14/12/2022 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d lt|v'vksko[+ wfh ,kf8t4kogxa odkodtmezy f mk']q fw2 ]k;{9u o dkpgxa o8q ;c[[muj fu .ovk-Po lxx ]k; gxa og9Q krk[9a fdv'xt-5 , ]a f4t,q o8u vto5 rkdrN oc,j oE0v' 7A 'mu @& ຂປລ. ໃນລະຫວ່າງວັນທີ 6-8 ທັນວາ 2022 ຜ່ານມາ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ໄດ້ເປັນປະທານ ແລະ ນຳພາຄະນະຜູ້ແທນຝ່າຍລາວ ເຂົ້າ ຮ່ວມກອງປະຊຸມລັດຖະມົນຕີອະນຸ ພາກພື້ນແມ່ນ້ຳຂອງ ຄັ້ງທີ 25 ໂດຍການເປັນເຈົ້າພາບ ຂອງ ສປປ ລາວ ຈັດຂຶ້ນຢູ່ແຂວງຫລວງພະ ບາງພາຍໃຕ້ຫົວຂໍ້: hເລັ່ງລັດການ ຟື້ນຟູ ທາງດ້ານເສດຖະກິດ ເພື່ອ ເສີມຂະຫຍາຍຄວາມສຳເລັດ 30 ປີ ຂອງອະນຸພາກພື້ນແມ່ນ້ຳຂອງ ໃຫ້ເປັນການພັດທະນາແບບມີສ່ວນ ຮ່ວມ ແລະ ຍືນຍົງຍິ່ງຂຶ້ນgg ເຊິ່ງ ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນ ໃນທຸກໆປີ ໂດຍຈະໝູນວຽນການ ເປັນເຈົ້າພາບຕາມຕົວອັກສອນຂອງ 6 ປະເທດອະນຸພາກພື້ນແມ່ນໍ້າ ຂອງ. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນ ໃນຮູບແບບເຊິ່ງໜ້າ ໂດຍມີຄະນະ ລັດຖະມົນຕີ ຮອງລັດຖະມົນຕີ, ເຈົ້າ ໜ້າທີ່ອາວຸໂສ ແລະ ຜູ້ແທນ ຈາກ 6 ປະເທດ ຄື: ສປ ຈີນ, ລາຊະ ອານາຈັກກຳປູເຈຍ, ສປປ ລາວ, ມຽນ ມາ, ສສ ຫວຽດນາມ, ລາຊະ ອານາ ຈັກໄທ ແລະ ທະນາຄານພັດ ທະນາອາຊີ ເຊິ່ງເປັນຄູ່ຮ່ວມຍຸດທະ ສາດ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ລາຍງານຜົນ ສໍາເລັດໃນການຈັດຕັ້ງປະຕິບັດແຜນ ງານການຮ່ວມມືທາງດ້ານເສດ ຖະກິດອະນຸພາກພື້ນແມ່ນໍ້າຂອງໃນ ໄລຍະ 1 ປີຜ່ານມາ ແລະ ໄດ້ຮັບ ຮອງເອົາບັນດາເອກະສານທີ່ສໍາ ຄັນ ຄື: ຍຸດທະສາດບົດບາດຍິງຊາຍ ອະນຸພາກພື້ນແມ່ນໍ້າຂອງ 2030; ຂອບການຕິດຕາມຜົນສໍາ ເລັດຂອງຍຸດທະສາດການຮ່ວມມື ໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ 2030; ຂອບການລົງທຶນໃນຂົງ ເຂດອະນຸພາກພື້ນແມ່ນ້ຳຂອງ 2025; ຖະແຫລງການຮ່ວມລັດ ຖະມົນຕີອະນຸພາກພື້ນ ແມ່ນໍ້າ ຂອງ ຄັ້ງທີ 25 (+oint Statement %eDlaSation). ນອກຈາກນັ້ນ, ຍັງມີເອກະສານຈຳນວນໜຶ່ງ ເພື່ອ ໃຫ້ປະເທດສະມາຊິກຮັບຊາບເຊັ່ນ: ການລິເລີ່ມການຮ່ວມມືທາງດ້ານ ເສດຖະກິດແບບດີຈິຕອນໃນຂົງເຂດ ອະນຸພາກພື້ນແມ່ນ້ຳຂອງ; ການ ເພີ່ມທະວີການມີສ່ວນຮ່ວມຂອງ ບັນດາຄູ່ຮ່ວມພັດທະນາເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດອະນຸພາກພື້ນແມ່ນ້ຳ ຂອງ; ການລິເລີ່ມສ້າງຕັ້ງຄະນະສະ ເພາະກິດທາງດ້ານການຄ້າ ແລະ ການລົງທຶນ, ການເຄື່ອນຍ້າຍແຮງ ງານ, ແລະ ການລິເລີ່ມສ້າງຕັ້ງເຄືອ ຂ່າຍທາງດ້ານຄວາມຮູ້ໃນຂົງເຂດ ອະນຸພາກພື້ນແມ່ນ້ຳຂອງ; ບັນດາ ກິດຈະກຳ ໃນການສະເຫລີມສະ ຫລອງ ຄົບຮອບ 30 ປີ ການພົວພັນ ຮ່ວມມືລະຫວ່າງບັນດາປະເທດສະ ມາຊິກອະນຸພາກພື້ນ ແມ່ນ້ຳຂອງ ແລະ ທະນາຄານພັດທະນາອາຊີ ເຊິ່ງເປັນຄູ່ຮ່ວມຍຸດທະສາດຫລັກໃນ ການສະໜັບສະໜູນຊ່ວຍເຫລືອທາງ ດ້ານການພັດທະນາລະບົບເສດຖະ ກິດ ແລະ ສັງຄົມ ຂອງ ສປປ ລາວ ແລະ ບັນດາປະເທດສະມາຊິກອະນຸ ພາກພື້ນແມ່ນ້ຳຂອງ. ໂອກາດນີ້,ທ່ານ ຄຳເຈນວົງໂພສີ ລັດຖະມົນຕີກະຊວງແຜນການແລະ ການລົງທຶນ ໃນນາມລັດຖະມົນຕີອະ ນຸພາກພື້ນແມ່ ນ້ຳຂອງ ຂອງ ສປປ ລາວ ໄດ້ມີຄຳເຫັນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິ ບັດແຜນງານການຮ່ວມມືທາງດ້ານ ເສດຖະກິດອະນຸພາກພື້ນແມ່ນໍ້າ ຂອງໃນໄລຍະ 1 ປີ ທີ່ຜ່ານມາ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃສ່ບັນ ຫາອັນຮີບດ່ວນ ທີ່ບັນດາປະເທດ ອະນຸພາກພື້ນແມ່ນໍ້າຂອງຈະຕ້ອງ ໄດ້ມີການຮ່ວມມືກັນຢ່າງສະໜິດ ແໜ້ນເພື່ອແກ້ໄຂບັນຫາຮ່ວມກັນນັ້ນ ກໍຄື ການແກ້ໄຂສະພາບທາງດ້ານ ເສດຖະກິດພາຍຫລັງການແພ່ລະ ບາດຂອງພະຍາດໂຄວິດ-19. ການພະຍາຍາມບັນລຸພື້ນຖານໃໝ່ ສໍາລັບແຜນງານ (MS ເນື່ອງຈາກ ວ່າມີການພິຈາລະນາຜົນໄດ້ຮັບ ແລະ ຂໍ້ສະເຫນີແນະຂອງການ ສຶກສາ hການມີສ່ວນຮ່ວມຂອງຄູ່ ຮ່ວມພັດທະນາຢ່າງເລິກເຊິ່ງ ໃນ ແຜນງານ (MSi ແລະ ທ່ານໄດ້ ຮຽກຮ້ອງໃຫ້ສືບຕໍ່ປັບປຸງກົນໄກ ເພື່ອຊຸກຍູ້ການມີສ່ວນຮ່ວມຂອງ ຄູ່ຮ່ວມງານ ໃຫ້ຫລາຍໆຂຶ້ນເລື້ອຍໆ ເພື່ອລະດົມການຊ່ວຍເຫລືອທາງ ດ້ານວິຊາການ ແລະ ແຫລ່ງທຶນ ເຂົ້າໃນບັນດາໂຄງການທີ່ນອນ ໃນ ຂອບການລົງທຶນພາກພື້ນ 2025 ແລະຕ້ອງຮັບປະກັນໄດ້ວ່າໂຄງການ ເຫລົ່ານັ້ນ ຕ້ອງເປັນໂຄງການບູລິ ມະສິດ ແລະ ເສີມສ້າງຜົນປະໂຫຍດ ໃຫ້ແກ່ບັນດາປະເທດສະມາຊິກ ໂດຍສະເພາະນໍາເອົາຜົນປະໂຫຍດ ທີ່ແທ້ຈິງ ໄປສູ່ປະຊາຊົນ ແລະ ບົນ ພື້ນຖານການພັດທະນາທີ່ຍືນຍົງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນງານ (MS 2030 ໃຫ້ມີປະ ສິດທິຜົນຍິ່ງຂຶ້ນ. ນອກນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ມີການປະສານ ສົມທົບ ແລະ ຮ່ວມມືກັນຂອງບັນ ດານັກຄົ້ນຄ້ວາແລະການແລກປ່ຽນ ທາງດ້ານຄວາມຮູ້ຂອງປະເທດ ສະມາຊິກອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະສັ້ນ ແລະ ໄລຍະຍາວພ້ອມ ທັງການລິເລີ່ມການຮ່ວມມືດ້ານ ການອຳນວຍຄວາມສະດວກທາງ ດ້ານ ການຄ້າ ແລະ ການລົງທຶນເພື່ອ ເລືອກເຟັ້ນເອົາວິທີການ ແລະ ທິດ ທາງທີ່ເໝາະສົມ ໃນການກະຕຸ້ນເສດ ຖະກິດ ແລະ ສັງຄົມໃຫ້ມີປະສິດທິດ ພາບ ແລະ ມີປະສິດທິຜົນໃຫ້ແກ່ ລັດຖະບານຂອງບັນດາປະເທດສະ ມາຊິກ. ກອງປະຊຸມລັດຖະມົນຕີອະນຸ ພາກພື້ນແມ່ນ້ຳຂອງ ມີເປົ້າໝາຍ ຫລັກ ເພື່ອຮັດແໜ້ນ ແລະ ຜັນຂະ ຫຍາຍການຮ່ວມມືທາງດ້ານເສດ ຖະກິດໃນຂົງເຂດອະນຸພາກພື້ນແມ່ ນໍ້າຂອງ ແລະ ກໍານົດທິດທາງແຜນ ວຽກການພັດທະນາຂອງອະນຸພາກ ພື້ນແມ່ນໍ້າຂອງໃຫ້ມີຄວາມແທດ ເໝາະ ແລະ ຕອບສະໜອງໄດ້ຄວາມ ຕ້ອງການໃນການພັດທະນາ ແລະ ການເຊື່ອມໂຍງທາງດ້ານເສດຖະ ກິດ-ສັງຄົມຂອງບັນດາປະເທດ ສະມາຊິກອະນຸພາກພື້ນແມ່ນ້ຳຂອງ ໂດຍໄດ້ສຸມໃສ່ 3 ເສົາຄ້ຳຫລັກຄື: ຊຸມຊົນ: ສົ່ງເສີມການພັດທະນາຊຸມ ຊົນອະນຸພາກພື້ນແມ່ນໍ້າຂອງໃຫ້ ເປັນຊຸມຊົນທີ່ມີສຸຂະພາບ ແລະ ສິ່ງ ແວດລ້ອມທີ່ຍືນຍົງ ເພື່ອຄວາມເປັນ ຢູ່ທີ່ດີຂອງປະຊາຊົນ; ການເຊື່ອມ ຈອດ:ສົ່ງເສີມການເຊື່ອມຈອດພາຍ ໃນອະນຸພາກພື້ນແມ່ນໍ້າຂອງ ແລະ ພາກພື້ນອາຊີ ໃນດ້ານການຂົນສົ່ງ ແລະ ພະລັງງານ; ຄວາມອາດສາ ມາດໃນການແຂ່ງຂັນ: ສ້າງຄວາມ ເຂັ້ມແຂງ ໃຫ້ແກ່ປະເທດສະມາຊິກ ເພື່ອຮັບປະກັນທາງດ້ານການພັດ ທະນາເສດຖະກິດ-ສັງຄົມໃຫ້ທຽບ ທັນ ແລະ ເຊື່ອມໂຍງກັບພາກ ພື້ນອື່ນໆ. ກ່ອນກອງປະຊຸມລັດຖະມົນຕີ ອະນຸພາກພື້ນແມ່ນນ້ຳຂອງໄດ້ມີ ການດຳເນີນບັນດາກອງປະຊຸມປິ່ນ ອ້ອມທີ່ສຳຄັນຄື: ກອງປະຊຸມເຈົ້າ ໜ້າທີ່ອາວຸໂສອະນຸພາກພື້ນແມ່ ນ້ຳຂອງ ເພື່ອປຶກສາຫາລືກ່ຽວກັບ ບັນດາແຜນວຽກ ແລະ ການຈັດຕັ້ງ ປະຕິບັດບັນດາຍຸດທະສາດຕ່າງໆ ໃນຂອບການຮ່ວມມືທາງດ້ານເສດ ຖະກິດໃນຂົງເຂດພາກພື້ນ ແລະ ສາກົນ; ກອງປະຊຸມຄູ່ຮ່ວມພັດທະ ນາອະນຸພາກພື້ນແມ່ນ້ຳຂອງເຊິ່ງ ມີຈຸດປະສົງ ເພື່ອເສີມສ້າງ ແລະ ຍົກ ສູງການມີສ່ວນຮ່ວມຂອງບັນດາ ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຍຸດ ທະສາດຂອງຂົງເຂດອະນຸພາກພື້ນ ແມ່ນ້ຳຂອງ ເພື່ອສົ່ງເສີມການຮ່ວມ ມື ແລະ ດຶງດູດການລົງທຶນຂອງຄູ່ ຮ່ວມພັດທະນາໃນຂົງເຂດເສດຖະ ກິດ ແລະ ສັງຄົມ ໃຫ້ໄດ້ຮັບໝາກ ຜົນຍິ່ງຂຶ້ນ. ນອກຈາກນັ້ນ, ທ່ານ ຄຳເຈນ ວົງໂພສີ ກໍໄດ້ນຳພາຄະນະ ລັດຖະມົນຕີ ແລະ ຜູ້ແທນ ຈາກ 6 ປະເທດສະມາຊິກ ໄປຢ້ຽມຢາມ ໂຄງການຊ່ວຍເຫລືອຂອງທະນາ ຄານພັດທະນາອາຊີໃນເຂດຕາດ ກວາງຊີ ແລະ ຮັບຟັງການ ບັນຍາຍ ຄວາມເປັນມາຂອງໂຄງການ ທີ່ໃຫ້ ການຊ່ວຍເຫລືອໃນການພັດທະ ນາຕາດດັ່ງກ່າວ. ໃນສາຍຕົວສາກົນໃຫ້ທັດສະ ນະວ່າສປປລາວ ເປັນໜຶ່ງໃນຫລາຍ ຕົວແບບທີ່ດີພາຍຫລັງລັດຖະບານ ສປປ ລາວ ໄດ້ຈັບມືກັບລັດຖະບານ ສປ ຈີນ ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນການສ້າງເສັ້ນ ທາງລົດໄຟລາວ-ຈີນ ເຊິ່ງນັ້ນບໍ່ພຽງ ແຕ່ປ່ຽນສະຖານະພາບຂອງລາວ ຈາກການເປັນປະເທດທີ່ບໍ່ມີຊາຍ ແດນດ້ານໃດໆຕິດຈອດກັບທະເລ ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບອາຊຽນ, ສປ ຈີນ, ພາກພື້ນ ແລະ ສາກົນ ຫາກຍັງເຮັດ ໃຫ້ບັນດາຊາດຕ່າງໆ 140 ກວ່າປະ ເທດທົ່ວໂລກ ຜູ້ເຂົ້າຮ່ວມໂຄງການ ສາຍໄໝ h ໜຶ່ງແລວໜຶ່ງເສັ້ນທາງi ໄດ້ແບ່ງປັນຜົນປະໂຫຍດຮ່ວມກັນ ຮອບດ້ານຢ່າງຍືນຍົງ. ດັ່ງທີ່ຮູ້ນໍາກັນພື້ນຖານໂຄງລ່າງ ທີ່ດີ ແລະ ມີຄຸນນະພາບນັ້ນ ປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ; ສົ່ງເສີມການຄ້າ, ການ ລົງທຶນ, ການທ່ອງທ່ຽວ, ການບໍລິ ການຂົນສົ່ງ; ຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນທຸກຊາດທຸກ ສາສະໜາ ໂດຍຈໍາແນກໃຫ້ດີຂຶ້ນ ເປັນກ້າວໆ; ຊ່ວຍຫລຸດຜ່ອນການໃຊ້ ຈ່າຍຄ່າຂົນສົ່ງທີ່ແພງ, ປະຢັດເວລາ ແລະ ມີຄວາມປອດໄພສູງອື່ນໆ ອີກ ດ້ວຍ. ເສັ້ນທາງລົດໄຟຈະເກີດຂຶ້ນ ໃນເວລາທີ່ ທ່ານ ສີຈິ້ນ ຜີງ ປະທານ ປະເທດແຫ່ງ ສປ ຈີນ ໄດ້ປະກາດ ໂລກຮັບຮູ້ໃນປີ 2013 ວ່າ ສປ ຈີນ ຈະຟື້ນຄືນ ເສັ້ນທາງສາຍໄໝບູຮານ ທີ່ມີອາຍຸເກືອບ 3.000 ປີ ແລະ ໄດ້ ອະນຸມັດທຶນພັດທະນາໂຄງການ ເສັ້ນທາງສາຍໄໝຮອບດ້ານ 40 ຕື້ ໂດລາ ເພື່ອເຊື່ອມໂຍງ-ເຊື່ອມຈອດ ບັນດາປະເທດຕ່າງໆເຂົ້າຫາກັນ ພາຍໃຕ້ເງື່ອນໄຂຕ່າງຝ່າຍຕ່າງມີ ຜົນປະໂຫຍດຮ່ວມກັນ, ທັນໃດນັ້ນ ຊຸມປີ 2014-2015 ສປປ ລາວສປ ຈີນ ກໍໄດ້ຮ່ວມກັນລົງນາມ ແລະ ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ເປີດໃຊ້ບໍລິການຢ່າງເປັນທາງການ ໃນທ້າຍປີ 2021 ນີ້ ເຊິ່ງຄວາມສໍາ ເລັດທັງໝົດນັ້ນເກີດຂຶ້ນໄດ້ຍ້ອນ ຄວາມສະດຸ້ງໄວບວກກັບແນວທາງ ນະໂຍບາຍອັນຖືກຕ້ອງຂອງພັກລັດຖະບານ ເພື່ອໃຫ້ປະເທດຊາດ ຫລຸດພົ້ນຈາກປະເທດດ້ອຍພັດທະ ນາ,ຫລຸດພົ້ນອອກຈາກປະເທດປິດບໍ່ ມີດ້ານໃດໆຕິດກັບທະເລນັ້ນເອງ. ແຕ່ເຖິງແນວໃດກໍດີ ມາຮອດປັດ ຈຸບັນນີ້ ບັນຍາກາດການພັດທະນາ ເສັ້ນທາງລົດໄຟເຊື່ອມໂຍງ-ເຊື່ອມ ຈອດ ເຂົ້າຫາກັນລະຫວ່າງ ອາຊຽນ ຄຶກຄັກເປັນພິເສດ ຈາກທີ່ເຄີຍເຫັນ ເຄີຍໄດ້ຍິນຫ່າງສຽງບາງປະເທດ ໃນສະມາຊິກອາຊຽນເວົ້າວ່າ hການ ພັດທະນາເສັ້ນທາງລົດໄຟຕ້ອງ ຄ່ອຍເປັນຄ່ອຍໄປ, ຕ້ອງສຶກສາ ໃຫ້ລົງເລິກເຖິງຖອງແບບກະປິດ ກະປີ່ i ສຸດທ້າຍກໍ່ໄດ້ຮ່ວມຂະບວນ ລົດໄຟອັນດຽວກັນທີ່ເອີ້ນວ່າແບ່ງ ປັນຜົນປະໂຫຍດຮ່ວມກັນ, ແບ່ງປັນ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ແບ່ງປັນຄວາມສາມັກຄີມິດຕະພາບ ຮ່ວມກັນ, ແບ່ງປັນອະລິຍະທໍາຮ່ວມ ກັນ, ແບ່ງປັນຮອຍຍິ້ມຮ່ວມກັນ ແລະ ອື່ນໆ. ໂດຍ: ເກີດຂວັນໃຈ ມາລີຈັນສີ ຜູ້ຂຽນໄດ້ເຂົ້າໄປເບິ່ງ ແລະ ໄປ ຟັງຊ່ອງຢູທູບຂອງອາຊຽນຟຣັສ (httQs: www.Zoutube.Dom watDh v 1%sOaiOXgis) ເຊິ່ງສື່ດັ່ງກ່າວໄດ້ນໍາສະເໜີຂ່າວ ມີຫລາຍປະເດັນທີ່ໜ້າສົນໃຈໂດຍ ລະບຸວ່າ: ຫວຽດນາມ ໄດ້ຈັບມືກັບ ສປ ຈີນ ສ້າງເສັ້ນທາງລົດໄຟເຊື່ອມ ຕໍ່ເຂົ້າຫາຈີນ ເພື່ອສົ່ງສິນຄ້າອອກໄປ ໃນທະວີເອີຣົບ, ຕາເວັນອອກກາງ ແລະ ອື່ນໆ ເຊິ່ງໂຄງການດັ່ງກ່າວ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນ ທາງ. ໂຄງການກໍ່ສ້າງເສັ້ນທາງລົດ ໄຟ ຫວຽດນາມ-ຈີນ ນີ້ແມ່ນການ ຮ່ວມທຶນກັນ ໂດຍເຊື່ອມລາງລົດໄຟ ດ້ວຍລະບົບມາດຕະຖານຂະໜາດ 1,435 ແມັດ ເພື່ອຮັບປະກັນເຮັດ ໃຫ້ການຂົນສົ່ງສິນຄ້າ ແລະ ການ ລົງທຶນສະດວກສະບາຍຫລາຍຂຶ້ນ ກວ່າເກົ່າ. ຕາມຂໍ້ມູນເຕັກນິກນັ້ນ ຫວຽດນາມ ໄດ້ປ່ຽນຈາກຂະໜາດ ລາງ 1 ແມັດມາເປັນ 1,435 ແມັດ ເພື່ອຮອງຮັບຂະບວນສິນຄ້າລະ ຫວ່າງສອງສົ້ນຈາກຈີນ ເຂົ້າຫວຽດ ນາມ ແລະ ຈາກຫວຽດນາມ ເຂົ້າ ໄປຫາຈີນ ໂດຍທໍາອິດຈະພັດທະນາ ຈາກດ່ານລາວກາຍ- ຮ່າໂນ່ຍ-ໄຮ ຟອງ ເຊື່ອມທາງໄປຫາຈີນ. ພ້ອມ ນີ້, ສື່ໂກລໂບທາມສ ໃຫ້ທັດສະນະ ວ່າ: ຫວຽດນາມ ໄດ້ເຂົ້າຮ່ວມຍຸດ ທະສາດໜຶ່ງແລວໜຶ່ງທາງກັບ ສປ ຈີນຢ່າງເຕັມສ່ວນແລ້ວ ເພາະການ ເຊື່ອມເສັ້ນທາງລົດໄຟກັບຈີນ ຄື ການປ່ຽນໃບໜ້າອີກມູມໜຶ່ງດ້ານ ອາຫານ ແມ່ນວັດຖຸ ຫລື ສານ ໃດໜຶ່ງ ເຊິ່ງຢູ່ໃນຮູບແບບສຳເລັດ ຮູບ, ເຄິ່ງສຳເລັດຮູບຫລືບໍ່ທັນໄດ້ປຸງ ແຕ່ງເຊັ່ນ: ອາຫານສົດ, ດິບ, ເພື່ອ ການບໍລິໂພກຂອງຄົນລວມທັງ ເຄື່ອງດື່ມ, ຜະລິດຕະພັນອື່ນ ແລະ ສານໃດໜຶ່ງທີ່ນຳໃຊ້ໃນການຜະ ລິດ, ການກະກຽມປຸງແຕ່ງຫລືການ ບຳບັດອາຫານແຕ່ບໍ່ລວມເອົາເຄື່ອງ ສຳອາງ, ຢາສູບ ແລະ ສານທີ່ນຳໃຊ້ ເປັນຢາປົວພະຍາດ ແລະ ອາຫານ ໄດ້ຈັດແບ່ງເປັນສາມໝວດຄື: ໝວດ ອາຫານທີ່ໃຫ້ພະລັງງານແມ່ນ ໝວດ ອາຫານທີ່ໃຫ້ກຳລັງແຮງເຮັດ ໃຫ້ຮ່າງກາຍສາມາດເຄື່ອນໄຫວ ໄດ້ເຊັ່ນ: ເຂົ້າ,ນ້ຳມັນສັດ,ນໍ້າມັນພືດ, ແປ້ງ, ນ້ຳຕານ, ແລະ ອື່ນໆ. ທີ່ໃຫ້ ພະລັງງານ. ໝວດອາຫານທີ່ເສີມ ສ້າງຮ່າງກາຍແມ່ນໝວດອາຫານ ທີ່ຊ່ວຍສ້າງຮ່າງກາຍໃຫ້ຈະເລີນ ເຕີບໂຕ ແລະ ມີພູມຕ້ານທານຕໍ່ເຊື້ອ ພະຍາດເຊັ່ນ:ຊີ້ນ,ປາ,ນົມ,ໄຂ່, ແລະ ຖົ່ວປະເພດຕ່າງໆ. ໝວດອາຫານ ທີ່ເຮັດໃຫ້ຮ່າງກາຍມີຄວາມສົມດູນ ແມ່ນໝວດອາຫານທີ່ມີຄວາມຈຳ ເປັນໃນການພັດທະນາຮ່າງກາຍ, ມັນສະໝອງແລະຊ່ວຍໃຫ້ຮ່າງກາຍ ເພີ່ມພູມຕ້ານທານຕໍ່ເຊື້ອພະຍາດ ເຊັ່ນ: ຜັກ, ໝາກໄມ້, ວິຕາມິນ, ເກືອ ໄອໂອດິນ ແລະ ແຮ່ທາດອື່ນໆ. ໃນປັດຈຸບັນມີການບໍລິການແລະ ການສະໜອງອາຫານໃນສະຖານ ທີ່ຕ່າງໆເປັນຕົ້ນ ສະຖາບັນການສຶກ ສາ, ໂຮຽແຮມ, ຮ້ານອາຫານ, ໂຮງ ໝໍ, ງານດອງ, ງານສຳຄັນທາງ ການ ແລະ ງານອື່ນໆ ແມ່ນຮັບປະ ກັນຄວາມປອດໄພ, ຖືກຕ້ອງຕາມ ຫລັກອະນາໄມ ແລະ ໄດ້ຄຸນນະພາບ ຂອງອາຫານ. ດັ່ງນັ້ນ, ລັດ ຈຶ່ງຊຸກຍູ້ ສົ່ງເສີມຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງ ປະເທດລົງທຶນສຸມໃສ່ກິດຈະກຳ ອາຫານພື້ນເມືອງ ແລະ ສາກົນກ່ຽວ ກັບການຜະລິດ, ການປຸງແຕ່ງ, ການ ບໍລິການ, ການເກັບຮັກສາ, ການຂົນ ສົ່ງ ແລະ ການຈຳໜ່າຍເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການຂອງສັງຄົມ. ນອກຈາກນັ້ນ, ລັດ ຍັງໄດ້ເອົາໃຈໃສ່ໃນການຕອບ ສະໜອງຂໍ້ມູນຂ່າວສານໃຫ້ແກ່ພົນ ລະເມືອງກ່ຽວກັບການບໍລິໂພກ ອາຫານທີ່ປອດໄພ, ມີຄຸນນະພາບ, ມີຄຸນຄ່າທາງດ້ານໂພຊະນາການ, ສ້າງເງື່ອນໄຂ ເພື່ອອຳນວຍຄວາມ ສະດວກ, ປະກອບບຸກຄະລາ ກອນ, ພາຫະນະ ແລະ ງົບປະມານໃຫ້ແກ່ ວຽກງານການຄຸ້ມຄອງອາຫານ ພ້ອມທັງປຸກລະດົມຄົ້ນຄວ້າປະຊາ ຊົນໃຫ້ມີສ່ວນຮ່ວມໃນວຽກງານ ອາຫານ, ຄຽງຄູ່ກັນນັ້ນຍັງມີຄົນຈຳ ໜຶ່ງທີ່ບໍລິການ ແລະ ສະໜອງອາ ຫານຫວັງແຕ່ຜົນກຳໄລ ໂດຍບໍ່ຄຳ ນຶງເຖິງສຸຂະພາບຂອງຜູ້ບໍລິໂພກ ຈິ່ງສ່ວຍໂອກາດບໍລິການ ແລະ ສະ ໜອງອາຫານທີ່ບໍ່ໄດ້ຄຸນນະພາບ ເປັນຕົ້ນອາຫານທີ່ບູດເນົ່າ, ອາຫານ ປົນເປື້ອນ ແລະ ອື່ນໆ ທີ່ເປັນອັນ ຕະລາຍຕໍ່ສຸຂະພາບ, ຊີວິດຂອງຜູ້ ບໍລິໂພກ ເຊິ່ງກະທຳດັ່ງກ່າວເປັນ ການກະທຳທີ່ບໍ່ເໝາະສົມໃນກໍລະ ນີພາກສ່ວນທີ່ກ່ຽວຂ້ອງມາກວດ ພົບເຫັນກໍຈະຖືກສຶກສາອົບຮົມ ຫລື ປັບໃໝຕາມລະບຽບກົດໝາຍຖ້າ ຫາກວ່າມີຄວາມເປັນອັນຕະລາຍ ຮ້າຍແຮງຕໍ່ສັງຄົມຢ່າງຫລວງ ຫລາຍກໍຈະຖືກດຳເນີນຄະດີຕາມ ຂັ້ນຕອນຂອງລະບຽບກົດໝາຍໂດຍ ສະເພາະກົດໝາຍອາຍາມາດຕາ 144 ໄດ້ກຳນົດໄວ້ວ່າ: ບຸກຄົນຜູ້ໃດ ຫາກໄດ້ຜະລິດ ຫລື ຂາຍເຄື່ອງ ດື່ມ, ຊີ້ນ, ປາ, ໝາກ ໄມ້, ຜັກ ຫລື ເຄື່ອງບໍລິໂພກອື່ນໆ ຫລື ຢາປົວ ພະຍາດ ທີ່ເສຍຄຸນທີ່ເປັນອັນຕະລາຍ ຕໍ່ສຸຂະພາບຈະຖືກປັບໃໝ ແຕ່ 100.000ກີບຫາ1.000.000ກີບ. ໃນກໍລະນີທີ່ການກະທຳນັ້ນຫາກ ເປັນການກະທຳຜິດ ໂດຍເຈຕະນາ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນຫາສາມປີ ແລະ ຈະ ຖືກປັບໃໝແຕ່ 1.500.000 ກີບຫາ 5.000. 000 ກີບ. ສະນັ້ນ, ເພື່ອເຮັດໃຫ້ອາຫານມີ ຄຸນນະພາບ, ມີປະສິດທິຜົນ ແລະ ຮັບປະກັນໃຫ້ອາຫານມີຄວາມປອດ ໄພ, ມີຄຸນຄ່າທາງໂພຊະນາການ ແນໃສ່ປົກປ້ອງ, ສົງເສີມສຸຂະພາບ ຂອງຜູ້ບໍລິໂພກໃຫ້ມີພະລານາໄມ ສົມບູນ, ມີສຸຂະພາບແຂງແຮງ, ອາຍຸຍືນຍາວປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດຈຶ່ງຮຽກຮ້ອງມາຍັງ ພົນລະເມືອງລາວຕ້ອງປະຕິບັດ ພັນທະໃນການເຄົາລົບລະບຽບກົດ ໝາຍ ໂດຍສະເພາະຜູ້ປະກອບການ ທຸລະກິດອາຫານ. ການຄ້າຂ້າມຊາຍແດນ ແຕ່ທີ່ສໍາຄັນ ໃນຄວາມຕັດສິນໃຈຂອງຫວຽດ ນາມ ຄື ຈະກ້າວຂຶ້ນມາເປັນສູນກາງ ການຜະລິດສິນຄ້າ ທີ່ມີຄວາມຫລາກ ຫລາຍ ເພື່ອສົ່ງອອກຕະຫລາດ ໂລກ, ຈາກຂໍ້ມູນໄດ້ລາຍງານວ່າໃນ ປີ 2021 ນັ້ນຫວຽດນາມ ເປັນຜູ້ ສົ່ງອອກສິນຄ້າເປັນອັນດັບ 1 ໃນ 10 ຜູ້ສົ່ງອອກເຂົ້າເຖິງຕະຫລາດ ສະຫະພາບເອີໂຣບ, ຈີນ, ອາເມລິ ກາ, ຍີ່ປຸ່ນ, ເກົາຫລີ ແລະ ອື່ນໆ. ພ້ອມນີ້, ກໍາປູເຈຍ ກໍພວມສຶກສາ ຂໍ້ມູນ ແລະ ເບິ່ງຄວາມເປັນໄປໄດ້ ຈະສ້າງທາງດ່ວນ-ທາງລົດໄຟຜ່ານ ສປປ ລາວ, ຜ່ານໄທ, ຫວຽດນາມ ເພື່ອເຂົ້າໄປຫາສປຈີນໃຫ້ໄດ້ໃນອະ ນາຄົດ. ສະນັ້ນ, ຖ້າໂຄງການເສັ້ນ ທາງດ່ວນ-ທາງລົດໄຟ ເປັນໄປຕາມ ແຜນຈະເຮັດໃຫ້ 10 ຊາດ ອາຊຽນ ກາຍເປັນເສັ້ນທາງຄ້າຍໆຄື ສາຍ ແມງມູມເຊື່ອມໂຍງ-ເຊື່ອມຈອດ ໂດຍບໍ່ມີພົມແດນ ເຊິ່ງຈະກໍ່ໃຫ້ເກີດ ຜົນປະໂຫຍດລວມຂອງແຕ່ລະປະ ເທດຢ່າງຮອບດ້ານ.
RkJQdWJsaXNoZXIy MTc3MTYxMQ==