5513

ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 09.12.2022 ປີທີ 21 ສະບັບທີ 5.513 -q ,g-u poE.9;a o-kfmu @ ma o;k \A opn oK ]a f4t,q o8u dko7h k -U c9' dko75h ,7v'ly o7h k 8+ ll- ]a f9tg]a j 'cdh w0 3d8k]a f4tdvo  ອ່ານຕໍ່ໜ້າ 2 ]a f4t,q o8u dkog'y o -U c9'8+ 7e-a d4k,0v' lldkoxt8y [a f ;k]tcsj '-kf ,u zq oleg]a fs]kpfh ko rtik-k va 'iu csj 'ik-tvkok9a d ]5 d-e[;d ln [8+ 1h P,1k,37'dko-j ;pgs]n v 16j c0;';P'9a o ການນຳເຂົ້າ-ສົ່ງອອກ ແລະ ການສົ່ງ ເສີມວິສາຫະກິດ-ການຄຸ້ມຄອງກອງ ທຶນສົ່ງເສີມຈຸນລະວິສາຫະກິດ ແລະ ທຸລະກິດຂະໜາດກາງ-ຂະໜາດນ້ອຍ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ມະໄລ ທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງ ແລະ ແລກປ່ຽນ ໃນກອງປະຊຸມສະໄໝ ສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ວ່າ: ເລີ່ມແຕ່ກາງປີ 2022 ເປັນຕົ້ນມາ ໄດ້ມີສະພາບການຂາດແຄນນ້ຳມັນເຊື້ອ ໄຟເປັນວົງກວ້າງ, ປ້ຳນ້ຳມັນຫລາຍ ປ້ຳຫລາຍແຫ່ງໄດ້ປິດບໍລິການ. ເບິ່ງ ລວມແລ້ວສາເຫດ ແລະ ປັດໄຈ ຂອງ ການຂາດແຄນນ້ຳມັນ ໃນໄລຍະຜ່ານ ມາ ແມ່ນມີທັງປັດໄຈພາຍໃນ ແລະ ເງິນ ໄດ້ຊີ້ແຈງຕໍ່ບັນຫາທີ່ບັນດາສະມາ ຊິກສະພາແຫ່ງຊາດ (ສສຊ) ໃຫ້ຄວາມ ສົນໃຈ ເປັນຕົ້ນແມ່ນການສະຫລຸບຂາດ ຕົວປີ 2021, ງົບປະມານຂາດຕົວທັງ ລາຍຮັບ ແລະ ລາຍຈ່າຍ, ຕົວເລກຄາດ ໝາຍ ປີ2022 ແລະ ລາຍຮັບປີ2022. ທ່ານ ບຸນໂຈມ ອຸບົນປະເສດ ໄດ້ຊີ້ ໃຫ້ເຫັນວ່າ: ຕໍ່ບັນຫາທີ1ການສະຫລຸບ ຂາດຕົວປີ 2021, ງົບປະມານຂາດຕົວ ທັງລາຍຮັບ ແລະ ລາຍຈ່າຍນັ້ນສາມາດ ສະຫລຸບໄດ້ວ່າ ພວກເຮົາສາມາດປະຕິ ບັດ ແຜນການລາຍຮັບ 2021 ລື່ນແຜນ ໄດ້4%ທຽບໃສ່2020ລື່ນແຜນ26% ເຊິ່ງ 2021 ເປັນປີທີ່ເຮົາຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດແຜນງົບປະ ມານ ຈາກການລະບາດຂອງພະຍາດ ໂຄວິດ-19 ແກ່ຍາວໜັກສົມຄວນແຕ່ ຂປລ. ໃນວາລະດຳເນີນຂອງກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການ ຂປລ. ບາງບັນຫາໃຫຍ່ກຳລັງເຄັ່ງ ຮ້ອນ ທີ່ບັນດາສະມາຊິກສະພາແຫ່ງ ຊາດກໍຄືສັງຄົມໃຫ້ຄວາມສົນໃຈຫລາຍ ເພື່ອໃຫ້ລັດຖະບານ ກໍຄື ກະຊວງທີ່ກ່ຽວ ຂ້ອງຕ້ອງຫາວິທີແກ້ໄຂ ໂດຍສະເພາະ ການສະໜອງນ້ຳມັນເຊື້ອໄຟ, ການ ຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງ ປັດຈຸບັນ (1 ປີ 3 ເດືອນ) ໄດ້ມີຜົນສຳເລັດໃນຫລາຍດ້ານ ເຊິ່ງແຕ່ລະພາກສ່ວນ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ໄດ້ມີຄວາມພະຍາຍາມຜັນຂະຫຍາຍເນື້ອໃນຂອງວາລະ ແຫ່ງຊາດດັ່ງກ່າວ ເຂົ້າສູ່ວຽກງານຂອງຕົນດ້ວຍການ ກຳນົດວຽກຈຸດສຸມແຕ່ລະດ້ານ ທີ່ຕິດພັນກັບຄວາມຮັບ ຜິດຊອບຂອງຕົນ ໂດຍອີງໃສ່ 3 ຫລັກການທີ່ໄດ້ກຳນົດ ໄວ້ ໃນວາລະແຫ່ງຊາດສະບັບນີ້ ເຊິ່ງປະກອບມີ: ຫລັກການ ເດັດຂາດ, ໂປ່ງໃສແລະ ເປັນມືອາຊີບ ເພື່ອສ້າງເງື່ອນໄຂຊຸກ ຍູ້ການຂະຫຍາຍຕົວຂອງຖານການຜະລິດ ແລະ ບໍລິການ ພາຍໃນ, ສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ປະຢັດງົບ ປະມານ ແນໃສ່ແກ້ໄຂສະພາບຄ່ອງຂອງເສດຖະກິດ ແລະ ຫລຸດຜ່ອນຄວາມກົດດັນດ້ານໜີ້ສິນສາທາລະນະ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດຊຸດທີIXໃນວັນທີ8ທັນວາ2022ບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ນັບແຕ່ ເດືອນສິງຫາ 2021 dtly dvomqj ;c0;'[= ]y 7ewgda [d6h g0Q kokxu leg]a f ຂປລ. ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍ ໃນໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ ຂປລ. ຜ່ານການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ຂອງ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ນັບແຕ່ເດືອນສິງຫາ 2021 ເຖິງ -6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko  ອ່ານຕໍ່ໜ້າ 4 ຂປລ. ບັນດາຜູ້ຕາງໜ້າຂະແໜງ ສາທາລະນະສຸກ ຈາກບັນດາປະເທດ ອາຊຽນ ເຂົ້າຮ່ວມປຶກສາຫາລືແລກ ປ່ຽນບົດຮຽນ,ປະສົບການກ່ຽວກັບການ ໂຕ້ຕອບ-ການປ້ອງກັນພະຍາດ ໂຄວິດ19, ບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆຂອງແຕ່ລະປະເທດ ເພື່ອແລກປ່ຽນໃນກອງປະຊຸມການ ຮ່ວມມືດ້ານວັກຊິນ ໃນຂົງເຂດອີນໂດz6h 8k'|h kxtgmfvk-Po sk]n dkoIa [,n da [rtpkf]t[kf ປາຊີຟິກ ຄັ້ງທີ 2 ໃນວັນທີ 7 ທັນວາ 2022 ທີ່ນະຄອນຫລວງໂຊ ສ ເກົາຫລີ ເຊິ່ງຝ່າຍ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ກອງໄຊ ພູນແພງຮັກ ຫົວໜ້າ ພະແນກຢາວັກຊິນປ້ອງກັນພະຍາດສູນ ສຸຂະພາບແມ່ ແລະ ເດັກ ກະຊວງສາທາ ລະນະສຸກ. ການດຳເນີນກອງປະຊຸມຄັ້ງນີ້, 7 ທັນວາ 2022 ວ່າ: ສຳລັບບັນ ຫາການແກ້ໄຂໂກຕາ ລັດຖະກອນຄູ ທີ່ຂາດເຂີນ ແລະ ອາສາສະໝັກ ທີ່ຍັງມີ ຈຳນວນຫລາຍ ໃນແຕ່ລະແຂວງ ເຊິ່ງ ອີງຕາມສະຖິຕິກ່ຽວກັບລັດຖະກອນ ປີ 2022 ທົ່ວປະເທດ ມີພະນັກງານລັດຖະກອນ ທັງໝົດ 175.058 ຄົນ, ຍິງ 83.066 ຄົນ; ໃນນັ້ນ, ລັດຖະ ກອນຄູ ມີຈຳນວນ 72.602 ຄົນ, ຍິງ 39.423 ຄົນ ກວມເອົາ 42% ແລະ ລັດຖະກອນແພດ ມີຈຳນວນ 15.907 ຄົນ, ຍິງ 10.828 ຄົນ ກວມເອົາ 9% ຂອງຈຳນວນລັດຖະກອນທົ່ວປະເທດ. ຜ່ານມາ ເຖິງແມ່ນວ່າລັດຖະບານ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ,v[gIn vo16j 4k;vo 700 s]a ' .sh z6h xtlq [wrry [a f 16j g,n v'lt|k,wຂປລ. ແຂວງອັດຕະປື ໄດ້ຈັດພິທີ ມອບ-ຮັບ ເຮືອນຢູ່ຖາວອນ ຈໍານວນ 700 ຫລັງ, ໃຫ້ປະຊາຊົນທີ່ປະສົບໄພ ພິບັດ ຢູ່ເມືອງສະໜາມໄຊ ຊຶ່ງພິທີຈັດ ຂຶ້ນໃນວັນທີ 7 ທັນວາ 2022 ທີ່ບ້ານ ດົງບາກໃໝ່ຫີນຄໍາ, ໂດຍເປັນກຽດເຂົ້າ ຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາ ຊົນເຂົ້າຮ່ວມ. ເຫດການສັນເຂື່ອນໄຟຟ້າເຊ ປຽນເຊນໍ້ານ້ອຍແຕກ ຄັ້ງວັນທີ 23 ກໍລະກົດ  ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/12/2022 xtgmf]k; ພະຣາຊາ... ຂປລ. ໃນວັນທີ 7 ທັນວາ 2022 ນີ້, ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະ ອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມບັນດາ ໂຄງການຊ່ວຍເຫລືອຂອງລຸກຊໍາບວກ ຢູ່ແຂວງວຽງຈັນ, ໂດຍໄດ້ເລີ່ມຕົ້ນຢ້ຽມ ຢາມໂຮງໝໍແຂວງວຽງຈັນ ຫລື ໂຮງ ໝໍມາເຣຍເຕເຣຊາ(Maria-Teresa) ຢູ່ເມືອງວຽງຄໍາ ໂດຍການຮັບຕ້ອນ ຈາກທ່ານຄໍາພັນສິດທິດໍາພາ ເຈົ້າແຂວງ ວຽງຈັນ ພ້ອມດ້ວຍການນໍາແຂວງ ແລະ ພະນັກງານແພດໝໍຈໍານວນໜຶ່ງ. ໃນໂອກາດດັ່ງກ່າວ, ສົມເດັດ ພະຣາຊາ ອັງຣີ ໄດ້ຮັບຟັງການລາຍ ງານຫຍໍ້ກ່ຽວກັບສະພາບໂດຍລວມ, ການໃຫ້ບໍລິການໃນໄລຍະຜ່ານມາ ແລະ ແຜນການພັດທະນາ ໂຮງໝໍໃນອະ ນາຄົດ, ພ້ອມທັງຢ້ຽມຊົມຫ້ອງປະຕິບັດ ການຕ່າງໆ ແລະ ຢ້ຽມຢາມຄົນເຈັບຢູ່ ໂຮງໝໍດັ່ງກ່າວ, ໂຮງໝໍແຫ່ງນີ້ໄດ້ຮັບ ການສະໜັບສະໜູນການກໍ່ສ້າງຈາກ ລັດຖະບານລຸກຊໍາບວກ ໃນປີ 1998 ໂດຍໄດ້ເປີດໃຫ້ບໍລິການ ໃນປີ 2000 ແລະ ໄດ້ຈັດພິທີເປີດນຳໃຊ້ຢ່າງເປັນ ທາງການ ໃນປີ2003 ໃນໂອກາດການ ເດີນທາງຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ພະຣາຊິນີ ມາເຣຍ ເຕເຣຊາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ໄດ້ໃສ່ຊື່ໂຮງໝໍຫລັງດັ່ງກ່າວໃນ ນາມຊື່ຂອງສົມເດັດ ພະຣາຊິນີ ເພື່ອ ເປັນສັນຍະລັກແຫ່ງການຊ່ວຍເຫລືອ. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມໂຮງ ຮຽນພະຍາບານສາດ ເຕັກນິກແຂວງ ວຽງຈັນ ໂດຍໄດ້ຢ້ຽມຊົມບັນດາຫ້ອງ ຮຽນ, ເບິ່ງການສິດສອນ ແລະ ຫ້ອງ ພາກສະແດງ, ພ້ອມທັງໄດ້ໃຫ້ກຽດ ປູກຕົ້ນໄມ້ ທີ່ເດີ່ນດ້ານໜ້າຂອງໂຮງ ຮຽນ ເພື່ອເປັນອານຸສອນໃຫ້ແກ່ໂຮງ ຮຽນດັ່ງກ່າວ. ຕໍ່ມາ, ກໍໄດ້ເດີນທາງໄປ ຢ້ຽມຢາມໂຮງແຮມແລະ ຮ້ານອາຫານ ຝຶກປະຕິບັດ ເດີ ອະຄາເດມີ້ ຢູ່ເມືອງວັງ ວຽງ ເຊິ່ງເປັນສູນ ແລະ ທັງເປັນບ່ອນ ຝຶກອົບຮົມທັກສະດ້ານການບໍລິຫານ ໂຮງແຮມ, ການເຮັດອາຫານ ແລະ ການສ້າງຂີດຄວາມສາມາດດ້ານພາ ສາຕ່າງປະເທດໃນການບໍລິການ ແລະ ການຕ້ອນຮັບຕ່າງໆໃຫ້ແກ່ນັກທ່ອງ ທຽວ ພາຍໃຕ້ໂຄງການຝຶກທັກສະດ້ານ ການທ່ອງທ່ຽວ (ໂຄງການ ລາວ/ 029). ໂຮງແຮມ ແລະ ຮ້ານອາຫານ ຝຶກປະຕິບັດນີ້ ແມ່ນເປັນບ່ອນຝຶກວິຊາ ຊີບທີ່ມີປະສິພາບ ແລະ ປະສິດທິຜົນເປັນ ຢ່າງດີ. ແຂວງວຽງຈັນ ເປັນແຂວງໜຶ່ງທີ່ ນອນຢູ່ໃນຫລາຍໂຄງການຊ່ວຍເຫລືອ ເພື່ອການພັດທະນາຂອງລຸກຊໍາບວກ ເປັນຕົ້ນ ໂຄງການສະໜັບສະໜູນຂະ ແໜງສາທາລະນະສຸກ (ໂຄງການ ລາວ/027) ທີ່ໄດ້ໃຫ້ທຶນຊ່ວຍເຫລືອ ປິ່ນປົວຜູ້ທຸກຍາກ ໂດຍບໍ່ໄດ້ເສຍຄ່າ ພາຍໃຕ້ກອງທຶນສຸຂະພາບ ສໍາລັບຜູ້ ທຸກຍາກ (ກສທ) ຢູ່ແຂວງວຽງຈັນ, ເຊິ່ງໃນໄລຍະທີ 1 (2014-2016) ມີມູນຄ່າ 114.700 ໂດລາສະຫະລັດ ຫລື ປະມານ 922 ລ້ານກີບ ແລະ ໄລ ຍະທີ 2 (2017-2017) ມີມູນຄ່າ 1.5 ຕື້ກວ່າກີບ; ໃນນັ້ນ, ຝ່າຍລາວ ໄດ້ສົມທົບທຶນ 20% ເພື່ອຊ່ວຍຄົນເຈັບ ທຸກຍາກອານາຖາ ລວມທັງແມ່ຍິງ ແລະ ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 5 ປີ ຢູ່ແຂວງວຽງຈັນ. ໂຄງການດັ່ງກ່າວ ຍັງໃຫ້ການຊ່ວຍເຫລືອທາງດ້ານວຽກ ງານສະຖິຕິແບບອອນລາຍ, ວຽກງານ ປະກັນສຸຂະພາບ ແລະ ດ້ານບໍລິການ. ນອກຈາກນັ້ນ, ຍັງມີໂຄງການພັດທະ ນາທ້ອງຖິ່ນ (ໂຄງການ ລາວ/030) ທີ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ຂົງເຂດການປົກຄອງ, ການພັດທະນາ ຊົນນະບົດ ແລະ ການເຂົ້າເຖິງພື້ນຖານ ໂຄງລ່າງ. ໃນຕອນບ່າຍວັນດຽວກັນ, ສົມເດັດ ພະຣາຊາ ອັງຣີ ແລະ ຄະນະ ກໍໄດ້ເດີນ ທາງກັບຄືນນະຄອນຫລວງວຽງຈັນ ແລະ ໄດ້ໄປຢ້ຽມຊົມ ບໍລິສັດ ຫັດຖະກໍາ ຕໍ່າແຜ່ນແພ ລາວ ຈໍາກັດ ຕື່ມອີກ. ພາບ:ອ່າຍຄຳ ການປະຕິບັດ... ເຖິງປັດຈຸບັນ ໂດຍໄດ້ອີງໃສ່ 3 ຫລັກ ການດັ່ງກ່າວ ເຫັນວ່າມີຜົນສຳເລັດ ຫລາຍດ້ານເປັນຕົ້ນ ຫລັກການຄວາມ ເດັດຂາດ, ລັດຖະບານ ໄດ້ຕັດສິນໃຈ ຈັດຕັ້ງປະຕິບັດບັນດາໂຄງການທົດ ລອງຂຸດຄົ້ນແຮ່ທາດ, ໂຄງການທົດ ລອງຂຸດຄົ້ນ ແລະ ແລກປ່ຽນຊື້-ຂາຍ ເງິນຄິບໂຕຣ ແລະ ປະຕິຮູບວິທີການ ເກັບລາຍຮັບທີ່ມີການຮົ່ວໄຫລຈຳນວນ ໜຶ່ງ ເຊິ່ງໄດ້ສ້າງເງື່ອນ ໄຂໃນການມອບ ພັນທະງົບປະມານ ເພີ່ມຂຶ້ນຈຳນວນ ໜຶ່ງ. ພ້ອມນັ້ນ, ຍັງເດັດຂາດຈຳກັດລາຍ ຈ່າຍງົບປະມານບໍລິຫານ ທີ່ບໍ່ຈໍາເປັນ ແລະ ຟຸມເຟືອຍ ລວມທັງໄດ້ປັບປຸງ ການຄຸ້ມຄອງລົດຂອງລັດຕາມທິດປະ ຢັດ, ເດັດຂາດແກ້ໄຂບັນຫາຕິດພັນກັບ ການຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະ ຕັດສິນໃຈຈໍາກັດບັນດາ ຮ້ານແລກປ່ຽນໃຫ້ຄ່ອຍໆໝົດໄປ ແລະ ຫັນໄປສູ່ຮ້ານແລກປ່ຽນຕົວແທນ,ໜ່ວຍ ບໍລິການ (ປ່ອງບໍລິການ) ຂອງທະນາ ຄານທຸລະກິດ, ສຸມໃສ່ປະຕິຮູບລັດວິສາ ຫະກິດ ແລະ ທະນາຄານທຸລະກິດລັດ ທີ່ດຳເນີນທຸລະກິດບໍ່ມີປະສິດຜົນກ້າວ ໄປສູ່ຮູບແບບໃໝ່ທີ່ບໍ່ສ້າງໜີ້ສິນໃຫ້ ລັດຖະບານ; ຕັດສິນໃຈປັບປຸງກົນໄກ ການອະນຸມັດການລົງທຶນ ເປັນຕົ້ນການ ປັບປຸງຮູບແບບການອະນຸມັດການລົງ ທຶນໃໝ່. ພ້ອມນັ້ນ, ຍັງເດັດຂາດໃນການ ຫລຸດຈຳນວນກົງຈັກລັດ ແລະ ຈໍາກັດ ໂກຕ້າພະນັກງານໃໝ່ ຕາມທິດກະທັດ ຮັດ ແລະ ປະຢັດ. ສຳລັບ ຫລັກການຄວາມໂປ່ງໃສ, ລັດຖະບານ ໄດ້ເປີດໂອກາດຮັບຟັງຄຳ ຄິດຄຳເຫັນຈາກພາກສ່ວນຕ່າງໆ ຕໍ່ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງ ຊາດ ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນ ໃນການປັບປຸງບັນດາວຽກຈຸດສຸມຂອງ ວາລະແຫ່ງຊາດ ໃຫ້ໄປຕາມແຜນການ. ພ້ອມນັ້ນ, ໃນໂຄງການຕ່າງໆທີ່ມີ ຄວາມສຳຄັນ ກໍໄດ້ແຕ່ງຕັ້ງຄະນະສະ ເພາະກິດ ເພື່ອຄັດເລືອກເອົາບໍລິສັດ ທີ່ມີມາດຖານເງື່ອນໄຂເຂົ້າມາດຳ ເນີນການ ລວມທັງມີການປະມູນຕາມ ມາດຖານເງື່ອນໄຂຂອງແຕ່ລະໂຄງ ການທີ່ໄດ້ກໍານົດໄວ້, ພ້ອມທັງ ໄດ້ພະຍາ ຍາມຫັນເປັນທັນສະໄໝໃນການຄຸ້ມ ຄອງການເກັບລາຍຮັບ ແລະ ລາຍຈ່າຍ ງົບປະມານ ເຊິ່ງສະແດງອອກ ໃນການ ຂະຫຍາຍການນໍາໃຊ້ເຄື່ອງມືທັນສະໄໝ ລະບົບແຈ້ງອາກອນ (TaxRis) ແລະ ພາສີ(ASYCUDA) ແລະ ການນໍາ ໃຊ້ລະບົບຊຳລະດ້ານລາຍຮັບຜ່ານລະ ບົບທະນາຄານຫລາຍຂຶ້ນ. ພ້ອມນັ້ນ, ໄດ້ ຊຸກຍູ້ໃຫ້ແຕ່ລະພາກສ່ວນທີ່ຕິດພັນການ ຄຸ້ມຄອງຖານລາຍຮັບ ເຊື່ອມໂຍງຂໍ້ມູນ ເພື່ອຂະຫຍາຍຖານລາຍຮັບທີ່ມີທ່າ ແຮງ ແລະ ໝັ້ນຄົງ ເປັນຕົ້ນທີ່ດິນ, ຊັບ ສິນລັດ ແລະ ຫົວໜ່ວຍແຮງງານ. ສ່ວນດ້ານຫລັກການຄວາມເປັນມື ອາຊີບ, ໄດ້ອອກມະຕິ 07/ລບ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃນການ ຈັດຕັ້ງຜັນຂະຫຍາຍ ມະຕິຂອງສະພາ ແຫ່ງຊາດກ່ຽວກັບການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຈັດຕັ້ງປະຕິບັດຄຳສັ່ງ01/ກມສພ, ມະຕິ03/ສພຊ ເພື່ອຊຸກຍູ້ບັນດາຂະ ແໜງການທັງຂັ້ນສູນກາງ ແລະ ທ້ອງ ຖິ່ນປະຕິບັດວຽກຈຸດສຸມຂອງຕົນ, ພ້ອມ ທັງກໍານົດມາດຖານເງື່ອນໄຂຕ່າງໆ ສໍາລັບການຈັດຕັ້ງປະຕິບັດແຕ່ລະໂຄງ ການ. ນອກນີ້, ຍັງໄດ້ຍາດແຍ່ງຄວາມ ຄິດເຫັນ ຂອງຜູ້ປະກອບການ ລວມທັງ ຈາກຊ່ຽວຊານຂອງເພື່ອນມິດຕ່າງໆ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນດ້ວຍຮູບການຕ່າງໆທີ່ເໝາະ ສົມ ແລະ ໄດ້ປັບປຸງ, ສັບຊ້ອນພະນັກ ງານໃນແຕ່ລະລະດັບ ທີ່ມີຄວາມຮູ້ ຄວາມສາມາດ ເຂົ້າສູ່ຕຳແໜ່ງທີ່ສຳຄັນ ໃນແຕ່ລະຂະແໜງການຕົ້ນຕໍ ທີ່ຮັບຜິດ ຊອບວຽກງານຈຸດສຸມຂອງວາລະແຫ່ງ ຊາດ. ຂ່າວ: ທະນູທອງ ພາບ: ອ່າຍຄຳ ລັດຖະມົນຕີ ການເງິນ... ເພື່ອເປັນບ່ອນອີງໃນການສົມທຽບ, ເປັນຕົວຊີ້ວັດໄດ້ມີການສົມທຽບ 2022 ກັບ 2021, ປີ 2021 ຈຶ່ງຫຍຸ້ງ ຍາກຖ້າທຽບ 2020 ແຕ່ກໍ່ສາມາດ ຜ່ານຜ່າມາໄດ້; ສຳລັບການປະຢັດລາຍ ຈ່າຍໃນປີ 2021 ໃນມູນຄ່າ 2 ພັນ ກວ່າຕື້ນີ້ ດ້ວຍນະໂຍບາຍທີ່ຕິດພັນກັບ ບັນຫານການແພ່ລະບາດຂອງພະ ຍາດໂຄວິດ-19 ເຊິ່ງພວກເຮົາບໍ່ໄດ້ມີ ການຈັດການປະຊຸມ, ບໍ່ມີການເດີນທາງ ໄກ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງ ເຮັດໃຫ້ສາມາດປະຢັດລາຍຈ່າຍງົບ ປະມານບໍລິຫານລົງ 2 ພັນກວ່າຕື້. ທັງໄດ້ມີການຕົກລົງກັນໃນເວລານັ້ນ ປີ 2021 ສູນກາງຕັດ 15%, ທ້ອງຖິ່ນຕັດ 10% ຈາກລາຍຈ່າຍທີ່ບໍ່ໄດ້ປະຕິບັດ, ນອກນັ້ນ ຍັງມີລາຍຈ່າຍໂຄງການດັດ ສົມສົ່ງເສີມ ທີ່ບໍ່ໄດ້ມີການປະຕິບັດຍ້ອນ ມີການປິດປະເທດໃນເວລານັ້ນ ສະນັ້ນ ລາຍຈ່າຍທັງໝົດຈຶ່ງບໍ່ໄດ້ປະຕິບັດ ແລະ ປະຢັດລາຍຈ່າຍໄປໃນຕົວ. ສຳລັບ ບັນ ຫາທີ 2 ຕໍ່ກັບຕົວເລກຄາດໝາຍ ປີ 2022 ຄະນະປະຈຳສະພາແຫ່ງຊາດ ກໍໄດ້ມີຂໍ້ເຈາະຈີ້ມ ໂດຍລາຍຮັບພວກ ເຮົາຈະລື່ນແຜນປະມານ 2-6% ຕາມ ການຄາດຄະເນ, ຖ້າທຽບໃສ GDP ແມ່ນມີ 2 ຕົວເລກ, ຕົວເລກໜຶ່ງແມ່ນ ຕາມມະຕິສະພາແຫ່ງຊາດ ທີ່ສາມາດ ບັນລຸໄດ້16,88%, ຖ້າທຽບໃສ່ຕົວເລກ GDP ໃໝ່ແມ່ນ 15%. ສ່ວນໃນປີ 2023 ແມ່ນເຫັນດີໃຫ້ເອົາຕົວເລກ ດຽວສົມທຽບ. ທ່ານ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ອີກວ່າ: ສຳລັບບັນຫາທີ່ຕິດພັນ ກັບລາຍຮັບປີ 2022 ນີ້, ລາຍຮັບທີ່ຈັດ ເກັບບໍ່ໄດ້ແມ່ນເປັນລາຍຮັບທີ່ຕິດພັນກັບ ການນຳເຂົ້ານ້ຳມັນເຊື້ອໄຟ ເຊິ່ງໃນປີ 2021 ໄດ້ໄລ່ເຂົ້າງົບປະມານໃນປີ 2022 ແລ້ວ ໂດຍສະເພາະແມ່ນມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ ດ້ວຍການນະໂຍບາຍ ເພື່ອຊ່ວຍໜູນ ລາຄານ້ຳມັນຈຳໜ່າຍໃຫ້ແກ່ສັງຄົມ ໂດຍສະເພາະແມ່ນພໍ່ແມ່ປະຊາຊົນ, ພະ ນັກງານ, ທະຫານ, ຕຳຫລວດ ແມ່ນ ຫລຸດອັດຕາອາກອນຊົມໃຊ້, ໂຈະການ ຊົມໃຊ້ ເຊິ່ງລັດຖະບານໄດ້ສູນເສຍລາຍ ຮັບ 2.818 ຕື້ກີບ ຍ້ອນໄດ້ອຸດໜູນໂດຍ ກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ໄດ້ເຊັນຮັບເຂົ້າໃນມະຕິຂອງ ສະພາແຫ່ງຊາດ ເຊິ່ງລາຍຮັບປີ 2022 ເປັນປີທີ່ໜັກໜ່ວງກວ່າປີ 2021, ນອກ ຈາກມີການແພ່ລະບາດຂອງພະຍາດ ໂຄວິດ-19 ທີ່ແກ່ຍາວແລ້ວ, ກິດຈະ ການຫລາຍແຫ່ງໄດ້ມີການຢຸດສະງັກ ໂດຍສະເພາະແມ່ນໂຮງແຮມ, ເຮືອນ ພັກ, ຮ້ານອາຫານ, ການຂົນສົ່ງ. ແຕ່ ແນວໃດກໍຕາມ ລັດຖະບານ ກໍໄດ້ຄົ້ນ ຄວ້າທຸກວິທີທາງ, ນຳໃຊ້ທຸກກົນໄກ ທ່າແຮງບົ່ມຊ້ອນ ເຮັດດ້ວຍຄວາມຮັບ ຜິດຊອບສູງ ສາມາດປະຄັບປະຄອງ ເຮັດໃຫ້ລາຍຮັບຂອງພວກເຮົາມີອັນ ຊົດເຊີຍ ໂຕທີ່ສູນເສຍໄປ. ຂ່າວ: ສົມຫວັງ; ພາບ: ຂັນໄຊ ໄດ້ເອົາໃຈໃສ່ວຽກງານປັບປຸງກົງຈັກ ການຈັດຕັ້ງໃຫ້ກະທັດຮັດ, ກຳນົດຕຳ ແໜ່ງງານໃຫ້ມີປະສິດທິພາບ ແລະ ແບ່ງຕົວເລກລັດຖະກອນໃໝ່ ໃຫ້ບັນດາ ຂະແໜງການຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນແຕ່ລະປີ, ແຕ່ເຫັນ ວ່າຄວາມຕ້ອງການຂອງລັດຖະກອນ ໃໝ່ແມ່ນຍັງສູງ ເນື່ອງຈາກຂໍ້ຫຍຸ້ງຍາກ ລວມທາງດ້ານເສດຖະກິດ, ລັດຖະບານ ຈຶ່ງໄດ້ອະນຸມັດໂກຕາລັດຖະກອນໃໝ່ ໃນແຕ່ລະປີ ມີຂອບເຂດຈຳກັດ ແລະ ມີຫລາຍພາກສ່ວນສືບຕໍ່ຮັບເອົາອາ ສາສະໝັກ ເຂົ້າໃນການຈັດຕັ້ງແຕ່ລະ ຂັ້ນຢ່າງຕໍ່ເນື່ອງພາໃຫ້ຕົວເລກອາສາ ສະໝັກເພີ່ມຂຶ້ນທຸກປີ. ປັດຈຸບັນ ມີຫລາຍກະຊວງອົງການ ແລະ ບັນດາແຂວງ, ນະຄອນຫລວງ ໄດ້ສຳເລັດການກຳນົດຕຳແໜ່ງງານ ຂອງຕົນໂດຍພື້ນຖານ. ກະຊວງພາຍໃນ ໄດ້ກວດກາ ແລະ ພິຈາລະນາອະນຸມັດ ຮັບຮອງເອົາຜົນການກຳນົດຕຳແໜ່ງ ງານ ຂອງພາກສ່ວນຕ່າງໆໄດ້ຈຳນວນ 518 ຫົວໜ່ວຍ ໃນນັ້ນຂັ້ນສູນກາງ ມີ 132 ຫົວໜ່ວຍ ເທົ່າກັບ 28,75%, ຂັ້ນແຂວງມີ 121 ຫົວໜ່ວຍ ເທົ່າກັບ 21,08%, ຂັ້ນເມືອງມີ 264 ຫົວໜ່ວຍ ເທົ່າກັບ 7,42% ເຊິ່ງບັນດາຕົວເລກ ດັ່ງກ່າວສະແດງໃຫ້ເຫັນວ່າ ພວກເຮົາ ຍັງເຮັດໄດ້ໜ້ອຍຍ້ອນແນວນັ້ນຈິ່ງ ເຮັດໃຫ້ພະນັກງານ-ລັດຖະກອນ ທີ່ບັນ ຈຸຢູ່ໃນກົງຈັກລັດ, ອົງການຈັດຕັ້ງທັງ ຂັ້ນສູນກາງ ແລະ ທ້ອງຖິ່ນ ມີຈຳນວນ ຫລາຍ ຫລື ບໍ່ສອດຄ່ອງກັບໜ້າວຽກ ຕົວຈິງ. ທ່ານ ທອງຈັນ ມະນີໄຊ ໃຫ້ຮູ້ວ່າ: ເມື່ອປີ 2004 ຜ່ານມາ ລັດຖະບານ ໄດ້ ໂຈະການອະນຸມັດຕົວເລກ ພະນັກງານ ຕາມສັນຍາ ຕາມດຳລັດຂອງ ທ່ານນາ ຍົກລັດຖະມົນຕີສະບັບເລກທີ 110/ນຍ ລົງວັນທີ 2 ສິງຫາ 2004, ແຕ່ມາເຖິງ ປັດຈຸບັນຫລາຍພາກສ່ວນຍັງສືບຕໍ່ຮັບ ເອົາພະນັກງານຕາມສັນຍາ ແລະ ອາ ສາສະໝັກ ໂດຍຂະແໜງການຈ້າງເອງ. ປັດຈຸບັນຈຳນວນອາສາສະໝັກທັງໝົດ ໃນທົ່ວປະເທດ ມີເຖິງ 15.826 ຄົນ, ຍິງ 4.819 ຄົນ ໃນນັ້ນ, ຄູອາສາສະໝັກ 7.379ຄົນ, ແພດອາສາສະໝັກ5.228 ຄົນ ຍັງບໍ່ລວມກັບຂະແໜງການອື່ນ. ແນວໃດກໍຕາມ ເພື່ອແກ້ໄຂບັນຫາຈຳ ນວນພະນັກງານອາສາສະໝັກ ທີ່ຍັງ ລໍຖ້າບັນຈຸເຂົ້າເປັນລັດຖະກອນ ຢູ່ແຕ່ ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຈຳນວນຫລາຍນັ້ນ, ລັດຖະ ບານ ໄດ້ມີທິດໃຫ້ແຕ່ລະພາກສ່ວນ ສອບເສັງຄັດເລືອກ ແລະ ໃຫ້ບູລິມະສິດ ຮັບເອົາພະນັກງານຕາມສັນຍາ ແລະ ອາສາສະໝັກ ທີ່ໄດ້ປະຕິບັດວຽກງານ ມາຫລາຍປີ, ມີຄວາມຮູ້ຄວາມສາມາດ ເພື່ອບັນຈຸເຂົ້າເປັນລັດຖະກອນ, ແຕ່ ໃນທາງປະຕິບັດຕົວຈິ່ງແມ່ນມີໜ້ອຍ. ພ້ອມກັນນັ້ນ, ກໍໄດ້ຊຸກຍູ້ສົ່ງເສີມ ແລະ ຝຶກວິຊາຊີບ ໃຫ້ພະນັກງານອາສາສະ ໝັກທີ່ມີວິຊາສະເພາະບໍ່ສອດຄ່ອງກັບ ຕຳແໜ່ງງານ ໃຫ້ໄປປະກອບອາຊີບນຳ ພາກສ່ວນເອກະຊົນ. ນອກຈາກນີ້, ກະ ຊວງພາຍໃນ ກຳລັງຄົ້ນຄວ້າພິຈາລະ ນາ ແລະ ນຳສະເໜີ ທ່ານນາຍົກລັດຖະ ມົນຕີ ອອກຄຳສັ່ງ ໃຫ້ທຸກພາກສ່ວນຢຸດ ຕິ ໃນການຮັບເອົາພະນັກງານຕາມ ສັນຍາ ຫລື ອາສາສະໝັກ, ແຕ່ແນ່ນອນ ບາງພາກສ່ວນກໍຍັງມີຄວາມຈຳເປັນ. ດັ່ງສະມາຊິກສະພາແຫ່ງຊາດ ໄດ້ສະ ເໜີມາວ່າມີຫລາຍໂຮງຮຽນຂາດຄູ ແລະ ຍຸບໂຮງຮຽນ ເປັນຕົ້ນຢູ່ເມືອງ ໂຂງ ແຂວງຈຳປາສັກ, ຖ້າມີຄວາມຈຳ ເປັນຄືແນວນັ້ນ ກະຊວງພາຍໃນຄິດ ວ່າໃຫ້ພາກສ່ວນກ່ຽວຂ້ອງເປັນຜູ້ສະ ເໜີຫາລັດຖະບານ ໂດຍຜ່ານກະຊວງ ລັດຈະເລັ່ງແກ້ໄຂ... ພາຍໃນພິຈາລະນາອະນຸມັດເປັນແຕ່ລະ ກໍລະນີສະເພາະຄວາມຈຳເປັນເທົ່ານັ້ນ. ຄຽງຄູ່ກັນນັ້ນ, ລັດຖະບານ ກຳລັງຫັນ ຫົວໜ່ວຍວິຊາການ ທີ່ມີລາຍຮັບໄປກຸ້ມ ຕົນເອງທາງດ້ານງົບປະມານ ເທື່ອລະ ກ້າວ ແລະ ຫັນເອົາພະນັກງານລັດຖະ ກອນໃນຂົງເຂດທີ່ມີລາຍຮັບດັ່ງກ່າວ ຮັບເອົາພະນັກງານຕາມສັນຍາ ແລະ ອາສາສະໝັກເປັນພະລາກອນ ເພື່ອຫລຸດ ຜ່ອນພາລະແບກຫາບທາງດ້ານງົບປະ ມານ ຂອງລັດຖະບານໃນຊຸມປີຕໍ່ໜ້າ. ໃນປີ 2023 ນີ້, ອີງໃສ່ຂໍ້ຫຍຸ້ງຍາກ ລວມທາງດ້ານເສດຖະກິດ, ລັດຖະບານ ໄດ້ສະເໜີໃຫ້ສະພາແຫ່ງຊາດພິຈາລະ ນາຕົວເລກລັດຖະກອນໃໝ່ທັງໝົດມີ ພຽງ 800 ຄົນ ເຊິ່ງໃນນີ້ ລັດຖະບານ ກໍໄດ້ໃຫ້ທິດຊີ້ນຳວ່າ ຕ້ອງໃຫ້ບູລິມະສິດ 2 ຂະແໜງການສຶກສາ ແລະ ສາທາ ລະນະສຸກ ເຮັດໃຫ້ບາງກະຊວງອົງການ ຂັ້ນສູນກາງ ຫລື ແຂວງຈຳນວນໜຶ່ງ ອາດຈະບໍ່ໄດ້ຕົວເລກລັດຖະກອນ ເພາະ ຕົວເລກດັ່ງກ່າວແມ່ນເນັ້ນໃສ່ຄູ ແລະ ແພດອາສາສະໝັກ ທີ່ຢູ່ເຂດຫ່າງໄກ ສອກຫລີກ, ເຂດທຸລະກັນດານ ເປັນຕົ້ນ ຜູ້ທີ່ປະຕິບັດໜ້າທີ່ວຽກງານມາຫລາຍປີ ເປັນຕົ້ນຕໍ. ຂ່າວ: ມະນີທອນ; ພາບ: ຂັນໄຊ ເພື່ອກະກຽມຄວາມພ້ອມໃນການຜະ ລິດວັກຊິນ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງຕະຫລາດ ແລະ ແຈກຢາຍໃຫ້ກັບບັນດາປະເທດ ອາຊຽນຢ່າງພຽງພໍ, ສ້າງແຜນ, ລະບົບ ແລະ ກົນໄກການຮ່ວມມືປະສານງານ ເພື່ອຮັບມືກັບການລະບາດຂອງພະຍາດ ໃນອະນາຄົດ. ທ່ານ ໂຊ ຮຸນດົງ (CHO Hyundong) ຮອງລັດຖະມ ນຕີກະຊວງການ ຕ່າງປະເທດ ສ ເກົາຫລີ ໄດ້ກ່າວວ່າ: ອາຊຽນ ແລະ ສ ເກົາຫລີ ພ້ອມກັບ ຜູ້ຕາງໜ້າ... 2018 ແມ່ນເຫດການຮ້າຍແຮງທີ່ສຸດ ຊຶ່ງພັກ-ລັດຖະບານ ໄດ້ຈັດເຫດການ ໃນຄັ້ງນັ້ນເປັນເຫດການລະດັບຊາດ. ໃນໄລຍະຜ່ານມາສູນກາງ ພັກ-ລັດຖະ ບານ, ອົງການປົກຄອງທ້ອງຖິ່ນຂອງ ແຂວງ, ເມືອງມີຄວາມເປັນຫ່ວງເປັນໄຍ ເຫັນອົກເຫັນໃຈພໍ່ແມ່ປະຊາຊົນ ແລະ ໄດ້ຮ່ວມກັບ ບໍລິສັດພັດທະນາໂຄງການ SK&PNPC ໄດ້ມີຄວາມພະຍາຍາມ ຢ່າງສຸດຂີດ ເພື່ອຊ່ວຍເຫລືອເບິ່ງແຍງ ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະ ສົບໄພ. ໂຄງການກໍ່ສ້າງເຮືອນ 700 ຫລັງ, ມູນຄ່າທັງໝົດ 24,5 ລ້ານໂດລາ ດ້ວຍ ທຶນຊົດເຊີຍຂອງບໍລິສັດ SK&PNPC ມີ 4 ປະເພດເຮຶອນຄື: ເຮຶອນວິນລາ 80 ຫລັງ, ເຮືອນກໍ່ 2 ຊັ້ນ 4 ຫລັງ, ເຮືອນກໍ່ 2 ຊັ້ນປູແປ້ນ 278 ຫລັງ, ເຮືອນມີກ້ອງ ລ່າງ 338 ຫລັງ, ຈັດສັນ ເຂົ້າໃນ 4 ບ້ານຄື: ບ້ານດົງບາກ ໃໝ່ຫີນຄໍາ ມີ ທັງໝົດ 335 ຫລັງ, ບ້ານຫີນລາດ 197 ຫລັງ, ບ້ານດອນບົກໃໝ່ແສງຈັນ 70 ຫລັງ, ບ້ານສະໝອງໃໝ່ປີນດົງ 98 ຫລັງ, ເລີ່ມກໍ່ສ້າງແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນມາ, ໂດຍແມ່ນບໍລິສັດ ວັນແສງອັດຕະປື ເປັນຜູ້ຮັບເໝົາ ກໍ່ສ້າງ, ຊຶ່ງການປະຕິບັດ ແຕ່ຕົ້ນມາຮອດປັດຈຸ ບັນທັງບໍລິສັດປະຕິບັດສຳເລັດ 100% ແລະ ໄດ້ມອບໃຫ້ປະຊົນເຂົ້າຢູ່ຄື: ຄັ້ງທີ 1 ວັນທີ 12 ເມສາ 2021, ມີ 153 ຫລັງ, ຄັ້ງທີ 2 ວັນທີ 4 ເມສາ 2022, ມີ 352 ຫລັງ ແລະ ຄັ້ງທີ 3 ແມ່ນວັນທີ 7 ທັນວາ 2022, ມີ 195 ຫລັງ. ລວມ 3 ຄັ້ງທັງໝົດ 700 ຫລັງ. ຂ່າວ-ພາບ: ທິດປະສົງ ພາຍນອກ ລວມທັງລາຄາໃນຕະຫລາດ ໂລກປັບໂຕສູງຂຶ້ນ, ແຫລ່ງສະໜອງ ຂອງປະເທດອ້ອມຂ້າງມີການຈຳກັດ ການສົ່ງອອກ ໂດຍສະເພາະແມ່ນປະ ເທດເພື່ອນບ້ານຂອງເຮົາ. ການສະ ໜອງນ້ຳມັນເຊື້ອໄຟ ໃນໄລຍະຜ່ານມາ ຕົວເລກການນຳເຂົ້ານ້ຳມັນເຊື້ອໄຟ ສະ ເພາະໃນເດືອນພະຈິກຜ່ານມານີ້ ມີຈຳ ນວນ 120 ລ້ານລິດ ໃນນີ້ມີກາຊວນ ປະມານ 95 ລ້ານລິດ, ນ້ຳມັນແອັດຊັງ 24ລ້ານລິດ, ແອັດຊັງພິເສດ775.000 ລິດ ສະເລ່ຍແລ້ວການນຳເຂົ້ານ້ຳມັນ ເຊື້ອໄຟ ບໍລິມາດການຊົມໃຊ້ພາຍໃນ ປະມານ 100-120 ລ້ານລິດ ຂຶ້ນກັບ ລະດູການ. ການສະໜອງນ້ຳມັນເຊື້ອ ໄຟພາຍໃນປະເທດ ແຕ່ເດືອນ 7 ມາ ຮອດປັດຈຸບັນແມ່ນຢູ່ໃນສະພາບປົກ ກະຕິໂດຍພື້ນຖານ, ເຖິງຢ່າງໃດກໍຕາມ ຍັງມີບາງເຂດຂອງແຂວງ ທີ່ມີການ ສະໜອງນ້ຳມັນເຊື້ອໄຟບໍ່ພຽງພໍ, ມີປ້ຳ ຂາຍຍ່ອຍຫລາຍປ້ຳ ປິດກິດຈະການ, ມີການເປີດ-ປິດປ້ຳຂາຍຍ່ອຍ ບໍ່ປົກກະ ຕິ, ນ້ຳມັນບາງຊະນິດຂາດປ້ຳ, ລາຄາ ຂາຍໜ້າປ້ຳບໍ່ຖືກຕາມລາຄາທີ່ລັດຖະ ບານກຳນົດ. ທ່ານລັດຖະມົນຕີ ຍັງໃຫ້ຮູ້ຕື່ມວ່າ: ເຖິງວ່າໄລຍະຜ່ານມາ ລາຄານ້ຳມັນຈະ ສູງຂຶ້ນກໍຕາມ, ລັດຖະບານ ແມ່ນໄດ້ທົບ ທວນການເພີ່ມຄ່າຂົນສົ່ງ ເພາະວ່າຄ່າ ຂົນສົ່ງນ້ຳມັນກໍເພີ່ມຂຶ້ນ ເປັນເງົາຕາມ ຕົວກັບລາຄານ້ຳມັນ ເຮັດໃຫ້ໃນເດືອນ 12 ນີ້ ອີງຕາມແຈ້ງການຂອງ ສຳນັກ ງານນາຍົກລັດຖະມົນຕີ ກໍໄດ້ເພີ່ມຄ່າ ຂົນສົ່ງຂຶ້ນຈາກ 1-1,1 ກີບ/ລິດ/ກິໂລ ເປັນ 1,5 ກີບ/ລິດ/ກິໂລ ເຊິ່ງການຈັດ ຕັ້ງປະບັດແມ່ນພວກເຮົາຈະທົບທວນ ຄືນຕື່ມອີກວ່າ ມັນຈະແທດເໝາະກັບ ສະພາບຄວາມເປັນຈິງສ່ຳໃດ. ເຖິງຢ່າງ ໃດກໍຕາມກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຄະນະຮັບຜິດຊອບ ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິ ການ ຍັງຈະໄດ້ລົງສົມ ທົບກັບທ້ອງຖິ່ນ ເພື່ອຊຸກຍູ້ຮ່ວມມືແລະ ພ້ອມກັນຄົ້ນຄວ້າ ບັນດາໂຄງປະກອບລາຄາສິນຄ້າ ແລະ ລາຄານ້ຳມັນຢູ່ໃນ ສປປ ລາວ ຕື່ມອີກ. ເພື່ອແກ້ໄຂບັນໃນສະເພາະໜ້າ ແລະ ຍາວນານ ທາງກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດທິດ ທາງໄລຍະສັ້ນ, ໄລຍະກາງ ແລະ ໄລ ຍະຍາວຈຳນວນໜຶ່ງ ໂດຍການສຸມໃສ່ ຊຸກຍູ້, ສະໜອງ ແລະ ປະສານສົມທົບ ກັບບັນດາຂະແໜງການສະໜອງເງິນ ຕາຕ່າງປະເທດ ໃຫ້ບໍລິສັດນຳເຂົ້ານ້ຳ ມັນເຊື້ອໄຟ ສາມາດແລກປ່ຽນເພື່ອຊຳ ລະໃຫ້ຜູ້ສະໜອງຕ່າງປະເທດຕາມລະ ບົບສັນຍາໃນໄລຍະສັ້ນ ໃນການປະ ມູນການເກັບຊື້ລາຍຍ່ອຍ. ພ້ອມກັນນີ້ ຈະໄດ້ຮ່ວມກັບທະນາ ຄານແຫ່ງ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ແກ້ໄຂບັນຫາອັດຕາແລກປ່ຽນເງິນ ຕາຕ່າງປະເທດ ລະຫວ່າງທະນາຄານ ກັບຕະຫລາດ; ຈະໄດ້ມີປັບລາຄານ້ຳ ມັນເຊື້ອໄຟ ດ້ວຍການດັດສົມເພື່ອບໍ່ໃຫ້ ມັນຂຶ້ນແຮງ ແລະ ລົງແຮງເກີນໄປ ເພື່ອຮັບປະກັນຜົນປະໂຫຍດໃຫ້ເໝາະ ສົມລະຫວ່າງສາມພາກສ່ວນຄືລັດ, ຜູ້ນຳເຂົ້າ ແລະ ຜູ້ຊົມໃຊ້; ເພີ່ມທະວີ ການໂຄສະນາປຸກລະດົມ ໃຫ້ທົ່ວສັງ ຄົມໄດ້ເຂົ້າ ໃຈເຖິງສະພາບຄວາມຫຍຸ້ງ ຍາກ ຂອງປະເທດເຮົາ ແລະ ອອກມາດ ຕະການຫລຸດຜ່ອນການບໍລິໂພກນ້ຳ ມັນເຊື້ອໄຟແບບຟຸມເຟືອຍ ແລະ ບໍ່ ເກີດປະໂຫຍດ. ໃນໄລຍະກາງນີ້ພວກ ເຮົາກໍຈະໄດ້ປະສານ ກັບປະເທດເພື່ອນ ມິດໃນລະດັບລັດຖະບານ ເປັນຕົ້ນແມ່ນ ປະເທດຜູ້ຜະລິດນ້ຳມັນ ເພື່ອສ້າງເງື່ອນ ໄຂໃຫ້ບໍລິສັດຜູ້ນຳເຂົ້ານຳມັນ ເຊື້ອໄຟ ຂອງລາວ ສາມາດເຈລະຈາກັບຜູ້ຜະ ລິດນ້ຳມັນ ແລະກ້າວໄປສູ່ການຊື້ຂາຍ ຮ່ວມກັນໃນແບບມີຕົ້ນທຶນທີ່ຕ່ຳກວ່າ ຕະຫລາດໃນປັດຈຸບັນ. ຂ່າວ: ມະນີທອນ; ພາບ: ຂັນໄຊ ລັດຖະມົນຕີການຄ້າ... ມອບເຮືອນ... ບັນດາຄູ່ຮ່ວມມືໃນອິນໂດປາຊີຟິກ, ໄດ້ ຮັບຜົນສໍາເລັດທີ່ໜ້າປະທັບໃຈ ໃນ ການຮ່ວມມືດ້ານສາທາລະນະສຸກ ແລະ ວັກຊິນ ໂດຍໄດ້ໂຕ້ຕອບຕໍ່ສິ່ງທ້າທາຍ ຂອງ ໂຄວິດ-19 ເຊິ່ງແມ່ນປະສົບການ ທີ່ມີຄຸນຄ່າ ຂອງຄວາມສາມັກຄີ ແລະ ການຮ່ວມມືຢ່າງກົມກຽວ. ສ ເກົາຫລີ ແມ່ນຜູ້ສະໜັບສະໜູນຫລັກຕໍ່ກັບຄວາມ ພະຍາຍາມຂອງພາກພື້ນ ແລະ ໃນທົ່ວ ໂລກ, ໄດ້ໃຫ້ຄຳໝັ້ນສັນຍາ ແລະ ອະນຸ ມັດງົບປະມານ 300 ລ້ານໂດລາສະ ຫະລັດ ເພື່ອສົ່ງເສີມຂໍ້ລິເລີ່ມ ACT-A ໃນປີນີ້ ແລະ ອີກ 210 ລ້ານໂດລາ ອະ ນຸມັດໃຫ້ແກ່ COVAX AMC. ພວກ ເຮົາຍັງເປັນໜຶ່ງໃນຜູ້ປະກອບສ່ວນຕົ້ນໆ ໃຫ້ແກ່ກອງທຶນຕອບໂຕ້ ໂຄວິດ-19 ຂອງອາຊຽນ, ສະໜອງເງິນ 6 ລ້ານ ໂດລາສະຫະລັດ ໃຫ້ແກ່ຄວາມອາດ ສາມາດຊອກຄົ້ນຫາຂອງອາຊຽນ. ສ ເກົາຫລີ ໄດ້ຮັບຮູ້ຄວາມສໍາຄັນ ຂອງກອງທຶນແບບຍືນຍົງ ເພື່ອເພີ່ມທະ ວີການກຽມພ້ອມຮັບມືກັບພະຍາດລະ ບາດໃນອະນາຄົດແລະ ໄດ້ອະນຸມັດເງິນ 30 ລ້ານໂດລາສະຫະລັດ ໃຫ້ແກ່ກອງ ທຶນຕົວກາງທາງດ້ານການເງິນ. ຂ່າວ: ພູລາວັນ

RkJQdWJsaXNoZXIy MTc3MTYxMQ==