
ຂປລ. ບໍລິສັດ ສະຕຣາໂທລະຄົມ ຫລື ຢູນິເທວ ໄດ້ມອບທຶນຊ່ວຍເຫລືອ ໃຫ້ແກ່ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ຈຳນວນ 460 ລ້ານກີບ ເພື່ອນຳໃຊ້ເຂົ້າໃນ ການສ້ອມແປງເຄຫາສະ ຖານ, ຈັດຊື້ຄອມພິວເຕີ ຈໍານວນ 30 ຊຸດ ໃຫ້ຫ້ອງຄອມຂອງໂຮງຮຽນ ແລະ ມອບໃຫ້ເປັນນັກຮຽນ ເປັນທຶນການສຶກສາ ຈຳນວນ 50 ທຶນ ເປັນເງິນທຶນລະ 5 ແສນກີບ.
ພິທີມອບ-ຮັບ ການຊ່ວຍເຫລືອໃນຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ໂຮງຮຽນສອງ ພາສາລາວ-ຫວຽດນາມ ຫງວຽນຢູ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍເປັນກຽດມອບຂອງ ທ່ານ ລືວ ແມ້ງ ຮ່າ ປະທານບໍລິສັດ ສະຕຣາໂທລະຄົມ ປະຈໍາລາວ ແລະ ກ່າວຮັບແມ່ນທ່ານນາງ ສີວັນເຮືອງ ເພັງຄຳໄມ ຜູ້ອໍານວຍການໂຮງຮຽນ ສອງພາສາລາວ-ຫວຽດນາມ ຫງວຽນຢູ, ມີທ່ານ ຫງວຽນ ບ່າ ຮຸ້ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍທູດສຶກສາ ແລະ ວັດທະນະທໍາ ສສ ຫວຽດນາມ ປະຈໍາ ສປປ ລາວ, ປະທານສະມາຄົມ ຊາວຫວຽດນາມນະຄອນຫລວງວຽງຈັນ, ປະທານສະມາຄົມຜູ້ປົກຄອງ, ຄະນະອໍານວຍການໂຮງຮຽນ, ພະນັກງານ, ວິຊາການ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ໄດ້ກ່າວຄຳຂອບໃຈທີ່ທາງບໍລິສັດ, ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ສະມາຄົມຊາວຫວຽດນາມ ນະຄອນຫລວງວຽງຈັນ ທີ່ເວລາໃດກໍເປັນຫ່ວງເປັນໃຍ ເອົາໃຈໃສ່ຊຸກຍູ້ສົ່ງເສີມໂຮງຮຽນ ກໍຄືການເອົາໃຈໃສ່ສ້າງ ສາຍສຳພັນທະໄມຕີ ລະຫວ່າງ 2 ພັກ 2 ລັດ ປະຊາຊົນ 2 ປະເທດອ້າຍນ້ອງ ລາວ-ຫວຽດນາມ ມາໂດຍຕະຫລອດ. ໃນໂອກາດນີ້, ໃນໂຮງຮຽນຍັງໄດ້ ຈັດກິດຈະກໍາປູກຕົ້ນໄມ້ ເພື່ອສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈຳປີ 2022 ນໍາອີກ.
ຂ່າວ ໜັງສືພິມສຶກສາກິລາ
ເນື້ອໃນ: ຂປລ