ກຽມ​ເປີ​ດ ງານຜະລິດຕະພັນລາວ ຟື້ນ​ຟູ​ ເສດຖະກິດ ​ແລະ ສົ່ງ​ເສີມ​ຜະລິດ​ຕະພັນ​ລາວ​ສູ່​ສາກົນ

31/01/2023 15:13
Email Print 6457
ຂປລ ຂປລ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈະ​ເປີດງານຜະລິດຕະພັນລາວ ປະຈໍາປີ 2023 (Made In Laos 2023) ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ 2023 ຢູ່ສູນການຄ້າລາວ-ໄອເຕັກ ​ເພື່ອ​ເປັນ​ການ​ຟື້ນ​ຟູ​ເສດຖະກິດ ​ແລະ ສົ່ງ​ເສີມຜະລິດ​ຕະພັນ​ລາວ​ສູ່​ສາກົນ ​ເຊິ່ງພິທີຖະແຫລງຂ່າວການຈັດ​ງານ​ດັ່ງ​ກ່າວ ຈັດຂຶ້ນໃນວັນທີ 30 ມັງກອນ 2023

 

   ຂປລ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈະ​ເປີດງານຜະລິດຕະພັນລາວ ປະຈໍາປີ 2023 (Made In Laos 2023) ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ 2023 ຢູ່ສູນການຄ້າລາວ-ໄອເຕັກ ​ເພື່ອ​ເປັນ​ການ​ຟື້ນ​ຟູ​ເສດຖະກິດ ​ແລະ ສົ່ງ​ເສີມຜະລິດ​ຕະພັນ​ລາວ​ສູ່​ສາກົນ ​ເຊິ່ງພິທີຖະແຫລງຂ່າວການຈັດ​ງານ​ດັ່ງ​ກ່າວ ຈັດຂຶ້ນໃນວັນທີ 30 ມັງກອນ 2023 ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
  ທ່ານ ນາງ ຈັນທະຈອນ ວົງໄຊ ​ໄດ້​ໃຫ້​ຮູ້ວ່າ: ສຄອຊ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະ ກຳ (ສຄອ) ແຂວງທົ່ວປະເທດ ຈະຈັດງານ ຜະລິດຕະພັນລາວ ປະຈຳປີ
2023 (Made in Laos 2023) ຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ 2023 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ແລະ ປີນີ້ ສຄອ ແຂວງຈຳປາສັກ ເປັນເຈົ້າພາບຮ່ວມຫລັກໃນການຈັດງານດັ່ງກ່າວ ​ໂດຍ ສຄອ ແຂວງຈຳປາສັກ ຈະໄດ້ມີການອອກແບບຕົບແຕ່ງ ເພື່ອສື່ໃຫ້ເຫັນວິຖີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫລ່ງທ່ອງທ່ຽວຕ່າງໆ ທາງດ້ານວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບການດຳລົງຊີວິດ ຂອງປະຊາຊົນ​ບັນດາ​ເຜົ່າແຂວງຈຳປາສັກ. ນອກຈາກນັ້ນ, ຍັງໄດ້ເຫັນເຖິງການຂະ ຫຍາຍຕົວທາງດ້ານເສດຖະກິດ ​ເປັນ​ຕົ້ນ ເຂດເສດຖະກິດພິເສດ ແລະ ສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ແລະ ສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງຈຳປາສັກ.
  ຈຸດປະສົງຫລັກໃນການຈັດງານໃນປີນີ້ ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວ ຫັນມານຳໃຊ້ຜະລິດຕະພັນລາວໃຫ້ຫລາຍຂຶ້ນ. ພ້ອມກັນນັ້ນ ກໍເປັນການປຸກລະດົມຂົນຂວາຍ ​ແລະ ເພີ່ມທະວີການຜະລິດໃນລະດັບຄອບຄົວ ໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້
, ທັງ​ເປັນ​ການສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫຍ່, ກາຍເປັນອຸດສາຫະກຳການຜະລິດ ທັງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພ້ອມຈະແຂ່ງຂັນ, ຈໍາໜ່າຍຕະຫລາດພາຍໃນ ແລະ ສົ່ງອອກສູ່ສາກົນໄດ້. ພ້ອມນີ້, ຍັງຈະເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ ແລະ ຕ້ອງການແນະ​ນຳສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດ ໃຫ້ບັນດາແຂກທີ່ມາຊົມງານໄດ້ຮັບຊາບ, ທັງເປັນການແລກປ່ຽນຄວາມຮູ້, ເຕັກນິກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາ ສິນຄ້າຂອງຕົນ, ທັງເປັນການໂຄສະນາຄວາມອຸດົມ ສົມບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ, ການຄ້າ-ການລົງທຶນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງແຂວງທີ່ເປັນເຈົ້າພາບຮ່ວມຈັດງານ ຕະຫລອດເຖິງທຸກແຂວງທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.
  ງານວາງສະແດງໃນຄັ້ງນີ້
, ຈະມີຫລາຍຜະລິດຕະພັນ, ທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ, ເຂົ້າຮ່ວມຫລາຍກວ່າ 200 ຫ້ອງວາງສະແດງ ຈາກຫລາຍກວ່າ 130 ຜູ້ປະກອບການ ແລະ ຫົວ            ໜ່ວຍທຸລະກິດ ຈາກຫລາຍຂະແໜງການເຊັ່ນ: ຂະແໜງຜະລິດຕະພັນ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດ ຕະພັນ (ໂອດັອບ), ຜະລິດຕະພັນ ເມດ​ອິນລາວ, ຜະລິດຕະພັນ ຫັດຖະກຳ, ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ, ຜະລິດຕະພັນອຸດສາຫະກຳ. ນອກນີ້, ຍັງມີຜະລິດຕະພັນ ໄອທີ, ຂົນສົ່ງ, ທະນາຄານ ແລະ ການບໍລິການ ແລະ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ, ຜະລິດຕະພັນເຟີນີເຈີ ແລະ ຜະລິດ ຕະພັນ ກະສິກຳ. ພິເສດ ​ໃນປີນີ້, ຍັງຈະໄດ້ພົບກັບສິນຄ້າຫລາກຫລາຍຈາກ 3 ປະເທດ ທີ່ມາລົງທຶນໃນ ສປປ ລາວ ໃນອັນດັບຕົ້ນໆຄື: ສປ ຈີນ, ຣາຊາອານາຈັກໄທ ແລະ ສສ ຫວຽດນາມ ​ເຊິ່ງເປັນປີທຳອິດທີ່ ສຄອຊ ໄດ້ເຊີນນັກລົງທຶນ 3 ປະເທດ ເຂົ້າຮ່ວມງານໃນຄັ້ງນີ້.
   ນອກຈາກນີ້
, ພາຍໃນງານຍັງມີຫລາຍກິດຈະກຳເຊັ່ນ: ການຈັດສໍາມະນາຕ່າງໆ ທີ່ເປັນການໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກລາງວັນ ແລະ ກິດຈະກໍາບັນເທີງ ອື່ນໆອີກ.

KPL

ຂ່າວອື່ນໆ

ads
ads

Top