ຂປລ.ໃນໂອກາດຊີ້ແຈງ ຕໍ່ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຂອງທ່ານ ຮສ ປອ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ພວມດໍາເນີນ ໃນປັດຈຸບັນນີ້ ໂດຍໄດ້ຊີ້ໃຫ້ເຫັນຜົນສໍາເລັດ ໃນການຈັດບູລິມະສິດ ຄູອາສາສະໝັກຕາມ 3 ບັນຊີ ທີ່ມີຈຳນວນ 7.693 ຄົນ. ໃນນີ້ ບັນຊີ 1 ມີຈໍານວນ 3.604 ຄົນເຊິ່ງແມ່ນຄູອາສາສະໝັກ ທີ່ຈົບຖືກຊັ້ນຖືກສາຍວິຊາ ທີ່ຜ່ານການປະເມີນການສອນ ຢູ່ໃນເກນດີ ແລະ ສະຖານການສຶກສາມີຄວາມຕ້ອງການ; ສ່ວນຜູ້ທີ່ຈັດຢູ່ໃນບັນຊີ 2 ແມ່ນຜູ້ທີ່ສອນບໍ່ຖືກຊັ້ນຖືກສາຍ ເປັນຄູສອນລາຍວິຊາ ທີ່ມີຫລາຍເກີນຄວາມຕ້ອງການ ຂອງສະຖານສຶກສາ, ແຕ່ມີຄວາມກະຕືລືລົ້ນທີ່ຈະສືບຕໍ່ສອນ, ສຳລັບກຸ່ມນີ້ມີຈໍານວນ 1.404 ຄົນ ທີ່ຈະໄດ້ລະດົມ ໃຫ້ໄປບຳລຸງຍົກລະດັບ ໃນວິຊາທີ່ຂາດ ຢູ່ວິທະຍາໄລຄູແຫ່ງຕ່າງໆ ເພື່ອຈະສືບຕໍ່ບັນຈຸໃນຕໍ່ໜ້າ ແລະ ຜູ້ທີ່ຈັດຢູ່ໃນບັນຊີ 3 ແມ່ນຈະລະດົມ ໃຫ້ໄປຮຽນ ອາຊີວະສຶກສາ ຫລື ຂະແໜງການອື່ນ, ເວລາຈົບມາແມ່ນໃຫ້ໄປເຮັດວຽກອື່ນ ເຊິ່ງມີຈໍານວນ 2.685 ຄົນ.
ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ຂະແໜງການຕົນ ໄດ້ສໍາເລັດການເກັບກໍາ ແລະ ສັງລວມ ຈໍານວນຄູອາສາສະໝັກ ໃນແຕ່ລະຊັ້ນຮຽນ ເພື່ອເປັນຂໍ້ມູນ ໃນການຄົ້ນຄວ້າແຜນ ການບັນຈຸລັດຖະກອນ ຄູໃໝ່ໃນແຕ່ລະປີ. ສຳລັບຄູອາສາສະໝັກ ທີ່ຈັດແບ່ງຕາມຊັ້ນ ມີລາຍລະອຽດດັ່ງນີ້: ຊັ້ນການສຶກສາກ່ອນໄວຮຽນ ມີ 1.417 ຄົນ, ຊັ້ນປະຖົມສຶກສາ 2.601 ຄົນ, ຊັ້ນມັດທະຍົມຕອນຕົ້ນ1.372 ຄົນ, ຊັ້ນມັດທະຍົມສົມບູນ 2.303 ຄົນ. ໃນນີ້ ເປັນອາສາສະໝັກ ມາໄດ້ 8-9 ປີ ມີຈຳນວນ 38 ຄົນ, 6-7 ປີ ມີຈໍານວນ 1.636 ຄົນ ແລະ ຄູອາສາສະໝັກ ປະມານ 3-5 ປີ ມີຈໍານວນ 6.019 ຄົນ. ຂະນະດຽວກັນ ໄດ້ສຳເລັດ ແບ່ງປັນຕົວເລກ (ທຶນໃນແຜນ) ໃຫ້ຄູອາສາສະໝັກ ບັນຊີທີ 2 ໄປຍົກລະດັບຊັ້ນປະລິນຍາຕີ (ຕໍ່ເນື່ອງ) ພາກປົກກະຕິ ພາຍໃນປະເທດ ຈຳນວນ 166 ຄົນ. ໃນນັ້ນ ຊັ້ນມັດທະຍົມປະກອບມີວິຊາ: ຄະນິດສາດ, ພາສາລາວ-ວັນນະຄະດີ, ໄອຊີທີ, ພື້ນຖານວິຊາຊີບ, ພະລະສຶກສາ ແລະ ສິລະປະສຶກສາ.
ໃນແຕ່ລະປີ ໄດ້ບັນຈຸຄູອາສາສະໝັກ ທີ່ສອນໃນແຕ່ລະຊັ້ນຮຽນ ເຂົ້າເປັນລັດຖະກອນຄູ ປະມານ 94% ຂອງໂກຕ້າ ທີ່ໄດ້ຮັບທັງໝົດ ເຊິ່ງເຮັດໃຫ້ຈໍານວນ ຄູອາສາສະໝັກໄດ້ຫລຸດລົງ ໃນແຕ່ລະປີ ເຊັ່ນ: ໃນສົກຮຽນ 2020-2021 ທົ່ວປະເທດ ມີຈໍານວນຄູອາສາສະໝັກ ທັງໝົດ 8.423 ຄົນ (ນັບສະເພາະຜູ້ມີອາຍຸການສິດສອນ 3 ປີຂຶ້ນໄປ) ຕົກມາສົກຮຽນ 2021-2022 ທົ່ວປະເທດ ມີຈໍານວນຄູອາສາສະໝັກ ທັງໝົດເຫລືອພຽງ 7.693 ຄົນ ແລະ ຜ່ານການປະເມີນການສິດສອນ ຂອງຄູອາສາສະໝັກຂອງບັນດາແຂວງ, ເມືອງ ແລະ ໂຮງຮຽນ ເຫັນວ່າປະສິດທິພາບ ໃນການນໍາໃຊ້ຄູອາສາສະໝັກ ແມ່ນຢູ່ໃນລະດັບດີພໍສົມຄວນ ແລະ ສາມາດຮັບຮອງເປັນຄູໄດ້ ຖ້າວ່າມີໂຄຕາ ຫລື ຖ້າວ່າມີລະບົບຄູພາລາກອນ.
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
ເນື້ອໃນ: ຂປລ