lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/12/2022 xtgmf]k; ສະພາແຫ່ງຊາດ ພິຈາລະນາ... -k;|5j , 5 8q ;g,n v' I=j kIPo{gIa f8k,co;7y f xtmko wdlvo rq ,;y sko ຂປລ. ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບຄະນະບໍລິຫານ ງານຊາວໜຸ່ມ ນະຄອນຫລວງວຽງ ຈັນ ເລີ່ມຈັດກິດຈະກໍາເຄື່ອນໄຫວທັດ ສະນະສຶກສາຢູ່ສະຖານທີ່ຕ່າງໆ ທາງ ປະຫວັດສາດພາຍໃນນະຄອນຫລວງ ວຽງຈັນ ໃນວັນທີ 9 ທັນວາ ຜ່ານມາ ໂດຍການນໍາພາຂອງ ທ່ານ ລິດ ທິສັກ ວໍລະລາດ ຮອງເລຂາຄະນະບໍລິຫານ ງານຊາວໜຸ່ມ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມ ດ້ວຍຜູ້ຕາງໜ້າຄະນະບໍລິຫານງານ ຊາວໜຸ່ມ ນະຄອນຫລວງວຽງຈັນ ແລະ ຊາວໜຸ່ມ- ເຍົາວະຊົນທີ່ມາຈາກ 5 ເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ລິດທິສັກ ວໍລະລາດ ໄດ້ໃຫ້ ຮູ້ວ່າ: ຈຸດປະສົງຂອງການຈັດກິດຈະ ກໍາຄັ້ງນີ້ ເພື່ອສ້າງຂະບວນການສົ່ງ ເສີມຊາວໜຸ່ມ- ເຍົາວະຊົນ ສຶກສາຮຽນ ຮູ້ປະຫວັດສາດ ແລະ ຮໍ່າຮຽນ-ເຮັດ ຕາມແນວຄິດຂອງປະທານ ໄກສອນ ພົມວິຫານ ຢູ່ສະຖານທີ່ທາງປະຫວັດ ສາດຂອງນະຄອນຫລວງວຽງຈັນ ເປັນຕົ້ນ: ຫໍພິພິທະພັນແຫ່ງຊາດ, ຫໍສະ ໝຸດແຫ່ງຊາດ ແລະ ສະຖານທີ່ທ່ອງ ທ່ຽວທາງວັດທະນະທໍາ ວັດສີສະເກດ, ຫໍພະແກ້ວ ແລະ ປະຕູໄຊ ເພື່ອສຶກສາ ອົບຮົມການເມືອງແນວຄິດໃຫ້ຊາວ ໜຸ່ມ-ເຍົາວະຊົນ ມີຄວາມໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ຮັກປະ ເທດຊາດ, ຮັກບ້ານເກີດເມືອງນອນ, ມີຄວາມເຊື່ອໝັ່້ນຕໍ່ແນວທາງນະໂຍ ບາຍພັກ-ລັດ ໃນໄລຍະໃໝ່. ໂອກາດນີ້,ທ່ານລິດທິສັກວໍລະລາດ ຍັງໄດ້ຮຽກຮ້ອງໃຫ້ບັນດາຊາວໜຸ່ມເຍົາວະຊົນ ທຸກຄົນຫັນມາສຶກສາຮຽນ ຮູ້ປະຫວັດສາດ, ການນໍາພາຂອງຜູ້ນໍາ ເຮົາແຕ່ລະຍຸກ, ແຕ່ລະສະໄໝ ແລະ ແນວຄິດຂອງ ປະທານ ໄກສອນ ພົມວິ ຫານ ຜູ້ນໍາແສນເຄົາລົບຮັກຂອງປວງ ຊົນລາວທັນຊາດ, ຕະຫລອດຮອດສະ ຖານທີ່ທ່ອງທ່ຽວທາງວັດທະນະທໍາ, ປະຫວັດສາດ, ຮີດຄອງປະເພນີ ເພື່ອນໍາ ໄປເຜີຍແຜ່ໃຫ້ຊາວໂລກໄດ້ຮັບຮູ້ປະ ເທດລາວເຮົາຫລາຍຂຶ້ນ, ສໍາລັບການ ຈັດກິດຈະກໍາຄັ້ງນີ້, ຄະນະຊາວໜຸ່ມ ຈາກ 5 ເມືອງຂອງນະຄອນຫລວງ ວຽງຈັນ ຄື: ເມືອງຈັນທະບູລີ, ໄຊທານີ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງ ສີໂຄດຕະບອງຈະໄດ້ສັບປ່ຽນກັນເຄື່ອນ ໄຫວເປັນເວລາ 3 ວັນຄື: ວັນທີ 9, 16 ແລະ ວັນທີ 23 ທັນວາ 2022. ຂປລ. ໃນປັດຈຸບັນ ການວິໄຈດິນ, ພືດ ແລະ ຝຸ່ນ ເປັນສິ່ງສຳຄັນທີ່ສຸດຕໍ່ກັບ ກະສິກອນ ທີ່ກຳລັງປູກພືດຜັກອິນຊີ ຈະເຮັດໃຫ້ກະສິກອນໄດ້ຮູ້ເຖິງຄວາມ ສົມບູນຂອງດິນແຕ່ລະຕອນ ແລະ ຄວນ ເພີ່ມຝຸ່ນ ຫລື ສານອາຫານປະເພດໃດ ລົງໃນດິນ ເພື່ອເຮັດໃຫ້ດິນມີຄວາມສົມ ບູນເໝາະແກ່ການປູກພືດຜັກແຕ່ລະຊະ ນິດ, ເພາະເວລານຳເອົາພືດຜັກຕ່າງໆ ລົງໄປປູກຈະເຮັດໃຫ້ພືດພັນນັ້ນມີການ ເຕີບໃຫຍ່ ແລະ ອຸດົມສົມບູນ. ທ່ານ ນີວົງ ສີປະເສີດ ຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນະທີ່ດິນກະສິກຳ, ພາກ, 9 ໝວດ ແລະ 81 ມາດຕາ, ຕັດ ອອກ 1 ພາກ ແລະ ເພີ່ມໃໝ່ 3 ໝວດ. ກົດໝາຍສະບັບນີ້ ມີຈຸດປະສົງເພື່ອ ກໍານົດຫລັກການ, ລະບຽບການ, ມາດ ຕະການ ກ່ຽວກັບການຈັດຕັ້ງ, ການຄຸ້ມ ຄອງການກວດກາລັດ ເພື່ອເຮັດໃຫ້ ວຽກງານດັ່ງກ່າວ ມີຄວາມເຂັ້ມແຂງ, ສາມາດດຳເນີນໄດ້ຢ່າງມີປະສິດທິ ພາບ, ປະສິດທິຜົນແນໃສ່ເຮັດໃຫ້ອໍາ ນາດລັດເຂັ້ມແຂງ, ມີຄວາມສັກສິດໃນ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ດ້ວຍກົດໝາຍ, ປົກປ້ອງ ຜົນປະໂຫຍດຂອງລັດ,ລວມໝູ່ລວມທັງ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງພົນລະເມືອງ ປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ທ່ານ ຄຳພັນ ພົມມະທັດ ກ່າວຕື່ມ ວ່າ: ການກວດກາລັດ ແມ່ນການເຄື່ອນ ໄຫວຂອງອົງການກວດກາລັດ ໃນ ການກວດກາ, ເກັບກໍາຂໍ້ມູນການກວດ ກາລັດ ແລະ ຫລັກຖານກ່ຽວກັບການ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບຂອງການ ຈັດຕັ້ງ ແລະ ບຸກຄົນ ຢູ່ໃນອົງການລັດ ແລະ ອົງການອື່ນ ເພື່ອພິຈາລະນາ, ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ພ້ອມທັງສະເໜີ ວິທີການ ແລະ ມາດຕະການແກ້ໄຂ ໃຫ້ການຈັດຕັ້ງຂັ້ນເທິງ ຂອງເປົ້າໝາຍ ຖືກກວດກາພິຈາລະນາ ຕາມກົດໝາຍ. ຂ່າວ: ມະນີທອນ; ພາບ: ເກດສະໜາ ວິທີການ ແລະ ມາດຕະການ ເພື່ອໃຫ້ ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ນຳໄປຄົ້ນຄວ້າ, ປັບປຸງວຽກງານດັ່ງ ກ່າວໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ. ໃນການປະກອບຄຳເຫັນຂອງບັນ ດາຜູ້ແທນ ສ່ວນຫລາຍແມ່ນເຫັນດີ ເປັນເອກະພາບ ແລະ ຊົມເຊີຍຕໍ່ລັດ ຖະບານ ທີ່ໄດ້ເອົາໃຈໃສ່ວຽກງານສ້າງ ວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ໃຫ້ ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂບັນ ຫາການວ່າງງານ ຊຶ່ງໄລຍະຜ່ານມາ ເຫັນວ່າ ອັດຕາການວ່າງງານຫລຸດ ລົງເຫລືອພຽງ 18%. ແຕ່ເຖິງຢ່າງໃດ ກໍຕາມຜ່ານການຕິດຕາມກວດກາຕົວ ຈິງຂອງສະພາແຫ່ງຊາດ, ຜູ້ແທນຍັງ ສະແດງຄວາມເປັນຫ່ວງເປັນໃຍ ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ ໄຂບາງດ້ານ ດັ່ງນີ້: ການສ້າງ, ປັບປຸງ ບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດ ໝາຍທີ່ກ່ຽວຂ້ອງກັບການສ້າງວິຊາ ຊີບ, ການພັດທະນາສີມືແຮງງານ, ການ ຈັດຫາວຽກເຮັດງານທຳທີ່ມີແລ້ວ ໃຫ້ ສອດຄ່ອງກັບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ ໃຫ້ ເປັນລະບົບຄົບຊຸດຕື່ມ; ສະເໜີລັດຖະ ບານ ຄົ້ນຄວ້າ, ພິຈາລະນາການລົງທຶນ ສ້າງ ແລະ ປັບປຸງລະບົບຖານຂໍ້ມູນຂ່າວສານກ່ຽວກັບແຮງງານ, ອັດຕາ ການວ່າງງານ, ຕະຫລາດແຮງງານ ພາຍໃນ ແລະ ຕ່າງປະເທດ ໃຫ້ລວມ ສູນ, ເປັນເອກະພາບ, ຊັດເຈນ ແລະ ເປັນລະບົບທັນສະໄໝ, ສາມາດເຊື່ອມ ໂຍງ ແລະ ເຂົ້າເຖິງໄດ້ງ່າຍໃນຂອບເຂດ ທົ່ວປະເທດ. ພ້ອມນີ້ ຍັງໄດ້ສະເໜີໃຫ້ ລັດຖະບານ ຄົ້ນຄວ້າເພີ່ມຄ່າແຮງງານ ຂັ້ນຕໍ່າ ເພື່ອເປັນການປັບປຸງຊີວິດການ ເປັນຢູ່ ຂອງຜູ້ອອກແຮງງານໃຫ້ດີຂຶ້ນ, ທັງເປັນແຮງຈູງໃຈໃຫ້ຜູ້ອອກແຮງ ງານ ແລະ ຮັບປະກັນການມີສະຫວັດດີ ການທີ່ດີ ໃຫ້ແກ່ຜູ້ອອກແຮງງານຕາມ ກົດໝາຍກຳນົດ ໂດຍສະເພາະສະເໜີ ສະພາແຫ່ງຊາດ ສະເໜີ... ເພີ່ມອັດຕາເບ້ຍລ້ຽງ ໃຫ້ນັກຮຽນຢູ່ໂຮງ ຮຽນກິນນອນຊົນເຜົ່າ, ໂຮງຮຽນເຕັກ ນິກວິຊາຊີບ ໃຫ້ແທດເໝາະກັບຄ່າຄອງ ຊີບແຕ່ລະໄລຍະ, ພ້ອມທັງສະໜອງງົບ ປະມານໃຫ້ທັນກຳນົດເວລາ. ນອກຈາກນີ້, ໃຫ້ຄົ້ນຄວ້າສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງ, ສະໜອງອຸ ປະກອນການຮຽນ-ການສອນ, ສ້າງສະ ພາບແວດລ້ອມທີ່ເອື້ອອຳນວຍ ເພື່ອ ສ້າງແຮງຈູງໃຈໃຫ້ນັກຮຽນ ມາຮຽນ, ລວມທັງຈັດສັນຄູສອນໃຫ້ພຽງພໍ; ປັບ ປຸງ ແລະ ພັດທະນາຫລັກສູດ, ວິທີການ ຮຽນ-ການສອນ,ການຝຶກວິຊາຊີບແລະ ການພັດທະນາສີມືແຮງງານ ໃຫ້ໄດ້ ມາດຕະຖານ ສອດຄ່ອງກັບຍຸກການພັດ ທະນາອຸດສາຫະກໍາ 4.0, ເຕັກໂນໂລຊີ ດ້ານຂໍ້ມູນ ແລະ ການສື່ສານ, ທັກສະ ດ້ານພາສາຕ່າງປະເທດ; ຊຸກຍູ້ ແລະ ສົ່ງເສີມໃຫ້ພາກເອກະຊົນ ມີສ່ວນຮ່ວມ ໃນການລົງທຶນໃສ່ວຽກງານການຝຶກ ວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ແກ່ ປະຊາຊົນລາວ ບັນດາເຜົ່າ ໂດຍສະ ເພາະຢູ່ເຂດຊົນນະບົດ, ຫ່າງໄກສອກ ຫລີກ; ຊຸກຍູ້ໃຫ້ມີສ່ວນຮ່ວມຂອງບັນ ດາຫົວໜ່ວຍທຸລະກິດກັບໂຮງຮຽນ ເຕັກນິກ-ວິຊາຊີບ, ສູນ, ສະຖາບັນພັດ ທະນາສີມືແຮງງານ ເພື່ອສ້າງແຜນພັດ ທະນາສີມືແຮງງານຮ່ວມກັນ, ພ້ອມ ທັງສ້າງເງື່ອນໄຂທີ່ເໝາະສົມໃນການ ເຂົ້າເຖິງແຫລ່ງທຶນ ເພື່ອປະກອບອາ ຊີບດ້ວຍຕົນເອງ; ຈັດງານຕະຫລາດ ນັດແຮງງານ ໂດຍການມີສ່ວນຮ່ວມ ຂອງຫລາຍພາກສ່ວນ ເປັນແຕ່ລະໄລ ຍະຢູ່ແຕ່ລະທ້ອງຖິ່ນ ເພື່ອໃຫ້ແຮງ ງານລາວ ໄດ້ມີໂອກາດເຂົ້າເຖິງຕະ ຫລາດແຮງງານ ຫລາຍຂຶ້ນກວ່າເກົ່າ; ເອົາໃຈໃສ່ພັດທະນາລະບົບການສະ ໜອງຂໍ້ມູນຂ່າວສານ ໂດຍຜ່ານພາ ຫະນະສື່ມວນຊົນ, ອອນລາຍກ່ຽວກັບ ການຮຽນວິຊາຊີບ ແລະ ໂຄສະນາເຜີຍ ແຜ່ໃຫ້ຜູ້ປົກຄອງ, ນັກຮຽນເຫັນໄດ້ ຄວາມສໍາຄັນຂອງການຮຽນວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງອາຊີບ ພ້ອມທັງສົ່ງເສີມໃຫ້ ມີການພັດທະນາປື້ມແບບຮຽນ, ສົ່ງ ເສີມວັດທະນະທໍາການອ່ານ ແລະ ການ ຮຽນຮູ້ກ່ຽວກັບການສ້າງວິຊາຊີບ, ສ້າງວຽກເຮັດງານທຳໃຫ້ຫລາຍຂຶ້ນ; ເພີ່ມທະວີການໂຄສະນາເຜີຍແຜ່ກົດ ໝາຍ ແລະ ນິຕິກໍາ ກ່ຽວກັບບັນຫາແຮງ ງານ, ການປົກປ້ອງສັງຄົມ ເພື່ອໃຫ້ຜູ້ ອອກແຮງງານ ແລະ ຜູ້ໃຊ້ແຮງງານໄດ້ ຮັບການປົກປ້ອງຕາມກົດໝາຍກຳນົດ. ທ່ານ ໃບຄຳ ດຳລັດ ກ່າວຕື່ມວ່າ: ທັງໝົດນີ້, ແມ່ນໄດ້ສະແດງເຖິງຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງລັດ ຖະບານໃນການສ້າງວິຊາຊີບ, ການພັດ ທະນາສີມືແຮງງານ ແລະ ການສ້າງ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ ໄຂບັນຫາວ່າງງານ ແລະ ຫລຸດຜ່ອນ ອັດຕາການວ່າງງານ ໃຫ້ຍັງເຫລືອ 15% ໃນປີ 2025. ຂ່າວ: ມະນີທອນ; ພາບ: ເກດສະໜາ ມອບ-ຮັບ... ທ່ານ ທອງໃບ ໂພທິສານ ໄດ້ກ່າວ ວ່າ: ປື້ມເສັ້ນທາງແຫ່ງການລຶບລ້າງ ຄວາມທຸກຍາກ ໃຫ້ຖືກເປົ້າໝາຍໄດ້ ຖືກແປຈາກສະບັບພາສາຈີນເປັນພາສາ ລາວ ໂດຍສະມາຄົມນັກປະພັນລາວ ຈຳນວນ 500 ຫົວ ແລະ ໄດ້ຈັດແບ່ງໃຫ້ ສປຈີນຈຳນວນໜຶ່ງ. ປື້ມດັ່ງກ່າວມີເນື້ອ ຫາກ່ຽວກັບການພັດທະນາເສດຖະ ກິດ-ສັງຄົມ ເປັນບົດເລົ່າເລື່ອງທີ່ລະ ອຽດ, ພັນລະນາຢ່າງມີຊີວິດຊີວາເຫດ ການຈິງ, ວຽກຈິງຄົນແທ້ ເຊິ່ງເປັນສາ ລະປະໂຫຍດ ໃນດ້ານວິທີການພັດທະ ນາບຸກຄົນ, ຄອບຄົວ, ອົງການຈັດຕັ້ງ ແລະ ບ້ານ ຈາກບ່ອນທຸກຍາກທີ່ສຸດ ກ້າວໄປບ່ອນຮັ່ງມີ ເຂັມແຂງພາຍໃນ ເວລາ 5-6 ປີ. ປື້ມດັ່ງກ່າວ ຈະເປັນປະໂຫຍດສູງ ສຸດໃຫ້ແກ່ ສປປ ລາວ ໃນການຖອດ ຖອນບົດຮຽນ ໃນການຈັດຕັ້ງຂະບວນ ການລຶບລ້າງຄວາມທຸກຍາກ ໂດຍການ ໂຄສະນາເຜີຍແຜ່ຂໍ້ມູນ ໃຫ້ກວ້າງ ຂວາງທົ່ວສັງຄົມ. ທັງນີ້ ກໍເພື່ອໃຫ້ ບຸກຄົນ, ຄອບຄົວ, ອົງການຈັດຕັ້ງ ແລະ ບ້ານ ໄດ້ຄົ້ນຄວ້າຮໍ່າຮຽນເນື້ອໃນ ຮູບການ ແລະ ນຳມາໝູນໃຊ້ໃຫ້ເກີດ ຜົນປະໂຫຍດສູງສຸດ. ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານແລະບໍ່ແຮ່ແລະຜູ້ຕາງຈາກ ຈາກແຂວງສະຫັວນນະເຂດ, ຕາງໜ້າ ຝ່າຍບໍລິສັດ ອາມີ ໂດຍມີທ່ານ ຫງວຽນ ນາມຖັງ ປະທານສະພາບໍລິຫານ ບໍລິ ສັດຫຸ້ນສ່ວນການລົງທຶນ AMI Renewables Quang Binh; ມີປະ ທານສະພາບໍລິຫານບໍລິສັດຫຸ້ນສ່ວນ ການລົງທຶນ AMI Renewables Quang Binh ໂດຍມີທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່; ຜູ້ຕາງໜ້າແຂວງ ສະຫວັນນະເຂດ ແລະ ແຂວງກວາງບິ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໃນພິທີລົງນາມເຊັນຍາຄັ້ງນີ້, ໃນ ໄລຍະທີ 1 ບໍລິສັດຫຸ້ນສ່ວນລົງທຶນ AMI Renewables Quang Binh ຈະສຶກສາ ແລະ ສຳຫລວດຄວາມເປັນ ໄປໄດ້ໃນການພັດທະນາໂຄງການໄຟ ສຳຫລວດ... ສູນວິໄຈດິນ... ກະຊວງກະສິກຳ ແລະ ປ່າໄມ້ໄດ້ໃຫ້ຕໍ່ ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ກົມຄຸ້ມຄອງ ແລະ ພັດທະນະທີ່ດິນກະສິກຳ ເປັນອີກ ກົມໜຶ່ງທີ່ເປັນເສນາທິການໃຫ້ແກ່ກະ ຊວງກະສິກຳ ແລະ ປ່າໄມ້ ໃນການຈັດ ຕັ້ງປະຕິບັດວຽກງານ 4 ເສົ້າຄ້ຳຫລັກ: ການຜະລິດສະບ່ຽງອາຫານສຳລັບ ບໍລິໂພກພາຍໃນປະເທດ; ຜະລິດກະສິ ກຳສະບ່ຽງອາຫານເພື່ອສົ່ງອອກເປັນ ສິນຄ້າ; ການປົກປັກຮັກສາຄຸ້ມຄອງ ປ່າໄມ້ໃຫ້ໄດ້ 70%; ການແກ້ໄຂຄວາມ ທຸກຍາກ, ການກໍ່ສ້າງພື້ນຖານໂຄງ ລ່າງ ແລະ ພັດທະນາຊົນນະບົດ ເປັນ ວຽກທີ່ສຳຄັນ. ສູນວິໄຈດິນ, ພືດ ແລະ ຝຸ່ນ ກະຊວງກະສິກຳ ແລະ ປ່າໄມ້ ມີ ເຕັກໂນຊີທີ່ທັນສະໄໝເພື່ອວິໄຈດິນ, ພືດ ແລະ ຝຸ່ນ. ສະນັ້ນ, ກະສິກອນສາ ມາດນຳເອົາດິນຂອງຕົນເອງມາວິໄຈ ໄດ້ ທີ່ສູນວິໄຈດິນ ບ້ານໜອງວຽງຄຳ, ນະຄອນຫລວງວຽງຈັນ. ປັດຈຸບັນນີ້, ການວິໄຈດິນຖືໄດ້ວ່າເປັນວຽກທີ່ສຳ ຄັນທີ່ສຸດ ໂດຍສະເພາະກະສິກຳທີ່ຈະ ສົ່ງອອກພືດໄປຕ່າງປະເທດ ເປັນຕົ້ນ ສປ ຈີນ, ສສ ຫວຽດນາມ ແລະ ໄທ ຕ່າງກໍຕ້ອງການຜົນການຢັ້ງຢືນຜະລິດ ຕະພັນກະສິກຳ ທີ່ບໍ່ມີໂລຫະໜັກເຈື່ອ ປົ່ນ ແລະ ເປັນຜະລິດຕະພັນກະສິກຳທີ່ມີ ຄຸນນະພາບ. ໃນ1ປີທີ່ຜ່ານມາ ສູນວິໄຈ ດິນ, ພືດ ແລະ ຝຸ່ນ ສາມາດວິໄຈດິນ, ນ້ຳ ແລະ ຝຸ່ນ ທີ່ຊາວກະສິກອນສົ່ງມາ ວິໄຈໄດ້ຫລາຍກວ່າ 2.000 ຕົວຢ່າງ. ທ່ານ ໄຊສະຖິດ ສຸລິຍະວົງສາ ຮັກສາການຫົວໜ້າສູນວິໄຈດິນ, ພືດ ແລະ ຝຸ່ນ ໄດ້ກ່າວວ່າ: ສູນວິໄຈດິນ ຂອງພວກເຮົາ ເປັນເສນາທິການໃຫ້ແກ່ ກົມຄຸ້ມຄອງ ແລະ ພັດທະນະທີ່ດິນ ກະສິກຳ (ຄພດກ) ໃນການສະໜອງ ຂໍ້ມູນທາດອາຫານພືດ ພ້ອມດ້ວຍປັດ ໄຈທີ່ກ່ຽວຂ້ອງຕໍ່ຄວາມເປັນປະໂຫຍດ ຂອງທາດອາຫານພືດ, ສານຕົກຄ້າງທີ່ ເປັນອັນຕະລາຍໃນດິນ, ຂໍ້ມູນທາງດ້ານ ຟິຊິກຂອງດິນເຊັ່ນ: ຄວາມໜາແໜ້ນ ຂອງດິນ, ຄວາມຜຸຜຸ່ຍ, ການກັກເກັບ ນ້ຳໃນດິນ ແລະ ປະເພດເນື້ອດິນ, ທັງ ນີ້ກໍເພື່ອນຳໃຊ້ເຂົ້າໃນການປະເມີນ ຄວາມອຸດົມສົມບູນຂອງດິນ, ການປັບ ປຸງດິນ ແລະ ການວາງແຜນນຳໃຊ້ທີ່ດິ ນໃຫ້ມີຄວາມຍືນຍົງ. ພ້ອມດຽວກັນນີ້, ພວກເຮົາຍັງໃຫ້ບໍລິການວິໄຈດິນ, ພືດ, ຝຸ່ນ ແລະ ນ້ຳ ໃຫ້ກະສິກອນທົ່ວໄປ, ຜູ້ປະກອບການຜະລິດຝຸ່ນ, ຜູ້ປະກອບ ການປູກພືດ ແລະ ໂຄງການຕ່າງໆ. ນອກຈາກນີ້, ພວກເຮົາກຳລັງພັດທະ ນາການວິໄຈສິ່ງທີ່ມີຊີວິດໃນດິນ ແລະ ຝຸ່ນ ໂດຍສະເພາະແມ່ນຈຸລິນຊີ ເພື່ອ ສະໜັບສະໜູນໃຫ້ການຜະລິດກະສິກຳ ສະອາດ ແລະ ກະສິກຳອິນຊີ ໃຫ້ມີທ່າ ກ້າວຂະຫຍາຍຕົວ. ໃນແຕ່ລະປີ ສູນວິໄຈດິນ ໄດ້ຈັດກິດ ຈະກຳພົບປະກັບກະສິກອນ, ລົງໄປວິ ໄຈດິນດ້ວຍລົດເຄື່ອນທີ່ ສາມາດວັດ ຄ່າຂອງດິນໄດ້ກັບທີ່ ແລະ ໄດ້ເຜີຍແຜ່ ໃຫ້ກະສິກອນໄດ້ຮູ້ເຖິງຄວາມໝາຍ ຄວາມສຳຄັນຂອງການວິໄຈດິນ, ຮູ້ ເຖິງຄຸນນະພາບຂອງດິນ ເພື່ອຈະໄດ້ ເບິ່ງແຍງຮັກສາໃຫ້ສາມາດນຳໃຊ້ດິນ ໄດ້ຢ່າງຍາວນານ ແລະ ຍັງເປັນການ ສ້າງສາຍພົວພັນລະວ່າງວິຊາການ ແລະ ກະສິກອນໃຫ້ດີຂື້ນ. ໂອກາດດຽວກັນ,ທ່ານຄຳພູຟັນທະ ບູນ ຫົວໜ້າກຸ່ມກະສິກຳອິນຊີ ບ້ານ ໂນນແຕ້ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ກໍໄດ້ໃຫ້ຮູ້ວ່າ: ຄວາມສຳຄັນ ຫລັກໆ ໃນການຜະລິດ ກະສິກຳອິນຊີ ແມ່ນການວິໄຈດິນ ຫາຄ່າຕ່າງໆທີ່ຢູ່ ໃນດິນ. ໃນມື້ນີ້, ສູນວິໄຈດິນ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ລົງມາສົມທົບ ກັບບ້ານ ແລະ ກຸ່ມພວກເຮົາເພື່ອມາວິ ໄຈດິນ ເພື່ອໃຫ້ເຮົາຮັບຮູ້ໄດ້ວ່າດິນຢູ່ ແຕ່ ລະສວນຂອງກຸ່ມກະສິກຳຂອງ ຟ້າພະລັງແຮງລົມ AMI Savannakhet ພ້ອມທັງດຳເນີນການສຶກສາສຳ ຫລວດພື້ນທີ່, ເກັບກໍາຂໍ້ມູນຄວາມໄວ ແລະ ທິດທາງກະແສລົມ, ສ້າງບົດລາຍ ງານການສຶກສາຄວາມເປັນໄປໄດ້ທາງ ດ້ານເສດຖະກິດ-ເຕັກນິກ ເບື້ອງຕົ້ນ ແລະ ບົດລາຍງານການປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມ ຂອງໂຄງການໄຟ ຟ້າພະລັງງານລົມ ຢູ່ເຂດເມືອງເຊໂປນ ໃນເນື້ອທີ່ 2.687 ເຮັກຕາ, ຄາດວ່າຈະ ມີກຳລັງການຜະລິດ 252 MW. ໃນ ຕໍ່ໜ້າຈະໄດ້ສຶກສາແລະສຳຫລວດ ເພື່ອ ເພີ່ມກຳລັງການຜະລິດເປັນ 1,215 ເມກາວັດ ຖ້າລັດຖະບານ ແຂວງສະ ຫວັນນະເຂດ ອະນຸຍາດໃຫ້ສຳຫລວດ ເນື້ອທີ່ດິນເພື່ອພັດທະນາຕື່ມອີກ. ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ, ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ມີອາຍຸການ 24 ເດືອນ (ຕໍ່ອາຍຸ ໄດ້). ພາຍຫລັງໄລຍະນີ້, ຖ້າໂຄງ ການມີຄວາມສາມາດ ດ້ານການເງິນ ແລະ ຕະຫລາດຕາມມາດຖານເຕັກ ນິກໄຟຟ້າຂອງລາວ, ລັດຖະບານລາວ ຈະຕົກລົງໃຫ້ບໍລິສັດຫຸ້ນສ່ວນລົງທຶນ AMI Renewables Quang Binh ປະຕິບັດ ແລະ ດຳເນີນການປະຕິບັດ ໂຄງການ ໃນຮູບແບບ BOO (ສ້າງ- ກໍ່ສ້າງ). own - ດໍາເນີນການ). ໂຄງການເຂື່ອນ ໄຟຟ້າພະລັງງານ ລົມ AMI Savannakhet ແມ່ນ ຢູ່ໃນເປົ້າໝາຍການພັດທະນາຂອງລັດ ຖະບານລາວ ເພື່ອຜະລິດກະແສໄຟຟ້າ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ ຕ່າງປະເທດ. ຜູ້ພັດທະນາຫວັງວ່າ ໂຄງການນີ້ຈະມີບົດບາດສຳຄັນໃນ ການພັດທະນາເສດຖະກິດ, ຮັບປະ ກັນຄວາມໝັ້ນຄົງ ທາງດ້ານພະລັງ ງານ, ຄາດວ່າໂຄງການດັ່ງກ່າວ ຈະ ເປັນສັນຍາລັກແຫ່ງຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງແຂວງສະຫວັນ ນະເຂດ-ແຂວງກວາງບິ່ງ. ບ້ານໂນນແຕ້ ມີທາດຫຍັງແດ່ທີ່ຍັງບໍ່ ພຽງພໍ, ຄວນຕ້ອງຕື່ມຝຸ່ນຊະນິດໃດລົງ ໄປໃນດິນ ເພື່ອຈະສາມາດປູກພືດຜັກ ຕ່າງໆໃຫ້ໄດ້ຄຸນນະພາບ ແລະ ປະລິ ມານ. ຂ່າວ-ພາບ: ສຸກສະຫວັດ ສະມາຄົມມິດຕະພາບ... ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ໄດ້ມອບຫລຽນໄຊ ເພື່ອ ສັນຕິພາບ ແລະ ມິດຕະພາບ ໃຫ້ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ. ໂອກາດນີ້ເຂົ້າ ຢ້ຽມຂໍ່ານັບທ່ານ ທອງສະຫວັນ ພົມວິ ຫານ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຊຶ່ງໃນໂອກາດນີ້, ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທ່ານ ໂຊໂກລິນ ວະລາດີມີຣ ເລໂອນິດາວິຈ ປະທານສະມາຄົມມິດ ຕະພາບ ຣັດເຊຍ-ລາວ ແລະ ຫລຽນກາ ມິດຕະພາບ ໃຫ້ແກ່ ທ່ານ ກາຣຶນນອບ ເຊີເກ ເວຍແຊສລາວເວີວິສ ກຳມະການ ສະມາຄົມມິດຕະພາບ ຣັດເຊຍ-ລາວ, ຮອງຜູ້ອຳນວຍການບໍລິສັດ MK ເພື່ອ ສະແດງຄວາມຮູ້ບຸນຄຸນແລະຕອບແທນ ຜົນງານອັນພົ້ນເດັ່ນ ໃນການປະກອບ ສ່ວນ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ. ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເປັນການປະ ກອບສ່ວນສຳຄັນ ເຂົ້າໃນການຮັດ ແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ຂອງສອງປະ ເທດ ແລະ ປະຊາຊົນສອງຊາດລາວ ແລະ ຣັດເຊຍ ໃຫ້ນັບມື້ໄດ້ຮັບການພັດ ທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງ ບໍ່ຢຸດຢັ້ງ. ພ້ອມນີ້, ຍັງໄດ້ຊົມເຊີຍຕໍ່ ການພົວພັນຮ່ວມມື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດ ເຊຍ-ລາວ ທີ່ໄດ້ພົວພັນຮ່ວມມືກັນມາ ແຕ່ດົນນານ ແລະ ໄດ້ຮັບການເສີມຂະ ຫຍາຍໃນແຕ່ລະໄລຍະ. ສອງສະມາຄົມ ມິດຕະພາບ ໄດ້ມີການຮ່ວມມື, ແລກ ປ່ຽນຂໍ້ມູນຂ່າວສານແລະຈັດກິດຈະກຳ ຮ່ວມກັນໃນໂອກາດວັນສຳຄັນຕ່າງໆ ຂອງສອງປະເທດ. ພ້ອມນັ້ນຍັງໄດ້ເຮັດ ບົດບາດສຳຄັນ ໃນການເປັນຂົວຕໍ່, ສະ ໜັບສະໜູນ ແລະ ຊຸກຍູ້ການພົວພັນ ດ້ານລັດຂອງສອງປະເທດ, ໂດຍສະ ເພາະຂົງເຂດເສດຖະກິດ-ການຄ້າ, ການ ລົງທຶນ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ຂົງເຂດອື່ນໆ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ທ່ານ ອີກໍ ປານຟິນລອບ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການ ຕ້ອນຮັບອັນອົບອຸ່ນ, ພ້ອມແຈ້ງຈຸດປະ ສົງຂອງການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ແລະ ແຈ້ງສະພາບ ການພົ້ນເດັ່ນ ໃຫ້ສະຫາຍຫົວໜ້າ ຄຕພ ຊາບ. ພ້ອມນັ້ນຍັງໄດ້ສະແດງຄວາມ ໝາຍໝັ້ນທີ່ ຈະສືບຕໍ່ເຮັດໜ້າທີ່ ແລະ ບົດບາດ ໃນການປະກອບສ່ວນເສີມຂະ ຫຍາຍສາຍພົວພັນ ມິດຕະພາບອັນ ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ງາມຂອງສອງປະເທດ ແລະ ປະຊາຊົນ ສອງຊາດລາວ ແລະ ຣັດເຊຍ ໃຫ້ມີບາດ ກ້າວໃໝ່. ຂ່າວ-ພາບ: ຄຕພ ຮູບ: 003,004,005,006
RkJQdWJsaXNoZXIy MTc3MTYxMQ==