5513

dtly dvomq j ;c0;'[= ]y 7ewgda [d6 h g0Q kokxu leg]a f gsfdko{dkora fmtok xtgmf]k; ( 09/12/2022 gxu flkdc]h ; dy ]k7kikg83f -P'0;k'gd, -u ' 12 s]Po7e rvo decdh ; oemu ,py 'mto6 ot7vos];' wfh 2 s]Po7e -P'0;k'gd, 2022 ປະຈຳວັນທີ 8/12/2022 ເວລາ: 16:00 ໂມງ ລ/ດ ພາກສ່ວນ ລວມ ຫລຽນຄຳ ຫລຽນເງິນ ຫລຽນທອງ ຫລຽນລາງວັນ ນະຄອນຫລວງວຽງຈັນ ລວມ ຄຳມ່ວນ ປ້ອງກັນປະເທດ່ ວ ຊຽງຂວາງ ສາທາລະນະສຸກ ຈຳປາສັກ ພະລັງງານ ແລະ ບໍ່ແຮ່ ຫົວພັນ ຫລວງພະບາງ ຜົ້ງສາລີັ ງໍ່ ແ່ັ ງໍ່ ແ່ ໄຊຍະບູລີ ເຊກອງ ຫລວງນ້ຳທາ 1 2 3 4 5 6 7 8 9 10 11 12 13 14 15 16 17 18 19 20 21 22 19 12 22 53 16 11 27 54 14 7 9 30 13 16 7 36 11 11 8 30 4 4 9 17 3 3 3 9 2 4 3 9 1 1 0 2 1 0 0 1 0 5 3 8 1 5 7 13 0 2 0 2 0 3 1 4 0 1 1 2 96 96 125 317 ສະຫວັນນະເຂດ ສາລະວັນ ບໍ່ແກ້ວ 1 1 5 7 ບໍລິຄຳໄຊ ອັດຕະປື 0 0 2 2 0 1 0 1 ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊໃຫ້ຮູ້ວ່າ: ເລີ່ມມາແຕ່ທ້າຍ ເດືອນຕຸລາມາຮອດປັດຈຸບັນກະສິ ກອນໃນທົ່ວແຂວງເລັ່ງມືຂຸ້ນຂ້ຽວ ມ້ຽນມັດເຂົ້ານາປີ ແລະ ພືດລະດູຝົນ ສຳເລັດແລ້ວ 100% ຂອງເນື້ອທີ່ ທັງໝົດ 37.179 ເຮັກຕາ. ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ໃຫ້ຮູ້ໃນວັນ ທີ 6 ທັນວາ 2022 ວ່າ: ການຜະ ລິດເຂົ້ານາປີ ປີນີ້ທົ່ວແຂວງບໍລິຄຳ ໄຊ ມີເນື້ອທີ່ແຜນການທັງໝົດ 37.179 ເຮັກຕາ, ປະຕິບັດໄດ້ຕົວ ຈິງ36.902 ເຮັກຕາ,ໃນນັ້ນຖືກນ້ຳ ຖ້ວມ ແລະ ສັດຕູພືດທໍາລາຍເສຍ ຫາຍ 24 ເຮັກຕາ, ທຽບໃສ່ປີຜ່ານ ມາຫລຸດ 206 ເຮັກຕາ ແລະ ເນື້ອ ທີ່ໄຮ່ໝູນວຽນຈຳນວນໜຶ່ງ ເຊິ່ງ ສາມາດເກັບກ່ຽວຜົນຜະລິດໄດ້ 134.688 ໂຕນ. ນອກຈາກການ ເກັບກ່ຽວເຂົ້ານາປີແລ້ວ, ກະສິກອນ ຍັງເກັບກູ້ຜົນຜະລິດພືດກະສິກຳລະ ດູຝົນຕາມແຜນມີ17.100 ເຮັກຕາ, ປະຕິບັດໄດ້ຕົວຈິງ 26.086 ເຮັກ ຕາ. ໃນນັ້ນ, ຖືກເສຍຫາຍ ຈາກສັດ ຕູພືດທຳລາຍ ແລະ ນໍ້າຖ້ວມ 44 ເຮັກຕາ, ຍັງເຫືອ 26.042 ເຮັກ ຕາ, ຜົນຜະລິດໄດ້ 431.791 ໂຕນ ເປັນຕົ້ນ ສາລີຫວານ, ມັນຕົ້ນ, ພືດ ຕະກຸນຖົ່ວ, ໝາກແຕງ, ໝາກໂມ, ໝາກເຜັດ, ຢາສູບ ແລະ ພືດອື່ນໆ ຕືມອີກ. ຄຽງຄູ່ກັບການເກັບກ່ຽວເຂົ້າ ນາປີ ແລະ ພືດລະດູຝົນແລ້ວ, ກະ ສິກອນທົ່ວແຂວງ ຍັງໄດ້ກະກຽມ ລົງມືປູກເຂົ້ານາແຊງ, ຄາດວ່າປີນີ້ ໄດ້ກະກຽມເນື້ອທີ່ໄວ້ແລ້ວ 1.891 ເຮັກຕາ ເພື່ອເປັນການທົດແທນ ເນື້ອທີ່ນາປີທີ່ຖືກເສຍຫາຍຈາກໄພ ທຳມະຊາດ ແລະ ຖືກສັດຕູພືດທຳ ລາຍ. ມາຮອດປັດຈຸບັນ ໄດ້ລົງມື ຫວ່ານກ້າໄດ້ແລ້ວ 16,26%,ກຽມ ດິນໄຖຮຸດ ໄດ້ 13,31%ແລະ ລົງມື ປັກດໍາໄດ້ 5 ເຮັກຕາ ແລະ ກຽມລົງ ມືປູກພືດລະແລ້ງໃນເນື້ອທີ່ແຜນ ການ 11.536 ເຮັກຕາ. ທ່ານ ດາລາພອນ ພົນສະຫວັດດີ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ວຽກ ງານດັ່ງກ່າວສະດວກວ່ອງໄວ ແລະ ທັນຕາມລະດູການ, ຂະແໜງປູກ ຝັງໄດ້ມີການແຕງຕັ້ງໜ່ວຍງານ ລົງຕິດຕາມກວດກາການອະນາໄມ ຄອງເໝືອງ ແລະ ຈັກສູບນໍ້າຕາມ ຈຸດຕ່າງໆ ເປັນຕົ້ນ ເມືອງປາກຊັນ, ທ່າພະບາດ ແລະ ເມືອງບໍລິຄັນ ເພື່ອສະໜອງນໍ້າໃຫ້ພຽງພໍ. ຂ່າວ: ສີເວດ * ນາງ ພອນ ກຳແກ້ວ ນຳທີມ ນັກກິລານະຄອນຫລວງວຽງຈັນ (ນວ) ສາມາດສ້າງຜົນງານບັນ ລຸຕາມເປົ້າໝາຍທີ່ວາງໄວ້ຍາດໄດ້ 2 ຫລຽນຄຳ, 2 ຫລຽນເງິນ ແລະ 2 ຫລຽນທອງ ໃນການແຂ່ງຂັນ ງານມະຫະກຳກິລາແຫ່ງຊາດ ຄັ້ງ ທີ XI ຫລື “ຊຽງຂວາງເກມ” ຖືວ່າສາມາດບັນລຸຕາມເປົ້າໝາຍ ທີ່ວາງໄວ້. ການແຂ່ງຂັນຍິງທະນູໄດ້ເລີ່ມ ແຂ່ງຂັນໃນວັນທີ 2-6 ທັນວາ ທີ່ສະໜາມໄຊຊະນະ ເມືອງແປກ ແຂວງຊຽງຂວາງ ມີນັກກິລາເຂົ້າ ຮ່ວມ 7 ພາກສ່ວນ ກໍຄື ນະຄອນ ຫລວງວຽງຈັນ, ໄຊສົມບູນ, ຄຳ ມ່ວນ, ສະຫວັນນະເຂດ, ກະຊວງ ປ້ອງກັນຄວາມສະຫງົບ, ຫລວງນ້ຳ ທາ ແລະ ເຈົ້າພາບຊຽງຂວາງ ຜົນ ການແຂ່ງຂັນ ທີມນັກກິລານະຄອນ ຫລວງວຽງຈັນ ສາມາດຍາດໄດ້ 2 ຫລຽນຄຳ ຈາກທະນູທົດກຳລັງ ຍິງໄລຍະ 50 ແມັດ ຜົນງານຂອງ ນາງ ພອນ ກຳແກ້ວ ແລະ ທະນູທົດ ກໍາລັງຊາຍ ໄລຍະ 50 ແມັດ ຈາກ ທ້າວ ລົດ ອຸດຕະລິຍັງ ສ່ວນ 2 ຫລຽນເງິນ ໄດ້ຈາກ ນາງ ພອນ ກຳແກ້ວ ທະນູທົດກຳລັງຍິງ ໄລຍະ 50 ແມັດ ແລະ ທ້າວ ຄຳແພງ ອິນທະວົງ ໃນປະເພດທະນູຄັນໂຄ້ງ ຄະແນນລວມ 30 ແມັດຊາຍ ຂະ ນະທີ່ 2 ຫລຽນທອງ ເປັນຂອງຄູ່ ປະສົມທະນູທົດກຳລັງ ໄລຍະ 50 ແມັດ ແລະ ທ້າວ ລົດ ອຸດຕະລິຍັງ ທະນູທົດກຳລັງ ໄລຍະ 50 ແມັດ. ໂອກາດນີ້, ທ່ານ ປະສິດທິຜົນ ພອນວັນທາ ປະທານສະຫະພັນຍິງ ທະນູ ນະຄອນຫລວງວຽງຈັນ ໃຫ້ ສຳພາດວ່າ: ທາງສະຫະພັນໄດ້ຕັ້ງ ເປົ້າໝາຍ ໃນການເຂົ້າຮ່ວມແຂ່ງ ຂັນກີລາແຫ່ງຊາດ ໃນຄັ້ງນີ້ໄວ້ 2 ຫລຽນຄຳ 1 ຫລຽນເງິນ ແຕ່ນັກ ກິລາຂອງພວກເຮົາຍາດ ມາໄດ້ 2 ຫລຽນຄຳ 2 ຫລຽນເງິນ ແລະ 2 ຫລຽນທອງ ຖືໄດ້ນັກກີລາເຮົາ ສາມາດເຮັດໃຫ້ເກີນເປົ້າໝາຍທີ່ ວາງໄວ້ ຢ່າງໃດກໍຕາມທາງສະຫະ ພັນກໍຈະໄດ້ສືບຕໍ່ພັດທະນານັກກິລາ ຕໍ່ໄປ. ນາງ ພອນກຳແກ້ວ ໃຫ້ສຳພາດ ວ່າ: ຮູ້ສຶກດີໃຈຫລາຍທີ່ໄດ້ສ້າງ ຜົນງານໃຫ້ນັກກີລາຍິງທະນູນະ ຄອນຫລວງວຽງຈັນ ກໍຄື ຊາວນະ ຄອນຫລວງວຽງຈັນ ຈາກນີ້ກໍຈະ ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໄປເລື້ອຍໆ ເພື່ອຈະຮັກສາມູນເຊື້ອ ກຽມນະຄອນຫລວງເກມ ໃນຄັ້ງ ຕໍ່ໄປ. ໂດຍ: ສົງການ ພັນແພງດີ ໂດຍ: ຄັດທະນາມ * ເປີດສາກຂຶ້ນຢ່າງປັທາງການ ການແຂ່ງຂັນກິລາຄາຣາເຕໂດ ມະ ຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຊວາງເກມ ຈະຈັດຂຶ້ນລະຫວ່າງ ວັນທີ 8-9 ທັນວາ 2022 ຊຶ່ງມີ ການຊີໄຊກັນທັງໝົດ 12 ຫລຽນຄຳ, 12 ຫລຽນເງິນ ແລະ 24 ຫລຽນທອງ ລວມທັງໝົດ 48 ຫລຽນ, ໃນນັ້ນມີ 1 ນະຄອນຫລວງວຽງຈັນ, 1 ກະຊວງ ປ້ອງກັນປະເທດ ແລະ 7 ແຂວງ ເຂົ້າ ຮ່ວມ. ການແຂ່ງຂັນກິລາດັ່ງກ່າວ, ໄດ້ມີ ຂຶ້ນໃນວັນທີ 8 ທັນວານີ້ ທີ່ສະໂມ ສອນກິລາດອກປີກໄກ່ ໃນຮົ່ມແຂວງ ຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງກະຊວງສຶກ ສາທິການ ແລະ ກິລາ, ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິ ການ ແລະ ກິລາ ແຂວງຊຽງຂວາງ ແລະ ທ່ານ ພົງສະຫວັດ ບຸບຜາ ປະທານ ສະຫະພັນຄາຣາເຕໂດແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານສະຫະ ພັນກິລາຄາຣາເຕໂດແຂວງ, ຄະນະຄູ ຝຶກ ແລະ ນັກກິລາ ຕະຫລອດຮອດພໍ່ແມ່ ປະຊາຊົນຊາວແຂວງຊຽງຂວາງເຂົ້າ ຮ່ວມຊົມ ແລະ ເຊຍຢ່າງຫລວງຫລາຍ. ທ່ານ ບຸນຄົງ ດວງພະວັນ ປະທານ ສະຫະພັນຄາຣາເຕໂດ ແຂວງຊຽງ ຂວາງ ກ່າວວ່າ: ການແຂ່ງຂັນກິ ລາຄາຣາເຕໂດ ຊຽງຂວາເກມ ໃນຄັ້ງ ນີ້ ມີນັກກິລາເຂົ້າຮ່ວມ 68 ຄົນ, ຍິງ 36 ຄົນ ປະກອບມີ 1 ນະຄອນຫລວງ ວຽງຈັນ, 1 ກະຊວງປ້ອງກັນປະເທດ ແລະ 7 ແຂວງ ກໍຄືເຈົ້າພາບ ແຂວງ ຊຽງຂວາງ, ແຂວງວຽງຈັນ, ແຂວງ ຫລວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະ ວັນ ແລະ ແຂວງເຊກອງ, ໃນນັ້ນ ມີ ການຊີງໄຊ 12 ຫລຽນຄຳ, 12 ຫລຽນ ເງິນ ແລະ 24 ຫລຽນທອງ ລວມທັງ ໝົດ 48 ຫລຽນ.ັ ນັນ ອຸດົມໄຊ 4 1 3 8 ໄຊສົມບູນ 3 3 0 6 ປ້ອງກັນຄວາມສະຫງົບ 2 2 7 11 ວຽງຈັນ 1 3 8 12

RkJQdWJsaXNoZXIy MTc3MTYxMQ==