ຂປລ.ຕາມຂ່າວຈາກ ສິງກະໂປ, ວັນທີ22ມິຖຸນານີ້, ກະຊວງ ສາທາ ລະນະສຸກ ຂອງສິກະໂປ ກວດພົບ ຜູ້ຕິດເຊື້ອ ພະຍາດ ໝາກສຸກລີງ ຄົນທຳອິດ ຂອງປະເທດ ແລະ ຄົນທຳອິດ ໃນອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ) ເປັນເພດຊາຍ ທີ່ເດີນທາງ ມາຈາກ ອັງກິດ ເປັນພະນັກງານ ຕ້ອນຮັບ ຂອງສາຍການບິນ ແຫ່ງໜຶ່ງ ເດີນທາງ ມາຮອດ ສິງກະໂປ ເມື່ອໄລຍະ ກາງເດືອນ ມິຖຸນານີ້ ແລະ ມີຜູ້ໃກ້ຊິດ ຢ່າງໜ້ອຍ 13ຄົນ.ປັດຈຸບັນ ພວມປິ່ນປົວ ທີ່ສູນຄວບຄຸມ ພະຍາດ ແຫ່ງຊາດ ຂອງສິງກະໂປ ແລະ ທຸກຄົນຕ້ອງຖືກກັກຕົວ ເພື່ອສັງເກດການ ເປັນເວລາ21ວັນ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ