
ຂປລ. ໃນວັນທີ 23 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ປະດັບຫລຽນກາມິດຕະພາບ ໃຫ້ ທ່ານ ແຈຊຶງ ລີ (PhD.Jaeseung Lee) ອະດີດຫົວໜ້າ ສະຖາບັນການເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ ທີ່ມີຜົນງານດີເດັ່ນ ປະກອບສ່ວນ ໃນການປະຕິບັດໜ້າທີ່ ວຽກງານຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ ທີ່ໄດ້ຮັບຜົນສຳເລັດເປັນຢ່າງດີ ເຊິ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍ ພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສ ເກົາຫລີ.
ຕະຫລອດໄລຍະ 4 ປີ (2017-2021) ທ່ານ ແຈຊຶງ ລີ ໄດ້ຫ້າວຫັນປະກອບສ່ວນ ໃນການສົ່ງເສີມ ແລະ ຜັນຂະຫຍາຍວຽກງານ ການເຕີບໂຕສີຂຽວ ເຊິ່ງເປັນໜຶ່ງໃນວຽກບຸລິມະສິດຂອງ ສປປ ລາວ ກໍຄື ການປະຕິບັດ ພັນທະສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ (COP26) ເຊິ່ງຜົນງານຕົ້ນຕໍທີ່ພົ້ນເດັ່ນ ສາມາດສັງລວມໄດ້ຄື: ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກະກຽມ ແລະ ສະເໜີໃຫ້ ສປປ ລາວ ເຂົ້າເປັນສະມາຊິກໃນປີ 2017 ເຊິ່ງເປັນຂີດໝາຍທີ່ສຳຄັນ ໃນການລະດົມທຶນການຊ່ວຍເຫລືອ ຈາກຄູ່ຮ່ວມພັດທະນາ ແລະ ລັດຖະບານ ສ ເກົາຫລີ ເພື່ອຊຸກຍູ້ວຽກງານ ການເຕີບໂຕສີຂຽວ ໃນ ສປປ ລາວ, ມີສ່ວນຮ່ວມຢ່າງຫ້າວຫັນ ໃນການຮ່າງ ແລະ ສ້າງຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດຮອດ ປີ 2030 ທີ່ໄດ້ຖືກຮັບຮອງໂດຍ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນທ້າຍປີ 2018 ຜ່ານມາ. ນອກຈາກນີ້, ທ່ານຍັງໄດ້ສືບຕໍ່ຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ຈົນຮອດປັດຈຸບັນ ໂດຍສະເພາະ ວຽກງານທີ່ຕິດພັນກັບ ການສົ່ງເສີມການນຳໃຊ້ ພາຫະນະໄຟຟ້າແບບ 2 ລໍ້ ແລະ 4 ລໍ້, ການທົດລອງຫ້ອງການສີຂຽວ (ເຊິ່ງຈະເລີ່ມທົດລອງຮ່ວມ ກັບກະຊວງແຜນການ ແລະ ການລົງທຶນ) ເສີມສ້າງຄວາມອາດສາມາດ ກ່ຽວກັບວຽກງານການເຕີບໂຕສີຂຽວ ແລະ ການເຊື່ອມສານ ບຸລິມະສິດ ການເຕີບໂຕສີຂຽວແຫ່ງຊາດ ເຂົ້າແຜນພັດທະນາ ເສດຖະກິດ-ສັງຄົມ ຂອງຂະແໜງການ ແລະ ທ້ອງຖິ່ນ, ການສ້າງຂີດຄວາມສາມາດ ກ່ຽວກັບດັດຊະນີເຕີບໂຕສີຂຽວ ແລະ ອື່ນໆ.
ອົງການການເຕີບໂຕສີຂຽວສາກົນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2012 ມາຮອດປັດຈຸບັນ, ເຫັນໄດ້ວ່າຈໍານວນ ປະເທດສະມາຊິກເພີ່ມຂຶ້ນ, ການຂະຫຍາຍສາຍການພົວພັນ ກໍຄື ການຮ່ວມມື ຂອງບັນດາປະເທດສະມາຊິກ ສະທ້ອນໃຫ້ເຫັນເຖິງ ຄວາມໝາຍໝັ້ນ ແລະ ຄວາມພະຍາຍາມ ໃນການສົ່ງເສີມ ການພັດທະນາ ຕາມຫລັກການຍືນຍົງ ແລະ ສີຂຽວ.
ເນື້ອໃນ: ຂປລ