5513

09/12/2022 xtgmf]k; 3 0j k; c]t gsfdko xtmkowdlvo rq ,;y sko pn opq ' .ork]tdy fxt8y ;a f-kf xt-kmy xtw8 q, y s n o q ' yf y ;a f yx q, y s n o q ' gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K sq ;|h kvq 'dkod;flv[csj ']a f ll s;Pfok, 1h P,1k,mtok7koIj ;,m5 ]tdy f ]k;{s;Pfok,de9a f ll- lts;a ootg0f ltg|u .sh ]a f4t[kog]aj 'cdh w0[a osk7q '7h k' *ເມື່ອບໍ່ດົນມານີ້ ຄະນະຜູ້ແທນ ອົງການກວດ ສອບແຫ່ງລັດ ສສ ຫວຽດນາມ ນໍາໂດຍສະຫາຍ ໂງ ວັນ ຕວັນ ກໍາມະການສູນກາງພັກ, ຫົວໜ້າອົງການກວດສອບແຫ່ງ ລັດ ສສ ຫວຽດນາມ ໄດ້ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (LaoVietBank). ໃນໂອກາດນີ້, ສະຫາຍ ຫງວຽນ ດຶກ ວູ ສະມາຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ໄດ້ລາຍງານໝາກຜົນການປະຕິບັດ ອັນພົ້ນເດັ່ນຂອງ LaoVietBank ວ່າ: ຕະຫລອດໄລຍະ 23 ປີ, ການ ເຄື່ອນໄຫວທຸລະກິດຂອງ Lao ແລະ ຫັນສະກຸນເງິນ ຂອງສອງປະ ເທດ (ສະກຸນເງິນດ່ົງ ແລະ ເງິນ ກີບ), ຮັບໃຊ້ການພົວພັນທາງດ້ານ ເສດຖະກິດ, ການຄ້າ ແລະການລົງ ທຶນລະຫວ່າງລັດຖະບານ, ນັກທຸລະ ກິດ ແລະ ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການປະຕິບັດນະໂຍບາຍການເງິນເງິນຕາ ແລະ ຮັບໃຊ້ເປົ້າໝາຍພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ທະນາຄານຮ່ວມທຸລະກິດ ລາວຫວຽດ ຈໍາກັດ, ຄາດຄະເນວ່າເສດ ຖະກິດຂອງລາວໃນທ້າຍປີ2022 ແລະ ປີ 2023 ຈະຍັງສືບຕໍ່ໄດ້ຮັບ ຜົນກະທົບຈາກການຂາດດຸນງົບປະ ມານ, ອັດຕາເງິນເຟີ້, ອັດຕາແລກ ປ່ຽນ, ການຂາດແຄນເງິນຕາຕ່າງ ປະເທດ ແລະ ຄວາມສ່ຽງທີ່ຈະຖືກ ຜົນກະທົບຈາກການຫລຸດລົງຂອງ ເສດຖະກິດໂລກ ເຊິ່ງສ້າງຄວາມ ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍ ຢ່າງໃຫ້ແກ່ເສດຖະກິດ ແລະ ສະ ພາບແວດລ້ອມແຫ່ງການດຳເນີນ ທຸລະກິດຢູ່ລາວ, ເຖິງຢ່າງໃດກໍຕາມ, LaoVietBank ຈະພະຍາຍາມ ສືບຕໍ່ປະຕິບັດໜ້າທີ່ທີ່ໄດ້ຮັບມອບ ໝາຍໃຫ້ສຳເລັດ, ປະຕິບັດຕາມທິດ ທາງຍຸດທະສາດ ດ້ວຍຄຳຂວັນ ທີ່ ວ່າ: “ວິໄນ, ຄວາມຮັບຜິດຊອບ,ປະ ສິດທິຜົນ” ໃນນັ້ນ ສຸມໃສ່ບັນດາ ເປົ້າໝາຍຄື: ຊຸກຍູ້ການເຕີບໂຕຂອງ ສິນເຊື່ອ; ຜັນຂະຫຍາຍການປ່ຽນ ແປງຂະໜາດຂອງຖານລູກຄ້າ ແບບຍືນຍົງ; ລະດົມທຶນທີ່ຮັບປະກັນ ຄວາມປອດໄພ, ການຄຸ້ມຄອງເງິນ VietBank ນັບມື້ນັບມີຄວາມໝັ້ນ ຄົງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍໄດ້ເສີມຂະຫຍາຍບົດບາດຂອງ ການເປັນສະຖາບັນການເງິນເປັນ ຢ່າງດີ, ສ້າງຂົວຕໍ່ແຫ່ງການຊໍາລະ ໂດຍ: LaoVietBank ໂດຍ: ຢ່າຕົງ ຊົ່ງຈ່ົງເນ່ັງ ພາບ: ຂັນໄຊ ທຶນຢ່າງຄ່ອງຕົວ, ປັບປຸງປະສິດທິ ຜົນການດຳເນີນທຸລະກິດ ແລະ ປະ ສິດທິຜົນໃນການນຳໃຊ້ຊັບສິນ; ຕັ້ງ ໜ້າປະຕິບັດການເກັບໜີ້ເສຍ, ໜີ້ ນອກແຜນ, ດອກເບ້ຍທີ່ຄາດຄະ ເນວ່າຈະເກັບ,ດອກເບ້ຍຄ້າງຊໍາລະ, ຕະຫລອດຮອດການພັດທະນາຜະ ລິດຕະພັນ ທີ່ມີເນື້ອໃນດ້ານເຕັກໂນ ໂລຊີສູງ; ປັບປຸງຄຸນນະພາບການ ບໍລິການໃນການເບິ່ງແຍງລູກຄ້າ ແລະ ຮັກສາລາຍຮັບທີ່ໝັ້ນຄົງໃຫ້ ແກ່ພະນັກງານ. ໂອກາດນີ້, ສະຫາຍ ໂງ ວັນ ຕວັນ ກໍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານ ທີ່ Lao VietBank ຍາດມາໄດ້ໃນຊຸມ ປີທີ່ ຜ່ານມາ, ສິ່ງດັ່ງກ່າວໄດ້ປະກອບ ສ່ວນສຳຄັນເຂົ້າໃນການເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອອັນດີງາມລະຫວ່າງ ສປປ ລາວ-ສສ ຫວຽດນາມ. ນອກ ຈາກນັ້ນ, ທ່ານຍັງໄດ້ໃຫ້ທິດຊີ້ນໍາ ແລະ ຫວັງວ່າ ທະນາຄານຮ່ວມ ທຸລະກິດ ລາວ-ຫວຽດ ຈຳກັດຈະ ສືບຕໍ່ພັດທະນາຢ່າງ ເຂັ້ມແຂງ ແລະ ຍືນຍົງ, ສືບຕໍ່ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ລາວ, ເປັນສັນຍາລັກ ນຳໜ້າແຫ່ງການຮ່ວມມືລະຫວ່າງ ສອງປະເທດ ສປປ ລາວ-ສສ ຫວຽດນາມ. ພ້ອມກັນນີ້, ສະຫາຍ ເລ ຫງັອກ ເລິ່ມຜູ້ອຳນວຍການໃຫຍ່ທະນາ ຄານການຄ້າ ຫຸ້ນສ່ວນ ລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ Lao VietBank ແລະ ບັນດາຕົວແທນ ທຸລະ ກິດ BIDV ປະຈໍາລາວ ຈະຍັງ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ທິດຊີ້ນໍາຈາກສອງພັກ, ສອງລັດ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ ການເຄື່ອນໄຫວລົງທຶນ ແລະ ການ ຮ່ວມມືດ້ານເສດຖະກິດ ລະຫວ່າງ 2 ປະເທດ ເພື່ອຊ່ວຍໃຫ້ທະນາຄານ Lao VietBank ແລະ ບັນດາຕົວ ແທນທຸລະກິດ BIDV ປະຈໍາລາວ ໄດ້ມີໂອກາດດຳເນີນທຸລະກິດຫລາຍ ກວ່າເກົ່າ, ສາມາດປະກອບສ່ວນຊຸກ ຍູ້ການຮ່ວມມືຮອບດ້ານ ແລະ ການ ພັດທະນາເສດຖະກິດຂອງສອງ ປະເທດ ສປປ ລາວ-ສສ ຫວຽດ ນາມ. *ພາຍຫລັງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ລາຍງານກ່ຽວ ກັບການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ໃນປີ 2022 ແລະ ສະເໜີທິດທາງແຜນ ວຽກຈຸດສຸມໃນປີ 2023 ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດຊຸດທີ IX ຊຶ່ງບັນດາສະມາ ຊິກສະພາແຫ່ງຊາດເຂດ ເລືອກຕັ້ງ ຕ່າງໆກໍໄດ້ສຸມທຸກສະຕິປັນຍາຂອງ ຕົນປະກອບຄຳຄິດຄຳເຫັນຕໍ່ບົດລາຍ ງານຂອງລັດຖະບານຢ່າງຕັ້ງໜ້າ ໂດຍ ລວມແລ້ວ ໄດ້ເປັນເອກະພາບທັງຍ້ອງ ຍໍຊົມເຊີຍຕໍ່ລັດຖະບານທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ, ສູ້ຊົນຜ່ານຜ່າຄວາມ ຫຍຸ້ງຍາກຕ່າງໆ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ອື່ນໆ ອັນສາມາດປະສົບຜົນສຳເລັດ ໄດ້ໂດຍພື້ນຖານຕາມມະຕິສະພາແຫ່ງ ຊາດໄດ້ຮັບຮອງຜ່ານມາ. ທ່ານ ກົງແກ້ວ ມີວໍລະຈັກ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນ ນະເຂດໄດ້ກ່າວວ່າ: ຜ່ານການເຄື່ອນ ໄຫວຕິດຕາມກວດກາ, ການຈັດຕັ້ງປະ ຕິບັດລັດຖະທຳມະນູມ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຢູ່ໃນເຂດເລືອກ ຕັ້ງຕົນຜ່ານມານີ້ ເຫັນວ່າມີຫລາຍ ດ້ານຕ້ອງໄດ້ເອົາໃຈໃສ່ແກ້ໄຂ. ໜຶ່ງໃນ ນັ້ນ, ກໍແມ່ນວຽກງານການສຶກສາ ໂດຍພື້ນຖານກໍເຫັນດີຕາມແຜນທີ່ລັດ ຖະບານຈະປັບປຸງຫລັກສູດການຮຽນການສອນຂອງນັກຮຽນຂັ້ນປະຖົມ, ການຈັດຕັ້ງປະຕິບັດນະໂຍບາຍຂອງ ພັກ-ລັດຕໍ່ກັບຄູອາສາສະໝັກ. ໃນໄລຍະ ຜ່ານມາມີຄູອາສາໄປສອນຢູ່ໃນຫລາຍ ເມືອງເປັນເວລາຫລາຍປີແລ້ວ, ແຕ່ ຍັງບໍ່ທັນໄດ້ຮັບເຂົ້າເປັນລັດຖະກອນ ໂດຍຜ່ານການລົງເຄື່ອນໄຫວຂອງຄະ ນະ ສສຊ ຕົນ, ປະຊາຊົນກໍໄດ້ສະເໜີ ວ່າ ປັດຈຸບັນຈຳນວນພະນັກງານຄູທີ່ ອອກກະສຽງບຳນານໃນແຕ່ລະປີມີຈຳ ນວນຫລາຍ, ແຕ່ຕົວເລກລັດຖະກອນ ເຂົ້າໃໝ່ພັດມີໜ້ອຍ ຊຶ່ງຈະພາໃຫ້ຂາດ ແຄນຄູສອນໃນອະນາຄົດ. ພ້ອມນີ້, ມີບາງຄົນໄດ້ສອນມາຫລາຍປີ ແຕ່ບໍ່ ໄດ້ຮັບຕົວເລກເຂົ້າລັດຖະກອນສົ່ງຜົນ ເຮັດໃຫ້ມີແນວຄິດທໍ້ຖອຍທັງຂໍລາອອກ ຈາກຄູອາສາເປັນຈຳນວນຫລາຍ. ຂະ ນະທີ່ປະຊາຊົນກໍເປັນຫ່ວງຫລາຍເຖິງ ດ້ານຄຸນນະພາບການຮຽນ-ການສອນ ຂອງຄູ ຂອງນັກຮຽນໃນເມື່ອຄູສອນມີ ບໍ່ພຽງພໍ. ນີ້ກໍຂໍຝາກໃຫ້ພາກສ່ວນ ກ່ຽວຂ້ອງນຳໄປຄົ້ນຄວ້າ ແລະ ແກ້ໄຂ ຕື່ມ; ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນ ການຂຸດຄົ້ນແຮ່ທາດຕິດພັບກັບການ ເກັບກູ້ໄມ້. ສຳລັບການຂຸດຄົ້ນແຮ່ທາດ ທີ່ໄດ້ອະນຸຍາດໃຫ້ພາກສ່ວນທຸລະກິດ ດຳເນີນກິດຈະກຳຂຸດຄົ້ນແຮ່ທາດ ຊຶ່ງ ຜ່ານມາການຂຸດຄົ້ນຂອງບາງບໍລິສັດ ກໍໄດ້ຫລາຍ, ແຕ່ເມື່ອໄດ້ຮັບການສຳ ປະທານແລ້ວ ປະຊາຊົນຢາກເຂົ້າໄປ ທຳການຜະລິດຕ່າງໆ ຖືວ່າບໍ່ໃຫ້ເຂົ້າໃນ ເຂດສຳປະທານ. ອັນນີ້ໄດ້ສ້າງຄວາມ ຫຍຸ້ງຍາກແກ່ປະຊາຊົນໃກ້ຄຽງເຂດ ສຳປະທານ ບໍ່ມີບ່ອນທຳການຜະລິດ. ພ້ອມນີ້, ມີບາງບ່ອນສຳປະທານໄດ້ຕິດ ກັບປ່າສະຫງວນ ແລະ ມີການສວຍໂອ ກາດຕັດໄມ້ທຳລາຍປ່າເພາະເຂດດັ່ງ ກ່າວໄດ້ຖືກສຳປະທານ, ປະຊາຊົນຈຳ ນວນໜຶ່ງທີ່ເຮັດທຸລະກິດໄມ້ກໍສວຍໂອ ກາດເຂົ້າຕັດໄມ້. ອັນນີ້ ໄດ້ສ້າງຄວາມ ຫຍຸ້ງຍາກແກ່ການປົກປັກຮັກສາປ່າ ໄມ້ແລະຄຸ້ມຄອງໃຫ້ມີຄວາມຍືນຍົງໄດ້; ຂະນະທີ່ການສົ່ງເສີມການຜະລິດ ກໍ ຄວນມີການຄຸ້ມຄອງ ແລະ ສົ່ງເສີມ ການຜະລິດຕິດພັນກັບການກຳນົດລາ ຄາສິນຄ້າໃນທ້ອງຕະຫລາດ, ລັດຖະ ບານກໍມີນະໂຍບາຍກ່ຽວກັບການສົ່ງ ເສີມຜະລິດພາຍໃນເພື່ອທົດແທນການ ນຳເຂົ້າຈາກຕ່າງປະເທດ, ແຕ່ໃນສະ ພາບລວມພາຍໃນປະເທດກໍຄືແຂວງສະ ຫວັນນະເຂດ ເຫັນວ່າຍັງບໍ່ທັນເຂັ້ມ ແຂງ, ເປັນຂະບວນການ, ເປັນລະບົບ ຄົບຊຸດ. ຕໍ່ກັບບັນຫານີ້, ຢາກໃຫ້ລັດ ຖະບານມີສ່ວນຮ່ວມຊຸກແຮງຕໍ່ຂະບວນ ການຜະລິດຕື່ມ. ນອກຈາກນັ້ນ, ກໍໃຫ້ ຂະແໜງການທີ່ກ່ຽວຂ້ອງເພີ່ມທະວີ ການຄຸ້ມຄອງຕະຫລາດສິນຄ້າທີ່ປະຊາ ຊົນລາວສາມາດຜະລິດໄດ້ ໂດຍຫ້າມ ນຳເອົາສິນຄ້າທີ່ຜະລິດໄດ້ເຂົ້າມາຈຳ ໜ່າຍໃນຕະຫລາດລາວເຮົາ. ທ່ານຍັງກ່າວຕື່ມວ່າ: ນອກຈາກທີ່ ກ່າວມານັ້ນແລ້ວ, ການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານ ຄວນເພີ່ມທະວີຄວາມເຂັ້ມງວດໃນການ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບ ຖ້ວມ, ຖືກຕ້ອງຕາມລະບຽບກົດໝາຍ ພ້ອມດຽວກັນນີ້ ເຫັນຄວນໃຫ້ເພີ່ມທະ ວີເຂັ້ມງວດໃນການປະຕິບັດກົດໝາຍ ວ່າດ້ວຍການປະມູນ, ການຈັດຊື້ ຈັດ ຈ້າງ ເພື່ອອັດສ່ອງຫວ່າງການຮົ່ວ ໄຫລຂອງງົບປະມານໃຫ້ຫລຸດລົງເທື່ອ ລະກ້າວ ແລະ ອື່ນໆ. * ປະທານໄກສອນ ພົມວິຫານ ແມ່ນ ຜູ້ນຳທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດ ຊຶ່ງໃນຕະຫລອດ ຊີວິດຂອງເພິ່ນແມ່ນໄດ້ອຸທິດໃຫ້ແກ່ປະ ເທດຊາດ ແລະ ປະຊາຊົນ ເຮັດວຽກ ຢ່າງບໍ່ຮູ້ອິດເມື່ອຍ ໃນພາລະກິດກອບກູ້ ເອກະລາດ ຕ້ານການຮຸກຮານຂອງ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ທີ່ຍືດເຍື້ອຍາວນານ ຈົນສາ ມາດປົດປ່ອຍຊາດ ນຳເອົາຄວາມເປັນ ເອກະລາດ ອິດສະຫລະພາບ ແລະ ຜືນ ແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປວງຊົນ ລາວໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ແລະ ສືບຕໍ່ນຳພາ ປວງຊົນລາວທັງຊາດປະຕິບັດພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ສູ່ຈຸດໝາຍສັງຄົມນິ ຍົມດ້ວຍທ່າກ້າວທີ່ໜັກແໜ້ນ ແລະ ມີ ຜົນສຳເລັດຢ່າງຕໍ່ເນື່ອງ . ປະທານ ໄກສອນ ພົມວິຫານ ແມ່ນ ລູກຮັກຫລານແພງຂອງປະຊາຊົນລາວ ບັນດາເຜົ່າ, ແມ່ນຜູ້ຮັກຊາດນັກປະຕິວັດ ທີ່ຍິ່ງໃຫຍ່ຂອງຊາດ, ວິລະບຸລຸດ, ຜູ້ ນຳຂອງພັກ-ລັດ ທີ່ປີຊາສາມາດສະ ຫລາດສ່ອງໃສ ແລະ ສະດຸ້ງໄວ. ເພິ່ນ ເປັນທັງນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດ, ນັກອອກແບບນະ ໂຍບາຍ ແລະ ວິທີປະຕິວັດທີ່ສະຫລາດ ຄ່ອງແຄ້ວ. ປະທານໄກສອນພົມວິຫານ ເປັນສັນຍະລັກ ແລະ ເປັນແກ່ນສານ ຂອງຄວາມສາມັກຄີພາຍໃນພັກ ແລະ ໃນຊາດ ຊຶ່ງຍາມໃດເພິ່ນກໍໄດ້ເອົາໃຈ ໃສ່ສ້າງ ແລະ ເພີ່ມທະວີຄວາມສາມັກ ຄີປອງດອງລະຫວ່າງເຜົ່າ, ຄວາມເປັນ ປຶກແຜ່ນພາຍໃນຊາດ ແລະ ຄວາມເປັນ ເອກະພາບພາຍໃນພັກ; ເພິ່ນເປັນຜູ້ນຳ (ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ) ທີ່ມີດ້ວຍຄຸນສົມບັດສິນທຳປະຕິວັດອັນ ສູງສົ່ງ, ມີທັດສະນະມະຫາຊົນກວ້າງ ຂວາງ, ເປັນຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດ ແບບງ່າຍດາຍ, ປະຢັດ ແລະ ບໍລິສຸດ ປອດໃສຂາວສະອາດ. ເພິ່ນຍັງແມ່ນ ນັກເຄື່ອນໄຫວສາກົນຜູ້ດີເດັ່ນ, ເປັນຜູ້ ວາງແຜນແນວທາງ ແລະ ເປັນແບບ ຢ່າງປະຕິບັດແນວທາງຕ່າງປະເທດ ຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດ ບາດໃນເວທີສາກົນນັບມື້ສູງເດັ່ນ. ຕະຫລອດໄລຍະ 47 ປີ ແຫ່ງການ ສ້າງສາແລະພັດທະນາປະເທດຊາດປະ ເທດເຮົາໄດ້ຜະເຊີນກັບສະພາບຄວາມ ຫຍຸ້ງຍາກທົດສອບຫລາຍປະການ ແຕ່ພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ພວກເຮົາຜ່ານ ຜ່າມາໄດ້ຢ່າງມີໄຊ; ຍິ່ງໃນສະພາບ ຄວາມຮຽກຮ້ອງຕ້ອງການໃໝ່ທີ່ມີ ຄວາມຫຍຸ້ງຍາກນີ້ໄດ້ຮຽກຮ້ອງໃຫ້ ພວກເຮົາຕ້ອງຕັ້ງໜ້າຮ່ຳຮຽນ ແລະ ສືບ ທອດມໍລະດົກອັນລ້ຳຄ່າຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ດ້ວຍ ການຕັ້ງໜ້າສືບຕໍ່ສ້າງບາດກ້າວບຸກ ທະລຸທາງດ້ານຈິນຕະນາການຢ່າງ ແຂງແຮງດ້ວຍການສັງລວມເອົາທັດ ສະນະແນວຄິດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງ ປະທານໄກສອນ ພົມວິຫານມາເປັນ ແບບຢ່າງດ້ານການຝຶກຝົນຫລໍ່ຫລອມ ຕົນເອງ ໃຫ້ເປັນສະມາຊິກພັກ, ພະນັກ ງານທີ່ດີເດັ່ນເປັນແບບຢ່າງນຳໜ້າໃນ ການພາລະກິດປະຕິວັດ ໃນໄລຍະໃໝ່ ໃຫ້ບັນລຸຜົນຕາມລະດັບຄາດໝາຍທີ່ ວາງໄວ້. ພ້ອມກັນເດັດດ່ຽວຍຶດໝັ້ນໃນ ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ, ປະຕິບັດສອງໜ້າທີ່ ຍຸດທະສາດ ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ; ຍຶດໝັ້ນ ການສ້າງພັກ-ພະນັກງານ ເພື່ອເພີ່ມທະ ວີຄວາມສາມາດກຳອຳນາດ, ລັກສະນະ ເປັນແບບຢ່າງນຳໜ້າ ແລະ ກຳລັງແຮງ ສູ້ຮົບຂອງພັກ ໃຫ້ສາມາດເຮັດສຳ ເລັດພາລະກິດປະຫວັດສາດ; ເພີ່ມທະວີ ຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມຕາມທິດພັກນຳພາ, ລັດ ຄຸ້ມຄອງດ້ວຍກົດໝາຍ ແລະ ປະຊາຊົນ ເປັນເຈົ້າເຂົ້າຮ່ວມເຮັດໃຫ້ສັງຄົມມີ ຄວາມສະຫງົບ, ສາມັກຄີເປັນ ປຶກແຜ່ນ ແໜ້ນ ແລະ ມີການພັດທະນາດ້ວຍ ຄວາມໜັກແໜ້ຕໍ່ເນື່ອງ; ຕັ້ງໜ້າປະຕິ ບັດແນວທາງການຕ່າງປະເທດສັນຕິ ພາບ ເອກະລາດ ມິດຕະພາບ ແລະການ ຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ໂດຍ ສະເພາະກັບປະເທດເພື່ອນມິດຍຸດທະ ສາດ, ບັນດາປະເທດໃກ້ຄຽງກໍ່ຄືບັນດາ ປະເທດອາຊຽນ, ອົງການຈັດຕັ້ງສາ ກົນ ແລະ ປະເທດເພື່ອນມິດທົ່ວໂລກ ຊຶ່ງ ແມ່ນຄວາມຈຳເປັນພາວະວິໄສ ເພື່ອ ສ້າງເປັນກຳລັງແຮງສັງລວມເຂົ້າໃນ ພາລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດຂອງພວກເຮົາ. ທ່ານ ໄກສອນ ພົມວິຫານ ລົງຢ້ຽມຢາມ ແລະ ຮ່ວມພີທີລະນຶກວັນປະກາດ ເອກະລາດ 12 ຕຸລາ ປີ 1970 ພະນັກງານຫະຫານ ແລະ ປະຊາຊົນບັນດາເຜົ່າ ແຂວງຊຽງຂວາງ ນັບໝື່ນໆຄົນໃຫ້ການຂ່ຳນັບຮັບຕອ້ນແກ່ສະຫາຍ ຢ່າງສຸໃຈ!

RkJQdWJsaXNoZXIy MTc3MTYxMQ==