-6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko 09/12/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ *** *** ອ່ານຕໍ່ສະບັບໜ້າ *** (ສາມ) ເຂັ້ມງວດດ້ານຕຸລາການ ຢ່າງຍຸຕິທຳ. ຕຸລາການຢ່າງຍຸຕິທຳ ເປັນ ເສັ້ນປ້ອງກັນສຸດທ້າຍໃນການປົກປ້ອງ ຄວາມຍຸຕິທຳ ແລະ ຄວາມເປັນທຳທາງ ສັງຄົມ. ພວກເຮົາຕ້ອງລົງເລິກການປະ ຕິຮູບ ຄົບຊຸດກັບໂຄງປະກອບຕຸລາການ, ຈັດຕັ້ງປະຕິບັດລະບຽບການຮັບຜິດ ຊອບທາງຕຸລາການຢ່າງຮອບດ້ານ ແລະ ຖືກຕ້ອງ, ເລັ່ງລັດສ້າງລະບອບຕຸລາ ການສັງຄົມນິຍົມທີ່ຍຸຕິທຳ, ມີປະສິດທິ ພາບສູງ ແລະ ມີຄວາມສັກສິດ, ພະຍາ ຍາມໃຫ້ປະຊາຊົນສາມາດຮູ້ສຶກໄດ້ເຖິງ ຄວາມຍຸຕິທຳ ແລະຄວາມເປັນທຳໃນ ທຸກຄະດີທາງຕຸລາການ. ຕ້ອງສ້າງລະ ບຽບແບບແຜນໃຫ້ແກ່ການໃຊ້ສິດຕຸລາ ການ, ບູລະນະໂຄງປະກອບກົນໄກທີ່ ໃຫ້ອົງການປ້ອງກັນຄວາມສະຫງົບ, ອົງການໄອຍະການ, ອົງການພິພາກສາ, ອົງການຕຸລາການ-ບໍລິຫານຕ່າງໆປະຕິ ບັດຕາມໜ້າທີ່ຂອງໃຜຂອງລາວ, ປະ ສານສົມທົບກັນ ແລະຜູກມັດກັນ. ພວກ ເຮົາຕ້ອງເພີ່ມທະວີການຜູກມັດ ແລະ ຕິດຕາມກວດກາຕໍ່ການເຄື່ອນໄຫວດ້ານ ຕຸລາການ ແລະ ຊຸກຍູ້ຄວາມຍຸຕິທຳດ້ານ ຕຸລາການ. ຕ້ອງເພີ່ມທະວີວຽກງານຂອງ ອົງການໄອຍະການໃນການຕິດຕາມ ກວດກາທາງກົດໝາຍ. ບູລະນະລະບຽບ ການຮ້ອງຟ້ອງແບບສາທາລະນະປະ ໂຫຍດ. (ສີ່)ເລັ່ງສ້າງສັງຄົມທີ່ຄຸ້ມຄອງ ຕາມກົດໝາຍ. ສັງຄົມທີ່ຄຸ້ມຄອງຕາມກົດ ໝາຍເປັນພື້ນຖານໃນການສ້າງສາປະ ເທດທີ່ປົກຄອງຕາມກົດໝາຍ. ພວກເຮົາ ຕ້ອງເສີມຂະຫຍາຍຈິດໃຈກົດໝາຍສັງ ຄົມນິຍົມ, ສືບທອດວັດທະນະທຳດ້ານກົດ ໝາຍອັນເປັນມູນເຊື້ອທີ່ດີງາມຂອງຊາດ ຈີນ, ນຳພາໃຫ້ປະຊາຊົນທຸກຖ້ວນໜ້າ ກາຍເປັນຜູ້ເຄົາລົບການຄຸ້ມຄອງຕາມກົດ ໝາຍສັງຄົມນິຍົມຢ່າງຊື່ສັດ, ຜູ້ປະຕິບັດ ການຄຸ້ມຄອງຕາມກົດໝາຍສັງຄົມນິຍົມ ຢ່າງຕື່ນຕົວແລະ ຜູ້ປົກປ້ອງການຄຸ້ມຄອງ ຕາມກົດໝາຍສັງຄົມນິຍົມຢ່າງເດັດດ່ຽວ ໜຽວແໜ້ນ. ຕ້ອງສ້າງລະບົບບໍລິການ ທາງກົດໝາຍສາທາລະນະຍຸກປັດຈຸບັນ ທີ່ປົກຄຸມຕົວເມືອງ ແລະ ຊົນນະບົດ, ລົງ ເລິກດຳເນີນການໂຄສະນາສຶກສາອົບ ຮົມ ກ່ຽວກັບການຄຸ້ມຄອງຕາມກົດໝາຍ, ເພີ່ມທະວີສະຕິ ກ່ຽວກັບການຄຸ້ມຄອງ ຕາມກົດໝາຍຂອງທົ່ວປວງຊົນ. ຕ້ອງ ຊຸກຍູ້ການຄຸ້ມຄອງຕາມກົດໝາຍທີ່ຢູ່ໃນ ຫລາຍລະດັບ ແລະ ຫລາຍຂົງເຂດ, ຍົກ ລະດັບການຄຸ້ມຄອງສັງຄົມຕາມກົດໝາຍ ໃຫ້ສູງຂຶ້ນ. ຕ້ອງເສີມຂະຫຍາຍບົດບາດ ທີ່ເປັນແບບຢ່າງນຳໜ້າຂອງພະນັກງານ ການນຳ, ພະຍາຍາມເຮັດໃຫ້ການເຄົາລົບ ກົດໝາຍ, ການຮຽນຮູ້ກົດໝາຍ, ການ ປະຕິບັດຕາມກົດໝາຍ ແລະ ການນຳ ໃຊ້ກົດໝາຍກາຍເປັນກະແສນິຍົມໃນ ທົ່ວສັງຄົມ. ແປດ: ຊຸກຍູ້ຄວາມໝັ້ນໃຈຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ານວັດທະນະທຳ ສ້າງຄວາມຈະເລີນ ຮຸ່ງເຮືອງອັນໃໝ່ຂອງວັດທະນະທຳສັງ ຄົມນິຍົມ ການສ້າງສາປະເທດສັງຄົມນິ ຍົມທັນສະໄໝຢ່າງຮອບດ້ານ, ຕ້ອງຍຶດ ໝັ້ນເດີນຕາມເສັ້ນທາງພັດທະນາວັດທະ ນະທຳຂອງສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ, ເພີ່ມທະວີຄວາມໝັ້ນໃຈຕົນ ເອງດ້ານວັດທະນະທຳ, ສ້າງສາປະເທດ ສັງຄົມນິຍົມທີ່ເຂັ້ມແຂງດ້ານວັດທະນະ ທຳ ໂດຍປິ່ນອ້ອມການຊູຄັນທຸງ, ເຕົ້າ ໂຮມຈິດໃຈ, ສ້າງຄົນໃໝ່, ສ້າງວັດທະ ນະທຳໃຫ້ຈະເລີນ ແລະ ສະແດງພາບ ພົດຂອງຊາດ, ເພື່ອພັດທະນາວັດທະນະ ທຳສັງຄົມນິຍົມຂອງຊາດ, ຂອງປະຊາ ຊົນຕາມຫລັກວິທະຍາສາດທີ່ຫັນໜ້າ ໄປສູ່ຄວາມທັນສະໄໝ, ຫັນໜ້າສູ່ໂລກ ແລະຫັນໜ້າສູ່ອະນາຄົດ, ກະຕຸ້ນພະ ລັງຊີວິດການປະດິດສ້າງດ້ານວັດທະນະ ທຳຂອງທົ່ວປະຊາຊາດ, ເພີ່ມທະວີພະລັງ ແຮງທາງດ້ານຈິດໃຈໃນການບັນລຸການ ຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ ຂອງປະຊາຊາດຈີນ. ພວກເຮົາຕ້ອງຍຶດໝັ້ນລະບອບພື້ນ ຖານທີ່ຖືລັດທິມາກໄວ້ຢູ່ໃນຖານະຊີ້ນຳ ໃນຂົງເຂດຮູບຖານຈິດສຳນຶກ, ຍຶດໝັ້ນ ຮັບໃຊ້ປະຊາຊົນ ແລະຮັບໃຊ້ສັງຄົມນິຍົມ, ຍຶດໝັ້ນທິດທາງ “ໝູ່ມາລາແຂ່ງຂັນບານ, ໝູ່ນັກປາດແຂ່ງຂັນເວົ້າ”, ຍຶດໝັ້ນໃຫ້ ມີການຫັນປ່ຽນແບບປະດິດສ້າງ ແລະ ການພັດທະນາແບບປະດິດສ້າງ, ຖືຄ່າ ນິຍົມແກນກາງສັງຄົມນິຍົມເປັນທິດ ນຳພາ, ພັດທະນາວັດທະນະທຳສັງຄົມ ນິຍົມທີ່ກ້າວໜ້າ, ເສີມຂະຫຍາຍວັດ ທະນະທຳປະຕິວັດ, ສືບທອດວັດທະນະ ທຳອັນເປັນມູນເຊື້ອທີ່ດີງາມຂອງຈີນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ວັດທະນະທຳດ້ານຈິດໃຈຂອງປະຊາຊົນ ທີ່ນັບມື້ນັບເພີ່ມຂຶ້ນ, ປັບປຸງພື້ນຖານແນວ ຄິດຮ່ວມໃນການສາມັກຄີບາກບັ່ນສູ້ຊົນ ຂອງທົ່ວພັກ ແລະ ປະຊາຊົນບັນດາເຜົ່າ ທົ່ວປະເທດໃຫ້ໝັ້ນຄົງ, ຍົກສູງກຳລັງໄມ້ ອ່ອນດ້ານວັດທະນະທຳຂອງປະເທດ ພວກເຮົາ ແລະ ບົດບາດອິດທິພົນຂອງ ວັດທະນະທຳຈີນ. (ໜຶ່ງ) ສ້າງຮູບຖານຈິດສຳນຶກສັງ ຄົມນິຍົມທີ່ມີກຳລັງເຕົ້າໂຮມຄວາມສາ ມັກຄີ ແລະກຳລັງນຳພາທີ່ເຂັ້ມແຂງ. ວຽກງານຮູບຖານຈິດສຳນຶກເປັນວຽກ ງານທີ່ສ້າງຈິດວິນຍານເພື່ອປະເທດຊາດ ແລະປະຊາຊາດ. ພວກເຮົາຕ້ອງໃຫ້ພັກ ກຳເອົາສິດນຳພາວຽກງານຮູບຖານຈິດ ສຳນຶກໄວ້ໃຫ້ແໜ້ນ, ຈັດຕັ້ງປະຕິບັດລະ ບຽບການຄວາມຮັບຜິດຊອບດ້ານວຽກ ງານຮູບຖານຈິດສຳນຶກຢ່າງຮອບດ້ານ, ປັບປຸງ ແລະ ເສີມສ້າງແນວຄິດຫາງສຽງ ຫລັກແຫ່ງການບຸກບືນສູ້ຊົນໃນຍຸກໃໝ່ ໃຫ້ເຂັ້ມແຂງຂຶ້ນ. ບູລະນະລະບົບວຽກ ງານຝຶກຝົນຫລໍ່ຫລອມທົ່ວພັກ, ສຶກສາ ອົບຮົມປະຊາຊົນ ແລະຊີ້ນຳພຶດຕິກຳຕົວ ຈິງດ້ວຍທິດສະດີທີ່ປະດິດສ້າງຂອງພັກ ໃຫ້ສົມບູນຂຶ້ນ. ພວກເຮົາຕ້ອງລົງເລິກຈັດ ຕັ້ງປະຕິບັດໂຄງການຄົ້ນຄວ້າ ແລະ ສ້າງ ສາທິດສະດີລັດທິມາກ, ເລັ່ງສ້າງລະບົບ ຂະແໜງວິຊາ, ລະບົບວິຊາການ ແລະ ລະ ບົບການໂຄສະນາກ່ຽວກັບປັດຊະຍາວິ ທະຍາສາດສັງຄົມທີ່ມີສີສັນພິເສດຂອງ ຈີນ, ບຳລຸງສ້າງຖັນແຖວຜູ້ມີຄວາມຮູ້ ຄວາມສາມາດໃນດ້ານປັດຊະຍາວິທະ ຍາສາດສັງຄົມ. ຕ້ອງເພີ່ມທະວີການສ້າງ ລະບົບເຜີຍແຜ່ໂຄສະນາດ້ວຍສື່ມວນຊົນ ທຸກຮູບແບບ, ສ້າງສະພາບການໃໝ່ໃນ ດ້ານຫາງສຽງຫລັກ. ຕ້ອງບູລະນະລະ ບົບຄຸ້ມຄອງບໍລິຫານອິນເຕີເນັດສັງລວມ ໃຫ້ສົມບູນຂຶ້ນ ແລະຊຸກຍູ້ການສ້າງສະພ າບການອິນເຕີເນັດທີ່ດີ. gxu fl6 og-nj v,8+ 0= h ,6 o ;a fmtotme ]k;{gdq ks]u ]k;{[6 i6 ofu g-a ola opk pq dg;A o;u -k z6h 4n |a 'ln czj ocfodkom6 f c]t ]a f4tdko ຂປລ. ພິທີເປີດສູນເຊື່ອມຕໍ່ຂໍ້ມູນ ດ້ານວັດທະນະທຳ ລາວ-ເກົາຫລີ ຈັດ ຂຶ້ນໃນວັນທີ 7 ທັນວາ 2022 ຢູ່ຫໍ ສະໝຸດແຫ່ງຊາດ, ນະຄອນຫລວງ ວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະ ນີວົງ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ(ຖວທ), ທ່ານຈອງຢອງ ຊູ ເອກ ອັກຄະລັດຖະທູດ ສາທາລະນະລັດ ເກົາ ຫລີ ປະຈຳ ສປປ ລາວ, ທ່ານ ລີ ຢອງອຸ (Lee yonguk), ຫົວໜ້າພະແນກ ຮ່ວມມື, ສູນວັດທະນະທຳອາຊີ ແຫ່ງ ສ ເກົາຫລີ, ມີພາກສ່ວນເຂົ້າຮ່ວມ. ທ່ານນາງ ແພງຈັນ ແພງເມືອງຫົວ ໜ້າກົມແຜນການ ແລະ ການຮ່ວມມືສາ ກົນ ໄດ້ໃຫ້ຮູ້ວ່າ: ສູນເຊື່ອມຕໍ່ຂໍ້ມູນດ້ານ ວັດທະນະທຳລາວ ແລະ ເກົາຫລີ ແມ່ນ ໜຶ່ງກິດຈະກຳຂອງການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫລືອ ເພື່ອການພັດທະ ນາ ເພື່ອສ້າງລະບົບຄຸ້ມຄອງຂໍ້ມູນຂ່າວ ສານທາງດ້ານວັດທະນະທຳແລະຍົກລະ ດັບຂີດຄວາມສາມາດຂອງບຸກຄະລາ ກອນ ໃນຂະແໜງວັດທະນະທຳຢູ່ ສປປ ລາວ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກ ລັດຖະບານສເກົາຫລີໂດຍຜ່ານກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສ ເກົາຫລີ ມອບໃຫ້ສູນວັດທະ ນະທຳອາຊີ ເປັນຝ່າຍຮັບຜິດຊອບຈັດ ຕັ້ງປະຕິບັດໂຄງການໃນໄລຍະ 4 ປີ (2022-2025) ມູນຄ່າ 3 ຕື້ວອນ. ສູນ ຂໍ້ມູນດັ່ງກ່າວນີ້ ແມ່ນຕັ້ງຢູ່ 3 ຈຸດຄື: ຫໍສະໝຸດແຫ່ງຊາດລາວ; ຫໍພິພິຕະພັນ ແຫ່ງຊາດລາວ ແລະ ຕຶກກະຊວງ ຖວທ. ສູນເຫລົ່ານີ້ ຈະຖືກນຳໃຊ້ເພື່ອເປັນຫ້ອງ ເຮັດວຽກໃນການປ້ອນຂໍ້ມູນ ບັນຊີລາຍ ການມໍລະດົກວັດທະນະທຳຂອງລາວ ເພື່ອເກັບໄວ້ໃນຖານຂໍ້ມູນດິຈີຕອນ ນຳ ໃຊ້ເປັນແຫລ່ງຂໍ້ມູນເພື່ອການສຶກສາຄົ້ນ ຄວ້າໃນອະນາຄົດ. ນອກຈາກນີ້, ໂຄງ ການຍັງໄດ້ປະກອບວັດຖຸ, ອຸປະກອບ ຕ່າງໆ ເພື່ອອຳນວຍຄວາມສະດວກໃນ ການປ້ອນຂໍ້ມູນ ເຊັ່ນ: ໂຕະຕັ່ງ, ຄອມພິວ ເຕີຕັ້ງໂຕະ 11 ຊຸດ, ໂນດບຸກ 1 ຊຸດ, ລະ ບົບອິນເຕີເນັດ ແລະ ລະບົບໄຟຟ້າ. ທ່ານ ນາງ ແພງຈັນ ແພງເມືອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສູນດັ່ງ ກ່າວ ຈະປະກອບສ່ວນອັນສຳຄັນ ໃນ ການປົກປັກຮັກສາຂໍ້ມູນດ້ານວັດທະ ນະທຳຂອງ ສປປ ລາວ ຄຽງຄູ່ກັບການ ໂຄສະນາເຜີຍແຜ່ວັດທະນະທຳອັນດີ ງາມຂອງສປປລາວຕໍ່ສາກົນລວມທັງ ການປະກອບສ່ວນສ້າງບຸກຄະລາກອນ ໃນຂະແໜງວັດທະນະທຳຂອງລາວ ໃນມີຄວາມເຂັ້ມແຂງ ໃນການສຶກສາ ຄົ້ນຄວ້າ ແລະ ວິໄຈຂໍ້ມູນວັດທະນະທຳ ໃຫ້ມີຈຳນວນເພີ່ມຂື້ນໃນອະນາຄົດ. ຂ່າວ-ພາບ: ສຸກສະຫວັດ ຂປລ. ທ້າຍເດືອນພະຈິກ ຜ່ານມາ, ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ທີ່ນະ ຄອນ ນິວຢອກ, ໄດ້ມີພິທີລົງນາມໃນ ສັນຍາ ວ່າດ້ວຍການຍົກເວັ້ນວີຊາສຳ ລັບຜູ້ຖືໜັງສືຜ່ານ ແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນດີ (Republic of Burundi), ຕາງໜ້າໃຫ້ລັດຖະ ບານລາວ ເຊັນໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າ ຖາວອນແຫ່ງສປປລາວປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ບູຣູນດີ ແມ່ນ ທ່ານ ເຊຟີຣິນ ແມນິຣາຕັງກາ (H.E. Mr. Zéphyrin Maniratanga), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳ ນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ບູຣູນດີ ປະຈໍາອົງການ ສປຊໂດຍມີບັນດານັກການທູດຂອງທັງ ສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການລົງນາມສັນຍາສະບັບນີ້, ຈະເປັນການສືບຕໍ່ອໍານວຍຄວາມສະ ດວກໃຫ້ແກ່ການໄປມາຫາສູ່ ແລະ ຫວ່າງນັກການທູດແລະພະນັກງານລັດ ຖະບານຂອງທັງສອງປະເທດ, ທັງເປັນ ການເສີມຂະຫຍາຍການພົວພັນ ແລະ ຮ່ວມມືສອງຝ່າຍ ໃຫ້ໄດ້ຮັບຜົນເປັນ ຈິງຫລາຍຂຶ້ນ ໂດຍສະເພາະໃນທ່າມ ກາງບັນຍາກາດ ທີ່ພາຍຫລັງສອງ ປະເທດ ໄດ້ສ້າງຕັ້ງສາຍພົວພັນການ ທູດນຳກັນ ໃນວັນທີ 4 ກຸມພາ 2022 ຜ່ານມາ ທີ່ ນິວຢອກ. ສາທາລະນະລັດ ບູຣູນດີ ຕັ້ງຢູ່ ພາກຕາເວັນອອກ ຂອງທະວີບອາ ຟຣິກາ ມີຊາຍແດນຕິດກັບ 3 ປະເທດຄື: ຣູວັນດາ (Rwanda), ຕັງຊາເນຍ (Tanzania) ແລະ ສາທາລະນະລັດ ປະຊາທິປະໄຕກົງໂກ(D.RCongo), ມີເນື້ອທີ່ທັງໝົດ 27,834 ກິໂລຕາແມັດ ແລະນະຄອນຫລວງກິເຕກາ(Gitega). ໃນຫລາຍປີຜ່ານມາ, ໂດຍສະເພາະ ພາຍໃຕ້ຂອບ ອົງການ ສປຊ, ສປປ ລາວ ແລະ ບຸຣຸນດີ ມີການຮ່ວມມືກັນໃນ ຫລາຍຂອບການຮ່ວມມື ເປັນຕົ້ນໃນກຸ່ມ ປະເທດກຳລັງພັດທະນາທີ່ບໍ່ມີຊາຍ ແດນຕິດກັບທະເລ (LLDC), ກຸ່ມ 77, ຂະບວນການບໍ່ຮ່ວມ ກຸ່ມ (NAM) ແລະ ອື່ນໆ. ບູຣູນດີ ເຂົ້າເປັນສະມາຊິກ ອົງການ ສປຊ ໃນວັນທີ 18 ກັນຍາ 1962. lxx ]k; lqj 'vvd\kddh ;p 7A 'xt4q ,,t]b d wx lx 9u o 500 38o ຂປລ. ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດຊວນເຢ ລາວ ຈໍາກັດ ຈັດພິທີເປີດຂະບວນລົດ ໄຟຖ້ຽວປະຖົມມະລຶກ ສົ່ງອອກໝາກ ກ້ວຍຈາກ ສປປ ລາວ ຈໍານວນ 55 ໂຕນ ໄປ ສປ ຈີນ ໃນວັນທີ 5 ທັນວາ 2022. ຕາມບົດບັນທຶນຄວາມເຂົ້າໃຈການ ຮ່ວມສ້າງໂຄງການໜຶ່ງທາງສອງເຂດ ໄດ້ລົງນາມໃນວັນທີ 26 ສິງຫາ 2022 ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງປະຊາຊົນແຂວງ ຫູໜານ ສປ ຈີນ ລະບຸວ່າ ແຂວງຫູໜານ ຈະຈັດຊື້ຜະລິດຕະພັນກະສິກໍາຈາກ ລາວ1ລ້ານໂຕນຕໍ່ປີເຊິ່ງບໍລິສັດຊວນເຢ ລາວຈໍາກັດ ໄດ້ຖືກມອບໝາຍໃຫ້ເປັນ ຜູ້ຮັບຜິດຊອບການຜະລິດ, ເກັບຊື້ ແລະ ສົ່ງອອກຜະລິດຕະພັນ, ການສົ່ງອອກ ໝາກກ້ວຍຈາກ ສປປ ລາວ ຜ່ານທາງ ລົດໄຟລາວ-ຈີນ ໄປຍັງ ສປ ຈີນ. ໃນ ຂະບວນລົດໄຟຂົນສົ່ງຄັ້ງປະຖົມມະ ລຶກດັ່ງກ່າວ ມີຈໍານວນຂົນສົ່ງ 25 ຕູ້ ຄອນເທນເນີ ດ້ວຍລະບົບເຢັນ, ໄດ້ບັນ ຈຸໝາກກ້ວຍ 500 ໂຕນ ໂດຍເດີນ ທາງຂ້າມພູເຂົາ ແລະ ແມ່ນໍ້າຂອງ ໄປ ສູ່ເມືອງຊາງຊາ ແຂວງຫູໜານ ສປ ຈີນ ເຊິ່ງເປັນຂະບວນລົດໄຟຂົນສົ່ງຜະລິດ ຕະພັນກະສິກໍາ ແຫ່ງທໍາອິດ ພາຍຫລັງ ໄດ້ເຊັນບົດບັນທຶກຮ່ວມກັນ ສ້າງໂຄງ ການ ໜຶ່ງທາງສອງເຂດ ພາຍຫລັງ ພິທີເປີດການສົ່ງແມ່ນຈະມີການສືບ ຕໍ່ສົ່ງອອກໝາກກ້ວຍທີ່ມີຄຸນນະພາບ ສູງ ແລະ ຜະລິດຕະພັນກະສິກໍາອື່ນໆ ຈາກລາວໄປແຂວງຫູໜານ ສປ ຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ອາທິດ ໜຶ່ງບໍ່ຫລຸດ 2 ຂະບວນ. ທ່ານ ບຸນຈັນ ກົມບຸນຍະສິດ ຫົວ ໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ສໍາລັບໝາກກ້ວຍ ທີ່ໄດ້ລົງນາມຮ່ວມກັນໃນເງື່ອນໄຂ ດ້ານສຸຂານາໄມພືດ ກ່ຽວກັບການສົ່ງ ອອກໝາກກ້ວຍ ໃນປີ 2013 ເຊິ່ງໄລ ຍະຜ່ານມາແມ່ນສົ່ງອອກທາງລົດ ຜ່ານດ່ານສາກົນບໍ່ເຕັນບໍຫານ, ການ ເປີດຂະບວນລົດໄຟຖ້ຽວປະຖົມມະ ລຶກສົ່ງອອກໝາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ ແມ່ນມີຄວາມໝາຍ ຄວາມສໍາຄັນຍິ່ງ, ເປັນໂອກາດທີ່ເປີດ ຊ່ອງໃຫ້ສາມາດສ້າງມູນຄ່າການຄ້າ ຂອງທັງສອງປະເທດ, ການດຶງດູດ ການລົງທຶນ ເພື່ອກ້າວຜ່ານອຸປະສັກ ຈາກໂຄວິດ-19 ແລະ ຮອງຮັບຜົນສໍາ ເລັດຂອງການກໍ່ສ້າງທາງລົດໄຟລາວຈີນ ເຊິ່ງຈະຊ່ວຍຫລຸດຕົ້ນທຶນ ແລະ ສາມາດແຂ່ງຂັນກັບສິນຄ້າຂອງປະ ເທດ ແລະ ສາກົນໄດ້. ທ່ານ ສຸຍ ໂກ້ວ ຫວູ ປະທານບໍລິສັດ ຊວນເຢ ໄດ້ກ່າວວ່າ: ບໍລິສັດພວກເຮົາ ກໍາລັງພະຍາມເຕັມສ່ວນໃນການກໍ່ ສ້າງເຂດພັດທະນາອຸດສາຫະກໍາ-ກະ ສິກໍາທັນສະໄໝ ນະຄອນຫລວງວຽງ ຈັນ ໂດຍຮ່ວມກັນກໍ່ສ້າງຂອງບໍລິສັດ ຊວນເຢ ແລະ ເອວິດ AVIC ສາກົນ ປັກກິ່ງຈໍາກັດ ຮ່ວມກັບກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ າວ ຈຸດປະສົງ ເພື່ອສ້າງຕ່ອງໂສ້ ອຸດສາຫະກໍາຮອບ ດ້ານຂອງການສົ່ງອອກຜະລິດຕະພັນ ກະສິກໍາລາວ ທີ່ເລີ່ມຈາກການປັບປຸງ ພັນ, ການປູກ, ການປຸງແຕ່ງ, ການເກັບ ມ້ຽນ, ການຂົນສົ່ງຈົນຮອດການຄ້າ ຂາຍ, ໃນຖານະເປັນໂຄງການສະໜັບ ສະໜູນຂອງທາງລົດໄຟລາວ-ຈີນ ຕັ້ງ ແຕ່ເລີ່ມຕົ້ນການອອກແບບ ແລະ ຄັດ ເລືອກສະຖານທີ່ໂຄງການ, ເຂດນີ້ຕັ້ງ ຢູ່ໃກ້ສະຖານີລົດໄຟນະຄອນຫລວງ ວຽງຈັນມີເນື້ອທີ່ 66 ເຮັກຕາ, ມີແຜນກໍ່ ສ້າງສາງເກັບຮັກສາສະບຽງອາຫານ ໃນລະດັບ 200.000 ໂຕນ ເຊິ່ງຈະ ກາຍເປັນສາງເກັບສະບຽງອາຫານ ຂ້າມ ຊາດແຫ່ງທໍາອິດ ໂດຍຜ່ານເສັ້ນ ທາງລົດໄຟລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງເລວ ໜຶ່ງເສັ້ນທາງ, ຄາດຄະເນ ຮອດປີ 2025 ເຂດດັ່ງກ່າວຈະບັນລຸ ເປົ້າໝາຍສົ່ງອອກຜະລິດຕະພັນກະ ສິກໍາລາວໃນຈໍານວນ 3 ລ້ານ ໂຕນຕໍ່ປີ ໄປຈີນ, ສ້າງມູນຄ່າການສົ່ງອອກ ຫລາຍກວ່າ 4 ຕື້ໂດລາສະຫະລັດຕໍ່ປີ ແລະ ຊ່ວຍໃຫ້ຊາວກະສິກອນລາວຫລຸດ ພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄົນຮັ່ງມີຈໍານວນ 330.000 ຄົນ. ຂ່າວ: ສີອໍາມອນ ໄຊຍະລາດ
RkJQdWJsaXNoZXIy MTc3MTYxMQ==