5516

gsfdko{dkora fmtok xtgmf]k; ( 14/12/2022 ປະຈຳວັນທີ 13 12 2022 ເວລາ: 19:40 ໂມງ ລ ດ ພາກສ່ວນ ລວມ ຫລຽນຄຳ ຫລຽນເງິນ ຫລຽນທອງ ຫລຽນລາງວັນ ລວມ ປ້ອງກັນປະເທດ ຊຽງຂວາງ ປ້ອງກັນຄວາມສະຫງົບ ໄຊສົມບູນ ພະລັງງານ ແລະ ບໍ່ແຮ່ ຫົວພັນ ຫລວງພະບາງ ຜົ້ງສາລີ ອັດຕະປື ເຊກອງ ຫລວງນ້ຳທາ 1 2 3 4 5 6 7 8 9 10 11 12 13 14 15 16 17 18 19 20 21 22 35 23 53 111 30 30 42 102 23 23 18 64 20 11 19 60 18 22 20 40 10 13 18 41 8 8 4 20 8 4 4 16 7 14 14 35 6 4 10 20 4 3 0 7 3 0 4 7 2 4 3 9 2 3 12 17 2 1 2 5 1 8 4 13 1 4 4 9 1 3 4 8 1 2 0 3 1 1 6 8 1 1 0 2 0 2 1 3 184 184 242 610 ສະຫວັນນະເຂດ ສາລະວັນ ry mu ,v[s]Po]k';a o dkoc0j '0a ody ]k]vpoE້ ອັ ນ ນະຄອນຫລວງວຽງຈັນັ ນັນ ຄຳມ່ວນ ຈຳປາສັກ ສາທາລະນະສຸກ ບໍ່ແກ້ວ ພິທີມອບຫລຽນລາງວັນການ ແຂ່ງຂັນກິລາລອຍນໍ້າໃນງານມະ ຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ທີ່ແຂວງຊຽງ ຂວາງ ເປັນເຈົ້າພາບຈັດຂຶ້ນວັນທີ 12 ທັນວາ 2022 ຢູ່ສະໜາມກິລາ ໄຊຊະນະ ແຂວງຊຽງຂວາງ,ໂດຍ ໃຫ້ກຽດມອບຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ພ້ອມ ດ້ວຍ ຄະນະຮັບຜິດຊອບຈັດການແຂ່ງ ຂັນ ແລະ ພາກສ່ວນກ່ຽວຂ້ອງຢ່າງ ພ້ອມພຽງ. ການແຂ່ງຂັນຄັ້ງນີ້ ມີ 5 ພາກ ສ່ວນເຂົ້າຮ່ວມຄື: ນະຄອນຫລວງ ວຽງຈັນ, ແຂວງຊຽງຂວາງ,ຫລວງ ພະບາງ, ສະຫວັນນະເຂດ ແລະ ຈຳ ປາສັກ ມີນັກກິລາເຂົ້າຮ່ວມ 37 ຄົນ ໃນນີ້ ຍິງ 12 ຄົນ, ຊາຍ 25 ຄົນ ຊີງ 27 ຫລຽນຄຳ ປະເພດດ່ຽວ 26 ລາຍການ ແລະ ປະເພດທີມ 1 ລາຍ ການ ໂດຍນັກກິລາທີມຊາດ ສາ ມາດລົງແຂ່ງຂັນປະເພດດ່ຽວໄດ້ 3 ລາຍການ ແລະ ທີມ 1 ລາຍການ. ຜ່ານການແຂ່ງຂັນ ແຂວງຊຽງ ຂວາງ ເຈົ້າພາບຄອງອັນດັບທີໜຶ່ງ ເປັນເຈົ້າຄອງຫລຽນຄຳກິລາປະ ເພດນີ້ ໄດ້ມາທັງໝົດ 8 ຫລຽນຄຳ, 1 ຫລຽນເງິນ ແລະ 6 ຫລຽນທອງ ລວມ 15 ຫລຽນ, ທີ 2 ແຂວງຈຳ ປາສັກ ໄດ້ 6 ຫລຽນຄຳ ແລະ 8 ຫລຽນເງິນ 8 ຫລຽນທອງ, ທີ 3 ແຂວງສະຫວັນນະເຂດ ໄດ້ 5 ຫລຽນຄຳ, 7 ຫລຽນເງິນ ແລະ 4 ຫລຽນທອງ, ທີ 4 ນະຄອນຫລວງ ວຽງຈັນ ໄດ້4ຫລຽນຄຳ, 8ຫລຽນ ເງິນ ແລະ 6 ຫລຽນທອງ ແລະ ທີ 5 ແຂວງຫລວງພະບາງ ຍາດມາໄດ້ 4 ຫລຽນຄຳ 3 ຫລຽນເງິນ ແລະ 3 ຫລຽນທອງ. ໂດຍ: ແສງອາທິດ ອຸດົມໄຊ ບໍລິຄຳໄຊ ວຽງຈັນັ ງໍ່ ແ່ ໄຊຍະບູລີ ຂປລ. ມະຫະກຳກິລາແຫ່ງ ຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ໄດ້ເປີດຂຶ້ນຢ່າງເປັນທາງ ການໃນວັນທີ 13 ທັນວາ ແລະ ຈະດຳເນີນໄປຈົນຮອດ ວັນທີ 22 ທັນວາ 2022 ໂດຍໃຫ້ກຽດ ເຂົ້າຮ່ວມເປີດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍ ລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ, ລວມເຖິງມວນຊົນທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າມາ ຮ່ວມຢ່າງຄຶກຄື້ນມ່ວນຊື່ນ. ທ່ານ ທອງລຸນ ສີສຸລິດ ໄດ້ມີ ຄຳເຫັນກ່າວເປີດມະຫະກຳກິລາ ແຫ່ງຊາດ ຄັ້ງທີ XI ໂດຍທ່ານ ,tstdedy ]kcsj '-kf 7A 'mu XI gxu f0B o1j k'gxa omk'dkomu j c0;'-P'0;k' ໄດ້ສະແດງຄວາມຊົມເຊີຍຕໍ່ການ ຫ້າງຫາກະກຽມທຸກໆດ້ານຂອງ ແຂວງເຈົ້າພາບ ແລະ ຄະນະຮັບ ຜິດຊອບ, ຊົມເຊີຍຕໍ່ທຸກພາກສ່ວນ ທີ່ສົ່ງນັກກິລາເຂົ້າຮ່ວມການແຂ່ງ ຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບ ຜິດຊອບສູງ, ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າມະຫະກຳກິລາ ແຫ່ງຊາດຄັ້ງນີ້ ເປັນການເສີມຂະ ຫຍາຍຄວາມສາມັກຄີ ແລະ ຄວາມ ເປັນປຶກແຜ່ນແໜ້ນໜາຂອງປວງ ຊົນລາວທັງຊາດ. ໂອກາດນີ້, ທ່ານບຸນຈັນສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໄດ້ໃຫ້ຮູ້ວ່າ: ມະຫະກໍາກິລາແຫ່ງ ຊາດ ແມ່ນການແຂ່ງຂັນກິລາຫລາຍ ປະເພດຮ່ວມກັນປະກອບມີໝວດ ກິລາສາກົນ ແລະ ກິລາພື້ນເມືອງ, ຕາມລະບຽບກຳນົດແມ່ນຈັດຂຶ້ນໃນ ທຸກໆ 3 ປີ ໂດຍມີແຂວງທີ່ຖືກຄັດ ເທດຊາດ. ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຄັ້ງນີ້, ແຂ່ງຂັນທັງໝົດ 25 ປະເພດກິລາ ຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີ ລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້- ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກÏ ອບ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປÐ ອງ, ມວຍລາວ, ຢູໂດ ແລະ ວູຊູ, ມີນັກກິລາ ຈາກ 17 ແຂວງ, 1 ນະຄອນຫລວງ ແລະ 4 ກະຊວງ ເຂົ້າຮ່ວມມີກະຊວງປ້ອງ ກັນປະເທດ, ກະຊວງປ້ອງກັນຄວາມ ສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະ ສຸກ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ, ຊີງຫລຽນ ທັງໝົດ 2.598 ຫລຽນ ເຊິ່ງໄດ້ເລີ່ມການ ແຂ່ງຂັນບາງປະເພດກິລາມາແຕ່ ວັນທີ 14 ພະຈິກ 2022 ຢູ່ນະຄອນ ຫລວງວຽງຈັນ ຄື: ກິລາລອຍນ້ຳ ແລະ ກິລາຍິງປືນ, ສ່ວນຢູ່ແຂວງ ຊຽງຂວາງ ແມ່ນໄດ້ເລີ່ມມາແຕ່ ວັນ ທີ 1 ທັນວາ 2022, ມາຮອດວັນ ທີ 13 ທັນວາ 2022 ມີ 11 ປະ ເພດກິລາທີ່ແຂ່ງສໍາເລັດແລ້ວຄື: ກິລາລອຍນໍ້າ, ແລ່ນ-ລານ, ເທ ຄວັນໂດ, ມວຍປໍ້າ, ຍິງທະນູ-ຍິງ ໜ້າເກັກ, ຄາຣາເຕໂດ, ໝາກເສິກ, ບານບ້ວງ, ປັນຈັກສີລັດ, ມວຍສາ ກົນ ແລະ ໝາກແລ້. ຂ່າວ: ທະນູທອງ ພາບ: ຂັນໄຊ ເລືອກຜັດປ່ຽນກັນເປັນເຈົ້າພາບ ເພື່ອຊຸກຍູ້ຂະບວນການກິລາກາຍຍະ ກຳຢູ່ພາຍໃນປະເທດ, ທັງເປັນການ ປຸກລະດົມສົ່ງເສີມມະຫາຊົນເຂົ້າ ຮ່ວມຢ່າງກວ້າງຂວາງ ແນໃສ່ເສີມ ສ້າງສຸຂະພາບ, ມິດຕະພາບ, ການ ພັດທະນາ, ການຮ່ວມມືແລະ ຄວາມ ສາມັກຄີທີ່ເປັນປຶກແຜ່ນຂອງປວງ ຊົນລາວທັງຊາດ, ທັງເປັນງານທີ່ມີ ຄວາມໝາຍສໍາຄັນຕໍ່ການພັດທະ ນາຊັບພະຍາກອນມະນຸດຂອງຊາດ, ເປັນການປຸກລະດົມຊາວໜຸ່ມ, ເຍົາ ວະຊົນ, ນັກຮຽນ-ນັກສຶກສາໃຫ້ ມີສ່ວນຮ່ວມໃນຂະບວນການຫລິ້ນ ກິລາ ແລະ ແຂ່ງຂັນກິລາປະເພດ ຕ່າງໆ ເພື່ອຫ່າງໄກສິ່ງເສບຕິດ ແລະ ປາກົດການຍໍ້ທໍ້ຕ່າງໆ,ທັງເປັນການ ຝຶກຝົນຮ່າງກາຍ ແລະ ຈິດໃຈເບີກ ບານເຂັ້ມແຂງ, ກຽມພ້ອມສືບທອດ ມູນເຊື້ອພາລະກິດແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ

RkJQdWJsaXNoZXIy MTc3MTYxMQ==