5516

ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 14.12.2022 ປີທີ 21 ສະບັບທີ 5.516 xtmko wdlvo rq ,;y sko pn opq '.ork]tdy fxt8y ;a f 0v'r;dgIq k8ts]vfwx les];f37'dkort]a ''ko]q , ltrkcsj '-kf ry 9k]tok Ij k'dq f\kp;j kfh ;pdkod;fdk -6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko F ອ່ານຕໍ່ໜ້າ 4 l6 o;y w9fy o rn f c]t /5j o ,u 7;k,le7a o8+ dkora fmtokdtly de ,tstdedy ]kcsj '-kf 7A 'mu XI gxu f0B o1j k'gxa omk'dko muj c0;'-P'0;k' ,v[{Ia [ xB ,glA omk' csj 'dko]b []h k'7;k,m5 dpkd ltrkcsj '-kf ltg|u ]a f4t[ko gru j ,mt;u cdh w0dko;j k''ko ຂປລ. ໃນຕອນເຊົ້າວັນທີ13ທັນວາ 2022 ໃນກອງປະ ຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ຂປລ. ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ໄດ້ ມອບປື້ມເສັ້ນທາງແຫ່ງການລຶບລ້າງ ຄວາມທຸກຍາກ ໃຫ້ຖືກເປົ້າໝາຍ ໃຫ້ ທ່ານ ວິລະວົງ ຕາງໜ້າສະຖານທູດ ຂປລ. ໃນວັນທີ 13 ທັນວາ 2022 ທີ່ສະພາແຫ່ງຊາດ, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ຖະ ແຫລງຂ່າວກ່ຽວກັບຜົນສຳເລັດການ ພິຈາລະນາ ບົດລາຍງານຂອງລັດຖະ ບານກ່ຽວກັບການສ້າງວິຊາຊີບ, ການ ພັດທະນາສີມືແຮງງານ ແລະ ສ້າງ ວຽກເຮັດງານທຳ ໃຫ້ປະຊາຊົນບັນດາ ເຜົ່າ ເພື່ອແກ້ໄຂບັນຫາການວ່າງງານ. ໃນວາລະການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາ ແຫ່ງຊາດຊຸດທີ IX ໃນວັນທີ 9 ທັນວາ 2022 ທີ່ຜ່ານມາ, ພາຍຫລັງໄດ້ຮັບ ຟັງການລາຍງານ ໂດຍສັງເຂບຈາກ ລັດຖະບານ ໂດຍທ່ານລັດຖະມົນຕີ ກະຊວງແຮງງານແລະ ສະຫວັດດີການ ສັງຄົມ, ຜູ້ຕາງໜ້າຄະນະປະຈຳສະພາ ແຫ່ງຊາດ ໄດ້ຂຶ້ນມີຄໍາເຫັນຕໍ່ບົດລາຍ ຂປລ. ເມື່ອບໍ່ດົນມານີ້, ຢູ່ນະຄອນ ຫລວງວຽງຈັນ, ໄດ້ມີພິທີລົງນາມບົດ ບັນທຶກຄວາມເຂົ້າໃຈກ່ຽວກັບການ ສຶກສາ ແລະ ສຳຫລວດຄວາມເປັນ ໄປໄດ້ໃນການພັດທະນາໂຄງການໄຟ ຟ້າພະລັງງານລົມ ຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ ລະຫວ່າງ ລັດ ຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສະພາແຫ່ງຊາດ, ທ່ານ ຄຳພັນ ພົມມະ ທັດ ປະທານອົງການກວດກາແຫ່ງລັດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການ ກວດກາລັດ ສະບັບປັບປຸງ ເພື່ອໃຫ້ບັນ ດາສະມາ ຊິກສະພາແຫ່ງຊາດ ຄົ້ນຄວ້າ ປະກອບຄຳເຫັນ ເຮັດໃຫ້ເນື້ອໃນຂອງ ບາງພາກ, ບາງໝວດ ແລະ ບາງມາດ ຕາຈະແຈ້ງ, ສອດຄ່ອງ, ກະທັດຮັດ ແລະ ສົມບູນກວ່າເກົ່າ. ຮ່າງກົດໝາຍ ວ່າດ້ວຍການກວດ ກາລັດ ໄດ້ຮັບຮອງ ແລະ ປະກາດນຳ ໃຊ້ໃນປີ 2007 ເຊິ່ງກົດໝາຍດັ່ງກ່າວ ໄດ້ປັບປຸງເທື່ອທີ 1 ໃນປີ 2017 ໂດຍ ປະກອບມີ 10 ພາກ, 6 ໝວດ, 80 ມາດຕາ. ສຳລັບການປັບປຸງໃໝ່ມີ 9 ສປ ຈີນ ປະຈຳລາວ ເຊິ່ງພິທີມອບ-ຮັບ ປື້ມ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2022 ນີ້, ມີພາກສ່ວນກ່ຽວຂ້ອງ ສອງ ຝ່າຍເຂົ້າຮ່ວມ. AMI Renewables Quang Binh Investments ສສ ຫວຽດນາມ, ລົງ ນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ຕາງໜ້າໃຫ້ລັດຖະບານແຫ່ງສປປລາວ ໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຊິນນະວາ ງານດັ່ງກ່າວ ແລະ ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າ ປະກອບຄວາມຄິດເຫັນຢ່າງກົງໄປກົງ ມາ ດ້ວຍຄວາມຮັບຜິດຊອບສູງ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາ ຊົນລາວບັນດາເຜົ່າ, ພ້ອມທັງສະເໜີ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 lt,k7q ,,y f8trk[ ]k;{ia fg-p gruj ,mt;u dkoIj ;,,n ຂປລ. ໃນໂອກາດທີ່ທ່ານ ອີກໍ ປານ ຟິນລອບ ຮອງປະທານສະມາຄົມມິດຕະ ພາບ ຣັດເຊຍ-ລາວ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມສປປລາວພ້ອມ ທັງ ເຂົ້າຮ່ວມພິທີເປິດອະນຸສາວະລີນັກ ບິນທະຫານ ອະດີດສະຫະພາບໂຊວຽດ ລະຫວ່າງ ວັນທີ 3-10 ທັນວາ 2022 ຢູ່ ສປປ ລາວ. ທ່ານ ອີກໍ ປານຟິນລົບ F ອ່ານຕໍ່ໜ້າ 7

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/12/2022 xtgmf]k; ສະພາແຫ່ງຊາດ ພິຈາລະນາ... -k;|5j , 5 8q ;g,n v' I=j kIPo{gIa f8k,co;7y f xtmko wdlvo rq ,;y sko ຂປລ. ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບຄະນະບໍລິຫານ ງານຊາວໜຸ່ມ ນະຄອນຫລວງວຽງ ຈັນ ເລີ່ມຈັດກິດຈະກໍາເຄື່ອນໄຫວທັດ ສະນະສຶກສາຢູ່ສະຖານທີ່ຕ່າງໆ ທາງ ປະຫວັດສາດພາຍໃນນະຄອນຫລວງ ວຽງຈັນ ໃນວັນທີ 9 ທັນວາ ຜ່ານມາ ໂດຍການນໍາພາຂອງ ທ່ານ ລິດ ທິສັກ ວໍລະລາດ ຮອງເລຂາຄະນະບໍລິຫານ ງານຊາວໜຸ່ມ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມ ດ້ວຍຜູ້ຕາງໜ້າຄະນະບໍລິຫານງານ ຊາວໜຸ່ມ ນະຄອນຫລວງວຽງຈັນ ແລະ ຊາວໜຸ່ມ- ເຍົາວະຊົນທີ່ມາຈາກ 5 ເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ລິດທິສັກ ວໍລະລາດ ໄດ້ໃຫ້ ຮູ້ວ່າ: ຈຸດປະສົງຂອງການຈັດກິດຈະ ກໍາຄັ້ງນີ້ ເພື່ອສ້າງຂະບວນການສົ່ງ ເສີມຊາວໜຸ່ມ- ເຍົາວະຊົນ ສຶກສາຮຽນ ຮູ້ປະຫວັດສາດ ແລະ ຮໍ່າຮຽນ-ເຮັດ ຕາມແນວຄິດຂອງປະທານ ໄກສອນ ພົມວິຫານ ຢູ່ສະຖານທີ່ທາງປະຫວັດ ສາດຂອງນະຄອນຫລວງວຽງຈັນ ເປັນຕົ້ນ: ຫໍພິພິທະພັນແຫ່ງຊາດ, ຫໍສະ ໝຸດແຫ່ງຊາດ ແລະ ສະຖານທີ່ທ່ອງ ທ່ຽວທາງວັດທະນະທໍາ ວັດສີສະເກດ, ຫໍພະແກ້ວ ແລະ ປະຕູໄຊ ເພື່ອສຶກສາ ອົບຮົມການເມືອງແນວຄິດໃຫ້ຊາວ ໜຸ່ມ-ເຍົາວະຊົນ ມີຄວາມໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ຮັກປະ ເທດຊາດ, ຮັກບ້ານເກີດເມືອງນອນ, ມີຄວາມເຊື່ອໝັ່້ນຕໍ່ແນວທາງນະໂຍ ບາຍພັກ-ລັດ ໃນໄລຍະໃໝ່. ໂອກາດນີ້,ທ່ານລິດທິສັກວໍລະລາດ ຍັງໄດ້ຮຽກຮ້ອງໃຫ້ບັນດາຊາວໜຸ່ມເຍົາວະຊົນ ທຸກຄົນຫັນມາສຶກສາຮຽນ ຮູ້ປະຫວັດສາດ, ການນໍາພາຂອງຜູ້ນໍາ ເຮົາແຕ່ລະຍຸກ, ແຕ່ລະສະໄໝ ແລະ ແນວຄິດຂອງ ປະທານ ໄກສອນ ພົມວິ ຫານ ຜູ້ນໍາແສນເຄົາລົບຮັກຂອງປວງ ຊົນລາວທັນຊາດ, ຕະຫລອດຮອດສະ ຖານທີ່ທ່ອງທ່ຽວທາງວັດທະນະທໍາ, ປະຫວັດສາດ, ຮີດຄອງປະເພນີ ເພື່ອນໍາ ໄປເຜີຍແຜ່ໃຫ້ຊາວໂລກໄດ້ຮັບຮູ້ປະ ເທດລາວເຮົາຫລາຍຂຶ້ນ, ສໍາລັບການ ຈັດກິດຈະກໍາຄັ້ງນີ້, ຄະນະຊາວໜຸ່ມ ຈາກ 5 ເມືອງຂອງນະຄອນຫລວງ ວຽງຈັນ ຄື: ເມືອງຈັນທະບູລີ, ໄຊທານີ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງ ສີໂຄດຕະບອງຈະໄດ້ສັບປ່ຽນກັນເຄື່ອນ ໄຫວເປັນເວລາ 3 ວັນຄື: ວັນທີ 9, 16 ແລະ ວັນທີ 23 ທັນວາ 2022. ຂປລ. ໃນປັດຈຸບັນ ການວິໄຈດິນ, ພືດ ແລະ ຝຸ່ນ ເປັນສິ່ງສຳຄັນທີ່ສຸດຕໍ່ກັບ ກະສິກອນ ທີ່ກຳລັງປູກພືດຜັກອິນຊີ ຈະເຮັດໃຫ້ກະສິກອນໄດ້ຮູ້ເຖິງຄວາມ ສົມບູນຂອງດິນແຕ່ລະຕອນ ແລະ ຄວນ ເພີ່ມຝຸ່ນ ຫລື ສານອາຫານປະເພດໃດ ລົງໃນດິນ ເພື່ອເຮັດໃຫ້ດິນມີຄວາມສົມ ບູນເໝາະແກ່ການປູກພືດຜັກແຕ່ລະຊະ ນິດ, ເພາະເວລານຳເອົາພືດຜັກຕ່າງໆ ລົງໄປປູກຈະເຮັດໃຫ້ພືດພັນນັ້ນມີການ ເຕີບໃຫຍ່ ແລະ ອຸດົມສົມບູນ. ທ່ານ ນີວົງ ສີປະເສີດ ຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນະທີ່ດິນກະສິກຳ, ພາກ, 9 ໝວດ ແລະ 81 ມາດຕາ, ຕັດ ອອກ 1 ພາກ ແລະ ເພີ່ມໃໝ່ 3 ໝວດ. ກົດໝາຍສະບັບນີ້ ມີຈຸດປະສົງເພື່ອ ກໍານົດຫລັກການ, ລະບຽບການ, ມາດ ຕະການ ກ່ຽວກັບການຈັດຕັ້ງ, ການຄຸ້ມ ຄອງການກວດກາລັດ ເພື່ອເຮັດໃຫ້ ວຽກງານດັ່ງກ່າວ ມີຄວາມເຂັ້ມແຂງ, ສາມາດດຳເນີນໄດ້ຢ່າງມີປະສິດທິ ພາບ, ປະສິດທິຜົນແນໃສ່ເຮັດໃຫ້ອໍາ ນາດລັດເຂັ້ມແຂງ, ມີຄວາມສັກສິດໃນ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ດ້ວຍກົດໝາຍ, ປົກປ້ອງ ຜົນປະໂຫຍດຂອງລັດ,ລວມໝູ່ລວມທັງ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງພົນລະເມືອງ ປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ທ່ານ ຄຳພັນ ພົມມະທັດ ກ່າວຕື່ມ ວ່າ: ການກວດກາລັດ ແມ່ນການເຄື່ອນ ໄຫວຂອງອົງການກວດກາລັດ ໃນ ການກວດກາ, ເກັບກໍາຂໍ້ມູນການກວດ ກາລັດ ແລະ ຫລັກຖານກ່ຽວກັບການ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບຂອງການ ຈັດຕັ້ງ ແລະ ບຸກຄົນ ຢູ່ໃນອົງການລັດ ແລະ ອົງການອື່ນ ເພື່ອພິຈາລະນາ, ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ພ້ອມທັງສະເໜີ ວິທີການ ແລະ ມາດຕະການແກ້ໄຂ ໃຫ້ການຈັດຕັ້ງຂັ້ນເທິງ ຂອງເປົ້າໝາຍ ຖືກກວດກາພິຈາລະນາ ຕາມກົດໝາຍ. ຂ່າວ: ມະນີທອນ; ພາບ: ເກດສະໜາ ວິທີການ ແລະ ມາດຕະການ ເພື່ອໃຫ້ ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ນຳໄປຄົ້ນຄວ້າ, ປັບປຸງວຽກງານດັ່ງ ກ່າວໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ. ໃນການປະກອບຄຳເຫັນຂອງບັນ ດາຜູ້ແທນ ສ່ວນຫລາຍແມ່ນເຫັນດີ ເປັນເອກະພາບ ແລະ ຊົມເຊີຍຕໍ່ລັດ ຖະບານ ທີ່ໄດ້ເອົາໃຈໃສ່ວຽກງານສ້າງ ວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ໃຫ້ ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂບັນ ຫາການວ່າງງານ ຊຶ່ງໄລຍະຜ່ານມາ ເຫັນວ່າ ອັດຕາການວ່າງງານຫລຸດ ລົງເຫລືອພຽງ 18%. ແຕ່ເຖິງຢ່າງໃດ ກໍຕາມຜ່ານການຕິດຕາມກວດກາຕົວ ຈິງຂອງສະພາແຫ່ງຊາດ, ຜູ້ແທນຍັງ ສະແດງຄວາມເປັນຫ່ວງເປັນໃຍ ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ ໄຂບາງດ້ານ ດັ່ງນີ້: ການສ້າງ, ປັບປຸງ ບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດ ໝາຍທີ່ກ່ຽວຂ້ອງກັບການສ້າງວິຊາ ຊີບ, ການພັດທະນາສີມືແຮງງານ, ການ ຈັດຫາວຽກເຮັດງານທຳທີ່ມີແລ້ວ ໃຫ້ ສອດຄ່ອງກັບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ ໃຫ້ ເປັນລະບົບຄົບຊຸດຕື່ມ; ສະເໜີລັດຖະ ບານ ຄົ້ນຄວ້າ, ພິຈາລະນາການລົງທຶນ ສ້າງ ແລະ ປັບປຸງລະບົບຖານຂໍ້ມູນຂ່າວສານກ່ຽວກັບແຮງງານ, ອັດຕາ ການວ່າງງານ, ຕະຫລາດແຮງງານ ພາຍໃນ ແລະ ຕ່າງປະເທດ ໃຫ້ລວມ ສູນ, ເປັນເອກະພາບ, ຊັດເຈນ ແລະ ເປັນລະບົບທັນສະໄໝ, ສາມາດເຊື່ອມ ໂຍງ ແລະ ເຂົ້າເຖິງໄດ້ງ່າຍໃນຂອບເຂດ ທົ່ວປະເທດ. ພ້ອມນີ້ ຍັງໄດ້ສະເໜີໃຫ້ ລັດຖະບານ ຄົ້ນຄວ້າເພີ່ມຄ່າແຮງງານ ຂັ້ນຕໍ່າ ເພື່ອເປັນການປັບປຸງຊີວິດການ ເປັນຢູ່ ຂອງຜູ້ອອກແຮງງານໃຫ້ດີຂຶ້ນ, ທັງເປັນແຮງຈູງໃຈໃຫ້ຜູ້ອອກແຮງ ງານ ແລະ ຮັບປະກັນການມີສະຫວັດດີ ການທີ່ດີ ໃຫ້ແກ່ຜູ້ອອກແຮງງານຕາມ ກົດໝາຍກຳນົດ ໂດຍສະເພາະສະເໜີ ສະພາແຫ່ງຊາດ ສະເໜີ... ເພີ່ມອັດຕາເບ້ຍລ້ຽງ ໃຫ້ນັກຮຽນຢູ່ໂຮງ ຮຽນກິນນອນຊົນເຜົ່າ, ໂຮງຮຽນເຕັກ ນິກວິຊາຊີບ ໃຫ້ແທດເໝາະກັບຄ່າຄອງ ຊີບແຕ່ລະໄລຍະ, ພ້ອມທັງສະໜອງງົບ ປະມານໃຫ້ທັນກຳນົດເວລາ. ນອກຈາກນີ້, ໃຫ້ຄົ້ນຄວ້າສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງ, ສະໜອງອຸ ປະກອນການຮຽນ-ການສອນ, ສ້າງສະ ພາບແວດລ້ອມທີ່ເອື້ອອຳນວຍ ເພື່ອ ສ້າງແຮງຈູງໃຈໃຫ້ນັກຮຽນ ມາຮຽນ, ລວມທັງຈັດສັນຄູສອນໃຫ້ພຽງພໍ; ປັບ ປຸງ ແລະ ພັດທະນາຫລັກສູດ, ວິທີການ ຮຽນ-ການສອນ,ການຝຶກວິຊາຊີບແລະ ການພັດທະນາສີມືແຮງງານ ໃຫ້ໄດ້ ມາດຕະຖານ ສອດຄ່ອງກັບຍຸກການພັດ ທະນາອຸດສາຫະກໍາ 4.0, ເຕັກໂນໂລຊີ ດ້ານຂໍ້ມູນ ແລະ ການສື່ສານ, ທັກສະ ດ້ານພາສາຕ່າງປະເທດ; ຊຸກຍູ້ ແລະ ສົ່ງເສີມໃຫ້ພາກເອກະຊົນ ມີສ່ວນຮ່ວມ ໃນການລົງທຶນໃສ່ວຽກງານການຝຶກ ວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ແກ່ ປະຊາຊົນລາວ ບັນດາເຜົ່າ ໂດຍສະ ເພາະຢູ່ເຂດຊົນນະບົດ, ຫ່າງໄກສອກ ຫລີກ; ຊຸກຍູ້ໃຫ້ມີສ່ວນຮ່ວມຂອງບັນ ດາຫົວໜ່ວຍທຸລະກິດກັບໂຮງຮຽນ ເຕັກນິກ-ວິຊາຊີບ, ສູນ, ສະຖາບັນພັດ ທະນາສີມືແຮງງານ ເພື່ອສ້າງແຜນພັດ ທະນາສີມືແຮງງານຮ່ວມກັນ, ພ້ອມ ທັງສ້າງເງື່ອນໄຂທີ່ເໝາະສົມໃນການ ເຂົ້າເຖິງແຫລ່ງທຶນ ເພື່ອປະກອບອາ ຊີບດ້ວຍຕົນເອງ; ຈັດງານຕະຫລາດ ນັດແຮງງານ ໂດຍການມີສ່ວນຮ່ວມ ຂອງຫລາຍພາກສ່ວນ ເປັນແຕ່ລະໄລ ຍະຢູ່ແຕ່ລະທ້ອງຖິ່ນ ເພື່ອໃຫ້ແຮງ ງານລາວ ໄດ້ມີໂອກາດເຂົ້າເຖິງຕະ ຫລາດແຮງງານ ຫລາຍຂຶ້ນກວ່າເກົ່າ; ເອົາໃຈໃສ່ພັດທະນາລະບົບການສະ ໜອງຂໍ້ມູນຂ່າວສານ ໂດຍຜ່ານພາ ຫະນະສື່ມວນຊົນ, ອອນລາຍກ່ຽວກັບ ການຮຽນວິຊາຊີບ ແລະ ໂຄສະນາເຜີຍ ແຜ່ໃຫ້ຜູ້ປົກຄອງ, ນັກຮຽນເຫັນໄດ້ ຄວາມສໍາຄັນຂອງການຮຽນວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງອາຊີບ ພ້ອມທັງສົ່ງເສີມໃຫ້ ມີການພັດທະນາປື້ມແບບຮຽນ, ສົ່ງ ເສີມວັດທະນະທໍາການອ່ານ ແລະ ການ ຮຽນຮູ້ກ່ຽວກັບການສ້າງວິຊາຊີບ, ສ້າງວຽກເຮັດງານທຳໃຫ້ຫລາຍຂຶ້ນ; ເພີ່ມທະວີການໂຄສະນາເຜີຍແຜ່ກົດ ໝາຍ ແລະ ນິຕິກໍາ ກ່ຽວກັບບັນຫາແຮງ ງານ, ການປົກປ້ອງສັງຄົມ ເພື່ອໃຫ້ຜູ້ ອອກແຮງງານ ແລະ ຜູ້ໃຊ້ແຮງງານໄດ້ ຮັບການປົກປ້ອງຕາມກົດໝາຍກຳນົດ. ທ່ານ ໃບຄຳ ດຳລັດ ກ່າວຕື່ມວ່າ: ທັງໝົດນີ້, ແມ່ນໄດ້ສະແດງເຖິງຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງລັດ ຖະບານໃນການສ້າງວິຊາຊີບ, ການພັດ ທະນາສີມືແຮງງານ ແລະ ການສ້າງ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ ໄຂບັນຫາວ່າງງານ ແລະ ຫລຸດຜ່ອນ ອັດຕາການວ່າງງານ ໃຫ້ຍັງເຫລືອ 15% ໃນປີ 2025. ຂ່າວ: ມະນີທອນ; ພາບ: ເກດສະໜາ ມອບ-ຮັບ... ທ່ານ ທອງໃບ ໂພທິສານ ໄດ້ກ່າວ ວ່າ: ປື້ມເສັ້ນທາງແຫ່ງການລຶບລ້າງ ຄວາມທຸກຍາກ ໃຫ້ຖືກເປົ້າໝາຍໄດ້ ຖືກແປຈາກສະບັບພາສາຈີນເປັນພາສາ ລາວ ໂດຍສະມາຄົມນັກປະພັນລາວ ຈຳນວນ 500 ຫົວ ແລະ ໄດ້ຈັດແບ່ງໃຫ້ ສປຈີນຈຳນວນໜຶ່ງ. ປື້ມດັ່ງກ່າວມີເນື້ອ ຫາກ່ຽວກັບການພັດທະນາເສດຖະ ກິດ-ສັງຄົມ ເປັນບົດເລົ່າເລື່ອງທີ່ລະ ອຽດ, ພັນລະນາຢ່າງມີຊີວິດຊີວາເຫດ ການຈິງ, ວຽກຈິງຄົນແທ້ ເຊິ່ງເປັນສາ ລະປະໂຫຍດ ໃນດ້ານວິທີການພັດທະ ນາບຸກຄົນ, ຄອບຄົວ, ອົງການຈັດຕັ້ງ ແລະ ບ້ານ ຈາກບ່ອນທຸກຍາກທີ່ສຸດ ກ້າວໄປບ່ອນຮັ່ງມີ ເຂັມແຂງພາຍໃນ ເວລາ 5-6 ປີ. ປື້ມດັ່ງກ່າວ ຈະເປັນປະໂຫຍດສູງ ສຸດໃຫ້ແກ່ ສປປ ລາວ ໃນການຖອດ ຖອນບົດຮຽນ ໃນການຈັດຕັ້ງຂະບວນ ການລຶບລ້າງຄວາມທຸກຍາກ ໂດຍການ ໂຄສະນາເຜີຍແຜ່ຂໍ້ມູນ ໃຫ້ກວ້າງ ຂວາງທົ່ວສັງຄົມ. ທັງນີ້ ກໍເພື່ອໃຫ້ ບຸກຄົນ, ຄອບຄົວ, ອົງການຈັດຕັ້ງ ແລະ ບ້ານ ໄດ້ຄົ້ນຄວ້າຮໍ່າຮຽນເນື້ອໃນ ຮູບການ ແລະ ນຳມາໝູນໃຊ້ໃຫ້ເກີດ ຜົນປະໂຫຍດສູງສຸດ. ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານແລະບໍ່ແຮ່ແລະຜູ້ຕາງຈາກ ຈາກແຂວງສະຫັວນນະເຂດ, ຕາງໜ້າ ຝ່າຍບໍລິສັດ ອາມີ ໂດຍມີທ່ານ ຫງວຽນ ນາມຖັງ ປະທານສະພາບໍລິຫານ ບໍລິ ສັດຫຸ້ນສ່ວນການລົງທຶນ AMI Renewables Quang Binh; ມີປະ ທານສະພາບໍລິຫານບໍລິສັດຫຸ້ນສ່ວນ ການລົງທຶນ AMI Renewables Quang Binh ໂດຍມີທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່; ຜູ້ຕາງໜ້າແຂວງ ສະຫວັນນະເຂດ ແລະ ແຂວງກວາງບິ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໃນພິທີລົງນາມເຊັນຍາຄັ້ງນີ້, ໃນ ໄລຍະທີ 1 ບໍລິສັດຫຸ້ນສ່ວນລົງທຶນ AMI Renewables Quang Binh ຈະສຶກສາ ແລະ ສຳຫລວດຄວາມເປັນ ໄປໄດ້ໃນການພັດທະນາໂຄງການໄຟ ສຳຫລວດ... ສູນວິໄຈດິນ... ກະຊວງກະສິກຳ ແລະ ປ່າໄມ້ໄດ້ໃຫ້ຕໍ່ ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ກົມຄຸ້ມຄອງ ແລະ ພັດທະນະທີ່ດິນກະສິກຳ ເປັນອີກ ກົມໜຶ່ງທີ່ເປັນເສນາທິການໃຫ້ແກ່ກະ ຊວງກະສິກຳ ແລະ ປ່າໄມ້ ໃນການຈັດ ຕັ້ງປະຕິບັດວຽກງານ 4 ເສົ້າຄ້ຳຫລັກ: ການຜະລິດສະບ່ຽງອາຫານສຳລັບ ບໍລິໂພກພາຍໃນປະເທດ; ຜະລິດກະສິ ກຳສະບ່ຽງອາຫານເພື່ອສົ່ງອອກເປັນ ສິນຄ້າ; ການປົກປັກຮັກສາຄຸ້ມຄອງ ປ່າໄມ້ໃຫ້ໄດ້ 70%; ການແກ້ໄຂຄວາມ ທຸກຍາກ, ການກໍ່ສ້າງພື້ນຖານໂຄງ ລ່າງ ແລະ ພັດທະນາຊົນນະບົດ ເປັນ ວຽກທີ່ສຳຄັນ. ສູນວິໄຈດິນ, ພືດ ແລະ ຝຸ່ນ ກະຊວງກະສິກຳ ແລະ ປ່າໄມ້ ມີ ເຕັກໂນຊີທີ່ທັນສະໄໝເພື່ອວິໄຈດິນ, ພືດ ແລະ ຝຸ່ນ. ສະນັ້ນ, ກະສິກອນສາ ມາດນຳເອົາດິນຂອງຕົນເອງມາວິໄຈ ໄດ້ ທີ່ສູນວິໄຈດິນ ບ້ານໜອງວຽງຄຳ, ນະຄອນຫລວງວຽງຈັນ. ປັດຈຸບັນນີ້, ການວິໄຈດິນຖືໄດ້ວ່າເປັນວຽກທີ່ສຳ ຄັນທີ່ສຸດ ໂດຍສະເພາະກະສິກຳທີ່ຈະ ສົ່ງອອກພືດໄປຕ່າງປະເທດ ເປັນຕົ້ນ ສປ ຈີນ, ສສ ຫວຽດນາມ ແລະ ໄທ ຕ່າງກໍຕ້ອງການຜົນການຢັ້ງຢືນຜະລິດ ຕະພັນກະສິກຳ ທີ່ບໍ່ມີໂລຫະໜັກເຈື່ອ ປົ່ນ ແລະ ເປັນຜະລິດຕະພັນກະສິກຳທີ່ມີ ຄຸນນະພາບ. ໃນ1ປີທີ່ຜ່ານມາ ສູນວິໄຈ ດິນ, ພືດ ແລະ ຝຸ່ນ ສາມາດວິໄຈດິນ, ນ້ຳ ແລະ ຝຸ່ນ ທີ່ຊາວກະສິກອນສົ່ງມາ ວິໄຈໄດ້ຫລາຍກວ່າ 2.000 ຕົວຢ່າງ. ທ່ານ ໄຊສະຖິດ ສຸລິຍະວົງສາ ຮັກສາການຫົວໜ້າສູນວິໄຈດິນ, ພືດ ແລະ ຝຸ່ນ ໄດ້ກ່າວວ່າ: ສູນວິໄຈດິນ ຂອງພວກເຮົາ ເປັນເສນາທິການໃຫ້ແກ່ ກົມຄຸ້ມຄອງ ແລະ ພັດທະນະທີ່ດິນ ກະສິກຳ (ຄພດກ) ໃນການສະໜອງ ຂໍ້ມູນທາດອາຫານພືດ ພ້ອມດ້ວຍປັດ ໄຈທີ່ກ່ຽວຂ້ອງຕໍ່ຄວາມເປັນປະໂຫຍດ ຂອງທາດອາຫານພືດ, ສານຕົກຄ້າງທີ່ ເປັນອັນຕະລາຍໃນດິນ, ຂໍ້ມູນທາງດ້ານ ຟິຊິກຂອງດິນເຊັ່ນ: ຄວາມໜາແໜ້ນ ຂອງດິນ, ຄວາມຜຸຜຸ່ຍ, ການກັກເກັບ ນ້ຳໃນດິນ ແລະ ປະເພດເນື້ອດິນ, ທັງ ນີ້ກໍເພື່ອນຳໃຊ້ເຂົ້າໃນການປະເມີນ ຄວາມອຸດົມສົມບູນຂອງດິນ, ການປັບ ປຸງດິນ ແລະ ການວາງແຜນນຳໃຊ້ທີ່ດິ ນໃຫ້ມີຄວາມຍືນຍົງ. ພ້ອມດຽວກັນນີ້, ພວກເຮົາຍັງໃຫ້ບໍລິການວິໄຈດິນ, ພືດ, ຝຸ່ນ ແລະ ນ້ຳ ໃຫ້ກະສິກອນທົ່ວໄປ, ຜູ້ປະກອບການຜະລິດຝຸ່ນ, ຜູ້ປະກອບ ການປູກພືດ ແລະ ໂຄງການຕ່າງໆ. ນອກຈາກນີ້, ພວກເຮົາກຳລັງພັດທະ ນາການວິໄຈສິ່ງທີ່ມີຊີວິດໃນດິນ ແລະ ຝຸ່ນ ໂດຍສະເພາະແມ່ນຈຸລິນຊີ ເພື່ອ ສະໜັບສະໜູນໃຫ້ການຜະລິດກະສິກຳ ສະອາດ ແລະ ກະສິກຳອິນຊີ ໃຫ້ມີທ່າ ກ້າວຂະຫຍາຍຕົວ. ໃນແຕ່ລະປີ ສູນວິໄຈດິນ ໄດ້ຈັດກິດ ຈະກຳພົບປະກັບກະສິກອນ, ລົງໄປວິ ໄຈດິນດ້ວຍລົດເຄື່ອນທີ່ ສາມາດວັດ ຄ່າຂອງດິນໄດ້ກັບທີ່ ແລະ ໄດ້ເຜີຍແຜ່ ໃຫ້ກະສິກອນໄດ້ຮູ້ເຖິງຄວາມໝາຍ ຄວາມສຳຄັນຂອງການວິໄຈດິນ, ຮູ້ ເຖິງຄຸນນະພາບຂອງດິນ ເພື່ອຈະໄດ້ ເບິ່ງແຍງຮັກສາໃຫ້ສາມາດນຳໃຊ້ດິນ ໄດ້ຢ່າງຍາວນານ ແລະ ຍັງເປັນການ ສ້າງສາຍພົວພັນລະວ່າງວິຊາການ ແລະ ກະສິກອນໃຫ້ດີຂື້ນ. ໂອກາດດຽວກັນ,ທ່ານຄຳພູຟັນທະ ບູນ ຫົວໜ້າກຸ່ມກະສິກຳອິນຊີ ບ້ານ ໂນນແຕ້ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ກໍໄດ້ໃຫ້ຮູ້ວ່າ: ຄວາມສຳຄັນ ຫລັກໆ ໃນການຜະລິດ ກະສິກຳອິນຊີ ແມ່ນການວິໄຈດິນ ຫາຄ່າຕ່າງໆທີ່ຢູ່ ໃນດິນ. ໃນມື້ນີ້, ສູນວິໄຈດິນ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ລົງມາສົມທົບ ກັບບ້ານ ແລະ ກຸ່ມພວກເຮົາເພື່ອມາວິ ໄຈດິນ ເພື່ອໃຫ້ເຮົາຮັບຮູ້ໄດ້ວ່າດິນຢູ່ ແຕ່ ລະສວນຂອງກຸ່ມກະສິກຳຂອງ ຟ້າພະລັງແຮງລົມ AMI Savannakhet ພ້ອມທັງດຳເນີນການສຶກສາສຳ ຫລວດພື້ນທີ່, ເກັບກໍາຂໍ້ມູນຄວາມໄວ ແລະ ທິດທາງກະແສລົມ, ສ້າງບົດລາຍ ງານການສຶກສາຄວາມເປັນໄປໄດ້ທາງ ດ້ານເສດຖະກິດ-ເຕັກນິກ ເບື້ອງຕົ້ນ ແລະ ບົດລາຍງານການປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມ ຂອງໂຄງການໄຟ ຟ້າພະລັງງານລົມ ຢູ່ເຂດເມືອງເຊໂປນ ໃນເນື້ອທີ່ 2.687 ເຮັກຕາ, ຄາດວ່າຈະ ມີກຳລັງການຜະລິດ 252 MW. ໃນ ຕໍ່ໜ້າຈະໄດ້ສຶກສາແລະສຳຫລວດ ເພື່ອ ເພີ່ມກຳລັງການຜະລິດເປັນ 1,215 ເມກາວັດ ຖ້າລັດຖະບານ ແຂວງສະ ຫວັນນະເຂດ ອະນຸຍາດໃຫ້ສຳຫລວດ ເນື້ອທີ່ດິນເພື່ອພັດທະນາຕື່ມອີກ. ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ, ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ມີອາຍຸການ 24 ເດືອນ (ຕໍ່ອາຍຸ ໄດ້). ພາຍຫລັງໄລຍະນີ້, ຖ້າໂຄງ ການມີຄວາມສາມາດ ດ້ານການເງິນ ແລະ ຕະຫລາດຕາມມາດຖານເຕັກ ນິກໄຟຟ້າຂອງລາວ, ລັດຖະບານລາວ ຈະຕົກລົງໃຫ້ບໍລິສັດຫຸ້ນສ່ວນລົງທຶນ AMI Renewables Quang Binh ປະຕິບັດ ແລະ ດຳເນີນການປະຕິບັດ ໂຄງການ ໃນຮູບແບບ BOO (ສ້າງ- ກໍ່ສ້າງ). own - ດໍາເນີນການ). ໂຄງການເຂື່ອນ ໄຟຟ້າພະລັງງານ ລົມ AMI Savannakhet ແມ່ນ ຢູ່ໃນເປົ້າໝາຍການພັດທະນາຂອງລັດ ຖະບານລາວ ເພື່ອຜະລິດກະແສໄຟຟ້າ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ ຕ່າງປະເທດ. ຜູ້ພັດທະນາຫວັງວ່າ ໂຄງການນີ້ຈະມີບົດບາດສຳຄັນໃນ ການພັດທະນາເສດຖະກິດ, ຮັບປະ ກັນຄວາມໝັ້ນຄົງ ທາງດ້ານພະລັງ ງານ, ຄາດວ່າໂຄງການດັ່ງກ່າວ ຈະ ເປັນສັນຍາລັກແຫ່ງຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງແຂວງສະຫວັນ ນະເຂດ-ແຂວງກວາງບິ່ງ. ບ້ານໂນນແຕ້ ມີທາດຫຍັງແດ່ທີ່ຍັງບໍ່ ພຽງພໍ, ຄວນຕ້ອງຕື່ມຝຸ່ນຊະນິດໃດລົງ ໄປໃນດິນ ເພື່ອຈະສາມາດປູກພືດຜັກ ຕ່າງໆໃຫ້ໄດ້ຄຸນນະພາບ ແລະ ປະລິ ມານ. ຂ່າວ-ພາບ: ສຸກສະຫວັດ ສະມາຄົມມິດຕະພາບ... ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ໄດ້ມອບຫລຽນໄຊ ເພື່ອ ສັນຕິພາບ ແລະ ມິດຕະພາບ ໃຫ້ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ. ໂອກາດນີ້ເຂົ້າ ຢ້ຽມຂໍ່ານັບທ່ານ ທອງສະຫວັນ ພົມວິ ຫານ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຊຶ່ງໃນໂອກາດນີ້, ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທ່ານ ໂຊໂກລິນ ວະລາດີມີຣ ເລໂອນິດາວິຈ ປະທານສະມາຄົມມິດ ຕະພາບ ຣັດເຊຍ-ລາວ ແລະ ຫລຽນກາ ມິດຕະພາບ ໃຫ້ແກ່ ທ່ານ ກາຣຶນນອບ ເຊີເກ ເວຍແຊສລາວເວີວິສ ກຳມະການ ສະມາຄົມມິດຕະພາບ ຣັດເຊຍ-ລາວ, ຮອງຜູ້ອຳນວຍການບໍລິສັດ MK ເພື່ອ ສະແດງຄວາມຮູ້ບຸນຄຸນແລະຕອບແທນ ຜົນງານອັນພົ້ນເດັ່ນ ໃນການປະກອບ ສ່ວນ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ. ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເປັນການປະ ກອບສ່ວນສຳຄັນ ເຂົ້າໃນການຮັດ ແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ຂອງສອງປະ ເທດ ແລະ ປະຊາຊົນສອງຊາດລາວ ແລະ ຣັດເຊຍ ໃຫ້ນັບມື້ໄດ້ຮັບການພັດ ທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງ ບໍ່ຢຸດຢັ້ງ. ພ້ອມນີ້, ຍັງໄດ້ຊົມເຊີຍຕໍ່ ການພົວພັນຮ່ວມມື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດ ເຊຍ-ລາວ ທີ່ໄດ້ພົວພັນຮ່ວມມືກັນມາ ແຕ່ດົນນານ ແລະ ໄດ້ຮັບການເສີມຂະ ຫຍາຍໃນແຕ່ລະໄລຍະ. ສອງສະມາຄົມ ມິດຕະພາບ ໄດ້ມີການຮ່ວມມື, ແລກ ປ່ຽນຂໍ້ມູນຂ່າວສານແລະຈັດກິດຈະກຳ ຮ່ວມກັນໃນໂອກາດວັນສຳຄັນຕ່າງໆ ຂອງສອງປະເທດ. ພ້ອມນັ້ນຍັງໄດ້ເຮັດ ບົດບາດສຳຄັນ ໃນການເປັນຂົວຕໍ່, ສະ ໜັບສະໜູນ ແລະ ຊຸກຍູ້ການພົວພັນ ດ້ານລັດຂອງສອງປະເທດ, ໂດຍສະ ເພາະຂົງເຂດເສດຖະກິດ-ການຄ້າ, ການ ລົງທຶນ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ຂົງເຂດອື່ນໆ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ທ່ານ ອີກໍ ປານຟິນລອບ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການ ຕ້ອນຮັບອັນອົບອຸ່ນ, ພ້ອມແຈ້ງຈຸດປະ ສົງຂອງການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ແລະ ແຈ້ງສະພາບ ການພົ້ນເດັ່ນ ໃຫ້ສະຫາຍຫົວໜ້າ ຄຕພ ຊາບ. ພ້ອມນັ້ນຍັງໄດ້ສະແດງຄວາມ ໝາຍໝັ້ນທີ່ ຈະສືບຕໍ່ເຮັດໜ້າທີ່ ແລະ ບົດບາດ ໃນການປະກອບສ່ວນເສີມຂະ ຫຍາຍສາຍພົວພັນ ມິດຕະພາບອັນ ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ງາມຂອງສອງປະເທດ ແລະ ປະຊາຊົນ ສອງຊາດລາວ ແລະ ຣັດເຊຍ ໃຫ້ມີບາດ ກ້າວໃໝ່. ຂ່າວ-ພາບ: ຄຕພ ຮູບ: 003,004,005,006

14/12/2022 xtgmf]k; 3 0j k; c]t gsfdko co;7y f-U oe0v'xtmko wdlvo rq ,;y sko .o;Pd'kod+ lh k'Ikd4kodkog,n v' yf U o q, y s +lh k nv yf U o q, y s gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ll- c0;'9exkla d ltg|u ]a f4t[ko g]a j 'cdh w0[a osk76 lvo[+ rP'r= a u a a j h a 6 + = a u a ໂດຍ: ມາລິດາ ຂປລ. ໃນອາທິດທີ່ຜ່ານມາ, ໄດ້ ມີພິທີມອບ-ຮັບໂຄງການສົ່ງເສີມ ຄອບຄົວຕົວແບບລ້ຽງແບ້ ທີ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ໂດຍ ໄດ້ຮັບການຊ່ວຍເຫລືອຂອງໂຄງການ ທີ່ເຫັນຜົນໄວ (QuiDk ImQaDt 1SoKeDt) ຈາກລັດຖະບານ ແລະ ປະ ຊາຊົນ ອິນເດຍ ຜ່ານໂຄງການຮ່ວມ ມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ມີມູນຄ່າ 50.000 ໂດລາສະຫະລັດ ໂດຍມີ 3 ຄອບຄົວ ເຂົ້າຮ່ວມກິດຈະກໍາ ດັ່ງກ່າວ. ນອກຈາກນີ້, ຍັງມີການປະກອບສ່ວນ ຂອງຄອບຄົວຕົວແບບ ທີ່ສະໝັກໃຈ ເຂົ້າຮ່ວມຈັດຕັ້ງໂຄງການດັ່ງກ່າວ 400 ກວ່າລ້ານກີບ. ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການຮ່ວມ ມື, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ ຮູ້ວ່າ: ໂຄງການສົ່ງເສີມຄອບຄົວຕົວ ແບບລ້ຽງແບ້ ແມ່ນໂຄງການເປົ້າໝາຍ ຂອງເມືອງທຸລະຄົມ ທີ່ຈະສ້າງເປັນ ຕົວແບບ ໃນການພັດທະນາການກະ ເສດຄົບວົງຈອນໃນພື້ນທີ່ເຂດຊົນລະ ປະທານບ້ານແຈ້ງ ແລະ ຈະກາຍເປັນ ຕົວແບບສູນການຮຽນຮູ້ໃນການຈັດ ຕັ້ງກິດຈະກຳການປູກ-ການລ້ຽງແບບ ປະສົມປະສານ ເຊິ່ງບັນດາກິດຈະກຳ ທີ່ບັນດາຄອບຄົວຕົວແບບໄດ້ຈັດຕັ້ງ ປະຕິບັດຢູ່ໃນປັດຈຸບັນ ມີ 5 ກິດຈະ ກຳຫລັກຄື: ການລ້ຽງແບ້ແບບລະບົບ ຟາມ, ການລ້ຽງປາໃນນາເຂົ້າ, ການ ປູກພືດໝູນວຽນ ເພື່ອປັບປຸງດິນ, ການ ປູກເຂົ້ານາປີ ແລະ ນາແຊງ, ກິດຈະ ,v[{Ia [37'dkolqj 'glu ,7v[7q ;8q ;c[[ ]h P'c[h muj [h koc9h ' g,n v'm5 ]t7q , dq ,75h ,7v'-a [ly ocsj ']a f ]k;{s;Pfok, sk]n dkoc]dxj Po[q fIPo ກຳການລ້ຽງສັດປີກ (ເປັດ,ໄກ່) ແລະ ກົບປະສົມປະສານໃນນາເຂົ້າ ທັງນາປີ ແລະ ນາແຊງ. ທ່ານ ທັດສະກາ ສະພັງທອງ ກ່າວ ຕື່ມວ່າ: ເຖິງຢ່າງໃດກໍຕາມພວກ ເຮົາຍັງມີຂໍ້ຈໍາກັດຫລາຍດ້ານໂດຍສະ ເພາະດ້ານການຕະຫລາດ ແລະ ການ ສ້າງກຸ່ມການຜະລິດ ແລະ ເຄື່ອຂ່າຍ ການຂາຍ ປະເພດແບ້ ຍັງບໍ່ທັນກວ້າງ ຂວາງ ແລະ ເຮັດໄດ້ຢ່າງຕໍ່ເນື່ອງ,ປະລິ ມານຜົນຜະລິດ ຍັງມີໜ້ອຍໃຫ້ກັບຜູ້ຊື້ ແບບຮວບຮວມຈໍານວນຫລາຍ ເພື່ອໃຫ້ ຄ່າຂົນສົ່ງຖືກລົງ; ຕະຫລາດການບໍລິ ໂພກພາຍໃນຍັງຈຳກັດ ແລະ ລາຄາ ຂາຍແບ້ທຽບກັບອັດຕາເງິນເຟີ້ຂອງ ລາວ ແມ່ນເປັນຂໍ້ຈໍາກັດ ສຳລັບຜູ້ລ້ຽງ ແບ້; ດ້ານຄວາມຮູ້ໃນການຕອບໂຕ້ ກັບພະຍາດ ແລະ ການປິ່ນປົວແບ້ຂອງ ກະສິກອນ ຍັງບໍ່ທັນໄດ້ດີຍ້ອນການວິ ນິດໄສໂລກ ທີ່ເກີດຂຶ້ນຍັງເປັນການ ຄາດເດົາເອົາ ເຊິ່ງບໍ່ທັນມີຫ້ອງແລບໃນ ການວິໄຈໂລກ ທີ່ເກີດກັບແບ້ເຮັດໃຫ້ ແບ້ຂອງກະສິກອນທີ່ລ້ຽງແບບປ່ອຍ ປະຕາມທໍາມະຊາດຕາຍ ແລະ ແກ້ໄຂ ບໍ່ທັນ. ໂອກາດດຽວກັນນີ້, ທ່ານ ດິນກ້າ ອັສທານາ ເອກອັກຄະລັກຖະທູດອິນ ເດຍປະຈຳສປປລາວໄດ້ກ່າວວ່າ: ໂຄງ ການສົ່ງເສີມຄອບຄົວຕົວແບບລ້ຽງ ແບ້ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນ ປີ 2020 ໂດຍກໍານົດເອົາກິດຈະກໍາ ທີ່ເປັນພື້ນຖານອັນສຳຄັນ ເພື່ອກ້າວ ໄປເຖິງລະບົບການລ້ຽງແບ້ແບບລະ ບົບຟາມ ເຊິ່ງມີທັງໝົດ 5 ກິດຈະກຳ ຫລັກ ເຊັ່ນ: ພາກຈັດຕັ້ງກິດຈະກໍາຂອ ງ ໂຄງການ, ການສ້າງຄອກແບ້ເປັນລະ ບົບຟາມທີ່ໄດ້ມາດຕະຖານ, ການພັດ ທະນາຮັກສາສຸຂະພາບສັດ, ການຈັດ ຫາພໍ່-ແມ່ພັນແບ້ເພື່ອນຳເຂົ້າມາລ້ຽງ ໃນຟາມ ແລະ ການຄຸ້ມຄອງບໍລິຫານ ໂຄງການ. ພ້ອມນີ້, ຍັງໄດ້ສະໜອງ ການປູກຫຍ້າລ້ຽງແບ້, ການປູກຕົ້ນໄມ້ ແລະ ສະໜອງວັດສະດຸ ເພື່ອການກໍ່ສ້າງ ຮົ້ວລ້ອມຄອກແບ້. ນອກນີ້, ຍັງມີການ ຝຶກອົບຮົມການລ້ຽງແບ້, ການປິ່ນປົວ ແລະ ການດູແລສຸຂະພາບແບ້ນຳອີກ. Á່ານ «‹ອນ ›Ê ŸÆ ານ ž້£žາ‹ອŽÁ¤ ານ ªນ˜Ç ທັດສະນະ-ແນວຄິດຊີ້ນຳຂອງ ປະທານ ໄກສອນ ພົມວິຫານ ກ່ຽວ ກັບວຽກງານການກໍ່ສ້າງຮາກຖານ ການເມືອງ ນັບແຕ່ເລີ່ມຕົ້ນຈົນສາ ມາດໝູນໃຊ້ເປັນບົດຮຽນທີ່ພົ້ນເດັ່ນ ໃນປັດຈຸບັນ ແລະ ບາງຄຳເຫັນທີ່ສະ ແດງອອກ ດັ່ງນີ້: ຂະບວນການປະຕິວັດຂອງມະ ຫາຊົນ ເປັນບ່ອນຝຶກຝົນຫລໍ່ຫລອມ ພະນັກງານຂຶ້ນມາ ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: hບໍ່ ຢ້ານ ວ່າຈະບໍ່ມີພະນັກງານພຽງແຕ່ຮູ້ ສ້າງຂະບວນການແລ້ວນຳເອົາພະ ນັກງານລົງສູ່ຂະບວນການຝຶກຝົນ ຫລໍ່ຫລອມໃນຂະບວນການວຽກ ງານຕົວຈິງກໍຈະມີພະນັກງານຮູ້ບັນ ຊາ, ຮູ້ນຳພາວຽກງານພົ້ນເດັ່ນ ຂຶ້ນi. ປະທານ ໄກສອນ ພົມວິຫານ ຍັງໃຫ້ນິຍາມຂະບວນການວ່າ: hຂະ ບວນການ: ແມ່ນການເຮັດວຽກ ງານໃດໜຶ່ງທີ່ມີລັກສະນະແຜ່ຫລາຍ ທົ່ວໄປ; ການເຮັດວຽກງານນັ້ນຕ້ອງ ເຮັດຢ່າງມີການຈັດຕັ້ງນຳພາ ແລະ ເຮັດດ້ວຍຄວາມຕື່ນຕົວ (ບໍ່ໄດ້ບັງ ຄັບ) ເຮັດໄດ້3 ເນື້ອໃນນີ້ຈິ່ງເຮັດໃຫ້ ຂະບວນການຕ່າງໆ ຍືນຍົງຄົງຕົວ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງi ແລະ ປະທານ ໄກສອນ ພົມວິຫານ ຍັງສັ່ງສອນໄວ້ອີກວ່າ: hການທີ່ໄດ້ ລົງກໍ່ສ້າງຮາກຖານການເມືອງ ຊຶ່ງມີການຊີ້ນຳໂດຍກົງຂອງກົມ ການເມືອງ ແມ່ນກາລະໂອກາດດີທີ່ ສຸດໃນຊີວິດການເມືອງທີ່ໄດ້ຮໍ່າຮຽນ ເປັນລະບົບແມ່ນສິ່ງທີ່ດີ ແລະ ເປັນ ພື້ນຖານແລ້ວ ແຕ່ຫາກບໍ່ຮູ້ນຳໃຊ້ ຄວາມຮູ້ທີ່ໄດ້ຮໍ່າຮຽນມານັ້ນ ເຂົ້າ ກັບວຽກງານຕົວຈິງ ທັງບໍ່ສ້າງໄດ້ ຜົນປະໂຫຍດຫຍັງໃຫ້ແກ່ປະຊາຊົນ, ສັງຄົມແລ້ວ ຄວາມຮູ້ທີ່ຮຽນມານັ້ນ ກໍຈະບໍ່ມີຄຸນຄ່າຫຍັງທັງໝົດ. ດັ່ງ ນັ້ນ, ການມາລົງກໍ່ສ້າງຮາກຖານ ການເມືອງ ຈິ່ງແມ່ນການມາກໍ່ສ້າງ ຕົນເອງໃຫ້ເຕີບໃຫຍ່ຂຶ້ນກັບວຽກ ງານຕົວຈິງ, ເປັນໂອກາດໜຶ່ງຝຶກ ຝົນຫລໍ່ຫລອມຕົນເອງໃນທຸກໆດ້ານ ແລະ ເພື່ອໃຫ້ເຂົ້າສູ່ລວງເລິກຕໍ່ໄປ ນີ້ການລົງກໍ່ສ້າງຮາກຖານຊົນນະ ບົດຄວນຫັນເປັນໂຄງການຕິດພັນ ກັບຄວາມຮັບຜິດຊອບຂອງຂະ ແໜງການສາຍຕັ້ງ.ໝາຍຄວາມວ່າ, ມີໂຄງການວຽກງານຕົວຈິງ, ສຸມ ທຶນຮອນເຂົ້າໃສ່ ແລະ ມີຄົນໄປ ນຳພາເຮັດຕົວຈິງ ແລະ ເຮັດຢ່າງມີ ຈຸດສຸມi. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງບົດບາດຂອງພະນັກ ງານລົງກໍ່ສ້າງຮາກຖານ ມີຢູ່ 4 ບົດບາດຕົ້ນຕໍຄື: hເປັນເສນາທິ ການ; ເປັນຜູ້ນໍາພາ; ເປັນຜູ້ເຮັດຕົວ ຈິງ ແລະ ເປັນເຈົ້າການເພື່ອຊ່ວຍ ເຫລືອທ້ອງຖິ່ນຮາກຖານໃຫ້ເປັນ ເຈົ້າການi. ຈາກບົດຮຽນທີ່ຖອດຖອນໄດ້ ຢູ່ຮາກຖານ ປະທານ ໄກສອນ ພົມວິ ຫານ ໄດ້ນຳເອົາມາບູລະນະແນວ ທາງ-ນະໂຍບາຍຂອງພັກໂດຍພັກ ໄດ້ໃຫ້ທັດສະນະສຳຄັນຫລາຍຢ່າງ ຕໍ່ກັບການພັດທະນາຊົນນະບົດເປັນ ຕົ້ນແມ່ນການເສີມຂະຫຍາຍປະ ຊາທິປະໄຕ ແລະ ສິດເປັນເຈົ້າຂອງ ປະເທດຊາດ ໃນການກໍ່ສ້າງຮາກ ຖານໃຫ້ເຂັ້ມແຂງຮອບດ້ານດັ່ງໃນ ມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງ ພັກ ໄດ້ກໍານົດວ່າ: ການເສີມຂະ ຫຍາຍປະຊາທິປະໄຕ ແມ່ນເປັນ ແຮງດັນທັງເປັນຈຸດໝາຍຂອງການ ປ່ຽນແປງໃໝ່ຮອບດ້ານຂອງພັກ ແມ່ນຂະບວນການວິວັດອັນຍາວ ນານ ແຫ່ງການຂະຫຍາຍຕົວຂອງ ປະເທດຊາດ, ການເສີມຂະຫຍາຍ ປະຊາທິປະໄຕ ຕ້ອງຕິດພັນກັບຈັງ ຫວະການຂະຫຍາຍຕົວໃນທຸກດ້ານ ຂອງປະເທດຊາດ, ຕິດພັນກັບລະ ບົບຄວາມຮູ້ຂອງປະຊາຊົນບັນດາ ເຜົ່າແຕ່ລະບ່ອນ, ຕິດພັນກັບຈຸດພິ ເສດດ້ານປະຫວັດສາດ ແລະ ມູນ ເຊື້ອຂອງຊາດi. ຍ້ອນແນວນັ້ນ, ພວກເຮົາຕ້ອງ ປະຕິບັດມາດຕະການຍຸດທະສາດ ຫັນລົງກໍ່ສ້າງຮາກຖານ ເພື່ອກໍ່ສ້າງ ຮາກຖານໃຫ້ໜັກແໜ້ນເຂັ້ມແຂງ ຮອບດ້ານ, ຕ້ອງເຂົ້າໃຈແຈ້ງວ່າລັດ ໜຶ່ງ, ລະບອບໜຶ່ງຈະຍືນຍົງຄົງໝັ້ນ ກໍຕໍ່ເມື່ອພື້ນຖານຂອງລັດ ຫລື ລະ ບອບນັ້ນໆ ໄດ້ຮັບການກໍ່ສ້າງຢ່າງ ແໜ້ນໜາຖາວອນ. ສະນັ້ນ, ເມື່ອ ເວົ້າເຖິງການກໍ່ສ້າງຮາກຖານກໍ ໝາຍເຖິງ hການກໍ່ສ້າງ ແລະ ພັດ ທະນາຊົນນະບົດ, ກໍ່ສ້າງບ້ານຊ່ອງ ໃຫ້ເຂັ້ມແຂງຮອບດ້ານເປັນຈຸດໜັກ ນັ້ນເອງi ແລະ ຈໍາເປັນຕ້ອງສືບຕໍ່ ປະຕິບັດແຜນການຫັນລົງສູ່ຮາກ ຖານ-ຫັນລົງສູ່ຊົນນະບົດ, ຂຶ້ນໄປ ເຂດພູດອຍ. ບັນຫາຮີບດ່ວນໃນ ສະເພາະໜ້າຕໍ່ວຽກງານກໍ່ສ້າງຮາກ ຖານແລະພັດທະນາຊົນນະບົດແມ່ນ: ຕ້ອງສ້າງໂຄງການພັດທະນາຊົນ ນະບົດທີ່ສອດຄ່ອງກັບແຕ່ລະພື້ນ ທີ່, ແຕ່ລະບໍລິເວນ ແລະ ແຕ່ລະເຜົ່າ ຊົນ. ຕ້ອງຈັດວາງແຜນການຈັດຕັ້ງ ການຝຶກອົບຮົມ, ບຳລຸງສ້າງພະນັກ ງານຢ່າງເປັນລະບົບ ເຊິ່ງປະກອບ ດ້ວຍ 3 ປະເພດພະນັກງານຄື: ພະ ນັກງານການເມືອງ; ພະນັກງານ ຄຸ້ມຄອງ; ພະນັກງານວິຊາການຂະ ແໜງການຕ່າງໆ(ເຊັ່ນ: ກະສິກຳ ເປັນຕົ້ນ....) ເພາະການພັດທະນາ ຊົນນະບົດຕ້ອງຕິດພັນກັບການ ເພີ່ມທະວີການບຳລຸງສ້າງຖັນແຖວ ພະນັກງານຮາກຖານ; ການປັບປຸງ ແລະ ເພີ່ມທະວີການນໍາພາຂອງ ບັນດາອົງການຈັດຕັ້ງ ແລະ ອົງການ ປົກຄອງຂັ້ນຮາກຖານ; ການຮັບປະ ກັນຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມຢູ່ຊົນນະບົດ. ໝາກຜົນຂອງການກໍ່ສ້າງຮາກ ຖານການເມືອງຕ້ອງສະແດງອອກ ເດັ່ນໃນແຕ່ລະດ້ານຄື: ລະດັບຄວາມ ຕື່ນຕົວທາງການເມືອງ ຂອງມະຫາ ຊົນ ໄດ້ຮັບການເຊີດຊູຂຶ້ນ; ສິດເປັນ ເຈົ້າ ແລະ ປະຊາທິປະໄຕປະຊາຊົນ ໄດ້ຮັບການເສີມຂະຫຍາຍ; ເສດຖະ ກິດ ແລະ ວັດທະນະທໍາຂະຫຍາຍ ຕົວ; ຊີວິດການເປັນຢູ່ຂອງມະຫາຊົນ ໄດ້ຮັບການປົວແປງດີຂຶ້ນ; ຄວາມ ສະຫງົບ-ຄວາມເປັນລະບຽບຮຽບ ຮ້ອຍມີການຮັບປະກັນ; ຂະບວນ ການຂອງມະຫາຊົນຂະຫຍາຍຕົວ ຢ່າງຟົດຟື້ນ ແລະ ຕໍ່ເນື່ອງ; ຖັນແຖວ ພະນັກງານເຕີບໃຫຍ່ຂຶ້ນ; ການຈັດ ຕັ້ງຕ່າງໆ ໄດ້ຮັບການປັບປຸງແໜ້ນ ໜາ; ບົດບາດການນຳພາຂອງການ ຈັດຕັ້ງຮາກຖານພັກ ໄດ້ຮັບການ ເພີ່ມທະວີ. ຂປລ. ວັນທີ 5 ທັນວາ 2022 ຜ່ານມາ, ກົມຄຸ້ມຄອງຊັບສິນແຫ່ງ ລັດກະຊວງການເງິນ ສປປ ລາວ ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ ຫວຽດນາມ ຈັດກອງປະຊຸມປຶກສາຫາລືແລກ ປ່ຽນບົດຮຽນ ແລະ ຜັນຂະຫຍາຍ ວຽກງານຮ່ວມມືສອງຝ່າຍໃນໄລ ຍະຜ່ານມາ ໂດຍມີ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມ ຄອງຊັບສິນຂອງລັດກະຊວງການ ເງິນສປປລາວ, ທ່ານນາງຫວງຽນ ທິ ຫົວ ຮອງຫົວໜ້າກົມຄຸ້ມຄອງ ຊັບສິນຂອງລັດ ກະຊວງການເງິນ ສສ ຫວຽດນາມ, ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ ໂດຍສືບຕໍ່ປະຕິບັດ ແລະ ຜັນ ຂະຫຍາຍວຽກງານຮ່ວມມືສອງ ຝ່າຍໃນໄລຍະຜ່ານມາປີ 2022 ໂດຍໄດ້ມີການແລກປ່ຽນບົດຮຽນ ທັດສະນະສຶກສາ ແລະ ລົງຢ້ຽມ ຢາມການຈັດຕັ້ງປະຕິບັດວຽກງານ ຕົວຈິງ ຢູ່ພະແນກການເງິນບັນດາ ແຂວງຂອງ ສສ ຫວຽດນາມ ຢູ່ສູນ ກາງ ແລະ ທ້ອງຖິ່ນ ໃນການແລກ ປ່ຽນບົດຮຽນວິຊະສະເພາະເປັນ ຕົ້ນວຽກງານສ້າງ ແລະ ປັບປຸງນິ ຕິກຳ. ໂອກາດນີ້, ສອງຝ່າຍໄດ້ປຶກສາ ຫາລື ສຳລັບຝ່າຍລາວແມ່ນກ່ຽວ ກັບການສ້າງດຳລັດເຊົ່າ, ສຳປະ ທານຊັບສິນຂອງລັດ ແລະ ບົດຮຽນ ການຄຸ້ມຄອງຊັບສິນຂອງລັດດ້ວຍ ລະບົບທັນສະໄໝ (AMIS) ແລະ ຝ່າຍຫວຽກນາມ ແມ່ນໄດ້ແລກ ປ່ຽນກ່ຽວກັບການຄຸ້ມຄອງການ ເຊົ່າ-ສຳປະທານຊັບສິນຂອງລັດ, ການຕິດຕາມການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບ ເຂົ້າງົບປະມານແຫ່ງລັດ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືແລກ ປ່ຽນບົດຮຽນ ເພື່ອຄຸ້ມຄອງ ແລະ ສັງລວມຖານຂໍ້ມູນຊັບສິນແຫ່ງລັດ ໃຫ້ຄົບຖ້ວນ ແລະ ຊັດເຈນໃນ ຂອບ ເຂດທົ່ວປະເທດ ເພື່ອຄຸ້ມຄອງຊັບ ສິນແຫ່ງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ເພື່ອຄຸ້ມຄອງຖານຈັດເກັບລາຍຮັບ ຈາກຊັບສິນແຫ່ງລັດໃຫ້ຄົບຖ້ວນ, ຖືກຕ້ອງທັນຕາມກຳນົດເວລາ, ມີ ຄວາມໂປ່ງໃສ, ສະດວກວ່ອງໄວ ແລະສາມາດກວດສອບໄດ້ເປັນຕົ້ນ: ການຂຶ້ນບັນຊີທຸກປະເພດຊັບສິນ, ການນຳໃຊ້ລະບົບບັນທຶກບັນດາສັນ ຍາສຳປະທານ, ສັນຍາເຊົ່າຊັບສິນ ແຫ່ງລັດ ແລະ ອື່ນໆ ໃຫ້ເປັນລະບົບ ຄົບຊຸດ, ລະບົບຕິດຕາມກວດກາ ແລະ ເກັບລາຍຮັບຈາກຄ່າຊັບພະຍາ ກອນ, ຄ່າບິນຜ່ານ ແລະ ລາຍຮັບ ອື່ນໆໃຫ້ຄົບຖ້ວນ ແລະ ທັນຕາມ ກຳນົດເວລາ. ໂດຍ: ກະຊວງການເງິນ ບັນຫາຄູສອນບໍ່ພຽງພໍເປັນ ໜຶ່ງບັນຫາທີ່ບັນດາສະມາຊິກສະພາ ແຫ່ງຊາດ ສະເໜີຫລາຍທີ່ສຸດໃນ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພາະຕາມການລົງພົບປະກັບປະຊາ ຊົນ ຂອງບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ຈຶ່ງໄດ້ຮັບຮູ້ ເຖິງບັນຫາ ແລະ ຄວາມຫຍຸ້ງຍາກ ທີ່ກໍາລັງປະສົບພົບພໍ້ ແລະ ບໍ່ທັນມີ ວິທີແກ້ໄຂເທົ່າທີ່ຄວນ. ໃນນັ້ນ, ແຂວງຈໍາປະສັກ ກໍແມ່ນແຂວງໜຶ່ງ ທີ່ພົບກັບບັນຫາດັ່ງກ່າວ ເຮັດໃຫ້ ມີໂຮງຮຽນເຖິງ 21 ແຫ່ງຕ້ອງ ປິດການຮຽນ-ການສອນແລະມີອີກ ຫລາຍໂຮງຮຽນ ຕ້ອງມີການຮຽນການສອນຄວບກັນ. ຕໍ່ກັບບັນນີ້ ມັນກະທົບໂດຍກົງ ຕໍ່ປະສິດທິພາບ ການສຶກສາທີ່ຍັງບໍ່ໄດ້ຮັບໝາກຜົນ ຕາມຄາດໝາຍ ຈຶ່ງຢາກສະເໜີລັດ ຖະບານແກ້ໄຂຕໍ່ກັບບັນຫາດັ່ງກ່າວ ເພື່ອເຮັດໃຫ້ນັກຮຽນໄດ້ຮັບການ ສຶກສາຢ່າງມີປະສິດພິພາບ ແລະ ທົ່ວເຖິງ. ດັ່ງທີ່, ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງທີ 15 ແຂວງຈໍາປາ ສັກ ມີຄໍາເຫັນວ່າ: ວຽກງານການ ສຶກສາເປັນວຽກງານໜຶ່ງທີ່ມີຄວາມ ສໍາເພາະການສ້າງຊັບພະຍາກອນ ມະນຸດ ເຮົາຕ້ອງໄດ້ສ້າງແຕ່ຍັງ ນ້ອຍ. ສະນັ້ນ, ຊັບພະຍາກອນຄູຈຶ່ງ ມີຄວາມສໍາຄັນຫລາຍ. ແຕ່ແນວໃດ ກໍດີ ໃນສະພາບການຕົວຈິງແຂວງ ຈໍາປາສັກ ຍັງພົບບັນຫາການຂາດ ຄູຈໍານວນຫລາຍ ເນື່ອງຈາກແຕ່ລະ ປີ ມີຄູຫລາຍຄົນອອກບໍານານ, ອີກ ຈໍນວນໜຶ່ງ ກໍແມ່ນຄູອາສາທີ່ເຮັດ ວຽກມາຫລາຍປີ ແຕ່ຍັງບໍ່ໄດ້ລັດ ຖະກອນ ຈຶ່ງອອກໄປປະກອບອາຊີບ ອື່ນ ເພື່ອລ້ຽງຊີບ ຈຶ່ງເຮັດໃຫ້ຫລາຍ ໂຮງຮຽນຂາດຄູສອນຈົນໄດ້ຍຸບ ໂຮງຮຽນໄປແລ້ວ 21 ແຫ່ງ. ສະ ນັ້ນ, ຈຶ່ງສະເໜີໃຫ້ລັດຖະບານເບິ່ງ ຄືນໂກຕາພະນັກງານຄູໃນແຕ່ລະປີ ໃຫ້ຫລາຍຂຶ້ນຕື່ມ ແລະ ໃຫ້ທົ່ວເຖິງ ບັນດາແຂວງຕ່່າງໆ ໂດຍສະເພາະ ເມືອງທີ່ຢູ່ຫ່າງໄກສອກຫລີກ. ນອກນີ້ ຍັງມີວຽກງານອື່ນໆ ທີ່ປະຊາຊົນສະເໜີ ເປັນຕົ້ນວຽກ ງານທະນາຄານຄວາມໝັ້ນຄົງໃຫ້ ແກ່ເງິນຕາ, ການແກ້ໄຂປະຊາຊົນ 198 ຄອບຄົວ ທີ່ຍົກຍ້າຍຈາກພາກ ເໜືອໄປຢູ່ແຂວງຈໍາປາສັກ ບໍ່ຖືກ ຕ້ອງຕາມກົດໝາຍ. ຜ່ານມາກໍໄດ້ ສະເໜີແລ້ວ ແຕ່ຍັງບໍ່ທັນມີທິດຊີ້ນໍາ ໃນການແກ້ໄຂບັນຫາດັ່ງກ່າວຢາກ ໃຫ້ມີທິດຊີ້ນໍາແກ້ໄຂຕໍ່ບັນຫາທີ່ ເກີດຂຶ້ນ ເພາະສ້າງຄວາມສັບສົນ ແລະ ມີປາກົດການຫຍໍ້ທໍ້ເກີດຂຶ້ນ ໂດຍສະເພາະບັນຫາຢາເສບຕິດ, ຂີ້ລັກ, ອຸບັດເຫດຕ່າງໆທີ່ຍັງເປັນ ບັນຫາຄົງຄ້າງທີ່ຍັງຄອຍຖ້າການ ແກ້ໄຂ.

RkJQdWJsaXNoZXIy MTc3MTYxMQ==