
ຂປລ. ຄະນະປະຈຳສະສາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ເລັ່ງປັບປຸງແກ້ໄຂ ຫລາຍບັນຫາສຳຄັນ ເປັນຕົ້ນ ສະເໜີໃຫ້ສຳຫລວດ ເກັບກຳຂໍ້ມູນກ່ຽວກັບລັດຖະກອນຄູ, ຄູເຫລືອບໍ່ພໍ ແລະ ຄູອາສາສະໝັກ ໃຫ້ມີຄວາມຊັດເຈນກວ່າເກົ່າ ເພື່ອສັບຊ້ອນຈັດສັນຄືນ ໃຫ້ເໝາະສົມ ໂດຍສະເພາະ ຄູອາສາສະໝັກ ທີ່ສອນມາໄດ້ຫລາຍປີ ແລະ ມີຄຸນນະພາບ ຄວນໄດ້ຮັບ ການບັນຈຸເປັນລັດຖະກອນຄູ ຫລື ພາລາກອນຄູ, ພ້ອມທັງ ໃຫ້ສືບຕໍ່ເກັບກຳ ຂໍ້ມູນລັດຖະກອນຄູ ສາຍວິຊາສະເພາະທີ່ຍັງຂາດເຂີນ ເພື່ອວາງແຜນ ສ້າງບຸກຄະລາກອນ ສາຍວິຊາສະເພາະ ໃຫ້ສອດຄ່ອງກັບ ຄວາມຕ້ອງການຕົວຈິງ ແລະ ປຸກລະດົມຂົນຂວາຍ ລັດຖະກອນຄູ ຢູ່ໃນຕົວເມືອງທີ່ເຫລືອ ລົງໄປປະຈຳຢູ່ເຂດຊົນນະບົດ ແລະ ອື່ນໆ.
ທ່ານນາງ ທຸມມາລີ ວົງພະຈັນ ປະທານກຳມາທິການ ວັດທະນະທຳ-ສັງຄົມ ໄດ້ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ສະເໜີໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2022 ໂດຍໄດ້ສະເໜີ ໃຫ້ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ຕ້ອງເປັນເຈົ້າການປະສານ ກັບທຸກພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າກຳນົດມາດຕະການ, ວິທີການໃນການສືບຕໍ່ ປະຕິບັດບັນດາຄາດໜາຍ ທີ່ບັນລຸແລ້ວໃຫ້ມີຄວາມຍືນຍົງ ແລະ ສຸມໃສ່ແກ້ໄຂບັນດາຄາດໝາຍ ທີ່ບໍ່ທັນບັນລຸ ໃຫ້ມີຄວາມຄືບໜ້າ ແລະ ສາມາດບັນລຸຕາມແຜນ ການທີ່ວາງໄວ້ ໂດຍສະເພາະ ບັນດາຄາດໝາຍທີ່ມີ ທ່າອ່ຽງທົດຖອຍຕໍ່ເນື່ອງ ມາເປັນເວລາຫລາຍປີ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຄົ້ນຄວ້າສະໜອງ ໂຄງລ່າງພື້ນຖານ, ສະພາບແວດລ້ອມ ທີ່ເອື້ອອຳນວຍ, ສະໜອງອຸປະກອນ ການຮຽນ-ການສອນ, ລວມທັງອາຫານທ່ຽງ ໃນໂຮງຮຽນ ເພື່ອສ້າງແຮງຈູງໃຈ ໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ພໍ່ແມ່ຜູ້ປົກຄອງ; ທົບທວນປັບປຸງ ລະບົບການສຶກສາ ແລະ ຫລັກສູດຂັ້ນສາມັນພາກບັງຄັບ ໂດຍສະເພາະ ແມ່ນຊັ້ນປະຖົມ ໃຫ້ມີຄວາມແທດເໝາະ ກັບສະພາບຄວາມເປັນຈິງ ຂອງປະເທດເຮົາ, ຄົ້ນຄວ້າຮູບແບບ ແລະ ວິທີການສິດສອນ ໂດຍຖືເອົານັກຮຽນ-ນັກສຶກສາ ເປັນໃຈກາງ ໃຫ້ມີຄວາມຫລາກຫລາຍ, ພ້ອມທັງຜະລິດສື່ ການຮຽນ-ການສອນ ໃຫ້ເໝາະສົມກັບ ແຕ່ລະຮູບແບບ ເພື່ອສ້າງເງື່ອນໄຂ ໃຫ້ພົນລະເມືອງລາວ ໄດ້ເຂົ້າເຖິງການສຶກສາ ຢ່າງເທົ່າທຽມ ແລະ ທົ່ວເຖິງ ກ້າວໄປສູ່ຫັນການສຶກສາ ເປັນທັນສະໄໝ; ປັບປຸງກົນໄກການຈັດຕັ້ງປະຕິບັດ ວຽກງານຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບ ການສຶກສາທຸກຊັ້ນ, ທຸກສາຍ ນັບທັງພາກລັດ ແລະ ເອກະຊົນ ໃຫ້ເປັນປົກກະຕິ, ສ້າງຖານຂໍ້ມູນກ່ຽວ ກັບວຽກງານດັ່ງກ່າວ ໃຫ້ເປັນລະບົບທີ່ທັນສະໄໝ ແລະ ສາມາດເຊື່ອມຕໍ່ກັນ ໄດ້ໃນຂອບເຂດທົ່ວປະເທດ, ພ້ອມທັງ ໃຫ້ເອົາໃຈໃສ່ຂະຫຍາຍ ບຸກຄະລາກອນ ກິລາກາຍຍະກຳ ແລະ ນັກກິລາ ໃຫ້ເປັນມືອາຊີບ ຂອງແຕ່ລະທ້ອງຖິ່ນ, ຄຸ້ມຄອງຕິດຕາມກວດກາ ແລະ ປັບປຸງການເຄື່ອນໄຫວ ຂອງຄະນະກຳມະການ ກິລາແຫ່ງຊາດ, ສະຫະພັນກິລາແຫ່ງຊາດ ແຂວງ ແລະ ຂະແໜງການ, ສະມາຄົມ, ສະໂມສອນກິລາກາຍຍະກຳ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ; ປະ ສານສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາ ການສຶກສາແຕ່ລະຂັ້ນ, ລວມເຖິງພໍ່ແມ່ຜູ້ປົກຄອງ ເພື່ອປຸກລະດົມ ໃຫ້ນັກຮຽນທີ່ປະລະການຮຽນ ກັບຄືນມາຮຽນ ສ້າງເງື່ອນໄຂ ແລະ ໃຫ້ໂອກາດນັກຮຽນ ໃນເກນທີ່ສາມາດຮຽນເຕັກນິກ ແລະ ວິຊາຊີບ ໄດ້ເຂົ້າເຖິງໃນສະຖານ ອະຊີວະການສຶກສາ ໃຫ້ທົ່ວເຖິງ ໂດຍປະສານສົມທົບ ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບແຜນຝຶກອົບຮົມວິຊາຊີບ ເພື່ອພັດທະ ນາຊັບພະຍາກອນມະນຸດ ໃຫ້ມີສີມືແຮງງານ ທີ່ມີຄຸນນະພາບ ສາມາດຕອບສະໜອງ ຄວາມຕ້ອງການ ຂອງຕະຫລາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ.
ພ້ອມນັ້ນ, ສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານພິຈາລະນາ ເພີ່ມງົບປະມານໃຫ້ແກ່ຂະແໜງ ການສຶກສາທິການ ແລະ ກິລາ, ວິທະຍາສາດ, ພ້ອມທັງໃຫ້ເອົາໃຈ ໃສ່ ຄຸ້ມຄອງການນຳໃຊ້ງົບປະມານ ທຶນຊ່ວຍເຫລືອຂອງສາກົນ ຂອງຂະແໜງການສຶກສາ ແລະ ກິລາ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ໃນສະພາບທີ່ມີ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ, ໄພເງິນເຟີ້ ແລະ ໄດ້ຮັບຜົນກະທົບ ຈາກການລະບາດ ຂອງພະຍາດໂຄວິດ-19 ສະເໜີໃຫ້ລັດຖະບານ ພິຈາລະນາຜ່ອນຜັນດ້ານພາສີອາກອນ ຕໍ່ໂຮງຮຽນເອກະຊົນແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ຕື່ມອີກ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
ເນື້ອໃນ: ຂປລ