5513

09/12/2022 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ,kf8tdko8+ z6h ]tg,u fdq f\kp ;j kfh ;pdkoxt8y [a f7e8a fly o0v'lko * ທ່ານຜູ່ອ່ານ ພວກເຮົາຮູ້ນຳ ກັນແລ້ວວ່າ ບໍ່ມີປະເທດໃດຈະບໍ່ມີຂໍ້ ຂັດແຍ່ງກັນຂໍ້ຂັດແຍ່ງດັ່ງກ່າວນັ້ນ ບາງຄັ້ງກໍເກີດຈາກແນວຄິດຈິດໃຈ ຊຶ່ງສະແດງອອກດ້ວຍຄວາມອິດສາ ບັງບຽດ, ໂລບມາກໂລພາ. ບາງຂໍ້ ຂັດແຍ່ງກໍແມ່ນລະເມີດລະບຽບກົດ ໝາຍຂອງຕົວບຸກຄົນຜູ້ນັ້ນເອງ ຊຶ່ງ ມັນໄດ້ກໍໃຫ້ເກີດມີຜົນສະທ້ອນຕໍ່ລະ ບຽບກົດໝາຍຂອງບ້ານເມືອງແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອແກ້ໄຂ, ເພື່ອຟື້ນຟູສິດທິທີ່ຖືກລະເມີດໃຫ້ ແກ່ລັດ, ສັງຄົມ ແລະ ບຸກຄົນ. ແນ່ ນອນແລ້ວວ່າເມື່ອມີຂໍ້ຂັດແຍ່ງກັນ ແລ້ວຈົນບໍ່ສາມາດແກ້ໄຂໄດ້ຢູ່ທ້ອງ ຖິ່ນຈຳເປັນທີ່ຈະຕ້ອງ ໄດ້ຮ້ອງຟ້ອງ ຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອພິຈາ ລະນາຕັດສິນ(ສານ) ໃນເມື່ອສານ ຫາກຕັດສິນ ຫລື ພິພາກສາໃຊ້ໄດ້ ຢ່າງເດັດຂາດແລ້ວຈຳເປັນຈະຕ້ອງ ໄດ້ນຳເອົາຄຳຕັດສິນນັ້ນມາຈັດຕັ້ງ ປະຕິບັດ. ໜ້າທີ່ໃນການຈັດຕັ້ງປະ ຕິບັດຄຳຕັດສິນຂອງສານນັ້ນມັນ ແມ່ນສິດ ແລະ ໜ້າທີ່ຂອງຂະແໜງ ຍຸຕິທຳປະກອບດ້ວຍກົມຄຸ້ມຄອງ ປະຕິບັດຄຳຕັດສິນຂອງສານ, ຫ້ອງປະຕິບັດຄຳຕັດສິນຂອງສານ ແຂວງ, ນະຄອນຫລວງ ແລະ ໜ່ວຍ ງານປະຕິບັດຄຳຕັດສິນຂອງສານ ຂອງເມືອງ-ເທສະບານ. ສະນັ້ນ, ຄຳຕັດສິນ ຫລື ຄຳພິພາກສາທີ່ໃຊ້ ໄດ້ຢ່າງເດັດຂາດຂອງສານທຸກອົງ ການຈັດຕັ້ງຂອງລັດ, ອົງການຈັດ ຕັ້ງສັງຄົມ, ບຸກຄົນ, ຄູ່ຄວາມ ຫລື ພະນັກງານຈັດຕັ້ງປະຕິບັດຄຳຕັດ ສິນຂອງສານເອງ ກໍຕ້ອງໄດ້ຈັດຕັ້ງ ປະຕິບັດໃຫ້ສຳເລັດ, ຮອບຄອບ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ຕາມຄຳຕັດສິນຂອງສານ. ຖ້າ ຜູ້ໃດລະເມີດກໍຈະຖືກນຳໃຊ້ມາດ ຕະການທາງກົດໝາຍການລະເມີດ ກົດໝາຍດັ່ງກ່າວເຮົາສາມາດຈຳ ແນກໄດ້ສອງກໍລະນີປະຊາຊົນທົ່ວ ໄປ ແລະ ພະນັກງານລັດຄື: ມາດຕະການສຶກສາອົບຮົມ: ພະນັກງານຈັດຕັ້ງປະຕິບັດຄຳຕັດ ສິນຂອງສານ,ຄູ່ຄວາມ,ບຸກຄົນ ຫລື ການຈັດຕັ້ງອື່ນ ທີ່ລະເມີດກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານ ຊຶ່ງມີລັກສະນະ ເບົາຈະຖືກຕັກເຕືອນ ແລະ ສຶກສາ ອົບຮົມ. ມາດຕະການທາງແພ່ງ: ພະ ນັກງານຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ, ຄູ່ຄວາມ, ບຸກຄົນ ຫລື ການຈັດຕັ້ງອື່ນທີ່ລະເມີດກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດ ສິນຂອງສານ ຊຶ່ງກໍ່ຄວາມເສຍຫາຍ ໃຫ້ແກ່ຜູ້ອື່ນເນື່ອງມາຈາກການກະ ທຳທີ່ບໍ່ຖືກຕ້ອງຂອງຕົນກ່ຽວກັບ ການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ຈະຕ້ອງໃຊ້ແທນຄ່າເສຍ ຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ. ມາດຕະການທາງອາຍາ: ພະ ນັກງານຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ, ຄູ່ຄວາມ, ບຸກຄົນອື່ນທີ່ ລະເມີດກົດໝາຍວ່າດ້ວຍການຈັດ ຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ເປັນການກະທຳຜິດທາງອາຍາ ເປັນຕົ້ນ: ການສວຍໃຊ້ອຳນາດ, ການຮັບສິນບົນ ແລະ ການໃຫ້ສິນ ບົນ, ການຂັດຂວາງການປະຕິບັດ ວຽກງານຂອງເຈົ້ົ້າໜ້າທີ່ແລະ ການບໍ່ປະຕິບັດຄຳຕັດສິນ ຫລື ຄຳ ສັ່ງຂອງສານ ຈະຖືກລົງໂທດທາງ ອາຍາຕາມມາດຕາ 153, 157, 158, 173ແລະມາດຕາອື່ນທີ່ກ່ຽວ ຂ້ອງຂອງກົດໝາຍອາຍາ. ມາດຕາ 153 ການສວຍໃຊ້ອຳ ນາດ: ພະນັກງານຜູ້ໃດຫາກອີງໃສ່ ອຳນາດ, ຕຳແໜ່ງ, ໜ້າທີ່ຂອງຕົນ ໄດ້ຫາຜົນປະໂຫຍດສ່ວນຕົວ ຊຶ່ງ ເປັນການກໍ່ຄວາມເສຍຫາຍແກ່ຜົນ ປະໂຫຍດຂອງລັດ, ສັງຄົມ ຫລື ສິດ ແລະຜົນປະໂຫຍດຂອງພົນລະເມືອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະ ຖືກປັບໃໝ ແຕ່ 300.000 ກີບ ຫາ 3.000.000 ກີບ. ໃນກໍລະນີທີ່ການສວຍໃຊ້ອຳ ນາດໄດ້ເຮັດໃຫ້ມີຄວາມເສຍຫາຍ ຢ່າງຫລວງຫລາຍ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ ສອງປີິຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 1.000.000ກີບຫາ50.000.000 ກີບ. ມາດຕາ 157 ການຮັບສິນບົນ ແລະ ການໃຫ້ສິນບົນ: ພະນັກງານຜູ້ ໃດ ຫາກໄດ້ທວງເອົາ, ຂໍເອົາ, ຮັບ ເອົາ ຫລື ຕົກລົງຮັບເອົາສິນບົນຈາກ ຜູ້ອື່ນດ້ວຍການໃຊ້ໜ້າທີ່ຕຳແໜ່ງ ຂອງຕົນ ເພື່ອຜົນປະໂຫຍດຂອງຜູ້ ໃຫ້ສິນບົນຈະຖືກລົງໂທດຕັດອິດສະ ລະພາບ ແຕ່ ໜຶ່ງປີິ ຫາ ສາມປີິ ແລະ ຈະຖືກປັບໃໝ ເທົ່າກັບຈຳນວນເງິນ ຫລື ມູນຄ່າຂອງສິນບົນ. ຜູ້ໃຫ້ສິນບົນ ຫລື ຜູ້ຕົກລົງໃຫ້ ສິນບົນແກ່ພະນັກງານ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ຫົກ ເດືອນຫາສອງປີແລະຈະຖືກປັບໃໝ ເທົ່າກັບຈຳນວນເງິນ ຫລື ມູນຄ່າ ຂອງສິນບົນ. ໃນກໍລະນີິທີ່ສິນບົນ ນັ້ນຫາກເປັນຈຳນວນຫລວງຫລາຍ ຜູ້ຮັບ ແລະ ຜູ້ໃຫ້ສິນບົນຈະຖືກລົງ ໂທດຕັດອິດສະລະພາບ ແຕ່ສາມປີ ຫາຫ້າປີ ແລະ ຈະຖືກປັບໃໝສອງ ເທົ່າຂອງຈຳນວນເງິນ ຫລື ມູນຄ່າ ຂອງສິນບົນ. ຜູ້ເປັນສື່ກາງໃນການ ຮັບສິນບົນ ແລະ ໃນການໃຫ້ສິນບົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫົກເດືອນ ຫາ ສອງປີ ແລະ ຈະ ຖືກປັບໃໝເທົ່າກັບຈຳນວນເງິນ ຫລື ມູນຄ່າຂອງສິນບົນ. ຜູ້ທີ່ໃຫ້ສິນບົນຍ້ອນຖືກບັງຄັບ, ຂົ່ມຂູ່ ແລະ ພາຍຫລັງທີ່ໄດ້ໃຫ້ສິນ ບົນແລ້ວຈິງໃຈໄປລາຍງານຕໍ່ເຈົ້າ ໜ້າທີ່ ຈະບໍ່ຖືວ່າເປັນຜູ້ກະທຳຜິດໃນ ສະຖານໃຫ້ສິນບົນ. ບຸກຄົນຜູ້ໃດຫາກໄດ້ໃຊ້ການ ນາບຂູ່ ຫລື ໃຊ້ຄວາມຮຸນແຮງ ເພື່ອ ຂັດຂວາງເຈົ້າໜ້າທີ່ ຊຶ່ງປະຕິບັດ ວຽກງານຂອງລັດ ຫລື ສັງຄົມຈະ ຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ສອງປີ ແລະ ຈະ ຖືກປັບໃໝແຕ່ 200.000 ກີບຫາ 2.000.000 ກີບ. ໃນກໍລະນີິທີ່ມີ ການໃຊ້ຄວາມຮຸນແຮງ ຊຶ່ງເຮັດໃຫ້ ເຈົ້າໜ້າທີ່ໄດ້ຮັບບາດເຈັບຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບ ໃໝແຕ່ 300.000 ກີບ ຫາ 3.000.000 ກີບ. ໃນກໍລະນິີ ທີ່ມີ ການໃຊ້ຄວາມຮຸນແຮງ ຊຶ່ງເຮັດໃຫ້ ເຈົ້າໜ້າທີ່ເສຍອົງຄະ ຫລື ເສຍຊີວິດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫ້າປີຫາຊາວປີ ແລະ ຈະຖືກປັບ ໃໝແຕ່ 1.000.000 ກີບ ຫາ 10.000.000 ກີບ ຫລື ຕັດອິດສະ ລະພາບຕະຫລອດຊີວິດ ຫລື ປະ ຫານຊີວິດ. ບຸກຄົນຜູ້ໃດ ຫາກບໍ່ປະຕິບັດຄຳ ສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ຫລື ຄຳ ພິພາກສາ ຫລືໝາຍຮຽກຂອງສານ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 100.000 ກີບ ຫາ 5.000.000 ກີບ. ພະນັກງານ ຈັດຕັ້ງປະຕິບັດຄຳຕັດສິນຂອງ ສານທີ່ລະເມີດກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ຊຶ່ງບໍ່ເປັນການກະທຳຜິດ ທາງອາຍາ ແລະ ກໍ່ຄວາມເສຍຫາຍ ທີ່ມີ ມູນຄ່າຕ່ຳກວ່າ 500.000 ກີບ ແຕ່ບໍ່ມີຄວາມຈິງໃຈ, ຫລົບຫລີກ ຈາກຄວາມຜິດຂອງຕົນ ຈະຖືກປະ ຕິບັດວິໄນຕາມແຕ່ລະກໍລະນີ ດັ່ງນີ້: ຕິຕຽນ, ກ່າວເຕືອນຄວາມຜິດໂດຍ ບັນທຶກໄວ້ໃນ ສຳນວນເອກະສານ, ຊີວະປະຫວັດຂອງຜູ້ກ່ຽວ; ໂຈະ ການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ; ປົດຕຳແໜ່ງ ຫລື ຍົກ ຍ້າຍໄປຮັບໜ້າທີ່ອື່ນທີ່ມີຕຳແໜ່ງ ຕ່ຳກວ່າເກົ່າ; ໃຫ້ອອກຈາກລັດຖະ ການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ສະຫລຸບແລ້ວການລະເມີດກົດ ໝາຍ ບໍ່ວ່າຈະແມ່ນກົດໝາຍໃດ ກໍຕາມບຸກຄົນໃດທີ່ລະເມີດກໍຈະຖືກ ປະຕິບັດມາດຕະການຂອງກົດ ໝາຍ ທີ່ຕົນລະເມີດ. ເພື່ອຫລີກເວັ້ນ ການປະຕິບັດບັນດາມາດຕະການ ຂອງກົດໝາຍນັ້ນໃນທາງທີ່ດີ ພວກເຮົາຄວນປະຕິບັດຕາມລັດຖະ ທຳມະນູນທີ່ວ່າພົນລະເມືອງລາວ ມີພັນທະເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ປະຕິບັດລະບຽບ ການອອກແຮງງານ, ລະບຽບການ ດຳຊີວິດຂອງສັງຄົມ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ຖ້າປະຕິບັດໄດ້ຄືແນວນີ້ແລ້ວ ຄິດ ວ່າຄວາມຂັດແຍ່ງຂອງສັງຄົມກໍ ຈະຫລຸດລົງ. ຂປລ. ພິທີເປີດເທສະການສາຍ ຮູບເງົາດີເດັ່ນລາວ-ຈີນ ປະຈຳປີ 2022 ຈັດຂຶ້ນໃນວັນທີ 7 ທັນວາ 2022 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນໂດຍໄດ້ນຳ ເອົາຮູບເງົາ 4 ເລື່ອງ ທີ່ສໍາຄັນ ແລະ ໜ້າສົນໃຈມາສາຍ ໂດຍບໍ່ເສຍຄ່າຄື: ເລື່ອງຂ້າມແມ່ນໍ້າຢ່າລູ້ໄປ, ໃຜວ່າ ເງິນເປັນພະເຈົ້າ, ທີມສັດກູ້ໄພ ແລະ ຊີວິດທີ່ສວຍງາມ ໂດຍໄດ້ຮັບຄວາມ ສົນໃຈຈາກມວນຊົນທີ່ເຂົ້າຮ່ວມ. ທ່ານ ນາງ ແສງແກ້ວ ຫົວໜ້າ ວິທະຍຸ-ໂທລະພາບສູນກາງຈີນ (CMG) ປະຈຳລາວ ກ່າວວ່າ: ເທ ສະການຮູບເງົາດີເດັ່ນລາວ-ຈີນປີ 2022ນີ້, ນອກຈາກສາຍຢູ່ນະຄອນ ຫລວງວຽງຈັນແລ້ວ, ຍັງຈະໄດ້ ສາຍຢູ່ແຂວງຊຽງຂວາງ, ອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ ແລະ ແຂວງ ໄຊຍະບູລີ. ສ່ວນຢູ່ແຂວງຫົວພັນ, ຫລວງພະບາງ ແລະ ແຂວງ ຈຳປາ ສັກ ຈະມີທິມງານຈາກພະແນກ ຖວທແຂວງເປັນຜູ້ສາຍຮູບເງົາ ເຊິ່ງ ຈະເລີ່ມອອກສາຍຮູບເງົາແຕ່ວັນ ທີ 13 ທັນວາ 2022 ຫາວັນທີ 2 ມັງກອນ 2023. ທ່ານ ນາງ ແສງແກ້ວ ຍັງໃຫ້ຮູ້ ອີກວ່າ: ໃນແຕ່ລະປີພວກເຮົາໄດ້ຄັດ ເລືອກຮູບເງົາຈີນທີ່ດີເດັ່ນ, ຜູ້ຊົມ ມັກເບິ່ງ, ໄດ້ແປເປັນພາສາລາວ ແລ້ວຊອກຫານັກພາກຄົນເກັ່ງໆ ມາພາກເປັນພາສາລາວ ເພື່ອເຮັດ ໃຫ້ຄົນລາວສາມາດເຂົ້າໃຈປະ ຫວັດສາດ ແລະ ຍຸກປັດຈຸບັນຂອງ ຈີນ, ເຂົ້າໃຈອາລົມຈິດ ແລະ ການ ດຳລົງຊີວິດຂອງຄົນຈີນ ເຊິ່ງຮູບ ເງົາເລື່ອງ “ຂ້າມແມ່ນ້ຳ ຢ່າລູ້ໄປ” ເປັນຮູບເງົາທີ່ສະແດງໃຫ້ເຫັນສົງ ຄາມ ທີ່ວິທະຍຸໂທລະພາບສູນກາງ ຈີນ(CMG)ເປັນຜູ້ຜະລິດ, ໃຫ້ເຮົາ ໄດ້ທົບທວນຄືນການສູ້ຮົບຢ່າງດຸ ເດືອດນ້ຳໃຈທີ່ອົດທົນ ແລະ ໜ້າສັນ ລະເສີນໃນຍາມນັ້ນ, ໄດ້ສະແດງໃຫ້ ເຫັນເຖິງນໍ້າໃຈສາກົນກຳມະຊີບ ຂອງທະຫານຈີນ ທີ່ໃຊ້ຊີວິດຂອງ ຕົນມາປົກປັກຮັກສາສັນຕິພາບ ຄວາມເປັນທຳ, ປົກປ້ອງເຮືອນຊານ ບ້ານເມືອງ, ປົກປ້ອງປະເທດຊາດ gmltdkolkpI6 [g'kfu gfaj o]k;{9u o xu oU wfh Ia [7;k,lq o.99kd,;o-q o q oa d]q 'mb o8j k'xtgmf 9q fmt[Po .o]k; 1 ra od;j k[= ]y la f ຂອງປະເທດເພື່ອນມິດ. ທ່ານ ຄຳເພົ້າ ວັນນະວົງ ຫົວ ໜ້າກົມຮູບເງົາ ກະຊວງຖະແຫລງ ຂ່າວ,ວັດທະນະທຳແລະທ່ອງທ່ຽວ ໄດ້ກ່າວວ່າ: ຮູບເງົາທີ່ນຳໄປສາຍ ໃນເທສະການຄັ້ງນີ້, ລ້ວນແລ້ວແຕ່ ເປັນຮູບເງົາທີ່ດີເດັ່ນ, ສ່ອງແສງໄດ້ ການພົວພັນລາວ-ຈີນ, ຮີດຄອງ ປະເພນີ,ວັດທະນະທຳ,ທຳມະຊາດ, ການພັດທະນາຂອງ ສປ ຈີນ ພາຍ ໃຕ້ການຊີ້ນຳ-ນຳພາຂອງພັກກອມ ມູນິດຈີນ ແລະ ໄດ້ຮັບຄວາມນິຍົມ ຊົມຊອບຈາກມວນຊົນລາວຢ່າງ ຫລວງຫລາຍ. ພ້ອມທັງເຊື່ອໝັ້ນ ວ່າ ເທສະການສາຍຮູບເງົາດີເດັ່ນ ລາວ-ຈີນ ຈະສືບຕໍ່ກາຍເປັນເວທີ ແຫ່ງການພົວພັນ ແລະ ແລກປ່ຽນ ວັດທະນະທຳ ລະຫວ່າງ ສອງຊາດ ໂດຍຜ່ານການຊົມຮູບເງົາຈີນ ທີ່ ພາກເປັນພາສາລາວ ໂດຍສະເພາະ ຈະສ້າງໂອກາດໃຫ້ປະຊາຊົນລາວ ບັນດາເຜົ່າ ໄດ້ຮັບຮູ້ ແລະ ຮຽນຮູ້ ວັດທະນະທຳຈີນເພີ່ມຂຶ້ນ ແລະ ຜ່ານການຊົມຮູບເງົາຈີນ. ເທສະການຮູບເງົາດີເດັ່ນລາວຈີນ ແມ່ນໜຶ່ງໃນວຽກງານການປະ ຕິບັດຕາມແຜນແມ່ບົດຄູ່ຮ່ວມຊະ ຕາກຳລາວ-ຈີນເຊິ່ງໄດ້ເລີ່ມຈັດຂຶ້ນ ຄັ້ງທຳອິດໃນປີ 2017 ແລະ ຄັ້ງນີ້ ເປັນຄັ້ງທີ 5, ຕະຫລອດໄລຍະຜ່ານ ມາໄດ້ນຳເອົາຮູບເງົາຈີນດີເດັ່ນ 20 ກວ່າເລື່ອງໄປສາຍຢູ່ຫລາຍແຂວງ ຂອງປະເທດລາວ. ຂ່າວ: ກິດຕາ, ພາບ: ວັນເພັງ * ຕາມແຫລ່ງຂ່າວຈາກປະເທດ ເພື່ອນບ້ານໄກ້ຄຽງ, ສປ ຈີນ, ໄທ, ຫວຽດນາມໃຫ້ຮູ້ວ່າ: ພຽງແຕ່ເປີດ ໃຫ້ບໍລິການເສັ້ນທາງລົດໄຟຄົບ ຮອບໜຶ່ງປີເທົ່ານັ້ນເຫັນວ່າບັນຍາ ກາດລົງທຶນແລະການທ່ອງທ່ຽວໃນ ສປປ ລາວ ຄຶກຄັກໜ້າຕື່ນເຕັ້ນຕ່າງ ຈາກຊາດອື່ນໆໃນອາຊຽນ ເນື່ອງ ຈາກວ່າມີສັນຍານບາງຢ່າງໃນ ທາງບວກຄື: ນັກລົງທຶນຕ່າງປະເທດ ມີທ່າອ່ຽງຍ້າຍຖານການຜະລິດ ເຂົ້າມາ ສປປ ລາວ ເພີ່ມ ຂຶ້ນເລື້ອຍໆ ໂດຍສະເພາະຂະແໜງການຄ້າ, ການບໍລິການຂົນສົ່ງສິນຄ້າ, ອະສັງ ຫາລິມະຊັບ, ກະສິກໍາພວມຄວບຄຸມ ຕາມພື້ນທີ່ໃກ້ຄຽງຂົວຂ້າມຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 1, ພື້ນທີ່ໃກ້ເສັ້ນທາງລົດໄຟທັງສອງ ເບື້ອງ ແລະ ຕາມບໍລິຊາຍແດນລະ ຫວ່າງປະເທດ. ຕາມຂໍ້ມູນຈາກກະຊວງແຜນ ການ ແລະ ການລົງທຶນ ຊີ້ໃຫ້ເຫັນ ວ່າ: ມາຮອດປັດຈຸບັນ ສປປ ລາວ ມີເຂດເສດຖະກິດພິເສດທີ່ໄດ້ຮັບ ການອະນຸມັດສ້າງຕັ້ງ 22 ເຂດທີ່ຕັ້ງ ຢູ່ 8 ແຂວງ, ມີບໍລິສັດເຂົ້າມາຈົດທະ ບຽນ ແລະ ລົງທຶນທັງໝົດ 1.184 ບໍລິສັດ, ມອບພັນທະເຂົ້າງົບປະ ມານຂອງລັດໄດ້ທັງໝົດ 809 ຕື້ ກວ່າກີບ, ສົ່ງອອກສິນຄ້າ 3 ຕື້ກວ່າ ໂດລາສະຫະລັດ ແລະ ມີແຮງງານ ທັງໝົດ 61.482 ຄົນ. ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດໄດ້ ເປີດເຜີຍວ່າ: ສໍາລັບວຽກງານການຄຸ້ມຄອງ, ບໍລິຫານຈັດການດ້ານແຜນການ ແລະ ການລົງທຶນໂດຍລວມເຫັນວ່າ ເຂດເສດຖະກິດພິເສດກໍໄດ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2003 ເປັນຕົ້ນມາ ເຊິ່ງລັດຖະບານໄດ້ເລີ່ມ ພັດທະນາເຂດເສດຖະກິດພິເສດ ສະຫວັນ-ເຊໂນເປັນເຂດທໍາອິດ ຫລື Special Economic Zone “SEZ” ແມ່ນເຂດທີ່ມີກົນໄກຄຸ້ມ ຄອງບໍລິຫານສະເພາະ ເພື່ອສ້າງ ເງື່ອນໄຂໃຫ້ແກ່ການດຶງດູດການ ລົງທຶນທີ່ນຳໃຊ້ເຕັກໂນໂລຊີສູງ,ນຳ ໃຊ້ນະວັດຕະກຳ ໃນການຜະລິດ ກະສິກຳເປັນສິນຄ້າ, ການຜະລິດທີ່ ສະອາດ, ປະຢັດຊັບພະຍາກອນທຳ ມະຊາດ ແລະ ພະລັງງານເພື່ອການ ພັດທະນາແບບຍືນຍົງ ແລະ ເປັນມິດ ກັບສິ່ງແວດລ້ອມ ພ້ອມທັງປະກອບ ສ່ວນເຂົ້າໃນການເຕີບໂຕຂອງ GDP. ເຂດເສດຖະກິດພິເສດປະ ກອບມີ: ນິຄົມອຸດສາຫະກຳ, ເຂດ ພັດທະນາກະສິກຳ, ອຸດສາຫະກຳ ປຸງແຕ່ງເພື່ອສົ່ງອອກ, ການພັດ ທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວ ສານ, ການບໍລິການ, ການຄ້າ, ການ ທ່ອງທ່ຽວ ແລະ ເຂດພັດທະນາຖ້າ ຈະເວົ້າແລ້ວວຽກງານການພັດ ທະນາເຂດເສດຖະກິດພິເສດຂອງ ພວກເຮົາທີ່ຈັດຕັ້ງປະຕິບັດຢູ່ໃນ ປັດຈຸບັນນີ້ ເນື້ອແທ້ກໍ່ແມ່ນການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃນແຕ່ລະ ໄລຍະ ແລະ ກົດໝາຍສົ່ງເສີມການ ລົງທຶນ. ທ່ານ ສອນປະເສີດ ດາລາວົງຍັງ ໃຫ້ຮູ້ຕື່ມວ່າ: ພາຍຫລັງ ສປປ ລາວ ໄດ້ເປີດໃຫ້ບໍລິການເສັ້ນທາງລົດ ໄຟລາວ-ຈີນພາຍໃຕ້ສາຍພົວພັນ ແລະ ການຮ່ວມມືຄູ່ຮ່ວມຊາຕາກໍາ ດຽວກັນ ແລະ ການຜັນຂະຫຍາຍ ຕາມທິດ 4 ດີຂອງ ສອງພັກ-ສອງ ລັດລາວ-ຈີນ ແລະ ປະຊາຊົນສອງ ຊາດຍິ່ງຊ່ວຍກະຕຸກຊຸກຍູ້ປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ, ການແກ້ໄຂຄວາມ ທຸກຍາກ ແລະ ຍົກລະດັບຊີວິດການ ເປັນຂອງປະຊາຊົນລາວບັນດາ ເຜົ່າຮອບດ້ານບໍ່ວ່າຈະເປັນການ ດຶງດູດການຄ້າ, ການລົງທຶນ, ການ ຜະລິດກະສິກໍາ (ການປູກການ ລ້ຽງ), ການສົ່ງອອກ, ການທ່ອງ ທ່ຽວ ແລະ ອື່ນໆ. ການເປີດໃຫ້ບໍລິ ການທາງລົດໄຟ ລາວ-ຈີນ ນັ້ນໄດ້ ກາຍເປັນຍຸດທະສາດລະດັບຊາດ ແລະ ລະດັບສາກົນ ເພື່ອການເຮັດ ໃຫ້ຄ່າບໍລິການຂົນສົ່ງສິນຄ້າຫລຸດ ລົງ, ປະຢັດເວລາໃນການເດີນທາງ, ບັນທຸກຜູ້ໂດຍສານ ແລະ ສິນຄ້າ ໄດ້ຫລາຍ, ມີຄວາມປອດໄພຫລາຍ ແລະ ເຮັດໃຫ້ຜູ້ຄົນໄປມາຫາສູ່ກັນ ໄດ້ງ່າຍກວ່າເກົ່າ. ໂດຍ: ເກີດຂວັນໃຈ ມາລີຈັນສີ

RkJQdWJsaXNoZXIy MTc3MTYxMQ==