຍງກັບສາກົນ ປະກອບສ່ວນເຂົ້າ ໃນການປົກປັກສາຮັກ ແລະ ພັດທະນາ ປະເທດຊາດ. ທ່ານ ຄຳປະສິດ ເທບວົງສາ ສສຊ ເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ປະກອບຄຳຄິດຄຳເຫັນໂດຍທ່ານ ໄດ້ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂກ່ຽວກັບກໍລະນີເຮັດໜັງສືຜ່ານ ແດນເສຍ ຫລື ໜັງສືຜ່ານແດນໝົດ ອາຍຸຕ້ອງຕໍ່ໃໝ່ ຈຳເປັນບໍ່ທີ່ຈະຕ້ອງ ດຳເນີນການເຮັດເອກະສານເລີ່ມຕົ້ນ ໃໝ່ໝົດ ເນື່ອງຈາກວ່າຖານຂໍ້ມູນຕ່າງໆ ມີໃນລະບົບໝົດແລ້ວ, ທັງນີ້ ກໍເພື່ອແນ ໃສ່ສ້າງຄວາມສະດວກສະບາຍໃຫ້ ປະຊາຊົນ ໂດຍສະເພາະຢູ່ນະຄອນ ຫລວງວຽງຈັນ ເຫັນວ່າສະຖານທີ່ດັ່ງ ກ່າວມີຄວາມແອອັດຫລາຍສະເໝີໃຫ້ ຂະຫຍາຍສະຖານທີ່ເຮັດວຽກດັ່ງກ່າວ, ພາກສ່ວນກ່ຽວຂ້ອງຄວນພິຈາລະນາ ການອອກບັດ ໂດຍນຳໃຊ້ເຄື່ອງມືເອ ເລັກໂຕນິກເຂົ້າມາຊ່ວຍ ເພື່ອລັດຂັ້ນ ຕອນໃນການດຳເນີນການ ທັງບໍ່ໃຫ້ປະ ຊາຊົນມາຖ້າລຽນຄິວ, ສະເໜີໃຫ້ພາກ ສ່ວນທີ່ກ່ຽວຂ້ອງພິຈາລະນາຄືນ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວສະດວກ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ຫລາຍຂຶ້ນ. ນອກຈາກນີ້, ສສຊ ຫລາຍທ່ານກໍ ໄດ້ສະເໜີໃຫ້ ຕັດບາງເນື້ອໃນ, ເພີ່ມຄຳ ອະທິບາຍໃສ່ບາງໝວດ,ບາງພາກ ແລະ ບາງມາດຕາ; ສະເໜີໃຫ້ປ່ຽນຊື່ຂອງ ກົດໝາຍສະບັບນີ້ ເພື່ອບໍ່ໃຫ້ມີຄວາມ ສັບສົນ ລະຫວ່າງໜັງສືຜ່ານແດນ, ພາດສະປອດ, ບໍເດິພັດ; ສະເໜີປ່ຽນໃຫ້ ເປັນກົດໝາຍ ວ່າດ້ວຍໜັງສືເດີນທາງ ຈະເໝາະສົມກວ່າ; ການເຮັດໜັງສືຜ່ານ ແດນຄວນໃຊ້ເວລາໃຫ້ສັ້ນລົງ ແລະ ຕ້ອງຫັນເປັນທັນສະໄໝ ແລະ ອື່ນໆ. ຂ່າວ: ກິດຕາ, ພາບ: ເກດສະໜາ ຂປລ. ຫ້ອງວ່າການສຳນັກງານ ປະທານ ປະເທດ (ຫສປທ) ຈັດປາ ຖະກະຖາເລົ່າມູນເຊື້ອ2ວັນປະຫວັດ ສາດຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນ ວາ 1975-2 ທັນວາ 2022) ແລະ ວັນວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ໂດຍການປາຖະກະຖາຂອງສະຫາຍ ເພັດສະໝອນ ພັນທະວົງ ຮອງເລ ຂາຄະນະພັກ, ຮອງຫົວໜ້າຫ້ອງວ່າ ການສຳນັກງານປະທານປະເທດ, ມີບັນດາສະຫາຍຄະນະພັກ-ຄະນະ ນໍາ ຫສປທ ແລະ ພະນັກງານ-ລັດ ຖະກອນ ເຂົ້າຮ່ວມຮັບຟັງ. ໂອກາດນີ້,ສະຫາຍເພັດສະໝອນ ພັນທະວົງ ໄດ້ເນັ້ນເຖິງຄວາມໝາຍ ຄວາມສໍາຄັນຂອງ 2 ວັນສໍາຄັນດັ່ງ ກ່າວ ເພື່ອສຶກສາອົບຮົມແນວຄິດ ສາມະຊິກພັກ-ພະນັກງານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບວັນປະຫວັດສາດ ແລະ ຄວາມ ເປັນມາຂອງຊາດລາວເຮົາ ໂດຍ ທ່ານໄດ້ຍົກໃຫ້ເຫັນຄວາມເອກ ອ້າງທະນົງໃຈຕໍ່ຜົນສໍາເລັດໝາກ ຜົນຂອງການປະຕິວັດລາວໃນມູນ ເຊື້ອອັນສະຫງ່າອົງອາດກ້າຫານ ແຫ່ງການຕໍ່ສູ້ຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ ການຊີ້ນໍາ-ນໍາພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນ ປະຕິວັດ ລາວ ໄດ້ສາມັກຄີການຕໍ່ສູ້ຢ່າງພິລະ ອາດຫານຕ້ານການຮຸກຮານຂອງ ພວກຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່, ສາມາດປົດ ປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະ ນະອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ. ໃນໂອກາດດຽວກັນ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຄະ ນະພັກ, ຮອງຫົວໜ້າ ຫສປທ ກໍໄດ້ ເລົ່າເຖິງປະຫວັດຫຍໍ້, ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາອັນເປັນ ທີ່ເຄົາລົບຮັກຂອງປວງຊົນລາວບັນ ດາເຜົ່າ, ເປັນວິລະບຸລຸດ, ເປັນຜູ້ນໍາ ຂອງພັກ-ລັດ ທີ່ມີຄວາມສາມາດສະ ຫລາດສ່ອງໃສ, ເປັນນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ, ເປັນ ແບບຢ່າງອັນໃສແຈ້ງ, ເປັນແກ່ນ ສານຂອງຄວາມສາມັກຄີພາຍໃນ ພັກແລະຊາດ,ເປັນການຮໍ່າຮຽນເອົາ ຄຸນສົມບັດສິນທໍາປະຕິວັດແບບ ແຜນດໍາລົງຊີວິດຕົວຈິງ ແລະ ອຸດົມ ຄະຕິປະຕິວັດເປັນການສຶກສາອົບ ຮົມໃຫ້ສະມາຊິກພັກ-ພະນັກງານ ທຸກສະຫາຍ ໄດ້ເສີມຂະຫຍາຍມູນ ເຊື້ອຕໍ່ສູ້ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດ ພາຍ ໃຕ້ການນໍາພາຂອງປະຊາຊົນປະຕິ ວັດລາວ ໃນການເພີ່ມທະວີຄວາມ ຮັບຜິດຊອບ ແລະ ເປັນເຈົ້າການຖັນ ແຖວ, ເປັນນັກເຄື່ອນໄຫວສາກົນ ຜູ້ດີເດັ່ນ ແລະ ເປັນແບບຢ່າງປະຕິ ບັດແນວທາງຕ່າງປະເທດຢ່າງຖືກ ຕ້ອງເຮັດໃຫ້ສາທາລະນະລັດ ປະ ຊາທິປະໄຕປະຊາຊົນລາວມີບົດບາດ ໃນເວທີສາກົນເພື່ອນໍາພາປະເທດ ຊາດກ້າວຂຶ້ນສູ່ສັງຄົມນິຍົມເທື່ອ ລະກ້າວ. ຂ່າວ-ພາບ: ສົມຫວັງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ ຫລວງພະບາງ ໄດ້ໃຫ້ສຳພາດໂອ ກາດເຂົ້າຮ່ວມກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງ ຊາດຊຸດທີ IX ວ່າ: ໂດຍປະຕິບັດ ຕາມກົດໝາຍວ່າດ້ວຍສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງ ນັ້ນ, ພວກເຮົາໄດ້ສ້າງແຜນການຕິດ ຕາມກວດກາປະຈໍາ 1 ປີ, ປະຈໍາ 6 ເດືອນພ້ອມທັງຈັດຕັ້ງປະຕິບັດຕາມ ເປົ້າໝາຍຄື: ບັນດາພະແນກການ ກ່ຽວທີ່ຂ້ອງ, ເມືອງ ແລະ ນະຄອນ ທຽບແຜນການແມ່ນບັນລຸ 100%. ນອກນີ້, ຍັງໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຕິດພັນກັບການຜັນຂະ ຫຍາຍ 2 ວາລະແຫ່ງຊາດຢູ່ບັນດາ ເມືອງ-ນະຄອນ ແລະ ໄດ້ຕິດຕາມ ກວດກາການແກ້ໄຂຄໍາຮ້ອງທຸກ ຂອງປະຊາຊົນໃນໄລຍະ 1 ປີ ຜ່ານມາ ຊຶ່ງມີຄໍາຮ້ອງທຸກຂອງປະ ຊາຊົນມາຍື່ນຕໍ່ສະພາປະຊາຊົນ ແຂວງ71ເລື່ອງ, ແກ້ໄຂສຳເລັດ37 ເລື່ອງຈັດສົ່ງພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂຢູ່ 34 ເລື່ອງ. ທ່ານຍັງກ່າວຕື່ມວ່າ: ໃນຖານະ ເປັນຕົວແທນປະຊາຊົນລາວບັນດາ ເຜົ່າ, ສະມາຊິກສະພາແຫ່ງຊາດປະ ຈໍາເຂດເລືອກຕັ້ງ ແລະ ສະມາຊິກ ສະພາປະຊາຊົນແຂວງໄດ້ເຄື່ອນ ໄຫວພົບປະຜູ້ມີສິດເລືອກຕັ້ງທັງໄດ້ ນໍາເອົາຜົນສໍາເລັດກອງປະຊຸມສະ ພາແຫ່ງຊາດ, ກອງປະຊຸມສະພາ ປະຊາຊົນແຂວງ ໄປເຜີຍແຜ່ໃຫ້ຜູ້ມີ ສິດເລືອກຕັ້ງຮັບຮູ້ພ້ອມທັງໂອ້ລົມ, ເກັບກໍາຄໍາຄິດ, ຄໍາເຫັນ, ຄໍາສະເໜີ ຂອງປະຊາຊົນບັນຫາໃດ ທີ່ເຫັນວ່າ ສາມາດເຮັດໜ້າທີ່ອະທິບາຍຊີ້ແຈງ ກັບທີ່ໄດ້ແມ່ນຊີ້ແຈງກັບທີ່, ບັນຫາ ໃດທີ່ແມ່ນຄວາມຮັບຜິດຊອບຂອງ ອົງການລັດ ແມ່ນໄດ້ເກັບກໍາບັນທຶກ ສະເໜີພາກສ່ວນກ່ຽວຂ້ອງພິຈາ ລະນາແກ້ໄຂ ພ້ອມມີຄໍາຊີ້ແຈງໃຫ້ ກັບຜູ້ມີສິດເລືອກຕັ້ງຮັບຊາບ. ພາຍ ຫລັງກອງປະຊຸມສະໄໝສາມັນ ເທື່ອ ທີ 3 ໄດ້ລົງເຄື່ອນໄຫວພົບປະໂອ້ລົມ ໂດຍ: ຢ່າຕົ່ງ ປະຊາຊົນທັງໝົດ 220 ຈຸດ, ມີຜູ້ ເຂົ້າຮ່ວມຮັບຟັງທັງໝົດ 18.627 ເທື່ອຄົນ. ນອກນີ້ຍັງໄດ້ປຸກລະດົມ ວັດຖຸປັດໄຈໄປຊຸກຍູ້ຊ່ວຍເຫລືອປະ ຊາຊົນ, ອົງການປົກຄອງທ້ອງຖິ່ນ, ກົມກອງ, ບ້ານ, ລວມມູນຄ່າ 100 ກວ່າລ້ານກີບ. ແນວໃດກໍຕາມຜ່ານການພົບປະ ຜູ້ມີສິດເລືອກຕັ້ງ ແລະ ຕິດຕາມ ກວດກາບັນຫາທີ່ປະຊາຊົນສະເໜີ ຫລາຍແມ່ນໃຫ້ເພີ່ມທະວີການຊຸກຍູ້ ສົ່ງເສີມເຕັກນິກການປູກ-ການລ້ຽງ ໃຫ້ປະຊາຊົນໃຫ້ທົ່ວເຖິງ, ສະເໜີ ໃຫ້ ແກ້ບັນຫາຄ່າຄອງຊີບນັບມື້ນັບ ສູງຂຶ້ນ, ບັນຫາເສັ້ນທາງ(ຂໍໃຫ້ສ້ອມ ແປງໃຫ້ທຽວໄດ້ທັງລະດູແລ້ງ ແລະ ລະດູຝົນ), ບັນຫານໍ້າລິນໃຊ້ບໍ່ພຽງ ພໍ, ບັນຫາຢາເສບຕິດ ແລະ ອື່ນໆ. ຕໍ່ກັບບັນຫາທີ່ປະຊາຊົນສະເໜີນັ້ນ ມີບາງບັນຫາຍັງຄົງຄ້າງທີ່ສະພາ ຕ້ອງໄດ້ສືບຕໍ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດການແກ້ໄຂ ຈາກອົງການລັດ ເນື່ອງຈາກເປັນບັນ ຫາ ລວມທີ່ຕ້ອງໄດ້ຜ່ານການຄົ້ນ ຄວ້າ, ວິເຄາະວິໄຈຂໍ້ມູນໃຫ້ລະອຽດ ເພື່ອຊອກຫາວິທີແກ້ໄຂຕາມຄວາມ ເໝາະສົມກັບສະພາບຕົວຈິງ ທ່ານ ວົງສະຫວັນ ເທບພະຈັນ ກ່າວ. າ¤ອ
RkJQdWJsaXNoZXIy MTc3MTYxMQ==