5510

-6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko dv'xt-5 ,ltw\lk,a o gmnj vmu 4 ltrkcsj '-kf -5 fmu IX w00B o1j k'gxa omk'dko dkooe0A ol6 ' lx 9u o lqj '3m]tg]d v;prvo;a o-kf 7q [Iv[ 47 xu ]a f4t,q o8u dt-;'czodko 7kf[k'8q ;-U [vd 9t[+ [a o]5 czo dkooera d{]a f g-a oxB ,w;h vkw] 8+ dkoglp-u ;y f 0v'vtfu fdkooe lx 9u o [= ]y la f -u 3o{vkdiu 3x8kl g-a ola opk les];f c]t ra fmtok[+ cIj p6h cI'dkora fmtokv5 flkstde xu oU ]a f4t[ko 9tl6h -q o .sh glf4tdy f 0tspkp8q ; 4,4% ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 06.12.2022 ປີທີ 21 ສະບັບທີ -q ,g-u poE.9;a o-kfmu @ ma o;k \A opn oK ຂປລ. ວັນທີ2ທັນວາ2022 ນີ້, ສະຫາຍຫລີເຄີ້ສຽງ ນາຍົກລັດ ຖະມົນຕີແຫ່ງ ສາທາລະນະ ລັດປະ ຊາຊົນຈີນ ໄດ້ສົ່ງໂທລະເລກອວຍ ພອນເຖິງສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງສາທາລະ ນະລັດປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ ຄົບຮອບ 47 ປີ. ເນື້ອງໃນໂທລະເລກ ໄດ້ລະບຸວ່າ: ເນື່ອງໃນໂອກາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສະຖາປະນາຂຶ້ນ ຄົບຮອບ 47 ປີ, ຂ້າພະ ເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ. ]a f4t[ko 9txt8y [a f ]kpIa [ .sh [a o]5 33.574 8N du [ okpq d]a f4t,q o8u 8h voIa [ sq ;|h k lt4k[a odkog,n v'csj '-kf 3Ij 9uj ,y ' F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 4tcs]'dkoIj ;, ;j kfh ;pdkoln [8+ lh k'76 j Ij ;,-k8kde ]k;{9u o .sh g0Q kl6 j ];'g]y d ຂປລ. ທ່ານ ພັນຄຳ ວິພາວັນນາຍົກ ລັດຖະມົນຕີ ໄດ້ລາຍງານກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ໃນວາລະຂອງການດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ໄຂ ຂຶ້ນ ໃນຕອນເຊົ້າວັນທີ 5 ທັນວາ 2022 ນີ້ ວ່າ: ຜ່ານການຊຸກຍູ້ໃຫ້ບັນດາຫົວໜ່ວຍ ການຜະລິດກະສິກໍາ, ອຸດສາຫະກໍາ ແລະ ບໍລິການທີ່ເປັນທ່າແຮງ ຂັບເຄື່ອນ ການຂະຫຍາຍຕົວຂອງເສດຖະກິດ ໃຫ້ດີຂຶ້ນ, ອີງໃສ່ການຄິດໄລ່ GDP ໃນ ໄລຍະ 9 ເດືອນຜ່ານມາ ເຫັນວ່າເສດຖະ ກິດແຫ່ງຊາດຂະຫຍາຍຕົວຢູ່ໃນລະດັບ F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 8 F ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 5 ທັນວາ 2022 ສະຫາຍ ພັນຄຳ ວິພາວັນ ກຳມະການ ກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຊວນຖັງ ກຳມະການກົມການ ເມືອງສູນກາງພັກກອມມູນິດ ຫວຽດ ນາມ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດ ສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນ ທາງຢ້ຽມຢາມແລະ ເຮັດວຽກຢ່າງເປັນ ທາງການ ຢູ່ ສປປ ລາວ ແຕ່ວັນທີ 4-6 ທັນວາ 2022. 4,2% ແລະ ຄາດວ່າໝົດປີຈະສູ້ຊົນ ໃຫ້ຂະຫຍາຍຕົວໄດ້ໃນລະດັບ 4,4% (ແຜນການ 4,5%) ເຖິງແມ່ນວ່າຈະ ບໍ່ບັນລຸຕາມແຜນແຕ່ກໍມີທ່າອ່ຽງຂະ ຫຍາຍຕົວທີ່ດີຂຶ້ນຈາກ ປີ 2021 ແມ່ນ 3,5% ເພາະຢູ່ໃນສະພາບແວດລ້ອມທີ່ ຫຍຸ້ງຍາກ ແລະ ທ້າທາຍໃນປັດຈຸບັນ. ສຳລັບການເກັບລາຍຮັບງົບປະ ມານ ໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະ ມານແຫ່ງລັດດ້ວຍການສຸມໃສ່ຫັນການ ເກັບລາຍຮັບເປັນທັນສະໄໝແລະ ອອກ ນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ພ້ອມ ທັງສຸມໃສ່ສ້າງຖານອາກອນມູນຄ່າ ]k;{]5 d-e[;d gruj ,mt;u dkorq ;ra oIj ;,,n lv'/j kp ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ດຳເນີນການຢ້ຽມຢາມທາງ ລັດຖະ ກິດ ສາທາລະນະລັດ ປະຊາຊົນຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022. ໃນໄລຍະການຢ້ຽມຢາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, F ອ່ານຕໍ່ໜ້າ 6 F ອ່ານຕໍ່ໜ້າ 2 ຂປລ.ໃນວັນທີ 05 ທັນວາ 2022, ທີ່ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ F ອ່ານຕໍ່ໜ້າ 2 ຂປລ. ໃນວາລະການດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ໃນໄລຍະ 9 ເດືອນຜ່ານມາ ເຫັນວ່າດໍາ ເນີນໄປໄດ້ໃນລະດັບດີພໍສົມຄວນ ຊຶ່ງ ມີຕົວຊີ້ບອກຂອງແຕ່ລະເປົ້າໝາຍ ຂປລ. ໃນທ້າຍປີ 2022 ລັດຖະ ບານ ໄດ້ຄົ້ນຄວ້າຫລາຍມາດຕະການ ເພີ່ມເຕີມ ເພື່ອສູ້ຊົນຈັດຕັ້ງປະຕິບັດ ລາຍຮັບໃຫ້ບັນລຸ ທັງໝົດ 33.574 ຕື້ ກີບ ເທົ່າກັບ 106,27% ຂອງແຜນ ການປີ ຊຶ່ງເຫັນວ່າສາມາດປະຕິບັດໄດ້ 17,47% ຂອງ GDP (ມະຕິສະພາ ແຫ່ງຊາດຮັບຮອງ 16,44% ຂອງ GDP, ຖ້າທຽບໃສ່ຕົວເລກ GDP ໃໝ່ ຈະເຮັດໃຫ້ລາຍຮັບຫລຸດລົງ ມາເປັນ 15,81% ຂອງ GDP). ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະ ມົນຕີກະຊວງການເງິນ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ສາມາດ ປະຕິບັດໄດ້ຕາມແຜນການ, ແຕ່ຍ້ອນຄວາມຫຍຸ້ງຍາກຕ່າງໆໃນໄລ ຍະຜ່ານມາ ຄາດວ່າບາງຕົວຊີ້ບອກຈະ ບໍ່ບັນລຸໄດ້ຕາມແຜນ ເນື່ອງຈາກສະ ພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງສັບສົນ ໃນນີ້ລວມທັງ ສະພາບການລະບາດຂອງພະຍາດໂຄ ວິດ-19, ໄພພິບັດທາງທຳມະຊາດ, ຄວາມຂັດແຍ່ງດ້ານການເມືອງ ແລະ ເສດຖະກິດຂອງບາງປະເທດ, ເຮັດໃຫ້ ເສດຖະກິດໂລກມີຄວາມຫຍຸ້ງຍາກແລະ F ອ່ານຕໍ່ໜ້າ 6 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/12/2022 xtgmf]k; ກອງປະຊຸມ... ການນຳຂັ້ນສູງ... ນາຍົກລັດຖະມົນຕີ... ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນ ຕອນເຊົ້າຂອງວັນທີ 5 ທັນວາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ ໂດຍການ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິ ຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ, ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນ, ມີບັນດາອະດີດ ການນຳພັກ-ລັດ, ຄະນະລັດຖະບານ, ສະມາຊິກສະແຫ່ງຊາດ, ຜູ້ຕາງໜ້າອົງ ການຈັດຕັ້ງພັກ-ລັດ, ແນວລາວສ້າງ ຊາດ, ອົງການຈັດຕັ້ງມາຫາຊົນ ແລະ ສະຫະພັນນັກຮົບເກົ່າ ເຂົ້າຮ່ວມ. ກອງ ປະຊຸມແມ່ນຈະດຳເນີນໄປຮອດວັນທີ 30 ທັນວາ 2022. ໃນໂອກາດດັ່ງກ່າວ, ທ່ານ ໄຊສົມ ພອນ ພົມວິຫານ ໄດ້ກ່າວວ່າ: ກອງປະ ຊຸມ ຄັ້ງນີ້ ຈະໄດ້ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ລັດຖະບານ ເປັນຕົ້ນ: ການເຄື່ອນໄຫວ ວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023; ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາ ປີ 2022 ແລະ ແຜນການ ປະຈໍາປີ 2023; ບົດສະຫລຸບຂາດຕົວການ ການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດ 2021; ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ 9 ເດືອນ, ຄາດຄະເນ 3 ເດືອນທ້າຍປີ ແລະ ໝົດປີ 2022 ແລະ ທິດທາງການສ້າງແຜນງົບປະ ມານແຫ່ງລັດ 2023; ການຈັດຕັ້ງປະ ຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ແຜນການປີ 2023; ການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການປີ 2023; ການ ສ້າງວິຊາຊີບ, ການພັດທະນາສີມືແຮງ ງານ ແລະ ວຽກເຮັດງານທໍາ ໃຫ້ປະຊາ ຊົນ ເພື່ອແກ້ໄຂບັນຫາການວ່າງງານ. ກອງປະຊຸມ ຍັງຈະໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງອົງ ການກວດສອບແຫ່ງລັດ ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານປະຈໍາປີ2022 ແລະ ແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2023; ບົດລາຍງານຜົນ ການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈໍາປີ2021; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາ ປີ 2022 ແລະ ແຜນການເຄື່ອນໄຫວ ປະຈໍາປີ 2023 ຂອງອົງການກວດກາ ແຫ່ງລັດ; ບົດລາຍງານຜົນການກວດ ກາ ຕາມຜົນການກວດສອບ ປີ 2020; ບົດລາຍງານການຈັດຕັ້ງປະຕິບັດວຽກ ງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສານປະຊາຊົນສູງສຸດ; ບົດລາຍ ງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2023 ຂອງ ອົງການໄອຍະການປະຊາຊົນສູງສຸດ. ພ້ອມນັ້ນ ຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດ ໝາຍ 12 ສະບັບ ປະກອບມີ ຮ່າງກົດ ໝາຍສ້າງໃໝ່ 3 ສະບັບ ຄື: ຮ່າງກົດ ໝາຍວ່າດ້ວຍໜັງສືຜ່ານແດນ; ຮ່າງກົດ ໝາຍວ່າດ້ວຍການທາງນໍ້າ ແລະ ຮ່າງ ກົດໝາຍວ່າດ້ວຍພິພິທະພັນ. ກົດໝາຍ ປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍ ທະນາຍຄວາມ; ກົດໝາຍວ່າດ້ວຍທະ ບຽນສານ; ກົດໝາຍວ່າດ້ວຍການ ກັນ ແລະ ຄວບຄຸມພະຍາດຕິດຕໍ່; ກົດໝາຍ ວ່າດ້ວຍວິສາຫະກິດ; ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ; ກົດ ໝາຍວ່າດ້ວຍ ອົງການໄອຍະການທະ ຫານ; ກົດໝາຍວ່າດ້ວຍ ທຸລະກຳທາງ ເອເລັກໂຕຣນິກ; ກົດໝາຍວ່າດ້ວຍການ ກວດສອບແຫ່ງລັດ ແລະ ກົດໝາຍວ່າ ດ້ວຍ ການກວດກາລັດ. ກອງປະຊຸມຈະຮັບຟັງບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາ ປີ 2023 ຂອງສະພາແຫ່ງຊາດ; ຜົນ ການຕິດຕາມກວດກາຂອງສະພາແຫ່ງ ຊາດ ກ່ຽວກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ຕາມມະຕິສະບັບເລກທີ 62/ສພຊ, ລົງວັນທີ 8 ກໍລະກົດ 2022; ບົດລາຍງານຂອງຄະນະປະຈໍາສະພາ ແຫ່ງຊາດ ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 20232025; ລວມທັງບົດປະກອບຄໍາເຫັນ ຄະນະປະຈໍາສະພາແຫ່ງຊາດ ຕໍ່ບັນດາ ບົດລາຍງານຂອງລັດຖະບານ, ອົງ ການກວດສອບແຫ່ງລັດ ແລະ ອົງການ ກວດກາແຫ່ງລັດ, ສານປະຊາຊົນສູງ ສຸດ ແລະ ອົງການໄອຍະການປະຊົນສູງ ສຸດ; ບົດປະກອບຄໍາເຫັນຂອງສູນກາງ ແນວລາວສ້າງຊາດ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງຕໍ່ການເຄື່ອນ ໄຫວວຽກງານຂອງສະພາແຫ່ງຊາດ. ຂ່າວ ສົມຫວັງ; ພາບ ອ່າຍຄຳ ປີນີ້... ໃນໜຶ່ງປີຜ່ານມາ, ລາວ ໄດ້ສົມທົບການປ້ອງກັນພະຍາດໂຄວິດ ແລະ ການສ້າງສາ ພັດທະນາປະເທດຊາດ ເຊິ່ງໄດ້ບັນລຸຜົນສຳເລັດ ຢ່າງຕັ້ງໜ້າ, ການກໍ່ສ້າງຄູ່ຮ່ວມ ຊາຕາກຳຈີນ-ລາວ ໄດ້ລົງເລິກຢ່າງ ຕໍ່ເນື່ອງ ເຊິ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິ ງ ມາສູ່ສອງປະເທດກໍຄືປະ ຊາຊົນສອງຊາດ, ຂ້າພະເຈົ້າຍິນດີ ຮ່ວມມືກັບສະຫາຍ ໂດຍຖືເຫັນເອກະພາບສຳຄັນລະຫວ່າງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີຈິ້ນຜິງ ກັບສະຫາຍ ເລຂາທິການໃຫຍ່ ປະທານ ປະເທດ ທອງລຸນ ສີສຸລິດ ເປັນທິດ ຊີ້ນໍາ, ເພີ່ມທະວີການແລກປ່ຽນທາງດ້ານຍຸດທະສາດ, ລົງເລິກການຮ່ວມມືແທດ ຕົວຈິງ, ຮັດແໜ້ນການປະສານສົມທົບໃນເວທີຫລາຍຝ່າຍ ເພື່ອຊຸກຍູ້ການກໍ່ສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ບັນລຸໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ. ຂໍອວຍພອນໃຫ້ປະເທດລາວ ຈົ່ງ ມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນມີຄວາມ ຮັ່ງມີຜາສຸກ, ອວຍພອນ ໃຫ້ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວ ຈົ່ງໄດ້ ຮັບການສືບ ທອດໄປຫລາຍເຊັ່ນຄົນ ແລະ ໝັ້ນ ຄົງຖະໜົງແກ່ນຕະຫລອດໄປ. ໂອກາດດຽວກັນນີ້, ສະຫາຍ ຫວາງອີ້ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຈີນ,ທີ່ປຶກ ສາແຫ່ງລັດ ແລະ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປ ຈີນ ກໍໄດ້ສົ່ງໂທລະເລກອວຍພອນວັນ ຊາດເຖິງ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ເພີ່ມໄດ້ 9.496 ຫົວໜ່ວຍ ໃນຈໍານວນ ທັງໝົດ 10.500 ຫົວໜ່ວຍ ໃນຂອບ ເຂດທົ່ວປະເທດກວມເອົາ 90,4%; ສືບ ຕໍ່ສ້າງຖານລາຍຮັບໃໝ່ຈໍານວນໜຶ່ງ ໃນຂົງເຂດຕ່າງໆ ເຊັ່ນ: ການຜະລິດ ແລະສົ່ງອອກສິນຄ້າກະສິກໍາ,ການເຮັດ ທົດລອງແຮ່ທາດ, ການແກ້ໄຂພາຫະ ນະທີ່ນໍາເຂົ້າບໍ່ຖືກຕ້ອງ, ການທົດລອງ ປະຕິບັດໂຄງການຂຸດຄົ້ນ Bitcoin, ປັບປຸງການຂົນສົ່ງທາງລົດໄຟ, ເປີດປະ ເທດຮັບເອົານັກທ່ອງທ່ຽວ ແລະ ອື່ນໆ. ເຮັດໃຫ້ການເກັບລາຍຮັບງົບປະມານ 11 ເດືອນ ບັນລຸໄດ້ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ (ບໍ່ລວມເອົາລາຍຮັບ ຈາກການຫລຸດ ຜ່ອນອັດຕາອາກອນຊົມໃຊ້ ເພື່ອດັດສົມ ລາຄານໍ້າມັນ ທີ່ລັດຖະບານໄດ້ຊ່ວຍ ໜູນທົ່ວສັງຄົມ ຈໍານວນ 2.819 ຕື້ ກີບ), ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 26% ຫລື ເປັນເງິນ ທຽບເທົ່າ 5.849 ຕື້ກີບ. ໃນນີ້, ລາຍ ຮັບພາຍໃນສາມາດບັນລຸໄດ້ 26.655 ຕື້ກີບ, ເທົ່າກັບ 92,03% ຂອງແຜນ ການປີທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 29%ຫລື ເພີ່ມຂຶ້ນເປັນ ເງິນທຽບເທົ່າ 5.980 ຕື້ກີບ. ຄາດຄະ ເນລາຍຮັບໝົດປີ 2022 ຈະປະຕິບັດ ໄດ້ເກີນແຜນ ໃນລະດັບບໍ່ຫລຸດ 2% (ຈະເປັນປີທີ 2 ຕິດຕໍ່ກັນທີ່ສາມາດເກັບ ລາຍຮັບໄດ້ເກີນແຜນ). ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມ ວ່າ: ລັດຖະບານ ໄດ້ສືບຕໍ່ຄຸ້ມຄອງ ແລະ ແກ້ໄຂບັນຫາໜີ້ສິນ ໄປຕາມຂອບ ແຜນທີ່ໄດ້ກໍານົດໄວ້ ແລະ ສາມາດປະ ຄັບປະຄອງໃນການຊໍາລະໜີ້ສິນໄດ້ ໂດຍສາມາດເຮັດໃຫ້ປະເທດເຮົາ ບໍ່ ໃຫ້ຕົກເປັນປະເທດ ທີ່ຊໍາລະໜີ້ສິນບໍ່ ໄດ້. ພ້ອມນີ້, ການຮັກສາສະຖຽນລະ ພາບດ້ານເງິນຕາ, ລັດຖະບານ ໄດ້ສຸມ ໃສ່ແກ້ໄຂບັນຫາການເໜັງຕີງຂອງ ອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ອັດຕາເງິນເຟີ້ ເພື່ອປະຄັບປະຄອງ ການເໜັງຕີງດັ່ງກ່າວ ໃຫ້ຢູ່ໃນຈັງຫວະ ທີ່ຊ້າລົງ. ໃນນີ້, ໄດ້ສຸມໃສ່ຄຸ້ມຄອງບັນ ດາຮ້ານແລກປ່ຽນ ໃຫ້ເຂົ້າສູ່ການຄຸ້ມ ຄອງຂອງ ທະນາຄານທຸລະກິດ ຊຶ່ງສາ ມາດດັດສົມຮ້ານແລກປ່ຽນຈາກໃນຕົ້ນ ປີ 2022 ມີທັງໝົດຈໍານວນ 419 ຮ້ານ ມາຮອດປັດຈຸບັນເຫລືອຈໍານວນ 113 ຮ້ານ ແລະ ໃນຕໍ່ໜ້າ ຍັງຈະສືບຕໍ່ ກວດກາຄຸນນະພາບ ແລະ ການປະຕິບັດ ລະບຽບການເຄື່ອນໄຫວແລກ ປ່ຽນ ເງິນຕາ, ຖ້າຫາກເຫັນວ່າຮ້ານໃດ ບໍ່ສາ ມາດປະຕິບັດໄດ້ ຫລື ລະເມີດ ຈະສືບ ຕໍ່ຖອນໃບອະນຸຍາດຕື່ມອີກ ກ້າວໄປສູ່ ການຫັນການບໍລິການແລກປ່ຽນທັງ ໝົດ ເປັນປ່ອງບໍລິການຂອງທະນາ ຄານທຸລະກິດ ຄືກັບປະເທດອື່ນໆ. ພ້ອມນັ້ນ ກໍໄດ້ຄຸມເຂັ້ມການໂອນເງິນ ຊື້-ຂາຍສິນຄ້າ ແລະ ເງິນທີ່ນໍາເຂົ້າມາ ລົງທຶນ ຕ້ອງຜ່ານລະບົບທະນາຄານ; ໄດ້ແກ້ໄຂການສະໜອງເງິນຕາຕ່າງ ປະເທດ ໃຫ້ແກ່ບໍລິສັດທີ່ນໍາເຂົ້ານໍ້າມັນ ເຊື້ອໄຟທີ່ເປັນຫລັກແຫລ່ງ ຊຶ່ງສາ ມາດສະໜອງນໍ້າມັນເຊື້ອໄຟໃຫ້ສັງ ຄົມໄດ້ປົກກະຕິ (ເຖິງລາຄາຈະສູງແດ່ ກໍຂຶ້ນຢູ່ກັບຕະຫລາດສາກົນ). ລັດຖະບານ ໄກ້ສຸມໃສ່ປະຕິຮູບລັດ ວິສາຫະກິດ, ໄດ້ອອກເປັນມະຕິໃນການ ແບ່ງຄວາມຮັບຜິດຊອບ ໃນການປັບ ປຸງລັດວິສາຫະກິດ, ທັງໄດ້ກໍານົດບັນຊີ ລັດວິສາຫະກິດ ທີ່ຈະປັບປຸງຢ່າງລະ ອຽດ ໂດຍສະເພາະ 5 ລັດວິສາຫະກິດ ຍຸດທະສາດ (ລັດວິສາຫະກິດໄຟຟ້າ ລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟ ລາວ, ບໍລິສັດຜະລິດ-ໄຟຟ້າລາວ ມະ ຫາຊົນ, ລັດວິສາຫະກິດການບິນລາວ ແລະລັດວິສາຫະກິດພັດທະນາກະສິກໍາ, ອຸດສາຫະກໍາ ແລະ ບໍລິການຂາເຂົ້າຂາອອກ). ການປັບປຸງ ແມ່ນສຸມໃສ່ປັບ ປຸງປະສິດທິຜົນຂອງການບໍລິຫານ, ປັບ ໂຄງສ້າງຫນີ້ສິນຂອງລັດວິສາຫະກິດ ແລະ ປັບປຸງໂຄງສ້າງການຖືຮຸ້ນ ເພື່ອ ໃຫ້ການບໍລິຫານຈັດການ ເປັນມືອາຊີບ ແລະ ມີຄວາມໂປ່ງໃສ ມີປະສິດຕິຜົນ ທາງເສດຖະກິດ. ຜ່ານການປັບປຸງ ເຫັນວ່າການເຄື່ອນໄຫວທຸລະກິດຂອງ ລັດວິສາຫະກິດຈໍານວນໜຶ່ງ ມີທ່າອ່ຽງ ທີ່ດີຂຶ້ນ ສົມທຽບໃນໄລຍະຜ່ານມາ. ການສົ່ງເສີມການລົງທຶນຂອງພາກ ເອກະຊົນ: ໄດ້ສືບຕໍ່ປັບປຸງກົນໄກອໍາ ນວຍຄວາມສະດວກ ແລະ ສົ່ງເສີມການ ລົງທຶນຕາມນະໂຍບາຍ ແລະ ຄໍາສັ່ງ ຂອງລັດຖະບານ ເປັນຕົ້ນ ການຕັດຂັ້ນ ຕອນການພິຈາລະນາຂອງຄະນະກໍາ ມະການສົ່ງເສີມ ແລະ ຄຸ້ມຄອງການລົງ ທຶນຂັ້ນສູນກາງ ແລະ ຂັ້ນແຂວງອອກ; ເອົາໃຈໃສ່ຊຸກຍູ້ບັນດາໂຄງການລົງທຶນ ກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ຈໍານວນໜຶ່ງ ຊຶ່ງໄດ້ມີຄວາມຄືບໜ້າ ຕາມແຜນການທີ່ກໍານົດໄວ້. ນອກຈາກ ນີ້, ລັດຖະບານ ໄດ້ມີຄວາມພະຍາຍາມ ແກ້ໄຂການສ້າງວຽກເຮັດງານທໍາ ແລະ ຈັດສັນແຮງງານ ໂດຍສະເພາະ ແຮງງານທີ່ໄດ້ຮັບຜົນກະທົບຈາກການ ລະບາດ ຂອງພະຍາດໂຄວິດ-19 ແລະ ແຮງງານລາວທີ່ກັບມາຈາກປະເທດໃກ້ ຄຽງໃຫ້ມີຄວາມສະ ຫງົບເປັນພື້ນຖານ. ພ້ອມທັງເອົາໃຈໃສ່ຂຶ້ນທະບຽນ ແລະ ສ້າງສີມືແຮງງານທີ່ມີຄຸນນະພາບ ເພື່ອ ສົ່ງອອກແຮງງານໃຫ້ບາງປະເທດ ທີ່ ມີຄວາມຕ້ອງການ ແລະ ເໝາະສົມກັບ ສີມືຂອງແຮງງານລາວ (ໃນປີ 2022 ສາມາດສົ່ງອອກແຮງງານໄປຕ່າ ງປະ ເທດ ຈໍານວນ 49.504 ຄົນ). ຂ່າວ: ມະນີທອນ, ພາບ: ອ່າຍຄຳ ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນ ຮັບແລະຕີລາຄາສູງຕໍ່ສະຫາຍຫງວຽນ ຊວນ ຖັງ ທີ່ໄດ້ນຳພາຄະນະເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ທີ່ມີມາ ແຕ່ດົນນານແລ້ວນັ້ນ ໃຫ້ແຕກດອກ ອອກຜົນ ຍິ່ງຂຶ້ນໄປເລື້ອຍໆ ໂດຍສະ ເພາະການພົວພັນຮ່ວມມືລະຫວ່າງ ສອງສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ສປປ ລາວ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈີ່ມິງ ສສ ຫວຽດນາມ ທີ່ໄດ້ເຄື່ອນໄຫວ ເຮັດວຽກຮ່ວມກັນຢ່າງເປັນປົກກະຕິ ຕໍ່ເນື່ອງ ເຊິ່ງເຫັນໄດ້ວ່າມີຜົນສຳເລັດ ຫລາຍດ້ານ ແລະ ມີບາດກ້າວອັນໃໝ່. ໂອກາດດຽວກັນນີ້,ສະຫາຍ ຫງວຽນ ຊວນ ຖັງ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ພັນຄຳ ວິພາວັນ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຈຸດປະ ສົງຂອງການເດີນທາງມາຢ້ຽມຢາມ ລາວ ໃຫ້ທ່ານນາຍົກລັດຖະມົນຕີຮັບ ຊາບ. ຂ່າວ: ພາບ: ກິດຕາ ແລະ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍ ການນໍາຂັ້ນສູງຂອງພັກ-ລັດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີວາງພວງມາ ລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການເສຍ ຊີວິດຂອງ ສະຫາຍ ຈຽງ ເຈີໝິນ ອະດີດ ເລຂາທິການໃຫຍ່, ອະດີດປະທານ ປະເທດ, ອະດີດປະທານຄະນະກໍາມະ ການທະຫານຂັ້ນສູນກາງ ແຫ່ງ ສປ ຈີນ, ເຊິ່ງມີເນື້ອໃນດັ່ງລຸ່ມນີ້: ໃນນາມ ຄະນະບໍລິຫານງານສູນ ກາງພັກ ປປ ລາວ, ພວກຂ້າພະເຈົ້າ ຂໍ ສະແດງຄວາມໂສກ ເສົ້າເສຍໃຈ ແລະ ອາໄລອາວອນ ຕໍ່ການມໍລະນະກໍາ ຂອງ ສະຫາຍ ຈຽງ ເຈີໝິນ ອະດີດເລຂາ ທິການໃຫຍ່ ຄະນະກໍາມະການສູນກາງ ພັກກອມມູນິດຈີນ, ອະດີດປະທານປະ ເທດ ແຫ່ງ ສປ ຈີນ, ອະດີດປະທານຄະ ນະກໍາມະການທະຫານສູນກາງຈີນ. ສະຫາຍ ຈຽງ ເຈີໝິນ ເປັນການນໍາ ທີ່ມີຜົນງານອັນໃຫຍ່ຫລວງ ໃນພາລະ ກິດປະຕິວັດຂອງພັກກອມມູນິດຈີນ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງສປຈີນ;ພ້ອມກັນນັ້ນ, ຍັງແມ່ນໜຶ່ງໃນບັນດາການນໍາ ຈີນ ທີ່ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ເສີມຂະຫຍາຍ ສາຍພົວພັນ ຈີນ-ລາວ ໃຫ້ກ້າວສູ່ປະ ຫວັດສາດໜ້າໃໝ່ໃນສະຕະວັດທີ 21. ການຈາກໄປຂອງສະຫາຍ ຈຽງ ເຈີໝິນ ເປັນການສູນເສຍອັນໃຫຍ່ ຫລວງ ຂອງພັກ, ລັດ ແລະ ປະຊາຊົນ ຈີນ, ທັງເປັນການສູນເສຍຜູ້ເປັນສະ ຫາຍ, ຜູ້ເປັນເພື່ອນທີ່ເຄົາລົບນັບຖືຍິ່ງ ຂອງ ພັກ, ລັດ ແລະ ປະຊາຊົນລາວ. ຂໍໃຫ້ດວງວິນຍານ ຂອງ ສະຫາຍ ຈຽງ ເຈີໝິນ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ. ພາບ: ເກດສະໜາ ການນຳ ພັກ-ລັດ... ເງິນເທົ່າກັບ 5.980 ຕື້ກີບ); ລາຍຮັບ ພາສີ-ອາກອນ 23.871 ຕື້ກືບ ເທົ່າ ກັບ 93,41% ຂອງແຜນການປີ; ລາຍ ຮັບທີ່ບໍ່ແມ່ນພາສີ-ອາກອນ 2.784 ຕື້ ກີບ ເທົ່າກັບ 81,68% ຂອງແຜນການ ປີ; ລາຍຮັບຊ່ວຍເຫລືອລ້າ 1.799 ຕື້ກີບ ເທົ່າກັບ 73,12% ຂອງແຜນ ການປີ. ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ ຕື່ມວ່າ: ການຈັດຕັ້ງປະຕິບັດລາຍຈ່າຍ ງົບປະມານແຫ່ງລັດ11 ເດືອນສາມາດ ປະຕິບັດໄດ້ 25.694 ຕື້ກີບ ເທົ່າກັບ 72,56 % ຂອງແຜນການປີ, ໃນນີ້: ຂັ້ນສູນກາງປະຕິບັດໄດ້ 17.871 ຕື້ກີບ ເທົ່າກັບ 69,96% ຂອງແຜນການປີ ແລະ ຂັ້ນທ້ອງຖິ່ນປະຕິບັດໄດ້ 7.824 ຕື້ກີບ ເທົ່າກັບ 79,27% ຂອງແຜນ ການປີ (ສໍາລັບການເບີກຈ່າຍເງິນ ເດືອນຂັ້ນສູນກາງສໍາເລັດຮອດເດືອນ ພະຈິກ 2022, ສ່ວນຂັ້ນທ້ອງຖິ່ນສໍາ ເລັດ ເປັນສ່ວນໃຫຍ່). ຄາດຄະເນລາຍ ຈ່າຍໝົດປີ 34.553 ຕື້ກີບ ເທົ່າກັບ 99,60% ຂອງແຜນການປີ ຫລື ເທົ່າ ກັບ 17,97% ຂອງ GDP (ມະຕິສະ ພາແຫ່ງຊາດ ຮັບຮອງ 18,05%ຂອງ GDP), ຖ້າທຽບໃສ່ຕົວເລກGDPໃໝ່ ຈະເຮັດໃຫ້ລາຍຈ່າຍຫລຸດລົງມາເປັນ 16,27% ຂອງ GDP ເຫັນວ່າຄາດ ຄະເນຈະສາມາດຫລຸດຜ່ອນລາຍຈ່າຍ ຫລື ປະຢັດໄດ້ ປະມານ 138 ຕື້ກີບ. ຂ່າວ ສົມຫວັງ ລັດຖະບານ... ຂອງສະພາແຫ່ງຊາດຊຸດທີ IX ກ່ຽວ ກັບການຈັດຕັ້ງປະຕິບັດແຜນງົບປະ ມານ ແຫ່ງລັດປີ 2021, ການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນ, ຄາດຄະເນໝົດປີ 2022 ແລະ ທິດທາງແຜນງົບປະມານແຫ່ງລັດປີ 2023 ໃນວັນທີ 5 ທັນວາ 2022 ນີ້ ວ່າ: ຜ່ານການສູ້ຊົນຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ11 ເດືອນສາມາດ ປະຕິບັດໄດ້ທັງໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ (ບໍ່ລວມເອົາລາຍຮັບຈາກການຫລຸດ ຜ່ອນອັດຕາອາກອນຊົມໃຊ້ ເພື່ອດັດສົມ ລາຄານໍ້າມັນ ທີ່ລັດຖະບານ ໄດ້ຊ່ວຍ ໜູນພະນັກງານ, ທະຫານ, ຕໍາຫລວດ ຮອດປະຊາຊົນທົ່ວສັງຄົມ ຈໍານວນ 2.819 ຕື້ກີບ) ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 26% (ເປັນ ເງິນເທົ່າກັບ5.849ຕື້ກີບ)ຫລື ເທົ່າກັບ 14,81%ຂອງGDPຕາມມະຕິສະພາ, ຖ້າທຽບໃສ່ຕົວເລກ GDP ໃໝ່ຈະຫລຸດ ລົງມາເປັນ 13,40% ຂອງ GDP. ສໍາລັບລາຍຮັບພາຍໃນ ປະຕິບັດໄດ້ 26.655 ຕື້ກີບ, ເທົ່າກັບ 92,03% ຂອງແຜນການປີ ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ເພີ່ມຂຶ້ນ29%(ເປັນ ລາວ-ລຸກຊຳບວກ... ຂປລ. ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທັງ ເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍການພົວພັນຮ່ວມມືສອງຝ່າຍທີ່ ເປັນມູນເຊື້ອ ອັນດີງາມ ມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອາ ນາຈັກ ລຸກຊຳບວກ, ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳ ບວກ ພ້ອມດ້ວຍຄະນະ ໄດ້ເດີນທາງ ມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022. ພິທີຕ້ອນຮັບ ສົມເດັດ ພະຣາຊາ ອັງຣີ ພ້ອມດ້ວຍຄະນະ ຢ່າງເປັນທາງ ການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນ ຕອນບ່າຍວັນທີ 5 ທັນວາ 2022, ທີ່ທໍານຽບປະທານປະເທດ ໂດຍການ ຕ້ອນ ຮັບຂອງ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປລາວ. ຈາກນັ້ນກໍໄດ້ມີການພົບປະ ສອງຝ່າຍ ເຊິ່ງທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນ ທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ສົມເດັດ ພຣະຣາຊາ ອັງຣີ ພ້ອມດ້ວຍຄະນະ ໃນຄັ້ງນີ້, ຖືເປັນຄັ້ງ ປະຫວັດສາດທີ່ມີຄວາມໝາຍ, ຄວາມ ສຳຄັນ ແລະ ເປັນນິມິດໝາຍໃໝ່ປະ ກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ການສືບຕໍ່ແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ລາວ-ລຸກຊໍາບວກ ຢ່າງເປັນປົກກະຕິ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ ແຈ້ງສະພາບການພັດທະນາເສດຖະ ກິດ-ສັງຄົມຢູ່ພາຍໃນປະເທດຂອງຕົນ ໃຫ້ກັນຊາບໂດຍຫຍໍ້, ຕີລາຄາສະພາບ ການພົວພັນຮ່ວມມືສອງຝ່າຍ ໃນໄລ ຍະຜ່ານມາ ແລະ ປຶກສາຫາລືທິດທາງ ແຜນການຮ່ວມມືໃນຕໍ່ໜ້າ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປລາວແລະລຸກຊໍາບວກເຊິ່ງເຫັນວ່າ ເປັນແບບຢ່າງແຫ່ງການພົວພັນທີ່ດີ ໃນການພົວພັນລະຫວ່າງປະເທດ ນັບ ແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ພິເສດ ປີ 2022 ນີ້ ແມ່ນຄົບຮອບ 25 ປີ ແຫ່ງການ ສ້າງ ຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກ ຊໍາບວກ ເຊິ່ງເປັນຂີດໝາຍອັນສໍາຄັນ ທາງດ້ານປະຫວັດສາດແຫ່ງການພົວ ພັນຮ່ວມມື ລະຫວ່າງ ສອງປະເທດ. ພ້ອມກັນນັ້ນ, ສອງຝ່າຍ ເຫັນດີຈະສືບ ຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງ ປະເທດ ທັງທາງດ້ານການເມືອງ ແລະ ຂະແໜງການຕ່າງໆ ທີ່ມີການຮ່ວມມື ກັນຢ່າງເປັນປົກກະຕິ, ພ້ອມທັງຈະສືບ ຕໍ່ສົ່ງເສີມການຮ່ວມມືໃນຂະແໜງການ ອື່ນໆ ເຊັ່ນ: ຂະແໜງສາທາລະນະສຸກ, ການພັດທະນາຊົນນະບົດ, ການ ສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ການບໍລິການດ້ານການທ່ອງທ່ຽວແລະ ການໂຮງແຮມ, ດ້ານການເງິນ-ທະນາ ຄານ, ການພັດທະນາພື້ນຖານໂຄງ ລ່າງຂອງພາກລັດ, ວຽກງານສະຖິຕິ, ການສົ່ງເສີມບົດບາດຍິງ-ຊາຍ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະ ພາບການພາກພື້ນ ແລະ ສາກົນ ທີ່ທັງ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້,ທ່ານທອງລຸນສີສຸລິດ ໄດ້ສະແດງຄວາມຂອບໃຈມາຍັງ ລັດ ຖະບານ ແລະ ປະຊາຊົນ ລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າ ຄ່າແກ່ ສປປລາວເຊິ່ງການຊ່ວຍເຫລືອດັ່ງກ່າວ ແມ່ນມີປະສິດທິພາບ ແລະ ປະສິດທິຜົນ ສູງ ແລະ ປະກອບສ່ວນອັນສໍາຄັນເຂົ້າ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ກໍຄື ການພັດທະນາຊົນນະບົດ ແລະ ການ ຫລຸດຜ່ອນຄວາມທຸກຍາກຂອງປະຊາ ຊົນແນໃສ່ເຮັດໃຫ້ ສປປ ລາວ ຫລຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍ ພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍ ການພັດທະນາແບບຍືນຍົງຂອງອົງ ການສະຫະປະຊາຊາດ (ສປຊ) ໃນປີ 2030. ລຸກຊໍາບວກ ຖືວ່າເປັນຄູ່ຮ່ວມມື ເພື່ອການພັດທະນາທີ່ສໍາຄັນ ຂອງ ສປປ ລາວ. ການຮ່ວມມື ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ມີບາດ ກ້າວດີ, ມີຄວາມຄືບໜ້າ ແລະ ໜັກແໜ້ນ, ການຊ່ວຍເຫລືອຂອງລັດຖະບານ ລຸກ ຊຳບວກ ໃຫ້ແກ່ການພັດທະນາໃນ ສປປ ລາວ ແມ່ນໄດ້ເພີ່ມຂຶ້ນເກືອບເທົ່າ ຕົວ, ນັບແຕ່ມີການກໍານົດແຜນງານ ຍຸດທະສາດການຮ່ວມມືສອງ ຝ່າຍ ແຕ່ ປີ 2003 ເປັນຕົ້ນມາ, ມູນຄ່າການ ຊ່ວຍເຫລືອທັງໝົດມີປະມານ 197 ລ້ານເອີໂຣ ແລະ ສະເພາະແຜນຍຸດ ທະສາດການຮ່ວມມື V (the 5th Indicative Cooperation Programme) ຫລື ICP V (20232027) ແມ່ນມີມູນຄ່າເພີ່ມຂຶ້ນເຖິງ 95 ລ້ານເອີໂຣ (ລວມມູນຄ່າ ການ ຊ່ວຍເຫລືອທັງໝົດ ນັບແຕ່ ICP I-V ມີປະມານ 292 ລ້ານເອີໂຣ), ໂດຍສຸມ ໃສ່ຂະແໜງສາທາລະນະສຸກ, ການ ສຶກສາ, ການສົ່ງເສີມການສ້າງລັດ ແຫ່ງກົດໝາຍ, ການຊ່ວຍເຫລືອໃນ ການພັດທະນາທ້ອງຖິ່ນ, ການບໍລິ ການດ້ານການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້, ທ່ານປະທານປະເທດ ຍັງ ໄດ້ສະແດງຄວາມຂອບໃຈເປັນຢ່າງ ສູງມາຍັງລັດຖະບານລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫລືອສ້າງໂຮງຮຽນ ຊ່ວຍເຫລືອເດັກກຳພ້າທີ່ແຂວງສະ ຫວັນນະເຂດ ເຊິ່ງໂຄງການດັ່ງກ່າວ ໄດ້ປະກອບສ່ວນສຳຄັນ ແລະ ເປັນປະ ໂຫຍດອັນໃຫຍ່ຫລວງແກ່ປະຊາຊົນໃນ ເຂດດັ່ງກ່າວ. ໃນຂະນະດຽວກັນ, ສົມເດັດ ພະຣາ ຊາ ອັງຣີ ກໍໄດ້ສະແດງຄວາມຂອບໃຈ ຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ໃນຄັ້ງນີ້, ພ້ອມທັງສະ ແດງຄວາມຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະ ໜູນລຸກຊໍາບວກ ໃນຂອບຫລາຍຝ່າຍ ໃນໄລຍະຜ່ານມາ ແລະ ໄດ້ສະແດງ ຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການ ຊ່ວຍເຫລືອ ສປປ ລາວ ໃນຂະແໜງ ການຕ່າງໆ ເພື່ອການພັດທະນາປະເທດ ແລະ ພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ. ພ້ອມກັນນັ້ນ, ທ່ານປະ ທານປະເທດ ແຫ່ງ ສປປ ລາວ ກໍໄດ້ຢືນ ຢັນຢ່າງໜັກແໜ້າຕື່ມວ່າຈະສືບຕໍ່ໃຫ້ ການສະໜັບສະໜູນແກ່ລຸກຊໍາບວກໃນ ເວທີສາກົນ. ສັນຍາຮ່ວມມື ພາຍໃຕ້ໂຄງການສະ ໜັບສະໜູນຂະແໜງສາທາລະນະສຸກ ລາວ/035, ສັນຍາການປົກຄອງ ແລະ ລະບຽບກົດໝາຍ ພາຍໃຕ້ໂຄງການສະ ໜັບສະໜູນວຽກງານກົດໝາຍ ແລະ ນິຕິກໍາ ລາວ/037, ສັນຍາການ ຮ່ວມ ມືເພື່ອການພັດທະນາສີມືແຮງງານ ແລະ ການຈັດຫາງານ ພາຍໃຕ້ແຜນ ງານທັກສະ ສໍາລັບວຽກງານການທ່ອງ ທ່ຽວ ລາວ/336 ແລະ ສັນຍາການ ຮ່ວມມືເພື່ອການພັດທະນາທ້ອງຖິ່ນ ພາຍໃຕ້ແຜນງານພັດທະນາທ້ອງຖິ່ນ ໃນແຂວງເປົ້າໝາຍ ລາວ/338. ໃນຕອນຄໍ່າຂອງວັນດຽວກັນ, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳ ບວກ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==