ບຸນກິນຈຽງເຜົ່າມົ້ງ ປີນີ້ມີຫລາຍກິດຈະກຳ

03/12/2025 13:07
Email Print 723
KPL ຂປລ. ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ເຈົ່າ ແມ່ນບຸນໜຶ່ງສືບທອດກັນມາແຕ່ດົນນານ ຊຶ່ງຈັດຂຶ້ນໃນທຸກໆປີ ພາຍ ຫລັງສຳເລັດການເກັບກູ້ຜົນຜະລິດ ກໍບົ່ງບອກເຖິງບຸນກິນຈຽງໄດ້ໝູນວຽນມາຮອດອີກວາລະໜຶ່ງ.

     

     ຂປລ. ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ເຈົ່າ ແມ່ນບຸນໜຶ່ງສືບທອດກັນມາແຕ່ດົນນານ ຊຶ່ງຈັດຂຶ້ນໃນທຸກໆປີ ພາຍ ຫລັງສຳເລັດການເກັບກູ້ຜົນຜະລິດ ກໍບົ່ງບອກເຖິງບຸນກິນຈຽງໄດ້ໝູນວຽນມາຮອດອີກວາລະໜຶ່ງ.

     ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ເຈົ່າ ຈັດຂຶ້ນເພື່ອເປັນການສະຫລຸບທົບທວນ ສະເຫລີມສະຫລອງຜົນງານທີ່ຍາດມາໄດ້ໃນໜຶ່ງປີຜ່ານມາ ທັງເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມ, ເປັນການຈັດພາເຂົ້າຖວາຍໃຫ້ແກ່ບັນພະບູລຸດ ແລະ ຜູ້ທີ່ລ່ວງຫລັບໄປ, ໃນດ້ານວັດທະນະທຳເປັນການບາສີສູ່ຂວັນສໍາມາຄະລະວະນໍາຜູ້ເປັນພໍ່ແມ່ ແລະ ຜູ້ອາວຸໂສອວຍພອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ໄວໜຸ່ມບ່າວ-ສາວ ກໍຈະພາກັນເອ້ຍ້ອງດ້ວຍຊຸດເຄື່ອງນຸ່ງປະຈຳເຜົ່າ ແລະ ໂຍນໝາກຄອນເບີກບານມ່ວນຊື່ນ ແລະ ອື່ນໆ.

ໃນຫລາຍປີຜ່ານມາ ການຈັດບຸນກິນຈຽງ ແມ່ນຍັງບໍ່ທັນເອກະພາບກັນເທື່ອ ຊຶ່ງບາງບ້ານ ເມືອງ ແຂວງ ກໍຈະຈັດຂຶ້ນໃນເດືອນພະຈິກ (ມື້ແຮມ 14 ຄ່ຳ). ຂະນະທີ່ມີບາງບ້ານ ເມືອງ ແຂວງ ຈະຈັດໃນເດືອນທັນວາ (ມື້ແຮມ 14 ຄ່ຳ), ແຕ່ມາໃນ 5-6 ປີມານີ້, ເຜົ່າມົ້ງໄດ້ເອກະພາບຈັດຂຶ້ນພ້ອມກັນໃນມື້ດຽວກັນຄືເດືອນທັນວາຂອງທຸກໆປີເປັນມື້ເລີ່ມຕົ້ນສະເຫລີມສະຫລອງເປັນຕົ້ນໄປ, ນີ້ແມ່ນຄວາມເປັນເຈົ້າການ ຈັດຕັ້ງປະຕິບັດຕາມພັກ-ລັດຖະບານວາງອອກ ໂດຍສະເພາະແມ່ນສູນກາງແນວລາວສ້າງຊາດ. ແນວໃດກໍດີ, ສຳລັບປີນີ້ ບຸນນໍ່ເປ້ເຈົ່າຂອງເຜົ່າມົ້ງ ໄດ້ພ້ອມກັນ ຈັດຂຶ້ນໃນວັນທີ 19 ເດືອນທັນວາ 2025 ກົງກັບມື້ແຮມ 14 ຄ່ຳ ໂດຍບັນດາຄອບຄົວກໍພາກັນຮວມ ໂຕກັນໃນມື້ນີ້ ເພື່ອເຮັດເຂົ້າໜົມ, ພາເຂົ້າຖວາຍເຄື່ອງບູຊາແກ່ບັນພະບຸລຸດ ຜູ້ລ່ວງລັບໄປແລ້ວ. ທັງຈັດພາ ເຂົ້າເອີ້ນຍາດຕິພີ່ນ້ອງ, ເພື່ອນມິດສະຫາຍມາຮ່ວມກິນໃນເຮືອນຂອງພວກເຂົາ. ສໍາລັບບັນດາຕົວເມືອງ ທີ່ມີປະຊາຊົນເຜົ່າມົ້ງເປັນຈໍານວນຫລາຍ, ການສະເຫລີມສະຫລອງບຸນກິນຈຽງແມ່ນຈະຈັດຂຶ້ນຢູ່ສະຖານທີ່ກາງແຈ້ງ  ເປັນເວລາໜຶ່ງອາທິດເຕັມ. ໃນບຸນ ດັ່ງກ່າວ ຈະມີຫລາກຫລາຍກິດຈະກຳ ບໍ່ວ່າຈະເປັນກິລາໝາກຂ່າງ, ຍິງໜ້າເກັກ, ສິລະປະຟ້ອນລໍາ ແລະ ຮ້ອງເພງ, ງົວຊົນງົວ ແລະ ໂຍນໝາກຄອນ, ການສະແດງເຄື່ອງດົນຕີ ທີ່ມີລັກສະນະຮູບຊົງຍາວທີ່ເປັນເອກະລັກສະເພາະ (ເປັນເຄື່ອງດົນຕີປະເພດເປົ່າທີ່ ເອີ້ນວ່າ: ແຄນ) ແມ່ນການສະແດງທີ່ນິຍົມຫລາຍ ໂດຍບັນດານັກດົນຕີທີ່ມີຄວາມຊຳນິຊຳນານສາມາດຟ້ອນລໍາ ແລະ ເຮັດກາຍະກຳໄປພ້ອມໆກັນ ຄຽງຄູ່ກັບການສືບຕໍ່ ປະຄັບປະຄອງຮັກສາທໍານອງດົນຕີ ຂອງພວກເຂົາໄວ້. ຊາວໜຸ່ມຊາຍ ແລະ ຍິງ ຈະພາກັນນຸ່ງເຄື່ອງພື້ນເມືອງ ທີ່ປະ ກອບໄປດ້ວຍສີສັນຫລາກຫລາຍເພື່ອຫວັງທີ່ຈະດຶງດູດໃຫ້ໄດ້ພົບກັບຜູ້ທີ່ຈະມາເປັນຄູ່ຄອງຂອງຕົນ.

    ແນວໃດກໍດີ, ບຸນກິນຈຽງກໍແມ່ນອີກບຸນໜຶ່ງທີ່ ເປັນເອກະລັກ ແລະ ຍິນດີຕ້ອນຮັບນັກທ່ອງທ່ຽວ ໃຫ້ເຂົ້າມາຮ່ວມ ພ້ອມທັງສາມາດນຸ່ງຊຸດພື້ນເມືອງປະຈຳເຜົ່າຮ່ວມສະເຫລີມສະຫລອງກິດຈະກຳຕ່າງໆນຳເຂົາເຈົ້າໄດ້ນໍາອີກ.ແຕ່ໃດມາແມ່ຍິງເຜົ່າມົ້ງຖືໄດ້ວ່າມີຄວາມຊຳນານໃນການຕໍ່າແຜ່ນແພ ຫຍິບຖັກ ປັກແສ່ວຫລາຍ ຊຶ່ງໃນແຕ່ລະປີແມ່ຍິງກໍໄດ້ພ້ອມກັນຫຍິບຖັກປັກແສ່ວຊຸດປະຈຳເຜົ່າ ໂດຍໃຊ້ເວລາຫວ່າງຈາກການອອກແຮງ, ການຮຽນໜັງສືມາຖັກແສ່ວ. ຂະນະທີ່ມາຮອດປັດຈຸບັນນີ້ ມີບາງກຸ່ມກໍຖືເອົາການຖັກແສ່ວເປັນອາຊີບຫລັກເພື່ອສ້າງລາຍຮັບເຂົ້າຄອບຄົວ.

   ໂດຍລວມແລ້ວ, ບຸນກິນຈຽງຊົນເຜົ່າມົ້ງ ແມ່ນເທສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊົນເຜົ່າມົ້ງ ທີ່ເປັນສັນຍະລັກແຫ່ງຄວາມສາມັກຄີ, ຄວາມຜູກໝັ້ນໃນວົງສາຄະນະຍາດຂອງປະຊາຊົນເຜົ່າມົ້ງ ທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ  ທັງເປັນການສະຫລຸບຜົນງານທີ່ຍາດມາໄດ້ໃນໜຶ່ງປີຜ່ານມາ, ບາສີສູ່ຂວັນໃຫ້ແກ່ແຕ່ລະຄອບຄົວ, ສົມມາຄະລະວະນໍາຜູ້ເປັນພໍ່ແມ່ ແລະ ຜູ້ອາວຸໂສ ອວຍພອນສົ່ງ ທ້າຍປີເກົ່າຕ້ອນຮັບປີໃໝ່ ເປີດໂອກາດໃຫ້ໄວໜຸ່ມ ບ່າວ-ສາວໄດ້ໂຍນໝາກຄອນ ເບີກບານມ່ວນ ຊື່ນ ແລະ ອື່ນໆ.

ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ


Top