14/12/2022 xtgmf]k; 3 0j k; c]t gsfdko co;7y f-U oe0v'xtmko wdlvo rq ,;y sko .o;Pd'kod+ lh k'Ikd4kodkog,n v' yf U o q, y s +lh k nv yf U o q, y s gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ll- c0;'9exkla d ltg|u ]a f4t[ko g]a j 'cdh w0[a osk76 lvo[+ rP'r= a u a a j h a 6 + = a u a ໂດຍ: ມາລິດາ ຂປລ. ໃນອາທິດທີ່ຜ່ານມາ, ໄດ້ ມີພິທີມອບ-ຮັບໂຄງການສົ່ງເສີມ ຄອບຄົວຕົວແບບລ້ຽງແບ້ ທີ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ໂດຍ ໄດ້ຮັບການຊ່ວຍເຫລືອຂອງໂຄງການ ທີ່ເຫັນຜົນໄວ (QuiDk ImQaDt 1SoKeDt) ຈາກລັດຖະບານ ແລະ ປະ ຊາຊົນ ອິນເດຍ ຜ່ານໂຄງການຮ່ວມ ມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ມີມູນຄ່າ 50.000 ໂດລາສະຫະລັດ ໂດຍມີ 3 ຄອບຄົວ ເຂົ້າຮ່ວມກິດຈະກໍາ ດັ່ງກ່າວ. ນອກຈາກນີ້, ຍັງມີການປະກອບສ່ວນ ຂອງຄອບຄົວຕົວແບບ ທີ່ສະໝັກໃຈ ເຂົ້າຮ່ວມຈັດຕັ້ງໂຄງການດັ່ງກ່າວ 400 ກວ່າລ້ານກີບ. ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການຮ່ວມ ມື, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ ຮູ້ວ່າ: ໂຄງການສົ່ງເສີມຄອບຄົວຕົວ ແບບລ້ຽງແບ້ ແມ່ນໂຄງການເປົ້າໝາຍ ຂອງເມືອງທຸລະຄົມ ທີ່ຈະສ້າງເປັນ ຕົວແບບ ໃນການພັດທະນາການກະ ເສດຄົບວົງຈອນໃນພື້ນທີ່ເຂດຊົນລະ ປະທານບ້ານແຈ້ງ ແລະ ຈະກາຍເປັນ ຕົວແບບສູນການຮຽນຮູ້ໃນການຈັດ ຕັ້ງກິດຈະກຳການປູກ-ການລ້ຽງແບບ ປະສົມປະສານ ເຊິ່ງບັນດາກິດຈະກຳ ທີ່ບັນດາຄອບຄົວຕົວແບບໄດ້ຈັດຕັ້ງ ປະຕິບັດຢູ່ໃນປັດຈຸບັນ ມີ 5 ກິດຈະ ກຳຫລັກຄື: ການລ້ຽງແບ້ແບບລະບົບ ຟາມ, ການລ້ຽງປາໃນນາເຂົ້າ, ການ ປູກພືດໝູນວຽນ ເພື່ອປັບປຸງດິນ, ການ ປູກເຂົ້ານາປີ ແລະ ນາແຊງ, ກິດຈະ ,v[{Ia [37'dkolqj 'glu ,7v[7q ;8q ;c[[ ]h P'c[h muj [h koc9h ' g,n v'm5 ]t7q , dq ,75h ,7v'-a [ly ocsj ']a f ]k;{s;Pfok, sk]n dkoc]dxj Po[q fIPo ກຳການລ້ຽງສັດປີກ (ເປັດ,ໄກ່) ແລະ ກົບປະສົມປະສານໃນນາເຂົ້າ ທັງນາປີ ແລະ ນາແຊງ. ທ່ານ ທັດສະກາ ສະພັງທອງ ກ່າວ ຕື່ມວ່າ: ເຖິງຢ່າງໃດກໍຕາມພວກ ເຮົາຍັງມີຂໍ້ຈໍາກັດຫລາຍດ້ານໂດຍສະ ເພາະດ້ານການຕະຫລາດ ແລະ ການ ສ້າງກຸ່ມການຜະລິດ ແລະ ເຄື່ອຂ່າຍ ການຂາຍ ປະເພດແບ້ ຍັງບໍ່ທັນກວ້າງ ຂວາງ ແລະ ເຮັດໄດ້ຢ່າງຕໍ່ເນື່ອງ,ປະລິ ມານຜົນຜະລິດ ຍັງມີໜ້ອຍໃຫ້ກັບຜູ້ຊື້ ແບບຮວບຮວມຈໍານວນຫລາຍ ເພື່ອໃຫ້ ຄ່າຂົນສົ່ງຖືກລົງ; ຕະຫລາດການບໍລິ ໂພກພາຍໃນຍັງຈຳກັດ ແລະ ລາຄາ ຂາຍແບ້ທຽບກັບອັດຕາເງິນເຟີ້ຂອງ ລາວ ແມ່ນເປັນຂໍ້ຈໍາກັດ ສຳລັບຜູ້ລ້ຽງ ແບ້; ດ້ານຄວາມຮູ້ໃນການຕອບໂຕ້ ກັບພະຍາດ ແລະ ການປິ່ນປົວແບ້ຂອງ ກະສິກອນ ຍັງບໍ່ທັນໄດ້ດີຍ້ອນການວິ ນິດໄສໂລກ ທີ່ເກີດຂຶ້ນຍັງເປັນການ ຄາດເດົາເອົາ ເຊິ່ງບໍ່ທັນມີຫ້ອງແລບໃນ ການວິໄຈໂລກ ທີ່ເກີດກັບແບ້ເຮັດໃຫ້ ແບ້ຂອງກະສິກອນທີ່ລ້ຽງແບບປ່ອຍ ປະຕາມທໍາມະຊາດຕາຍ ແລະ ແກ້ໄຂ ບໍ່ທັນ. ໂອກາດດຽວກັນນີ້, ທ່ານ ດິນກ້າ ອັສທານາ ເອກອັກຄະລັກຖະທູດອິນ ເດຍປະຈຳສປປລາວໄດ້ກ່າວວ່າ: ໂຄງ ການສົ່ງເສີມຄອບຄົວຕົວແບບລ້ຽງ ແບ້ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນ ປີ 2020 ໂດຍກໍານົດເອົາກິດຈະກໍາ ທີ່ເປັນພື້ນຖານອັນສຳຄັນ ເພື່ອກ້າວ ໄປເຖິງລະບົບການລ້ຽງແບ້ແບບລະ ບົບຟາມ ເຊິ່ງມີທັງໝົດ 5 ກິດຈະກຳ ຫລັກ ເຊັ່ນ: ພາກຈັດຕັ້ງກິດຈະກໍາຂອ ງ ໂຄງການ, ການສ້າງຄອກແບ້ເປັນລະ ບົບຟາມທີ່ໄດ້ມາດຕະຖານ, ການພັດ ທະນາຮັກສາສຸຂະພາບສັດ, ການຈັດ ຫາພໍ່-ແມ່ພັນແບ້ເພື່ອນຳເຂົ້າມາລ້ຽງ ໃນຟາມ ແລະ ການຄຸ້ມຄອງບໍລິຫານ ໂຄງການ. ພ້ອມນີ້, ຍັງໄດ້ສະໜອງ ການປູກຫຍ້າລ້ຽງແບ້, ການປູກຕົ້ນໄມ້ ແລະ ສະໜອງວັດສະດຸ ເພື່ອການກໍ່ສ້າງ ຮົ້ວລ້ອມຄອກແບ້. ນອກນີ້, ຍັງມີການ ຝຶກອົບຮົມການລ້ຽງແບ້, ການປິ່ນປົວ ແລະ ການດູແລສຸຂະພາບແບ້ນຳອີກ. Á່ານ «ອນ Ê Æ ານ ້£າອÁ¤ ານ ªນÇ ທັດສະນະ-ແນວຄິດຊີ້ນຳຂອງ ປະທານ ໄກສອນ ພົມວິຫານ ກ່ຽວ ກັບວຽກງານການກໍ່ສ້າງຮາກຖານ ການເມືອງ ນັບແຕ່ເລີ່ມຕົ້ນຈົນສາ ມາດໝູນໃຊ້ເປັນບົດຮຽນທີ່ພົ້ນເດັ່ນ ໃນປັດຈຸບັນ ແລະ ບາງຄຳເຫັນທີ່ສະ ແດງອອກ ດັ່ງນີ້: ຂະບວນການປະຕິວັດຂອງມະ ຫາຊົນ ເປັນບ່ອນຝຶກຝົນຫລໍ່ຫລອມ ພະນັກງານຂຶ້ນມາ ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: hບໍ່ ຢ້ານ ວ່າຈະບໍ່ມີພະນັກງານພຽງແຕ່ຮູ້ ສ້າງຂະບວນການແລ້ວນຳເອົາພະ ນັກງານລົງສູ່ຂະບວນການຝຶກຝົນ ຫລໍ່ຫລອມໃນຂະບວນການວຽກ ງານຕົວຈິງກໍຈະມີພະນັກງານຮູ້ບັນ ຊາ, ຮູ້ນຳພາວຽກງານພົ້ນເດັ່ນ ຂຶ້ນi. ປະທານ ໄກສອນ ພົມວິຫານ ຍັງໃຫ້ນິຍາມຂະບວນການວ່າ: hຂະ ບວນການ: ແມ່ນການເຮັດວຽກ ງານໃດໜຶ່ງທີ່ມີລັກສະນະແຜ່ຫລາຍ ທົ່ວໄປ; ການເຮັດວຽກງານນັ້ນຕ້ອງ ເຮັດຢ່າງມີການຈັດຕັ້ງນຳພາ ແລະ ເຮັດດ້ວຍຄວາມຕື່ນຕົວ (ບໍ່ໄດ້ບັງ ຄັບ) ເຮັດໄດ້3 ເນື້ອໃນນີ້ຈິ່ງເຮັດໃຫ້ ຂະບວນການຕ່າງໆ ຍືນຍົງຄົງຕົວ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງi ແລະ ປະທານ ໄກສອນ ພົມວິຫານ ຍັງສັ່ງສອນໄວ້ອີກວ່າ: hການທີ່ໄດ້ ລົງກໍ່ສ້າງຮາກຖານການເມືອງ ຊຶ່ງມີການຊີ້ນຳໂດຍກົງຂອງກົມ ການເມືອງ ແມ່ນກາລະໂອກາດດີທີ່ ສຸດໃນຊີວິດການເມືອງທີ່ໄດ້ຮໍ່າຮຽນ ເປັນລະບົບແມ່ນສິ່ງທີ່ດີ ແລະ ເປັນ ພື້ນຖານແລ້ວ ແຕ່ຫາກບໍ່ຮູ້ນຳໃຊ້ ຄວາມຮູ້ທີ່ໄດ້ຮໍ່າຮຽນມານັ້ນ ເຂົ້າ ກັບວຽກງານຕົວຈິງ ທັງບໍ່ສ້າງໄດ້ ຜົນປະໂຫຍດຫຍັງໃຫ້ແກ່ປະຊາຊົນ, ສັງຄົມແລ້ວ ຄວາມຮູ້ທີ່ຮຽນມານັ້ນ ກໍຈະບໍ່ມີຄຸນຄ່າຫຍັງທັງໝົດ. ດັ່ງ ນັ້ນ, ການມາລົງກໍ່ສ້າງຮາກຖານ ການເມືອງ ຈິ່ງແມ່ນການມາກໍ່ສ້າງ ຕົນເອງໃຫ້ເຕີບໃຫຍ່ຂຶ້ນກັບວຽກ ງານຕົວຈິງ, ເປັນໂອກາດໜຶ່ງຝຶກ ຝົນຫລໍ່ຫລອມຕົນເອງໃນທຸກໆດ້ານ ແລະ ເພື່ອໃຫ້ເຂົ້າສູ່ລວງເລິກຕໍ່ໄປ ນີ້ການລົງກໍ່ສ້າງຮາກຖານຊົນນະ ບົດຄວນຫັນເປັນໂຄງການຕິດພັນ ກັບຄວາມຮັບຜິດຊອບຂອງຂະ ແໜງການສາຍຕັ້ງ.ໝາຍຄວາມວ່າ, ມີໂຄງການວຽກງານຕົວຈິງ, ສຸມ ທຶນຮອນເຂົ້າໃສ່ ແລະ ມີຄົນໄປ ນຳພາເຮັດຕົວຈິງ ແລະ ເຮັດຢ່າງມີ ຈຸດສຸມi. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງບົດບາດຂອງພະນັກ ງານລົງກໍ່ສ້າງຮາກຖານ ມີຢູ່ 4 ບົດບາດຕົ້ນຕໍຄື: hເປັນເສນາທິ ການ; ເປັນຜູ້ນໍາພາ; ເປັນຜູ້ເຮັດຕົວ ຈິງ ແລະ ເປັນເຈົ້າການເພື່ອຊ່ວຍ ເຫລືອທ້ອງຖິ່ນຮາກຖານໃຫ້ເປັນ ເຈົ້າການi. ຈາກບົດຮຽນທີ່ຖອດຖອນໄດ້ ຢູ່ຮາກຖານ ປະທານ ໄກສອນ ພົມວິ ຫານ ໄດ້ນຳເອົາມາບູລະນະແນວ ທາງ-ນະໂຍບາຍຂອງພັກໂດຍພັກ ໄດ້ໃຫ້ທັດສະນະສຳຄັນຫລາຍຢ່າງ ຕໍ່ກັບການພັດທະນາຊົນນະບົດເປັນ ຕົ້ນແມ່ນການເສີມຂະຫຍາຍປະ ຊາທິປະໄຕ ແລະ ສິດເປັນເຈົ້າຂອງ ປະເທດຊາດ ໃນການກໍ່ສ້າງຮາກ ຖານໃຫ້ເຂັ້ມແຂງຮອບດ້ານດັ່ງໃນ ມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງ ພັກ ໄດ້ກໍານົດວ່າ: ການເສີມຂະ ຫຍາຍປະຊາທິປະໄຕ ແມ່ນເປັນ ແຮງດັນທັງເປັນຈຸດໝາຍຂອງການ ປ່ຽນແປງໃໝ່ຮອບດ້ານຂອງພັກ ແມ່ນຂະບວນການວິວັດອັນຍາວ ນານ ແຫ່ງການຂະຫຍາຍຕົວຂອງ ປະເທດຊາດ, ການເສີມຂະຫຍາຍ ປະຊາທິປະໄຕ ຕ້ອງຕິດພັນກັບຈັງ ຫວະການຂະຫຍາຍຕົວໃນທຸກດ້ານ ຂອງປະເທດຊາດ, ຕິດພັນກັບລະ ບົບຄວາມຮູ້ຂອງປະຊາຊົນບັນດາ ເຜົ່າແຕ່ລະບ່ອນ, ຕິດພັນກັບຈຸດພິ ເສດດ້ານປະຫວັດສາດ ແລະ ມູນ ເຊື້ອຂອງຊາດi. ຍ້ອນແນວນັ້ນ, ພວກເຮົາຕ້ອງ ປະຕິບັດມາດຕະການຍຸດທະສາດ ຫັນລົງກໍ່ສ້າງຮາກຖານ ເພື່ອກໍ່ສ້າງ ຮາກຖານໃຫ້ໜັກແໜ້ນເຂັ້ມແຂງ ຮອບດ້ານ, ຕ້ອງເຂົ້າໃຈແຈ້ງວ່າລັດ ໜຶ່ງ, ລະບອບໜຶ່ງຈະຍືນຍົງຄົງໝັ້ນ ກໍຕໍ່ເມື່ອພື້ນຖານຂອງລັດ ຫລື ລະ ບອບນັ້ນໆ ໄດ້ຮັບການກໍ່ສ້າງຢ່າງ ແໜ້ນໜາຖາວອນ. ສະນັ້ນ, ເມື່ອ ເວົ້າເຖິງການກໍ່ສ້າງຮາກຖານກໍ ໝາຍເຖິງ hການກໍ່ສ້າງ ແລະ ພັດ ທະນາຊົນນະບົດ, ກໍ່ສ້າງບ້ານຊ່ອງ ໃຫ້ເຂັ້ມແຂງຮອບດ້ານເປັນຈຸດໜັກ ນັ້ນເອງi ແລະ ຈໍາເປັນຕ້ອງສືບຕໍ່ ປະຕິບັດແຜນການຫັນລົງສູ່ຮາກ ຖານ-ຫັນລົງສູ່ຊົນນະບົດ, ຂຶ້ນໄປ ເຂດພູດອຍ. ບັນຫາຮີບດ່ວນໃນ ສະເພາະໜ້າຕໍ່ວຽກງານກໍ່ສ້າງຮາກ ຖານແລະພັດທະນາຊົນນະບົດແມ່ນ: ຕ້ອງສ້າງໂຄງການພັດທະນາຊົນ ນະບົດທີ່ສອດຄ່ອງກັບແຕ່ລະພື້ນ ທີ່, ແຕ່ລະບໍລິເວນ ແລະ ແຕ່ລະເຜົ່າ ຊົນ. ຕ້ອງຈັດວາງແຜນການຈັດຕັ້ງ ການຝຶກອົບຮົມ, ບຳລຸງສ້າງພະນັກ ງານຢ່າງເປັນລະບົບ ເຊິ່ງປະກອບ ດ້ວຍ 3 ປະເພດພະນັກງານຄື: ພະ ນັກງານການເມືອງ; ພະນັກງານ ຄຸ້ມຄອງ; ພະນັກງານວິຊາການຂະ ແໜງການຕ່າງໆ(ເຊັ່ນ: ກະສິກຳ ເປັນຕົ້ນ....) ເພາະການພັດທະນາ ຊົນນະບົດຕ້ອງຕິດພັນກັບການ ເພີ່ມທະວີການບຳລຸງສ້າງຖັນແຖວ ພະນັກງານຮາກຖານ; ການປັບປຸງ ແລະ ເພີ່ມທະວີການນໍາພາຂອງ ບັນດາອົງການຈັດຕັ້ງ ແລະ ອົງການ ປົກຄອງຂັ້ນຮາກຖານ; ການຮັບປະ ກັນຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມຢູ່ຊົນນະບົດ. ໝາກຜົນຂອງການກໍ່ສ້າງຮາກ ຖານການເມືອງຕ້ອງສະແດງອອກ ເດັ່ນໃນແຕ່ລະດ້ານຄື: ລະດັບຄວາມ ຕື່ນຕົວທາງການເມືອງ ຂອງມະຫາ ຊົນ ໄດ້ຮັບການເຊີດຊູຂຶ້ນ; ສິດເປັນ ເຈົ້າ ແລະ ປະຊາທິປະໄຕປະຊາຊົນ ໄດ້ຮັບການເສີມຂະຫຍາຍ; ເສດຖະ ກິດ ແລະ ວັດທະນະທໍາຂະຫຍາຍ ຕົວ; ຊີວິດການເປັນຢູ່ຂອງມະຫາຊົນ ໄດ້ຮັບການປົວແປງດີຂຶ້ນ; ຄວາມ ສະຫງົບ-ຄວາມເປັນລະບຽບຮຽບ ຮ້ອຍມີການຮັບປະກັນ; ຂະບວນ ການຂອງມະຫາຊົນຂະຫຍາຍຕົວ ຢ່າງຟົດຟື້ນ ແລະ ຕໍ່ເນື່ອງ; ຖັນແຖວ ພະນັກງານເຕີບໃຫຍ່ຂຶ້ນ; ການຈັດ ຕັ້ງຕ່າງໆ ໄດ້ຮັບການປັບປຸງແໜ້ນ ໜາ; ບົດບາດການນຳພາຂອງການ ຈັດຕັ້ງຮາກຖານພັກ ໄດ້ຮັບການ ເພີ່ມທະວີ. ຂປລ. ວັນທີ 5 ທັນວາ 2022 ຜ່ານມາ, ກົມຄຸ້ມຄອງຊັບສິນແຫ່ງ ລັດກະຊວງການເງິນ ສປປ ລາວ ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ ຫວຽດນາມ ຈັດກອງປະຊຸມປຶກສາຫາລືແລກ ປ່ຽນບົດຮຽນ ແລະ ຜັນຂະຫຍາຍ ວຽກງານຮ່ວມມືສອງຝ່າຍໃນໄລ ຍະຜ່ານມາ ໂດຍມີ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມ ຄອງຊັບສິນຂອງລັດກະຊວງການ ເງິນສປປລາວ, ທ່ານນາງຫວງຽນ ທິ ຫົວ ຮອງຫົວໜ້າກົມຄຸ້ມຄອງ ຊັບສິນຂອງລັດ ກະຊວງການເງິນ ສສ ຫວຽດນາມ, ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ ໂດຍສືບຕໍ່ປະຕິບັດ ແລະ ຜັນ ຂະຫຍາຍວຽກງານຮ່ວມມືສອງ ຝ່າຍໃນໄລຍະຜ່ານມາປີ 2022 ໂດຍໄດ້ມີການແລກປ່ຽນບົດຮຽນ ທັດສະນະສຶກສາ ແລະ ລົງຢ້ຽມ ຢາມການຈັດຕັ້ງປະຕິບັດວຽກງານ ຕົວຈິງ ຢູ່ພະແນກການເງິນບັນດາ ແຂວງຂອງ ສສ ຫວຽດນາມ ຢູ່ສູນ ກາງ ແລະ ທ້ອງຖິ່ນ ໃນການແລກ ປ່ຽນບົດຮຽນວິຊະສະເພາະເປັນ ຕົ້ນວຽກງານສ້າງ ແລະ ປັບປຸງນິ ຕິກຳ. ໂອກາດນີ້, ສອງຝ່າຍໄດ້ປຶກສາ ຫາລື ສຳລັບຝ່າຍລາວແມ່ນກ່ຽວ ກັບການສ້າງດຳລັດເຊົ່າ, ສຳປະ ທານຊັບສິນຂອງລັດ ແລະ ບົດຮຽນ ການຄຸ້ມຄອງຊັບສິນຂອງລັດດ້ວຍ ລະບົບທັນສະໄໝ (AMIS) ແລະ ຝ່າຍຫວຽກນາມ ແມ່ນໄດ້ແລກ ປ່ຽນກ່ຽວກັບການຄຸ້ມຄອງການ ເຊົ່າ-ສຳປະທານຊັບສິນຂອງລັດ, ການຕິດຕາມການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບ ເຂົ້າງົບປະມານແຫ່ງລັດ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືແລກ ປ່ຽນບົດຮຽນ ເພື່ອຄຸ້ມຄອງ ແລະ ສັງລວມຖານຂໍ້ມູນຊັບສິນແຫ່ງລັດ ໃຫ້ຄົບຖ້ວນ ແລະ ຊັດເຈນໃນ ຂອບ ເຂດທົ່ວປະເທດ ເພື່ອຄຸ້ມຄອງຊັບ ສິນແຫ່ງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ເພື່ອຄຸ້ມຄອງຖານຈັດເກັບລາຍຮັບ ຈາກຊັບສິນແຫ່ງລັດໃຫ້ຄົບຖ້ວນ, ຖືກຕ້ອງທັນຕາມກຳນົດເວລາ, ມີ ຄວາມໂປ່ງໃສ, ສະດວກວ່ອງໄວ ແລະສາມາດກວດສອບໄດ້ເປັນຕົ້ນ: ການຂຶ້ນບັນຊີທຸກປະເພດຊັບສິນ, ການນຳໃຊ້ລະບົບບັນທຶກບັນດາສັນ ຍາສຳປະທານ, ສັນຍາເຊົ່າຊັບສິນ ແຫ່ງລັດ ແລະ ອື່ນໆ ໃຫ້ເປັນລະບົບ ຄົບຊຸດ, ລະບົບຕິດຕາມກວດກາ ແລະ ເກັບລາຍຮັບຈາກຄ່າຊັບພະຍາ ກອນ, ຄ່າບິນຜ່ານ ແລະ ລາຍຮັບ ອື່ນໆໃຫ້ຄົບຖ້ວນ ແລະ ທັນຕາມ ກຳນົດເວລາ. ໂດຍ: ກະຊວງການເງິນ ບັນຫາຄູສອນບໍ່ພຽງພໍເປັນ ໜຶ່ງບັນຫາທີ່ບັນດາສະມາຊິກສະພາ ແຫ່ງຊາດ ສະເໜີຫລາຍທີ່ສຸດໃນ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພາະຕາມການລົງພົບປະກັບປະຊາ ຊົນ ຂອງບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ຈຶ່ງໄດ້ຮັບຮູ້ ເຖິງບັນຫາ ແລະ ຄວາມຫຍຸ້ງຍາກ ທີ່ກໍາລັງປະສົບພົບພໍ້ ແລະ ບໍ່ທັນມີ ວິທີແກ້ໄຂເທົ່າທີ່ຄວນ. ໃນນັ້ນ, ແຂວງຈໍາປະສັກ ກໍແມ່ນແຂວງໜຶ່ງ ທີ່ພົບກັບບັນຫາດັ່ງກ່າວ ເຮັດໃຫ້ ມີໂຮງຮຽນເຖິງ 21 ແຫ່ງຕ້ອງ ປິດການຮຽນ-ການສອນແລະມີອີກ ຫລາຍໂຮງຮຽນ ຕ້ອງມີການຮຽນການສອນຄວບກັນ. ຕໍ່ກັບບັນນີ້ ມັນກະທົບໂດຍກົງ ຕໍ່ປະສິດທິພາບ ການສຶກສາທີ່ຍັງບໍ່ໄດ້ຮັບໝາກຜົນ ຕາມຄາດໝາຍ ຈຶ່ງຢາກສະເໜີລັດ ຖະບານແກ້ໄຂຕໍ່ກັບບັນຫາດັ່ງກ່າວ ເພື່ອເຮັດໃຫ້ນັກຮຽນໄດ້ຮັບການ ສຶກສາຢ່າງມີປະສິດພິພາບ ແລະ ທົ່ວເຖິງ. ດັ່ງທີ່, ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງທີ 15 ແຂວງຈໍາປາ ສັກ ມີຄໍາເຫັນວ່າ: ວຽກງານການ ສຶກສາເປັນວຽກງານໜຶ່ງທີ່ມີຄວາມ ສໍາເພາະການສ້າງຊັບພະຍາກອນ ມະນຸດ ເຮົາຕ້ອງໄດ້ສ້າງແຕ່ຍັງ ນ້ອຍ. ສະນັ້ນ, ຊັບພະຍາກອນຄູຈຶ່ງ ມີຄວາມສໍາຄັນຫລາຍ. ແຕ່ແນວໃດ ກໍດີ ໃນສະພາບການຕົວຈິງແຂວງ ຈໍາປາສັກ ຍັງພົບບັນຫາການຂາດ ຄູຈໍານວນຫລາຍ ເນື່ອງຈາກແຕ່ລະ ປີ ມີຄູຫລາຍຄົນອອກບໍານານ, ອີກ ຈໍນວນໜຶ່ງ ກໍແມ່ນຄູອາສາທີ່ເຮັດ ວຽກມາຫລາຍປີ ແຕ່ຍັງບໍ່ໄດ້ລັດ ຖະກອນ ຈຶ່ງອອກໄປປະກອບອາຊີບ ອື່ນ ເພື່ອລ້ຽງຊີບ ຈຶ່ງເຮັດໃຫ້ຫລາຍ ໂຮງຮຽນຂາດຄູສອນຈົນໄດ້ຍຸບ ໂຮງຮຽນໄປແລ້ວ 21 ແຫ່ງ. ສະ ນັ້ນ, ຈຶ່ງສະເໜີໃຫ້ລັດຖະບານເບິ່ງ ຄືນໂກຕາພະນັກງານຄູໃນແຕ່ລະປີ ໃຫ້ຫລາຍຂຶ້ນຕື່ມ ແລະ ໃຫ້ທົ່ວເຖິງ ບັນດາແຂວງຕ່່າງໆ ໂດຍສະເພາະ ເມືອງທີ່ຢູ່ຫ່າງໄກສອກຫລີກ. ນອກນີ້ ຍັງມີວຽກງານອື່ນໆ ທີ່ປະຊາຊົນສະເໜີ ເປັນຕົ້ນວຽກ ງານທະນາຄານຄວາມໝັ້ນຄົງໃຫ້ ແກ່ເງິນຕາ, ການແກ້ໄຂປະຊາຊົນ 198 ຄອບຄົວ ທີ່ຍົກຍ້າຍຈາກພາກ ເໜືອໄປຢູ່ແຂວງຈໍາປາສັກ ບໍ່ຖືກ ຕ້ອງຕາມກົດໝາຍ. ຜ່ານມາກໍໄດ້ ສະເໜີແລ້ວ ແຕ່ຍັງບໍ່ທັນມີທິດຊີ້ນໍາ ໃນການແກ້ໄຂບັນຫາດັ່ງກ່າວຢາກ ໃຫ້ມີທິດຊີ້ນໍາແກ້ໄຂຕໍ່ບັນຫາທີ່ ເກີດຂຶ້ນ ເພາະສ້າງຄວາມສັບສົນ ແລະ ມີປາກົດການຫຍໍ້ທໍ້ເກີດຂຶ້ນ ໂດຍສະເພາະບັນຫາຢາເສບຕິດ, ຂີ້ລັກ, ອຸບັດເຫດຕ່າງໆທີ່ຍັງເປັນ ບັນຫາຄົງຄ້າງທີ່ຍັງຄອຍຖ້າການ ແກ້ໄຂ.
RkJQdWJsaXNoZXIy MTc3MTYxMQ==