
*ປັດຈຸບັນ, ເສດຖະກິດລາວ ລວມເຖິງເສດຖະກິດໂລກມີການ ຜັນແປໄປຢ່າງສັບສົນ ເຮັດໃຫ້ຄ່າຄອງຊີບຕ່າງໆ ບໍ່ວ່າຈະເປັນລາຄາ ສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອື່ນໆ ມີການເໜັງຕີງ ຢ່າງຕໍ່ເນື່ອງ ຈຶ່ງສົ່ງ ຜົນກະທົບ ຢ່າງຫລວງຫລາຍຕໍ່ ການດໍາລົງຊີວິດ ຂອງປະຊາຊົນຕໍ່ ກັບບັນຫາດັ່ງກ່າວ ທາງພັກ-ລັດ ກໍ ໄດ້ຮີບຮ້ອນແກ້ໄຂ ເພື່ອເຮັດໃຫ້ການ ດໍາລົງຊີວິດ ຂອງປະຊາຊົນ ຄ່ອຍໆດີຂຶ້ນ. ຕໍ່ ກັບຄຳສະເໜີ ຂອງປະຊາຊົນ ກ່ຽວກັບວິທີ ການແກ້ໄຂບັນຫາ ຫຍຸ້ງຍາກ ດ້ານເສດຖະກິດນັ້ນ ສະມາຊິກສະພາ ແຫ່ງຊາດ (ສສຊ) ກໍໄດ້ມີຄຳເຫັນ ຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງຫລາກຫລາຍ. ດັ່ງທີ່ ທ່ານ ທະນົງສິນ ກັນລະຍາ ສະມາຊິກ ສສຊ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ມີຄຳເຫັນ ວ່າ: ຜ່ານການລົງພົບປະ ກັບປະຊາຊົນ ສສຊ ໄດ້ ຮັບຟັງຂໍສະເໜີ ຂອງປະຊາຊົນ ພາຍໃນແຂວງ ຊຶ່ງບັນຫາທີ່ປະຊາຊົນ ຮຽກຮ້ອງໃຫ້ມີ ການແກ້ໄຂຢ່າງເລັ່ງດ່ວນ ແລະ ທັນເຫດການ ແມ່ນບັນຫາ ທີ່ສົ່ງຜົນກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ແຕ່ແນວໃດ ກໍດີວິກິດຄັ້ງນີ້ ກໍຖືເປັນ ໂອກາດດີທີ່ ຈະໃຫ້ຄົນລາວ ຫັນມາຊົມໃຊ້ ສິນຄ້າລາວ ໃຫ້ຫລາຍຂຶ້ນ ເພື່ອຫລຸດປະລິມານ ການນຳເຂົ້າສິນຄ້າ ພາຍນອກສະນັ້ນ, ຈຶ່ງຢາກໃຫ້ລັດ ຖະບານ ຊີ້ນໍານໍາພາສົ່ງເສີມ ປະຊາຊົນຫັນມານໍາໃຊ້ ຜະລິດຕະພັນລາວ ໂດຍຖືເປັນໂຄງການ ບູລິມະສິດ ພ້ອມດຽວກັນນັ້ນ ກໍຕ້ອງສົ່ງເສີມ ເລື່ອງການຫຸ້ມຫໍ່ ໃຫ້ໄດ້ມາດຕະຖານ ຈຶ່ງຈະສາມາດ ນໍາເຂົ້າຮ້ານຄ້າ ໃຫຍ່ໆໄດ້ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ເຫັນວ່າສິນຄ້າ ຈາກລາວກໍ່ມີດີ ບໍ່ນ້ອຍໜ້າຊາດໃດ. ອີກຢ່າງໜຶ່ງ ຄວນຈັດໃຫ້ມີ ຮ້ານຂາຍຍົກເວັ້ນພາ ສີ ຫລື ຂາຍຄາລາຖືກ ເນັ້ນຜະລິດຕະພັນ ຈາກ ພາຍໃນ, ສິນຄ້າບໍລິໂພກ ທີ່ຈໍາເປັນຢູ່ແຕ່ລະແຂວງ ແຕ່ລະເມືອງແຕ່ລະບ້ານ ພ້ອມທັງຄໍ້າປະກັນ ແລະ ຮັກສາລະດັບລາຄາສິນຄ້າ ໃຫ້ໝັ້ນຄົງ ເພື່ອເຮັດໃຫ້ຄ່າຄອງຊີບດີຂຶ້ນ.
ສຳລັບນະໂຍບາຍການເປີດປະເທດ ເພື່ອຕ້ອນຮັບ ນັກທ່ອງທ່ຽວນັ້ນ ກໍເຫັນດີເປັນເອກະພາບ ແຕ່ຕ້ອງມີ ການປັບປຸງບັນດາເຮືອນພັກ, ໂຮງ ແຮມ, ສະຖານທີ່ທ່ອງທ່ຽວ ລວມ ເຖິງດ່ານກວດກາ ຄົນເຂົ້າ-ອອກ ເມືອງ (ຕມ) ເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວເພາະ ວ່າປັດຈຸບັນ ເມື່ອເປີດປະເທດແລ້ວ ກໍມີນັກທ່ອງທ່ຽວ ເລີ່ມເຂົ້າມາທ່ອງທ່ຽວຫລາຍຂຶ້ນ ແຕ່ຫລາຍພາກ ສ່ວນ ຍັງບໍ່ມີຄວາມພ້ອມຮອງຮັບ ເພາະສະພາບ ເສດຖະກິດ ໃນປັດຈຸບັນ ຍັງມີຄວາມຫຍຸ້ງຍາກ ຫລາຍຢ່າງ ໂດຍສະເພາະ ແມ່ນບັນຫາເງິນເຟ້ີ ຢາກໃຫ້ທະນາຄານແຫ່ງ ສປປ ລາວ ທະນາຄານທຸລະກິດ ຄວບຄຸມບັນຫາ ອັດຕາການແລກປ່ຽນ ໃຫ້ເໝາະສົມ ພ້ອມທັງເກັບກຳຮ້ານ ແລກປ່ຽນທີ່ໄດ້ ຮັບອະຍຸຍາດດໍາ ເນີນທຸລະກິດ ຢ່າງລະອຽດ ເພື່ອສາມາດ ເກັບກໍາຂໍ້ມູນ ເງິນຕາຕາມເປົ້າ ໝາຍ ທີ່ກໍານົດໄວ້ ເພື່ອເຮັດໃຫ້ລະບົບ ເສດຖະກິດ ມີຄວາມເຂັ້ມແຂງ ຂຶ້ນກວ່າເກົ່າ.

ໂດຍ: ມາລິດາ
ເນື້ອໃນ: ຂປລ