5516

-6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko 14/12/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹¤—Å —‹່ອນ (ສອງ) ຈັດຕັ້ງປະຕິບັດຍຸດທະສາດ ໃຫ້ບຸລິມະສິດແກ່ການປະກອບອາຊີບ. ການປະກອບອາຊີບເປັນບັນຫາພື້ນຖານ ທີ່ສຸດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ພວກເຮົາຕ້ອງເສີມຂະຫຍາຍນະໂຍບາຍ ໃຫ້ບຸລິມະສິດແກ່ການປະກອບອາຊີບ, ບູລະນະກົນໄກສົ່ງເສີມການປະກອບອາ ຊີບໃຫ້ສົມບູນຂຶ້ນ ແລະສົ່ງເສີມການປະ ກອບອາຊີບຢ່າງມີຄຸນນະພາບສູງຢ່າງ ເຕັມສ່ວນ. ຕ້ອງບູລະນະລະບົບການບໍລິ ການສາທາລະນະດ້ານການປະກອບອາ ຊີບໃຫ້ສົມບູນຂຶ້ນ, ປັບປຸງລະບົບການສະ ໜັບສະໜູນການປະກອບອາຊີບຂອງກຸ່ມ ຄົນຈຸດສຸມແລະເພີ່ມທະວີການຊ່ວຍເຫລືອ ກຸ່ມຄົນທຸກຍາກໃນດ້ານການປະກອບອາ ຊີບ. ຕ້ອງເຮັດໃຫ້ນະໂຍບາຍການປະ ກອບອາຊີບຢູ່ຕົວເມືອງ ແລະຊົນລະບົດ ເປັນເອກະພາບກັນ, ລຶບລ້າງຂໍ້ບົກຜ່ອງ ດ້ານໂຄງປະກອບ ແລະ ນະໂຍບາຍທີ່ກີດ ຂວາງການເຄື່ອນຍ້າຍຂອງແຮງງານ ແລະ ຜູ້ມີຄວາມຮູ້ຄວາມສາມາດ, ລຶບ ລ້າງຂໍ້ຈຳກັດທີ່ບໍ່ສົມເຫດສົມຜົນ ແລະ ການຈຳແນກໃນການປະກອບອາຊີບທີ່ກະ ທົບຕໍ່ຄວາມສະເໝີພາບກັນດ້ານການປະ ກອບອາຊີບ ເພື່ອໃຫ້ທຸກຄົນມີໂອກາດພັດ ທະນາຕົນເອງໂດຍຜ່ານການອອກແຮງ ງານຢ່າງດຸໝັ່ນຂະຫຍັນພຽນ. ຕ້ອງບູລະ ນະລະບຽບການອົບຮົມວິຊາຊີບຕະ ຫລອດຊີວິດໃຫ້ສົມບູນຂຶ້ນ, ຊຸກຍູ້ການແກ້ ໄຂຂໍ້ຂັດແຍ້ງດ້ານການປະກອບອາຊີບທີ່ ມີລັກສະນະອົງປະກອບ. ຕ້ອງປັບປຸງລະ ບຽບການຮັບປະກັນການປະກອບອາຊີບ ໂດຍຜ່ານການສົ່ງເສີມການສ້າງທຸລະ ກິດ, ສະໜັບສະໜູນ ແລະພັດທະນາຮູບ ການໃໝ່ຂອງການປະກອບອາຊີບຢ່າງ ເປັນລະບຽບແບບແຜນ. ບູລະນະກົດໝາຍ ກົດລະບຽບດ້ານການອອກແຮງງານໃຫ້ ສົມບູນຂຶ້ນ, ປັບປຸງກົນໄກເປິກສາຫາລື ແລະ ປະສານງານກ່ຽວກັບການພົວພັນ ການອອກແຮງງານ, ປັບປຸງລະບຽບການ ຮັບປະກັນສິດຜົນປະໂຫຍດຂອງຜູ້ອອກ ແຮງງານ ແລະ ເພີ່ມທະວີການຮັບປະກັນ ສິດຜົນປະໂຫຍດຂອງຜູ້ອອກແຮງງານ ທີ່ປະກອບອາຊີບແບບຄ່ອງແຄ້ວ ແລະ ການປະກອບອາຊີບດ້ວຍຮູບການໃໝ່. (ສາມ) ບູລະນະລະບົບປະກັນສັງ ຄົມໃຫ້ສົມບູນ. ລະບົບປະກັນສັງຄົມເປັນ ສິ່ງຮັບປະກັນຄວາມປອດໄພດ້ານຊີວິດ ການເປັນຢູ່ຂອງປະຊາຊົນແລະສິ່ງຮັບປະ ກັນສະຖຽນລະພາບດ້ານການເຄື່ອນ ໄຫວຂອງສັງຄົມ. ພວກເຮົາຕ້ອງບູລະນະ ລະບົບປະກັນສັງຄົມທີ່ມີຫລາຍລະດັບ, ປົກຄຸມທົ່ວປວງຊົນ, ປະສານສົມທົບລະ ຫວ່າງຕົວເມືອງ ແລະ ຊົນນະບົດໃຫ້ເປັນ ເອກະພາບກັນ, ມີຄວາມຍຸຕິທຳ, ເອກະ ພາບ, ປອດໄພ, ເປັນລະບຽບແບບແຜນ, ມີຄວາມຍືນຍົງໃຫ້ສົມບູນ. ຕ້ອງປັບປຸງ ລະບຽບການປະສົມປະສານການປະກັນ ໄພບຳນານຂັ້ນພື້ນຖານທົ່ວປະເທດໃຫ້ ເປັນເອກະພາບກັນ, ພັດທະນາລະບົບປະ ກັນໄພບຳນານທີ່ມີຫລາຍລະດັບຫລາຍ ເສົາຄ້ຳໃຫ້ສົມບູນ. ປະຕິບັດການແກ່ຍາວ ເກນອາຍຸຮັບບຳນານຕາມກົດໝາຍແບບ ຄ່ອຍເປັນຄ່ອຍໄປ. ເປີດກວ້າງຂອບເຂດ ປົກຄຸມຂອງລະບົບປະກັນສັງຄົມ,ບູລະນະ ກົນໄກການລະດົມທຶນປະກັນໄພບຳນານ ຂັ້ນພື້ນຖານແລະ ປະກັນສຸຂະພາບຂັ້ນພື້ນ ຖານ ກໍຄືການປັບປຸງສະຫວັດດີການໃຫ້ ສົມບູນ, ຊຸກຍູ້ການປະສົມປະສານເປັນເອ ກະພາບກັນຂັ້ນແຂວງທາງດ້ານການປະ ກັນສຸຂະພາບຂັ້ນພື້ນຖານ, ປະກັນໄພວ່າງ ງານແລະປະກັນໄພເຈັບເປັນຍ້ອນການ ເຮັດວຽກ. ຊຸກຍູ້ການປະກັນສຸຂະພາບ ຫລາຍລະດັບໃຫ້ເຊື່ອມຕໍ່ກັນຢ່າງເປັນລະ ບຽບ, ບູລະນະລະບຽບການປະກັນໄພ ການປິ່ນປົວພະຍາດຮ້າຍແຮງ ແລະ ຊ່ວຍ ເຫລືອການປິ່ນປົວໃຫ້ສົມບູນ, ຈັດຕັ້ງປະ ຕິບັດການຊຳລະຄ່າປິ່ນປົວແບບຂ້າມ ທ້ອງຖິ່ນ, ສ້າງລະບຽບການປະກັນໄພ ບຳບັດຮັກສາສຸຂະພາບເປັນໄລຍະຍາວ, ຕັ້ງໜ້າພັດທະນາປະກັນໄພສຸຂະພາບ ທຸລະກິດ. ເລັ່ງປັບປຸງເວທີບໍລິການສາທາ ລະນະປະກັນສັງຄົມທີ່ເປັນເອກະພາບກັນ ໃນທົ່ວປະເທດໃຫ້ສົມບູນຂຶ້ນ. ບູລະນະ ລະບົບຮັກສາມູນຄ່າເດີມແລະມູນຄ່າເພີ່ມ ຂອງກອງທຶນປະກັນສັງຄົມ ແລະຕິດຕາມ ຄຸ້ມຄອງຄວາມປອດໄພ. ບູລະນະລະບົບ ຊ່ວຍເຫລືອທາງສັງຄົມທີ່ມີການແບ່ງລະ ດັບແລະແບ່ງປະເພດໃຫ້ສົມບູນ. ຍຶດໝັ້ນ ໃນນະໂຍບາຍພື້ນຖານແຫ່ງຊາດຍິງຊາຍ ສະເໝີພາບກັນ, ປົກປ້ອງສິດຜົນປະໂຫຍດ ທີ່ຊອບດ້ວຍກົດໝາຍຂອງແມ່ຍິງ ແລະ ເດັກນ້ອຍ. ບູລະນະລະບຽບການປະກັນ ສັງ ຄົມແລະລະບົບບໍລິການຄົນພິການໃຫ້ ສົມບູນຂຶ້ນ, ຊຸກຍູ້ວຽກງານຄົນພິການພັດ ທະນາຢ່າງຮອບດ້ານ. ຍຶດໝັ້ນໃນທິດ ທາງ hເອົາເຮືອນເປັນທີ່ຢູ່ອາໃສ, ແຕ່ບໍ່ ແມ່ນສິນຄ້າ ເພື່ອສະແຫວງຫາຜົນກຳ ໄລi, ເລັ່ງສ້າງລະບຽບການເຮືອນຢູ່ທີ່ມີ ຜູ້ສະໜອງຫລາຍຝ່າຍ, ມີການຮັບປະກັນ ຈາກຫລາຍຊ່ອງທາງ, ມີການໃຫ້ເຊົ່າ ແລະ ການໃຫ້ຊື້ໄປຄຽງຄູ່ກັນ. (ສີ່) ຊຸກຍູ້ການສ້າງສາປະເທດຈີນ ທີ່ມີສຸຂະພາບ. ປະຊາຊົນມີສຸຂະພາບແຂງ ແຮງເປັນສັນຍະລັກສຳຄັນທີ່ສະແດງໃຫ້ ເຫັນຄວາມຈະເລີນຮຸ່ງເຮືອງຂອງປະຊາ ຊາດແລະຄວາມມັ່ງຄັ່ງເຂັ້ມແຂງຂອງ ປະເທດຊາດ. ສະນັ້ນ ຕ້ອງຖືເອົາການປົກ ປ້ອງສຸຂະພາບຂອງປະຊາຊົນໄວ້ຢູ່ໃນຖາ ນະຍຸດທະສາດທີ່ໃຫ້ບຸລິມະສິດໃນການ ພັດທະນາ, ປັບປຸງນະໂຍບາຍສົ່ງເສີມສຸ ຂະພາບຂອງປະຊາຊົນໃຫ້ສົມບູນຂຶ້ນ. ປັບປຸງຍຸດທະສາດການພັດທະນາປະຊາ ກອນໃຫ້ດີຂຶ້ນ, ສ້າງລະບົບນະໂຍບາຍ ເພື່ອສະໜັບສະໜູນການເກີດລູກ,ຫລຸດຕົ້ນ ທຶນໃນການເກີດລູກ, ລ້ຽງລູກ ແລະ ການ ສຶກສາໃຫ້ຕ່ຳລົງ. ຈັດຕັ້ງປະຕິບັດຍຸດທະ ສາດແຫ່ງຊາດເພື່ອຕັ້ງໜ້າ ຮັບມືກັບບັນ ຫາທີ່ມີປະຊາກອນຜູ້ອາຍຸສູງເພີ່ມຂຶ້ນ, ltst]a fvkg,]y dk 9tgru j ,mt;u Ij ;,,n da [ lxx ]k; grn j vdkora fmtokmu j pn opq ' [5 ody o9P'gzq j k,Q 'xu oU 9t9a f0B o1j k'2q f2N o ພັດທະນາວຽກງານລ້ຽງດູຜູ້ເຖົ້າແລະອຸດ ສາຫະກຳລ້ຽງດູຜູ້ເຖົ້າ, ປັບປຸງວຽກງານ ບໍລິການຜູ້ເຖົ້າປ່ຽວພອຍເປັນໝ້າຍໃຫ້ ດີ, ຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ຜູ້ເຖົ້າທຸກ ຄົນ ໄດ້ຮັບການບໍລິການລ້ຽງດູຂັ້ນພື້ນ ຖານ. ລົງເລິກການປະຕິຮູບໂຄງປະກອບ ດ້ານການຢາແລະສາທາລະນະສຸກ,ຊຸກຍູ້ ການພັດທະນາ ແລະ ການຄຸ້ມຄອງບໍລິ ຫານຢ່າງກົມກຽວລະຫວ່າງການປະກັນ ສຸຂະພາບ,ການປິ່ນປົວພະຍາດແລະການ ຢາ. ຊຸກຍູ້ການເສີມຂະຫຍາຍຊັບພະຍາ ກອນການແພດທີ່ມີຄຸນນະພາບດີ ແລະ ການຈັດສັນໃນແຕ່ລະເຂດແຄວ້ນໃຫ້ສະ ໝ່ຳສະເໝີ, ຍຶດໝັ້ນຖືເອົາການປ້ອງກັນ ເປັນຫລັກ, ເພີ່ມທະວີການຄຸ້ມຄອງສຸຂະ ພາບຕໍ່ຜູ້ເປັນພະຍາດຊຳເຮື້ອ ປະເພດຮ້າຍ ແຮງ, ຍົກສູງຄວາມສາມາດຂອງຮາກ ຖານໃນການປ້ອງກັນ,ປິ່ນປົວພະຍາດແລະ ການຄຸ້ມຄອງສຸຂະພາບ. ລົງເລິກການ ປະຕິຮູບໂຮງໝໍແຫ່ງລັດຕາມທິດ ສາທາ ລະນະປະໂຫຍດ, ປັບປຸງການພັດທະນາ ໂຮງໝໍເອກະຊົນໃຫ້ເປັນລະບຽບແບບ ແຜນ. ພັດທະນາຖັນແຖວພະນັກງານ ການແພດໃຫ້ເຕີບໃຫຍ່ຂະຫຍາຍຕົວ, ຖືເອົາວຽກງານຈຸດສຸມໄວ້ຢູ່ຊົນນະບົດ ແລະ ເຂດຊຸມຊົນ. ໃຫ້ຄວາມສຳຄັນຕໍ່ ສຸຂະພາບຈິດຕະສາດແລະສຸຂະພາບຈິດ. ສົ່ງເສີມການສືບທອດ ແລະ ການພັດທະ ນາຢ່າງມີການປະດິດສ້າງຂອງການ ແພດພື້ນເມືອງຈີນ. ປະດິດສ້າງກົນໄກ ການປະສານສົມທົບແລະການເຊື່ອມໂຍງ ເຂົ້າກັນລະຫວ່າງການປິ່ນປົວກັບການ ປ້ອງກັນພະຍາດ, ບູລະນະລະບົບສາທາ ລະນະສຸກໃຫ້ສົມບູນ, ຍົກສູງຄວາມສາ ມາດໃນການພົບເຫັນສະພາບການລະ ບາດຂອງພະຍາດໂດຍໄວ, ເພີ່ມທະວີການ ສ້າງລະບົບປ້ອງກັນ, ຄວບຄຸມ ແລະ ປິ່ນ ປົວພະຍາດລະບາດຮ້າຍແຮງ ແລະ ການ ສ້າງຄວາມສາມາດຮັບມືສຸກເສີນ, ເພື່ອ ສະກັດກັ້ນການແພ່ລະບາດຂອງພະຍາດ ຕິດແປດປະເພດຮ້າຍແຮງຢ່າງມີປະສິດ ທິຜົນ. ລົງເລິກດຳເນີນຂະບວນການປະ ເທດຈີນທີ່ມີສຸຂະພາບແຂງແຮງ ແລະ ຂະ ບວນການອະນາໄມຮັກຊາດ, ສົ່ງເສີມວິ ຖີຊີວິດສຸຂະພາບດີ ແລະ ຖືກຕ້ອງຕາມ ຫລັກວິທະຍາສາດ. ອ່ານຕໍ່¤—Å —ໜ້າ ຂປລ. ສະຫະລັດອາເມລິກາ ພ້ອມ ທີ່ຈະເພີ່ມທະວີການຮ່ວມມືກັບ ສປປ ລາວ ໃນ ຫລາຍດ້ານ ເພື່ອການພັດທະ ນາທີ່ໝັ້ນຄົງ ແລະ ຍືນຍົງຂອງ ສປປ ລາວ ແລະ ກ້າວໄປສູ່ການເຊື່ອມຈອດ ເຊື່ອມໂຍງທີ່ເຂັ້ມແຂງໃນພາກພື້ນ ໃນອະນາຄົດ. ທ່ານນາງ ຄາເມວ ພອລ ດໍສັນ ($amille 1. %awson) ຮອງຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ, ຫ້ອງການ ອາຊີຕາເວັນອອກ ແລະ ປາຊີຟີກ ກະ ຊວງການຕ່າງປະເທດ ສະຫະລັດອາ ເມລິກາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ ໃນວັນທີ 7 ທັນວາ 2022 ຢູ່ນະ ຄອນຫລວງວຽງຈັນ ໃນໂອກາດທີ່ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນຄັ້ງທໍາອິດ ໂດຍທ່ານ ໄດ້ກ່າວວ່າ: ການຮ່ວມມືສອງຝ່າຍ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ມີບັນຍາກາດທີ່ດີ ແລະ ມີ ປະສິດທິຜົນໃນຫລາຍດ້ານ ໂດຍສະ ເພາະການຮ່ວມມືແກ້ໄຂບັນຫາລະເບີດ ບໍ່ທັນ ແຕກຕົກຄ້າງ ຢູ່ລາວ, ເຊິ່ງນັບແຕ່ ປີ 1995 ເປັນຕົ້ນມາ ສະຫະລັດອາ ເມລິກາ ໄດ້ປະກອບສ່ວນງົບປະມານ ຫລາຍ ກວ່າ 310 ລ້ານໂດລາສະຫະ ລັດ ເຂົ້າໃນວຽກງານດັ່ງກ່າວ. ນອກນີ້ ສະຫະລັດອາເມລິກາ ກໍໄດ້ສືບຕໍ່ຮ່ວມ ມືໃນວຽກງານໂພຊະນາການ, ການສຶກ ສາ, ສາທາລະນະສຸກ, ກະສິກໍາ, ການ ສ້າງຄວາມເຂັ້ມແຂງດ້ານວຽກງານ ກົດໝາຍ ແລະ ຂົງເຂດອື່ນເປັນຈໍານວນ ຫລາຍໃນໄລຍະຜ່ານມາ. ແນວໃດກໍ ຕາມ, ສະຫະລັດອາເມລິກາ ກໍເຫັນວ່າ ຍັງມີອີກຫລາຍດ້ານທີ່ຢາກສືບຕໍ່ຮ່ວມ ມືກັບ ສປປ ລາວ ໂດຍສະເພາະການ ລົງທຶນ ໃສ່ການພັດທະນາໃນອະນາ ຄົດຂອງ ສປປ ລາວ ເປັນຕົ້ນແມ່ນການ ສະໜັບສະໜູນປັບປຸງພາກທຸລະກິດ ຂອງລາວໃຫ້ເຂັ້ມແຂງ, ຊຸກຍູ້ໃຫ້ຜູ້ປະ ກອບການ ຫລື ນັກທຸລະກິດ ຂອງສອງ ປະເທດໄດ້ຮ່ວມມືກັນນັບມື້ຫລາຍຂຶ້ນ. ນອກນີ້, ກໍຈະສ້າງ ເງື່ອນໄຂ ແລະ ໂອ ກາດທີ່ເອື້ອອໍານວຍຫລາຍຂຶ້ນ ໃຫ້ແກ່ ການຮ່ວມມືຂອງພາກປະຊາຊົນ ໂດຍ ເນັ້ນໃສ່ການສົ່ງເສີມການສຶກສາຂອງ ໄວໜຸ່ມ, ການແລກປ່ຽນ ວັດທະນະທໍາ ແລະ ການທ່ອງທ່ຽວ ລະຫວ່າງ ປະຊາ ຊົນສອງປະເທດ ລວມເຖິງການເສີມ ສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງ ຜູ້ນໍາໄວໜຸ່ມ. ພ້ອມນີ້, ທ່ານນາງ ຄາເມວ ພອລ ດໍສັນ ຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງ ຍຸດທະສາດ ອິນໂດ-ປາຊີຟີກ ຂອງສະ ຫະລັດອາເມລິກາ ວ່າ: ຍຸດທະສາດ ດັ່ງກ່າວ ແມ່ນເນັ້ນໃສ່ການເສີມສ້າງ ຄວາມຮ່ວມມື ເພື່ອສ້າງຄວາມເຂັ້ມ ແຂງ, ຄວາມປອດໄພ ແລະ ຄວາມໝັ້ນ ຄົງໃນພາກພື້ນ. ຍຸດທະສາດນີ້ມີຄວາມ ສໍາຄັນຫລາຍຕໍ່ເສດຖະກິດ ໂລກ ເພາະ ວ່າພາກພື້ນນີ້ ມີປະປະຊາກອນເກືອບ ເຄິ່ງໜຶ່ງຂອງໂລກ ແລະ ກວມເອົາສັດ ສ່ວນ 2 3 ຂອງ ຈິດີພີ ແລະ ເສດຖະ ກິດຂອງໂລກ. ດັ່ງນັ້ນ ການຮ່ວມມື ໃນ ພາກພື້ນນີ້ ແມ່ນສິ່ງສໍາຄັນທີ່ ສະຫະລັດ ອາເມລິກາ ໄດ້ຄໍານຶງເຖິງການເຕີບໂຕ ຢ່າງຮອບດ້ານ. ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ. ເປັນເວລາ 2 ປີທີ່ມີການແພ່ລະ ບາດຂອງພະຍາດໂຄງວິດ-19 ເຮັດໃຫ້ ການຈັດບຸນປະຈຳເຜົ່າ, ປະຈຳຊາດ ລາວເຮົາໄດ້ຫງຽບເຫງົາພໍສົມຄວນ. ໜຶ່ງໃນນີ້ ກໍແມ່ນບຸນກິນຈຽງ ຫລື ນໍເປ້ເຈົ່າ ຂອງພີ່ນ້ອງເຜົ່າມົ້ງກໍບໍ່ ໄດ້ ຈັດໃຫຍ່ເຊັ່ນດຽວກັນ (ຈັດພາຍໃນ ຄອບຄົວຂອງໃຜລາວ). ແຕ່ເຖິງຢ່າງ ໃດກໍດີມາໃນປີນີ້ ຄວາມເບີກບານມ່ວນ ຊື່ນໃນການສະເຫລີມສະຫລອງບຸນກິນ ຈຽງຄືໃນໄລຍະຜ່ານມາ ກໍຈະກັບມາ ອີກຄັ້ງ ເຊິ່ງຈະເລີ່ມແຕ່ວັນທີ 22 ເດືອນທັນວາ 2022 ເປັນຕົ້ນໄປ ແລະ ພາຍໃນ ບຸນຈະມີກິດຈະກຳຫລາກ ຫລາຍໃຫ້ສັງຄົມໄດ້ຮັບຊົມ ໂດຍສະ ເພາະຢູ່ໃນບັນດາ ຕົວເມືອງໃຫຍ່ກໍຈະ ມີກິດຈະກຳໂຍນໝາກຄອນ, ກິລາພື້ນ ເມືອງ, ຕະຫລາດນັດ. ພິເສດກໍຈະມີ ການປະກວດນາງງາມ (ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫລວງ ໂດຍການໂຍນໝາກຄອນ ເພື່ອຜູກມັດ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ, ຍັງໄດ້ມີການສະ ແດງສິລະປະ ແລະ ສ້າງຂະບວນການ ກິລາ ທີ່ເປັນເອກະລັກຂອງຊົນເຜົ່າມົ້ງ ເຊັ່ນ: ຂັບລໍາເຜົ່າມົ້ງ, ເປົ່າປີ່, ເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ, ຍິງໜ້າເກັກ ແລະ ອື່ນໆ. ສຳລັບປະເພນີບຸນກິນຈຽງປີນີ້, ແມ່ນເລີ່ມມື້ແຮ່ມ 14 ຄ່ຳ ເຊິ່ງກົງກັບ ວັນທີ 22 ທັນວາ 2022 ເປັນມື້ເລີ່ມຕົ້ນ ທີ່ເອີ້ນວ່າ: ຈຽງໄກ່ ແລະ ມື້ຂຶ້ນ 1 ຄ່ຳ ກໍແມ່ນກິດຈະກຳໂຍນໝາກຄອນ ແລະ ກິດຈະກຳອື່ນໆ. ການສະເຫລີມສະ ຫລອງບຸນດັ່ງກ່າວ ໃນແຕ່ລະທ້ອງຖິ່ນກໍ ແຕກຕ່າງກັນໄປບາງບ້ານກໍຈັດພຽງ 3 ມື້, ແຕ່ບາງບ້ານກໍຈັດ 5 ມື້, 7 ມື້ ໂດຍອີງຕາມເງື່ອນໄຂຂອງແຕ່ລະ ບ້ານ. ແນວໃດກໍດີເຖິງວ່າບຸນກິນຈຽງ ຂອງພີ່ນ້ອງເຜົ່າມົ້ງປີນີ້, ຈະໄດ້ຈັດຂຶ້ນ ຢ່າງເບີກບານມ່ວນຊື່ນກໍຈິງ ຖ້າທ່ານ ຜູ້ອ່ານໄດ້ໄປທ່ຽວ ຫລື ຮ່ວມສະເຫລີມ ສະຫລອງກໍຕ້ອງໄດ້ເອົາໃຈໃສ່ປ້ອງກັນ ຕົນເອງ ເພື່ອຫລີກເວັ້ນການແພ່ເຊື້ອພະ ຍາດໂຄວິດ-19 ເພາະປັດຈຸບັນອີງຕາມ ຕົວເລກການຕິດເຊື້ອພະຍາດດັ່ງກ່າວ ຈາກກະຊວງສາທາລະນະສຸກ ກໍມີຜູ້ຕິດ ເຊື້ອຫລາຍສິບຄົນຕໍ່ມື້. ແນວໃດກໍຕາມ ມື້ນີ້ ຄໍລຳຊີວິດ-ວັດທະນະທຳໜັງສືພິມ ປະເທດລາວ ຂໍນຳສະເໜີແບບລວມໆ ໃຫ້ທ່ານຜູ້ອ່ານພຽງເທົ່ານີ້ກ່ອນເຊິ່ງ ຈະມານຳສະເໜີຕື່ມໃນສະບັບໜ້າ. ໂດຍ: ເຂົ້າຈານນໍ້າ ວຽງຈັນ) ແລະ ກິດຈະກຳອື່ນໆ. ບຸນກິນຈຽງຂອງເຜົ່າມົ້ງຄ້າຍຄືກັບ ບຸນເຜົ່າອື່ນໃນລາວແລະຈັດຂຶ້ນປີລະຄັ້ງ ເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເປັນສັນຍະລັກແຫ່ງຄວາມສາມັກຄີ, ຄວາມຜູກໝັ້ນໃນວົງສາຄະນາຍາດ ຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ ມາພົບປະສ້າງສັນ ແລະ ເພື່ອເຮັດພິທີ ກຳລະນຶກເຖິງບັນພະບູລຸດຂອງວົງສາ ຄະນະຍາດຕົນ ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນຳພາຊາວເຜົ່າມົ້ງຈັດບຸນນໍເປ້ເຈົ່າ ຂຶ້ນມາແຕ່ດົນນານ ແລະ ມີຄວາມໝາຍ ຄວາມສຳຄັນທີ່ສ່ອງແສງເຖິງຮີດຄອງ ປະເພນີ, ວັດທະນະທຳອັນດີງາມຂອງ ຊົນເຜົ່າໃນລາວ ໂດຍສະເພາະແມ່ນ ເຜົ່າມົ້ງ ເຊິ່ງມີເອກະລັກສະເພາະຂອງ ເຜົ່າເຊັ່ນ: ການໂຍນໝາກຄອນ, ເປົ່າ ແຄນ, ການຂັບລຳ, ຍິງໜ້າເກັກ, ຕີ ໝາກຂ່າງ, ເປົ່າຂຸ່ຍ ແລະ ເປົ່າໃບໄມ້ ໃນ ເວລາສະເຫລີມສະຫລອງບຸນດັ່ງກ່າວ. ຊົນເຜົ່າມົ້ງເປັນຊົນເຜົ່າໜຶ່ງໃນວົງຄະ ນາຍາດແຫ່ງຊາດລາວຈັດຢູ່ໃນໝວດ ພາສາມົ້ງ-ອີມຽນ ມີປະຫວັດຄວາມ ເປັນມາອັນຍາວນານຄ້າຍຄືກັບຊົນ ເຜົ່າອື່ນໆຂອງລາວ, ມີພາສາຂຽນ ເປັນເອກະລັກຂອງຕົນເອງ ສ່ວນພາ ສາປາກເວົ້າມີຄວາມແຕກຕ່າງກັນ ເລັກໜ້ອຍ, ແຕ່ສາມາດເຂົ້າໃຈ ເຊິ່ງກັນ ແລະ ກັນ, ມີເອກະລັກທາງດ້ານຮີດ ຄອງປະເພນີຄວາມເຊື່ອ ຖືວັດທະນະ ທຳຂອງຕົນເອງໄວ້ໃຫ້ຮຸ່ນລູກຮຸ່ນ ຫລານຈົນເຖິງທຸກວັນນີ້. ບຸນກິນຈຽງ ຫລື ນໍ່ເປ້ເຈົ່າ ຂອງຊົນເຜົ່າມົ້ງ ເພື່ອເປັນ ການສະເຫລີມສະຫລອງຜົນງານ ການຜະລິດໃນຮອບໜຶ່ງປີ ທັງເປັນ ການຟື້ນຟູເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ເປັນແມ່ ແລະ ຜູ້ນຳພາໃນຕະ ກຸນ ເປັນໂອກາດເຕົ້າໂຮມພໍ່ແມ່ຍາດຕິພີ່ ນ້ອງທັງໃກ້ ແລະ ໄກ ເພື່ອຢ້ຽມຢາມພົບ ປະສ້າງສັນຄວາມສາມັກຄີ ແລະ ຮູ້ບຸນ ຄຸນ ເຊິ່ງກັນ ແລະ ກັນ, ພາຍໃນງານ ໄດ້ ມີການແຂ່ງຂັນກິລາຍິ່ງໜ້າເກັກ, ກິລາ ໝາກຄ່າງ, ກິລາງົວຊົນນ, ໂຍນໝາກ ຄອນ ແລະ ຊົມສິລະປະຂອງຊົນເຜົ່າມົ້ງ ຢ່າງມ່ວນຊື່ນ. ອັນພົ້ນເດັ່ນໃນໄລຍະ ໃໝ່ນີ້ ກໍມີຫລາກຫລາຍກິດຈະກຳເກີດ ຂຶ້ນພາຍໃນບຸນ ໂດຍສະເພາະແມ່ນ ການປະກວດນາງງາມໃນແຕ່ລະປີ ເຊິ່ງກິດຈະກຳນີ້ຫລາຍສິບປີຜ່ານມາ ແມ່ນບໍ່ມີ. ປະເພນີກິນຈຽງ ຈະຈັດເປັນ 3 ໄລ ຍະຄື: ໄລຍະທີ 1: ຫົວໜ້າຄອບຄົວຈະ ເປັນຜູ້ປັດສິ່ງທີ່ບໍ່ດີ, ຄວາມທຸກຍາກໃນ ຄອບຄົວ ແລະ ໄປສົ່ງທ້າຍປີເກົ່າຕ້ອນ ຮັບປີໃໝ່ຢູ່ໃນຈຸດເຕົ້າໂຮມລວມຂອງ ແຕ່ລະຊິງຊາວ; ໄລຍະທີ 2: ແມ່ນໄລ ຍະທີ່ຫົວໜ້າຄອບຄົວ ໄດ້ມາເອີ້ນຂວັນ ຢູ່ເຮືອນໃຫ້ແຕ່ລະຄົນໃນຄອບຄົວຫລັງ ເລີກຈາກການເຕົ້າໂຮມພິທີລວມໃຫຍ່ ໃຫ້ຢູ່ດີມີແຮງ, ປັດເປົ່າສິ່ງທີ່ບໍ່ດີອອກ ໄປຈາກຄອບຄົວ ແລະ ມີການເຮັດພາ ເຂົ້າສາມັກຄີໃນຄອບຄົວເອີ້ນກັນວ່າ ຈຽງໄກ່; ໄລຍະທີ 3: ແມ່ນໄລຍະພົບປະ ສ້າງສັນກັບຜູ້ເຖົ້າ-ຜູ້ແກ່ຊິງຊາວ, ພົບ ປະສ້າງສັນລະຫວ່າງໝູ່ຄູ່, ບ່າວສາວ

RkJQdWJsaXNoZXIy MTc3MTYxMQ==