ກະຊວງ ພະລັງງານ ​ແລະ ບໍ່​ແຮ່ ສະຫລຸບແຜນພັດທະນາ ປະຈໍາປີ 2022

02/02/2023 15:04
Email Print 1416
ຂປລ ຂປລ. ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບແຜນພັດທະນາ ພບ ປະຈໍາປີ 2022, ກາງສະໄໝ ແລະ ຄາດຄະເນທ້າຍສະໄໝ ຂອງແຜນພັດທະນາຂະແໜງ ພບ 5 ປີ ຄັ້ງທີ IX (2021-2025) ແລະ ປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ

 

 ຂປລ. ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບແຜນພັດທະນາ ພບ ປະຈໍາປີ 2022, ກາງສະໄໝ ແລະ ຄາດຄະເນທ້າຍສະໄໝ ຂອງແຜນພັດທະນາຂະແໜງ ພບ 5 ປີ ຄັ້ງທີ IX (2021-2025) ແລະ ປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂະແໜງ ພະລັງງານ ແລະ ບໍ່ແຮ່ ໃນລະຫວ່າງວັນທີ 2-3 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
   ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້
, ຈະໄດ້ພ້ອມກັນສະຫລຸບຕີລາຄາສະ ພາບການເຄື່ອນໄຫວວຽກງານ ພບ ໃນຂອບເຂດທົ່ວປະເທດໃນປີ 2022 ຜ່ານມາ, ຄົ້ນຄວ້າ, ປຶກສາຫາລື ເພື່ອກໍານົດທິດທາງ, ໜ້າທີ່ ແລະ ລະດັບຄາດໝາຍກ່ຽວກັບການພັດທະນາວຽກງານ ພບ ສໍາລັບປີ 2023, ຮັບຟັງການສະຫລຸບລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງຂະແໜງ ພບ ໃນປີ 2022, ຟັງການສະຫລຸບກາງສະໄໝກ່ຽວກັບສະພາບການປະຕິບັດແຜນຍຸດທະສາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີ (2021-2025), ຮັບຟັງການປະ ກອບຄໍາເຫັນຂອງຜູ້ຕາງໜ້າບັນດາກະຊວງ, ການປະກອບຄໍາເຫັນຂອງ ທ່ານຮອງເຈົ້າຄອງນະຄອນ ຫລວງ, ທ່ານຮອງເຈົ້າແຂວງກ່ຽວກັບການປະສານສົມທົບ, ການຊີ້ນໍາ-ນໍາພາການພັດທະນາວຽກງານ ພບ ໃນໄລຍະຜ່ານມາ, ຮັບຟັງການລາຍງານສະພາບ ແລະ ບົດຮຽນການຄຸ້ມຄອງດ້ານວິຊາສະເພາະ, ການຄຸ້ມຄອງການດໍາເນີນທຸລະກິດ ແລະ ການຄຸ້ມຄອງບັນດາໂຄງການ, ແຜນງານໃນໄລຍະຜ່ານມາ ຂອງບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ. ພ້ອມນີ້, ກໍຈັດຕັ້ງການຍ້ອງຍໍສັນລະເສີນຜົນງານ 5 ປີ (2016-2020) ຂອງກະຊວງ ພະລັງ ງານ ແລະ ບໍ່ແຮ່.
   ທ່ານລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງ​ໃຫ້​ຮູ້ອີກວ່າ: ເນື້ອໃນທີ່ນໍາມາຄົ້ນຄວ້າ
, ປຶກສາຫາລື ແລະ ຕົກລົງຢູ່ໃນກອງປະຊຸມຄັ້ງນີ້ ມີຄວາມສໍາຄັນຫລາຍ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນເພື່ອເຮັດໃຫ້ເນື້ອໃນ ແລະ ວຽກງານຕ່າງໆຂອງກອງປະຊຸມໃຫ້ມີຄວາມໜັກແໜ້ນ, ມີການຫັນ ປ່ຽນທີ່ຕັ້ງໜ້າ, ຮັບປະກັນໃຫ້ກອງປະຊຸມບັນລຸຜົນສໍາເລັດຢ່າງຈົບງາມ.

KPL

ຂ່າວອື່ນໆ

ads
ads

Top